ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 1, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ຄົນ​ລາວ​ຜູ້​ທຳ​ອິດ​​ໃນ​ປະຫວັດສາ​ດທີ່​ໄດ້​ແລ່ນທວນ​ໄຟ​ໂອ​ລິ​ມ​ປິກ      ແລະນີ້ແມ່ນການອອກຂ່າວ


ນາງ ວາດ​ສະຫນາ ສິນ​ທະ​ວົງ , ພະນັກງານອົງການ​ອາຫານ​ໂລກ ປະຊາ​ຊາດ ໄດ້​ເປັນ​ຄົນລາວ​ຄົນ​ທຳ​ອິດ ທີ່​ໄດ້​ສິດ​ໄປ​ຮ່ວມ​ແລ່ນ​ພັດ​​ປ່ຽນ ທວນ​ໄຟໂອ​ລິ​ມ ປີກ​ເກ​ມ 2012 ທີ່ ປະ​ເທດ ອັງກິດ. ພິທີ​ຖະ​ແຫລ​ງຂ່າວ ​ການ​ເຂົ້າ​ຮ່ວມ​ງານ​ດັ່ງ​ກ່າວ ໄດ້​ມີ​ຂຶ້ນ ໃນ ວັນ​ທີ 28 ມິຖຸນາ ມານີ້ ທີ່ ສະມາຄົມ​ນັກ​ຂ່າວ​ແຫ່ງ​ປະ​ເທດ​ລາວ ​ໂດຍ​ການ ​ເຂົ້າ​ຮ່ວມ​ຂອງ ທ່ານ ສົມ​ສະຫນຸກ ມີ​ໄຊ, ຮອງ​ປະທານ​ສະມາຄົມ ນັກ​ຂ່າວ​ແຫ່ງ​ປະ​ເທດ​ລາວ, ຕົວ​ແທນ​ຈາກ ອົງການອາຫານ​ໂລກ ສະຫະ​ປະຊາ​ຊາດ ປະຈຳ​ລາວ ​ແລະ ​ສື່​ມວນ​ຊົນ​ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

 

ນາງ ວາດ​ສະຫນາ ສິນ​ທະ​ວົງ, ອອກ​ເດີນທາງ​ໄປ ປະ​ເທດ ອັງກິດ ​ໃນ​ວັນ​ທີ 28/06/2012 ແລະ ຈະ​ກັບ​ຄືນ​ມາລາ​ວ ​ໃນ​ວັນ​ທີ 4/7/2012 ນີ້ ໂດຍ​ຈະ​ແລ່ນ ​ພັດ​ປ່ຽນ​ທວນ​ໄຟ ຢູ່ ເມືອງ ​ເບີ​ມິ​ງ​ແຮມ ​ໃນ​ໄລຍະ​ທາງ 400 ກວ່າ​ແມັດ, ຫລັງ​ຈາກ​ນັ້ນກໍ​ຈະ​ມີ​ຜູ້​ຮັບ​ແລ່ນ​ຕໍ່​ໄປ ຈົນ​ເຖິງ​ ນະຄອນຫລວງລອນ​ດອນ ເພື່ອ​ເປີດ​ງານ ​ກິລາ​ໂອ​ລິ​ມປິກ​ເກ​ມ 2012 ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 27/07/2012 ນີ້. ການ​ແລ່ນ​ທວນ​ໄຟໂອ​ລິ​ມປີກ ​ໄດ້​ເລີ່​ມຕົ້ນ​ມາ​ແຕ່ ວັນ​ທີ 19/05/2012 ອອກ​ຈາກ ນະຄອນຫລວງ ປັກ​ປິ່ງ ​ໂດຍ​ນ້ຳ​ໃຊ້​ຜູ້​ແລ່ນ​ທັງ​ຫມົດ 8.000 ຄົນ ໃນ​ທົ່ວ​ໂລກ ທີ່​ມີ​ສ່ວນ​ຮ່ວມ​ໃນ​​ວຽກ​ງານ​ມະນຸດສະທຳ​ໂລກ

ນີ້ອາດມີຄົນຮູ້ຂ້ອຍເຫັນນຳຂ່າວTVແລະເຫັນອອກໜັງສືພິ່ມກັບວາລະສານ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 1, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ເນັ້ນ​ໃຫ້​ກະຊວງ​ກະສິກຳ-ປ່າ​ໄມ້​ເອົາ​ໃຈ​ໃສ່​ຕື່ມ 6 ບັນຫາ​ທີ່​ສຳຄັນ

  ok

ວັນທີ 28 ມິຖຸນາ 2012. ທີ່ກະຊວງກະສິກຳ-ປ່າໄມ້ ໄດ້ມີກອງປະຊຸມວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2012 ແຜນ
ການວຽກງານສົກປີ 2012-2013 ແລະ ແຜນການ 5 ປີ ຂອງກະຊວງກະສິກຳ ແລະ ປ່າໄມ້ (2011-2015) ໂດຍການ
ເປັນກຽດເຂົ້າຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ເຊິ່ງມີຮອງນາຍົກລັດຖະມົນຕີ, ຫົວ
ຫນ້າຫ້ອງວ່າການສູນກາງພັກ, ລັດຖະມົນຕີວ່າການ, ຊ່ວຍວ່າການ, ຫົວຫນ້າກົມ, ຮອງກົມ ແລະ ພະນັກງານວິຊາການ
ເຂົ້າຮ່ວມ. ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ໄດ້ລາຍງານສະພາບການຈັດຕັ້ງປະຕິ
ບັດວຽກງານໄລຍະຜ່ານມາ ແລະ ທິດທາງຕໍ່ຫນ້າໂດຍຫຍໍ້ຄາດຫມາຍລວມຂອງກະຊວງກະສິກຳ ແລະ ປ່າໄມ້ ແຕ່ນີ້ຫາປີ
2015
ເຮັດໃຫ້ອັດຕາການຂະຫຍາຍຕົວຂອງລວມຍອດຜະລິດຕະພັນກະສິກຳ ແລະ ປ່າໄມ້ເພີ່ມຂຶ້ນສະເລ່ຍໃນລະດັບ 3,1
-3,5%
ຕໍ່ປີ ຂຶ້ນໄປກວມອັດຕາສ່ວນ GDP 23% ປະກອບສ່ວນເຮັດໃຫ້ໂຄງປະກອບເສດຖະກິດກະສິກຳ ແລະ ປ່າໄມ້ອຸດ
ສາຫະກຳ ແລະ ການບໍລິການຂະຫຍາຍຕົວໃນລະດັບ 8% ຕໍ່ປີ ຂຶ້ນໄປ ແລະ ສູ້ຊົນຜະລິດເຂົ້າໃຫ້ໄດ້ 4,2 ລ້ານໂຕນສະເລ່ຍ
450-500
ກິໂລຕໍ່ຄົນຕໍ່ປີ. ທ່ານ ຈູມມາລີ ໄຊຍະສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກະຊວງກະສິກຳ ແລະ ປ່າ
ໄມ້ປະຕິບັດມາໄດ້ ແລະ ຕ້ອງເອົາໃຈໃສ່ຕື່ມ 6 ບັນຫາສຳຄັນດັ່ງລຸ່ມນີ້. 1. ຕ້ອງກຳແຫນ້ນທັດສະນະຂອງພັກຕໍ່ວຽກງານກະ
ສິກຳ ແລະ ປ່າໄມ້ບັນດາສະຫາຍຄະນະພັກຄະນະນຳ ຈົ່ງພ້ອມກັນຄົ້ນຄວ້າເຊື່ອມຊຶມ ແລະ ກຳແຫນ້ນໃຫ້ເລິກເຊິ່ງກ່ຽວກັບ
ທັດສະນະຂອງພັກຕໍ່ກັບວຽກງານກະສິກຳ ແລະ ປ່າໄມ້ຂອງປະເທດເຮົາ; 2. ກ່ຽວກັບການຜະລິດກະສິກຳເປັນສິນຄ້າຕ້ອງ
ເປັນເຈົ້າການປະສານສົມທົບກັບຂະແຫນງອຸດສາຫະກຳ-ການຄ້າ ຄົ້ນຄວ້າຫາທາງອອກຊ່ວຍປະຊາຊົນ, ຊຸກຍູ້ສົ່ງເສີມການ
ຜະລິດກະສິກຳ ເປັນສິນຄ້າຢ່າງມີຈຸດສຸມ ໂດຍຕິດພັນກັບອຸດສາຫະກຳປຸງແຕ່ງການຈັດຕັ້ງການຜະລິດ, ເສດຖະກິດຮ່ວມມື
ຂອງປະຊາຊົນ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການຕະຫລາດເຮັດໃຫ້ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມ
ທຸກຍາກຂອງປະຊາຊົນ ໃນຊຸມປີຕໍ່ຫນ້າມີການຫັນປ່ຽນຢ່າງແຂງແຮງ, ສາມາດບັນລຸຄາດຫມາຍທີ່ກອງປະຊຸມໃຫຍ່ຄັ້ງທີ IX
ຂອງພັກວາງອອກ; 3. ການພັດທະນາກະສິກຳ ແລະ ປ່າໄມ້ແບບຍືນຍົງຕ້ອງຕັ້ງຫນ້າເຮັດໃຫ້ການຂະຫຍາຍຕົວຂອງກະສິ
ກຳ ແລະ ປ່າໄມ້ບັນລຸ 3,5-4% ເພື່ອໃຫ້ບັນລຸເປົ້າຫມາຍທີ່ວາງໄວ້ໃຫ້ປະກົດຜົນເປັນຈິງຕ້ອງສືບຕໍ່ປະຕິບັດນະໂຍບາຍຈັດສັນ
ທີ່ດິນ ແລະ ມອບດິນມອບປ່າໃຫ້ແຕ່ລະບ້ານປົກປັກຮັກສານຳໃຊ້ເພື່ອຜົນປະໂຫຍດລວມຂອງບ້ານຢ່າງຍາວນານ ແລະ ນຳ
ໃຊ້ທີ່ດິນ ດັ່ງກ່າວເຂົ້າໃນການສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນຕະຫລອດໄປ; 4. ກ່ຽວກັບວຽກງານປ່າໄມ້ຕ້ອງປະຕິບັດບັນ
ດາມາດຕະການທີ່ເປັນລະບົບຄົບຊຸດກ່ຽວກັບວຽກງານປ່າໄມ້, ແກ້ໄຂບັນຫາການຕັດໄມ້ທຳລາຍປ່າແບບຊະຊາຍໃຫ້ໄດ້ຢ່າງ
ເດັດຂາດ, ຫັນການຄຸ້ມຄອງປ່າໄມ້ ແລະ ທຸລະກິດປຸງແຕ່ງໄມ້ໄປຕາມທິດທີ່ຍືນຍົງດ້ວຍການຈັດສັນປ່າໄມ້ ແລະ ຂຸດຄົ້ນໄມ້ໃຫ້
ໄປຕາມແຜນການ, ຕາມລະບຽບການຢ່າງເຄັ່ງຄັດເຂັ້ມງວດ; 5. ກ່ຽວກັບການຜັນຂະຫຍາຍມະຕິ 3 ສ້າງກະຊວງຕ້ອງເຮັດ
ຫນ້າທີ່ຄຸ້ມຄອງມະຫາພາກເປັນຕົ້ນຕໍຫັນບັນດາໂຄງການ, ທຶນຮອນ, ພະນັກງານໃຫ້ທ້ອງຖິ່ນ ແລະ ຮາກຖານໂດຍສະເພາະ
ເພີ່ມກຳລັງແຮງໃຫ້ແກ່ເມືອງ ແລະ ບ້ານໃຫ້ມີຄວາມສາມາດບໍລິການຮັບໃຊ້ປະຊາຊົນໃນການປູກ, ການລ້ຽງໃຫ້ມີການຫັນ
ປ່ຽນຢ່າງຕັ້ງຫນ້າ ແລະ ແຂງແຮງກວ່າເກົ່າ; 6. ກ່ຽວກັບວຽກງານສ້າງພັກ-ສ້າງພະນັກງານຈະຕ້ອງໄດ້ສືບຕໍ່ປັບປຸງຈັດວາງ
ແລະ ຍົກລະດັບຄຸນນະພາບຂອງບຸກຄະລາກອນໃຫ້ດີຂຶ້ນຕື່ມເປັນຕົ້ນແມ່ນວິຊາການທີ່ຈະນຳພາປະຊາຊົນເຮັດຕົວຈິງຢູ່ທ້ອງ
ຖິ່ນວິຊາການປູກຝັງ, ລ້ຽງສັດ ແລະ ອື່ນໆ.    ນີ້ອາດມີຄົນຮູ້ຂ້ອຍເຫັນອອກTVແລະອ່ານເຫັນນຳໜັງສືພິ່ມກັບວາລະສານ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ທະນາຄານຈີນເພື່ອການນຳເຂົ້າແລະສົ່ງອອກສິນຄ້າຂອງຈີນໃຫ້ລາວກູ້ເງິນ ເພື່ອສະໜັບສະໜູນການກໍ່ ສ້າງຂົວຂ້າມແມ່ນໍ້າຂອງຢູ່ເຂດເມືອງໂຂງ ຊຶ່ງເປັນສ່ວນນຶ່ງຂອງເຂດເສດຖະກິດພິເສດ ຂອງຄອນພະເພັງ

ໃນແຂວງຈໍາປາສັກ.

ການລົງນາມໃນສັນຍາກູ້ຢືມເງິນທຶນລະຫວ່າງທາງການ
ລາວກັບທະນາຄານເພື່ອການນຳເຂົ້າແລະສົ່ງອອກຂອງ
ລັດຖະບານຈີນໄດ້ມີຂຶ້ນຢ່າງເປັນທາງການເມື່ອບໍ່ນານມານີ້
ໂດຍມີທ່ານສົມດີ ດວງດີ ລັດຖະມົນຕີກະຊວງການເງິນ
ຂອງລາວ ແລະທ່ານ ລີ ລູ່ກົວະ ປະທານຂອງທະນາຄານ
ເພື່ອການນຳເຂົ້າແລະສົ່ງອອກຂອງຈີນ ເປັນຜູ້ຕາງໜ້າ
ຂອງທັງສອງຝ່າຍໃນການລົງນາມດັ່ງກ່າວ.

ສັນຍາກູ້ຢືມເງິນໃນຄັ້ງຫລ້າສຸດນີ້ ມີມູນຄ່າລວມເກີນກວ່າ
32 ລ້ານໂດລາ ສຳຫລັບນໍາໃຊ້ເຂົ້າໃນການກໍ່ສ້າງຂົວ
ຂ້າມແມ່ນໍ້າຂອງ ເພື່ອເຊື່ອມຕໍ່ລະຫວ່າງບ້ານຫາດກັບບ້ານ
ນາຢູ່ເມືອງໂຂງ ແຂວງຈໍາປາສັກ ພ້ອມດ້ວຍການກໍ່ສ້າງ
ຂົວຂະໜາດນ້ອຍອີກ 2 ແຫ່ງ ທີ່ເຊື່ອມຕໍ່ບ້ານຫົວໂຂງ
ແຫລມກັບດອນສັນ ແລະເຊື່ອມຕໍ່ທ່າເຮືອບັກເມືອງໂຂງ
ກັບທ່າເຮືອເມືອງມູນລະປະໂມກ ຊຶ່ງເປັນສ່ວນນຶ່ງໃນແຜນການພັດທະນາເຂດທ່ອງທ່ຽວຢູ່ໃນເຂດເມືອງໂຂງນັ້ນເອງ

ນີ້ຄືຮູບພາບເຊັນສັນຍາລະຫວ່າງລາວ--ຈີນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 23, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

ໄຟໃໜ້

ເຫດໄຟໃໜ້ເກີດອາທິດນີ້ເອງຢູ່ທີ່ບ້ານໂນນຄໍ້ເໜືອເມື່ອງໄຊເສດຖາ ໜ່ວຍ16 ນະຄອນຫຼວງວຽງຈັນ ເຮື່ອນແມ່ນສອງຊັ້ນ ຊັ້ນລຸ່ມກໍ່ດ້ວຍດິນຈີ່່

ແລະຊັ້ນເທິ່ງເຮັດດ້ວຍໄມ້ ເປັນເຮື່ອນຂອງທ້າວຄຳເສົາແລະນາງແສງຈັນເຊິ່ງໃຫ້ຄົນເຊົ່າຊື່ທ້າວດວງແສງແລະທ້າວພູຈັນ ສາເຫດຂອງໄຟໃໜ້

ຕຳຫຼວດສັນນິຖານວ່າອາດເກີດຈາກໄຟຟ້າລັດວົງຈອນຫຼືອາດໃຊ້ໄຟຟ້າແຕ່ງກິນລື່ມມອດຫຼືໃຕ້ທຽນບູຊາລືມມອດຫຼືຈັງໃດ

ຍັງຢູ່ລະຫວ່າງສືບສວນຄະດີຕຳຫຼວດຍັງບໍ່ທັນຢືນຢັນ  ອາດມີຄົນຮູ້ຂ້ອຍອ່ານເຫັນນຳວາລະສານ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

  ສຳເລັດເປັນທີ່ຮຽບຮ້ອຍເປັນແລ້ວງານປະກວດຄົ້ນຫານາງສັງຂານປະຈຳປີ ພ.ສ    2555  ທີ່ມີຄວາມຮູ້ຄວາມສາມາດພຽບພ້ອມດ້ວຍກິລິຍາມາລະຍາດເພື່ອເປັນຕົວແທນແກ່ຊາວ ນະຄອນຫລວງວຽງຈັນນັ້ນກໍ່ຄື: ນາງ ອານິສາ ພັນນະວົງ ຜູ້ເຂົ້າປະກວດຫມາຍເລກ M09 ເປັນນາງສັງຂານປະຈຳປີ  ພ.ສ2555   ໂດຍໄດ້ມີການຈັດພິທີກຳທາງສາສະຫນາ ແລະ ແຫ່ໄປແລ້ວໃນ ວັນສັງຂານລ່ວງເລີ່ມຈາກວັດອິນແປງວັດສີເມືອງວັດເພຍວັດວັດຊຽງຢືນ-ວັດຈັນ  ແລະ ກັບຄືນວັດອິນແປງ   ເນື່ອງໃນໂອກາດບຸນປີໃຫມ່ລາວປະຈຳປີ.

       ງານປະກວດນາງສັງຂານ ພ.ສ 2555  ຂອງນະຄອນຫລວງວຽງຈັນໄດ້ມີຂຶ້ນໃນວັນທີ 12 ມາສາຜ່ານມາ ທີ່ເດີ່ນພະທາດຫລວງໂດຍການເຂົ້າຮ່ວມຂອງ   ທ່ານສຸກັນ ມະຫາ ລາດ  ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານສາຍທອງແກ້ວດວງດີຮອງເຈົ້າຄອງນະຄອນຫລວງວຽງຈັນມີບັນດາອົງການຈັດຕັ້ງ, ພໍ່ແມ່ປະຊາຊົນຊາວນະຄອນຫລວງວຽງຈັນເຂົ້າ ຮ່ວມຊົມຮ່ວມເຊຍ.

     ການປະກວດນາງສັງຂານປີນີ້ແມ່ນໄດ້ຄັດເລືອກເອົາເຫລົ່າ  ສາວງາມຈາກນະຄອນຫລວງວຽງຈັນທີ່ເປີດຮັບສະຫມັກມາ   ແຕ່ວັນທີ 12 ມີນາ 2012 ຫລັງຈາກນັ້ນ ຈິ່ງມີການ ຝຶກຊ້ອມຜູ້ເຂົ້າສະຫມັກທັງຫມົດກ່ອນຄັດເລືອກເອົາ 30 ຄົນ  ເພື່ອຂຶ້ນປະກວດໃນວັນທີ 10  ແລະໃນວັນທີ 12 ເມສາ 2012  ເພື່ອຄົ້ນຫາ ນ້ອງນາງສາວງາມທີ່ຈະມາ ເປັນຕົວ ແທນນາງສັງຂານແກ່ນະຄອນຫລວງວຽງຈັນ   ເພື່ອຮ່ວມຂະບວນນາງສັງຂານແລະດຳເນີນພິທີທາງສາສະຫນາຕາມຄວາມເຊື່ອຖືຂອງຄົນລາວເຮົາທີ່ເຄີຍປະຕິບັດກັນມາແຕ່ບູຮານ ນະການກໍ່ຄືຂະບວນແຫ່ນາງສັງຂານ , ພະສົງ ອົງແລະ  ຫົວກະບີລະພົມໃນງານບຸນປີໃຫມ່ລາວຫລືກຸດສົງການຶ ພ.ສ 2555.

  ໂດຍມີຂະບວນການແຫ່ໃນວັນທີ 13 ເມສາ 2012 ກົງກັບວັນສັງຂານລ່ວງເລີ່ມເຊິ່ງເລິ່ມຕົ້ນຈາກວັດອິນແປງແຫ່ໄປຕາມຖະຫນົນເສດຖາທິລາດໂດຍຜ່ານວັດຕ່າງໆທີ່ໃກ້ຄຽງເຊັ່ນ: ວັດອົງຕື້, ວັດມີໄຊ, ວັດສີສະເກດ, ວັດເພຍວັດ, ວັດສີເມືອງ  ແລະ ແຫ່ກັບຄືນມາຕາມຖະຫນົນຟ້າງຸ່ມໂດຍຜ່ານວັດຊຽງຢືນ, ວັດຈັນຄືນກັບມາວັດອິນແປງເພື່ອມອບສົ່ງພະພຸດທະຮູບ 9 ອົງ ແລະ ຫົວກະບີລະພົມໃຫ້ແກ່ວັດອິນແປງ.

    ຜ່ານຈາກການຄັດເລືອກໃນຮອບສຸດທ້າຍວັນທີ 12 ເມສາ 2012 ຜົນສະຫລຸບອອກມານັ້ນກໍ່ຄື:  ນາງອານິສາພັນນະວົງອາຍຸ 18  ປີຈາກບ້ານຫນອງປີງເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ  ຜູ້ເຂົ້າປະກວດຫມາຍ  M09   ເປັນຜູ້ຊະນະໃຈກຳມະການແລະໄດ້ຮັບເລືອກເປັນນາງສັງຂານປະຈຳປີ ພ.ສ 2555 ຂອງນະຄອນຫລວງວຽງຈັນ  ພ້ອມດຽວກັນນັ້ນ ກໍ່ຍັງ ໄດ້ຄັດເລືອກເອົາອີກ 6 ນາງສາວ ເພື່ອເປັນນາງກິນນາລີທີ່ໄດ້ເຂົ້າໃນພິທີແຫ່ນາງສັງຂານນຳອີກ  ຫລື  ອີກຢ່າງເພື່ອໃຫ້ຄົບນາງທັງ 7 ວັນ.

  ສ່ວນຂອງລາງວັນຜູ້ຊະນະເລີດຈະໄດ້ຮັບເງິນສົດ 10 ລ້ານກີບ  ພ້ອມມຸງກຸດມູນຄ່າ 15  ລ້ານກີບແລະສາຍສະພາຍຮອງຊະນະເລີດຜູ້ທີ1   ໄດ້ຮັບລາງວັນເງິນສົດ 5 ລ້ານກີບ ພ້ອມສາຍສະພາຍຮອງຊະນະເລີດຜູ້ທີ 2 ໄດ້ຮັບເງິນສົດ   3 ລ້ານກີບພ້ອມສາຍສະພາຍ, ຮອງຊະນະເລີດອັນດັບທີ ໄດ້ຮັບລາງວັນເງິນສົດ  3   ລ້ານກີບ  ພ້ອມສາຍສະພາຍຮອງຊະນະເລີດອັນດັບທີ  4  ໄດ້ຮັບເງິນ 2 ລ້ານກີບພ້ອມສາຍສະພາຍພ້ອມນີ້ຍັງມີລາງວັນຂວັນໃຈປະຊາຊົນ ແລະ ຂວັນໃຈມິດຕະພາບນຳອິກ.

ແລະໂສມໜ້າຜູ້ຊະນະປີ2012 ພ.ສ 2555ຜູ້ຊະນະ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ນາງສັງຂານນະຄອນຫຼວງວຽງຈັນປີ2012 ພ.ສ 2555 ນີ້ແມ່ນມີນາມວ່າ ສາວ ອານິສາ ພັນນະວົງ(ຜູ້ເຂົ້າປະກວດໜາຍເລກ9)

ອາຍຸ 18 ປີ, ສູງ165 ຊມ, ນ້ຳໜັກ 44 ກິໂລ, ສັດສ່ວນ 32-25-35. ປະຈຸບັນນາງອາໄສຢູ່ບ້ານ ໜອງບຶງ ເມື່ອງ ຈັນທະບູລີ  ນະຄອນຫຼວງວຽງຈັນ

ແລະ ສຶກສາຢູ່ທີ່ ມະຫາວິທະຍາໄລ ຄອມເຊັນເຕີ້ ບໍລິຫານທຸລະກິດປີ1ບາງຄົນອາດຮູ້ແລ້ວ ຂ້ອຍເຫັນອອກຂ່າວໂທລະພາບ ກັບອ່ານເຫັນຢູ່ວາລະສານ

 

ອາດມີຄົນຮູ້ຂ້ອຍເຫັນອອກໂທລະພາບກັບອ່ານເຫັນຢູ່ວາລະສານ(^_^)

ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ການແຂ່ງ¬ຂັນກີລາກ໊ອຟ ລະ¬ດັບອາຊຽນ ພີຈີເອທົວ ຫລວງພະບາງລາວໂອເພັນ 18 ຂຸມ ຈາກ 11 ປະ-ເທດອາຊຽນເຂົ້າຮ່ວມທີ່ແຂວງຫລວງພະບາງ ເພື່ອຊີງລາ¬ງວັນ 80 ພັນໂດລາສະ¬ຫະ¬ລັດ ໂດຍຈະເລີ່ມແຂ່ງ¬ຂັນເປັນເວ¬ລາ 4 ວັນ, ນັບແຕ່ວັນທີ 3Œ6 ພຶດ¬ສະ¬ພານີ້.    ທ່ານ ດຣ. ຄຳແພງ ໄຊສົມແພງ ເຈົ້າ¬ແຂວງຫລວງພະບາງ ໄດ້ໃຫ້ສຳ¬ພາດຕໍ່ສື່ຂ່າວວ່າ: ຈຸດປະ¬ສົງເປີດການແຂ່ງ¬ຂັນກີ¬ລາກ໊ອຟລະດັບອາຊຽນທີ່ປະ¬ເທດລາວ, ເພື່ອຊີງລາ¬ງວັນ 80 ພັນໂດລາສະ¬ຫະ-ລັດ ເຊິ່ງເປັນຄັ້ງທຳອິດທີ່ລາວໄດ້ຮັບກຽດເປັນເຈົ້າພາບ ໂດຍສະ¬ເພາະຢູ່ສະ¬ຫນາມກ໊ອຟແຂວງຫລວງພະບາງ ເປັນການເປີດໂສມຫນ້າໃຫມ່ໃຫ້ແກ່ ສະ¬ຫະ¬ພັນນັກກີລາ ກ໊ອຟຂອງ ລາວ ແລະ ນັກກີລາກ໊ອຟຂອງຫລວງພະບາງ 3 ທ່ານທີ່ເຂົ້າຮ່ວມງານຄັ້ງນີ້ໄດ້ຖອດຖອນບົດ¬ຮຽນ, ສ້າງຄວາມສາ-ມັກ¬ຄີນຳບັນ¬ດານັກ¬ກີ¬ລາກຸ່ມອາຊຽນ ແລະ ເພື່ອຍົກສູງຄຸນນະພາບນັກກີ¬ລາໃຫ້ໄດ້ມາດ¬ຕະ¬ຖານເທົ່າທຽມກັບສາ¬ກົນ ໂດຍສະ¬ເພາະກີ¬ລາກ໊ອຟທີ່ເປັນກີ¬ລາຂະ¬ຫຍາຍ¬ຕົວຢ່າງໄວ ຈິ່ງໄດ້ມີການສ້າງສະຫນາມກ໊ອຟທີ່ໄດ້ມາດ¬ຕະ¬ຖານລະ¬ດັບສາ¬ກົນຂຶ້ນ ທີ່ແຂວງຫລວງພະບາງ ພ້ອມໄດ້ເປີດນຳໃຊ້ເມື່ອ 2 ປີ ຜ່ານມາ ເພື່ອຮອງຮັບນັກກີລາກ໊ອຟລະດັບຊາດ ແລະ ລະ¬ດັບອາຊຽນ. ອີກທັງເປັນການສະ¬ຫລອງປີທ່ອງທ່ຽວລາວ ແລະ ເປັນການເປີດໃຫ້ນັກ¬ກີ¬ລາລາວເຮົາໄດ້ເຂົ້າ ຮ່ວມແຂ່ງ¬ຂັນໃນຂົງ-ເຂດ ແລະ ພາກພື້ນກີ¬ລາສາ¬ກົນໃຫ້ນັບມື້ນັບຫລາຍຂຶ້ນ. ທ່ານກ່າວຕື່ມວ່າ: ການແຂ່ງ¬ຂັນກີ¬ລາໃນຄັ້ງນີ້ ແມ່ນບາດ¬ກ້າວຫນຶ່ງໃນການໂຄ¬ສະນາສະ¬ຖານ¬ທີ່ທ່ອງທ່ຽວທີ່ປະທັບ ໃຈຂອງຄົນທັງໂລກທີ່ປາດຖະຫນາຢາກມາທ່ຽວຊົມທຳມະຊາດ, ຮ່ອງ¬ຮອຍປະ¬ຫວັດ¬ສາດ, ຮີດ¬ຄອງປະ¬ເພ¬ນີອັນດີ¬ງາມທີ່ເຄີຍປະ¬ຕິ¬ບັດກັນແຕ່ໃດມາຈົນໄດ້ ຮັບນາມວ່າເປັນເມືອງມໍ¬ລະ¬ດົກໂລກ ເມືອງທ່ອງທ່ຽວແຫ່ງອາ¬ລິ-ຍະທຳ.    ເຂົ້າຮ່ວມການແຂ່ງ¬ຂັນກີ¬ລາ ໃນຄັ້ງນີ້ໂດຍມີທ່ານ ດຣ. ຄຳ ແພງ ໄຊສົມແພງ ເຈົ້າ¬ແຂວງຫລວງພະບາງ ມີປະ¬ທານສະ¬ຫະພັນນັກກ໊ອຟລາວ ພ້ອມດ້ວຍນັກກີ¬ລາລາວ ແລະ ນັກ¬ກີ¬ລາມາຈາກກຸ່ມປະ¬ເທດອາຊຽນ ແລະ ຈະໃຊ້ເວ¬ລາ 4 ວັນຈິ່ງສຳ¬ເລັດການແຂ່ງ¬ຂັນ.

 ການ​ແຂ່ງ­ຂັນ​ກີ​ລາກ໋ອບ ລະ­ດັບ​ອາ​ຊຽນ ພີ​ຈີ​ເອ​ທົວ ຫລວງພະ​ບາງ​ລາວ​ໂອ​ເພັນ 18 ຂຸມ ຈາກ 11 ປະ­ເທດ​ອາ​ຊຽນ​ເຂົ້າຮ່ວມ​ທີ່​ແຂວງ​ຫລວງ​ພະ​ບາງ ເພື່ອ​ຊີງ​ລາ­ງວັນ 80 ພັນ​ໂດ​ລາສະ­ຫະ­ລັດ ໂດຍ​ຈະ​ເລີ່ມ​ແຂ່ງ­ຂັນເປັນ​ເວ­ລາ 4 ວັນ, ນັບ​ແຕ່​ວັນ​ທີ 3Œ-6 ພຶດ­ສະ­ພາ​ນີ້.

   ທ່ານ ດຣ. ຄຳ​ແພງ ໄຊ​ສົມແພງ ເຈົ້າ­ແຂວງ​ຫລວງ​ພະ​ບາງ ໄດ້​ໃຫ້​ສຳ­ພາດ​ຕໍ່​ສື່​ຂ່າວ​ວ່າ: ຈຸດປະ­ສົງ​ເປີດ​ການ​ແຂ່ງ­ຂັນ​ກີ­ລາກ໊ອ​ຟລະ​ດັບ​ອາ​ຊຽນ​ທີ່​ປະ­ເທດລາວ, ເພື່ອ​ຊີງ​ລາ­ງວັນ 80 ພັນໂດ​ລາ​ສະ­ຫະ­ລັດ ເຊິ່ງ​ເປັນ​ຄັ້ງ​ທຳອິດ​ທີ່​ລາວ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ໂດຍ​ສະ­ເພາະ​ຢູ່​ສະ­ຫນາມກ໊ອຟ​ແຂວງ​ຫລວງ​ພະ​ບາງ ເປັນການ​ເປີດ​ໂສມ​ຫນ້າ​ໃຫມ່​ໃຫ້​ແກ່ ສະ­ຫະ­ພັນ​ນັກ​ກີ​ລາ ກ໊ອຟ​ຂອງ ລາວ ແລະ ນັກ​ກີ​ລາກ໊ອຟ​ຂອງຫລວງ​ພະ​ບາງ 3 ທ່ານ​ທີ່​ເຂົ້າຮ່ວມ​ງານ​ຄັ້ງ​ນີ້​ໄດ້​ຖອດ​ຖອນບົດ­ຮຽນ, ສ້າງ​ຄວາມ​ສາ­ມັກ­ຄີນຳ​ບັນ­ດາ​ນັກ­ກີ­ລາ​ກຸ່ມ​ອາ​ຊຽນ ແລະ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ນັກກີ­ລາ​ໃຫ້​ໄດ້​ມາດ­ຕະ­ຖານ​ເທົ່າທຽມ​ກັບ​ສາ­ກົນ ໂດຍ​ສະ­ເພາະ​ກີ­ລາກ໊ອຟ​ທີ່​ເປັນ​ກີ­ລາ​ຂະ­ຫຍາຍ­ຕົວຢ່າງ​ໄວ ຈິ່ງ​ໄດ້​ມີ​ການ​ສ້າງ​ສະຫນາມ​ກ໊ອຟ​ທີ່​ໄດ້​ມາດ­ຕະ­ຖານລະ­ດັບ​ສາ­ກົນ​ຂຶ້ນ​ ທີ່​ແຂວງຫລວງ​ພະ​ບາງ ພ້ອມ​ໄດ້​ເປີດ​ນຳໃຊ້​ເມື່ອ 2 ປີ ຜ່ານ​ມາ ເພື່ອ​ຮອງຮັບ​ນັກ​ກີ​ລາກ໊ອ​ຟລະ​ດັບ​ຊາດ ແລະ ລະ­ດັບ​ອາ​ຊຽນ. ອີກ​ທັງ​ເປັນ​ການ​ສະ­ຫລອງ​ປີ​ທ່ອງທ່ຽວ​ລາວ ແລະ ເປັນ​ການ​ເປີດໃຫ້​ນັກ­ກີ­ລາ​ລາວ​ເຮົາ​ໄດ້​ເຂົ້າ ຮ່ວມ​ແຂ່ງ­ຂັນ​ໃນ​ຂົງ­ເຂດ ແລະ ພາກ​ພື້ນ​ກີ­ລາ​ສາ­ກົນ​ໃຫ້​ນັບ​ມື້​ນັບຫລາຍ​ຂຶ້ນ. ທ່ານ​ກ່າວ​ຕື່ມ​ວ່າ: ການ​ແຂ່ງ­ຂັນ​ກີ­ລາ​ໃນ​ຄັ້ງ​ນີ້ ​ແມ່ນບາດ­ກ້າວ​ຫນຶ່ງ​ໃນ​ການ​ໂຄ­ສະນາ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທີ່​ປະ​ທັບ ໃຈ​ຂອງ​ຄົນ​ທັງ​ໂລກ​ທີ່​ປາດ​ຖະຫນາ​ຢາກ​ມາ​ທ່ຽວ​ຊົມ​ທຳ​ມະຊາດ, ຮ່ອງ­ຮອຍ​ປະ­ຫວັດ­ສາດ, ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ທີ່​ເຄີຍປະ­ຕິ­ບັດ​ກັນ​ແຕ່​ໃດ​ມາ​ຈົນ​ໄດ້​ ຮັບນາມ​ວ່າ​ເປັນ​ເມືອງ​ມໍ­ລະ­ດົກ​ໂລກ ເມືອງ​ທ່ອງ​ທ່ຽວ​ແຫ່ງ​ອາ­ລິ­ຍະທຳ.

   ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ກີ­ລາ ໃນ​ຄັ້ງ​ນີ້​ໂດຍ​ມີ​ທ່ານ ດຣ. ຄຳ ແພງ ໄຊ​ສົມ​ແພງ ເຈົ້າ­ແຂວງຫລວງ​ພະ​ບາງ ມີ​ປະ­ທານ​ສະ­ຫະພັນ​ນັກ​ກ໊ອ​ຟລາວ ພ້ອມ​ດ້ວຍ​ນັກກີ­ລາ​ລາວ ແລະ ນັກ­ກີ­ລາ​ມາ​ຈາກກຸ່ມ​ປະ­ເທດ​ອາ​ຊຽນ ແລະ ຈະ​ໃຊ້ເວ­ລາ 4 ວັນ​ຈິ່ງ​ສຳ­ເລັດ​ການແຂ່ງ­ຂັນ.

ນີ້ອາດມີຄົນຮູ້ ຂ້ອຍອ່ານເຫັນນຳວາລະສານກັບເຫັນຢູ່ໜັງສືພິ່ມ ຂ່າວເສດຖະກິດສັງຄົມ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 19, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

ແສງແດດຖ້າເຮົາເບິ່ງດວງຕາເວັນຕອນເຊົ້າບໍ່ໃຫ້ເບິ່ງແດດກາຍຕອນ 9 ໂມງເຊົ້າຖ້າເບິ່ງຕອນບໍ່ທັນຮອດ9ໂມງເຊົ້າ

ມັນມີສານວິຕາມິ່ນຊະນິດໜຶ່ງທີ່ສາມາດເຮັດໃຫ້ດວງຕາເຮົາແຂງແຮງ ແລະ ແສງແດດຍັງມີວິດຕາມິນ D ທີ່ເຮັດໃຫ້ກະ

ດູກແຂງແຮງໄດ້ ຄືກັບຕ່າງປະເທດມັກອາບແດດ ແຕ່ຖ້າເຮົາເບິ່ງແດດແລະຕາກແດດຕອນສວຍຕອນແລງ

ມັນກະບໍ່ດີປານໄດເພາະມັນບໍ່ດີກັບສາຍຕາແລະຍັງທຳລາຍຜີວເຮົາ

ບາງຄົນອາດຮູ້ເພາະຂ້ອຍອ່ານເຫັນຢູ່ວາລະສານເລີຍເອົາມາຂະຫຍາຍ(^_^)

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 19, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ບໍລິສັດລາວໂທລະຄົມຫຼັກ5 ມີເເຜນເປີດໃຊ້4Gດຽວນີ້ມີແຕ່3Gເຊິ່ງມີແຜນຈະເປີດບໍລິການ

ໃນທ້າຍປີນີ້2012 ຊຶ່ງຄາດວ່າຈະໃຫ້ທັນກອງປະຊຸມ ອາຊີ-ເອີລົບຫຼືກອງປະຊຸມອາຊ້ຽນ(ASEN)

ທີ່ຈະເປີດຂື້ນໃນເດື່ອນ ພະຈິກ 2012. ປີ້ນີ້ບໍລິສັດລາວໂທລະຄົມທຸ້ມເງິນເຖິງ 120 ຕື້ກີບຫຼືປະມານ

15ລ້ານໂດລາ

ບາງຄົນອາດຮູ້ຂ້ອຍອ່ານເຫັນຢູ່ວາລະສານເລີຍເອົາມາເຜີຍແຜ່(^_^)

ຂຽນເມື່ອ ຂຽນເມື່ອ: ມ.ສ.. 17, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ນີ້ແມ່ນງານປະກວດຮ້ອງເພງໂດຍມີຊື່ວ່າ Pepsi Singing Contest 2012ເພື່ອຊິງຂັນລັດຖະມົນຕີ ກະຊວງສຶກສາທິການແລະກິລາ

ໂຄງການນີ້ແມ່ນການຮ່ວມມືຄັ້ງທຳອິດຂອງ ບໍລິສັດເບຍລາວແລະບໍລິສັດເຄື່ອງດື່ມແປ້ບຊີກັບກະຊວງສຶກສາທິການແລະກິລາ

ເງື່ອນໄຂຂອງຜູ້ສະມັກປະກວດແມ່ນຕ້ອງເປັນນັກຮຽນຊັ້ນ ມ.ປາຍ ໂດຍບໍ່ຈຳກັດໂຮງຮຽນ ລັດຫຼືເອກະຊົນທົ່ວປະເທດ.ສາມາດຮັບ

ແບບຟອມໄດ້ທີ່ໂຮງຮຽນ,

ໜ່ວຍປະຊາສຳພັນຂອງໂຄງການ ທາງ Facebook/Pepsi laoຫຼືໂທສອບຖາມໄດ້ທີ່ເບີ(020) 76111126.     

  ລາງວັນຜູ້ຊະນະເລີດຈະໄດ້ຮັບ ທຶນການສຶກສາ 10 ລ້ານກີບ ພ້ອມດ້ວຍຂັນຈາກລັດຖະມົນຕີກະຊວງສຶກສາທິການແລະກິລາພ້ອມດື່ມແປ້ບຊີຟຼີ 1 ປີ,

ລາງວັນທີ່ສອງຈະໄດ້ຮັບທຶນການສຶກສາ 6 ລ້ານກີບ ພ້ອມໃບຍັ້ງຢືນ,ດື່ມແປ້ບຊີຟຼີ 1 ປີ, ລາງວັນທີ່ສາມຈະໄດ້ຮັບ

ທຶນການສຶກສາ 4 ລ້ານກີບພ້ອມໃບຍັ້ງຢືນ,ດື່ມແປ້ບຊີຟຼີ 1 ປີ 

    ງານປະກວດຮັບສະໜັກຕັ້ງແຕ່ວັນທີ່ 26 ມີນາ 2012--24 ເມສາ 2012  ແລະການແຂ່ງຂັນຈະແບ່ງອອກເປັນສາມຮອບຄື:

    ຮອບທຳອິດຈະຈັດຂື້ນໃນວັນທີ່ 25 ເມສາ 2012 ໂດຍຄັດເອົາ 30 ຄົນ ,ຮອບສອງຈະຈັດຂື້ນທີ່ 30 ເມສາ 2012ຄັດເຫຼືອ 12 ຄົນ

    ແລະຮອບສາມຊິງສະນະເລີດຈະຈັດຂື້ນວັນທີ່ 11 ພຶດສະພາ 2012 

ບາງຄົນອາດຮູ້ຂ້ອຍອ່ານເຫັນຢູ່ວາລະສານເລີຍເອົາມາບອກເພື່ອບາງຄົນຈະສະໜັກ ແຕ່ວ່າ ຕ້ອງແມ່ນນັກຮຽນ ມ.ປາຍ ມ4--ມ7

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 16, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ຖ້າຫາກເຮົາໃຊ້ສາຍຕາຫຼືເບິ່ງໜ້າຈໍຄອມດົນໆຄວນພັກສາຍຕາທຸກໆ30-60ນາທີ່ດ້ວຍການຫຼັບຕາຫຼືກະພິບຕາເລືອຍໆນ້ຳຕາຈະຊ່ວຍໃຫ້

ຕາດົນແຫ້ງດົນປວດ,ຖ້າໃຊ້ຄອນແທັກເລນຄວນໃສ່ບໍ່ເກີນມື້ລະ8ຊົ່ວໂມງ ,ດື່ມນ້ຳຫຼາຍໆກໍ່ຈະຊ່ວຍໃຫ້ຕາດົນແຫ້ງດົນປວດໄດ້,ຫຼີກລ້ຽງບ່ອນທີ່ມີລົມແຮງ

ຫຼືບ່ອນທີ່ມີແສງແດດແຮງຄວນໃສ່ແວນຕາເພື່ອກັນແດດແລະລົມໄດ້ເພື່ອໃຫ້ຕານານແຫ້ງຫຼືການກິນອາຫານທີ່ຊ່ວຍບຳລຸງສາຍຕາຈຳພວກ: ຜັກ,ໜາກໄມ້

ປາຫຼືອາຫານທະເລທີ່ມີກົດໄຂມັນທີ່ຈຳເປັນຫຼືກິນໂອເມກ້າສາມເພື່ອຈະເຮັດໃຫ້ນ້ຳຕາລະເຫີຍຊ້າລົງ ຕາຈະດົນແຫ້ງດົນປວດຫຼືເຮົາບໍ່ຄວນໃຊ້ສາຍຕາດົນຕິດຕໍ່ກັນ

ຄວນໄດ້ພັກສາຍຕາເປັນໄລຍະໄລຍະຫຼືກະພິບຕາເລື້ອຍໆເພື່ອໃຫ້ມີນ້ຳຕາເຄືອບດວງຕາຖ້າເຮົາປະໃຫ້ຕາແຫ້ງດົນຈະເຮັດໃຫ້ແກ້ວຕາບໍ່ສົດໃສ ຜີວແກ້ວຕາອັກເສບ

ຈະເຮັດໃຫ້ມີອາການຄາຍເຄື່ອງປວດຕາແລະຕາມົວ

ນີ້ກະອາດມີຄົນຮູ້ ຂ້ອຍອ່ານເຫັນຢູ່ວາລະສານເລີຍເອົາມາບອກຕໍ່ໃຫ້ເພື່ອນໆໄດ້ຮູ້(^__^)

ຂຽນເມື່ອ ຂຽນເມື່ອ: ມ.ສ.. 16, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ໜາກໄມ້ສີແດງເຊັ່ນ: ໜາກໂມ,ໜາກເລັ່ນ,ໜາກເພັດ,ໜາກເຊີລີ້,ໜາກສະຕໍເບີລີ້.....ມັນມີສານເບຕ້າແຄໂຮທີນຫຼາຍ

ລວມໄປເຖິງມີຢາ antiseptic ເຊິ່ງຈະຊ່ວຍຫຼຸດອາການອັກເສບຕ່າງໆເຊັ່ນ:ອາການບວມທີ່ເກີດຈາກເລືອດຄ້າງໃນສ່ວນຕ່າງໆແລະ

ຊ່ວຍໃຫ້ເລືອດໃນຮ່າງກາຍໜູນວຽນດີຂື້ນ,ປ້ອງກັນອາການເລືອດອຸດຕັນ,ຊ່ວຍຫຼຸດອາການອັກເສບຈາກບາດແຜທີ່ເກີດຈາກການ

ປວດແສບຮ້ອນ,ຊ່ວຍໃຫ້ຮ່າງກາຍສາມາດຕ້ານທານແສງແດດໄດ້ດີແລະຍັງຊ່ວຍບັນເທົາອາການຫຼຸດລົງຈາກການປວດເປັນໂລກກະເພາະ

,ລຳໃສ້ອັກເສບ,ເຈັບຄໍແສບຄໍ,ລີ້ນເປັນຝ້າແລະເຫືອກອັກເສບ

 ບາງຄົນອາດຮູ້ຂ້ອຍອ່ານເຫັນໃນວາລະສານກະເລີຍມາເຜີຍແຜ່(^_^)

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ເລື່ອງເກີດຂື້ນມື້ນີ້ 6/4/2012ເກີດຢູ່ທີ່ເເປະປ້ອມຕຳຫຼວດສະພັງໜໍ້ ທາງສິລ້ຽວໄປໂຮງໜໍ103 ຂ້ອຍໄປເຮື່ອນເອື້ອຍຢູ່ແປະຫັ້ນຂ້ອຍນັ່ງຫຼີ້ນຢູ່ໃນເຮື່ອນເອື້ອຍຂ້ອຍຍິນສຽງດັງຂ້ອຍອອກໄປເຫັນລົດຈັກ HONA WAVE125 ລົ້ມຢູ່ຮ້ານຂາຍ ເຕົ້າຮູ້ ຂອງ ເມຍອ້າຍຂອງອ້າຍເຄີຍຖັງຕົ້ມນ້ຳເຕົ່າຮູ້ບູບເຂົ້າໜ້ອຍໜຶ່ງ ແຕ່ຖັງດອກໄມ້ໜ້າຮ້ານ4ໂຖຊ້ອນກັນແຕກໜຸ່ນຖ້າບໍ່ມີໂຖດອກໄມ້ ບ່ອນຕົ້ມເຕົ້າຮູ້ໜຸ່ນເກືອບຖືກຫຼານຂ້ອຍຢີນຢູ່ກັບໜູ່ສອງຄົນຢູ່ແຖວໜໍ່ກັບບ່ອນຕົ້ມນ້ຳເຕົ້າຮູ້ ຂ້ອຍເອງກັບອ້າຍຢູ່ຫັ້ນເປັນຄົນເອົາລົດອອກລະກະຊ່ວຍຊິກລາວແລ້ວເອົາມານັ່ງພັກຢູ່ຮ້ານເມຍຂອງອ້າຍອ້າຍເຄີຍ ລາວເລີ່ມມີສະຕິຖາມລາວ ລາວວ່າເປັນຄົນຕ່າງແຂວງມາຮຽນຢູ່ພີ້ລາວໄປກິນເບຍນຳໜູ່ພັກຮຽນສະຫຼອງປີໃໜ່ເສື້ອຍັງປຽກຢູ່ຕາແດງອີກ  ຖ້າບໍ່ເຈີນເຂົ້າຮ້ານຂອງເມຍອ້າຍອ້າຍເຄີຍ ກະໄປກາງທາງລົດໃຫ່ຍບໍ່ຕຳກະຢຽບແນ່ນອນເລື່ອງເກີດມື້ນີ້ ວັນທີ່ 6 ເດື່ອນ 4 ປີ 2012 ເວລາ 15 ໂມງປາຍແຕ່ຂ້ອຍບໍ່ໄດ້ເບິ່ງໂມງວ່າປາຍທໍ່ໃດ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ສະບາຍດີທຸກຄົນຫຼາຍຄົນຄືສິໄດ້ຍິນຂ່າວວັນສີ້ນໂລກຫຼືໂລກແຕກ 2012ເດື່ອນ12 ມີຂ່າວອອກນຳເນັດ ນຳໂທລະພາບ NASAໄດ້ຊ່ອງກ້ອງຂື້ນໄປອາວະກາດ

ພົບວ່າ ມັນມີຮອຍແຕກຢູ່ດວງຕາເວັນ ແລະມັນສິມີອຸກາບາດ ຕົກລົງມາໃສ່ໂລກ ແລ້ວມັນສິເປັນຄື້ນໄຟດັບມອດໄປທົ່ວໂລກ ນຳ້ຈະແຫ້ງຕົ້ນໄມ້ຈະຕາຍ

ບໍ່ມີສິ່ງທີ່ມີຊີວິດລອດ ເພາະມັນເຄີຍມີອຸກາບານຕົກໃສ່ໂລກເມື່ອປີ2000 ຫຼາຍຄົນວ່າປີ2000ໂລກສິແຕກ ມັນມີແທ້ອຸກະບາດຕົກລົງມາແຕ່NASAໄດ້ຜະລິດປືນ

ຍິ່ງແຕກຢູ່ອາວະກາດບໍ່ທັນຮອດໂລກເລີຍບໍ່ເປັນຫຍັງ ແຕ່ຂ່າວລ້າສຸດ ມີຫຼາຍປະເທດຂອງອົງການNASAລວມທັງໄທ ໄດ້ຊ້ກ້ອງຊ່ອງຂື້ນໄປອາວະກາດ ພົບວ່າ

ມັນແມ່ນ ລຸມດຳ ທີ່ມັນຮ້າຍແຮງມັນຈະເຮັດໃຫ້ ເກີດມີອຸກາບາດຕົກໃສ່ໂລກ ແຕ່ມັນມີການປ່ຽນແປງລຸມຄັ້ງນີ້ເປັນລຸມທີ່ໃຫ່ຍແລະຮ້າຍແຮງໃນລອບຫຼາຍ

ສະຕະວັດ ແຕ່ລຸມນີ້ມັນສິດຖືກດູດເອົາ ອາຍອາກາດຊະນິດໜຶ່ງ ແລະມັນສິສະລາຍໂຕ ແລະສິບໍ່ກະທົບກະເທື່ອນຮອດໂລກ ຂ້ອຍເບິ່ງນຳຂ່າວໄທ ກັບຢູ່ຊ່ອງ

ຕ່າງປະເທດຫຼາຍປະເທດຂ່າວ
 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 

1.      Bugatti Veyron  ຄວາມໄວ 267km/h

2.       Koenigsegg Agera R   ຄວາມໄວ 260km/h

3.      SSC Ultimate Aero  ຄວາມໄວ 257 km/h

4.      Saleen S7 Twin-Turbo  ຄວາມໄວ 248 km/h

5.      Koenigsegg CCX   ຄວາມໄວ 245 km/h

6.      McLaren F1  ຄວາມໄວ 240 km/h

7.      Gumpert Apollo  ຄວາມໄວ 224 km/h

8.       Noble M600  ຄວາມໄວ 223 km/h

9.      Pagani Zonda Cinque Roadster   ຄວາມໄວ 217 km/h

10.Ascari A10   ຄວາມໄວ 215 km/h

ຂຽນເມື່ອ ຂຽນເມື່ອ: ມ.ນ.. 2, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ລົດແພງທີ່ສຸດແຫ່ງປີ2012

1:bugatti-veyron-super-sport  ລາຄາ 2,6ລ້ານ$

2:ferrari 599xx    ລາຄາ 2 ລ້ານ$

3:zenvo st1  ລາຄາ 1,8ລ້ານ$

4:koenigsegg agera r  ລາຄາ 1,7ລ້ານ$

5:aston martin one 77  ລາຄາ1,4ລ້ານ$

6:maybach landaulet ລາຄາ 1,4ລ້ານ$

7:pagani huayra  ລາຄາ 1,3ລ້ານ$

8:hennessey venom gt ລາຄາ 1ລ້ານ$

9:ssc tuatara ລາຄາ 970,000$

10:porsche 918 spyder ລາຄາ 845,000$

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

ກິເຫຼດ ເຊິ່ງມີຄວາມໝາຍວ່າ ສິ່ງທີ່ເຮັດໃຫ້ຈິດໃຈເສົ້າໝອງ ປຽບເໝືອນເມກໝອກທີ່ປິດບັງດວງຈັນບໍ່ໃຫ້ສ່ອງແສງໃນຍາມຣາຕີ. ໃນນີ້, ສິ່ງທີ່ເຮັດໃຫ້ຈິດໃຈເສົ້າໝອງນັ້ນ ກໍເຫັນຈະໄດ້ແກ່ ອະກຸສົນມູນ ເຊັ່ນ : ຄວາມໂລບມາກໂລພາ, ຄວາມໂກດ, ຄວາມຫຼົງ, ວິປະຣິຕຕະນະສິກາຣ, ອະຫິຣິກະ(ຄວາມບໍ່ຮູ້ຈັກຢາກອາຍເວລາເຮັດຄວາມຊົ່ວ), ອະໂນຕຕັປປະ(ບໍ່ຮູ້ຈັກຢ້ານບາບ),

ວົ້າຄວາມຈິງ, ກິເຫຼດ ນີ້ ມີຫຼາຍຂັ້ນ ຄື : ຂັ້ນຫຍາບ, ຂັ້ນກາງ, ແລະຂັ້ນລະອຽດ ຫຼື ຂັ້ນບໍ່ດີ, ຂັ້ນປານກາງ ແລະຂັ້ນປານີດ.

 ຖ້າກິເຫຼດຂັ້ນຫຍາບ ກໍຄື ຄວາມຢາກໄດ້, ຄວາມໂລບທີ່ປະກອບດ້ວຍຈິດທີ່ບໍ່ມີປັນຍາໃນທາງທີ່ດີ ມົວແຕ່ຢາກໄດ້ ຈົນເຮັດໃຫ້ຫາວິທີທາງໄດ້ມາໃນທາງທີ່ຜິດທໍານອງຄອງທັມ,

ຖ້າຂັ້ນກາງ ເມື່ອຢາກໄດ້ແລ້ວ ກໍຫາວິທີເອົາມາດ້ວຍຄວາມດຸໝັ່ນຂະຫຍັນພຽນເປັນຕົ້ນ.

ແຕ່ສໍາລັບຂັ້ນສຸດທ້າຍນັ້ນ ເປັນເລື່ອງຂອງຄວາມລະອຽດ ປະນີດ ເຊັ່ນ : ຄວາມຢາກໄດ້ໃນບຸນກຸສົນ, ຢາກສ້າງບຸນ, ຢາກພ່ໍາເພັງພາວະນາ, ຢາກຫຼຸດພົ້ນອອກຈາກກິເຫຼດ ເພິ່ນກໍເອີ້ນວ່າກິເຫຼດເຊັ່ນກັນ. ການໃຊ້ກິເຫຼດເພື່ອສະແຫວງຫາຫົນທາງອອກຈາກກິເຫຼດ ເປັນສິ່ງທີ່ປະເສີດ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2012 | ມີ 16 ຄຳເຫັນ ແລະ 0 trackback(s)

1: ປານາ ທິປະຕາ ເວຣະມະນີ ສິກຂາປະທັມ ສັມມາ ທິຍາມິ(ຫ້າມຂ້າສັດຕັດຊີວິດແລະບຽດບຽດກັນ)

2: ອະທິນາ ທານາ ເວຣະມະນີ ສິກຂາປະທັມ ສັມມາ ທິຍາມິ(ຫ້າມລັກຂະໂມຍ)

3: ກາເມ ສຸມິດສາ ຈະຣາ ເວຣະມະນີ ສິກຂາປະທັມ ສັມມາ ທິຍາມິ(ບໍ່ຕ້ອງຄິດຊົ່ວທຳຊົ່ວກັບຄົນອື່ນ)

4: ມຸສາວາທາ ເວຣະມະນີ ສິກຂາປະທັມ ສັມມາ ທິຍາມິ(ຫ້າມຕົວະແລະຕົ້ມຕຸນຫຼອງລວງ)

5: ສຸຣາເມຣະຍະ ມັສຊະ ປະມາທັດທະນາ ເວຣະມະນີ ສິກຂາປະທັມ ສັມມາ ທິຍາມິ(ຫ້າມດື່ມສິ່ງມືນເມົາ)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 

ໃນແຕ່ກ່ອນໂຮງງານຜະລິດຊີມັງຜະລິດໄດ້ພຽງແຕ່ 1,8ລ້ານໂຕນ/ປີ ແຕ່ຄວາມຕ້ອງການນຳໃຊ້ຊີມັງແມ່ນ 3ລ້ານໂຕນ/ປີ ແຕ່ຕໍ່ໄປນີ້ບັນດາພີ່ນ້ອງຊາວລາວເຮົາບໍ່ຕ້ອງກັງວົນອີກຕໍ່ໄປເພາະປະຈຸບັນໂຮງງານຊີມັງລາວເຮົາໄດ້ເພີ່ມຜະລິດຕະພັນໃໜ່ສາມາດຜະລິດໄດ້ 3,2ລ້ານໂຕນ/ຕໍ່ປີ(ບາງຄົນອາດຮູ້ເພາະTVອອກຂ່າວ ຂ້ອຍກະອ່ານເຫັນນຳໜັງສືພິ່ມກັບວາລະສານ)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ນີ້ຄື10ປະເທດທີ່ມີຄຳຫຼາຍທີ່ສຸດໃນໂລກ(ບາງຄົນອາດຮູ້ຂ້ອຍເຫັນອອກຂ່າວTV ກັບໜັງສືພິ່ມກັບວາລະສານອັບເດດທີ່ຂ້ອຍອ່ານເຫັນ)

10 ປະເທດທີ່ມີຄຳຫຼາຍທີ່ສຸດໃນໂລກ

ປະເທດທີ່ 1: ອາເມລິກາ ປະມານ 8,133.5ໂຕນ

ປະເທດທີ່ 2: ເຢຍລະມັນ ປະມານ 3,407.8ໂຕນ

ປະເທດທີ່ 3: ອີຕາລີ່ ປະມານ 2,451.8ໂຕນ

ປະເທດທີ່ 4: ຝລັ່ງ ປະມານ 2,435.4ໂຕນ

ປະເທດທີ່ 5: ຈີນ ປະມານ 1,054ໂຕນ

ປະເທດທີ່ 6: ສະວິດເຊີແລນ ປະມານ 1,040.1ໂຕນ

ປະເທດທີ່ 7: ຢີ່ປຸ່ນ ປະມານ 765.2ໂຕນ

ປະເທດທີ່ 8: ເນເທີແລນ ປະມານ 612.5ໂຕນ

ປະເທດທີ່ 9: ລັດເຊຍ ປະມານ 607.7ໂຕນ

ປະເທດທີ່ 10: ອິນເດຍ ປະມານ 557.7ໂຕນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2012 | ມີ 19 ຄຳເຫັນ ແລະ 0 trackback(s)

ນີ້ຄື10ປະເທດລວຍທີ່ສຸດໃນໂລກ (ບາງຄົນອາດຮູ້ເພາະຂ້ອຍເຫັນອອກ tv ກັບຂ້ອຍອ່ານເຫັນໃນວາລະສານກັບໜັງສືພິ່ມ)

1: ອາເມລິກາ GDP 14,580,000,000,000$

2: ຈີນ GDP 7,800,000,000,000$

3: ຢີ່ປຸ່ນ GDP4,487,000,000,000$

4: ອິນເດຍ GDP3,319,000,000,000$

5: ເຢຍລະມັນ GDP 2,863,000,000,000$

6: ອັງກິດ GDP 2,278,999,982,080$

7: ລັດເຊຍ GDP 2,224,999,890,944$

8: ຝຮັ່ງ GDP 2,096,999,956,480$

9: ບຮາຊີວ GDP 2,030,000,013,312$

10: ອີ່ຕາລີ່ GDP 1,801,000,058,880$ 

GDP :Gross DomeStic Product: ແມ່ນລວມຍອດຜະລິດຕະພັນພາຍໃນປະເທດຕົນເອງ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

ສ ປ ປ ລາວເຮົາໄດ້ສົ່ງອອກຜະລິດຕະພັນໄມ້ແປຮູບໄດ້ສ້າງລາຍຮັບໃຫ້ແກ່ປະເທດເຮົາເຖິງ 80 ລ້ານໂດລາ (640ຕື້ກີບ) ໃນນັ້ນ ປະເທດໄທນຳເຂົ້າ 22 ລ້ານໂດລາ,ຫວຽດນາມ 11 ລ້ານໂດລາ

ຢີ່ປຸ່ນ 4.5 ລ້ານໂດລາ ສະຫະພາບຢູໂຮບ 147,579 ໂດລາ ແລະ ອົດສະຕາລື 151,691 ໂດລາ. ສ່ວນທີ່ເຫຼື່ອແມ່ນສົ່ງອອກໄປປະເທດອີ່ນ(ບາງຄົນອາດຮູ້ ໜັງສືພິມ ໂທລະພາບ ວາລະສານ ອອກ)

ຂ້ອຍອ່ານເຫັນຢູ່ວາລະສານກັບໜັງສືພິ່ມ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ບໍລິສັດHoang Anh Gia Lai JointStock Company(HGA)ແມ່ນບໍລິສັດຫວຽດນາມ ໄດ້ຮັບອານຸຍາດຈາກລັດຖະບານລາວໃນການສຶກສາຂຸດຄົ້ນບໍທອງເພາະທາງບໍລິສັດ HAG ເຫັນວ່າມີຜົນຕອບແທນດີທີ່ໜ້າລົງທຶນ  ລັດຖະບານລາວກັບບໍລິສັດຈະທຳການອອກແຜນການລົງທຶນກ່ອນຈະເຮັດຂໍ້ຕົກລົງໃຫ້ຫວຽດນາມສຳປະທານ 25 ປີ ແມ່ນຈະຂຸດຄົ້ນທີ່

ເມື່ອງ ລະມາມ ແຂວງ ເຊກອງ ມີເນື້ອທີ່ 92 ກິໂລຕາແມັດ(ນີ້ບາງຄົນອາດຮູ້ໜັງສືພິມ ວາລະສານ ໂທລະພາບອອກໜົດ ຂ້ອຍອ່ານເຫັນຢູ່ໜັງສືພິມກັບວາລະສານ)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

ແມ່ນເກີດຈາກການລູກຢາກໄດ້ລົດຕູ້ມາແລ່ນລົດໂດຍສານ ບ້ານເກິນ-ວຽງຈັນ ທັງໆທີ່ ແມ່ຮູ້ວ່າ ລູກເຂີຍບໍ່ດີປານໃດ ເປັນຄົນເກເລ ພວກລູກລູກໄດ້ບອກໃຫ້ແມ່ໄປດາວລົດໃຫ້ ໂດຍເຊັນຄ່ຳປະກັນ ແລະຈ່າຍເງິນໃຫ້ກ່ອນ40%ດ້ວຍຄວາມຮັກຂອງແມ່ທີ່ມີຕໍ່ລູກ ແມ່ໄດ້ຂາຍດິນນາ ດິນສ່ວນໄປຈ່າຍກັບເຊັນຄ່ຳປະກັນຍ້ອນພວກລູກໄດ້ສັນຍາກັບແມ່ວ່າ ແມ່ຈ່າຍກ່ອນ40%ເຫຼື່ອ60%ພວກລູກສິຈ່າຍໃຫ້ແລ້ວພາຍໃນ3ປີຫຼັງຈາກນັ້ນສິຄ່ອຍໃຊ້ຄືນເງິນຄ່າດີນນາດິນສວນໃຫ້ແມ່ຫຼັງຈາກຈ່າຍຜ່ອນມາໄດ້5ເດື່ອນເລີ່ມອອກແລວພວກລູກ

ບໍ່ຈ່າຍຕໍ່ແມ່ບໍ່ມີເງິນຈ່າຍຟ່າຍບໍລິສັດລົດຈະຢຶດລົດຄືນ ພວກລູກບໍ່ຫຼາຍເລື່ອງປົບໜີພ້ອມລົດຕູ້ ໂດຍທີ່ຕິດຕໍ່ບໍ່ໄດ້ ແລະແມ່ຮັບເຄາະກັບຫຼັ່ງນຳຕາ ຍ້ອນລາຍເຊັນ ຕ້ອງຈ່າຍຕໍ່

(ອາດມີຄົນຮູ້ເລື່ອງນີ້ເພາະຂ້ອຍອ່ານເຫັນຢູ່ໜັງສືພິ່ມກັບວາລະສານ) ຂ້ອຍວ່າ ລູກກັບລູກເຂີຍບາບສຸດ(ຂ້ອຍຂຽນເລື່ອງນີ້ເພາະຢາກໃຫ້ຮູ້ວ່າ ຢ່າເຮັດໃຫ້ແມ່ມັນບາບກັບການທີ່ພວກເຮົາຢ່າເຊັນອັນນັ້ນອັນນີ້ໂລໆເລໆດຽວສິຊວຍໂດຍທີ່ບໍ່ຮູ້ໂຕ)

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 5, 2012 | ມີ 16 ຄຳເຫັນ ແລະ 0 trackback(s)

ເຫດການເກີດ ວັນທີ່ 9 ກຸມພາ 2011 ທີ່ຜ່ານມາ ຕຳຫຼວດໄດ້ມີການຈັບເຈົ້າຂອງຮ້ານຄາລາໂອເກະແຫ່ງໜຶ່ງ ບ້ານເລກທີ່50/2ທີ່ຕຳບົນ ດານຊ້າງ ອຳເພີດານຊ້າງ ຈັງວັດສຸພັນບູລີ ໄດ້ພົບຄົນລາວເຮົາ30ກວ່າຄົນອາຍຸລະຫວ່າງ 13-18ປີ ຊຶ່ງຖືກບາງຄັບໃຫ້ຮັບແຂກມື້ລະ5ຄົນ ແຕ່ໃຫ້ກິນແຕ່ພໍບໍ່ຕາຍແລະບໍ່ໃຫ້ເງິນຈັກເທື່ອ ເຈົ້າໜ້າທີ່ມູນລະນິທິຂອງໄທກັບເຈົ້າໜ້າທີ່ສືບສວນ ແມ່ນຖືກພວກນາຍໜ້າເອົາມາຂາຍໃຫ້ຮ້ານຄາລາໂອເກະດັງກ່າວ ໂດຍທີ່ນາຍໜ້າລາວເຮົາມາພົບພໍ່ແມ່ຂອງເດັກຖືກຫຼອກພວກນັ້ນ ໂດຍທີ່ຫຼອກອັນນັ້ນອັນນີ້ແລະເອົາເງິນໃຫ້ພໍ່ແມ່ພວກກະເຈົ້າເພື່ອໃຫ້ເຊື່ອວ່າແມ່ນແທ້ ແລະພາມາຂາຍໃຫ້ຮ້ານດັງກ່າວ ດຽວນີ້ເດັກນ້ອຍເຫຼົ່ານັ້ນໄດ້ກັບມາລາວແລ້ວ(ຂ້ອຍຂຽນໄດອາຮີ່ນີ້ຂື້ນມາເພື່ອຢາກໃຫ້ຮູ້ວ່າຢ່າເຊື່ອທີ່ວ່າຄົນຈະພາໄປເຮັດຢູ່ຫັ້ນຢູ່ນີ້ໄດ້ເງິນຫຼອກເງິນຫຼາຍ ເຫັນເຂົາເອົາເງິນໃຫ້ກໍ່ຢ່າເຊື່ອຢ່າດີໃຈ
ເພາະມັນບໍ່ມີຫຍັງໄດ້ມາງ່າຍໆໂດຍບໍ່ເສຍຫຍັງຕອບແທນ ດັ່ງຄຳສຸພາສິດວ່າ ໄດ້ຢ່າງເສຍຢ່າງ )ພວກຄົນນາຍໜ້າມັນບາບສຸດກັບຄົນຊື້ກະບາບສຸດ  ພວກນີ້ສາມາດເອີ້ນວ່າ ຜີສັງຄົມ ໜາສັງຄົມ ເດນມະນຸດ ຫຼືມານສັງຄົມກໍ່ໄດ້ (ໃຜມາອ່ານຊ່ວຍບອກໜູ່ມາອ່ານແນ່ ລະກະເຕື່ອນພໍ່ແມ່ ໜູ່ຄູ່ຕໍ່ໆກັນໄປແນ່ ດ້ວຍຄວາມຫວັງດີ)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ເຄື່ອນໄຟຟ້ານ້ຳຄານ2 ແຂວງ ຫຼວງພະບາງ ຄາດວ່າຈະສຳເລັດປີ 2015 ດ້ວຍກຳລັງການຜະລິດ 130 ເມກາວັດ (MW)

ເຊິ່ງສາມາດຜະລິດກະແສໄຟຟ້າປະມານ 558 ລ້ານກິໂລວັດຕໍ່ປີ ໂຄງການດັ່ງກ່າວກໍ່ສ້າງ ປະມານ 308 ລ້ານໂດລາ ການຮ່ວມມືລາວ-ຈີນ

ແມ່ນກູ້ຢືມເງິນຈາກທະນາຄານ The Exim bank of china. ໃນນັ້ນລາວ ພຽງ 5%  ທະນາຄານຈີນ The Exim bank of china 95%

ຂອງທັງໜົດ100%(ໜັງສືພິ່ມ ວາລະສານ ຂ່າວທາງໂທລະພາບ ລ້ວນອອກ)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ຟາມໄກ່ພັນໃຫ່ຍແມ່ນຢູ່ແຂວງວຽງຈັນ ໂດຍບໍລິສັດວຽງຈັນກະສີກຳ99ເປັນຜູ້ເພາະໄກ່ນ້ອຍໃຫ້ຟາມດັ່ງກ່າວ

ໂດຍຟາມໄກ່ຢູ່ບ້ານໜອງຂອນ ເມື່ອງໂພນໂຮງ ແຂວງວຽງຈັນ ການກໍ່ສ້າງທັງໜົດ 3 ຫຼັງ ແຕ່ລະຫຼັງແມ່ນໃຊ້ເງິນ

7650ລ້ານກີບ ອາຄານຍາວ 96 ແມັດ ກ້ວາງ 10 ແມັດ ເນື້ອທີ່ຟາມແຫ່ງນີ້ແມ່ນ 14 ເຮັກຕ້າ ສ້າງມາ2ປີແລ້ວ

ຍັງເຫຼືອພຽງຫຼັງທີ່ 3 ໜ້ອຍດຽວກໍ່ສຳເລັດແລ້ວ  ໃນປະຈຸບັນ ຈະເລີ່ມລ້ຽງໃນທ້າຍເດື່ອນ1ນີ້ແຕ່ລະຫຼັງມີທັງໜົດ

1584ກົງ ກົງ1ມີ13ໂຕ ແຕ່ລະຫຼັງໃຊ້ດອກໄຟ 80 ດອກ ແລະພັດລົມ 12 ໜ່ວຍ ໂດຍຟາມແຫ່ງນີ້ໃຊ້ເຄື່ອງທັນສະໄໜ

ລະດັບສາກົນກໍວ່າໄດ້ ໂດຍຄ່າໄຟຟ້າປະມານ20ລ້ານກີບຕໍ່ເດື່ອນ(ໜັງສືພິ່ມ ຂ່າວໂທລະທັດ ວາລະສານກະອອກເດີ)

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ເຄື່ອນໄຟຟ້ານ້ຳງຽບ 2 ທີ່ແຂວງຊຽງຂວາງ ຈະສຳເລັດແລະເລີ່ມການຜະລິດອີກ 4 ປີຂ້າງໜ້າ ກຳລັງການຜະລິດ 180 ເມກາວັດ(MW)

ຊຶ່ງຈະສາມາດຜະລິດໄຟຟ້າໄດ້ປະມານ 723 ລ້ານກິໂລວັດໂມງຕໍ່ປີ ງານກໍ່ສ້າງທັງໜົດປະມານ 345ລ້ານ ໂດລາ

ແມ່ນການກູ້ຢືມເງິນຈາກ ທະນາຄານຂາເຂົ້າ-ຂ້າອອກປະເທດຈີນເຊິ່ງແມ່ນການຮ່ວມມືລາວ-ຈີນ

  ເຊີ່ງບໍ່ລິສັດ CWE ຂອງປະເທດຈີນຖືຮຸ້ນ 90% ສ່ວນ ລັດວິສາຫະກິດໄຟຟ້າລາວຖືຮຸ້ນພຽງ 10%(ໝັງສືພິມ ຂ່າວໂທລະທັດ ວາລະສານ ລ້ວນແຕ່ມີ)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ງານຄອນເສີດອາຊຽນຄັ້ງທີ່1ຫຼື The 1st Asean concert ຈະມີ10ປະເທດອາຊຽນເຂົ້າຮ່ວມຄື:ລາວ,ຫວຽດນາມ,

ກຳປູເຈຍ,ໄທ,ສິງກະໂປ,ມຽນມ້າ,ມາເລເຊຍ,ບູໄນ,ອິນໂດເນເຊຍແລະຟິລິປິນ ແຕ່ລະປະເທດມີສີລະປິນຕົວແທນຄົນ1

ແຕ່ຍົກເວັ້ນລາວມີສີລະປິນເຂົ້າຮ່ວມ6ຄົນຄື: ຕີ ອຸດາໄລ,ລົດຈະນາ,ສຸລິສັກ,ຈ່ອຍ ທົດສະກັນ,ປູນາແລະເລດີ້. 

ຈັດຂື້ນຢູ່ຫໍວັດທະນະທຳແຫ່ງຊາດ ຂອງວັນທີ່ 21 ມັງກອນ 2012 ເວລາ8ໂມງແລງ(ເລື່ອງຟີບໍ່ຟີ)ນີ້ຂ້ອຍກະບໍ່ຮູ້ຢູ່ໜັງສືພິ່ມກັບວາລະສານຂ້ອຍອ່ານເຫັນບໍ່ໄດ້ຂຽນ)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

ກຳລັງກໍ່ສ້າງເຄື່ອນໄຟຟ້າມີ3ແຫ່ງຄື: 1.ໂຄງການນ້ຳລອງ(ຫຼວງນ້ຳທາ)

                                                           2.ໂຄງການນ້ຳງຽບແຫ່ງ2(ຊຽງຂວາງ)

                                                           3.ໂຄງການນ້ຳຄານແຫ່ງ2(ຫຼວງພະບາງ)

ຂ້ອຍຄິດວ່າບາງຄົນອາດຮູ້ ພວກມັກອ່ານວາລະສານກັບໜັງສືພິ່ມ ຂ້ອຍມັກອ່ານເລີຍເຫັນຢູ່ວາລະສານ ໜັງສືພິ່ມກະເຫັນ ທໍລະທັດກະອອກ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ເຫດການຂ້າເອົາຊັບ ເກີດທີ່ ຫ້ອງເຊົ່າ ບ້ານທົ່ງພານທອງ ເມື່ອງສີສັດຕະນາກ ເກີດຂື້ນ ກາງຄືນຂອງວັນທີ່ 8 ມີນາ 2011 ໂຈນແມ່ນຄົນທີ່ຢູ່ບ້ານໂພນປາເປົ້າ ເມື່ອງສີສັດຕະນາກ(ນີ້ກະຕ້ອງມີບາງຄົນຮູ້ເພາະໜັງສືພິ່ມກັບວາລະສານອັບເດດກະອອກ ຂ້ອຍອ່ານເຫັນຢູ່ວາລະສານອັບເດດ) ນີ້ກະແມ່ນ1ຄະດີໃຫ່ຍທີ່ເກີດໃນປີ2011

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ເຫດການຍິງກັນຕາຍເກີດຂື້ນຢູ່ຖະໜົນເລກທີ່ 13 ເໜືອ ທາງຮ່ອມເຂົ້າວັດສີເກີດ ເມື່ອງນາຊາຍທອງ ຕາຍ2ຄົນ ຂອງເວລາ 6 ໂມງເຊົ້າ ຂອງວັນທີ່ 22 ສິງຫາ 2011(ຂ້ອຍຄິດວ່າບາງຄົນອາດຮູ້

ເພາະວ່າໜັງສືພິ່ມວຽງຈັນໃໜ່ ກັບ ວາລະສານອັບເດດອອກ ຂ້ອຍອ່ານເຫັນຢູ່ວາລະສານອັບເດດ) ນີ້ແມ່ນຄະດີໃຫ່ຍໃນປີ2011

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ເຫດການຂ້າໂຕຕາຍ ຍ້ອນຄວາມຮັກລະຫວ່າງຊູ້ສາວ ເກີດທີ່ບ້ານ ທົ່ງພານທອງ ເມື່ອງສີສັດຕະນາດ ເກີດຕອນປະມານ5ໂມງເຊົ້າຂອງວັນທີ່ 23 ສິງຫາ 2011 ທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ

2ຄົນ(ອັນນີ້ຂ້ອຍຄິດວ່າບາງຄົນອາດຮູ້ເພາະໜັງສືພິ່ມວຽງຈັນໃໜ່ວາລະສານອັບເດດກະຍັງອອກ)ຂ້ອຍອ່ານເຫັນຢູ່ວາລະສານອັບເດດ ນີ້ແມ່ນຄະດີໃຫ່ຍປີ2011

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ເຫດເກີດຢູ່ທີ່ບ້ານໜອງໜ້ຽວ ເມື່ອງສີໂຄດຕະບອງ ຄົນໂຈນມີປືນໄດ້ຍິງປືນປະທະກັບ ປ ກ ສ ເມື່ອງສີໂຄດຕະບອງ ເຮັດໃຫ້ເຈົ້າໜ້າທີ່ບາດເຈັບຄົນໜຶ່ງ ສ່ວນໂຈນເສຍຊີວິດ

ເກີດເມື່ອ ວັນທີ່ 20 ກໍລະກົດ 2011 ຜ່ານມາ(ອັນນີ້ຂ້ອຍຄິດວ່າອາດມີຄົນຮູ້ຄືກັນເພາະ ໜັງສືພິ່ມວຽງຈັນໃໜ່ກັບວາລະສານອັບເດດກະອອກ) ຂ້ອຍອ່ານເຫັນຢູ່ວາລະສານອັບເດດ

ເປັນຄະດີໃຫ່ຍປີ2011
 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ໄວລຸ້ນຕີກັນເກີດຂື້ນຢູ່ທາງໂຄ້ງຖະໜົນຄູວຽງ ຕໍ່ໃສ່ກັບຖະໜົນທ່າເດື່ອ ເກີດຂີ້ນຕອນກາງຄືນ ໃນ ວັນທີ່ 5 ມັງກອນ 2011ທີ່ຜ່ານມາ  ເຮັດໃຫ້ມີຄົນເສຍຊີວິດຄົນໜຶ່ງ(ຂ້ອຍຄິດວ່າອາດມີຄົນຮູ້ເພາະວາລະສານອັບເດດກັບໜັງສືພິ່ມວຽງຈັນໃໜ່ກະອອກ)ຂ້ອຍອ່າຍເຫັນຢູ່ວາລະສານອັບເດດເປັນຄະດີໃຫ່ຍຂອງປີ2011

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ເຫດເກີດແມ່ນຢູ່ທີ່ປ້ຳນ້ຳມັນວັງຊາຍ ເຮັດໃຫ້ມີຄົນເສຍຊີວິດ3ຄົນ ລະເບີດຕອນປະມານ2ໂມງ ວັນທີ່ 12 ກໍລະກົດ 2011ທີ່ຜ່ານມາ(ຂ້ອຍຄິດວ່າບາງຄົນກະຮູ້ ອອກໜັງສືພິ່ມ ວຽງຈັນໃໜ່ ວາລະສານອັບເດດກະອອກ)ຂ້ອຍອ່ານເຫັນຢູ່ວາລະສານອັບເດດເປັນຄະດີໃຫ່ຍປີ2011