ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ມີເລື່ອງເລົ່າວ່າ....ມີພະອົງໜື່ງ.....ມັກເຮັດສີ່ງແປກໆໆ
ມີມື້1ພະອົງນີ້ກະເອີ້ນເດັກວ່າມາ.....ແລ້ວບອກໃຫ້ເອົາຕອນຊີ້ນກັບເຊືອກມານຳ...

ແລ້ວເພີ່ນກະເອົາຕອນຊີ້ນມັດກັບຫລັງໝາ....ມັດແລ້ວກະປ່ອຍໝາ

ເມືອໝາເຫັນຕອນຊີ້ນບອ່ນຫລັງກະໄລ່ງັບ....ແຕ່ພໍຫົວໂດດງັບໂຕມັນກະໝູນໜີ....ເພາະໝາກັດຫລັງຕົນເອງບໍ່ເຖີ່ງ

ຍີ່ງໂດດງັບ ຕ່ອນຊີ້ນກະຍີ່ງໜີ

ຍີ່ງໂດດໄວ...ຕອນຊີ້ນກະຍີ່ງໜີໄວ

ໂດດບໍ່ຢຸດ......ຕ່ອນຊີ້ນກະໜີບໍ່ຢຸດ....ນ້າສົງສານຫລາຍ

ໝາໄລ່ງັບຢູ່ດົນເຕີບ...ຕ່ອນຊີ້ນກະບໍ່ເຂົ້າປາກຈັກເທືອ

ຜູ້ຄົນບ່ອນສາລາກະພາກັນຫົວຂັວນ

ແຖມຍັງເວົ້າວ່າມັນຄື່ໂງ່ແທ້

ໄລ່ງັບກີນຕອ່ນຊີ້ນທີ່ຕົນເອງບໍ່ມີທາງໄລ່ທັນຕະຫລອດຊີວີດ

ຫລັງກະນັ້ນພະອົງນັ້ນກະແກ້ເຊືອກ ແລ້ວຫັນມາເວົ້າກັບຍາດໂຍມວ່າ:

ມະນຸດເຮົາ...ມີຄວາມຮູ້ສືກວ່າ...ຕົນເອງຍັງບໍ່ເຕັມ...ຕອ້ງໄດ້ຕື່ມຕະຫລອດເວລາ

ຕື່ມບໍ່ຢຸດ...ຕື່ມເພື່ອໃຫ້ຕົນເອງເຕັມ

ເຮົາຢາກງາມ..ຢາກທັນສະໄໝ...ກະໄປຊອກຊື້ເສື້ອຜ້າທີງາມ..ທີທັນສະໄໝໃສ່

ດີໃຈເດື່ອນດຽວ...ມີລຸ້ນໃໝ່ອອກອີກແລ້ວ...ງາມກ່ວາທັນສະໄໝກ່ວາ...

ຢາກໄດ້ໂທລະສັບມືຖືລຸ້ນໃໝ່....ຊື້ໄດ້2ເືອນ...ລຸ້ນໃໝ່ອອກອີກແລ້ວ

  ........................................

ເຮົາຕ້ອງກົ້ມໜ້າກົ້ມຕາ...ເຮັດວຽກທັ້ງວັນທັ້ງຄືນ...ຫາເງີນມາເພື່ອໃຫ້ຕົນເອງທັນສະໄໝ

ຊື້ເສື້ອໃໝ່...ມື່ຖືໃໝ່...ລົດໃໝ່

ເມື່ອຍສຸດທີ່ເມື່ອຍເພື່ອເຮັດໃຫ້ຕົນເອງບໍ່ຕົກລຸ້ນ

ປັດຈຸບັນເຮົາກຳລັງໄລ່ງັບຄວາມທັນສະໄໝ...ຄື່ກັບໝາທີ່ໄລ່ງັບຕ່ອນຊີ້ນບ່ອນຫລັງຂອງມັນ

ທັ້ງທີ່ຮູ້ວ່າໄລ່ງັບທັ້ງຊີວີດ...ກໍ່ບໍ່ມີທາງໄລ່ທັນ...ນ້າສົງສານບໍ່ໂຍມ

ຄົນເຕັມສາລາ....ຫວ່າງກີ້ຫົວຂວັນ....ວ່າໝາມັນໂງ່

ດຽວນີ້ມີດຫງຽບ...ຄື່ກັບບໍ່ມີຄົນຢູ່

ບໍ່ຮູ້ວ່າ...ກຳລັງສົງສານໝາຫລື...ກຳລັງທົບທວນຄວາມໂງ່ຂອງຕົນເອງ

(ຂອບໃຈຫລາຍໆທີ່ອ່ານ)

 

ຂອບໃຈຂໍ້ຄວາມດີໆໆຈາກ palungjit.com

 

Delicious Digg Fark Twitter