ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 10, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ສະບາຍດີ ຂ້ອຍຊື່ວ່າ ນ້ອຍ

ຂ້ອຍເປັນຄົນຫຼວງພະບາງເຮົາພຸ້ນລະ ທີ່ຂ້ອຍຊິຂຽນນີ້ ເປັນປະສົບການຊີວິດໃນຕ່າງແດນຂອງຂ້ອຍໃນຕອນນີ້ເອງ ກະມີຫຼາຍລົດຊາດຊີວິດແທ້ໆ ມີທັງມ່ວນ ມີທັງທຸກ ແລະກະມີຂໍ້ຄິດຫຼາຍປະການໃຫ້ໄດ້ຄິດຢູ່ສະເຫມີເລີຍ ຄວາມຜູ້ເຖົ້າເພິ່ນວ່າ ເຊື່ອຄນໄທໄຟໄຫມ້ເລົ້າເຂົ້າ ຄັນບໍ່ເຈິະກັບໂຕເອງບໍ່ຮູ້ແທ້ໆ ຕະຫຼອດເວລາການໃຊ້ຊີວິດຢູ່ໜີ້ເກືອບ12ເດືອນ ພໍສັງເກດເຫັນຫຼາຍອັນ ທີ່ເປັນຈຸດອ່ອນຂອງເຂົາ

 ຂ້ອຍມາຮຽນຕໍ່ປະລິນຍາໂທຢູ່ໜີ້ ພົບເຫັນປັນຫາຫຼາຍປະການທີ່ເປັນສິ່ງຫຍໍ້ທໍ້ໃຫ້ແກ່ຕນເອງ ອາດເພາະຄວາມບໍ່ມີປະສົບການໃນການເຮັດວຽກເທື່ອຕິເບາະຈຶ່ງບໍ່ທັນຮູ້ທັນກັບຄວາມຄິດຂອງຄົນໄທຢູ່ທີ່ນີ້ ຖືວ່າໂຊກຍັງດີ ມີບັນດາຫຼຸ້ນອ້າຍຄອຍແນະນຳໃຫ້ລະວັງໂຕ ແລະມີສະຕິຢູ່ຕະຫຼອດເວລາ ເພາະວ່າຄົນໄທຈະຄອຍຈັບຕາເບິ່ງເຮົາຕະຫລອດເວລາ ບໍ່ຮູ້ວ່າເຂົາເຈົ້າມີຈຸດປະສົງຫຍັງ ແລະ ອີກດ້ານໜຶ່ງທີ່ສຳຄັນກະຄືເຮົາຕ້ອງໄດ້ຮັກສາກຽດສັກສີຂອງບ້ານເຮົາໄວ້ສະເຫມີ

ເວົ້າເລື່ອງການຢູ່ການກິນນັ້ນຂ້ອນຂ້າງສະດວກສະບາຍດີຢູ່ ເພາະວ່າອາຫານການກິນນັ້ນຖືກກວ່າບ້ານເຮົາຢູ່ແດ່ໜ້ອຍໜຶ່ງ ແຕ່ເລື່ອງຄວາມປອດໄພໄວ້ໃຈບໍ່ຄ່ອຍໄດ້ເພາະສານພິດຫຼາຍ ແລະລົດຊາດຈັດເກີນໄປ ຫວານເກີນໄປບໍ່ແຊບຄືອາຫານລາວເຮົາດອກ ສ່ວນບ່ອນຢູ່ມະຫາວິທະຍາໄລກະຈັດຫາຫໍພັກໃຫ້ຢູ່ ເຖິງຈະເກົ່າ ແລະ ຊຸດໂຊມຫຼາຍແລ້ວກະຕາມ ແຕ່ກະເປັນສ່ວນໂຕດີຢູ່ ມີນໍ້າໄຟສະດວກດີ ແລະທີ່ສຳຄັນມີອິນເຕີເນັດໃຫ້ໃຊ້ຟີອີກ

ເລື່ອງການຮຽນນັ້ນບໍ່ຄ່ອຍລຳບາກເທ່າໃດ ເພາະເຮົາບໍ່ຕ້ອງໄປແຂ່ງກັບໃຜ ສ່ວນຫຼາຍຄົນໄທທີ່ມາຮຽນຮ່ວມກັບເຮົານັ້ນເປັນຄົນອີ່ສານ ລົມກັນຮູ້ເລື່ອງດີ ແລະ ເປັນພະນັກງານຜູ້ໃຫຍ່ໝົດແລ້ວ ແລະ ເຮົາເອງກະມີເວລາຫຼາຍໃນການຄົ້ນຄວ້າບົດຮຽນ ເພາະຄອສທີ່ຂ້ອຍຮຽນນັ້ນເປັນພາກພິເສດ ຮຽນແຕ່ວັນເສົາອາທິດ ສ່ວນວັນຈັນເຖິງວັນສຸກນັ້ນແມ່ນຕາມສະບາຍໃຈເຮັດເລີຍ ຈະມີອຸປະສັກແນ່ກະເລື່ອງການຂຽນພາສາໄທນັ້ນແລ້ວ ເພາະຂຽນຍາກເຫຼືອເກີນ ຕ້ອງໄດ້ຄາດເດົາເອົາ ຂຽນຜິດແນ່ຖືກແນ່ກະຊ່າງມັນ ອາຈານເພິ່ນກະເຂົ້າໃຈແລ້ວວ່າເປັນຄົນຕ່າງຊາດ

ສ່ວນຄວາມຮູ້ດ້ານວິຊາການນັ້ນຍອມຮັບວ່າເຂົາກ້າວໄປໄກກວ່າເຮົາຫຼາຍ(ຄັນບໍ່ຊັ້ນເຮົາຊິມາຮຽນນຳເຂາບໍ) ໄດ້ແນວຄິດໃໝ່ໆຫຼາຍຢ່າງຈາກໜີ້ແທ້ ແຕ່ບໍ່ແມ່ນແນວຄິດດ້ານການເມືອງເດີ ເພາະອັນນັ້ນເຮົາດີກວ່າເຂົາຫຼາຍເທົ່າ ເຂົາເອງກະຍັງຢາກເປັນແບບເຮົາຊໍ້າລະແມ໋ ເລື່ອງການຮຽນກັບຄນໄທບໍ່ນັ້ນບໍ່ຫ່ວງເພາະເຂົານັ້ນສູ້ເຮົາບໍ່ໄດ້ຢູ່ແລ້ວເພາະເຂົາບໍ່ຄ່ອຍອ່ານບົດຮຽນເລີຍຈັກໜ້ອຍ ອາດເປັນຍ້ອນບໍ່ຄ່ອຍມີເວລາ ຫຼື ວ່າຂີ້ຄ້ານອ່ານກະບໍ່ຮູ້  ມີແຕ່ສະຫາຍຫວຽດນາມນັ້ນລະທີ່ເກ່ງກວ່າເຮົາແຕ່ກະບໍ່ເປັນອ້າຍນ້ອງກັນຍອມໃຫ້ກັນໄດ້

ສຳຫຼັບມື້ນີ້ ຊິຂໍເລ່າຊຳນີ້ກ່ອນພໍເປັນແນວທາງ ມື້ໜ້າຊິມາເລ່າລະອຽດແຕ່ລະເລື່ອງໃຫ້ຟັງໃໝ່ເພື່ອວ່າໃຜຄຶດຊິມາຮຽນຢູ່ພີ້ໄດ້ພິຈາລະນາເບິ່ງຄັກໆ

 

Delicious Digg Fark Twitter