ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຈຸດປະສົງ ແລະ ໜ້າທີ່ຄວາມສຳຄັນຂອງກອງທຶນບ້ານ
ສ້າງເມື່ອ ພ.ພ.. 27, 2014 4 ຄົນໂຫວດ, 5 ຄຳເຫັນ, ອ່ານ 442 ເທື່ອ
1). ຄວາມເປັນມາຂອງກອງທຶນບ້ານ
ໃນຊຸມຊົນໃດໜຶ່ງປະຊາຊົນພາຍໃນຊຸມຊົນທຸກຄົນຕ້ອງການບໍລິການທາງດ້ານການເງິນແລະສ່ວນໃຫຍ່ແມ່ນຄົນທີ່ມີຖານະທຸກຈົນທີ່ຕ້ອງການບໍລິການແບບເລັ່ງດ່ວນຫຼາຍກ່ວາຄົນທີ່ມີຖານະຮັ່ງມີຍ້ອນການທີ່ມີລາຍຮັບໜ້ອຍແລະບໍມີທຶນຮອນພຽງພໍທີ່ຈະນຳໄປປະກອບອາຊີບ, ກອງທືນພັດທະນາໝູ່ບ້ານແມ່ນທະນາຄານຂະໜາດນ້ອຍແຫ່ງໜື່ງຂອງຊຸມຊົນເນື່ອງຈາກວ່າການເຂົ້າເຖິງແຫຼ່ງທຶນອື່ນໆບໍວ່າຈະເປັນເງີນຝາກຫຼືການປ່ອຍເງິນກູ້ຢືມຍັງມີໜ້ອຍແລະຍັງບໍທັນທົ່ວເຖິງຈື່ງເຮັດໃຫ້ຕ້ອງມີກອງທຶນໝູ່ບ້ານເພື່ອຕອບສະໜອງຜູ້ທີ່ມີທຶນໜ້ອຍຫຼືຜູ້ທີ່ຕ້ອງການກັອນທຶນໄປປະກອບອາຊີບໃນການທຳມາຫາກິນເພື່ອໃຫ້ມີລາຍໄດ້ມາຊຸກຍູ້ຊີວິດການເປັນຢູ່ໃຫ້ດີຂື້ນ.ກອງທຶນໝູ່ບ້ານຍັງໄດ້ສ້າງຕັ້ງຂື້ນເພື່ອຕອບສະໜອງແນວທາງຂອງພັກແລະລັດທະບານທີ່ຢາກສົງເສີມໃນເລື່ອງການປະກອບອາຊີບຂອງປະຊາຊົນໃຫ້ມີຄວາມໝັ້ນຄອງແລະມີຄວາມຍືນຍົງເພື່ອລີກລ່ຽງການເກີດບັນຫາຄວາມທຸກຍາກຂອງປະຊາຊົນ. ເປັນອີກຂະບວນການໜຶ່ງເພື່ອຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະເທດຊາດ.
2). ຈຸດປະສົງຂອງກອງທຶນ
ເພື່ອເປັນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນຢູ່ພາຍໃນບ້ານພ້ອມການສ້າງກອງທຶນຂີ້ນຮ່ວມກັນແລະຊ່ວຍເຫຼື່ອເຊິ່ງກັນແລະກັນເພື່ອການພັດທະນາບ້ານ, ເພື່ອສະສົມທຶນຮອນຂອງປະຊາຊົນພາຍໃນບ້ານເຂົ້າໃນກອງທຶນການພັດທະນາໝູ່ບ້ານໃຫ້ນັບມຶ້ຂະຫຍາຍຕົວຂີ້ນ, ປຸກລະກົມການຝາກເງິນທີ່ສາມາດປ່ອຍເງິນກູ້ໃນໄລຍະຕ່າງໆ, ແນໃສ່ສົງເສີມການຜະລິດທີ່ມີປະສິດທີ່ພາບ, ທັງສຶກສາອົບຮົມສາມາຊິກກອງທຶນໃຫ້ຮູ້ລະບຽບການຝາກເພື່ອຈັດຕັ້ງແຜ່ນການພັດທະນາເສດຖະກີດ - ສັງຄົມ ໃຫ້ມີປະສິດທີຜົນດີຂີ້ນກ່ວາເກົ່າ.
3). ໜ້າທີ່ຄວາມສຳຄັນຂອງກອງທຶນ
ເຮັດໃຫ້ປະຊາຊົນພາຍໃນບ້ານມີກອງທຶນບ້ານເປັນຂອງຕົນເອງ,ມີການຂະຫຍາຍຕົວທີ່ຍືນຍົງເຮັດໃຫ້ປະຊາຊົນພາຍໃນບ້ານຊ່ວຍເຫຼືອຕົນເອງໄດ້, ລຸດພົ້ນອອກຈາກຄວາມທຸກຍາກດ້ວຍການຜະລິດແລະການບໍລິຫານສ້າງບ້ານໃຫ້ມີຄວາມສະຫງົບໃນທຸກໆດ້ານ, ມີເສດຖະກີດທີ່ເຂັ້ມແຂງປະຊາຊົນສາມາດເພິ່ງຕົນເອງໄດ້, ເຄື່ອນໄຫວມີປະສິດຕີພາບ, ເປັນຕົວແບບໃຫ້ແກ່ການຂະຫຍາຍການສ້າງກອງທຶນການພັດທະນາໝູ່ບ້ານໃນໝູ່ບ້ານໃກ້ຄຽງ.
4. ການບໍລິຫານກອງທຶນ
4.1 ການດຳເນີນງານການບໍລິຫານກອງທຶນ
ຄະນະປົກຄອງບ້ານເປັນຜູ້ຊິ້ນໍາ, ໃຫ້ຄຳປຶກສາແລະກວດກາຊຶ່ງຄະນະບໍລິຫານມີໜ້າທີ່ດຳເນີນກິດຈະກຳທັງໝົດຂອງກອງທຶນໃຫ້ໄປຕາມກົດລະບຽບເເພື່ອກໍ່ໃຫ້ເກີດຄວາມຈະເລີນແກ່ຜູ້ທີ່ເປັນສະມາຊິກຂອງກອງທຶນຊຶ່ງການບໍລິຫານມີຄື: ກຳນົດການຝາກໃນທຸກວັນທີ່ໜຶ່ງຂອງແຕ່ລະເດືອນການດຳເນີນງານໃນທຸກໆເດືອນແມ່ນມີຢູ່ສອງມື້ຄື:ມື້ທີ່ໜຶ່ງຈະໃຫ້ສະມາຊິກກອງທຶນໄດ້ມາຝາກເງິນຖອນເງິນສຳລັບດອກເບ້ຍຂອງເງິນທີ່ກູ້ຢືມໄປພາຍຫຼັງທີ່ໄດ້ໄປໝູນໃຊ້ແລ້ວ. ຄະນະບໍລິຫານກໍໄດ້ຈັດແຈງເງິນໃຫ້ເປັນລະບົບລະບຽບແລະທີຫານຄິດໄລ່ລວບລວມເງິນທີ່ໄດ້ມາ, ຂັ້ນຕອນຕໍ່ມາກໍ່ເປິດຝຫ້ສະມາຊິກທີ່ຕ້ອງຫານຜູ້ທີ່ຢາກຈະກູ້ເງິນໄດ້, ເຂົ້າມາຕາມຈຸດປະສົງໂດຍມີຫຼັກຊັບມາຄໍ້າປະກັນ,ໃຫ້ການກູ້ຢືມນັ້ນທາງຄະນະບ້ານເພີ່ນກໍ່ເບິ່ງຕາມເງື່ອນໄຂແລະເຫດຜົນຂອງການກູ້ຢືມເຊິ່ງສະແດງອອກວ່າກູ້ຢືມໄປເຮັດການຜະລິດ, ກູ້ຢືມໄປລົງທຶນຄ້າຂາຍຕ່າງໆໃນການກູ້ຢືມນັ້ນແມ່ນບໍໃຫ້ກາຍ 1-5 ເທົ່າຂອງເງິນທີ່ສາມາຊິກຝາກຢູ່ໃນບັນຊິເງິນຂອງກອງທຶນແລະຫຼັງຈາກທີ່ມີການຝາກການກູ້ຢືມແລ້ວຍັງໄດ້ມີການປັນຜົນກຳໄລໃນທຸກໆ 10ເດືອນຂອງປີ,ກໍ່ຄືການປັນຜົນກຳໄລຄືນໃຫ້ແກ່ສະມາຊິກຂອງກອງທືນແລະຄະນະບໍລິຫານງານ. ຈາກນັ້ນກໍ່ເປີດກອງປະຊູມຂອງທຸກໆປີເພື່ຶອກວດກາແລະສຳຫຼວດເລື່ອງຕ່າງໆກ່ຽວກັບກອງທຶນເຊັ່ນວ່າ: ສຶກສາອົບຮົມສາມາຊິກໃນເລື່ອງທີ່ສາມາຊິກບໍ່ສາມາດສົງເງິນກູ້ໄດ້ຕາມຄາມກຳນົກເວລາແລະກວດບັນຊິສະຫຼຸບບັນຊິທ້າຍປີ.
4.2 ວິທີປະຕິບັດງານແລະບໍລິຫານກອງທຶນ
ເພື່ຶອເປັນການຈັດຕັ້ງກອງທຶນໝູນວຽນຫຼືກອງທຶນດ້ານການບໍລິການດ້ານການເງິນຂື້ນພາຍໃນຊຸມຊົນ, ເປັນການຮ່ວມແຮງຮ່ວມໃຈເພື່ອຊ່ວຍເຫຼືອກັນພາຍໃນບ້ານ, ສ້າງຄວາມສາມັກຄີຮັກແພງເປັນການສ້າງແນວທາງແກ້ໄຂບັນຫາຊຸມຊົນ. ການຈັດຕັ້ງຄະນະເປັນກຸ່ມບໍລິຫານແມ່ນຈະບໍມີການແບ່ງຊັ້ນວັນນະ, ການບໍລິຫານຕ້ອງມີຄວາມຍຸດຕິທຳແລະຊື່ສັດ, ການອ່ອມຕ້ອງເປັນໄປຕາມປົກກະຕິຢ່າງສະໝໍ່າສະເໝີ, ວິທີການບໍລິຫານກຸ່ມໂດຍກຳມະການທີ່ໄດ້ມາຈາກການເລືອກຕັ້ງຈາກສາມາຊິກກອງທຶນທີ່ໄດ້ວາງລະບຽບໄວ້, ໃຫ້ສາມາຊິກຂອງກອງທຶນມີສ່ວນຮ່ວມໃນການປະກອບໂຄງຮ່າງຈັດຕັ້ງມີສິດອອກຄຳຄີດຄຳເຫັນແລະສາມາດກວດກາການປະຕິບັດງານກອງທຶນໄດ້ເປີດກອງປະຊຸມກັນຢ່າງສະໝໍ່າສະເໝີມີການແບ່ງປັນຜົນປະໂຫຍດກັນຢ່າງຍຸດຕິທຳ. ການບໍລິຫານກອງທືນຂອງຄະນະບໍລິຫານແມ່ນການບໍລິຫານເງິນໃຫ້ເກີດການໝູນວຽນທີ່ເກີດຜົນປະໂຫຍດ, ມີຄວາມກ້າວໜ້າແລະປ້ອງກັນການຕົກເຮ່ຍເສຍຫາຍໃນດ້ານການເງິນແລະສ້າງສິດສະເໝີພາບໃຫ້ແກ່ຍິງ-ຊາຍໃນຊຸມຊົນ.
ວິທີປະຕິບັດງານແລະການບໍລິຫານຂອງຄະນະບໍລິຫານແມ່ນປັດໄຈສໍາຄັນທີ່ຈະເຮັດໃຫ້ກອງທຶນມີການຂະຫຍາຍຕົວດີຂື້ນແລະເຮັດໃຫ້ລະບົບການເງິນມີຄວາມໝັ້ນຄົງ, ສາມາດຊ່ວຍເຫຼືອຄົນໃນຊຸມຊົນແລະສາມາດເຮັດໃຫ້ເສດຖະກິດຂອງຊຸມຊົນມີການຂະຫຍາຍຕົວ.
5. ການດຳລົງຊີວິດ
ພາຍຫຼັງຊາວບ້ານມີກອງທຶນບ້ານເຮັດໃຫ້ຊີວິດການເປັນຢູ່ຂອງຊາວບ້ານມີການປ່ຽນແປງໄປຕາມສະພາວະເສດຖະກິດທີ່ມີຢູ່ໃນຊຸມຊົນສະແດງອອກວ່າ: ຊາວບ້ານຜູ້ທີ່ບໍມີທຶນພຽງພໍຫຼືບໍ່ມີທຶນຮອນເຂົ້າໃນການທຳການຜະລິດທີ່ບໍ່ສາມາດກູ້ຢືມຈາກທະນາຄານຕ່າງໆ, ແຕ່ບັນກາຊາວບ້ານກຸ່ມນັ້ນກໍ່ສາມາດກູ້ຢຢືມເງິນຈາກກອງທຶນບ້ານດ້ວຍການກູ້ຢືມຕໍ່າ. ສະນັ້ນຊາວບ້ານກໍ່ນຳເອົາຈຳນວນເງິນດັ່ງກ່າວເຂົ້າໄປໝູນໃຊ້ໃນການຜະລິດຫຼືໃຊ້ເຂົ້າໃນການຄ້າຂາຍຕ່າງໆເຮັດໃຫ້ຊາວບ້ານມີລາຍໄດ້ສູ່ຄອບຄົວ, ທຸກສິ່ງກໍ່ແມ່ນການໝູນໃຊ້ເຂົ້າໃນການພັດທະນາເສດຖະກິດຄອບຄົວກໍ່ຄືເສດຖະກິດຂອງຊຸມຊົນໃຫ້ມີຄວາມເຂັ້ມແຂງແລະສາມາດເພິ່ງຕົນເອງໄດ້. ກໍ່ສາມາດເຫ້ນໄດ້ວ່າພາຍຫຼັງມີການບໍລິຫານກອງທຶນບ້ານເຂົ້າໃນການບໍລິຫານການພັດທະນາ, ເຮັດໃຫ້ຊາວບ້ານມີໂອກາດມີການພັດທະນາ, ມີດການຍົກສູງຄຸນນະພາບຊິວິດໃຫ້ດີຂື້ນກ່ວາເກົ່າ, ມີຄວາມຢູ່ດີກິນດີ, ມີຄວາມຈະເລີນກ້າວໜ້າຢູ່ໃນສັງຄົມ.