ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

 

ຄຳຂອບໃຈ
ຂອບໃຈຄວາມບໍ່ມີທີ່ເຮັດໃຫ້ຮູ້ວີທີລຸກຂື້ນສູ້
ຂອບໃຈຄວາມຍາກຈົນທີ່ເຮັດໃຫ້ເປັນຄົນມຸ້ງມະນາ
ຂອບໃຈຄວາມຫລົ້ມຈົ່ມທີ່ເຮັດໃຫ້ເກີດຄວາມຊຳນານ
ຂອບໃຈຄວາມຜີດພາດທີ່ເຮັດໃຫ້ເປັນສະຫລາດກວ່າເກົ່າ
ຂອບໃຈຄວາມລີດສະຍາທີ່ເຮັດໃຫ້ກ້າສ້າງສັນສີ່ງໃໝ່
ຂອບໃຈຄວາມບໍ່ຮູ້ທີ່ເຮັດຮູ້ຈັກຄູຊື່ປະສົບການ
ຂອບໃຈຄວາມຜີດຫວັງທີ່ເຮັດຕັ້ງສະຕີເພື່ອລຸກຂື້ນມາໃໝ່
ຂອບໃຈສັດຕູທີ່ແຂງແກງທີ່ເຮັດໃຫ້ເຮົາຮູ້ວ່າເຮົາຍັງບໍ່ແມ່ນມືອາຊີບ
ຂອບໃຈຄວາມເຈັບເປັນທີ່ເຮັດເຮົາໃຫ້ຕັ້ງໃຈເບີ່ງແຍງສຸຂະພາບ
ຂອບໃຈຄວາມທຸກທີ່ເຮັດໃຫ້ຮູ້ວ່າຄວາມສຸກມີຄ່າພຽງໃດ
ຂອບໃຈຄວາມພັດພາກທີ່ເຮັດໃຫ້ສະຫຼະຈາກຄວາມຍືດຕີດ
ຂອບໃຈຄວາມຕາຍທີ່ເຮັດໃຫ້ບັ້ນທ້າຍຂອງຊີວີດສົມບູນແບບ
Delicious Digg Fark Twitter