ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2017 | ມີ 3 ຄຳເຫັນ ແລະ 0 trackback(s)

ເມື່ອປາຍທ້າຍປີທີ່່ຜ່ານມາ ທີມງານຂອງຮູບເງົາກາຕູນ Eiga Doraemon: Nobita no Nankyoku Kachi Kochi Daibouken (ແປລາວ; ໂດລາເອມ້ອນເດິມູວີ: ການພະຈົນໄພອັນຫຍິ່ງໃຫຍ່ຂອງໂນບິຕະໃນຂົ້ວໂລກໃຕ້) ພ້ອມກັບມາສຄອສ ໂດລາເອມ້ອນແລະໂນບິຕະ ໄດ້ເດີນທາງໄປທີ່ທະວີບແອນຕາກຕິກ ຫຼືທີ່ຂົ້ວໂລກໃຕ້ນັ້ນ ເພື່ອໂປໂມດຮູບເງົາກາຕູນ

 

      ໂດຍການເດີນທາງຄັ້ງນີ້ຍັງໄດ້ທ່າຍທຳລາຍການພຶເສດ Nanboku Daibouken Quiz (ແປລາວ; ຄຳຖາມການຜະຈົນໄພຄັ້ງຫຍິ່ງໃຫຍ່ທີ່ຂົ້ວໂລກໃຕ້) ເຊິ່ງພາຍໃນລາຍການນີ້ ໂດລາເອມ້ອນກັບໂນບິຕະຂະມາຕອບຄຳຖາມທີ່ກ່ຽວກັບຂົ້ວໂລກໃຕ້ ເຊັ່ນ  “ມີຄົນອາໃສຍູ່ຂົ້ວໂລກໃຕ້ຫຼືບໍ່” ຫຼື “ນົກແພ່ນກິ້ນ ລະຫວ່າງຍ່າງ ກັບການໃຊທ້ອງໃຖໄປກັບນ້ຳແຂງ   ແມ່ນຫຍັງຈະໄວກ່ອນກັນ” ເປັນຕົ້ນ ໂດຍລາຍການພິເສດນີ້ຈະສາຍໃນວັນທີ 27 ມັງກອນນີ້

     ນອກຈາກນີ້ຍັງມີຂໍ້ຄວາມພິເສດຈາກ ໂອຄະ ໂນບຸນາລິ ແລະ ອາຊາຕະ ໄມ ນັກສະເກັດນ້ຳແຂງມືອາຊີບຂອງປະເທດຢີປູ່ນເຖິງໂດລາເອມ້ອນແລະໂນບິຕະທີ່ໄປຂົ້ວໂລກໃຕ້ວ່າ “ຂ້ອຍເອງກະຍາກໃຊ້ປະຕູໄປທີ່ໃດກະໄດ້ໄປທ່ຽວຂົ້ວໂລກໃຕ້ຄືກັນ” (ໂອດະ ໂນບຸນາລິ) “ໂດລາຄຸງ ໂນບິຕະຄຸງ ຂໍໃຫ້ເດີນທາງປອດໄພ ຈະລໍຖ້າຟັງເລື່ອງລາວທີ່ໄດ້ໄປຂົ້ວໂລກໃຕ້ເດີ.....” (ອາຊາດະ ໄມ)

https://youtu.be/gKchhRGiOxU

     ສຳຫຼັບຮູບເງົາ Eiga Doraemon: Nobita no Nankyoku Kachi Kochi Daibouken ນັບວ່າເປັນພາກທີ່ 37 ແລ້ວ ຂອງຮູບເງົສອະນິເມະທັງໝົດ ເຊິ່ງພາກນີ້ຈະກຳກັບໂດຍທາຄາຫະຊິ ອັດສຶຊິ ໂດຍໄດ້ສະຕູດີໂອ TOHO ເປັນຜູ້ຜະລິດ ແລະຈະເຂົ້າສາຍໃນວັນທີ 4 ມີນາ ທີ່ປະເທດຍີປຸ່ນ

ຕິດຕາມລາຍລະອຽດເພີ່ມເຕິມໄດ້ທາງเว็บไซต์อย่างเป็นทางการ

ທີມາ: CrunchyrollAnime! Anime!