ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ແປກບໍ່...ຄົນທີທ່ານບອກວ່າວ່າແຕ່ກັບປ່ອຍໃຫ້ເພີ່ນຢູ່ຄົນດຽວ

ແປກບໍ່...ທີເຮົາມີເວລາແຊັດກັບຄົນອື່ນ ແຕ່ເຮົາກັບບອກວ່າບໍ່ມີເວລາໂທຫາພໍ່ແມ່

ແປກບໍ່...ວັນທີເຮົາເກີດເປັນມື້ທີພໍ່ແມ່ດີໃຈ ແຕ່ເຮົາກັບໄປກີນເຂົ້າກັບຄົນອືນ

ແປກບໍ່...ທີທ່ານໄປລ້ຽງເຂົ້າຄົນອືນຕອນທ່ານຈົບປະລີນຍາ ແຕ່ທ່ານກັບບໍ່ໄດ້ໄປລ້ຽງຄົນທີສ່ົງທ່ານມາຮຽນຈົນຈົບປະລີນຍາ

ແປກບໍ່..ທີເຮົາຮັກເພືອນທີເຄີຍລ້ຽງເຂົ້າເຮົາພຽງຄັ້ງດຽວ ແຕ່ເຮົາກັບບໍ່ເຄີຍສົ່ງເງີນໃຫ້ກັບຄົນທີລ້ຽງເຮົາມາ25ປີ

ແປກບໍ່..ທີເຮົາຮັກໃຜບາງຄົນ ຄົນທີບໍ່ກ້າແມ້ແຕ່ຊີຊັກກາງເກງໃນຂອງເຮົາ ແຕ່ເຮົາກັບເບື່ອສຽງເຕືອນຂອງຄົນ ທີລ້າງກົ້ນໃຫ້ເຮົາໄດ້

ແປກບໍ່..ທີເພືອນໂທມາຊວນເຮົາເວລາໃດເຮົາກະອອກໄປ ແຕ່ພໍ່ແມ່ຊີມາຫາເຮົາກັບບອກວ່າບໍ່ວ່າງ

ແປກບໍ່..ທີເຮົາເຮັດຫລາຍໆຢ່າງເພືອໃຜບາງຄົນ ແຕ່ເຮົາບໍ່ເຄີຍເຮັດສີ່ງທີພໍ່ແມ່ແອບດີໃຈ

ແປກບໍ່..ທີເຮົາຕ້ອງເວົ້າມ່ວນໆເພືອໃຫ້ເຂົາຍອມຮັບ ແຕ່ເຮົາບໍ່ໄດ້ເວົ້າມ່ວນກັບພໍ່ແມ່ຕົນເອງ

ແປກບໍ່..ທີເຮົາຍັງຖ້າທີຈະທຳບຸນກັບທ່ານ ໃນວັນທີທ່ານບໍ່ຢູ່

^_^

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]>Normal07.8 pt02falsefalsefalseEN-USZH-CNLAOMicrosoftInternetExplorer4<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin:0cm;mso-para-margin-bottom:.0001pt;mso-pagination:widow-orphan;font-size:10.5pt;mso-bidi-font-size:11.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:DokChampa;mso-bidi-theme-font:minor-bidi;mso-font-kerning:1.0pt;}<![endif]-->

ຫາກເຮົາໄດ້ພົບກັບຄວາມພ່າຍແພ້

ບໍ່ໄດ້ໝາຍຄວາມວ່າຊີວີດເຮົາພ່າຍແພ້

ພຽງແຕ່ເຮົາຍັງເຮັດມັນບໍ່ສຳເລັດ

ເມືອເຮົາພ່າຍແພ້

ຢ່າງນ້ອຍ...ເຮົາກະໄດ້ຮຽນຮູ້ບາງຢ່າງຈາກສີ່ງທີເຮົາເຮັດ

ເມືອເຮົາພ່າຍແພ້ບໍ່ໄດ້ໜາຍຄວາມວ່າເຮົາໂງ່

ແຕ່ເຮົາໝັ່ນໃຈແລະເຕັມໃຈທີຈະລອງຕ່າງຫາກ

ຄວາມພ່າຍແພ້ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງຕ່ຳ

ມັນພຽງບອກເຮົາວ່າເຮົາບໍ່ສົມບູນແບບ(ກະຄືກັບຄົນທົ່ວໄປ)

ຄວາມພ່າຍແພ້ບໍ່ໄດ້ເຮັດໃຫ້ເຮົາເສຍເວລາໄປລ້າງໆ

ແຕ່ເປັນເຫດຜົນທີດີໃນການເລີ່ມຕົ້ນສີ່ງໃໝ່ໆ

ຄວາມພ່າຍແພ້ບໍ່ໄດ້ບອກໃຫ້ເຮົາຍອມແພ້

ມັນບອກເຮົາໃຫ້ພະຍາຍາມຫລາຍຂື້ນ

ຄວາມພ່າຍແພ້ບໍ່ໄດ້ໝາຍຄວາມວ່າເຮົາບໍ່ມີທາງເຮັດໄດ້

ມັນພຽງບອກວ່າຕ້ອງໃຊ້ເວລາແດ່

                                                         ຈາກ http://www.tamdee.net

ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ມີເລື່ອງເລົ່າວ່າ....ມີພະອົງໜື່ງ.....ມັກເຮັດສີ່ງແປກໆໆ
ມີມື້1ພະອົງນີ້ກະເອີ້ນເດັກວ່າມາ.....ແລ້ວບອກໃຫ້ເອົາຕອນຊີ້ນກັບເຊືອກມານຳ...

ແລ້ວເພີ່ນກະເອົາຕອນຊີ້ນມັດກັບຫລັງໝາ....ມັດແລ້ວກະປ່ອຍໝາ

ເມືອໝາເຫັນຕອນຊີ້ນບອ່ນຫລັງກະໄລ່ງັບ....ແຕ່ພໍຫົວໂດດງັບໂຕມັນກະໝູນໜີ....ເພາະໝາກັດຫລັງຕົນເອງບໍ່ເຖີ່ງ

ຍີ່ງໂດດງັບ ຕ່ອນຊີ້ນກະຍີ່ງໜີ

ຍີ່ງໂດດໄວ...ຕອນຊີ້ນກະຍີ່ງໜີໄວ

ໂດດບໍ່ຢຸດ......ຕ່ອນຊີ້ນກະໜີບໍ່ຢຸດ....ນ້າສົງສານຫລາຍ

ໝາໄລ່ງັບຢູ່ດົນເຕີບ...ຕ່ອນຊີ້ນກະບໍ່ເຂົ້າປາກຈັກເທືອ

ຜູ້ຄົນບ່ອນສາລາກະພາກັນຫົວຂັວນ

ແຖມຍັງເວົ້າວ່າມັນຄື່ໂງ່ແທ້

ໄລ່ງັບກີນຕອ່ນຊີ້ນທີ່ຕົນເອງບໍ່ມີທາງໄລ່ທັນຕະຫລອດຊີວີດ

ຫລັງກະນັ້ນພະອົງນັ້ນກະແກ້ເຊືອກ ແລ້ວຫັນມາເວົ້າກັບຍາດໂຍມວ່າ:

ມະນຸດເຮົາ...ມີຄວາມຮູ້ສືກວ່າ...ຕົນເອງຍັງບໍ່ເຕັມ...ຕອ້ງໄດ້ຕື່ມຕະຫລອດເວລາ

ຕື່ມບໍ່ຢຸດ...ຕື່ມເພື່ອໃຫ້ຕົນເອງເຕັມ

ເຮົາຢາກງາມ..ຢາກທັນສະໄໝ...ກະໄປຊອກຊື້ເສື້ອຜ້າທີງາມ..ທີທັນສະໄໝໃສ່

ດີໃຈເດື່ອນດຽວ...ມີລຸ້ນໃໝ່ອອກອີກແລ້ວ...ງາມກ່ວາທັນສະໄໝກ່ວາ...

ຢາກໄດ້ໂທລະສັບມືຖືລຸ້ນໃໝ່....ຊື້ໄດ້2ເືອນ...ລຸ້ນໃໝ່ອອກອີກແລ້ວ

  ........................................

ເຮົາຕ້ອງກົ້ມໜ້າກົ້ມຕາ...ເຮັດວຽກທັ້ງວັນທັ້ງຄືນ...ຫາເງີນມາເພື່ອໃຫ້ຕົນເອງທັນສະໄໝ

ຊື້ເສື້ອໃໝ່...ມື່ຖືໃໝ່...ລົດໃໝ່

ເມື່ອຍສຸດທີ່ເມື່ອຍເພື່ອເຮັດໃຫ້ຕົນເອງບໍ່ຕົກລຸ້ນ

ປັດຈຸບັນເຮົາກຳລັງໄລ່ງັບຄວາມທັນສະໄໝ...ຄື່ກັບໝາທີ່ໄລ່ງັບຕ່ອນຊີ້ນບ່ອນຫລັງຂອງມັນ

ທັ້ງທີ່ຮູ້ວ່າໄລ່ງັບທັ້ງຊີວີດ...ກໍ່ບໍ່ມີທາງໄລ່ທັນ...ນ້າສົງສານບໍ່ໂຍມ

ຄົນເຕັມສາລາ....ຫວ່າງກີ້ຫົວຂວັນ....ວ່າໝາມັນໂງ່

ດຽວນີ້ມີດຫງຽບ...ຄື່ກັບບໍ່ມີຄົນຢູ່

ບໍ່ຮູ້ວ່າ...ກຳລັງສົງສານໝາຫລື...ກຳລັງທົບທວນຄວາມໂງ່ຂອງຕົນເອງ

(ຂອບໃຈຫລາຍໆທີ່ອ່ານ)

 

ຂອບໃຈຂໍ້ຄວາມດີໆໆຈາກ palungjit.com

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 28, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ຊັບສົມບັດທີ່ໄດ້ຈາກການປະກອບອາຊີບຫລືວ່າຈາກການປະກອບກີດຈະການຕ່າງໆ

ຄວນແບ່ງອອກເປັນ4ກອງຄື່:

   ກອງທີ1  ເກັບສະສົມໄວ້ໃຊ້ໃນຍາມຂາດແຄນ
         ກອງທີ2  ໃຊ້ເພື່ອທົດແທນຜູ້ມີພະຄູນ
         ກອງທີ3  ໃຊ້ເພື່ອຄວາມສຸກສວ່ນຕົວ

   ກອງທີ4 ໃຊ້ເພື່ອສ້າງຄວາມດີງາມໃຫ້ແກ່ສັງຄົມ

ຂໍຂອບໃຈຂໍ້ຄວາມດີໆຈາກ www.pantown.com

 

 

 

 

 

 


ຂຽນເມື່ອ ຂຽນເມື່ອ: ມ.ສ.. 25, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ສ່ວນປະກອບຂອງເຫຼົ້າລວມມີ5ຢ່າງດວ້ຍກັນຄື່:

1. ເລື່ອດເສືອ...ດື່ມເຂົ້າໄປແລ້ວຈະເປັນຄົນທີຮ້າຍກາດ...ມື່ງຫາມ******ໄປຕີກັບມັນແດ່ດຸ.....(ເກັ່ງອີຫລີ)

2. ເລື່ອດງູ...ດື່ມແລ້ວຍ່າງບໍ່ທ່ຽງ...ຄົດໄປຄົດມາ...

3. ເລື່ອດນົກ...ດື່ມແລ້ວລົມໄດ້ທັ້ງເວັນທັ້ງຄື່ນ...ບໍ່ຮູ້ເອົາເລື່ອງຫຍັງມາເວົ້າ...

4. ເລື່ອດໝູ..ດື່ມແລ້ວນອນບ່ອນໃດກະໄດ້...ໝາເລ່ຍປາກຍັງບໍ່ຮູ້ສືກເລີຍ...

5. ເລື່ອດໝາ...ດື່ມແລ້ວເຫົາເປັນ...ແຖມລູກເມຍກະຍັງຊີກັດອີກ....

(ຊ້ຳກັບເພື່ອນໆຄົນໃດກະຂໍໂທດນຳເດີ!!!)

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

ມີ ດັ່ງນີ້

ຕ້ອງໝັ່ນຟັງ

ຕ້ອງຄີດຕາມ

ຕ້ອງສອບຖາມເມື່ອສົງໄສ

ຂຽນຈາລືກບັນທືກໄວ້

" ຈື່ດີກວ່າຈົດ ຖ້າຈື່ບໍ່ໝົດ ຈົດດີກວ່າຈື່ "

" ຟັງໃຫ້ໝົດ ຈົດໃຫ້ຫລາຍ ປາກຕ້ອງໄວ ໃຈຕ້ອງຄີດ "

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2009 | ມີ 27 ຄຳເຫັນ ແລະ 0 trackback(s)

ຂໍ້ດີຂອງຄວາມທຸກມີດັ່ງນີ້

1.ເຮັດໃຫ້ເຮົາເຂັ້ມແຂງ

2.ເຮັດໃຫ້ເຮົາຮູ້ຄ່າຂອງຄວາມສຸກ

3.ເຮັດໃຫ້ເຮົາມີຄວາມສາມາດຫລາຍຂື້ນ

4.ເຮັດໃຫ້ເຮົາມີປະສົບການໃນການແກ້ບັນຫາຫລາຍຂື້ນ

5.ເຮັດໃຫ້ເຮົາມີຄວາມອົດທົນຫລາຍຂື້ນ

6.ເຮັດໃຫ້ເຮົາເຫັນໄດ້ວ່າໃຜຄື່ຄົນທີ່ເປັນທີ່ເພີ່ງຍາມຍາກຂອງເຮົາ

7.ເຮັດໃຫ້ເຮົາຮູ້ວ່າມີໃຜແດ່ທີ່ຫ່ວງເຮົາ

8.ເຮັດໃຫ້ເຮົາຮູ້ວ່າມີໃຜແດ່ທີ່ເປັນມີດແທ້ຂອງເຮົາ

9.ເຮັດໃຫ້ເຮົາຮູ້ວ່າມີຄົນທີ່ຮັກເຮົາແທ້ບໍ່

10.ເຮັດໃຫ້ເຮົາຄົ້ນຫາຂໍ້ດີຂອງຄວາມທຸກ

11.ເຮັດໃຫ້ເຮົາມີຄວາມລະມັດລະວັງຫລາຍຂື້ນ

12.ເຮັດໃຫ້ເຮົາມີແຮງບັນດານໃຈໃນຊີວີດ

13.ສ້າງພູມຄຸ້ມກັນໃຫ້ຕົວເອງ

14.ບໍ່ຢ້ານກົວຕໍ່ບັນຫາ

15.ເຫັນຄູນຄ່າຂອງເພື່ອນ

16.ຮູ້ວີທີ່ການໃຊ້ຊີວີດ

ເພື່ອນໆມີຕື່ມກະເພີ່ມໃຫ້ແດ່ເດີ ^_^

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

               (ບໍ່ຮູ້ວ່າມີໝູ່ເພື່ອນເຄີຍເອົາມາລົງຫລື່ບໍ່ຖ້າມີກະຂໍໂທດຂໍອະໄພນຳ)

Normal0falsefalsefalseEN-USZH-CNTHMicrosoftInternetExplorer4/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}

ໂທດຂອງການດື່ມນ້ຳເມົາມີຢູ່ 6 ປະການຄື່ :

1. ເສຍຊັບ ເພາະຕອ້ງຊື້ນ້ຳເມົາມາດື່ມເອງ ແລະ ຕອ້ງລ້ຽງໝູ່ແດ່ ງານການກະບໍ່ໄດ້ເຮັດ.

2. ເຮັດໃຫ້ເກີດການທະເລາະວີວາດ ເພາະດື່ມນ້ຳເມົາແລ້ວຂາດສະຕີ,ບໍ່ສາມາດຄວມຄຸມຕົນເອງໄດ້.

3. ເຮັດໃຫ້ເກີດໂລກຫລາຍຢ່າງ ທັ້ງໂລກຕັບແຂງ,ໂລກກະເພາະ,ໂລກຫົວໃຈ ເປັນຕົ້ນ.

4. ເຮັດໃຫ້ເສຍຊື່ສຽງ ເພາະໄປເຮັດໃນສີ່ງທີ່ບໍ່ດີ.

5. ເຮັດໃຫ້ສະແດງກີລີຍາທີ່ບໍ່ດີຂາດຄວາມລະອາຍ ເພາະເມົາແລ້ວອັນໃດທີ່ບໍ່ກ້າເຮັດກະເຮັດໄດ້.

6. ເຮັດໃຫ້ສະຕີປັນຍາເຊື່ອມຖອຍເພາະເມົາແລ້ວ ພໍເມົາແລ້ວຈະຄີດຍັງບໍ່ອອກ.

ການດື່ມນ້ຳເມົານັ້ນອາດສ້າງຄວາມສຸກໄດ້ແດ່ສຳລັບຄົນທີ່ຕີດ ແຕ່ເປັນຄວາມສຸກຫລອກໆບອ່ນຄວາມທຸກ

ນ້ຳເມົາເຮັດໃຫ້ເຜີດເພີນແຕ່ເປັນຄວາມເຜີດເພີນໃນເລື່ອງເສົ້າ

(ຖ້າມີນອກເໜື່ອຈາກ6ຂໍ້ນີ້ກະເພີ່ມໄດ້ເດີ....)

                       ຂໍຂອບໃຈຂໍ້ຄວາມດີໆຈາກ(ລືມແລ້ວ)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2009 | ມີ 21 ຄຳເຫັນ ແລະ 0 trackback(s)

              (ບໍ່ຮູ້ວ່າມີໝູ່ເພື່ອນເຄີຍເອົາມາລົງຫລື່ບໍ່ຖ້າມີກະຂໍໂທດຂໍອະໄພນຳ)

         Normal0falsefalsefalseEN-USZH-CNTHMicrosoftInternetExplorer4/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin:0cm;mso-para-margin-bottom:.0001pt;mso-pagination:widow-orphan;font-size:10.0pt;font-family:"Alice0 2000","sans-serif";}

 ອາຊີບທີຕ້ອງຫ້າມມີ 5 ຢ່າງຄື່ :

1.      ຄ້າຂາຍອາວຸດ

2.      ຄ້າຂາຍມະນຸດ

3.      ຄ້າຂາຍສັດເພື່ອນຳໄປຂ້າ

4.      ຄ້າຂາຍຂອງເມົາ

5.      ຄ້າຂາຍຢາພີດ

# ຄ້າຂາຍອາວຸດໝາຍເຖີ່ງຂາຍອາວຸດທີ່ນຳໄປໃຊ້ການປະຫັດປະຫານເຊີ່ງກັນແລະກັນ ເລີ່ມຕັ້ງແຕ່ເຄື່ອງຈັບສັດ,ທະນູ,ປືນໄປຈົນເຖີ່ງລະເບີດລົດຖັງ ແລະອາວຸດສົງຄາມທຸກຊະນີດເປັນຕົ້ນ.

# ຂ້າມະນຸດໝາຍເຖີ່ງນຳມະນຸດມາຂາຍໃຫ້ຜູ້ອື່ນເພື່ອເອົາໄປໃຊ້ເປັນປະໂຫຍດຕາມທີ່ຜູ້ຊື້ຕ້ອງການເຊັ່ນ : ນຳໄປເປັນທາດຮັບໃຊ້, ນຳໄປເປັນຍີງໂສເພນີ ເປັນຕົ້ນ

# ຄ້າສັດເພື່ອນຳໄປຂ້າໝາຍເຖີ່ງ ຂາຍສັດທີ່ມີຊີວີດເພື່ອໃຫ້ຄົນອື່ນນຳໄປຂ້າເພື່ອເຮັດອາຫານຫຼືນຳໄປຂ້າເພື່ອປະໂຫຍດອື່ນໆ

# ຄ້ານ້ຳເມົາໝາຍເຖີ່ງ ຂາຍເຫຼົ້າເບຍ,ຢາສູບລວມໄປເຖີ່ງສີ່ງເສບຕີດໃຫ້ໂທດທຸກຊະນີດ

# ຄ້າຢາພີດໝາຍເຖີ່ງຂາຍຢາພີດເຊັ່ນຂາຍຢາຂ້າແມງໄມ້,ຂາຍຢາສານພີດທີ່ມີພີດເບື່ອເມົາເຮັດໃຫ້ຄົນຫຼືສັດທີ່ດົມຫຼືກີນເຂົ້າໄປ ເຖີ່ງຄວາມຕາຍ ລວມໄປເຖີ່ງສານເຄມີທີ່ນຳໄປໃຊ້ທຳລາຍຜູ້ອື່ນທຸກຊະນີດ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

Normal 0 false false false EN-US ZH-CN TH MicrosoftInternetExplorer4 /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin-top:0cm; mso-para-margin-right:0cm; mso-para-margin-bottom:10.0pt; mso-para-margin-left:0cm; line-height:115%; mso-pagination:widow-orphan; font-size:11.0pt; mso-bidi-font-size:14.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;}

ກຳລັງໃຈດີໆໃຫ້ຕົນເອງ

ບໍ່ມີໃຜເກີດມາໄຮ້ຄ່າແມ້ແຕ່ຄົນທີ່ໂງ່ທີສຸດກະຍັງສະຫລາດໃນບາງເລື່ອງ

ແລະຄົນທີ່ສະຫລາດທີ່ສຸດກະຍັງໂງ່ໃນບາງເລື່ອງ

ບໍ່ມີຫຍັງເສຍເວລາຫລາຍກວ່າການຄີດທີ່ຈະຍອ້ນໄປແກ້ໄຂອະດີດ

ບໍ່ເຄີຍຊ້າເກີນໄປທີ່ຈະເຮັດໃນສີ່ງທີ່ຕົນຝັນ

ຄົນທີ່ບໍ່ຫີວກໍ່ຍອ່ມບໍ່ຮູ້ເຖີ່ງລົດຊາດຂອງຄວາມອີ່ມ

ຄວາມສຳເລັດທີ່ຜ່ານຄວາມຫລົ້ມແຫຼວຍອ່ມຫອມຫວານກວ່າເດີມ

ອັນຕະລາຍທີ່ສຸດຂອງຊີວີດຄື່ການຄາດຫວັງຢ່າງຍອມແພ້ ທັ້ງໆທີ່ຍັງບໍ່ໄດ້ພະຍາຍາມຢ່າງເຕັມທີ່

ເຫດຜົນຂອງຄົນຄົນໜື່ງ ອາດຈະບໍ່ແມ່ນເຫດຜົນຂອງຄົນອີກຄົນໜື່ງ

ຖ້າເຮົາບໍ່ລອງກ້າວ ເຮັາຈະບໍ່ຮູ້ເລີຍວ່າທາງຂ້າງໜ້າເປັນແນວໃດ

ຍີນດີກັບສີ່ງທີ່ໄດ້ມາ ຍອມຮັບກັບສີ່ງທີ່ເສຍໄປ

ຫລັງພະຍຸຜ່ານໄປ ຟ້າຍອ່ມສົດໃສສະເໝີ

ຄົນເຮົາບໍ່ຈຳເປັນເກັ່ງ ທຸກເລື່ອງແຕ່ຈົ່ງສະໜຸກກັບວຽກທີ່ໄດ້ເຮັດ