ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕອນທີ 3

# ນິມິດສະຫວັນ

ແມ້ງເມື່ອຝົນຫຼັ່ງຍ້ອຍ                 ລົງສູ່ຜືນດິນ
ໄດ້ຍິນສຽງຂອງກົບ                     ອົບໆດັງຢູ່ແຄມນ້ຳ
ຕາມບວກໜອງຫຼາຍກ້ຳ              ຍິນສຽງພວກອື່ງອ່າງ
ຕາມສາຍທາງມີບວກນ້ຳ             ຄາຄ້າງຢູ່ຂຸມ

ເຫັນຜູ້ຄົນເຄື່ອນຍ້າຍ                  ທ່ອງທ່ຽວໄປມາ
ວັນນີ້ ວັນທີໜຶ່ງມິຖຸນາ                 ທ້າຍລະດູຍາມແລ້ງ
ຝົນຕົກແຮງເມື່ອຄືນນີ້                 ເໝືອນການເຕືອນເພື່ອບອກວ່າ
ລະດູການບໍ່ຖ້າ                           ຝົນຟ້າຊິຫຼັ່ງລິນ

ໄດ້ຍິນສຽງປະກາດກ້ອງ ທໍລະໂຄ່ງດັງມາ
ປ່າວປະຊາຊາວສະຫວັນ            ຈົ່ງຮ່ວມກັນສຸມສ້າງ
ສ້ອມແປງທາງຖົມຂຸມນ້ຳ            ສາມັກຄີແລະຂັນແຂ່ງ
ວັນເສົາແດງມື້ນີ້                         ຄືວັນສ້າງພັດທະນາ

ຊາວສະຫວັນທຸກຖ້ວນໜ້າ          ຊ້ອຍຊື່ນດີໃຈ
ໃຜກໍ່ກຽມອຸປະກອນ                    ເຄື່ອງມືມີພ້ອມ
ຖົມບວກໜອງໃຫ້ໝົດສິ້ນ           ສາຍທາງຈະເດີນງ່າຍ
ໄປສະບາຍຢ່າງບໍ່ຢ້ານ                ຈະໂຕນຕວ້າມບວກໜອງ

ອີກພາກສ່ວນໜຶ່ງຕ້ອງ                ລົງສູ່ສະໜາມບຸກ
ປູກພືດພັນນາໆ                         ໝູ່ມວນແນວໄມ້
ພັກລັດມີແນວທາງໃຫ້                ຊາວລາວຢ່າຢູ່ຫວ່າງ
ສຸມກຳລັງກໍ່ສ້າງ                         ເມືອງບ້ານຊ່ວຍກັນ

ອອກແຮງງານມື້ນີ້ນັ້ນ                 ທຸກພາກສ່ວນກຽມຕົວ
ບໍ່ຫວັ່ນກົວສາຍຝົນ                     ຫຼືແດດເຜົາຜານໄໝ້
ຫຼັງຈາກທັງໝົດໄດ້                     ແຜນງານການຈັດແບ່ງ
ຕ່າງສະແດງທ່າພ້ອມ                 ໃຜຈະແລ້ວກ່ອນໃຜ

ກຸ່ມຕ່າງໆນັ້ນກໍ່ໄດ້                      ຈັດແບ່ງຈຸງານ
ຮ່ວມປະສານກັນເຮັດ                 ວຽກງານທີ່ຕົນໄດ້
ມາລາໃຈ ເປັນຫົວໜ້າ                ນຳພາຈຸທີໜຶ່ງ
ຈຸທີ່ຖືກມອບໃຫ້                          ຕຳດິນນັ້ນໃຫ້ແໜ້ນດີ

ສ່ວນວ່າຈຸທີສອງນີ້                     ນຳພາໝູ່ ບົວສະບາ
ເປັນຈຸພາກັນຂຸດ                        ກົ່ນດິນກອງໄວ້
ຈຸທີສາມພາກັນໃຊ້                      ແຮງງານຍູ້ແກ່
ເພັດສຸວັນ ທ່ຽງແທ້                     ພາເຂົານັ້ນເຮັດທຳ

ບາງພ່ອງຫີ້ວຄຸນ້ຳ                      ມາຫົດໃສ່ດິນຖົມ
ບາງພ່ອງພາກັນຕຳ                    ເພື່ອໃຫ້ດິນໜາແໜ້ນ
ບາງຄົນມີແຟນໃກ້                      ເອົາໃຈບໍ່ຮູ້ເໝື່ອຍ
ວຽກງານເຮັດໄປເລື້ອຍໆ            ໃຜບໍ່ເວົ້າຈົ່ມຫຍັງ

ເພາະທຸກຄົນຫວັງໄດ້                  ທາງເດີນໄຕ່ໄປມາ
ບໍ່ໃຫ້ເສຍເວລາ                          ເພາະລົດຄາຂຸມກວ້າງ
ເພື່ອໃຫ້ທາງທຽວໄດ້                   ໄປມາສະດວກງ່າຍ
ຖົມດິນຊາຍດິນດາກພ້ອມ           ຫີນນັ້ນກໍ່ມີ

ບ້ານເມືອງລາວເປັນເຊັ່ນນີ້          ຕ້ອງເຮືອງຮຸ່ງສີວິໄລ
ປະຊາຊົນເປັນໃຈ                       ສ້າງແປງເມືອງບ້ານ
ຊາວໜຸ່ມລາວບໍ່ເຄີຍຢ້ານ            ຂານອາສາທຸກໜ້າທີ່
ຕໍ່ໜ້າໄປເປັນເຊັ່ນນີ້                    ເມືອງລາວຕ້ອງພັດທະນາ

ຢາດເຫື່ອນອງທົ່ວໜ້າ                ປຽກຊຸ່ມຕົນຕົວ
ແຕ່ຍັງມີສຽງຫົວ                         ເວົ້າຈາສະໜຸກແມ້ງ
ສາວເສື້ອແດງຢູ່ທາງພຸ້ນ             ຫົວເຖິງໃຈເອົາແທ້ວ່າ
ຈົນນ້ຳຕາເພິ່ນຍ້ອຍ                    ຈັກເຂົາເວົ້າເລື່ອງຫຍັງ

ບາງຄັ້ງສຽງດັງກ້ອງ                    ໂຮສະນັ່ນມັນໃຈ
ກຸ່ມໃດມີພຽງສາວໆ                    ຍິ່ງມ່ວນໃຈໂຮຮ້ອງ
ແມ່ນພວກເຂົານິນທາຕ້ອງ          ຫົວໃຈຊາຍຄົນໃດນໍ່
ບາງຄັ້ງກໍ່ວ່າເວົ້າ                        ແລ້ວຫົວຂຶ້ນຢ່າງຊື່ນຊຳ

ບໍ່ມີໃຜຈຳໄດ້                              ວ່າຈັກເລື່ອງລົມມາ
ທັງເລື່ອງເປັນສາລະ                   ເລື່ອງຂອກແຄແຈຮົ້ວ
ໄດ້ຄາຍເຫງົາໄດ້ຫົວຫຼິ້ນ             ຍິນດີກັນໃຫ້ມັນມ່ວນ
ເວົ້າກວນກັນແດ່ເລັກໜ້ອຍ         ພໍມີເລື້ອງໄດ້ເອີ່ໂຮ

ມີຄົນໜຶ່ງເວົ້າໂມ້                        ເກີນກວ່າທຳມະດາ
ຫຼິ້ນສາຍຫູສາຍຕາ                      ໃສ່ໝູ່ຕົນຄຽງໃກ້
ເບິ່ງຜູ້ໃດກໍ່ຈາເວົ້າ                      ຖຽງເຂົາເອົາແທ້ວ່າ
ຕ່າງກໍ່ຫາສິ່ງອ້າງ                       ເຫດຜົນສ້າງໃສ່ກັນ

ຕ່າງສ້າງສັນສິ່ງເວົ້າ                    ອ້ອຍອິ່ນຄຳຫວານ
ຕື່ມອາຫານຫູຕາ                        ວ່າລົມບໍ່ວາງເວັ້ນ
ແນວຫົວໃຈຍັງເຕັ້ນ                    ເຫັນຂອງດີກໍ່ຕ້ອງເລົ່າ ກັນແລ້ວ
ຖ້າມີຫຍັງເຮົາຊື້ໄດ້                     ເອົາມາໄວ້ບໍ່ໃຫ້ເຫຼືອ

ແຕ່ມີສິ່ງເຊື່ອໄດ້                         ຄືຄ່າທາງໃຈ
ບໍ່ມີໃຜມາຈາ                              ຈ່າວຂາຍກັນໄດ້
ຂາຍຄ່າໃຈມີຄຳເວົ້າ                   ຍິນດີ ຫຼື ຮ້ອງຈົ່ມ
ມັນບໍ່ສົມລົບໄດ້                          ເອົາເງິນໃຊ້ດັ່ງເຄື່ອງຂອງ

ຕາມສາຍທາງຍັງກ້ອງ                ສຽງສະນັ່ນກັງວານ
ສຽງຊວ້ານຈົກດັງປະສານ      ກະຕໍ່າຕີດິນແໜ້ນ
ສວາຍໆມາມັນແສນຮ້ອນ           ດວງສຸລີເຜົາແຜ່ນ
ແທນຫ່າຜົນໃຫຍ່ເທັ້ງ                 ຄືນນີ້ຜ່ານມາ

ຍິງຊາຍທຸກທົ່ວໜ້າ                    ແມ້ງມ່ວນໃນອຸລາ
ສຽງໂຮເຮວເຮຮາ                      ບໍ່ຂາດສາຍດັງກ້ອງ
ບວກໜອງຕາມທາງກວ້າງ          ຖົມໄປທົ່ວທຸກບ່ອນ
ຍັງແຕ່ກະນໍ່າຄ້ອນ                      ໃຫ້ມັນແໜ້ນນໍ່າລົງ

ທິບພະວົງ ຕົວອ້ວນໆ                 ຕຳຢູ່ງຸບໆ
ນາງໃສ່ກຸບໃບຕອງ                     ຫົ່ມເສື້ອດຳແຂນສັ້ນ
ເນື້ອໄຂມັນເຈິຄວາມຮ້ອນ           ກາຍາປຽກເຫື່ອ
ຈົນວ່າເສື້ອທີ່ຫົ່ມນັ້ນ                   ມີນ້ຳປຽກທົ່ວຕົວ

ມາລາໃຈ ຫົວຍິ້ມ                       ລົມໝູ່ຢ່າງສຸກສັນ
ຄວາມຮ້ອນມັນເຜົາຜານ             ຢາດເຫື່ອເຕັມໃບໜ້າ
ບົວສະບາ ເດີນອ້ອມ                   ທາງຫຼັງນາງໄປໜ້ອຍໜຶ່ງ
ແລ້ວຈຶ່ງໃຈຕໍ່ຕັ້ງ                         ຕຳດິນແໜ້ນຊ່ວຍພວກເຂົາ.

( ຍັງມີຕໍ່ )

Delicious Digg Fark Twitter