ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 15, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ຢູ່ຊົນນະບົດແຫ່ງນື່ງ ມີສອງພໍ່ລູກນັ່ງຈັກຕອກຢູ່ກ້ອງຕະລ່າງເຮືອນ,ແລ້ວພໍ່ກະໄດ້ເວົ້າກັບລູກຊາຍວ່າ

ພໍ່: ລູກເອີຍ!ເລື່ອງໜັງສື ໜັງຫາ ລູກຕ້ອງຕັ້ງໃຈຮຽນໄດ໋. ສະໄໝອີ່ພໍ່ນີ໋ ໂຮງຮຽນ ກະບໍ່ມີພໍ່ກະຍັງຊອກຮູ້ຮ່ຳຮຽນຈົນໄດ້ສອງພາສາ ຝຼັ່ງ,ອັງກິດ ພຸ້ນໄດ໋.

ລູກຊາຍກະເລີຍຄິດຢາກທົດສອບພໍ່

ບັງເອີນມີລົດ ກະບະ TOYOTA ຂອງໂຄງການທີ່ໄປເຮັດວຽກຢູ່ຊົນນະບົດ ຄັນນື່ງແລ່ນກາຍມາ,ລູກຊາຍກໍ່ເລີຍຖາມພໍ່ວ່າ
ລູກຊາຍ: ພໍ່ໆ ລົດອັນນີ້ແມ່ນລົດຫຍັງ?
ພໍ່ກະຕອບລູກດ້ວຍຄວາມໝັ້ນໃຈ ແລ້ວກະເວົ້າອອກໄປວ່າ.........

ພໍ່: ຊຳຫັ້ນລູກກະອ່ານບໍ່ໄດ້ວ່າ! ນັ້ນມັນກະແມ່ນລົດ: ເຕ່.ໂອ.ງ່າມກະທຸນ.ສູນ.ເຕ່.ອາ(TOYOTA ອ່ານເປັນ ພາສາຝຼັ່ງເດີ ມັນຈື່ງມ່ວນ) ລະບໍ......

 

 

Delicious Digg Fark Twitter