ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 9, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 

ຂັດມືຖືທີ່ແອວອາດເຮັດໃຫ້ກະດູກຕົ້ນຂາອ່ອນແອ

ນັກວິໄຈເຜີຍວ່າຜູ້ຊາຍທີ່ເອົາໂທລະສັບມືຖືຂັດທີ່ແອວ ສ່ຽງເຮັດໃຫ້ແຮ່ທາດ ທີ່ກະໂພກ-ກົກຂາຫຼຸດລົງ

ຜົນວິໄຈຕີພີມຜ່ານວາລະສານJournal of Craniofacial Surgery ໃນລະຫວ່າງເດືອນທີ່ຜ່ານມາລະບຸວ່າລັງສີຈາກຄື້ນແມ່ເຫຼັກໄຟຟ້າ ທີ່ອອກມາຈາກໂທລະສັບອາດສົ່ງຜົນສະທ້ອນຕໍ່ກະດູກໂດຍສະເພາະຫາກເໜັບໂທລະສັບໄວ້ທີ່ແອວ

ໂດຍ ດຣ ເຟີນານໂດ ດີຊາວີ ຈາກມະຫາວິທະຍາໄລ ຄູໂຍ ໃນ ແມນໂດສາ ປະເທດ ອາເຈນຕີນາ ໃນນີ້ ດຣ ເຟີນານໂດ ດີຊາວີ ໄດ້ເລືອກກຸ່ມ ຕົວຢ່າງຜູ້ຊາຍ 48 ຄົນໂດຍ ແບ່ງເປັນສອງກຸ່ມ ເທົ່າກັນ ໂດຍກຸ່ມທີ່ໜື່ງ ແມ່ນຜູ້ທີ່ບໍ່ໄຊ້ໂທລະສັບເລີຍ ແລະ ອີກກູ່ມໜື່ງ ແມ່ນຜູ້ທີ່ເອົາໂທລະ ສັບມືຖືເໜັບທີ່ແອວເບື້ອງຂວາ ຢ່າງນ້ອຍເປັນເວລາ 1 ປີ

ຜົນອອກມາເຫັນໄດ້ວ່າ ກະດູກກົກຂາຂ້າງຂວາຂອງຜູ່ທີ່ບໍ່ໄດ້ໃຊ້ໂທລະສັບມີແຮ່ທາດຫຼາຍກ່ວາຜູ້ທີ່ເອົາໂທລະສັບເໜັບແອວຂ້າງຂວາ ສ່ວນ ຂາຂ້າງຊາຍຂອງສອງກຸ່ມແມ່ນບໍ່ແຕກຕ່າງກັນ

Delicious Digg Fark Twitter