ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເປັນບົດທີ່ຂຽນໃນຮູບແບບຂອງກາບກອນ ເປັນເລື່ອງຍາວທີ່ປະກອບດ້ວຍຫຼາຍຕອນ,

ຖ້າບ່ອນໃດຫາກເຕະຕ້ອງຖືກບຸກຄົນ, ນິຕິບຸກຄົນ ຫຼື ສິດທິອື່ນໆ ກໍ່ຂໍອະໄພຍະໂທດມານະທີ່ນີ້ດ້ວຍ.

 

ຕອນທີ 1

ບົວສະບາ ເບີກແຍ້ມ            ໜ້າເບັ່ງບານໃສ

ກັບຫົວອົກຄວາມພູມໃຈ       ຕໍ່ສິ່ງຕົນທຳໄດ້

ຄວາມສຸກໃຈເຕັມໃບໜ້າ      ໃນອຸລາປຶ້ມປ່ຽມ

ເປັນທຳນຽມຜູ້ເກັ່ງກ້າ           ກັບຄວາມຮູ້ທີ່ເດັ່ນດີ

 

ນັກຮຽນເກັ່ງໃນຫ້ອງນີ້         ມາຈາກທົ່ວແຂວງສະຫວັນ ( ນະເຂດ )

ມາປະຊັນບົດຮຽນ               ທີ່ຕົນໄດ້ຫວນຮູ້

ຫຼັງຈາກຄູອາຈານໄດ້           ສິດສອນມາຈົນວ່າເກັ່ງ

ການສອບເສັງດັ່ງກ່າວນີ້        ສັກສີນັ້ນຍິ່ງໃຫຍ່ຫຼາຍ

 

ມັນແມ່ນ ການທ້າທາຍເອກອ້າງ ນັກຮຽນເກັ່ງຂອງໂຮງຮຽນ

ຜູ້ພາກພຽນສຶກສາ                   ຊອກສະແຫວງຄວາມຮູ້

ກຽດຂອງຄູຜູ້ສອນຊີ້                 ວິລະກຳທີ່ຂຶ້ນຊື່

ນັ້ນຄືຄວາມເອກອ້າງ               ທຸກຄົນນັ້ນໄຝ່ຫາ

 

ພິທີກອນວ່າເວົ້າ              ປະກາດອ່ານຜົນເສັງ

ນັກຮຽນເກັ່ງລະດັບຮຽນ    ມັດທະຍົມຕອນຕົ້ນ

ຜົນຄະແນນນຳໜ້າ          ບົວສະບາ ອັນດັບໜຶ່ງ

ສຽງຍິນດີຊາບຊຶ້ງ             ຊື່ນຊົມດ້ວຍໃຫ້ແກ່ເຂົາ

 

ອັນດັບສອງເຮົາຈະຮູ້        ຊື່ວ່າ ມາລາໃຈ

ສຽງຕົບມືດັງຫວັ່ນໄຫວ      ຈາກໝູ່ນາງຮຽງໃກ້

ສອນນາລີ ເສັງໄດ້             ອັນດັບສາມ ຊົມເຊີຍແດ່

ທຸກຄົນແລລໍ່າໜ້າ              ອາລົມຍິ້ມໃຫ້ແກ່ນາງ

 

ທັງສາມຄ່ອຍຍ່າງກ້າວ        ຂຶ້ນສູ່ເວທີ

ບົວສະບາ ສອນນາລີ           ຊື່ນຊົມຍິນດີແທ້

ແຕ່ແລດູສີໜ້າ                   ອັນດັບສອງ ຄົນນີ້ນໍ່

ນາງຄືບໍ່ເບີກແຍ້ມ               ສີໜ້າບໍ່ມ່ວນໃຈ

 

ດ້ວຍເຫດຜົນໃດນັ້ນ            ໃຜບໍ່ຫ່ອນຫວນຈັກ

ໝູ່ຄູ່ນາງທາຍທັກ               " ຍິ້ມແດ່ແມນິດໜ້ອຍ "

ກໍ່ປ່ອຍພຽງສາຍຕານິ້ງ         ຫຼິງເຂົາພໍຮູ້ທ່າ

ເປັນຫຍັງຫວະນາງບໍ່ຍິ້ມ       ອາລົມຊ້ອຍແຕ່ຢ່າງໃດ

 

ຫຼືວ່າ ນາງຄຽດຍ້ອນບໍ່ໄດ້       ອັນດັບໜຶ່ງໃນການເສັງ ບໍນໍ

ຈຶ່ງເນັ່ງແນສາຍຕາ               ເບິ່ງຊາຍຢູ່ຄຽງຂ້າງ

ດູທ່າທາງນາງແລ້ວ               ບໍ່ພໍໃຈສິ່ງໃດໜຶ່ງ

ດັ່ງນັ້ນນາງຈຶ່ງບຶ້ງ                  ສີໜ້າບໍ່ແຈ່ມໃສ

 

ບົວສະບາ ຈຶ່ງໄດ້                 ເວົ້າຕໍ່ ມາລາໃຈ

" ເຈົ້າກໍ່ຄວນສົດໃສ              ຊື່ນໃຈແດ່ແມນີ້

ໄດ້ທີ່ສອງເປັນຮອງຂ້ອຍ        ມັນສົມຄວນແລ້ວນີ້ນ່າ

ຫຼືວ່າຄຽດໃຫ້ຂ້ອຍ                ລົບກວນເຈົ້າເມື່ອເສັງ "

 

ສາຍຕານາງເນັ່ງໜ້າ            ແນມເບິ່ງ ບົວສະບາ

ນາງບໍ່ຈາຄຳໃດ                  ນອກຈາກນາງແນມນິ້ງ

ນາງລໍ່າຫຼິງດູໜ້າ                 ຄົນວາຈາຂີ້ອວດອົ່ງ

ເຈົ້າຈົ່ງຍິ້ມເຖີດມື້ນີ້              ເພາະຕົວຂ້ອຍຜ່າຍໄຊ

 

ເຈົ້າກ່າວເຍີ້ຍຂ້ອຍໄດ້          ຢ່າງຊ້ອຍຊື່ນອາລົມໃສ

ເຈົ້າຮູ້ບໍ່ຂ້ອຍເສຍໃຈ            ທີ່ເຈົ້າກວນໃນວັນນັ້ນ

ມັນເປັນຄຳທຳນອງຖ້ອຍ       ຫຍາມເຮົາເຈົ້າຮູ້ບໍ່

ເຈົ້າກໍ່ໜ້າຮັບຮູ້                   ຢູ່ໃນຫ້ອງສອບເສັງ

 

ນັກຮຽນເກັ່ງນັ້ນຕ້ອງ           ເສັງຜ່ານດ້ວຍຕົນເອງ

ຕ້ອງເກັ່ງຈິງຈິ່ງປະລອງ       ແຂ່ງຂັນຄວາມຮູ້

ເຈົ້າກ່າວດູແຄນຂ້ອຍ           ວາຈາອອກມາວ່າ

" ຖ້າຂໍ້ໃດເຈົ້າບໍ່ໄດ້              ໃຫ້ຕົວຂ້ອຍຊ່ວຍເດີ "

 

ຂໍ້ສະເໜີຂອງເຈົ້າ               ຂ້ອຍກໍ່ດີໃຈ

ແຕ່ວ່າໃນສັກສີ                   ທີ່ແຂ່ງຂັນກັນນີ້

ຂ້ອຍບໍ່ຍິນດີດ້ວຍ                ການຫາເອົາຄວາມຮູ້ໝູ່

ມາຕື່ມຊູຊ່ວຍເຂົ້າ               ໃຫ້ຕົນໄດ້ເດັ່ນດີ

 

ຖ້າຫາກຂ້ອຍບໍ່ເກັ່ງນີ້           ຂ້ອຍກໍ່ບໍ່ມາເສັງ

ຂ້ອຍເກັ່ງພໍຈະເອົາຕົວ          ເພື່ອຄະແນນດີໄດ້

ສຳລັບໃນວັນນີ້                    ເປັນຮອງຍອມຮັບວ່າ

ເຈົ້າຮູ້ຫຼາຍກວ່າຂ້ອຍ            ຄະແນນເຈົ້າຈຶ່ງລື່ນເຮົາ

 

ພິທີກອນວ່າເວົ້າ                  " ເຊີນຮອງທ່ານສຶກສາແຂວງ

ຂຶ້ນສະແດງຄວາມຍິນດີ         ແລະມອບຂອງຂວັນໃຫ້ "

ມາລາໃຈ ປະນອມນີ້ວ           ໄຂອາລົມຍິ້ມໜ້ອຍໜຶ່ງ

ແລ້ວຈຶ່ງຮັບດອກໄມ້              ຂອງຂວັນພ້ອມເຂົ້າໃສ່ມື

 

ບົວສະບາ ຢື້ດອກໄມ້             ຢູ່ໃນຊໍ່ ມາລາໃຈ

ດອກທີ່ພວມໄຂໂສມ             ກີບລະອາບານແຍ້ມ

ສາຍຕາເຂົາແນມນິ້ງ              ດວງມາລາທີ່ງາມກວ່າ

ຮູ້ສຶກວ່າດອກນັ້ນ                  ມັນງາມລ້ຳກວ່າໝູ່ໃດ

 

ເຂົາຄ່ອຍນ້າວດອກໄມ້           ດຶງຄ່ອຍໆເຂົ້າມາດົມ

ສາຍຕາຊົມ ມາລາໃຈ             ຢ່າງຊື່ນໃນນາງຍິ້ມ

ສອງຮິມສົບຂອງນາງແຍ້ມ       ແນມເຂົາແລ້ວເວົ້າວ່າ

" ມາລັກດົມດອກໄມ້ຂ້ອຍ        ໃຫ້ມັນຊ້ຳເຮັດຫຍັງ​ ? "

 

ບົວສະບາ ຟັງແລ້ວ                ກໍ່ຕອບຢ່າງໃຈເຢັນ

" ເພາະຂ້ອຍເຫັນມັນງາມ        ກໍ່ຈິ່ງລອງດົມນີ້

ກິ່ນຫອມດີໃດເຈົ້າ                  ເຮົາພໍໃຈ ດົມອີກແດ່ "

ມາລາໃຈ ແລເບິ່ງໜ້າ              ສາຍຕານິ້ງເວົ້າໃສ່ເຂົາ

 

" ເຈົ້າກໍ່ມີດອກໄມ້                 ຫອບຢູ່ເຕັມມື

ຍັງດື້ມາຫາຫອມ                   ຊໍ່ດວງມາລາຂ້ອຍ "

ນາງຄ່ອຍຍໍມາລາຂຶ້ນ              ມາດົມແລ້ວກໍ່ຍ່າງ

ລົງເວທີຢ່າງຊື່ນເນື້ອ               ມະໂນແຍ້ມແຈ່ມໃນ

 

( ຍັງມີຕໍ່ )

 

Delicious Digg Fark Twitter