ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2014 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                                                ຫລື ມັຄ ມີອົງຄ' 8 ປະກອບດ້ວຍ

1:         ສັມມາທິດຖີ ຄວາມເຫັນຊອບ ຄື ເຫັນວ່າການເກີດນັ້ນເປັນທຸກ ຄວາມແກ່ ແລະ ຄວາມຕາຍ ເປັນທຸກ ການພັດ ພາກຈາກສີ່ງທີ່ຮັກ ການປະສົບສີ່ງທີ່ບໍ່ຮັກ ປາຖນາສີ່ງ ໃດບໍ່ສົມຫວັງສີ່ງເຫຼົ້ານັ້ນ ກໍເປັນທຸກ ເຸີ່ງແມ່ນວ່າ ມີເງີນ, ມີຊື່ສຽງ ມີຄວາມເປັນຢູ່ສະດວກສະບາຍ ຮ່າງກາຍແຂງແຮງສົມບູນ ຍັງຢູ່ໃນໄວໜຸ່ມສາວກໍຕາມ ຕາບໃດທີ່ຍັງເອົາ ຊະນະຄວາມ ຄິດດີ ຫລື ຊົ່ວ ບໍ່ໄດ້ຄວບຄຸມບັງຄັບ ບໍ່ໄດ້ປັດໃຫ້ອອກຈາກຕົວໄປທັນທິບໍ່ໄດ້ ຍ່ອມຈະຕ້ອງມີທຸກຢູ່ສະເໝີ. 

2:     ສັມມາສັງກັບປະ ຄວາມດຳຣິຊອບ ຄື ຄິດອອກຈາກການບໍ່ຄິດພະຍາບາດ ຄື ຄິດທີ່ຈະກຳຈັດຄວາມໂກທະ ແລະ ຄວາມກຽດ ໃຫ້ໝົດໄປຈາກສັນດານ ແລະ ຄິດທີ່ຈະບໍ່ບຽດບຽນໃຜ.

3:     ສັມມາວາຈາ ວາຈາຊອບ ມີຄວາມໝາຍຢູ່ 4 ຢ່າງ ຄື ເວົ້າບໍ່ຕົວະ, ບໍ່ເວົ້າສຽດສີ, ບໍ່ເວົ້າຄຳຫຍາບ, ແລະ ບໍ່ເວົ້າ ຫລອກລວງ ຫລີ ເຫລວໄຫລ.

4:     ສັມມາກັມມັນຕະ ກະທຳຊອບມີຄວາມຢູ່ 3 ຢ່າງ ຄື່ ເວັ້ນຈາກການຂ້າສັດ ເວັ້ນຈາກການລັກສັບ ແລະ ເວັ້ນຈາກ ການປະພືດຜິດໃນກາມ. 

5:     ສັມມາອະຊີວະ ລ້ຽງຊີວິດຊອບ ໝາຍເຖີ່ງການປະກອບອາຊີບແຕ່ໃນທາງສຸຈະຣິດ ບໍ່ຜິດກົດໝາຍ ບໍ່ຜິດສີລະທັມ ບໍ່ທຳໃຫ້ຜູ້ອື່ນເດືອດຮ້ອນ ແລະ ຈະປະກອບແຕ່ອາຊີບສະເພາະແຕ່ທີ່ເໝາະແກ່ພາວະ ຫລື ຖານະຂອງຕົນສົມມະຕີວ່າ ເປັນຂ້າຣັດຖະການ ກໍຈະບໍ່ທຳອັນໃດໃຫ້ຜິດໄປຈາກໜ້າທີ່ຂອງຕົນ ແລະ ຈະບໍ່ທຳສີ່ງທີ່ຈະກໍໃຫ້ເກີດຄວາມ ເດີອດຮ້ອນ ແກ່ຕົນເອງ  ແລະ ຕໍ່ຄົນສ່ວນໃຫຍ່ຢ່າງນີ້ເປັນຕົ້ນ.

6:    ສັມມາວາຍາມະ ຄວາມພຽນຊອບ ຄື ຄວາມຊົ່ວອັນໃດ ຫລື ອະກຸສົລອັນໃດ ທີ່ຍັງບໍ່ໄດ້ລະກໍພະຍາຍາມລະ ອັນໃດທີ່ ໄດ້ລະແລ້ວກໍພະຍາຍາມບໍ່ໃຫ້ເກີດຂື້ນອີກ ສ່ວນກຸສົລທັມອັນໃດທີ່ຍັງບໍ່ໄດ້ທຳ ໃຫ້ມີໃຫ້ເປັນ ກໍຄວນພະຍາຍາມສ້າງໄວ້  ແລະ ອັນໃດທີ່ມີຢູ່ແລ້ວກໍຄວນທຳໃຫ້ມັນຈະເຣີນຍີ່ງໆຂື້ນໄປ.

7:    ສັມມາສະຕິ ຣະນຶກຊອບ ມີຄວາມໝາຍກວ້າງຫລາຍ ແຕ່ເມື່ອກ່າວສະຫຼຸບແລ້ວ ກໍຄືພະຍາຍາມໃຫ້ມີສະຕິ ຢູ່ກັບ ຕົວສະເໝີ ພະຍາຍາມທີ່ຈະຝຶກແຕ່ໃນແງ່ມູມທີ່ຈະທຳໃຫ້ກິເລສ ນ້ອຍລົງ ຫລື ເບົາບາງລົງໄປໂດຍລຳດັບ. ຜູ້ທີ່ມີສັມມາ ສະຕິ ກໍຄື ຜູ້ທີ່ປະຕິບັດຢູ່ໃນສະຕິປັດຖານ.4

8:    ສັມມາສະມາທິ ສະມາທີຊອບ (ຕັ້ງໃຈໝັ່ນຊອບ) ໝາຍເຖີ່ງການເຂົ້າສະມາທິ ທີ່ເປັນໄປເພື່ອ ການລະນີວອນ 5 ໂດຍກົງ ຫລື ເວົ້າອີກໃນໜື່ງສັມມາສະມາທິ ກໍຄື ຊານຕັ້ງແຕ່ປະຖະມະຊານຂື້ນໄປ.

1: ຄວາມເຫັນຊອບ        2: ຄຳດຳຣິຊອບ                        ກຸ່ມປັນຍາ.

3: ວາຈາຊອບ.   4: ກະທຳຊອບ.   5: ລ້ຽງຊີວິດຊອບ.       ກຸ່ມສີລລະທັມ

6: ຣະນຶກຊອບ.   7: ຕັ້ງໃຈໝັ້ນຊອບ.                             ກຸ່ມສະມາທິ.

                                            ເວລາຊີວິດເຫລື່ອນ້ອຍລົງທຸກວັນ ຈົງເລື່ອກເອົາແຕ່ການສ້າງຄວາມດີ 

                                              ຈະມີສຸຂພາຍໜ້າ ແຕ່ຖ້າສ້ງຄວາມຊົ່ວແລ້ວ ຈະມີທຸກຂພາຍໜ້າ.

Delicious Digg Fark Twitter