ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 18, 2014 | ມີ 4 ຄຳເຫັນ ແລະ 0 trackback(s)

laugh   ສະພາບແວດລ້ອມສະອາດ ເຮືອນຊານສະອາດ ຊ່ວຍປ້ອງກັນພະຍາດ ແລະ ບໍ່ເຮັດໃຫ້ເຈັບປ່ວຍ. laugh

  • ສີ່ງທີ່ຄວນປະຕິບັດ:
  1. ກຳຈັດອາຈົມ ໂດຍການໃຊ້ວິດຖ່າຍ ຫຼື ຂຸດຂຸມຝັງ:
  2. ສອນໃຫ້ເດັກນ້ອຍຮູ້ຈັກນຳໃຊ້ວິດຖ່າຍ ແລະ ອາຈົມຂອງເດັກອ່ອນ ກໍ່ຄວນຈະເອົາໄປຖອກໃສ່ວິດຖ້າບໍ່ມີວິດຄວນຈະຂຸດຂຸມຝັງໃຫ້ເລິກແດ່.
  3. ການໄປຖ່າຍນອກບ້ານ ຄວນຈະໄກເຮືອນ,ບ່ອນພັກພາອາໃສ,ແຫຼ່ງນ້ຳ ແລະ ບ່ອນທີ່ເດັກໄປຫຼີ້ນ.
  4. ລ້ຽງສັດ ໃຫ້ຫ່າງຈາກເຮືອນ,ບ່ອນພັກພາອາໃສ,ແຫຼ່ງນ້ຳ ແລະ ບ່ອນທີ່ເດັກໄປຫຼີ້ນ.
  5. ຂີ້ເຫຍື້ອ ກໍ່ຄວນຈະເກັບຖີ້ມໃຫ້ດີ ຄວນຈະເຜົາ ຫຼື ຝັງດິນໃຫ້ເລິກ ບໍ່ໃຫ້ແມງວັນສາມາດໄປຕອມໄດ້.
  6. ຄວນມີສຸຂະອະອາໄມ ແລະ ໂພຊະນາການທີ່ດີ ແລະ ສະອາດ ຢູ່ສະເໝີ ເພື່ອສຸຂະພາບທີ່ແຂງແຮງ.
  7. ການປະຕິບັດສຸຂະອະນະໄມທີ່ດີເປັນປະຈຳ,ໃຊ້ນ້ຳທີ່ສະອາດ,ໃຊ້ວິດຖ່າຍທີ່ຖືກຕ້ອງ ຈະປົກປັກຮັກສາທັງຄອບຄົວ ແລະ ຊຸມຊົນ ໃຫ້ຫ່າງຈາກພະຍາດ ແລະ ບໍ່ເຈັບປ່ວຍ.
Delicious Digg Fark Twitter