ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ " ຮັກແທ້ມີຢູ່ໃສ 4.6 ? "

 

ບົວສະບາ ຍັບເຂົ້າ                      ຈັບບ່າ ສຸມາລີ
ພ້ອມສະແດງກິລິຍາ                   ທີ່ຊື່ນໃຈຈິງແທ້
ສອງເຂົາແລດູໜ້າ                      ສົບຕາແລ້ວຍິ້ມຕໍ່ ກັນແລ້ວ
ສາຍຕາຍໍຍົກໃຫ້                        ຄວາມໃນນັ້ນແກ່ກັນ

ມືຂອງເຂົາອີກກ້ຳນັ້ນ                  ຈັບລູບປາຍຜົມ
ເຂົານັ່ງແນມຊົມກັນ                    ດັ່ງຊິກືນກິນໄດ້
ບົວສະບາ ຍັບຕິດໃກ້                  ອີງນາງແນບໃສ່
ສຸມາລີ ຈິ່ງໄດ້                             ເອົາແຂນກັ້ນໃຫ້ຫ່າງເຂົາ

ອັນນີ້ນໍເພິ່ນວ່າເວົ້າ                     ຄວາມຮັກຂອງຄົນ
ບໍ່ສົນໃຜຈະແນມ                        ມິ່ນຫຍາມຕົວເຈົ້າ
ບໍ່ສົນໃຜຈະເວົ້າ                                     ນິນທາຫຼືຈົ່ມ
ນັ່ງລົມກັນກ່ອມໃກ້                      ໃຈເຈົ້າບໍ່ຫວັ່ນຫຍັງ

ສຸມາລີ! ເຈົ້າປ່ອຍເຂົາມານັ່ງໃກ້    ແນບຄູ່ໃຫ້ຄົນຫຼິງ ຫຍັງນໍ
ປະເພນີຍິງລາວ                         ຊິເສື່ອມເສຍຍ້ອນຕົວເຈົ້າ
ເຮົາເປັນຍິງລາວນີ້                      ປະເພນີຕ້ອງມາກ່ອນ
ບໍ່ແມ່ນຄິດຢາກເສບຊ້ອນ            ກັບໃຜແລ້ວກໍ່ປ່ອຍຕົວ

ສັງຄົມຈະວ່າເຈົ້າລົ້ວ                  ບໍ່ກົວບໍ່ຄົນຈາ
ພວກເຂົາຈະນິນທານາງ ໃຫ້ເສື່ອມເສຍສັກສີເຈົ້າ
ພວກເຂົາຈະປະນາມເວົ້າ            ນາງເປັນຄົນໃຈງ່າຍ
ປ່ອຍໃຫ້ຊາຍມານັ່ງໃກ້               ຈັບບາຍພ້ອມຍິ່ງບໍ່ຄວນ

" ເຈົ້າຢ່າກວນຕົວຂ້ອຍ               ຮູ້ບໍ່ ບໍ່ງາມຕາ
ນີ້ແມ່ນສາທາລະນະ                   ຜູ້ຄົນຫຼາຍລົ້ນ
ຢ່າໄດ້ເປັນຄົນໃບ້                       ຄະຕິທຳຊິສິ້ນຄ່າ
ຄົນທັງຫຼາຍຈະວ່າຂ້ອຍ              ເປັນຍິງລົ້ວຊົ່ວໃຈ

ມານັ່ງແນມຢູ່ໄດ້                         ກໍ່ຂ້ອຍວ່າຄວາມຈິງ
ຕົວຂ້ອຍເປັນຄົນຍິງ                    ຍ່ອມເສື່ອມເສຍກັບຄວາມເວົ້າ
ເທື່ອໜ້າ ຢ່າມືໄວອີກເດີເຈົ້າ        ທຳຫຍັງໃຫ້ຄິດແນ່
ບໍ່ແມ່ນເຫັນແກ່ໄດ້                      ກຳໄລແລ້ວກໍ່ຊື່ນໃຈ "

" ຂ້ອຍຂໍໂທດກໍ່ໄດ້                     ຍອມຮັບຄຳຕັດສິນ
ຕົວຂ້ອຍຍິນດີດອມ                     ໂທດທີ່ນາງວາງໃຫ້
ແລ້ວອະໄພໃຫ້ເຮົາດ້ວຍ             ການກະທຳທີ່ພົ້ນຜ່ານ "
" ຄົນ ອີ່ ຫຍັງ ສ່າງ ໜ້າ ດ້ານ       ມືເຈົ້າເບິ່ງແນ່ແມ "

ສາຍຕານາງແລນິ້ງ                     ແນມເບິ່ງມືເຂົາ
ບົວສະບາ ເອົາມືຄືນ                   ຍິ້ມໃຫ້ນາງນິດໜ້ອຍ
ເຂົາປ່ອຍສາຍຕານິ້ງ                   ແນມເຂົາຄັ້ງໃຫຍ່
ສຸມາລີ ອົດບໍ່ໄດ້              ເອົາມືຍູ້ບ່າເຂົາ

ທິບພະວົງ ຄ່ອຍເວົ້າ                   " ເຮົາກັບເທາະ ສຸມາລີ
ຕອນນີ້ມັນຈະເຖິງ                      ທ່ຽງຄືນແລ້ວໃດນີ້ "
ສຸມາລີ ມີຮອຍຍິ້ມ                       ແນມເຂົາແລ້ວເວົ້າຕໍ່
" ເຈົ້າຈະກັບບໍ່ນີ້                         ຊຸມຂ້ອຍຊິເມືອ ແລ້ວໃດ. "

ມາລາໃຈ ຢາດເຫື່ອຍ້ອຍ            ໄຫຼຜ່ານຫາງຕາ
ວັນນີ້ນາງຕັ້ງໃຈມາ                     ເພື່ອຊົມການຟ້ອນ
ເຊິ່ງແມ່ນງານໃນຕອນເຊົ້າ          ຂອງວັນແຂ່ງເຮືອຊ່ວງ
ບາງປີ ແຂ່ງເຮືອພວງເຮືອກາບພ້ອມ ໃນຕອນເຊົ້າເຊັ່ນກັນ

ຂະບວນເລີ່ມຕົ້ນນັ້ນ                   ເຂດໜຶ່ງ ໄຊຍະພູມ
ເປັນຈຸ້ມວົງຕີກອງ                       ລະນາດຊໍແຄນຄ້ອງ
ມີກອງຫາງກອງເຊີ້ງ                   ມະໂຫລີປີ່ຂຸ່ຍ
ມີສາວຈ່ອຍບ່າວຕຸ້ຍ                   ມາຟ້ອນແອ່ນກັນ

ຂະບວນສອງນັ້ນຟ້ອນ                ຊື່ວ່າຄອນສະຫວັນ
ຈັງຫວະລຳສຸກສັນ                     ແຫ່ງແຂວງສະຫວັນນີ້
ສະແດງສີສັນຟ້ອນ                     ສິລະປະໜ້າເບິ່ງ
ມີທັງລຳຟ້ອນເຊີ້ງ                       ຜະຫຍາເວົ້າໃສ່ກັນ

ຄອນສະຫວັນນີ້ຟ້ອນ                  ຈາກເຂດສີ່ໂພນສະຫວັນ
ຈາກນັ້ນຟ້ອນລຳຕັ່ງຫວາຍ         ເຂດສາມສະແດງໃຫ້
ໄຊຍະມຸງຄຸນໄດ້                         ສະແດງການຟ້ອນແອ່ນ
ຍົກແຂນຂວາແລະຊ້າຍ              ສະຫຼັບຟ້ອນອ່ອນໄຫວ

ລຳບ້ານຊອກກໍ່ໄດ້                      ຟ້ອນຕໍ່ຕາມມາ
ມັດທະຍົມສຸນັນທາ                     ເຂດສອງສະແດງຟ້ອນ
ຟັງຍິນກອນລຳຂຶ້ນ                     ສາວໂນລາສ່າງລຳມ່ວນ
ຊວນຜູ້ຊົມຢູ່ໃກ້                          ໃຫ້ມາຟ້ອນອ່ອນແຂນ

ຂະບວນຫ້າແມ່ນຟ້ອນ                ມືອ່ອນໆລຳຜູ້ໄທ
ໃສ່ຊຸດດຳປະສົມໃໝ                   ຜ້າແພຄຽນຫົວພ້ອມ
ມັດທະຍົມຈອມແກ້ວ                  ລີລາຍ້າຍຍ່າງ
ວາງບາດແຂນແອ່ນຟ້ອນ            ສະອອນໂອ້ເມື່ອເຫັນ

ຫຼັງຈາກຕາເວັນຄ້າຍ                  ຍາມບ່າຍມາເຖິງ
ກໍ່ເບິ່ງການພາຍເຮືອ                   ຊ່ວງຊີງໄຊກ້າ
ຜາບແພ້ມາໃຫ້ມັນໄດ້                 ມີໄຊອັນດັບໜຶ່ງ
ສຽງບາດກອງດັງຕຶ້ງໆ                ສຽງເຊຍຮ້ອງຄັບຝັ່ງຂອງ

ພໍເມື່ອແສງແດດຕ້ອງ                  ສາຍສ່ອງເປັນເງົາ
ເໝືອນມີຄຳເນົາໃນ                    ພື້ນນະທີສາຍນ້ຳ
ເປັນສີຄຳຍາມແລງຄ້າຍ ສຸລິຍາໃກ້ລັບລ່ວງ
ການຊ່ວງເຮືອກໍ່ຮຽບຮ້ອຍ           ກັບຄືນບ້ານຖິ່ນສະຖານ

ລະດູການກໍ່ຜ່ານພົ້ນ                   ຄັ້ງໜຶ່ງກາຍມາ
ອອກພັນສາປະວໍລະນາ               ໄດ້ສິ້ນສຸດລົງແລ້ວ
ຍັງແຕ່ດວງໃຈແກ້ວ                    ຊາວສະຫວັນຜູ້ຜຸດຜ່ອງ
ຮ່ວມປອງດອງສືບສ້າງ               ສະຫວັນກວ້າງໃຫ້ຮຸ່ງເຮືອງ ຊອບແລ້ວ.

ອ່ານຕໍ່ຕອນຕໍ່ໄປ

Delicious Digg Fark Twitter