ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2014 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                                                ຫລື ມັຄ ມີອົງຄ' 8 ປະກອບດ້ວຍ

1:         ສັມມາທິດຖີ ຄວາມເຫັນຊອບ ຄື ເຫັນວ່າການເກີດນັ້ນເປັນທຸກ ຄວາມແກ່ ແລະ ຄວາມຕາຍ ເປັນທຸກ ການພັດ ພາກຈາກສີ່ງທີ່ຮັກ ການປະສົບສີ່ງທີ່ບໍ່ຮັກ ປາຖນາສີ່ງ ໃດບໍ່ສົມຫວັງສີ່ງເຫຼົ້ານັ້ນ ກໍເປັນທຸກ ເຸີ່ງແມ່ນວ່າ ມີເງີນ, ມີຊື່ສຽງ ມີຄວາມເປັນຢູ່ສະດວກສະບາຍ ຮ່າງກາຍແຂງແຮງສົມບູນ ຍັງຢູ່ໃນໄວໜຸ່ມສາວກໍຕາມ ຕາບໃດທີ່ຍັງເອົາ ຊະນະຄວາມ ຄິດດີ ຫລື ຊົ່ວ ບໍ່ໄດ້ຄວບຄຸມບັງຄັບ ບໍ່ໄດ້ປັດໃຫ້ອອກຈາກຕົວໄປທັນທິບໍ່ໄດ້ ຍ່ອມຈະຕ້ອງມີທຸກຢູ່ສະເໝີ. 

2:     ສັມມາສັງກັບປະ ຄວາມດຳຣິຊອບ ຄື ຄິດອອກຈາກການບໍ່ຄິດພະຍາບາດ ຄື ຄິດທີ່ຈະກຳຈັດຄວາມໂກທະ ແລະ ຄວາມກຽດ ໃຫ້ໝົດໄປຈາກສັນດານ ແລະ ຄິດທີ່ຈະບໍ່ບຽດບຽນໃຜ.

3:     ສັມມາວາຈາ ວາຈາຊອບ ມີຄວາມໝາຍຢູ່ 4 ຢ່າງ ຄື ເວົ້າບໍ່ຕົວະ, ບໍ່ເວົ້າສຽດສີ, ບໍ່ເວົ້າຄຳຫຍາບ, ແລະ ບໍ່ເວົ້າ ຫລອກລວງ ຫລີ ເຫລວໄຫລ.

4:     ສັມມາກັມມັນຕະ ກະທຳຊອບມີຄວາມຢູ່ 3 ຢ່າງ ຄື່ ເວັ້ນຈາກການຂ້າສັດ ເວັ້ນຈາກການລັກສັບ ແລະ ເວັ້ນຈາກ ການປະພືດຜິດໃນກາມ. 

5:     ສັມມາອະຊີວະ ລ້ຽງຊີວິດຊອບ ໝາຍເຖີ່ງການປະກອບອາຊີບແຕ່ໃນທາງສຸຈະຣິດ ບໍ່ຜິດກົດໝາຍ ບໍ່ຜິດສີລະທັມ ບໍ່ທຳໃຫ້ຜູ້ອື່ນເດືອດຮ້ອນ ແລະ ຈະປະກອບແຕ່ອາຊີບສະເພາະແຕ່ທີ່ເໝາະແກ່ພາວະ ຫລື ຖານະຂອງຕົນສົມມະຕີວ່າ ເປັນຂ້າຣັດຖະການ ກໍຈະບໍ່ທຳອັນໃດໃຫ້ຜິດໄປຈາກໜ້າທີ່ຂອງຕົນ ແລະ ຈະບໍ່ທຳສີ່ງທີ່ຈະກໍໃຫ້ເກີດຄວາມ ເດີອດຮ້ອນ ແກ່ຕົນເອງ  ແລະ ຕໍ່ຄົນສ່ວນໃຫຍ່ຢ່າງນີ້ເປັນຕົ້ນ.

6:    ສັມມາວາຍາມະ ຄວາມພຽນຊອບ ຄື ຄວາມຊົ່ວອັນໃດ ຫລື ອະກຸສົລອັນໃດ ທີ່ຍັງບໍ່ໄດ້ລະກໍພະຍາຍາມລະ ອັນໃດທີ່ ໄດ້ລະແລ້ວກໍພະຍາຍາມບໍ່ໃຫ້ເກີດຂື້ນອີກ ສ່ວນກຸສົລທັມອັນໃດທີ່ຍັງບໍ່ໄດ້ທຳ ໃຫ້ມີໃຫ້ເປັນ ກໍຄວນພະຍາຍາມສ້າງໄວ້  ແລະ ອັນໃດທີ່ມີຢູ່ແລ້ວກໍຄວນທຳໃຫ້ມັນຈະເຣີນຍີ່ງໆຂື້ນໄປ.

7:    ສັມມາສະຕິ ຣະນຶກຊອບ ມີຄວາມໝາຍກວ້າງຫລາຍ ແຕ່ເມື່ອກ່າວສະຫຼຸບແລ້ວ ກໍຄືພະຍາຍາມໃຫ້ມີສະຕິ ຢູ່ກັບ ຕົວສະເໝີ ພະຍາຍາມທີ່ຈະຝຶກແຕ່ໃນແງ່ມູມທີ່ຈະທຳໃຫ້ກິເລສ ນ້ອຍລົງ ຫລື ເບົາບາງລົງໄປໂດຍລຳດັບ. ຜູ້ທີ່ມີສັມມາ ສະຕິ ກໍຄື ຜູ້ທີ່ປະຕິບັດຢູ່ໃນສະຕິປັດຖານ.4

8:    ສັມມາສະມາທິ ສະມາທີຊອບ (ຕັ້ງໃຈໝັ່ນຊອບ) ໝາຍເຖີ່ງການເຂົ້າສະມາທິ ທີ່ເປັນໄປເພື່ອ ການລະນີວອນ 5 ໂດຍກົງ ຫລື ເວົ້າອີກໃນໜື່ງສັມມາສະມາທິ ກໍຄື ຊານຕັ້ງແຕ່ປະຖະມະຊານຂື້ນໄປ.

1: ຄວາມເຫັນຊອບ        2: ຄຳດຳຣິຊອບ                        ກຸ່ມປັນຍາ.

3: ວາຈາຊອບ.   4: ກະທຳຊອບ.   5: ລ້ຽງຊີວິດຊອບ.       ກຸ່ມສີລລະທັມ

6: ຣະນຶກຊອບ.   7: ຕັ້ງໃຈໝັ້ນຊອບ.                             ກຸ່ມສະມາທິ.

                                            ເວລາຊີວິດເຫລື່ອນ້ອຍລົງທຸກວັນ ຈົງເລື່ອກເອົາແຕ່ການສ້າງຄວາມດີ 

                                              ຈະມີສຸຂພາຍໜ້າ ແຕ່ຖ້າສ້ງຄວາມຊົ່ວແລ້ວ ຈະມີທຸກຂພາຍໜ້າ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 1, 2014 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

1: ອະທີ່ບາຍທາງສາຍ ທີ່ 1

ຄຳວ່າ ( ອະບາຍ ) ແປວ່າຊົ່ວ ຕໍ່າ ເລວ ປາສະຈາກຄວາມຈະເຣີນມີຢູ່ 4 ຢ່າງ ຄື່ ນະຣົກ, ເປຕະ, ອະສຸຣະກາຍ, ແລະ  ສັດດີຣັດສານ.

1. ນະຣົກ ແປວ່າ: ປະເທດທີ່ປາສະຈາກຄວາມສຸຂ ມີແຕ່ຄວາມທຸກມີ່ຢູ່ 457 ຂູມ ຄື່ ຂຸມໃຫຍ່ໆມີ 8 ຂຸມ ນັບຕັ້ງແຕ່ສັນຊິວະນະຣົກ ກາລະສຸດຕະນະຣົກ ເປັນຕົ້ນໄປ ຖັດນະຣົກໃຫຍ່ແຕ່ລະຂຸມອອກໄປ ໃນທີດທາງ 4 ແຕ່ຣະທີດສະມີ ອຸສະສຸທະນະ ຣົກ ທີ່ສລະ 4 ຂຸມ ຮວມເປັນ 128 ຂຸມ ຖັດອອກໄປອີກ ມີຍົມໂລກກິຍະຕະນະຣົກຢູ່ທີ່ ສລະ 10 ຂຸມ ຮວມເປັນ 320  ສ່ວນຊຸມໃຫຍ່ທີ່ສຸດນັ້ນຂື່ວ່າ ໂລກັນຕະນະຣົກລວມທັງສື້້ນຈື່ງເປັນ 457 ຂຸມ  ຄື່ 1: ນະຣົກໃຫຍ່ 8 ຂຸມ 2 ອຸສະສຸທະນະຣົກ 182 ຂຸມ 3 ຍົມໂລກີຍະນະຣົກ 320 ຂຸມ 4 ໂລກັນຕະນະຣົກ 1 ຂຸມ ໂທເສນະ ຫີ ຈັນດະຊາຕີຕາຍະ ໂທສະສະທີສັງ ນີຣເຍ ອຸປັດສັນຕີ ເພາະໂທສະ ນັ້ນເອງເປັນເຫດ ສັດທາງຫລາຍຈື່ງໄປຕົກນະຣົກ ຊື່ງມີລັກສະນະເຊັ່ນດຽວ ກັບໂທສະ ເພາະໂທສະ ມີຊາຕີ ຫຍາບຫລາຍ ເມື່ອສັດໄປຕົກນະຣົກເຫຼົ່ານີ້ ຍ່ອມຈະໄດ້ຮັບແຕ່ຄວາມທຸກ ຝ່າຍດຽວ ເພາະບາບກາມທີ່ຕົນ ທຳໄວ້ນັ້ນເອງເປັນເຫດ ເພາະສະນັ້ນນະຣົກ ຈື່ງໄດ້ຊື່ວ່າ ອະບາຍ ຄື່ດັ່ງ ທີ່ໄດ້ບັນຍາຍມາແລ້ວນັ້ນ.

2: ເປຕະ ມີຢູ່ 12 ຈຳພວກ ມີ ນີຊະຊາມະຕັນຫີກະເປດ ປະຣະທັດຕູປະຊີວີເປດ ເປັນຕົ້ນ ບາງຈຳພວກມີປາກເທົ່າຮູເຂັມກໍມີ ບາງຈຳພວກຖື່ກໄຟເຜົາຢູ່ເປັນນີດກໍມີ ບາງຈຳພວກອາໄສທານ ທີ່ບຸກຄົນອຸທີດໃຫ້ກໍມີ 

3: ອະສຸຣະກາຍ ມີຮ່າງກາຍໃຫຍ່ໂຕກ່ວາເປດ ຊອບຢູ່ໃນທີ່ເຍື່ອກເຢັນ ເຊັ່ນ: ພູເຂົາເປັນຕົ້ນ.

4: ສັດດີຣັດສານ ມີຫລາຍເຊັ່ນ: ຊ້າງ, ງົວ, ຄວາຍ, ມ້າ, ໝູ, ເປັດ, ໄກ່, ກຸ້ງ, ຫອຍ, ປູ, ປາ.ເປັນຕົ້ນ ໂດຍສ່ວນຫລາຍ ໂມຫະ ເປັນຜູ້ນຳໄປ

        ສະຫຼຸບຄວາມວ່າ ທາງສາຍທີ່ 1 ນີ້ ໄປອະບາຍພູມີ ທັງ 4 ໄດ້ແກ່ ນະຣົກ ເປດ, ອະສຸຣະກາຍ ແລະ ສັດດີຣັດສານ ມີໂລພະ ໂທສະ ໂມຫະ ເປັນຜູ້ນຳໄປ  ຄື່ :

     ໂລພະ     ນຳໄປເກີດເປັນເປດ

     ໂທສະ      ນຳໄປຕົກນະຣົກ

     ໂມຫະ      ນຳໄປເກີດເປັນສັດດີຣັດສານ.

  2: ອະທີ່ບາຍທາງສາຍ ທີ 2                 

ຄຳວ່າ " ມະນຸສຍ' "  (ມະນຸດ) ນີ້ຕາມຮູບສັບບາລີແລ້ວ ແປໄດ້ຫລາຍຢ່າງ ເຊັ່ນ: ແປວ່າ ຜູ້ມີໃຈສູງກໍໄດ້ ແປວ່າ: ຜູ້ຮູ້ສີ່ງທີ່ເປັນປະໂຫຍດ ແລະ ບໍ່ເປັນປະໂຫຍດ ມະນຸດແບ່ງອອກເປັນ 5 ຈຳພວກ ຄື່:

  1: ມະນຸສສະເທໂວ ມະນຸດເທວະດາ ໄດ້ແກ່ມະນຸດຜູ້ມີສີລ 5 ປະຈຳຢູ່ເປັນນິດແລ້ວ ແລະ ພະຍາຍາມບຳເພັນກຸສົລຟັງ

ທັມໃຫ້ທານມີ ຫີຣີ ຄື່ ຄວາມລະອາຍຕໍ່ບາບ ມີໂອດຕັບປະ ຄື່ ຄວາມສະດຸ້ງຢ້ານຕໍ່ບາບຢູ່ສະເໝີ ເອີ້ນວ່າຜູ້ມີໃຈສູງດັ່ງ

ເທວະດາ ເພາະປະກອບດ້ວຍເທວະທັມ 7 ປະການ ຄື່: 

             1: ບຳຣຸງບິດາ ມາຣດາ.

             2: ປະພື່ດຖ່ອມຕົນຕໍ່ບຸກຄົນຜູ້ຈະເຣີນໃນຕະກຸນ.

             3: ເວົ້າຈາອ່ອນຫວານມ່ວນຫູ.

             4: ລະຄວາມສໍ່ສຽດ.

             5: ລະຄວາມຂີ້ຖີ່ໜຽວແນ່ນ.

             6: ຮັກສາຄຳສັຕຍ.

             7: ບໍ່ໂກທະ (ໂກດ).

2: ມະນຸສສະພູໂຕ ມະນຸດແທ້ໆ ຄື່ ເປັນຄົນເຕັມຄົນ ໄດ້ແກ່ບຸກຄົນຜູ້ທີ່ເກີດມາ ເປັນຄົນແລ້ວໄດ້ຮັກສາສີລ 5 ປະຈຳ

ເປັນນິດບໍ່ໄດ້ຂາດ ເພາະຖື່ວ່າເປັນມະນຸສສະທັມ ຄື່ ທັມປະຈຳມະນຸດ ທັມທີ່ທຳໃຫ້ເປັນຄົນ ແຕ່ບໍ່ໄດ້ບຳເພັນກຸສົລ ຈະຣີ

ຍາຢ່າງອື່ນອີກ ເຊັ່ນ: ບໍ່ໄດ້ໃຫ້ທານ ຫລື ຟັງທັມເປັນຕົ້ນ ມະນຸດຢ່າງນີ້ ທ່ານຂະນານນາມວ່າ ມະນຸສສະພູໂຕ ແປວ່າ:

ມະນຸດແທ້ໆ ເພາະມີ່ຄຸນທັມຂອງຄົນ.

3: ມະນຸສສະຕິຣັດສາໂນ. ມະນຸດສັດດີຣັດສານ. ໄດ້ແກ່ມະນຸດທີ່ມີໂມຫະຫຼາຍ ບໍ່ຮູ້ຈັກບາບບຸນ ຄຸນໂທດ ບໍ່ຮູ້ຈັກຄຸນ

ຂອງທ່ານຜູ້ມີຄຸນ ເຊັ່ນ: ບິດາ, ມາຣດາ ຄຣູບາອາຈານ ເປັນຕົ້ນ ໄຣ້ສີລລະທັມ ດື່ມເຫຼົ້າ ເມົາສຸຣາ ທຳອັນໃດທາງກາຍ

ວາຈາໃຈ ກໍຂວາງໆທຳນອງຄອງທັມ ມະນຸດຢ່າງນີ້ທ່ານຂະນານນາມວ່າ ມະນຸສສະຕິຣັດສາໂນ ແປວ່າ ຜູ້ໄປຂວາງ ຄື:ໄປ

ທອດຕົວ ບໍ່ຕັ້ງຕົວເໝື່ອນຄົນທຳຜືດ ໄຣ້ສີລລະທັມສະເໝີ.

4: ມະນຸສສະເປໂຕ. ມະນຸດເປດ. ໄດ້ແກ່ມະນຸດຜູ້ຫຼາຍໄປດ້ວຍຄວາມໂລບຫຼາຍ ໄປດ້ວຍຕັນຫາ ໂລບເອົາຂອງຜູ້ອື່ນ

ມາເປັນຂອງຕົນເອງ ຕິຊິງວິ່ງຣາວເປັນຕົ້ນ ແມ່ນພວກທີ່ທ່ຽວຂໍທານ ມີບາດແຜ ກະຕຸດກະຕິດ ທົ່ວຮ່າງກາຍ ກໍຈັດເຂົ້າປະເພດນີ້ດ້ວຍ.

5: ມະນຸສສະເນຣະຍິໂກ. ມະນຸດສັດນະຣົກ. ໄດ້ມະນຸດຜູ້ດຸຮ້າຍຫຍາບຄາຍ ທ່ຽວຂ້າສັດຕັດຊີວິດ ປຸ້ນເອົາສັບສົມບັດຂອງ

ຄົນອື່ນ ດ້ວຍການທາຣຸນດຸຮ້າຍນາໆປະການບໍ່ມີສີລ 5 ປະຈຳຕົວເລີຍ ມະນຸຸດເຊັ່ນນີ້ ທ່ານຂະນານນາມວ່າ ມະນຸສສະເນ ຣະຍິໂກ ແປວ່າ: ເປັນມະນຸດແຕ່ຊື່ ສ່ວນຄວາມປະພື່ດທາງກາຍ ວາຈາໃຈ ນັ້ນຊົ່ວຊາມ ດຸຮ້າຍຫຍາບຄາຍເໝື່ອນ ກັບ ສັດນະຣົກ.   

3: ອະທີ່ບາຍທາງສາຍ ທີ່ 3.

  ຄຳວ່າ  "  ສວັຣຄ  "   (ສວັນ) ນີ້ຕາມຮູບຂອງສັບບາລີ ແປວ່າ: ເລີສ (ເລີດ) ດ້ວຍດີກໍໄດ້. ແປວ່າ: ອັນສັບພະສັດ ເພີ່ງ ເຖີ່ງດ້ວຍກັມອັນດີງາມກໍ່ໄດ້ ລວມຄວາມວ່າ: ສວັຣຄ' (ສວັນ) ແປວ່າ: ໂລກທີ່ຢູ່ຂອງເທວະດາ ມີແຕ່ຮູບສຽງ ກິ່ນ ຣົສ ອັນດີງາມ ຄື່ ເປັນຂອງທີບປະເສີດກ່ວາເມື່ອງມະນຸດຫຼາຍເທົ່າ ໃນກາມາວະຈອນມີ 6 ຊັ້ນ ຄື່:

                1: ສວັຣຄ' (ສວັນ) ຊັ້ນ ຈະຕຸມມະຫາຣາຊິກາ

                2: ສວັຣຄ' ຊັ້ນ ດາວະດຶງສ'

                        3: ສວັຣຄ' ຊັ້ນ ຍາມາ

                4: ສວັຣຄ' ຊັ້ນ ດຸສິດ

                5: ສວັຣຄ' ຊັ້ນ ນິມມານະຣະດີ

                6: ສວັຣຄ' ຊັ້ນ ປະຣະນິມມິຕະວະສະວັສດິ

     ຫາກຖາມວ່າ: ອັນໃດເປັນຜູ້ນຳສັດໄປໃນສວັຣຄ' (ສວັນ) ຕອບວ່າ: ມະຫາກຸສົລ ໝາຍຄວາມວ່າ ກຸສົລຫຼາຍ ເຊັ່ນ:

ໃຫ້ທານ, ຟັງທັມ, ຮຽນທັມ, ທອດກະຖິນ, ສ້າງສີມາ, ວິຫານ, ສ້າງໂຮງຮຽນ, ສ້າງກຸຕິ, ຕັກບາດ, ບູຊາດ້ວຍດອກໄມ້,

ທູບທຽນ, ຂອງຫອມ, ເຫຼົ້ານີ້ເປັນຕົ້ນ ເອີ້ນວ່າ: ມະຫາກຸສົລທັງນັ້ນ ເມື່ອສະຫຼຸບລົງມາຍໍ່ໆແລ້ວມີ 8 ປະການ ດັ່ງຕົວຢ່າງ

ເຊັ່ນ:       1: ໃນເວລາທຳບຸນ ມີຄວາມດີໃຈປາຖນາໃຫ້ໄດ້ມັກຜົນ ນິບພານ ຄິດທຳເອງ ບໍ່ມີໃຜມາຊັກຊວນໃຫ້ທຳ ຜູ້ທີ່ທຳບຸນເຊັ່ນນີ້: ໄດ້ຜົນດີຫຼາຍ ຄື່: ສາມາດຈະນຳໃຫ້ໄປເກີດ ເປັນມະນຸດກໍໄດ້, ຖ້າໄປເກີດເປັນມະນຸດຈະຣໍ່າຣວຍ ມັ່ງ

ມີສີສຸຂ ມີປັນຍາມາກ ຫາກອອກຈະເຣີນສະມະຖະກັມມະຖານ ຈະໄດ້ບັນລຸຊານ ຫາກອອກຈະເຣີນວິປັດສະນາກັມມະ ຖານ ກໍຈະໄດ້ບັນລຸມັກຜົນ ນິບພານ ມີພຣະໂສດາບັນເປັນຕົ້ນ.

4: ອະທີບາຍທາງສາຍ ທີ 4.

 ທາງທີ່ 4 ຄື່ ທາງໄປພົມມະໂລກ ທາງໄປພົມມະໂລກນັ້ນໄດ້ແກ່ອາລົມ 40 ແບ່ງອອກເປັນ 7 ໝວດ ຄື່:

 1: ກະສິນະ 10 ມີປະຖະວີກະສີນະ, ເຕໂຊກະສີນະ, ວາໂຍກະສີນະ. ເປັນຕົ້ນ

 2: ອະສຸພະ 10 ມີຊາກສົບ ທີ່ມີສີຂຽວຂື້ນເອງ ຊາກສົບທີ່ມີໜອງໄຫລອອກ ຊາກສົບທີ່ຂາດເຄິ່ງຕົວ.

 3: ອະນຸສສະຕິ 10 ມີ ພຸດທານຸສສະຕິ, ທັມມານຸສສະຕິ, ສັງຄານຸສສະຕິ, ສີລານຸສສະຕິ, ຈາຄະນຸສສະຕິ. ເປັນຕົ້ນ.

 4: ພຣົມວິຫານ 4 ຄື່: ເມດຕາ, ກະຣຸນາ, ມຸທີຕາ, ອຸເບກຂາ.

 5: ອະຣູປຊານ 4 ມີ ອາກາສານັນຈາຍະຕະນະ ເປັນຕົ້ນ.

 6: ອາຫາເຣປະຕິກູລະສັນຍາ ພິຈາຣະນາອາຫານ ໂດຍຄວາມເປັນປະຕິກູຣະ.

 7: ຈຕຸທາຕຸວະວັດຖານ ກຳນົດທາຕຸທັງ 4 ຄື່: ດິນ ນໍ້າ ລົມ ໄຟ.

     ທັງ 40 ນີ້ ເປັນອາລົມຂອງສະມະຖະກັມມະຖານ ຜູ້ທີ່ຈະເຣີນກັມມະຖານເຫຼົ້ານີ້ ຂໍ້ໃດ ຂໍ້ໜຶ່ງ ເຊັ່ນ ເພັ່ງດິນ, ເພັ່ງນໍ້າ ຈົນໄດ້ບັນລຸ ປະຖະມະຊານ ທຸຕິຍະຊານ ໆລໆ ເມື່ອຕາຍແລ້ວຍ່ອມໄດ້ໄປເກີດໃນພົມມະໂລກຊັ້ນ ໜຶ່ງ ຕາມສົມຄວນແກ່

ຊານຂອງຕົນ ຖ້າຜູ້ໃດຕ້ອງການໄປເກີດໃນພົມະໂລກກໍຕ້ອງ ຈະເຣີນສະມະຖະກັມມະຖານ ຈົນໄດ້ ຊານກ່ອນ ຜູ້ນັ້ນຈະ ໄດ້ໄປເກີດໃນພົມມະໂລກຕາມປະສົງຄ'.

     ທາງສາຍທີ່ 1 ເຖິ່ງສາຍທີ່ 4 ນີ້ ມີຢູ່ກ່ອນພຣະພຸດທະເຈົ້າເກີດຂື້ນໃນໂລກ ພາຍໃນພຣະພຸດທະສາສນາກໍມີ  ເຊັ່ນ: ອາລາຣະດາບົດ, ອຸທະກະດາບົດ, ຜູ້ເປັນອາຈານຂອງພຣະພຸດທະເຈົ້າເປັນຕົ້ນ ໄດ້ດຳເນີນໄປທາງສາຍນີ້ມາແລ້ວ ເຖິ່ງ

ແມ່ນວ່າຈະໄດ້ຊານແລ້ວ ໄປເກີດໃນພຣົມມະໂລກກໍຕາມຍັງບໍ່ພົ້ນທຸກໄດ້ ຖ້າໝົດບຸນແລ້ວ ຍັງຈະກັບມາສູ່ອະບາຍ

ພູມີໄດ້ອີກ ເພາະກີເລສະຍັງມຮຢູ່ພຽງແຕ່ ຂົ່ມໄວ້ຊົ່ວຄາວເທົ່ານັ້ນ.

5: ອະທີບາຍທາງສາຍ ທີ 5.

    ທາງສາຍທີ່ 5 ຄື່ ທາງໄປນິບພານ ໄດ້ແກ່ການຈະເລີນສະຕິມາດຖານ 4 ດັ່ງບາຣີ ທີ່ໄດ້ຍົກຂື້ນເປັນຫົວຂໍ້ໃນເບື້ອງຕົ້ນ ນັ້ນວ່າ: ເຍເນວະ ຍັນຕິ ນິພພານັງ ພຸດທະເຕສັນ ຈສາວະກາ ເອກະຍະເນນະ ມັຄເຄນະ ສະຕິປັດຖານະສັນຍີນາ ແປວ່າ:

ພຣະພຸດທະເຈົ້າ ແລະ ເຫຼົ້າ ພຣະສາວົກທາງຫຼາຍ ໄດ້ດຳເນີນໄປແລ້ວ ສູ່ພຣະນິບພານ ດ້ວຍຫົນທາງສາຍໃດ ທາງສາຍ ນັ້ນເປັນທາງສາຍເອກ ອັນນັກປາດຮູ້ເຖິ່ງການແລ້ວວ່າ ສະຕິປາດຖານ ທັງ 4 ດັ່ງນີ້ ການຈະເຣີນສະຕິປາດຖານ 4 ກໍຄື່: 

ການຈະເຣີນວິປາດສະນາກັມມະຖານນັ້ນເອງ ໄດ້ແກ່ວິປາດສະນາພູມີທັງ 6 ຄື່:

  1: ຂັນ 5

  2: ອາຍະຕະນະ 11

  3: ທາຕຸ 17

  4: ອີນທຣີຍ (ອິນຊິ) 22

  5: ອະຣິຍະສັຈຈ (ສັດ) 4

  6: ປະຕິຈຈະສະມຸປະບາທ (ປະຕິດຈະສະມຸປະບາດ) 12 ຕາມທຳມະດາຂອງຊາວໂລກ ໂດຍທົ່ວໆໄປແລ້ວ  ເວລາຈະມອດ ໄຟ ຕ້ອງເອົານໍ້າໄປຖອກໃສ່ ຫຼື່ ເທລົງບ່ອນທີ່ໄຟໄໝ້ນັ້ນໄຟຈື່ງຈະມອດໄດ້ ເຊັ່ນ: ໄຟກຳລັງໄໝ້ສະຖານທີ່ ຕ້ອງເອົານໍ້າ ໄປເທລົດໃນສະຖານທີນັ້ນ ໄຟຈື່ງຈະມອດໄດ້ສັນໃດ. ຜູ້ທີ່ຈະດັບກິເລສ ກໍສັນນັ້ນ ກິເລສ ເກີດຂື້ນ ທາງຕາ ຫູ, ດັງ, ຫລີ້ນ, ກາຍ, ໃຈ ກໍໃຫ້ດັບກິເລສ ທີ່ກົງ ຕາ ຫູ ເຊັ່ນກັນ ວິທີທີ່ຈະດັບນັ້ນ ຕ້ອງພ້ອມດ້ວຍອົງ 3 ຄື່:

1. ອາຕາປິ ມີຄວາມ ພຽນເຜົາກິເລສ ໃຫ້ຮ້ອນທົ່ວໄດ້ແກ່ ດຸໝັ່ນຂະຍັນ ປະຕິບັດ ກັມມະຖານ ບໍ່ໃຫ້ຂາດ 

2. ສະຕິມາ ມີສະຕິ ກຳໜົດຮູບນາມ ຢູ່ສະເໝີ.

3. ສັມປະຊາໂນ ມີ ສັມປະຊັນຍະ ຄື່ ຮູ້ ຮູບນາມຢູ່ທຸກໆຂະນະ ເມື່ອປະຕິບາດຖຶກຕ້ອງຕາມອົງເຊັ່ນນັ້ນ.ຕິດຕໍ່ກັນຈື່ງຈະສາ ມາດລະກິເລສ  ຄື່ : ຄວາມໂລບ ຄວາມໂກທະ ຄວາມຫລົງໄດ້ ແລະ ເມື່ອຜ່ານການປະຕິບາດຕາມທາງສາຍນີ້ ໂດຍພິສະ ດານ ຈະໄດ້ພົນເປັນຂັ້ນໆ  ເປັນຜູ້ຢູ່ຈົບພຣົມະຈັຣຍ (ຈັນ) ເປັນອັນວ່າບໍ່ຕ້ອງມາວຽນວ່າຍຕາຍເກີດ ໃນວັດຕະສົງສານ ອີກຕໍ່ໄປແລ້ວ.

                                   ສົມເດັດພຣະສັມມາສັມພຸດທະເຈົ້າ.

 ຊົງຕັດສະຣູ້ ອະຣິຍະສັຈ (ສັດ) 4 ປະການ.

1: ທຸກ  ໄດ້ແກ່ຄວາມບໍ່ສະບາຍກາຍ ບໍ່ສະບາຍໃຈຕ່າງໆ  ເພາະເປັນເຫຕຸທົນໄດ້ຍາກ.

2: ສະມຸທັຍ (ສະມະໄທ) ຄື່ ເຫດທີ່ທຳໃຫ້ເກີດທຸກ. ໄດ້ແກ່ຕັນຫາ.

3: ນິໂຣທ (ນິໂຣດ) ຄື່ ຄວາມດັບທຸກ ໄດ້ແກ່ດັບຕັນຫາໄດ້ໝົດສີ້ນ.

4: ມັຄ (ມັກ) ຄື່ ຂໍ້ປະຕິບັດໃຫ້ຖຶ່ກຄວາມດັບທຸກ ໄດ້ແກ່ ມັຄ ມີອົງ 8.

                                      ຂໍຂອບໃຈທຸກໆທ່ານທີ່ເປີດອ່ານ

                             ຂໍໃຫ້ທຸກທ່ານທຳໄດ້ຕາມບົດເລື່ອງໂດຍສີ້ນຊີ່ງ.

 ອະນຸໂມທະນາສາທຸກັນແກ່ທຸກໆທ່ານ ຂໍໃຫ້ຢູ່ດີ ມີສຸກ ປາສຈາກໂລກໄພໄຂ້ເຈັບ ສາທຸ,ສາທຸ,ສາທຸ

                      

                        

ຂຽນເມື່ອ ຂຽນເມື່ອ: ພ.ພ.. 5, 2014 | ມີ 8 ຄຳເຫັນ ແລະ 0 trackback(s)

      ຄວາມສະຫຼາດຂອງສະໝອງຄົນເຮົາ ຫຼື I.Q ( Intelligence Quotient ) ມັນເປັນພຽງປັດໄຈໜຶ່ງເທົ່ານັ້ນ ທີ່ຈະເຮັດໃຫ້ຄົນ ເຮົາ ປະສົບຄວາມສຳເລດໄດ້ ເຊັ່ນ: ເມື່ອທ່ານ ອາເບີດ ໄອສະໄຕນ ( Albert Einstient ) ເປັນນັກວີທະຍາຊາດຜູ້ທີ່ມີຊື່ສຽງ ໄດັຮັບລາງວັນ  ໂນ ເບລ ( Nobel ) ດ້ານຟີຊີກສາດ ໃນປີ 1921 ແລະ ເປັນນັກ ວີທະຍາສາດຜູ້ທີ່ຜະລີດລະເບີດປະລາມານູໃນສົງຄາມໂລກຄັ້ງທີ່ II ຖືກຖາມ  ວ່າ 1 ມາຍ ( Mile ) ມີຈັກເເມັດ ? ທ່ານອາເບີດ ໄອສະໄຕນ ຕອບວ່າ ຂ້າພະເຈົ້າາບໍ່ ຈໍາເປັນ ຕ້ອງຈື່ຈຳຂໍ້ມູນເຫຼົ້ນື້ໃຫ້ນັກ ສະ ໝອງ, ເພາະ ວ່າ ຂ້າພະເຈົ້ສາມາດຫາຄຳຕອບໄດ້ພາຍໃນ 2 ນາທີ ຈາກເອກະສານອ້າາງອີງ ຫຼື ປື້ມທີ່ກ່ຽວຂ້ອງກັບກນວັດແທກ   

     ເມື່ອສຶກສາາເບີງຊີວະປະຫວັດ ຂອງທ່ນອາເບີດ ໄອສະໄຕນ ແລ້ວຈຶ່ງຮູ້ວ່າເພີ່ນເປັນຄົນທີ່ບໍ່ໄດ້ສະຫຼາດມາແຕ່ເກີດເລີຍ ອາຍຸໄດ້  4 ປີ ເພີ່ນ ຈີ່ງສາມາດ ເວົ້າ ຄວາມຄົນໄດ້ ແລະ ສາມາດຂຽນໜັງສຶໄດ້ ເມື່ອອາຍຸໄດ້ 8 ປີ, ຍຶ່ງໄປກ່ວານັ້ນ ເພີ່ນຍັງຖຶກໄລ່ອອກຈາກໂຮງຮຽນ ແລະ ຖຶກປະ ຕີເສດຈາກໂຮງຮຽນວີຊາຊີບແຫ່ງຊູຣິກ     ( Zurich ) ພ້ອມທາງຖຶກອາຈານເວົ້າໃຫ້ວ່າ  ສະໝອງຊ້າ, ບໍ່ມັກສັງຄົມ ແລະ ໃຈລອຍຢູ່ກັບ ຄວາມຝັນອັນໂງ່ຈ້າຂອງຕົນເອງຢູ່ຕະຫຼອດເວລາ:

     ທ່ານເຮັນຣີ ຟອດ ( Henry Ford )  ທີ່ເປັນຜູ້ກໍ່ຕັ້ງບໍລີສັດຜະລິດລົດ ຟອດມໍເຕີ ( Ford Motor ) ທີ່ໃຫຍ່ເປັນອັນດັບສອງຂອງ ປະ ເທດສະຫາລັດອາເມລີກາ ແລະ ອັນດັບສີ່ຂອງໂລກ ( ປີ 2010 ) ກໍເປັນອີກຄົນໜຶ່ງທີ່ມີການສຶກສາຕໍ່າ ແລະ ບໍ່ສະຫຼາດເລີຍ ເຊີ່ງເພີ່ນ ໄດ້ອອກ ຈາກຄອບຄົວຕັ້ງແຕ່ຕອນອາຍຸໄດ້ 16 ປີ ເພື່ອໄປຊອກເຮັດວຽກ, ຈິ່ງເຮັດໃຫ້ໜັງສຶພຶມ ຊິກາໂກ ທຮີບຸນ ( Chicago Tribune )  ລົງຂ່າວ ເພຶ່ອ ວີຈານວ່າ ທ່ານ ເຮັນຣີ ຟອດ ເປັນຄົນໂງ່ທີ່ບໍ່ສາມາດຕອບຄຳຖາມແບບທຳມະດາເຊັ່ນ: ທ່ານເບັນເນີດີກ ອາໂນລ ( Benecdict Arnold ) ແມ່ນໃຜ? . ຕໍ່ມາທ່ານ ເຮັນຣີ ຟອດ ຈິ່ງໄດ້ເຊີນນັກຂ່າວຄົນດັ່ງກ່າວມາ ແລະ ອະທີ່ບາຍວ່າທ່ານບໍ່ຈຳເປັນຕ້ອງຈຶ່ວ່າ ທ່ານ ເບັນເນີ ດີກ ອາໂນລ ແມ່ນໃຜ?  ແລະ ທ່ານສາມາດຈ້າງຄົນມາຕອບໄດ້ພາຍໃນ 5 ນາທີເທົ່ານັ້ນ ທ່ານ ເຮັນຣີ ຟອດ ບໍ່ເຄີຍໃຫ້ສະໝອງຂອງຕົນເອງໄປສັບສົນກັບຂໍ້ມູນຕ່າງໆເພາະວ່າການຫາຂໍ້ມູນ ແມ່ນມີຄວາມສຳຄັນກ່ວາການທີ່ຈະໃຊ້ສະ ໝອງເປັນບ່ອນເກັບ ກຳ ຂໍ້ມູນ ຫຼື ມີ ໄອຄິວ ( I Q ) . ທີ່ສູງສົ່ງນັ້ນເອງ.

      ຄົນຜູ້ທີ່ປະສົບຜົນສຳເລັດບໍ່ສົນໃຈວ່າສະໝອງຕົນເອງຈະມີຄວາມສະຫຼາດເທົ່າໃດ, ແຕ່ພວກເຂົາສົນໃຈເລື່ອງ ການທີ່ຈະນຳເອົາຄວາມ ຄິດ ດີໆໄປພັດທະນາໃຫ້ເກີດປະໂຫຍດ ແລະ ແກ້ໄຂບັນຫາໄດ້ ຫຼື ສາມາດຫາເງິນໄດ້ໂດຍການນຳເອົາຄວາມຝັນ ແລະ ຈິນຕະນາການດັ່ງກ່າວ ໄປປະ ຕີ  ບັດ ເຊິ່ງທ່ານສາມາດພິຈາລະນາເບິ່ງ 3 ວິທີ ເພື່ອປີ່ນປົວໂຣກແກ້ໂຕເລື່ອງຂອງຄວາມສະຫຼາດ ຕາມຄຳເນະນຳຂອງ ທ່ານ ດຣ. ເດວິດ ເຈ ສະ ວັດ ໄດ້ດັ່ງລຸ່ມນື້:

1. ຢ່າປະເມີນຄວາມສະຫຼາດຂອງສະໝອງຕົນເອງຕໍ່າເກີນໄປ ແລະ ບໍ່ຄວນປະເມີນສະໝອງຄົນອື່ນສູງເກີນໄປ: ຈົ່ງພະຍາຍາມພໍໃຈກັບຄວາມສາມາດຂອງ ສະໝອງ ຕົນເອງ ແລະ ຊອກຫາຄວາມສາມາດພິເສດທີ່ຕົນເອງມີຢູ່ໃຫ້ໄດ້. ໃຫ້ຄິດຢູ່ສະເໝີວ່າ ປະລິມານຂອງສະໝອງ( I Q ) ແມ່ນບໍ່ມີຄວາມສຳຄັນເທົ່າກັບການທີ່ຈະໃຊ້ສະໝອງ ເພື່ອຈັດການກັບສິ່ງຕ່າງໆທີ່ເກີດຂື້ນ.

2. ບອກຕົນເອງຢູ່ສະເໝີວ່າ   ທັດສະນະຄະຕິແມ່ນສຳຄັນກ່ວາຄວາມຮູ້. ພະຍາຍາມໃຫ້ທັດສະນະຄະຕິ ແລະ ຄວາມຄິດຂອງຕົນເອງເປັນບວກ ແລະ ເຊື່ອໝັ້ນວ່າຕົນເອງສາມາດເຮັດໄດ້ຢູ່ສະເໝີ.

3. ໃຫ້ຄິດວ່າຄວາມສາມາດທີ່ຈະຄິດ ແມ່ນສຳຄັນກ່ວາຄວາມສາມາດໃນການບັນທຶກຂໍ້ມູນ ຫຼື ໂຕເລກ: ໃຫ້ນຳໃຊ້ສະໝອງຂອງທ່ານ ເພື່ອສ້າງສັນ ແລະ ພັດທະນາຄວາມຄິດ, ຫາວິທີການໃໝ່ໆ ໃນການເຮັດສິ່ງຕ່າງໆໃຫ້ມີປະສິດທີພາບສູງຂື້ນຢູ່ສະເໝີ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 30, 2014 | ມີ 4 ຄຳເຫັນ ແລະ 0 trackback(s)
  • ຫົວໜ້າ - ຜູ້ນຳທີ່ດີ ຈະບໍ່ຮັບເອົາເພື່ອນ, ລູກຫຼານຂອງເພື່ອນຫຼືແມ່ນແຕ່ລູກຂອງຕົນເອງມາຮ່ວມເຮັດວຽກນຳ.
  • ຫົວໜ້າທີ່ດີ: ຄືຜູ້ທີ່ຮູ້ມອຮໝາຍວຽກທີ່ເໝາະສົມ,ໃຫ້ຄົນທີ່ເໝາະສົມ,ໃນເວລາທີ່ເໝາະສົມ, ບ່ອນທີ່ເໝາະສົມພ້ອມທາງ ຈູງໃຈເຂົາໃຫ້ເຮັດວຽກນັ້ນ ດ້ວຍ ຄວາມກະຕຶລຶລົ້ນ.
  • ຜູ້ນຳທີ່ດີ: ຈະບໍ່ບໍລິຫານງານແບບພະນັກງານພະນັກງານດັບໄຟທີ່ຄອຍຖ້າ, ແຕ່ໃຫ້ມີໄຟໄໝ້ແລ້ວຈິ່ງໄປມອດ, ແຕ່ຈະບໍລິຫານງານແບບພະນັກ ງານຮັກ ສາຄວາມປອດໄພທີ່ຄິດຄົ້ນຫາວິທີປ້ອງກັນໄຟຢູ່ຕະຫຼອດ.
  • ຜູ້ນຳ: ຄືຜູ້ທີ່ສາມາດຈູງໃຈໃຫ້ຜູ້ອື່ນເຮັດໃນສິ່ງທີ່ຕົນຕ້ອງການຢ່າງກະຕຶລຶລົ້ນ ແລະ ຈິງຈັງຈິງໃຈໄດ້.
  • ຜູ້ມັກແຕ່ຕາມຫຼັງຜູ້ອື່ນ ຈະບໍ່ມີຜູ້ໃດຢາກໄປນຳ, ເຄັດຫຼັບອັນໜຶ່ງຂອງຄວາມເປັນຜູ້ນຳກໍຄືຄວາມສາມາດໃນການກະຕຸ້ນໃຫ້ຜູ້ອື່ນຢາກໄປນຳ.
  • ຫົວໜ້າທີ່ສະຫຼາດ: ຈະບໍ່ເຮັດວຽກດ້ວຍຕົວເຂົາເອງ ແຕ່ຈະສະຫຼາດໃນການເລື່ອກເຟັ້ນລູກນ້ອງມາເຮັກວຽກແທນເຂົາ, ເຂົາອາດໜີໄປເຮັກວຽກແນວ ອື່ນແຕ່ວຽກຍັງຄົງດຳເນີນໄປໄດ້ດ້ວຍດີ ຖ້າເຂົາຫາກເລື່ອກໃຊ້ຄົນເປັນ.
  • ຄົນໆດຽວທີ່ສາມາດສ້າງຄວາມແຕກຕ່າງໄດ້... ຄືຜູ້ນຳ.
  • ບໍ່ມີຜົນສຳເລັດຍິ່ງໃຫຍ່ອັນໃດເກິດຂຶ້ນໄດ້ ຖ້າບໍ່ມີຜູ້ຍິ່ງໃຫຍ່.
  • ຄວາມຍິ່ງໃຫຍ່ຂອງມະຫາບຸລຸດສາມາດເຫັນໄດ້ຈາກການປະພຶດຂອງເຂົາທີ່ມີຕໍ່ຜູ້ອື່ນ.
  • ຜູ້ນຳ - ຫົວໜ້າທີ່ດີ: ຄືຜູ້ທີ່ມີວິໃສທັດອັນຍາວໄກ, ມັກຄິດຄົ້ນຫາບັນຫາແລ້ວຫາທາງປ້ອງກັນໄດ້ທັນເວລາ, ມີຄວາມຄິດໃໝ່ ແລະ ເຮັດໃຫ້ເກິດການ ປ່ຽນແປງອັນໃໝ່ຢູ່ເລື່ອຍໆ.
  • ຈົ່ງມອບວຽກທີ່ຄົນອື່ນເຮັດໄດ້ໃຫ້ເຂົາເຮັດ. ເພື່ອທ່ານຈະໄດ້ມີເວລາເຮັດໃນສິ່ງທີ ທີ່ມີແຕ່ທ່ານຄົນດຽວເທົ່ານັ້ນເຮັດໄດ້.
  • ການໃຊ້ເວລາສອນລູກນ້ອງໃຫ້ຮູ້ເຮັດວຽກ, ຈະຊ່ວຍປະຍັດເວລາຂອງທ່ານໄດ້ດີທີ່ສຸດ.
  • ນັກການເມີ່ອງ ຈະຄິດເຖິ່ງການເລື່ອກຕັ້ງຄັ້ງຕໍ່ໄປ, ມະຫາບຸລຸດຈະຄິດເຖິ່ງອານາຄົດຂອງປະເທດຊາດ.
  • ທຸກເຊົ້າທີ່ມາເຖິ່ງບ່ອນເຮັດວຽກສິ່ງທຳອິດທີ່ຫັວໜ້າຄວນເຮັດບໍ່ແມ່ນຄິດຫາວຽກໃຫ້ຕົວເອງແຕ່ຄິດຫາວຽກໃຫ້ລູກນ້ອງພ້ອມທາງຊອກວິທີການຈູງໃຈ ເຂົາໃຫ້ເຮັດວຽກນັ້ນຢ່າງຈິງຈັງຈີ່ງໃຈ.
  • ເວລາໄດ້ຮັບໄຊຊະນະ - ໄດ້ດີບໄດ້ດີ  ຈົ່ງໃຫ້ລູກນ້ອງອອກໜ້າ, ເວລາມີອັນຕະລາຍຜູ້ນຳຄວນຢູ່ໜ້າ ລູກນ້ອງຢູ່ຫຼັງ ແລ້ວຄົນທາງຫຼາຍຈະສັນ ລະເສີນ ຄວາມເປັນຜູ້ນຳຂອງທ່ານ.
  • ການແບ່ງງານທີ່ດີ ຕ້ອງປະກອບດ້ວຍປັດໃຈສາມຢ່າງຄື: (1) ເຂົາຈະຕ້ອງເໝາະສົມກັບວຽກນັ້ນ (2) ວຽກບໍ່ໜັກຫຼາຍເກີນໄປສຳລັບເຂົາ (3) ເຂົາມີ ຄວາມຮູ້ສຶກວ່າປະສົບຜົນສຳເລັດທີ່ໄດ້ເຮັດວຽກນັ້ນ.
  • ຫົວໜ້າ - ຜູ້ນຳຈະຕ້ອງ: " ຮູ້ທຸກສິ່ງທຸກຢາງໃນບາງຢ່າງ " ແລະ " ຮູ້ບາງສິ່ງບາງຢ່າງໃນທຸກຢ່າງ ".
  • ການມອບໝາຍງານໃຫ້ລູກນ້ອງເຮັດ ນອກຈາກຈະຊ່ວຍໃຫ້ທ່ານມີເວລາເຮັດໃນສິ່ງທີ່ສຳຄັນກ່ວາແລ້ວທ່ານຍັງໄດ້ຄວາ ໃເຄົາລົບຮັກຈາກພວກ ເຂົາ ຫຼາຍຂຶ້ນ.
  • ຜູ້ນຳຄືຜູ້ທີ່ເກັ່ງຄິດ, ເກັ່ງຄົນ ແລະ ເກັ່ງວຽກງານສະເໝີ.
  • ຫົວໜ້າທີ່ດີ  ຈະບໍ່ຍົກຕົນເອງສູງກ່ວາລູກນ້ອງຍົກເວັ້ບຄວາມຮັບຜິດຊອບທີ່ຈະຕ້ອງຍົກໃຫ້ສູງກ່ວາພວກເຂົາ.
  • ການປະພຶດຕໍ່ຜູ້ຢູ່ໄຕ້ບັງຄັບບັນຊານັ້ນ  ຢ່າໄດ້ຊົມເຊີຍແຕ່ຜົນງານໃຫຍ່ໆຂອງເຂົາເທົ່ານັ້ນ, ເລື່ອງນ້ອຍໆກໍຄວນຊົມເຊີຍເຊັ່ນດຽວກັນ.
  • ການທີ່ຈູງໃຈໃຫ້ຜູ້ອື່ນ ໃຫ້ເຮັດວຽກທີ່ດີສຸດນັ້ນ, ທ່ານຈະຕ້ອງເຮັດໃຫ້ເຂົາຮູ້ສຶກວ່າເຂົາເປັນຄົນສຳຄັນ  ແລະ ມີຄຸນຄ່າໂດຍບອກເຂົາຢູ່ສະເໝີວ່າເຂົາເປັນຄົນດີສໍ່າໃດ ແລະ ວຽກທີ່ເຂົາເຮັດນັ້ນດີສໍ່າໃດ.
  • ຜົນສຳເລັດອັນຍິ່ງໃຫຍ່  ໃນຊີວິດຂອງຄົນຜູ້ໜຶ່ງກໍຄືການເຮັດໄດ້ໃນສິ່ງທີ່ຜູ້ອື່ນເຮັດບໍ່ໄດ້.
  • ຜູ້ນຳຄືຜູ້ທີ່ສາມາດຈູງໃຈຄົນໃຫ້ເຮັດໄດ້  ໃນສິ່ງທີ່ພວກເຂົາບໍ່ຢາກເຮັດ ແລະ ບໍ່ມັກສິ່ງນັ້ນ.
  • ຄົນເກັ່ງ ຄືຄົນທີ່ເຮັດໄດ້ໃນສິ່ງທີ່ຜູ້ອື່ນເຮັດບໍ່ໄດ້, ເຫັນ ໃນສິ່ງທີ່ຜູ້ອື່ນບໍ່ເຫັນ.
  • ຢາກຮູ້ວ່າຫັວໜ້າຜູ້ໜຶ່ງ ຈະບໍລິຫານອົງກອນຂອງເຂົາໄດ້ດິສໍ່າໃດ ຈົ່ງເບິ່ງຈາກການບໍລິຫານຄອບຄົວຂອງເຂົາ.
  • ຢູ່ເທິງຈອມພູ  ຈະມີລົມແຮງ, ຜູ້ຢູ່ສູງ - ຜູ້ນຳຈະຖຶກສາລະພັດບັນຫາເກີດຂຶ້ນມາໃຫ້ເຂົາແກ້ຢູ່ຕະຫຼອດເວລາ.
  • ມະນຸດສຳພັນ ຄືເຄື່ອງມືທີ່ສຳຄັນທີ່ສຸດສຳລັບຄວາມເປັນຜູ້ນຳ. ເຂົາຈະບໍ່ສາມາດເຮັດຫຍ້ງສຳເລັດໄດ້ເລີຍ ຖ້າຜູ້ນຳຄົນນັ້ນຫາກບໍ່ມີມະນຸດສຳພັນທີ່ດີ.
  • ຜູ້ນຳ ຄືຜູ້ທີ່ຮູ້ຫົນທາງ,ຜູ້ເດີນທາງ, ຜູ້ຊີ້ບອກຫົນທາງ,ພ້ອມທັງກະຕຸ້ນໃຫ້ຜູ້ຄົນສ່ວນຫຼວງຫຼາຍຢາກເດີນທາງໄປນຳ.
  • ຜູ້ນຳ ທີ່ເຫັນທາງຈຸດດີ ແລະ ຈຸດອ່ອນຂອງຕົນຈະເປັນຜູ້ນຳທີ່ດີກ່ວາຜູ້ທີ່ເຫັນແຕ່ຈຸດດີຂອງຕົນພຽງຢ່າງດຽວ.
  • ຫົວໜ້າທີ່ດິ ຈະຄິດສະເໝີວ່າພະນັກງານຂອງເຂົາທຸກຄົນ  ລ້ວນມີຄວາມສຳຄັນເໝື່ອນເຄື່ອງອາໄຫລ່ທຸກສ່ວນຢູ່ໃນເຄື່ອງຈັກ ຈະຂາດອັນໃດ ອັນ ໜຶ່ງບໍ່ໄດ້.
  • ໜ້າວຽກອັນແທ້ຈິງຂອງຜູ້ນຳກໍຄື: " ຄິດຄົ້ນຫາບະໂຍບາຍ ແລະ ບັງຄັບໃຊ້ມັນ " ຫຼາຍກ່ວາທີ່ຈະມົວເມົານຳແຕ່ແກ້ບັນຫາທີ່ເກີດຈາກນະໂຍບາຍ.
  • ຜູ້ເປັນຫົວໜ້າສ່ວນຫຼວງຫຼາຍ  ມັກຈະເອົາຄົນທີ່ເຫັນດີກັບຕົນມາຢູ່ນຳສະເໝີແຕ່ໂປດຢ່າໄດ້ລຶມວ່າ  ທຳມະຊາດຂອງຄົນພວກນີ້ມັກສ້າງກຳແພງ ກິດກັ້ນຂໍ້ມູນທີ່ແທ້ຈິງດ້ວຍຂໍ້ມູນປະຈົບສໍພໍເພື່ອໃຫ້ຫົວໜ້າພໍໃຈ.
  • ບໍ່ມີນາຍພົນຄົນໃດ  ຈະຕໍ່ສູ້ສົງຄາມພຽງແຕ່ຕົວຄົນດຽວໄດ້,  ເຂົາຈະມີທະຫານຫຼາຍສີບຫຼາຍຮ້ອຍຮ່ວມຕໍ່ສູ້ນຳຕ່ຄວາມສຳເລັດຂອງ ເຂົາຂຶ້ນຢູ່ກັບການ ໄດ້ຄົນທີ່ຖຶກຕ້ອງພ້ອມກັບຈັດວາງເຂົາໃສ່ບ່ອນທີ່ຖຶກຕ້ອງ.
  • ໜ້າທີ່ຫຼັກຂອງຜູ້ບໍລິຫານ - ຫົວໜ້າຄືຄົ້ນຄິດຫາສິ່ງໃໝ່ໆມາເຮັດ ແລະ ຊອກຫາຕະຫຼາດຮອງຮັບມັນ.
  • ຖ້າຢາກໄດ້ລູກນ້ອງດີ ເຮົາຕ້ອງເປັນນາຍທີ່ດີເສຍກ່ອນ.
  • ການບໍລິຫານບຸກຄະລະກອນທີ່ດີຄື: ເລື່ອກຊ້າໆແຕ່ໃຫ້ໄລ່ອອກໄວໆ.
  • ບັນດິດ ຖ້າບໍ່ມີໃຜຖາມຈະເປັນຄືກອງທີ່ບໍ່ຖຶກຕິ ແຕ່ຖ້າມີຄົນຖາມຈະເປັນຄືຟ້າຫລຸ,ຝົນຫຼັງ,ສ່ວນຄົນໂງ່  ຈະມີໃຜຖາມຫຼືບໍ່ຖາມກໍເວົ້າຢູ່ບໍ່ເຊົາ.
  • ຄິດຈະເຮັດການໃຫຍ່ ກ່ອນອື່ນໝົດຕ້ອງເລີມຄິດກ່ຽວກັບຄົນ.
  • ນັກການທູດ ຄືຜູ້ທີ່ສາມາດບອກໃຫ້ທ່ານໄປລົງນະລົກ ດ້ວຍວິທີການທີ່ທ່ານຢາກໄປອີຫລີ.
  • ຄວາມປອດໄພຕ້ອງມາກ່ອນ  ຄືຄະຕິພົດສຳລັບເຜົ່າພັນມະນຖດຊາດມາໄດ້ຫຼາຍລ້ານປີແລ້ວ ແຕ່ບໍ່ແມ່ນຄະຕິພົດສຳລັບຜູ້ນຳເພາະຜູ້ນຳຈະຕ້ອງໄດ້ຜະເຊີນໜ້າກັບຄື້ນມໍລະສຸມຊີວິດ ແລະ ການສ່ຽງໄພຮ້ອຍແປດພັນປະການ.
  • ຄວາມເປັນຜູ້ນຳ ບໍ່ມີໃຜໄດ້ມາແຕ່ກຳເນີດ ແຕ່ໄດ້ມາຈາກການຝຶກຝົນ.
  • ຜູ້ໃດສາມາດເອົາຄົນເກັ່ງກ່ວາຕົນມາເຮັດວຽກນຳຕົນໄດ້ ຜູ້ນັ້ນຄືຄົນເກັ່ງ.
  • ຫົວໜ້າທີ່ມອບວຽກໃຫ້ລູກນ້ອງເຮັດ ແຕ່ບໍ່ມອບສິດອຳນາດໃຫ້ເຂົາ ຈະເປັນເໝື່ອນມອບຫິບເຄື່ອງມຶໃຫ້ແຕ່ຕົວເອງຍັງຮັກສາກະແຈໄຂຫິບນັ້ນໄວ້ຢູ່.
  • ຄຸນສົມບັດພຶ້ນຖານຂອງຄວາມເປັນຜູ້ນຳກໍຄື: ການຮູ້ຈັກສະແດງອອກເຖິ່ງທັດສະນະຂອງຕົນໄດ້ຢ່າງໜ້າປະທັບໃຈ.
  • ຫົວໜ້າທີ່ດີຈະຂໍຄຳແນະນຳຈາກຜູ້ອື່ນ ຫຼາຍກ່ວາໃຫ້ຄຳແນະນຳ,ສະໜັບສະໜູນໃຫ້ຜູ້ອື່ນເວົ້າ ຫຼາຍກ່ວາຕົນເອງເວົ້າ.
  • ຈຸດເດັ່ນຂອງຄວາມເປັນຜູ້ນຳກໍຄື:ມັກຄົ້ນຄິດເຖິ່ງເລື່ອງອານາຄົດ.
  • ຢາກຮູ້ຄວາມສາມາດຂອງຫົວໜ້າ  ຕ້ອງເບິ່ງຈາກບັນຫາທີ່ເຂົາແກ້, ຫົວໜ້າເກັ່ງມັກຈະແກ້ແຕ່ບັນຫາທີ່ໃຫຍ່ໆສົມກັບຄວາມສາມາດຂອງເຂົາ.
  • ສຸດຍອດສິລະປະຂອງຄວາມເປັນຜູ້ນຳກໍຄື: ເຂົາໄດ້ປະອຸດົມການທີ່ດີໄວ້ໃຫ້ແກ່ຄົນລຸ້ນຫຼັງ  ພ້ອມກັບຄວາມກະຕຶລຶລົ້ນ ແລະ ມຸ່ງໝັ້ນຂອງຜູ້ຄົນເຫຼົ່າ ນັ້ນ ທີ່ຈະສານຕໍ່ອຸດົມການໃຫ້ເກີດຜົນເປັນຈິງ.
  • ຜູ້ໃດປະຕິບັດຕໍ່ລຸກນ້ອງຄືກັນກັບປະຕິບັດຕໍ່ນາຍ, ຜູ້ນັ້ນຈະໄດ້ເປັນນາຍໃຫຍ່ຂຶ້ນ.
  • ຂະບວນການມອບໝາຍງານທີ່ດີຄື: ສັ່ງສອນວິທີເຮັດ,ສາທິດໃຫ້ເບິ່ງ,ທົບທວນຄວາມເຂົ້າໃຈຂອງເຂົາ,ມອບສິດອຳນາດໃຫ້ປະຕິບັດ,ຕິດຕາມ,ປະເມີນຜົນ ແລະ ລາຍງານ.
  • ຜູ້ນຳ ຄືຜູ້ທີ່ກ້າໄດ້ກ້າເສຍ. ການປະທະກັບຂ້າເສິກບາງທິອາດບໍ່ຊະນະ ຫຼື ຊະນະບໍ່ໄດ້ທຸກເທຶອ ແຕ່ໃນປະຫວັດຊາດຂອງມະນຸດບໍ່ເຄີຍມີນາຍພົນຄົນ ໃດ ທີ່ລົບຊະນະທຸກຄັ້ງ.
  • ຈະເຮັດຫຍ້ງ ? ເປັນຫຍ້ງຈິ່ງເຮັດ ? ຄືໜ້າທີ່ຂອງຫົວໜ້າເປັນຜູ້ຄິດ,ເຮັດແນວໃດ ? ຄືໜ້າທີ່ຂອງລູກນ້ອງ.
  • ໃຫ້ຂ້າພະເຈົ້າເບິ່ງຫົວໜ້າ - ຜູ້ນຳຄົນໜຶ່ງ  ແລ້ວຈະຮູ້ໄດ້ໂລດວ່າລູກນ້ອງເຂົາເປັນຄົນແນວໃດ. ໃຫ້ຂ້າພະເຈົ້າເບິ່ງລູກນ້ອງຄົນໜຶ່ງແລ້ວຈະຮູ້ໄດ້ໂລດວ່າ ຫົວໜ້າຜູ້ນຳຂອງເຂົາເປັນຄົນແນວໃດ.
  • ຜູ້ນຳ ບໍ່ແມ່ນຜູ້ທີ່ເຮັດດ້ວຍຕົນເອງ ແຕ່ແມ່ນຜູ້ຄົ້ນຄິດຫາແນວຄິດທີ່ດີໆແລ້ວມອບໃຫ້ຜູ້ອື່ນເຮັດ ແລະ ຜູກໃຈເຂົາໃຫ້ເຮັດວຽກນັ້ນຢ່າງຈິງຈັງຈິ່ງໃຈ.
  • ຫົວໜ້າຄືຜູ້ທີ່ແກ້ບັນຫາ,  ສ່ວນຜູ້ນຳຄືຜູ້ມີວິໃສທັດອັນຍາວໄກກ່ຽວກັບອານາຄົດ.
  • ຫົວໜ້າ ຈະເຮັດວຽກໃຫ້ຖຶກຕ້ອງ,ແຕ່ຜູ້ນຳຈະເຮັດສິ່ງທີ່ທຶກຕ້ອງ.
  • ຜູ້ນຳ ຄືຜູ້ທີ່ສາມາດຄວບຄຸມອາລົມຂອງຕົນໃຫ້ທຸ່ນທ່ຽງໄດ້ໃນທຸກສະຖານະການ.
  • ເຄື່ອງໝາຍຊີ້ບອກເຖິ່ງບຸລຸດຜູ້ຊົງກຽດທີ່ແທ້ຈິງກໍຄື ແມ່ນແຕ່ສັດຕູຂອງເຂົາກໍຍັງຍອມຍ້ອງຍໍຊົມເຊີຍເຂົາ.
  • ຢາກເບີ່ງຄວາມຍິ່ງໃຫຍ່ຂອງຜູ້ເປັນຫົວນ້າ  ຕ້ອງເບີ່ງຈາກສິ່ງທີ່ເຂົາປະພຶດຕໍ່ລູກນ້ອງ.
  • ຜູ້ນຳທີ່ດີ ຄືຜູ້ທີ່ມັກຖາມເອົາຄວາມຄິດເຫັມຈາກຄົນອື່ນເພື່ອມາປະກອບໃຫ້ແກ່ການຕັດສີນໃຈຂອງຕົນເອງ.
  • ຜູ້ສະຫຼາດ ຈະບໍ່ເວົ້າກົງໄປກົງມາ,ແຕ່ຈະໃຊ້ໄວພະບໄຕ່ຕອງເບິ່ງວ່າ  ຄຳເວົ້າແນວໃດເໝາະກັບໂອກາດ,ເວລາ,ສະຖານທີ່ ແລະ ບຸກຄົນແນວໃດພ້ອມ ທັງ ຄຳນຶງຢູ່ສະເໝີວ່າ ຜູ້ຝັງຈະຕ້ອງຮູ້ສຶກປອດໄພ ແລະ ບໍ່ຂາຍໜ້າ.
  • ຜູ້ທີ່ເວົ້າກົງໆບໍ່ຮູ້ໃຊ້ໄຫວພິບ ຄວນທຳງານເປັນຊ່າງຝິມື.   ສ່ວນຜູ້ຈະທຳງານເປັນຫົວໜ້າ ຫຼື ຜູ້ນຳ ຈະຕ້ອງຮູ້ໃຊ້ໄຫວພິບ, ຮູ້ຮັກສານໍ້າໃຈຄົນ, ບໍ່ເວົ້າໃຫ້ຜູ້ອື່ນເສຍໃຈ ແລະ ເກີ້ເຂີນ.
  • ຄວາມວ່ອງໄວຂອງຫົວໜ້າ ກໍຄືຄວາມວ່ອງໄວຂອງທິມງານ.
  • ນັກບໍລິຫານທີ່ດີ ຈະບໍ່ສັນຍາຫຍັງງ່າຍໆບໍ່ໝັ້ນໃຈ  ແລະ ຂໍ້ສຳຄັນຢ່າເວົ້າໃນສິ່ງທີ່ເຮັດໃຫ້ຄົນອື່ນເຂົ້າໃຈວ່າທ່່ານໃຫ້ຄຳໝັ້ນສັນຍາ.
  • ສາມາດດຶງດູດເອົາຄົນເກັ່ງມາຢູ່ນຳໄດ້ ແລະ ປະພຶດຕໍ່ຄົນເກັ່ງເຫຼົ່ານັ້ນດ້ວຍຄວາມເຄົາລົບຮັກຈົນເຂົາບໍ່ຄິດຢາກໜີຈາກ, ນັ້ນລະຄືສຸດຍອດຂອງ ຄວາມ ເປັນຜູ້ນຳ.
  • ການປົກຄອງລູກນ້ອງໃຫ້ຢ້ານ ຄືການຂັບໄລ່ຄວາມຄິດທີ່ດີໆໃຫ້ບິນໜີໄປຈາກພວກເຂົາ.
  • ເມື່ອລູກນ້ອງເຮັດບໍ່ໄດ້ຕາມທີ່ທ່ານສັ່ງ, ນາຍທີ່ດີຈະບໍ່ຮ້າຍດ່າ ພວກເຂົາ ເພາະ  ຖ້າເຂົາເກັ່ງທໍ່ການກັບທ່ານ  ເຂົາຄອງບໍ່ມາເປັນລູກນ້ອງຂອງທ່ານ.
  • ສິລະປະການຈູງໃຈທີ່ດີທີສຸດຄື: ເວົ້າເຖິ່ງເລື່ອງທີ່ເຂົາຕ້ອງການ ແລະ ບອກເຂົາວ່າເຮັດແນວໃດຈິ່ງຈະໄດ້ສິ່ງທີ່ເຂົາຕ້ອງການນັ້ນ.
  • ໄຕ້ການນຳພາຂອງນາຍພົນທີ່ດີ ຍ່ອມບໍ່ມີທະຫານຊົ່ວ.
  • ໃນສັງຄົມໜຶ່ງ ຈະມີທາງຄົນດີ ແລະ ຄົນບໍ່ດີ, ບໍ່ມີໃຜຈະເຮັດໃຫ້ທຸກຄົນເປັນຄົນດີໄດ້ໝົດ. ດັ່ງນັ້ນ ການເຮັດໃຫ້ສັງຄົມດີ ຈື່ງບໍ່ແມ່ນການເຮັດໃຫ້ທຸກຄົນເປັນຄົນດີ ແຕ່ສົງເສີມໃຫ້ຄົນດີເປັນຜູ້ນຳ.
  • ຫົວໜ້າເກັ່ງ  ຄືຜູ້ທີ່ສາມາດສະແດງຕົວຢ່າງໃຫ້ລູກນ້ອງເບິ່ງໄດ້ວ່າ  ຈະເຮັດໃຫ້ໜ້າວຽກແຕ່ລະອັນສຳເລັດໄດ້ແນວໃດ.
  • ຜູ້ນຳ  ຄືຜູ້ມີຄວາມຮອບຮູ້ພຽງພໍທີ່ຈະເລື່ອກຄົນດີມາເຮັດວຽກນຳ,ມີຄວາມອົດທົນພຽງພໍທີ່ຈະເຮັດໃຫ້ຄົນເຫຼົ່ານັ້ນຮູ້ສຶກສະບາຍໃຈໃນເວລາເຮັດວຽກໃຫ້ແກ່ເຮົາ.
  • ຜູ້ນຳທີ່ດີຕ້ອງຕາເຖິ່ງ ໃຈເຖີງ ແລະ ມຶເຖິ່ງ.
  • ສິ່ງສຳຄັນທີ່ສຸດທີ່ຜູ້ເປັນຫົວໜ້າທຸກຄົນຄວນຄິດກໍຄື: ຢ່າໃຫ້ລູກນ້ອງເຮັດວຽກເພາະຕ້ອງເຮັດ  ແຕ່ໃຫ້ເຂົາເຮັດເພາະຕ້ອງການທີ່ຈະເຮັດ.
  • ຜູ້ນຳ - ຫົວໜ້າ  ຄືຜູ້ກໍສ້າງ ຫຼື ທຳລາຍ. ດັ່ງນັ້ນ ຖ້າມີແນວບລດີເກິດຂຶ້ນຢູ່ໃນໜ່ວຍງານ,ອົງການ, ຜູ້ທີ່ຄວນໄດ້ຮັບໂທດຕາມນິກ່ອນໝູ່ກໍຄືຜູ້ນຳ  ແລະ ຫົວໜ້າ .
  • ນີ້ຄືບໍລິສັດ,ໂຮງງານຂອງຂ້ອຍ, ນີ້ຄືບ່ອນລ້ຽງຊີບຂອງຂ້ອຍ,ຖ້າພະນັກງານຂອງທ່ານຄິດແບບນີ້ທ່ານທຶກລາງວັນທີ່ໜຶ່ງແລ້ວບໍ່ມີພະລັງອັນໃດທີ່ເໜື່ອ ກ່ວາພະລັງທີ່ພະນັກງານທຸກໆຄົນຄິດວ່າ  ເຂົາບໍ່ໄດ້ເຮັດວຽກງານໃຫ້ແກ່ທ່ານແຕ່ກຳລັງເຮັດວຽກໃຫ້ກັບບໍລິສັດ ແລະ ອົງກອນຂອງເຂົາເອງ.

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2014 | ມີ 7 ຄຳເຫັນ ແລະ 0 trackback(s)

        ຄືດັ່ງຫຼາຍຄົນເຂົ້າໃຈແລ້ວວ່າ ວັດທະນະທຳມີບົດບາດສຳຄັນໃນການປະກອບສ້າງຄົນໃຫ້ກາຍເປັນຄົນກ້າວໜ້າສິວິໄລຢ່າງຕໍ່ເນື່ອງ ໃນປະຫວັດສາດການ ຂະ ຫຍາຍຕົວຂອງສັງຄົມອື່ນໆ ພັກ-ລັດ ສປປ ລາວ ຖືວ່າວັດທະນະທຳເປັນຮາກຖານທາງສັງທີ່ຄໍ້າຊູໃຫ້ຊາດຍືນຍົງຄົງຕົວ ແລະ ຂະຫຍາຍຕົວທັງເປັນກຳ ລັງທີ່ຊຸກຍູ້ ທີ່ສຳ ຄັນ ແລະ ເປັນຈຸດໝາຍຂອງການພັດທະນາສັງຄົມ.ພື້ນຖານວັດທະນະທຳແຕ່ລະຊາດ ຍາມໃດກໍ່ມີລັກສະນະສະເພາະຂອງຕົນ ແລະ ມັນກໍ່ເປັນມາດຖານອັນ ໜຶ່ງທີ່ ຈຳແນກ ຄວາມແຕກຕ່າງລະຫວ່າງຊາດນີ້ກັບຊາດອື່ນ.ສະນັ້ນການປົກປັກຮັກສາ ແລະ ເສີມຂະຫຍາຍເອກະລັກທາງດ້ານວັດທະນະທຳແຫ່ງ ຊາດ.ແມ່ນບັນຫາ ໜື່ງທີ່ ມີລັກສະນະ ຕັດສິນການຄົງຕົວ ແລະ ການຂະຫຍາຍຕົວຂອງຊາດໜຶ່ງໆ.ອາດເວົ້າໄດ້ວ່າວັດທະນະທຳຂອງສັງຄົມໜຶ່ງໝາຍເຖິງເຄື່ອງໝາຍ ຫຼື່ ເອກະລັກຄວາມເປັນ ຊາດໜຶ່ງ ດັ່ງຄຳເວົ້າທີ່ວ່າ " ພາສາບອກຊາດ, ມາລະຍາດບອກຕະກຸນ " .

        ນອກຈາກວັດທະນະທຳມີຄວາມໝາຍອັນສຳຄັນ ທີ່ບອກເອກະລັກຂອງຄວາມເປັນຊາດໜຶ່ງແລ້ວ, ວັດທະນະທຳຍັງມີຄວາມສຳຄັນໃນການພັດທະນາໂລກມະນຸດ ໃຫ້ມີຄວາມກ້າວໜ້າສິວິໄລ,ມີຄວາມຈົບງາມ ແລະ ສັນຕິສຸກອີກດ້ວຍ.ເຖິງວ່າການພັດທະນາຂອງບັນດາປະເທດຕ່າງໆໃນໂລກ ນີ້ໃນໄລຍະຜ່ານມາຈົນມາ ເຖິງປັດຈຸ ບັນຈະເຮັດໃຫ້ສັງຄົມມີຄວາມກ້າວໜ້າທາງວັດຖຸຢ່າງຫຼວງຫຼາຍກໍ່ຕາມ,ການພັດທະນາດັ່ງກ່າວ, ຍັງຈະກໍໃຫ້ເກີດມົນລະພາວະເສຍຫາຍຫຼາຍທີ່ສຸດເຊັ່ນ: ພາວະດິນເສຍ, ນໍ້າເສຍ,ອາກາດເສຍ,ຊັບພະຍາກອນທຳມະຊາດຫຼດໜ້ອຍຖອຍລົງ, ປ່າໄມ້ຖືກທຳລາຍ,ເກີດມີຝົນກົດ,ສັດນໍ້າ,ສັດບົກນາໆພັນຄ່ອຍໝົດ ຫຼື ສູນພັນໄປເທື່ອລະເລັກ ລະ ໜ້ອຍ,ຊັ້ນອາກາດມີການປ່ຽນແປງໄປໃນທາງທີ່ເປັນອັນຕະລາຍ.ເວົ້າລວມແລ້ວກໍ່ຄືລະບົບນິເວດກຳລັງພັງທະລາຍຈາກມົນລະພຶດ ແລະ ສານເຄມີຕ່າງໆ.

        ນອກຈາກນີ້, ບັນຫາສັງຄົມກໍເກີດມີຫຼາຍບັນຫາຂຶ້ນເຊັ່ນ: ມີການອິດສາບັງບຽດເອົາລັດເອົາປຽບຊຶ່ງກັນ ແລະ ກັນມີການປະທະກັນຢ່າງຮຸນ ແຮງຂຶ້ນ.ຊ່ອງຫວາງ ທາງເສດທະກິດ ແລະ ສັງຄົມຂະຫຍາຍຕົວກ້ວາງອອກ.ບັນຫາຄວາມທຸກຈົນກໍເປັນບັນຫາທີ່ແກ້ໄຂບໍ່ຕົກ,ບັນຫາເຍົາວະຊົນ,ອະບາຍຍະມຸກ,ອະຊະຍະກຳ,ຢ່າເສບຕິດ,ຄວາມຂັດແຍ່ງລະຫວ່າງກູ່ມ,ລະຫວ່າງປະເທດເກີດຂຶ້ນຍ້ອນການເສື່ອມໂຊມທາງສິນລະທຳປະຈຳໃຈ, ສິ່ງສຳຄັນອີກອັນໜຶ່ງກໍ່ຄື:ຊີວິດຈິດ ໃຈຂອງມວນມະນຸດເອງ ກໍ່ ເກີດມີບັນຫາເພີ່ມຂຶ້ນທາງດ້ານຈິດໃຈ ແລະ ຮ່າງກາຍ.ຍ້ອນສະພາບແວດລ້ອມທາງທຳມະຊາດ ແລະສັງຄົມສັບສົນນັບມື້ນັບເພີມ ຂືຶ້ນມະນຸດທາງຫຼາຍກໍເກີດ ຄວາມ ໂຫດຮ້າຍຍ້ອນສະພາບຈິດເສື່ອມໂຊມ,ໂລກຫົວໃຈ ໂດຍສະເພາະໃນປະເທດທີ່ພັດທະນາແລ້ວໂລກມະເຮັງ,ໂລກອັກເສບຕັບ,ໂລກແພ້ອາກາດຈົນຮອດໂລກເອດສ'.ສ່ວນ ໃນຈິດໃຈກໍ່ມີບັນຫາມາກມາຍຄື:ຈິດໃຈຂອງຄົນ,ປະເທດທີ່ພັດທະນາແລ້ວມີຄວາມຮ້ອນຮົນກະວົນກະວາຍ,ເຖິງວ່າເງື່ອນໄຂທາງດ້ານວັດຖູ ຈະພຽບພ້ອມແຕ່ເຂົາ ເຈົ້າ ກໍບໍ່ມີຄວາມສຸກໃຈ, ເກີດມີຄວາມງຽບເຫງົາເປົ່າປ່ຽວ ຄົນເປັນໂລກຈິດ ແລະ ຂ້າຕົວຕາຍຫຼາຍຂຶ້ນ

        ຈາກບັນຫາທີ່ເກີດຂຶ້ນດັ່ງກ່າວໂດຍສະເພາະຍ້ອນຄວາມຜິດຜ້ຽນທາງສິລທຳ,ອົງການຢູແນັດສະໂກ ( UNESCO ) ຈິ້ງໄດ້ພິຈາລະນາວ່າສິ່ງທີ່ມະນຸດ ທາງຫຼາຍຂາດ ເສຍໄປນັ້ນຄືການພັດທະນາທາງດ້ານວັດທະນະທຳ.ຖ້າຫາກຂາດປັດໄຈດັ່ງກ່າວ.ການພັດທະນາໂລກມະນຸດກໍຈະນັບມື້ນັບກ້າວເຂົ້າສູ່ຈຸດທະລາຍຊື່ງກັນ ແລະ ກັນກໍ່ ຄື ການທຳລາຍໂລກມະນຸດສະນັ້ນອົງການຢູແນັດສະໂກໄດ້ກຳນົດ:ທົດສະວັດໂລກເພື່ອການພັດທະນາວັດທະນະທຳຂຶ້ນ ( 1988 - 1987 ) ໂດຍເໜັ້ນໜັກການ ພັດທະນາ ໃນຕໍ່ໜ້າແມ່ນຈະຕ້ອງໃຫ້ວັດທະນະທຳເປັນຈຸດໃຈກາງຂອງການພັດທະນາກໍຄືໃຫ້ເຫັນຄຸນຄ່າຂອງມະນຸດ ແລະ ວັດທະນະທຳເປັນຫົວ ໃຈສຳຄັນຂອງການ ພັດທະນາ ເສດຖະກິດ ແລະ ເຕັກໂນໂລຊີ...ດັ່ງນັ້ນ,ຄວາມສຳຄັນອີກຢ່າງໜຶ່ງຂອງວັດທະນະທຳກໍຄືເປັນປັດໄຈສຳຄັນຍິ່ງໃນການສ້າງຄວາມງາມທາງດ້ານຈິດໃຈຂອງມະນຸດ ແລະ ເຮັດໃຫ້ມະນຸດບໍ່ເຫັນແກ່ສິດຜົນປະໂຫຍດທາງດ້ານເສດຖະກິດພຽງດ້ານດຽວ. ຈາກນັ້ນ, ມະນຸດກໍມີການແລກປ່ຽນພົວພັນແບບທີ່ ດີບໍ່ມີການຂັດແຍ່ງ,ບໍ່ມີການ ອິດ ສາບັງບຽດ,ບໍ່ເອົາລັດເອົາປຽບກັນ ແລະ ຮ່ວມກັນດຳລົງຊີວິດໃນໂລກມະນຸດຢ່າງມີສັນຕີສຸກ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2014 | ມີ 4 ຄຳເຫັນ ແລະ 0 trackback(s)

ມາດຖານ1. ປະຕິບັດກິດຈະກຳທາງວິຊາການກ່ຽວກັບການພັດທະນາວິຊາຊິບຄູຢູ່ສະເໝີ:

                ໝາຍເຖິ່ງການສຶກສາຄົ້ນຄ້ວາເພື່ອພັດທະນາຕົນເອງ ການເຜີຍແພ່ຜົນງານທາງວິຊາການແລະການເຂົ້າຮ່ວມກິດຈະກຳທາງວິຊາການທີ່ອັງກອນ ຫຼີ  ໜ່ວຍງານ ຫຼື ສະມາຄົມຈັດຂຶ້ນ ເຊັ່ນ: ການປະຊູມ,ການອົບຮົມ,ການສຳມະນາ ແລະ ການປະຊູມການປະຕິບັດງານເປັນຕົ້ນທາງນີ້ຕ້ອງມີຜົນງານ ຫຼື ລາຍງານ ທີ່ ຊັດເຈນ.

ມາດຖານ2. ຕັດສຶນໃຈປະຕິບັດກິດຈະກຳຕ່າງໆໂດຍດຳເນີນເຖິງຜົນທີ່ຈະເກີດແກ່ຜູ້ຮຽນ:

               ໝາຍເຖິງການເລື່ອກຢ່າງສະແຫຼວສະຫຼາດ ດ້ວຍການຮັກ ແລະ ຫວ່າງດີຕໍ່ຜູ້ຮຽນ ດັ່ງນັ້ນໃນການເລື່ອກກິດຈະກຳການຮຽນ-ການສອນ ແລະ ກິດຈະກຳ ອື່ນໆ.ຄູຈະຕ້ອງຄຳນຶງເຖິງຜົນປະໂຫຍດທີ່ຈະເກີດແກ່ຜູ້ຮຽນເປັນຫຼັກ.

ມາດຖານ3. ມູ່ງໝັ້ນພັດທະນາຜູ້ຮຽນໃຫ້ເຕັມຕາມສັກກະຍາພາບ:

               ໝາຍເຖິງການໃຊ້ຄວາມພະຍາຍາມຢ່າງເຕັມຄວາມສາມາດຂອງຄູທີ່ຈະໃຫ້ຜູ້ຮຽນເກີດການຮຽນຮູ້ໃຫ້ຫຼາຍທີ່ສຸດ ຕາມຄວາມຖະນາດ,ຄວາມສົນໃຈ ຄວາມຕ້ອງການໂດຍວິເຄາະວິນິດສາຍບັນຫາ,ຄວາມຕ້ອງການທີ່ແທ້ຈິງຂອງຜູ້ຮຽນປັບປ່ຽນວິທີການສອນທີ່ຈະໃຫ້ໄດ້ດີກ່ວາເດີມລວມທັງການສົວງເສີມການພັດ

ທະນາການດ້ານຕ່າງໆ,ຕາມສັກກະຍາພາບຂອງຜູ້ຮຽນແຕ່ລະຕອນຢ່າງເປັນລະບົບ.

ມາດຖານ4. ພັດທະນາແຜ່ນການສອນໃຫ້ມີຄວາມສາມາດປະຕິບັດເກີດຜົນເປັນຈິງ:

               ໝາຍເຖິງການເລື່ອກໃຊ້ປັບປູງ ຫຼື ສ້າງແຜນການສອນ ບັກທອກການສອນ ຫຼື ກ່ຽມການສອນໃນລັກສະນະອື່ນໆທີ່ສາມາດນຳ ໄປໃຊ້ຈັດກິດຈະກຳ ການ ຮຽນ-ການສອນໃຫ້ຜູ້ຮຽນບັນລຸວັດຖູປະສົງຂອງການຮຽນຮູ້.

ມາດຖານ5. ພັດທະນາສຶການຮຽນ-ການສອນໃຫ້ມີປະສິດທີ່ພາບຢູ່ສະເໝີ:

               ໝາຍເຖິງການປະດິດຄິດຄົ້ນ ທາສິ່ງໃໝ່ໆມາເລື່ອກໃຊ້ ເພື່ອປັບປຸງເຄື່ອງມຶອຸປະກອນເອກະສານສິ່ງພິມ ແລະ ເທັກນິກວິທີການຕ່າງໆເພື່ອ ໃຫ້ຜູ້ຮຽນ ບັນລຸຈຸດປະສົງຂອງການຮຽນຮູ້.

ມາດຖານ6. ຈັດກິດຈະກຳການຮຽນ-ການສອນໂດຍເໜັ້ນຜົນການເກີດແກ່ຜູ້ຮຽນ:

               ໝາຍເຖິງການຈັດການຮຽນ-ການສອນທີ່ມຸ່ງໝັ້ນແກ່ຜູ້ຮຽນໃຫ້ປະສົບຜົນສຳເລັດໃນການສະແຫວງຫາຄວາມຮູ້ຕາມສະພາບຄວາມແຕກຕ່າງ ຂອງບຸກ ຄົນດ້ວຍ ການປະຕິບັດຕົວຈິງ ແລະ ສະຫຼຸບຄວາມຮູ້ທາງໝົດໄດ້ດ້ວຍຕົນເອງ ເພື່ອໃຫ້ເກີດຄ່ານີຍົມ ແລະ ນິດໄສໃນການປະຕິບັດຄົນໄດ້ກາຍເປັນບຸກຄະລິກ ກະພາບ ຕິດຕົວ ຜູ້ຮຽນຕະຫຼອດໄປ.

ມາດຖານ7. ລາຍງານຜົນການພັດທະນາຄຸນນະພາບຂອງຜູ້ຮຽນໄດ້ຢ່າງມີລະບົບ:

               ໝາຍເຖິງການລາຍງານຜົນການພັດທະນາຂອງຜູ້ຮຽນທີ່ເກິດຈາກການປະຕິບັດການຮຽນ-ການສອນໃຫ້ຄວບຄຸມສາເຫດ,ປັດໄຈ ແລະ ການດຳເນີນງານທີ່ ກ່ຽວຂ້ອງ ໂດຍຄູເປັນຜູ້ນຳສະເໜີລາຍການປະຕິບັດໃນລາຍລະອຽດດັ່ງນີ້:

1). ບັນຫາຄວາມຕ້ອງການຂອງຜູ້ຮຽນທີ່ຕ້ອງໄດ້ຮັບການພັດທະນາ ແລະ ເປົ້າໝາຍຂອງການພັດທະນາຜູ້ຮຽນ.

2). ເທັກນິກວິທີການ ຫຼື ນະວາດຕະກາມການຮຽນ-ການສອນທີ່ນຳມາໃຊ້ເພື່ອການພັດທະນາຕຸນນະພາບຂອງຜູ້ຮຽນ.

3). ຜົນການຈັດກິດຈະກຳການຮຽນ-ການສອນຕາມວິທີການທີ່ກຳນົດ ທີ່ເກິດກັບຜູ້ຮຽນ.

4). ຂໍ້ສະເໜີແນະແນວທາງໃໝ່ໆໃນການປັບປຸງ ແລະ ພັດທະນາຜູ້ຮຽນໃຫ້ໄດ້ຜົນດີຍິ່ງຂຶ້ນ.

ມາດຖານ8. ປະຕິບັດຕົນເປັນແບບຢ່າງທີ່ດີແກ່ຜູ້ຮຽນ:

                ໝາຍເຖິງການສະແດງອອກ,ການປະພຶດ ແລະ ການປະຕິບັດໃນດ້ານບຸກຄະລິກະພາບທົ່ວໄປ,ການແຕ່ງກາຍ,ກິລິຍາ ວາຈາ ແລະ ຈາລິຍະທຳທີ່ເໝາະສົມ ກັບຄວາມເປັນຄູຢ່າງສະໝໍ່າສະເໝີ,ເພື່ອເຮັດໃຫ້ຜູ້ຮຽນເລື່ອມໃສສະທາ ແລະ ຖຶເປັນແບບຢ່າງໃຫ້ແກ່ຜູ້ຮຽນ.

ມາດຖານ9. ຮ່ວມມີກັບຜູ້ອື່ນໃນສະຖານະສຶກສາຢ່າງສ້າງສານ.

 

                ໝາຍເຖິງການຕະນັກເຖິງຄວາມສຳຄັນ,ຮັບຝັງຄວາມຄິດເຫັນ,ຍອມຮັບໃນຄວາມຮູ້ຄວາມສາມາດ ຫຼື ໃຫ້ຄວາມຮ່ວມມີໃນການປະຕິບັດກິດຈະກຳຕ່າງໆ.

ຂອງເພື່ອນຮ່ວມງານດ້ວຍຄວາມເຕັມໃຈເພື່ອໃຫ້ບັນລຸເປົ້າໝາຍຂອງສະຖານະສຶກສາ ແລະ ຮ່ວມມີກັນຮັບຜົນທີ່ເກີດຈາກການກະທຳນັ້ນ.

ມາດຖານ10. ຮ່ວມມີກັບຜູ້ອື່ນໃນຊຸມຊົນຢ່າງສ້າງສານ:

                ໝາຍເຖິ່ງການກະທຳເຖິງຄວາມສຳຄັນ ຫຼື ຮັບຝັງຄວາມຄິດເຫັນ,ຍອມຮັບໃນຄວມຮູ້ຄວາມສາມາດຂອງບູກຄົນອື່ນໃນຊຸມຊົນ ແລະ ຮ່ວມມືປະຕິບັດງານ ເພື່ອພັດທະນາງານຂອງສະຖານະສຶກສາໃຫ້ຊຸມຊົນ ແລະ ສະຖານະສຶກສາອື່ນມີການຍອມຮັບເຊິງກັນ ແລະ ກັນ ແລ້ວປະຕິບັດງານຮ່ວມກັນດ້ວຍຄວາມເຕັມໃຈ.

ມາດຖານ11. ສະແຫວງຫາຂໍ້ມູນ ຫຼື ໃຊ້ຂໍ້ມູນຂ່າວສານໃນການພັດທະນາ.

                 ໝາຍເຖິງການຄົ້ນຫາຂໍ້ມູນ, ສັງເກດ ຫຼື ຈົດຈຳ ແລະ ລວບລວມຂໍ້ມູນຂ່າວສານຕາມສະຖານະກັນຂອງສັງຄົມທຸກໆດ້ານ ໂດຍສະເພາະສານສົນເທດ ກ່ຽວ ກັບວິຊາຊິບຄູ,ສາມາດວິເຄາະ,ວິຈານຢ່າງມີເຫດົນ ແລະ ໃຊ້ຂໍ້ມູນປະກອບກັບການແກ້ບັນຫາ,ເພື່ອມາພັດທະນາຕົນເອງ ຫຼີ ພັດທະນາງານ ແລະ ພັດທະນາສັງຄົມ ໄດ້ ຢ່າງເໝາະສົມ.

ມາດຖານ12. ສ້າງໂອກາດໃຫ້ຜູ້ຮຽນໄດ້ຮຽນຮູ້ໃນທຸກສະຖານະການ,ທຸກດ້ານ:

                 ໝາຍເຖິງການສ້າງກິດຈະກຳການຮຽນຮູ້ໂດຍການນຳເອົາບັນຫາ ຫຼື ຄວາມຈຳເປັນໃນການພັດທະນາຕ່າງໆ.ທີ່ເກີດຂຶ້ນໃນການຮຽນ ແລະ ການຈັດກິດ ຈະ ກຳອື່ນໆໃນໂຮງຮຽນແລ້ວມາກຳນົດເປັນກິດຈະກຳການຮຽນຮູ້ເພື່ອນຳໄປສູ່ການພັດທະນາຂອງຜູ້ຮຽນເທົ່າທີ່ຄວນນອກນີ້ຍັງເປັນແນວທາງການແກ້ໄຂບັນຫາຂອງຄູ ອິກແບບໜຶງທີ່ຈະນຳເອົາວິກິດການຕ່າງໆມາເປັນໂອກາດໃນການພັດທະນາ,ຄູຈຳເປັນຕ້ອງເບິງໃນແງ່ມູມຕ່າງໆມາເປັນໂອກາດໃນການພັດທະນາ,ກຳນົດເປັນກິດຈະກຳ ໃນການພັດທະນາຂອງຜູ້ຮຽນ,ຄູຈິງເປັນຜູ້ເບິງໃນມູມບວກໃນທຸກໆດ້ານ,ທຸກໆສະຖານະການຕ່າງໆກ້າທີ່ຈະປະເຊີນບັນຫາຕ່າງໆມີສະຕິໃນການແກ້ບັນຫາມີພິກໄວໃນ ການຕອບສະໜອງບັນຫາຕ່າງໆ.ດ້ວຍອາລົມຫຼືແງ່ມູມແບບຊຶຕົງ ຄູສາມາດເບິງຫຼືຫັກມູມໃນທຸກໆໂອກາດ ແລະເບິງເຫັນໃນແນວທາງທີ່ນຳຜົນ ກ້າວໜ້າສູຜູ້ຮຽນ ໄດ້ ຢ່າງມີປະສິດທີພາບ.

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2014 | ມີ 4 ຄຳເຫັນ ແລະ 0 trackback(s)

         ຄໍາວ່າ " ສຶກສາສາດ " ເປັນພາສາອັງກິດ ທີ່ໃຊ້ໃນປັດຈູບັນມີ 2 ຄຳຄື: Education ແລະ  Educational studies ແຕ່ກໍ່ມີຜູ້ວິຈານວ່າ ການໃຊ້ຄຳ Education ໃນຖານະວິຊາການ ແລັວເຫັນວ່າບໍ່ເໝາະສົມ ເພາະມັນມີຄວາມໝາຍວ່າ ແມ່ນສຶກສາສາດທົ່ວໄປແຕ່ພັດນຳມາເປັນວິຊາສະເພາະ ເມື່ອຟັງແລ້ວມັນບໍ່ເປັນວິຊາການເໝີ່ອນຂະແໜງອື່ນໃຊ້ຄຳ Educatology ກໍ່ບໍ່ເປັນທີ່ຍອມຮັບ, ເພາະໄດ້ໃຊ້ຄຳວ່າ Education ມາເປັນເວລາດົນນານແລ້ວ.

        ຢູ່ໃນປະເທດລາວ ຂອງ ພວກເຮົາ ບັນຫາຊື່ຂອງ ຂະແໜງນີ້ກໍ່ຍັງໃຊ້ການຫຼາຍຊື່ຢູ່ ແຕ່ສຳລັບຢູ່ຄະນະສຶກສາສາດ ໜ້າທີ່ ແລະ ເປົ້າໝາຍຕົ້ນຕໍແມ່ນການກໍ່ສ້າງຄູ ເຊີ່ງປະກອບມີບັນດາສາຂາວິຊາດັ່ງຕໍ່ໄປນີ້: 

            1. ປະລິຍາຕິສາຂາຄູ ວິຊາການເມື່ອງ.

            2. ປະລິຍາຕິ ຄູປະຫວັດສາດ.

            3. ປະລິຍາຕິຄູ ພູມສາດ.

            4. ປະລິຍາຕິ ຄູພາສາລາວ.

            5. ປະລິຍາຕິ ຄູພາສາຝະລັ່ງ.

            6. ປະລິຍາຕິ ຄູພາສາອັງກິດ.

            7. ປະລິຍາຕິ ຄູຄະນິດສາດ

            8. ປະລິຍາຕິ ຄູຟິຊິກສາດ.

            9. ປະລິຍາຕິ ຄູເຄມີສາດ.

           10. ປະລິຍາຕິ ຄູຊິວະສາດ.