ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ແປກບໍ່...ຄົນທີທ່ານບອກວ່າວ່າແຕ່ກັບປ່ອຍໃຫ້ເພີ່ນຢູ່ຄົນດຽວ

ແປກບໍ່...ທີເຮົາມີເວລາແຊັດກັບຄົນອື່ນ ແຕ່ເຮົາກັບບອກວ່າບໍ່ມີເວລາໂທຫາພໍ່ແມ່

ແປກບໍ່...ວັນທີເຮົາເກີດເປັນມື້ທີພໍ່ແມ່ດີໃຈ ແຕ່ເຮົາກັບໄປກີນເຂົ້າກັບຄົນອືນ

ແປກບໍ່...ທີທ່ານໄປລ້ຽງເຂົ້າຄົນອືນຕອນທ່ານຈົບປະລີນຍາ ແຕ່ທ່ານກັບບໍ່ໄດ້ໄປລ້ຽງຄົນທີສ່ົງທ່ານມາຮຽນຈົນຈົບປະລີນຍາ

ແປກບໍ່..ທີເຮົາຮັກເພືອນທີເຄີຍລ້ຽງເຂົ້າເຮົາພຽງຄັ້ງດຽວ ແຕ່ເຮົາກັບບໍ່ເຄີຍສົ່ງເງີນໃຫ້ກັບຄົນທີລ້ຽງເຮົາມາ25ປີ

ແປກບໍ່..ທີເຮົາຮັກໃຜບາງຄົນ ຄົນທີບໍ່ກ້າແມ້ແຕ່ຊີຊັກກາງເກງໃນຂອງເຮົາ ແຕ່ເຮົາກັບເບື່ອສຽງເຕືອນຂອງຄົນ ທີລ້າງກົ້ນໃຫ້ເຮົາໄດ້

ແປກບໍ່..ທີເພືອນໂທມາຊວນເຮົາເວລາໃດເຮົາກະອອກໄປ ແຕ່ພໍ່ແມ່ຊີມາຫາເຮົາກັບບອກວ່າບໍ່ວ່າງ

ແປກບໍ່..ທີເຮົາເຮັດຫລາຍໆຢ່າງເພືອໃຜບາງຄົນ ແຕ່ເຮົາບໍ່ເຄີຍເຮັດສີ່ງທີພໍ່ແມ່ແອບດີໃຈ

ແປກບໍ່..ທີເຮົາຕ້ອງເວົ້າມ່ວນໆເພືອໃຫ້ເຂົາຍອມຮັບ ແຕ່ເຮົາບໍ່ໄດ້ເວົ້າມ່ວນກັບພໍ່ແມ່ຕົນເອງ

ແປກບໍ່..ທີເຮົາຍັງຖ້າທີຈະທຳບຸນກັບທ່ານ ໃນວັນທີທ່ານບໍ່ຢູ່

^_^

Delicious Digg Fark Twitter