ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 13, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

            ໃນເມຶ່ອກ່ອນ ເຜົ່າພູນ້ອຍຮຽກການວ່າເຜົ່າ  " ປີຊຸ" ຊຶ່ປັດຈຸບັນແມ່ນພູນ້ອຍຈາກຊື່ຮຽກ  " ປີຊຸ" ມາເປັນພຸນ້ອຍໃນສະໄໝຟຣັ່ງປົກຄອງ ໃນເຫດຜົນຫຼາຍຢ່າງເຊັ່ນ: ຄໍາວ່າ ພຸນ້ອຍ ແມ່ນຊື່ຄົນພາຍນອກເອື້ນ; ຕາມເລື່ອງເລົ່າສື່ບການມາ ມືບັນດານ້ກຄົ້ນຄ້ວາໄດ້ຄາດຄະເນພາສາຂຽນ     
ແລະສໍານຽງຂອງຄົນເອືຣົບ. ໃນໝວດພາສາຕະກູນ ລາວ-ໄຕ ສາມາດເຂົ້າໃຈໄດ້ຄວາມໝາຍຈໍານວນໜຶ່ງດັ່ງຕໍ່ໄປນື້: ປູນ້ອຍ ມີຄວາມໝາຍວ່າ  ກະປູນ້ອຍແລະຕໍ່ມາຈີ່ງພ້ຽນສໍານຽງສຽງອອກມາເປັນພູນ້ອຍ ມືຄວາມໝາຍວ່າພູນ້ອຍ ທີ່ກົງການຂ້າມກັບພູໃຫຍ່, ບາງຄົນກໍພ້ຽນໄປເປັນຜູ້ນ້ອຍ ຫຼື່ຜູ່ນ້ອຍ ເຊື່ງກົງກັບຄວາມໝາຍວ່າ ເປັນຄົນນ້ອຍ ແລະຈໍານວນນ້ອຍກໍອາດເປັນໄດ້ ແຕ່ເຂົາເຈົ້າບໍ່ໄດ້ຈໍາແນກ ແລະສຽດສີແຕ່ຢ່າງໃດ. ມາເຖິ່ງປີ 2005 ກົມຊົນເຜົ່າທີ່ສັງກັດສູນກາງແນວລາວສ້າງຊາດໄດ້ປ່ຽນຊື່ພູນ້ອຍມາເປັນ ສິງສິລິ ຕາມຄວາມໝາຍກົກເຫຼົ່າ-ຊິງຊາວ. ໃນທື່ນື້ເຫັນວ່າບໍ່ເໝາະ ສົມກັບມາດຖານ ການຈັດຊື່ເຜົ່າ; ໃນວັນທີ່ 9-10 ເດື່ອນ 10 ປີ 2007 ບັນກາໜ່ວຍງານທີ່ກ່ຽວຂ້ອງຈິ່ງໄດ້ຈັດກອງປະຊູມ...ສ່ວນຊື່ເອື້ນຊົົນເຜົ່າ ສິງສິລິ ທີ່ຕັ້ງຂີ້ນນັ້ນ ມາເປັນຊື່ເຜົ່າເໝື່ອນເດື່ມ (ສະຖາບັນວີທະຍາສາດສັງຄົມແຫ່ງຊາດ 2009-66) ເຊີ່ງກໍມີຄວາມເອກະພາບການວ່າ ທີ່ມາແລະ ຄວາມໝາຍ  ແມ່ນຈະແຈ້ງພໍສົມຄວນເພາະວ່າເອກະສານຂອງຟຣັ່ງຈໍານວນໜິ່ງກໍໄດ້ບັນທຶກວ່າເຜົ່າພູນ້ອຍເໝື່ອນກັນ (ອີບກູດີໂນ, ລໍແລນ, ແຊດເຊ...)

 

Delicious Digg Fark Twitter