ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສອງສາວຢ່າງຄຽງຂ້າງ             ເປັນຄູ່ກັນໄປ
ຜູ້ໜຶ່ງຄືມາລາໃຈ                       ອີກຄົນບໍ່ເຄີຍຮູ້
ແນມດູທາງຫຼັງແລ້ວ                    ພໍໆກັນຖ້າທຽບຫຸ່ນ
ແຕ່ວ່າທາງໜ້າພຸ້ນ                     ໃຜນັ້ນຊິກວ່າໃຜ

ບ່າວເຮືອນເໜືອເຮືອນໃຕ້         ຕ້ອງຍ້ອງວ່າມາລາໃຈ
ເປັນສາວງາມໜ້າຫຼົງໄຫຼ          ໄຝ່ຝັນຢາກແຝງຊ້ອນ
ຍາມເຫັນຕອນນາງຍິ້ມ                ຫົວໃຈພໍມ້ອຍລະແມ່ງ
ຜູ້ບ່າວຕ່າງຖະແຫຼງວ່າເວົ້າ         ມົນຂັງຍິ້ມຍອດສະເໜ

ຍາມເມື່ອນາງແຕ່ງເອ້                 ແມ້ງເມື່ອງານບຸນ
ງາມປຽບປຸນປານນາງ                ເທບທິດາເນົາຟ້າ
ເໝືອນດັ່ງດາລາຍ້າຍ                  ສະແດງໜັງພຸ້ນລະໄປ່
ບ່າວໃນຂົງເຂດນີ້                        ຕ່າງແນມຈ້ອງບໍ່ພັບຕາ

ກິລິຍາທ່າເວົ້າ                            ວາດຄ່ອງສະໝອງໃສ
ມີຈິດໃຈຫອມຮັກ             ເລື່ອງການຮຽນຮູ້
ສອງຫູນາງຟັງໄວ້                       ສະໝອງໄວຄິກຖ້ວນຖີ່
ມີແນວຄິດກ້າວໜ້າ                     ບໍ່ຫຼັງຫຼ້າເພື່ອນຝູງ

ຮູບຮ່າງສູງເອິກກວ້າງ                ແອວກີ່ວຄໍກົມ
ໃບໜ້າມົນສະຫຼວຍ                       ໜ່ວຍຕາດຳປີ້
ສາວນາງມີຂົນຄີ້ວ                      ວົງເດືອນສ້ວຍກົ່ງ
ອົ່ງຕົ່ງສອງຝ່າຍແກ້ມ                  ແດງເຂັ້ມດັ່ງດອກຝາງ

ອີກຄົນຢູ່ຂອກຂ້າງ                      ຮູບຮ່າງສູງຂາວ
ຈົ່ງຜົມຍາວຄືກັນ             ແມ່ນໃຜຄົນນີ້
ສອນນາລີນາມເຈົ້າ                    ສາວນາງມາໃໝ່
ສາວຜູ້ໄທເຂດໃຕ້                        ລະຫານ້ຳບ້ານຢູ່ນາງ

ຖັດຂ້າງຫຼັງມານັ້ນ                      ມີຊາຍໜຸ່ມສາມຄົນ
ຜູ້ໜຶ່ງຄືບົວສະບາ                       ໝູ່ເຂົາສອງຄົນນັ້ນ
ພ້ອມພໍ່າກັນມາເຂົ້າ                     ອາຮາມໄກຖິ່ນ
ໃຈຖະຫວິນສາວແຖບນີ້                ຈິ່ງເດີນດັ້ນດຸ່ງມາ

ມື້ນີ້ເຂົາບ່ຽງຜ້າ                         ໃໝອ່ອນສີຄຳ
ນຸ່ງໂສ້ງດຳຂາຍາວ                    ຫົ່ມເສື້ອຂາວແຂນສັ້ນ
ຢູ່ໃນຂັນຂອງເຂົານັ້ນ                   ມີເຂົ້າໜົມຫຼາຍຫໍ່
ໂຄມເຂົ້າຕົ້ມຢູ່ມໍ່ໃກ້                      ລຽນໄວ້ລະອຽດດີ

ສອນນາລີຖືຂັນໄມ້                      ລະອຽດອ່ອນງາມຕາ
ເປັນສີມືແກະສະລັກ                      ຈາກຊ່າງລາວແຖວໃຕ້
ຜູ້ໃດເຫັນກໍ່ຊົມຍ້ອງ                     ວ່າລາຍງາມຜຸດຜ່ອງ
ບາງຄົນຍ້ອງແລ້ວເວົ້າ                ເຂົາທຳໄດ້ຈັ່ງໃດ

ມາລາໃຈຖືຂັນເຫຼື້ອມ                  ອົ່ງຕົ່ງແດງງາມ
ຕາມພາສາລາວເໜືອ                  ເອີ້ນວ່າທອງຄຳເນື້ອ
ບາດວ່າເມືອທາງໃຕ້                   ຈາກັນວ່າທອງນາກ
ນັ້ນຄືຄຳປາກເວົ້າ                       ຂອງຄົນເຖົ້າກ່າວມາ

ອອກພັນສາປີນີ້                           ທຸກທີ່ແດນລາວ
ແດນເຂົ້າຂາວສາວງາມ             ອ່ອນລະໄມດ້ວຍຮອຍຍິ້ມ
ລາວບໍ່ເຄີຍປະຖິ້ມ                        ປະເພນີເກົ່າແກ່
ຕັ້ງແຕ່ປູ່ຍ່າເຖົ້າ                         ບູຮານເຈົ້າສືບຕໍ່ມາ

ລັດຖະບານວ່າເວົ້າ                     ລະບອບໃໝ່ສັງຄົມນິຍົມ
ປຸກລະດົມປະຊາຊົນ                     ໃຫ້ຮັກແພງເມືອງບ້ານ
ພ້ອມພໍ່າພາກັນຕ້ານ                    ງົມງວາຍໃຫ້ສິ້ນເສື່ອມ
ປະເທດລາວຈຶ່ງຊິເຫຼື້ອມ   ຍ້ອນລາວນັ້ນຮັກເລື່ອງຈິງ

ເພິ່ນໄດ້ຫຼິງລໍ່າຢ້ຽມ                     ຄວາມເຊື່ອທາງໃຈ
ເຮັດແນວໃດປະຊາຊົນ                ຊິເຊື່ອຖືການນຳໄດ້
ພັກລັດເຮົາໝູນໃຊ້                       ວິທີການອັນໃໝ່
ໃຜເຊື່ອຖືຫຍັງກໍ່ໄດ້                      ຄັນບໍ່ໄຮ້ເຫດຜົນ

ປະຊາຊົນທົ່ວດ້າວ                       ຊ້ອຍຊື່ນດີໃຈ
ພັກລັດໄຂວາລະ              ໂອກາດດີງາມແລ້ວ
ເພິ່ນມີແນວທາງຊີ້                       ສັງຄົມນິຍົມໝາຍມຸ່ງ
ປະເທດລາວຈະດຸ່ງກ້າວ   ໄປໜ້າບໍ່ຖອຍ

ປວງຊົນລາວໃຫຍ່ນ້ອຍ                ຮັກຮໍ່ສາມັກຄີ
ເພີ່ມທະວີຄວາມສຳພັນ                 ທົ່ວໂລກາກວ້າງ
ພ້ອມພໍ່າພາກັນສ້າງ                    ເມືອງລາວລະບອບໃໝ່
ລາວທັງເໜືອແລະໃຕ້                   ບໍ່ເສີຍລ້າຢູ່ດາຍ

ຄູບາຄ່ອຍເຄື່ອນຍ້າຍ                   ເດີນຍ່າງລົງມາ
ຫຼັງຈາກເທດສະໜາ                     ເລີ່ມພິທີກັນແລ້ວ
ຄົນລຽນແຖວລໍຖ້າ                      ຄູບາເພິ່ນຍ່າງຜ່ານ
ຮັບຜົນທານຈາກພີ່ນ້ອງ                ຊາວບ້ານຊິໃສ່ກັນ

ບາງຄົນນັ້ນໃສ່ເຂົ້າຕົ້ມ                 ພ້ອມພໍ່າສີດາ
ບາງຄົນມີສາລີ                           ສົ້ມໂອທັງກ້ວຍ
ສາວຄົນສວຍໃສ່ຮອຍຍິ້ມ ລະວັງເດີຟ້າຊິຜ່າ
ເຫັນຄູບາຫ້າມຍິ້ມ                       ຊຸມເຈົ້າໝູ່ຜູ້ຍິງ

ນີ້ເປັນສິ່ງຄວນຮູ້             ຊາວພຸດທັງຫຼາຍ
ເປັນກົດໝາຍຂອງວັດ                  ເລື່ອງພະທຳຄຳເຄົ້າ
ຄັນຢາກຈະຈາເວົ້າ                     ນຳຄູບາໄດ້ຢູ່
ປ່ອຍຮອຍຍິ້ມອອກສູ່ເຈົ້າ ຄູບານັ້ນຊິເສື່ອມສິນ

ຍິງກໍ່ມົນທິນດ້ວຍ             ຄວາມເສື່ອມທາງໃຈ
ສິ່ງໜຶ່ງໃນອາບັດ                        ພະສົງອົງເຈົ້າ
ແລ້ວຕົວນາງກໍ່ຈະເສົ້າ                 ເສຍສັດທາສິ້ນເສື່ອມ
ອະບາຍຍະມຸກເຫຼື່ອມເຂົ້າ ຕົວເຈົ້າຊິມືດມົນ

ດັ່ງນັ້ນເພື່ອໃຫ້ພົ້ນ                        ສັບພະສິ່ງມົນທິນ
ຄວນຢູ່ໃນສິນທຳ             ທີ່ເພິ່ນຈາສອນໄວ້
ໃຫ້ຈິດໃຈມີສິນຫ້າ                       ເມດຕາທຳຢ່າງຜຸດຜ່ອງ
ໃຫ້ຮັກແພງພີ່ນ້ອງ                       ພົງເຊື້ອມິດສະຫາຍ

ຢ່າໂກທາໂກດຮ້າຍ                     ຂ້າໝູ່ສັດສາ
ຢ່າຊອກຫາປຸ້ນລັກ                      ໂລບລວງຂອງເຂົ້າ
ຢ່າສູ່ເອົາຊົມຊ້ອນ                       ຜົວເມຍລູກເພິ່ນ
ຢ່ານິນທາລ່າຍເອີ້ນ                     ຕົວຕົ້ມສິ່ງບໍ່ດີ

ຢາເຫຼົ້າເບຍໝູ່ນີ້             ຢ່າເສບດື່ມມົວເມົາ
ຢ່າສູ່ເອົາມາຄິດ                         ໃສ່ໃນໃຈຖ້ອນ
ໃຫ້ຄ່ອຍນອນຫຼັບນິ້ງ                     ເອົາສິນທຳຈຳໃສ່ໃຈຖ້ອນ
ຫາກດັບສິ່ງເຫຼົ່ານີ້ໄດ້                   ໃຈເຈົ້າຊິຜ່ອງໃສ

ຄວາມສຸກເຈົ້າກໍ່ຊິໄດ້                   ກັບເກີດມາເອງ
ໃຫ້ເກັ່ງທຳການງານ                   ຫາກຊິມີເງິນໃຊ້
ປະຕິບັດຕົນໃຫ້                            ເອົາຕົນເອງເປັນທີ່ເພິ່ງ
ຮັກຕົນເອງເລິກເຊິ່ງແລ້ວຄົນເຂົານັ້ນຈຶ່ງຮັກຕົນ

ສ້າງຕົນເອງໃຫ້ພົ້ນ                     ຄວາມໂງ່ທາງໃຈ
ຄວາມໂງ່ໃນມັນສະໝອງ ຖືກປ່ຽນແທນດ້ວຍຄວາມຮູ້
ຄູອາຈານຄືຄົນຊີ້             ໄຂວິຊາໃຫ້ພົ້ນໂງ່
ອົງພຸດໂທສອນສັ່ງໄວ້                   ໃຫ້ໃຈພົ້ນຄິດຊົ່ວຊາມ

( ຍັງມີຕໍ່ )

Delicious Digg Fark Twitter