ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ສະບາຍດີເພື່ອນໆພັນລາວທຸກຄົນ ມື້ນີ້ ຂພຈ ຂໍລະບາຍແດ່ຈັກໜ່ອຍ ຄັນບໍໄດ້ລະບາຍຄືອົດກຊິລະເບິດນິລະ

ເລື່ອງມີຢູ່ວ່າ ຢູ່ຫ້ອງການຂອງ ຂພຈ ມີສາມພະແນກ ສົມມຸດວ່າ ພະແນກ 3, ມາມື້ໜຶ່ງ ຖືກສັບໜ້າທີ່ໄປເຮັດວຽກນຳຫົວໜ້າພະແນກ 1 ເນື່ອງຈາກຄົນບໍ່ພໍ ກໍ່ເລີຍໄປ

ບາດແລ້ວວຽກມາແລ້ວປະມານເດືອນປາຍ ຫົວໜ້າພະແນກ 1 ພັດຫາເອກະສານຂອງເພິ່ນບໍ່ເຫັນ “ຕົວເອງເປັນຄົນເອົາໄປເອງ” ລະມາຖາມວິຊາການແຕ່ລະຄົນ, ລະໃຜຊິໄປເຫັນ................... ມາເຮັດຕີໂພຍຕີພາຍເວົ້າລະວ່າ ພວກເຈົ້າມ້ຽນເອກະສານແນວໃດ ເຮັດແລ້ວລະຖິ້ມເລີຍຫວາ, ພາກັນເຮັດວຽລະບໍ່ມີຄວາມຮັບຜິດຊອບ ເວົ້າຄືຈັ່ງວ່າພວກເຈົ້າພະເຈົ້າບໍ່ແມ່ນຄົນນິລະ ຄົນຜິສັງມາໃຈໝາແທະ ທັດສະນະຄະຕິແນວນີ້ບໍ່ສົມຄວນເປັນຫົວໜ້າຈັກໜ່ອຍ ບໍມີອ່ອນຍອມ ແລະ ທຸກສິ່ງທຸກຢ່າງທີ່ຫົວໜ້າຄົນອື່ນໆມີ ມີຕາຍແຕ່ເບັ່ງອຳນາດ ອວດບາລະມີ ໃຫ້ມັນເບັ່ງໄປຫຼາຍໆໂລດອັນບາລະມີມັນຫັ້ນນ່າ ບາດບາລະມີມັນແຕກລະໂອຍ...........ຊິສົມນ້ຳໜ້າມັນມື້ນັ້ນລະ 

ເພື່ອນໆທີ່ພັນລາວ ຫົວໜ້າຂອງພວກເພື່ອນໆເປັນຄື ຂພຈ ບໍ່ ຊ່ວຍແຊຄວາມເຫັນນຳກັນແດ່ເດີ້.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 18, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ເລື່ອງລາວໃນບຸນປີໃໝ່ລາວ ວ່າງສາມວັນຄື 13 14 ແລະ 15 ມີຫຼາກຫຼາຍເຫດການທີ່ເກີດຂື້ນ ແຕ່ກ່ອນອື່ນຊິເວົ້າເລື່ອງດີກ່ອນ

ເລື່ອງມີຢູ່ວ່າ ໃນໄລຍະສາມວັນນັ້ນ ສອນເອງໄດ້ໄປຮ່ວມງານ(ໄປຮ້ອງເພງຮັບໃຊ້)ໃນການສະເຫຼີມສະຫຼອງບຸນສົງການກັນ ເຫັນວ່າມີບັນຍາກາດຄືກຄື້ນດີ, ມ່ວນຊື່ນເຮຮາ, ມີການແຫ່ຂະບວນຂອງແຕ່ລະ ຄອບຄົວຕາມເສັ້ນທາງ ໂດຍສະເພາະທາງສີໄຄ ມີການສົມມາພໍ່ແມ່, ຫົດນ້ຳດຳຫົວຜູ້ອາວຸໂສ ແຕ່ທີ່ດີກວ່ານັ້ນແມ່ນເລື່ອງອຸປະຕິເຫດຕາມເສັ້ນທາງ ປະກົດວ່າມີໜ້ອຍລົງ ແລະ ການເສຍຊີວິດກໍລຸດລົງເຊັ່ນ ກັນ 

ແຕ່ວ່າໃນການຫຼິ້ນຫົດນຳກໍຄືແຕ່ລະປີ ໂດຍສະເພາະແມ່ນບັນດາເຮືອນທີ່ຢູ່ແຄມທາງ ແມ່ນໄດ້ມີການລັດຫົດນ້ຳຢູ່ກາງທາງ ເຮັດໃຫ້ການສັນຈອນໄປມາຕິດຂັດ ແລະອີກອັນໜຶ່ງແມ່ນຢູ່ຕຶກ4ຊັ້ນ4ແຍກໄປ ແດງໜອງດ້ວງ ໄດ້ມີຄົນໄປລິ້ຖອກນ້ຳຢູ່ດາດຟ້າ ສອນເອງກະຖືກຄືກັນ ແຕ່ໜ້າສົງສານແຕ່ສາວໜຶ່ງທີ່ມາຈອດລໍໄຟທາງຂ້າງສອນ ສາວນັ້ນລາວຕົກໃຈຈົນລົດລາວລົ້ມໂຊກດີທີ່ບໍ່ເປັນຫຍັງ ເພາະທາງທີ່ສາວ ນັ້ນລົ້ມບໍ່ໄດ້ລົ້ມທາງທໍ່ລົດ ບໍ່ດັ່ງນັ້ໜໄດ້ແປ້ວແທ້ ສອນໄດ້ຊ່ວຍສາວນັ້ນເອົາລົດຂື້ນ ພໍຫຼຽວຂຶ້ນເມືອເທິງດາດຟ້າກໍພໍມີໃຜໂຜ່ຫົວມາໃຫ້ເຫັນເລີຍ

ສອນກະບໍ່ຢາກໃຫ້ເຫດການນີ້ເກີດຂື້ນ ຄັນຢາກຫົດກະໃຫ້ລົງມາຫົດຢູ່ລຸ່ມສາ ແລ້ວທຸກຄົນວ່າຈັງໃດລະ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 11, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ບຸນສົງການ ຫຼື ບຸນປີໃໝ່ລາວປີນີ້ ຂໍໃຫ້ທຸກໆຄົນຊາວພັນລາວ ຈົ່ງຫຼິ້ນຢ່າງມີຄວາມສຸກ, ປອດໄພແຄ້ວຄາດຈາກອັນຕະລາຍທັງປວງ, ມີຄວາມສຸກຕະຫຼອດປີ, ອາຍຸໝັ້ນຂວັນຍືນ, ເງິນຄຳຫຼັ່ງໄຫຼເຂົ້າ, ປາຖະໜາສິ່ງໃດກໍຂໍໃຫ້ໄດ້ ຂໍໃຫ້ໂຊກດີເດີ້..........................ພີ່ນ້ອງ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 2, 2012 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ຄົນເຮົາເກີດມາແລ້ວ ຈະມີພຣະຜູ້ໃຫ້ຢູ່ສອງທ່ານຄື ພໍ່ ແລະ ແມ່ ທ່ານທັງສອງຈະເປັນຜູ້ໃຫ້ເຮົາຕັ້ງແຕ່ເກີດໂດຍບໍຫວັງສິ່ງຕອບແທນໃດໆເລີຍ
- ພໍ່ແມ່ ເປັນພຣະພຣົມຂອງລູກ ກ່າວຄື ມີຄວາມເມຕຕາ ກະຣຸນາ ມຸທິຕາ ແລະ ອຸເປກຂາ
- ພໍ່ແມ່ເປັນຄູຄົນທຳອິດຂອງລູກ ກ່າວຄື ສອນໃຫ້ປາກເວົ້າ ແລະ ອົບຮົມຄວາມຮູ້ເບື້ອງຕົ້ນໃຫ້ລູກ
- ພໍ່ແມ່ເປັນພຣະອໍຣະຫັນຂອງລູກ ກ່າວຄື ເປັນຜູ້ມີອຸປະກາລະຄຸນຫລາຍ ເປັນເນື້ອນາບຸນຂອງລູກ ແລະເປັນຜູ້ຄວນຮັບການນະມັດສະການຈາກລູກ
ຖ້າປຽບພໍ່ແມ່ດັ່ງທຽນແລ້ວ ພໍ່ແມ່ບາງຄົນຕ້ອງລຸກໄຕ້ໄຟຕົວເອງຕັ້ງແຕ່ເຊົ້າມືດ ເພື່ອອກໄປເຮັດວຽກຫາລາຍໄດ້ມາລ້ຽງຄອບຄົວ ແລະ ເກັບໄວ້ສ່ວນໜຶ່ງເພື່ອເປັນຄ່າຕຳລາແລະທຶນການສຶກສາໃຫ້ແກ່ລູກ
ພໍ່ແມ່ບາງຄົນເຮັດວຽກຕັ້ງແຕ່ເຊົ້າຢັນຄ່ຳ ອາບເຫື່ອຕາງນ້ຳສຸດແສນຈະເມື່ອຍລ້າແຕ່ກໍ່ຕ້ອງທົນລຳບາກເພື່ອລູກໄດ້ຢູ່ສະບາຍ ປຽບດັ່ງທຽນເມື່ອເລີ່ມຕິດໄຟແລ້ວທຽນເຫລັ້ມນັ້ນຈະຄ່ອຍໆລະລາຍຕົວລົງໄປທຸກວິນາທີ ທຽນບາງເຫລັ້ມຍັງຄົງສະຫວ່າງສະໄຫວຢູ່ ປຽບດັ່ງພໍ່ແມ່ທີ່ຍັງໜຸ່ມແໜ້ນ ແລະ ທຽນບາງເຫລັ້ມທີ່ຮິບຫີ່ລົງເມື່ອຖືກລົມພັດ ປຽບດັ່ງພໍ່ແມ່ທີ່ກຳລັງປ່ວຍໄຂ້ໄດ້ພະຍາດ ຫລືມີບັນຫາໃນການເຮັດວຽກແຕ່ກໍ່ພະຍາຍາມຫອບຮ່າງກາຍໄປເຮັດວຽກຫາເຊົ້າກິນຄ່ຳເພື່ອລູກ ແຕ່ທຽນບາງເຫລັ້ມໄດ້ຖືກພາຍຸຮ້າຍພັດດັບລົງສາແລ້ວ ນັ້ນໝາຍເຖິງ ຊີວິດຂອງທ່ານທັງສອງໄດ້ຈາກໂລກນີ້ ແລະ ຈາກລູກທີ່ຕົນຮັກໄປຢ່າງບໍ່ຫວນຄືນມາໄດ້ອີກແລ້ວ
ດັ່ງນັ້ນ ເຮົາຜູ້ເປັນລູກຈິ່ງຄວນມີຄວາມສຳນຶກໃນພຣະຄຸນອັນໃຫຍ່ຫລວງນີ້ຢູ່ສະເໝີ
ວັນນີ້ ເຮົາຜູ້ເປັນລູກໄດ້ເຮັດຫຍັງເພື່ອພໍ່ແມ່ແດ່ແລ້ວ?......ຖ້າຍັງຈົ່ງຮີບທຳຊະດຽວຈະຊ້າ
ຮັກອື່ນໃດຈະສະເໝີເໝືອນຄວາມຮັກທີ່ພໍ່ແມ່ມີຕໍ່ລູກນັ້ນບໍ່ມີ