ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ບົວສະບາ ຍື່ນດອກໄມ້     ໃຫ້ແກ່ ສຸມາລີ
"
ອັນນີ້ເປັນຂອງຂວັນ       ຂ້ອຍແບ່ງປັນກັບເຈົ້າ "
ບົວສະບາ ຈາເວົ້າ            ສາຍຕາຫວານທັງຍິ້ມໃສ່
ມາລາໃຈ ນັ່ງນິ້ງ              ສາຍຕາຈ້ອງເບິ່ງເຂົາ

ສຸມາລີ ວ່າເວົ້າ               ຕໍ່ວ່າ ບົວສະບາ
"
ໃຫ້​ຂ້ອຍ​ສາ​ຫໍ່​ຂອງຂວັນ ສ່ວນ​ເຈົ້າ​ເອົາ​ມາລາ​ນີ້ "
"
ຂ້ອຍ​ມີ​ສິດ​ປັນ​ໃຫ້          ຂອງ​ເຮົາ​ໃດ​ເຈົ້າ​ຮູ້ບໍ່ ? "
"
ເຈົ້າ​ກໍ່​ເອົາ​ດອກ​ໄມ້​ນີ້      ຂອງຂວັນ​ນັ້ນ​ໃຫ້​ຂ້ອຍ​ສາ "

ສຸມາລີ ສະແດງໜ້າ          ອ້ອນທ່າ ບົວສະບາ
"
ເຈົ້າເອົາໄປໝົດສາ        ຂ້ອຍບໍ່ເອົາຫຍັງແລ້ວ "
ພ້ອມສົ່ງແວວຕາສົ້ມ         ແກມຫວານວາດໃສ່
"
ເອົາດອກໄມ້ນີ້ກໍ່ໄດ້ "      ແລ້ວໄຂຍິ້ມໃສ່ເຂົາ

ນາງຮັບເອົາດອກໄມ້         ທັງຊໍ່ຂຶ້ນມາດົມ
ນາງສູບລົມເຂົ້າໃນດັງ       ແລ້ວຄ່ອຍຫຼັບຕານິ້ງ
ບົວສະບາ ຫຼິງດູໜ້າ          ແນມນາງຢ່າງຈົດຈໍ່
ເຂົາບໍ່ຈາກ່າວເວົ້າ            ພຽງໄຂຍິ້ມແລ້ວນັ່ງລົງ

ສຸມາລີ ປົງດອກໄມ້           ລົງໃສ່ໃນຕັກ
ບົວສະບາ ສັກສາຍຕາ       ເບິ່ງແນມດູນິ້ງ
ສຸມາລີ ຫຼິງເຫັນແລ້ວ         ເຂີນໃຈວາດໃດໜຶ່ງ
ນາງຈຶ່ງຈາກ່າວເວົ້າ          ທັງມືຍູ້ບ່າເຂົາ

"
ເຈົ້າກໍ່ຢ່າເບິ່ງຂ້ອຍ         ແປກກວ່າທຳມະດາ ຫຼາຍແມ "
"
ຂ້ອຍກໍ່ຊົມມາລາ            ທີ່ເຈົ້າພວມປົງໄວ້ "
"
ແຕ່ວ່າໃຈຂອງເຈົ້າ         ມັນເກີນເລີຍ ໃດຂ້ອຍວ່າ
ສາຍຕາເຈົ້າມັນບອກຂ້ອຍ  ວ່າຕົວເຈົ້ານັ້ນເບິ່ງຫຍັງ "

"
ເຈົ້າກ່າວເວົ້າຈັ່ງຊີ້         ໝາຍຄວາມວ່າແນວໃດ
ຂ້ອຍພໍໃຈຊົມມາລາ          ບໍ່ຫ່ອນມີຫຍັງນີ້ "
ພ້ອມທັງມີຮອຍຍິ້ມ           ສາຍຕາຢອກຕໍ່
"
ຂ້ອຍກໍ່ເບິ່ງເທົ່ານີ້           ຕົວເຈົ້າຢ່າຄິດຫຼາຍ "

"
ກໍ່ສາຍຕາຂອງເຈົ້າ        ມັນບໍ່ທຳມະດາ
ເຈົ້າແນມຫາຫຍັງບຸ          ຈິ່ງເຫຼົ່າແນມສັນນີ້ "
ນາງສະແດງສີໜ້າ            ຫຼັບຕາຊັງທັງຍິ້ມໃສ່
"
ຊ່າງກ່າວຫາຂ້ອຍໄດ້      ຕົວຂ້ອຍບໍ່ຮູ້ນຳ "

ບົວສະບາ ກ່າວຢ້ຳ           ຕອບຢ່າງຈິງໃຈ
ພ້ອມທັງໄຂສຽງຫົວ          ຊື່ນໃຈນິດໜ້ອຍ
ສຸມາລີ ຄອຍຈ້ອງ            ແນມເຂົາແລ້ວເວົ້າວ່າ
"
ຈັ່ງແມ່ນຊາດໜ້າເຫຼື້ອມ  ແນມໄດ້ຢ່າງບໍ່ອາຍ "

"
ເຈົ້າມາກ່າວໃສ່ຮ້າຍ      ສະແດງວ່າເຮົາຜິດ
ເອົາແຕ່ໃຈຈະຄິດ            ວ່າຂ້ອຍແນມຫຍັງຫັ້ນ "
"
ກໍ່ມັນເປັນຄວາມຈິງນີ້     ຊິມາຈາບໍ່ຮູ້ຮ່ອມ "
"
ຖ້າຂ້ອຍຍອມຮັບແລ້ວ    ຕົວເຈົ້າຊິເຮັດຫຍັງ ? "

ສຸມາລີ ນັ່ງນິ້ງ                 ບໍ່ເວົ້າຕໍ່ຄຳໃດ
ບົວສະບາ ບໍ່ພໍໃຈ            ເມື່ອນາງບໍ່ຈາເວົ້າ
"
ເຈົ້າບອກເຮົາມາແມ້      ເຮົາແນມຫຍັງເຈົ້າຄິດວ່າ ? "
ສຸມາລີ ແນມເບິ່ງໜ້າ        ແລ້ວນາງນັ້ນກໍ່ເລົ່າຫົວ

ເຂົາຄ່ອຍຄວາມືຢື້           ໄປຈັບຊໍ່ມາລາ
ແລ້ວກົ້ມລົງມາຫອມ         ຢ່າງຊື່ນໃນໃຈຊ້ອຍ
"
ເຈົ້າກໍ່ເຫັນໃຈຂ້ອຍ        ທຳຫຍັງອາຍຄົນແນ່
ເບິ່ງແມໝູ່ອ້ອມຂ້າງ         ເຂົາແນມຈ້ອງເບິ່ງພວກເຮົາ "

"
ກໍ່ສ່າງຕາມພວກເຂົາຖ້ອນ ໃຫ້ເຂົາເບິ່ງຊິເປັນຫຍັງ "
"
ຈັ່ງແມ່ນເປັນຕາຊັງ           ເຫັນແກ່ຕົວແທ້ນໍເຈົ້າ
ເຈົ້າຫອມເຮົາໃດນີ້              ຄົນທັງຫຼາຍເຂົາຄິດວ່າ
ກົ້ມມາດົມຢູ່ມໍ່ຂ້ອຍ              ພວກເຂົານັ້ນເບິ່ງແປກຕາ "

ບົວສະບາ ຟັງນາງເວົ້າ      ມັນກໍ່ແມ່ນຄວາມນາງ
ນີ້ຢູ່ໃນກາງຄົນ                ຊ່າງລ່ວງເກີນນາງແທ້
ໝູ່ທັງຫຼາຍກໍ່ແລຈ້ອງ        ບົວສະບາ ສີໜ້າລ່າ
ສຸມາລີ ຍໍດອກໄມ້            ມາດົມຫຼິ້ນອີກໜຶ່ງທີ

"
ຂ້ອຍວ່າດອກໄມ້ນີ້       ຫອມຫ່ວນກິນໃຈ ຈິງໜໍ
ມອບໃຫ້ເຮົາເລີຍໃດ       ຊິໃສ່ໃນໂຖໄວ້ "
"
ຜູ້ຍິງກັບມາລາໄມ້        ຂອງທຽມກັນຮູ້ແລ້ວນ່າ "
"
ເຫັນຄ່າຂ້ອຍເທົ່າດອກໄມ້ ມາລາແຍ້ມຊໍ່ດຽວ ນີ້ຫວະ ? "

ບົວສະບາ ຫຼຽວດູໜ້າ      ແລ້ວຍິ້ມຕໍ່ ສຸມາລີ
"
ຂ້ອຍທຽບມັນມີສີສັນ     ທີ່ງົດງາມຄືເຈົ້າ
ພໍເມື່ອເຮົາຫອມແລ້ວ       ຕຶງໃຈບໍ່ຮູ້ເບື່ອ "
"
ຂ້ອຍບໍ່ເຊື່ອດອກປາກເຈົ້າ ມີພຽງເວົ້າໃຫ້ລຸ່ມຫຼົງ "

ບົວສະບາ ສົ່ງຍິ້ມ         ພ້ອມຍື່ນຫໍ່ຂອງຂວັນ
ສຸມາລີ ພລັນຈັບ          ຮັບເອົາມາໄວ້
ແລ້ວຄ່ອຍໄຂທາງຂ້າງ ເງິນລາງວັນຢູ່ໃນຫໍ່
"
ຂ້ອຍບໍ່ເອົາດອກນີ້     ໃຫ້ຕົວເຈົ້າມ້ຽນເອງ "

ຫຼັງຈາກ ນັກຮຽນເກັ່ງທັງໝົດໄດ້ ຮັບມອບຂອງຂວັນ
ຈາກນັ້ນມີຄຳຖາມ                  ເພື່ອທຸກຄົນລອງຄວາມຮູ້
ສຽງຈາກຄູຖາມຂຶ້ນ                " ຈຳນວນໃດນ້ອຍກວ່າສີ່
ແຕ່ວ່າຄ່າທີ່ວ່ານີ້                    ມັນນັ້ນໃຫຍ່ກວ່າສາມ ? "

ຫຼັງຈາກຟັງຄຳຖາມແລ້ວ      ຫຼາຍກຸ່ມສົນທະນາ
"
ມີໃຜຮູ້ບໍ່ລະ                     ວ່າເລກຫຍັງກັນນີ້ ? "
ຜູ້ໜຶ່ງຍໍມືຊີ້                        " ຮຽນອາຈານ ນ້ອງຕອບວ່າ
ເລກມີຄ່າລະຫວ່າງນີ້          ຈຳນວນນັ້ນແມ່ນປີ ( 3.14159... ) "

"
ສະແດງຄວາມຍິນດີດ້ວຍ   ນ້ອງຊື່ວ່າແນວໃດ ? "
"
ເພັດສຸວັນ ພະໄຊສິນ         ຊື່ແລະນາມສະກຸນນ້ອງ "
"
ກຳລັງຮຽນຢູ່ຫ້ອງ             ໂຮງຮຽນໃດນໍ່ ? "
"
ຮຽນຢູ່ຊັ້ນມໍສາມ ໂນນສະຫວ່າງຕັ້ງຊື່ໃຫ້ ໂຮງຮຽນນ້ອງເຂົ້າຮໍ່າຮຽນ "

 

( ຍັງມີຕໍ່ )

Delicious Digg Fark Twitter