ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

          ດວງຕາເວັນທີ່ເຮົາເຫັນຢູ່ທຸກມີ້ທຸກວັນນີ້ ມັນມີຄວາມໃຫຍ່ລີ່ນໜ່ວຍໂລກມະນຸດເຖິ່ງ 1 ລ້ານ ເທົ່ານັ້ນແຕ່ມັນເປັນກອງໄຟໃຫຍ່ໂຕມະໂຫຖານແຈ້ງສະຫ່ວາງໄປທົ່ວພິພົບຈັກກະວານມາເປັນເວລາບໍ່ຈັກກ່ວາເທົ່າໃດລ້ານໆໂກດໆປີນັ້ນເປັນ ຫຍັງບໍ່ຮູ້ດັບໝອດຈັກເທີ່ອ  ເພາະຫຍ້ງ?ຕາມຂໍ້ສານນິຖານແມ່ນ...ຍ້ອນອາຕ້ອມທີ່ເກີດຂີ້ນຢູ່ກັບດວງຕາເວັນທັງເກີດຂີ້ນເອງ ແລະທັງເຜົາຜານຕົວຂອງມັນເອງຈີ່ງບໍຮູ້ຈັກດັບໝອດຈັກເທີ່ອ... ໜ່ວຍໂລກທີ່ມະນຸດອາໄສຢຸ່ທຸກມີ້ທຸກວັນນີ້ ນັກວິທະຍາສາດເພີ່ນໃຫ້ທັດສະນະວ່າ... ແມ່ນເມັດໄຟເມັດໜິ່ງທີ່ໃຫຍ່ທີ່ສູດໄດ້ຟົ້ງອອກມາຈາກດວງຕາເວັນກ່ອນນື້ 4,600 ລ້ານປີ ແລ້ວ ເມດໄຟເມດນັ້ນກໍໄດ້ວິວັດທະນາການຕົນເອງໃຫ້ກາຍມາເປັນ ໂລກ ທັງປິ່ນອ້ອມດວງຕາເວັນດ້ວຍວົງໂຄຈອນ  ແບບຮູບ ໄຂ່ ບໍ່ມີການຫ້ກເຫປ່ຽນແປງເສັ້ນທາງໄປທາງອີ່ນ...   ເປັນຫຍັງໜ່ວຍໂລກຈິ່ງບໍ່ປ່ຽນແປງທິດທາງໝຸນໄປທາງອິ່ນ ທັງໝຸນຢຸ່ທ່າມກາງຄວາມວ່າງເປົ່າຂອງອາວະກາດຕະຫຼອດມາຄີແນວນັ້ນ ?.     ຍ້ອນການດິງດູດຂອງໂລກ ແລະ ດວງຕາ ເວັນເໝີ່ອນກັບສະໜາມແມ່ເຫຼັກທີ່ດິງດຸດການໃຫ້ໝຸນໄປ ໃນວອງລັດສະໝິຢ່າງບໍ່ມີການປ່ຽນແປງ. ຄວາມມະ ຫັດສະຈັນ ຂອງຈັກກະວານ (GALAXY)  ເຊິ່ງນອກຈາກການມີ  ໜ່ວຍ ໂລກ ແລະ ດວງຈັນທີ່ໝູນອ້ອມ ດວງ ຕາເວັນ ແລ້ວ ຍັງມີດາວພຸດ (MERCURE) ດາວສຸກ (VENUS) ດາວອັງຄານ (MARS) ດາວພະຫັດ (JUPITER) ດາວເສົາ (SATURNE)  ດາວອູຣິນັສ (URANUS) ເນບຈູນ (NEPTUNE)  ແລະ ປລູໂຕ  (PLUTON) ທີ່ໝູນອ້ອມດວງຕາເວັນໃນໄລຍະໃກ້ໄກແຕກຕ່າງກັນໄປ.

      ໜ່ວຍໂລກທີ່ເຮົາອາໄສຢູ່ນີ້ມີເສັ້ນຜ່າໃຈກາງ  12,800 ກິໂລເມັດ ຢຸ່ຜີວໂລກມີດີນ 29% ມີນໍ້າ 71% ແລະຢູ່ໃນໃຈກາງ ຂອງ ໂລກກໍຈະມີການເຜົາໄໝ້ເໝີ່ອນກັບໝໍ້ເຂັ້າປາດຝົດເດີ່ຶອດຢູ່ບໍ່ມີເວລາເຊົາ ( ໄໝ້ເຜົາທາດດີນຢູ່ໃຈກາງໂລກ )  ແລ້ວບ່ອນໃດ ຢູ່ໃກ້ຜີວໂລກ ຫຼີ່ ມີຮ່ອງຮູພໍໄຫຼພູ່ງພົ້ງອອກມາໄດ້ ອັນຝົດເດີ່ອດນັ້ນ " ຣາວາ " ກໍຈະພູ່ງອອກມາ ເຊິ່ງເຮົາເອີ້ນວ່າ: ພຸເຂົາໄຟນັ້ນແລ້ວ ( ນັບແຕ່ພີ້ນຜິວຂອງໂລກລົງໄປ 800 ກີໂລເມັດ ເອີ້ນວ່າ ດີນ ເລີກລົງໄປກ່ວານັ້ນແມ່ນກ້ອນໄຟເຜົາໄໝ້ )

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

        ນັບແຕ່ມະນຸດໄດ້ປະກົດຂີ້ນໃນໂລກກ່ອນນີ້ປະມານ 35.000 ປີເຖິ່ງ 40.000 ປີ ມະນຸດກໍໄດ້ມີຄວາມເຊີ່ອວ່າ... ທຸກສິ່ງທຸກຢ່າງທີ່ເກີດມີຂີ້ນຢູ່ໃນໂລກ ນີ້ ລ້ວນແຕ່ມີວີນຍານ ມີຜູ້ຮັກສາ ແລະ ເປັນທີ່ເພີ່ງພາອາໄສເຊິ່ງກັນ ແລະ ກັນ ລະຫ່ວາງມະນຸດ ສັດ ພຶດສາຊາດ ດີນ ຟ້າອາກາດ ແສງສະຫ່ວາງ ລົມ ຝົນ ແລະ ອີ່ນໆ... ຈາກການມີຄວາມເຊີ່ອທີ່ວ່າ... ທຳມະຊາດບໍພຽງແຕ່ເປັນທີ່ພັກອາໄສໃຫ້ແກ່ມວນມະນຸຸດ ແລະ ສັດທໍ່ນັ້ນ ທຳມະຊາດຍັງມີຜູ້ປົກປັກຮັກສາ ແລັວກໍເຊີ່ອວ່າ... ແມ່ນໍ້າລຳເຊ ກົກໄມ້ ພູຜາ ດວງອາທິດ ດວງເດີ່ອນ ດີນຟ້າອາກາດລ້ວນແຕ່ມີເຈົ້າມີຈອມຄູ້ມຄອງ ຕໍ່ມາກໍເຊີ່ອວ່າ... ມີເທວະດາຮັກ ສາ ທູກຢ່າງຢູ່ໃນໂລກ ໂດຍຄົນທຳມະດາຈະສີ່ສານດ້ວຍນັ້ນບໍ່ໄດ້ ນອກຈາກຈະເປັນຄົນວິເສດ.

         ຈາກບ່ອນຄວາມເຊີ່ອຄີ່ແນວນັ້ນ ບວກກັບຄວາມຝັນ ທີ່ມະນຸດຝັນເຫັນພໍ່ແມ່ລູກເມຍຍາດຕິ່ພີນ້ອງທີ່ໄດ້ຕາຍຈາກໄປແລ້ວ  ມາບອກເຖິ່ງຄວາມ ສຸຂະຄວາມທຸກ ແລະ ຄວາມຍາກ,ຄວາມຕ້ອງການຈີ່ງເຮັດໃຫ້ມະນຸດເຊີ່ອຂີ້ນຕີ້ມອິກວ່າ "  ວິນຍານນັ້ນມີຈິງ "  ຄົນທີ່ຈະສົ່ງວິນຍານ " ກະແສຈິດ " ໄປເວົ້າລົມກັບວິນຍານໄດ້ກໍຕ້ອງເປັນຄົນວິເສດ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 13, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

            ໃນເມຶ່ອກ່ອນ ເຜົ່າພູນ້ອຍຮຽກການວ່າເຜົ່າ  " ປີຊຸ" ຊຶ່ປັດຈຸບັນແມ່ນພູນ້ອຍຈາກຊື່ຮຽກ  " ປີຊຸ" ມາເປັນພຸນ້ອຍໃນສະໄໝຟຣັ່ງປົກຄອງ ໃນເຫດຜົນຫຼາຍຢ່າງເຊັ່ນ: ຄໍາວ່າ ພຸນ້ອຍ ແມ່ນຊື່ຄົນພາຍນອກເອື້ນ; ຕາມເລື່ອງເລົ່າສື່ບການມາ ມືບັນດານ້ກຄົ້ນຄ້ວາໄດ້ຄາດຄະເນພາສາຂຽນ     
ແລະສໍານຽງຂອງຄົນເອືຣົບ. ໃນໝວດພາສາຕະກູນ ລາວ-ໄຕ ສາມາດເຂົ້າໃຈໄດ້ຄວາມໝາຍຈໍານວນໜຶ່ງດັ່ງຕໍ່ໄປນື້: ປູນ້ອຍ ມີຄວາມໝາຍວ່າ  ກະປູນ້ອຍແລະຕໍ່ມາຈີ່ງພ້ຽນສໍານຽງສຽງອອກມາເປັນພູນ້ອຍ ມືຄວາມໝາຍວ່າພູນ້ອຍ ທີ່ກົງການຂ້າມກັບພູໃຫຍ່, ບາງຄົນກໍພ້ຽນໄປເປັນຜູ້ນ້ອຍ ຫຼື່ຜູ່ນ້ອຍ ເຊື່ງກົງກັບຄວາມໝາຍວ່າ ເປັນຄົນນ້ອຍ ແລະຈໍານວນນ້ອຍກໍອາດເປັນໄດ້ ແຕ່ເຂົາເຈົ້າບໍ່ໄດ້ຈໍາແນກ ແລະສຽດສີແຕ່ຢ່າງໃດ. ມາເຖິ່ງປີ 2005 ກົມຊົນເຜົ່າທີ່ສັງກັດສູນກາງແນວລາວສ້າງຊາດໄດ້ປ່ຽນຊື່ພູນ້ອຍມາເປັນ ສິງສິລິ ຕາມຄວາມໝາຍກົກເຫຼົ່າ-ຊິງຊາວ. ໃນທື່ນື້ເຫັນວ່າບໍ່ເໝາະ ສົມກັບມາດຖານ ການຈັດຊື່ເຜົ່າ; ໃນວັນທີ່ 9-10 ເດື່ອນ 10 ປີ 2007 ບັນກາໜ່ວຍງານທີ່ກ່ຽວຂ້ອງຈິ່ງໄດ້ຈັດກອງປະຊູມ...ສ່ວນຊື່ເອື້ນຊົົນເຜົ່າ ສິງສິລິ ທີ່ຕັ້ງຂີ້ນນັ້ນ ມາເປັນຊື່ເຜົ່າເໝື່ອນເດື່ມ (ສະຖາບັນວີທະຍາສາດສັງຄົມແຫ່ງຊາດ 2009-66) ເຊີ່ງກໍມີຄວາມເອກະພາບການວ່າ ທີ່ມາແລະ ຄວາມໝາຍ  ແມ່ນຈະແຈ້ງພໍສົມຄວນເພາະວ່າເອກະສານຂອງຟຣັ່ງຈໍານວນໜິ່ງກໍໄດ້ບັນທຶກວ່າເຜົ່າພູນ້ອຍເໝື່ອນກັນ (ອີບກູດີໂນ, ລໍແລນ, ແຊດເຊ...)