ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

          (ບໍ່ຮູ້ວ່າມີໝູ່ເພື່ອນເຄີຍເອົາມາລົງຫລື່ບໍ່ຖ້າມີກະຂໍໂທດຂໍອະໄພນຳ)

    ການບູຊາຄືການສະແດງຄວາມເຄົາລົບບຸກຄົນທີ່ເຮົານັບຖື, ຍົກຍ້ອງ, ເລື່ອມໃສໃນບຸກຄົນໆນັ້ນ ເຊິ່ງການບູຊາແບ່ງອອກເປັນ ສອງຢ່າງຄື:
1. ອາມິດສະບູຊາ: ຄືການບູຊາດ້ວຍສິ່ງຂອງເຊັ່ນ: ການເອົາເງິນໃຫ້ພໍ່ແມ່ໄວ້ໃຊ້ຈ່າຍ, ການເອົາຊັບສິນໃຫ້ພໍ່ແມ່ ລວມເອົາທັງການນຳເອົາດອກໄມ້ທູບທຽນບູຊາພະ ກໍ່ຖືເປັນ ອາມິດສະບູຊາ
2. ປະຕິບັດບູຊາ: ຄືການບູຊາດ້ວຍການຈະເລີນສະມາທິພາວະນາ, ການຝຶກໃຈໃຫ້ສະຫງົບບໍ່ກະວົນກະວາຍ, ເຫັນຄວາມຈິງໃນຄວາມເປັນໄປຂອງໂລກ

    ບຸກຄົນທີ່ຄວນບູຊາມີດັ່ງນີ້:

1. ພະພຸດທະເຈົ້າ
2. ພະສົງໃນພຸດທະສາສະໜາ
3. ເຈົ້າຊີວິດຜູ້ຕັ້ງຢູ່ໃນທຳ
4. ບິດາ ມານດາ
5. ຄູ ອາຈານ ທີ່ມີຄວາມຮູ້ດີ ມີຄວາມສາມາດ ແລະ ການປະພຶດດີ
6. ຜູ້ບັງຄັບບັນຊາ ທີ່ມີຄວາມປະພຶດດີຕັ້ງຢູ່ໃນທຳ

                                                         ຂໍຂອບໃຈຂໍ້ຄວາມດີໆຈາກ mahasan.com(ລູກນ້ຳຂອງ)

 

Delicious Digg Fark Twitter