ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2014 | ມີ 7 ຄຳເຫັນ ແລະ 0 trackback(s)

ຊື່ທົ່ວໄປ : ແຄຂາວ

ຊື່ວິທະຍາສາດ : Sesbania grandifora (L.) Poir.

ສັງກັດສະກຸນພືດ :FABACEAE

ສ່ນໃຊ້, ດອກບານ 

ຄຸນປະໂຫຍດ:ປົວໄຂ້ຫວັດ , ຕັນດັງ , ອັກເສບອາມີດານ

ວິທີໃຊ້ : ຕຳດອກມຸ່ນປະສົມນໍ້າຢອດດັງ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2014 | ມີ 2 ຄຳເຫັນ ແລະ 0 trackback(s)

ຊື່ທົ່ວໄປ: ປະຊາຊົນລາວກໍ່ເອີ້ນວ່າ: ຫົວພຸກ ຫຼື ຫົວກະພຸກ

ຊື່ວິທະຍາສາດ: Alocasia macrorrhiza (L.) Schott.

ສັງກັດສະກຸນພືດ : ບອນ ARACEAE

   ການນຳໃຊ້ຫົວກະພຸກປົວໄຂ້ຍຸງ ບໍ່ມີຄວາມຫຍຸ້ງຍາກຫຼາຍ,ຖ້າເຫັນຄົນປ່ວຍມີອາການໄຂ້ຍຸງ(ໄຂ້ມາລາເລຍ)ໃຫ້ທ່ານໃຊ້ຕຳລາຢາດັ່ງລຸ່ມນີ້ ເພື່ອທົດສອບເບິ່ງວ່າ ຄົນເຈັບເປັນໄຂ້ມາລາເລຍແທ້ຫຼືບໍ່.

-ຫົວກະພຸກ  3 ຝານ

-ຢາຫົວ       3 ຝານ

-ອ້ອຍດຳ      3 ທ່ອນ ຫຼື ໃບອ້ອຍດຳ 3 ໃບ

-ເຂົ້າຈ້າວເປືອກ 7 ເມັດ

ຖ້າທ່ານບໍ່ແນ່ໃຈວ່າ ຄົນປ່ວຍຕິດເຊື້ອໄຂ້ຍຸງ ຫຼື ບໍ່ກໍອາດຈະຕົ້ມຢາໃຫ້ກິນລອງເບີ່ງກໍ່ຈະເປັນການດີ.ຜົນຊີ້ບອກວ່າຖ້າດື່ມຢາແລ້ວຄົນປ່ວຍມີອາການຄັນຄໍ ກໍ່ໝາຍຄວາມວ່າຄົນປ່ວຍບໍ່ມີເຊື້ອໄຂ້ຍຸງ ກົງກັນຂ້າມ ຖ້າດື່ມຢາແລ້ວຄົນປ່ວຍບໍ່ມີອາການຄັນຄໍ ກໍ່ໝາຍຄວາມວ່າ ຄົນປ່ວຍມີເຊື້ອໄຂ້ຍຸງ ກໍ່ລະນີນີ້ຄົນປ່ວຍຕ້ອງໃຊ້ຢາຕາມທີ່ແນະນຳ ແລະ ຈະຕ້ອງເຊົ່າດື່ມຢາຈົນກ່ວາຕົນເອງຮູ້ສືກຄັນຄໍ ເວລາດື່ມຢາ.

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2014 | ມີ 4 ຄຳເຫັນ ແລະ 0 trackback(s)

ໃຊນ້ຳສະອາດ ໂດຍສະເພາະ ນ້ຳດື່ມ ນ້ຳໃຊ້ ແລະ ນ້ຳທີ່ນຳມາປຸງແຕ່ງອາຫານຈາກແຫຼ່ງນ້ຳທີ່ສະອາດ ເຊັ່ນ: ນ້ຳບາດານ ນ້ຳສ້າງ ຫຼື ນ້ຳລິນ

  • ວິທີ່ການເຮັດໃຫ້ນ້ຳສະອາດ ແບບງ່າຍໆໂດຍທົ່ວໄປ ເຊັ່ນ:
  1. ຕົ້ມນ້ຳ:ຕົ້ມໃຫ້ຟົດ ປະມານ 15 ນາທີ ນ້ຳຕົ້ມສຳລັບດື່ມຄວນໃຊ້ດື່ມໃຫ້ໝົດໃນແຕ່ລະມື້.
  2. ໃຊ້ວິທີ່ກັ່ນຕ້ອງໃຫ້ນ້ຳສະອາດ.              smileysmiley
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2014 | ມີ 4 ຄຳເຫັນ ແລະ 0 trackback(s)

ລ້າງມືໃສ່ສະບູທຸກຄັ້ງ ແລະ ລ້າງດ້ວຍນ້ຳທີ່ສະອາດ ມືຂອງທ່ານຈຶ່ງຈະບໍ່ມີເຊື້ອພະຍາດ ແລະ ປົກປ້ອງເຊື້ອພະຍາດຈາກການເຈັບປ່ວຍ

ເວລາທີ່ຄວນລ້າງມືໃຫ້ສະອາດ:

  • ກ່ອນlaugh
  • ກ່ອນ ແລະ ຫຼັງ ຈະກິນອາຫານ
  • ກ່ອນ ແລະ ຫຼັງຈະປອນເຂົ້າລູກ ຫຼື ໃຫ້ອາຫານເດັກ
  • ຫຼັງlaugh
  • ຫຼັງຈາກໃຊ້ວິດຖ່າຍ ຫຼື ລ້າງກົ້ນເດັກ
  • ຫຼັງຈາກສຳພັດກັບຄົນປ່ວຍ ຫຼື ຄົນຖອກທ້ອງ
  • ຫຼັງຈາກສຳພັດກັບສັດຕ່າງໆ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2014 | ມີ 7 ຄຳເຫັນ ແລະ 0 trackback(s)

laughເພື່ອປ້ອງກບໍ່ໃຫ້ຄົນໃນຄອບຄົວມີເຈັບປ່ວຍ,ການປຸງແຕ່ງອາຫານ ແລະ ການເກັບຮັກສາອາຫານ ຕ້ອງບໍ່ໃຫ້ພະຍາດມາຕິດໃສ່ໄດ້laugh

  1.  ປຸງແຕ່ງອາຫານໃນສະພາບແວດລ້ອມທີ່ສະອາດ:
  • ລ້າງເຄື່ອງໃຊ້ໃນການປຸງແຕ່ງອາຫານ ແລະ ຖ້ວຍຈານຕ່າງໆ ດ້ວຍນ້ຳທີ່ສະອາດ.
  • ໃຊ້ຝາງວມອາຫານໄວ້ ເພື່ອບໍ່ໃຫ້ແມງວັນ ຫຼື ແມງໄມ້ອື່ນໆ ມາຕອມ ເພາະຈະນຳເຂື້ອພະຍາດມາໃສ.
  1. 2 ຕ້ອງແຍກອາຫານດິບທີ່ບໍ່ທັນປຸງແຕ່ງ ກັບອາຫານສຸກທີ່ປຸງແຕ່ງແລ້ວໄວ້ຕ່າງຫາກ:
  • ອາຫານດິບທີ່ຍັງບໍ່ທັນໄດ້ປຸງແຕ່ງ ອາດມີບາງເຊື້ອພະຍາດຕິດຢູ່ ສະນັ້ນ, ຄວນແຍກໄວ້ຕ່າງຫາກ ແລະ ໄກຈາກອາຫານທີ່ເຮົາປຸງແຕ່ງສະອາດ ແລະ ສຸກດີແລ້ວ.
  1. 3 ສະພາບອາກາດແລະອຸ່ນຫະພູມຕໍ່ອາຫານ:
  • ອາຫານທີ່ປຸງແຕ່ງສຸກດີແລ້ວ ຄວນຮັບປະທານໃຫ້ໝົດພາຍໃນ 2-3 ຊົ່ວໂມງຍິ່ງເປັນການດີ.
  • ສິ່ງທີ່ຄວນຈື່:
  • ປຸງແຕ່ງອາຫານໃຫ້ສຸກດີ.
  • ປົກປິດອາຫານຢູ່ສະເໝີ ເພື່ອບໍ່ໃຫ້ມີແມງວັນ ຫຼື ແມງໄມ້ຕ່າງໆມາຕອມອາຫານໄດ້.                                                                           smileylaugh
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 18, 2014 | ມີ 4 ຄຳເຫັນ ແລະ 0 trackback(s)

laugh   ສະພາບແວດລ້ອມສະອາດ ເຮືອນຊານສະອາດ ຊ່ວຍປ້ອງກັນພະຍາດ ແລະ ບໍ່ເຮັດໃຫ້ເຈັບປ່ວຍ. laugh

  • ສີ່ງທີ່ຄວນປະຕິບັດ:
  1. ກຳຈັດອາຈົມ ໂດຍການໃຊ້ວິດຖ່າຍ ຫຼື ຂຸດຂຸມຝັງ:
  2. ສອນໃຫ້ເດັກນ້ອຍຮູ້ຈັກນຳໃຊ້ວິດຖ່າຍ ແລະ ອາຈົມຂອງເດັກອ່ອນ ກໍ່ຄວນຈະເອົາໄປຖອກໃສ່ວິດຖ້າບໍ່ມີວິດຄວນຈະຂຸດຂຸມຝັງໃຫ້ເລິກແດ່.
  3. ການໄປຖ່າຍນອກບ້ານ ຄວນຈະໄກເຮືອນ,ບ່ອນພັກພາອາໃສ,ແຫຼ່ງນ້ຳ ແລະ ບ່ອນທີ່ເດັກໄປຫຼີ້ນ.
  4. ລ້ຽງສັດ ໃຫ້ຫ່າງຈາກເຮືອນ,ບ່ອນພັກພາອາໃສ,ແຫຼ່ງນ້ຳ ແລະ ບ່ອນທີ່ເດັກໄປຫຼີ້ນ.
  5. ຂີ້ເຫຍື້ອ ກໍ່ຄວນຈະເກັບຖີ້ມໃຫ້ດີ ຄວນຈະເຜົາ ຫຼື ຝັງດິນໃຫ້ເລິກ ບໍ່ໃຫ້ແມງວັນສາມາດໄປຕອມໄດ້.
  6. ຄວນມີສຸຂະອະອາໄມ ແລະ ໂພຊະນາການທີ່ດີ ແລະ ສະອາດ ຢູ່ສະເໝີ ເພື່ອສຸຂະພາບທີ່ແຂງແຮງ.
  7. ການປະຕິບັດສຸຂະອະນະໄມທີ່ດີເປັນປະຈຳ,ໃຊ້ນ້ຳທີ່ສະອາດ,ໃຊ້ວິດຖ່າຍທີ່ຖືກຕ້ອງ ຈະປົກປັກຮັກສາທັງຄອບຄົວ ແລະ ຊຸມຊົນ ໃຫ້ຫ່າງຈາກພະຍາດ ແລະ ບໍ່ເຈັບປ່ວຍ.
ຂຽນເມື່ອ ຂຽນເມື່ອ: ກ.ລ.. 15, 2014 | ມີ 7 ຄຳເຫັນ ແລະ 0 trackback(s)

ເລີ່ມປ້ອນອາຫານເສີມເມື່ອເດັກອາຍຸໄດ້ 6 ເດືອນຄວບຄູ່ກັບກິນນໍ້ານົມແມ່ຈົນຮອດ 2 ປີ ຫຼື ຫຼາຍກວ່ານັ້ນຈະເຮັດໃຫ້ລູກຂອງທ່ານຈະເຈີນເຕີບໂຕຢ່າງສົມບູນແລະແຂງແຮງ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 15, 2014 | ມີ 7 ຄຳເຫັນ ແລະ 0 trackback(s)

-ເດັກນ້ອຍອາຍຸ 0-6 ເດືອນ ໃຫ້ກິນນໍ້ານົມແມ່ພຽງຢ່າງດຽວ ແລະ ບໍ່ຄວນໃຫ້ກິນອັນອື່ນຕື່ມ,ບໍ່ໃຫ້ກິນນໍ້າ,ບໍ່ໃຫ້ນົມຝຸ່ນ,ບໍ່ໃຫ້ເຂົ້າ ຫຼື ສີ່ງອື່ນໆ.

-ນໍ້ານົມແມ່ມີສານອາຫານ ແລະ ນໍ້າ ຄົບຖ້ວນພຽງພໍ ສຳລັບ ເດັກເກີດໃໝ່ຈົນຮອດອາຍຸ 6 ເດືອນ.

-ເດັກກິນນໍ້ານົມແມ່ພຽງຢ່າງດຽວ ແຕ່ມື້ເກີດຈົນຮອດ 6 ເດືອນ ຈະເຮັດໃຫ້ເດັກເຕີບໃຫຍ່ຂະຫຍາຍຕົວດີ,ແຂງແຮງ ແລະ ປົກປ້ອງເດັກຈາກພະຍາດຕ່າງໆ.

-ການໃຫ້ກິນນົມແມ່ແມ່ນພູມຕ້ານທານທຳອິດສຳລັບເດັກຊື່ງຊ່ວຍໃນການປົກປ້ອງເດັກຈາກພະຍາດ ຖອກທ້ອງ,ພະຍາດຊຶມເຊື້ອ ແລະ ບັນຫາອື່ນໆ ຕໍ່ສຸຂະພາບຂອງເດັກ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 3, 2014 | ມີ 7 ຄຳເຫັນ ແລະ 0 trackback(s)

ສະບາຍດີ ອາກ່ອນອື່ນໝົດເຮົາກໍ່ຈະມາເວົ້າກ່ຽວກັບການດ້ານພະຍາດເລືອດຈາງໃນກຸ່ມເດັກ 6 ເດືອນ-2 ປີໃນ ສປປລ ເຮົາໃນທຸກມື້ນີ້ພັກລັດເຮົາເພີ່ນກໍ່ໄດ້ເລັ່ງເອົາໃຈໃສເບິ່ງແຍ້ງເດັກໃນເກນອາຍຸນີ້ໂດຍການຊ່ວຍເຫຼືອລ້າ.

ກໍ່ຄື:ຈ່າຍຝຸ່ນວິຕາມິນເກືອແຮ່ຟີແລະຝຸ່ນວິຕາມິນເກືອແຮ່ນັ້ນກໍ່ແມ່ນອາເສີມ.

ອະຂໍເລົ່າເທົ່ານີ້ກ່ອນເນາະມື້ໜ້າຈະມາເລົ່າຕໍ່...