ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ຈະມີຢູ່ຈິງຫຼືບໍ່ ກະບໍ່ຮູ້ຄືກັນເດີ້ ແຕ່ຟັງຕາມຄື້ນວິທະຍຸ ກະເລີຍມາຂຽນແບບຫຍໍ້ໆກ່ຽວກັບເລື່ອງໆນີ້ ແລະ ເລື່ອງນີ້ກະມີຢູ່ວ່າ:

ມີບ່າວບ້ານນອກຄົນໜຶ່ງເຂົ້າມາຮຽນຢູ່ໃນເມືອງນະສະຖາບັນການສຶກສາແຫ່ງໜຶ່ງເປັນນັກສຶກສາຫໍພັກ ເຊິ່ງຖານະຄອບຄົວກະທຸກຈົນ ໄດ້ເຂົ້າມາຮຽນເປັນເວລາຫຼາຍປີ ແລະ ກໍ່ບໍ່ໄດ້ກັບເມືອ ຢາມບ້ານຈັກເທື່ອ ໂດຍທີ່ພໍ່ແມ່ໄດ້ສົ່ງເຂົ້າມາໃຫ້ກິນເປັນປະຈຳ ມີມື້ໜຶ່ງພໍ່ກັບແມ່ລາວໄດ້ມາຢາມ ແລະ ມາຊອກຫາລາວຢູ່ຫໍພັກ ເຊິ່ງດ້ວຍຄວາມຮັກ ແລະ ຄິດຮອດລູກຕາມຫົວອົກຂອງພໍ່ ແລະ ແມ່ ຈົນກະທັ້ງພໍ່ແລະແມ່ ໄດ້ມາຮອດຫ້ອງທີ່ລູກຕົວເອງຢູ່ ສ່ວນວ່າລູກນັ້ນດ້ວຍຄວາມອາຍໝູ່ທີ່ພໍ່ແມ່ແລະຄອບຄົວຕົວເອງທຸກ ເມື່ອເຫັນພໍ່ກັບແມ່ຜູ້ເປັນລູກແທນທີ່ຈະຕ້ອນຮັບເພິ່ນ ຜູ້ເປັນລູກຊ້ຳພັດຖາມວ່າ ສະພາຍດີປ້າສະບາຍດີລຸງ ບໍ່ຮູ້ວ່າປ້າກັບລຸງມາຫາໃຜນໍ້ "ພວກທ່ານລອງຄິດເບິ່ງວ່າ ພໍ່ກັບແມ່ຕັ້ງໃຈມາຢາມລູກດ້ວຍຄວາມຄິດຮອດ ແລະ ຄິດເຖິງ ເມື່ອໄດ້ຍິນແນວນັ້ນ ຜູ້ເປັນພໍ່ເປັນແມ່ຈະມີຄວາມຮູ້ສຶກຈັ່ງໃດ"

ທັງສອງເຖົ້າແນມເບິ່ງໜ້າກັນດ້ວຍສີໜ້າທີ່ເສົ້າໝອງແລ້ວນ້ຳຕາຫຸ້ມເບົ້າ ພ້ອມທັງຕອບວ່າ ຂໍໂທດເດີ້ພວກຂ້ອຍມາຜິດຫ້ອງ ແລ້ວກໍ່ກັບດ້ວຍຄວາມເສົ້າໃຈ 

ໃນຖານະທີ່ບັນດາທ່ານເປັນລູກ ທ່ານຈະປະຕິເສດພໍ່ແມ່ຂອງທ່ານບໍ່ ຫາກທ່ານຕົກໃນກໍລະນີນີ້

ຂໍຂອບໃຈສຳລັບທຸກໆທ່ານທີ່ໃຫ້ຄຳເຫັນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2012 | ມີ 16 ຄຳເຫັນ ແລະ 0 trackback(s)

 ທ່ານເຄີຍພົບປະກົດການເຊັ່ນຂ້າພະເຈົ້າຫຼືບໍ່ ເລື່ອງລາວມີຢູ່ວ່າ:

ໝູ່ຂອງຂ້ອຍສະໄໝຮຽນນຳກັນຢູ່ໂຮງຮຽນປາກປ່າສັກ ຊິເວົ້າໄປກະເປັນໝູ່ສະນິດກັນ, ໄປໃສກະໄປນຳກັນ, ກິນນຳກັນ ບາງຄັ້ງກະນອນນຳກັນ ຢູ່ມາມື້ໜຶ່ງ ຂພຈ ກັບໝູ່ ຍ່າງເລາະແຖວເດີ່ນສະຕາດພາກສາຍລົມ ພໍດີຍ່າງກາຍຮ້ານລົດຈັກມືສອງ ໝູ່ ຂພຈ ເຂົ້າຕາກັບລົດຄັນໜຶ່ງ ໝູ່ຂ້ອຍຈັ່ງເຂົ້າໄປທາບທາມລາຄາຂອງລົດຈັກຄັນນັ້ນ ມື້ຕໍ່ມາໝູ່ ຂພຈ ກໍ່ຊື້ລົດຄັນນັ້ນມາ ໃນວັນທຳອິດກະບໍ່ມີເຫດການຫຍັງ ວັນທີສອງຮູ້ສຶກເຢັນສັນຫຼັງໜ້ອຍໜຶ່ງ ພໍມື້ທີສາມພາກັນຂີ່ລົດຄົນລະຄັນໄປງານວັນເກີດໝູ່ ຂພຈ ກັບໝູ່ ຂີ່ລົດຄົນລະຄັນໄປ ລາວກະຂີ່ຄົນດຽວ ຂພຈ ກະຂີ່ຄົນດຽວ ພໍໄປຮອດເຮືອນໝູ່ພວກຂ້າພະເຈົ້າທັງສອງກໍ່ຍ່າງເຂົ້າໄປຫາໝູ່ທັນທີ ແຕ່ມີຢ່າງໜຶ່ງທີ່ແປກໆນັ້ນກະຄື ໝູ່ທີ່ເປັນເຈົ້າຂອງວັນເກີດຖາມໝູ່ຜູ້ທີ່ຊື້ ລົດຈັກ 2 ວ່າ ອ້າວໂຕຄືບໍພາແຟນເຂົ້າມາພີ້ລາວຍ່າງໄປໃສແລ້ວ ພວກເຮົາ 2 ຄົນແນມເບິ່ງໜ້າກັນວ່າ ບ້າຫວາພວກກູມາກັນສອງຄົນນິ ລະໃຜບອກມຶງວ່າກູເອົາແຟນມາ ເຈົ້າຂອງວັນເກີດກະເວົ້າອີກວ່າ ຢ່າມາຕວັະນາພວກກູສາມຄົນເຫັນກັບຕາວ່າມຶງຊ້ອນຜູ້ສາວມາ "ແລ້ວທ່ານຄິດວ່າຜູ້ຍິງປິດສະໜາຄົນນັ້ນແມ່ນໃຜກັນ" 

ໝູ່ຂອງ ຂພຈ ຈົນບໍ່ກ້າຂັບລົດຄັນນັ້ນເມືອ ກະເລີຍໄດ້ພາກັນເຝົ້ານຳກັນຈົນແຈ້ງ ແລ້ວກະນຳເອົາລົດໄປສູດຢູ່ວັດ 

ນີ້ເປັນປະສົບການໜຶ່ງທີ່ເກີດຂື້ນກັບ ພວກ ຂພຈ ເອງ

ນີ້ເປັນການສະແດງຕົວຕົນຂອງວິນຍານ ຫຼື ເປັນພຽງສາຍຕາຟາກຟາງຂອງຜູ້ເຫັນກັນແທ້.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ສະບາຍດີເພື່ອນໆພັນລາວທຸກຄົນ ມື້ນີ້ ຂພຈ ຂໍລະບາຍແດ່ຈັກໜ່ອຍ ຄັນບໍໄດ້ລະບາຍຄືອົດກຊິລະເບິດນິລະ

ເລື່ອງມີຢູ່ວ່າ ຢູ່ຫ້ອງການຂອງ ຂພຈ ມີສາມພະແນກ ສົມມຸດວ່າ ພະແນກ 3, ມາມື້ໜຶ່ງ ຖືກສັບໜ້າທີ່ໄປເຮັດວຽກນຳຫົວໜ້າພະແນກ 1 ເນື່ອງຈາກຄົນບໍ່ພໍ ກໍ່ເລີຍໄປ

ບາດແລ້ວວຽກມາແລ້ວປະມານເດືອນປາຍ ຫົວໜ້າພະແນກ 1 ພັດຫາເອກະສານຂອງເພິ່ນບໍ່ເຫັນ “ຕົວເອງເປັນຄົນເອົາໄປເອງ” ລະມາຖາມວິຊາການແຕ່ລະຄົນ, ລະໃຜຊິໄປເຫັນ................... ມາເຮັດຕີໂພຍຕີພາຍເວົ້າລະວ່າ ພວກເຈົ້າມ້ຽນເອກະສານແນວໃດ ເຮັດແລ້ວລະຖິ້ມເລີຍຫວາ, ພາກັນເຮັດວຽລະບໍ່ມີຄວາມຮັບຜິດຊອບ ເວົ້າຄືຈັ່ງວ່າພວກເຈົ້າພະເຈົ້າບໍ່ແມ່ນຄົນນິລະ ຄົນຜິສັງມາໃຈໝາແທະ ທັດສະນະຄະຕິແນວນີ້ບໍ່ສົມຄວນເປັນຫົວໜ້າຈັກໜ່ອຍ ບໍມີອ່ອນຍອມ ແລະ ທຸກສິ່ງທຸກຢ່າງທີ່ຫົວໜ້າຄົນອື່ນໆມີ ມີຕາຍແຕ່ເບັ່ງອຳນາດ ອວດບາລະມີ ໃຫ້ມັນເບັ່ງໄປຫຼາຍໆໂລດອັນບາລະມີມັນຫັ້ນນ່າ ບາດບາລະມີມັນແຕກລະໂອຍ...........ຊິສົມນ້ຳໜ້າມັນມື້ນັ້ນລະ 

ເພື່ອນໆທີ່ພັນລາວ ຫົວໜ້າຂອງພວກເພື່ອນໆເປັນຄື ຂພຈ ບໍ່ ຊ່ວຍແຊຄວາມເຫັນນຳກັນແດ່ເດີ້.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ການທີ່ເຮົາມີຄວາມຮັກບໍ່ໝາຍຄວາມວ່າຕ້ອງເປັນຄົນທີ່ຮູ້ຈັກກັນມາກ່ອນ ເມື່ອໝູ່ຂອງເຮົານຳພາເຂົາມາໃຫ້ເຮົາຮູ້ຈັກແລະເຮົາກໍ່ເກີດຄວາມຄິດທີ່ວ່າໜ້າຈະໄປນຳກັນໄດ້ເຈົ້າເລີຍທັກທາຍ ຂໍເບີໂທ ລະຕິດຕໍ່ກັນເປັນປະຈຳ ເລີຍເກີດເປັນຄວາມຮັກທີ່ສົມບູນ ອັຮນີ້ເຂົາເອີ້ນວ່າຮັກແລກພົບ ສຳລັບຄົນອື່ນໆອາດມີຫຼາຍເຫດຜົນ ແລະ ຄິດຕ່າງຈາກ ຂພຈ ບໍ່ວ່າກັນເດີ້

ຂຽນເມື່ອ ຂຽນເມື່ອ: ມ.ສ.. 18, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ເລື່ອງລາວໃນບຸນປີໃໝ່ລາວ ວ່າງສາມວັນຄື 13 14 ແລະ 15 ມີຫຼາກຫຼາຍເຫດການທີ່ເກີດຂື້ນ ແຕ່ກ່ອນອື່ນຊິເວົ້າເລື່ອງດີກ່ອນ

ເລື່ອງມີຢູ່ວ່າ ໃນໄລຍະສາມວັນນັ້ນ ສອນເອງໄດ້ໄປຮ່ວມງານ(ໄປຮ້ອງເພງຮັບໃຊ້)ໃນການສະເຫຼີມສະຫຼອງບຸນສົງການກັນ ເຫັນວ່າມີບັນຍາກາດຄືກຄື້ນດີ, ມ່ວນຊື່ນເຮຮາ, ມີການແຫ່ຂະບວນຂອງແຕ່ລະ ຄອບຄົວຕາມເສັ້ນທາງ ໂດຍສະເພາະທາງສີໄຄ ມີການສົມມາພໍ່ແມ່, ຫົດນ້ຳດຳຫົວຜູ້ອາວຸໂສ ແຕ່ທີ່ດີກວ່ານັ້ນແມ່ນເລື່ອງອຸປະຕິເຫດຕາມເສັ້ນທາງ ປະກົດວ່າມີໜ້ອຍລົງ ແລະ ການເສຍຊີວິດກໍລຸດລົງເຊັ່ນ ກັນ 

ແຕ່ວ່າໃນການຫຼິ້ນຫົດນຳກໍຄືແຕ່ລະປີ ໂດຍສະເພາະແມ່ນບັນດາເຮືອນທີ່ຢູ່ແຄມທາງ ແມ່ນໄດ້ມີການລັດຫົດນ້ຳຢູ່ກາງທາງ ເຮັດໃຫ້ການສັນຈອນໄປມາຕິດຂັດ ແລະອີກອັນໜຶ່ງແມ່ນຢູ່ຕຶກ4ຊັ້ນ4ແຍກໄປ ແດງໜອງດ້ວງ ໄດ້ມີຄົນໄປລິ້ຖອກນ້ຳຢູ່ດາດຟ້າ ສອນເອງກະຖືກຄືກັນ ແຕ່ໜ້າສົງສານແຕ່ສາວໜຶ່ງທີ່ມາຈອດລໍໄຟທາງຂ້າງສອນ ສາວນັ້ນລາວຕົກໃຈຈົນລົດລາວລົ້ມໂຊກດີທີ່ບໍ່ເປັນຫຍັງ ເພາະທາງທີ່ສາວ ນັ້ນລົ້ມບໍ່ໄດ້ລົ້ມທາງທໍ່ລົດ ບໍ່ດັ່ງນັ້ໜໄດ້ແປ້ວແທ້ ສອນໄດ້ຊ່ວຍສາວນັ້ນເອົາລົດຂື້ນ ພໍຫຼຽວຂຶ້ນເມືອເທິງດາດຟ້າກໍພໍມີໃຜໂຜ່ຫົວມາໃຫ້ເຫັນເລີຍ

ສອນກະບໍ່ຢາກໃຫ້ເຫດການນີ້ເກີດຂື້ນ ຄັນຢາກຫົດກະໃຫ້ລົງມາຫົດຢູ່ລຸ່ມສາ ແລ້ວທຸກຄົນວ່າຈັງໃດລະ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 11, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ບຸນສົງການ ຫຼື ບຸນປີໃໝ່ລາວປີນີ້ ຂໍໃຫ້ທຸກໆຄົນຊາວພັນລາວ ຈົ່ງຫຼິ້ນຢ່າງມີຄວາມສຸກ, ປອດໄພແຄ້ວຄາດຈາກອັນຕະລາຍທັງປວງ, ມີຄວາມສຸກຕະຫຼອດປີ, ອາຍຸໝັ້ນຂວັນຍືນ, ເງິນຄຳຫຼັ່ງໄຫຼເຂົ້າ, ປາຖະໜາສິ່ງໃດກໍຂໍໃຫ້ໄດ້ ຂໍໃຫ້ໂຊກດີເດີ້..........................ພີ່ນ້ອງ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 5, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ທຸກໆຄົນທີ່ເກີດມາລ້ວນແຕ່ມີການພະຈົນໄພຂອງຕົນເອງທັງນັ້ນ; ບໍ່ວ່າຈະເປັນການຮ່ຳຮຽນ, ການເດີນທາງ, ການເຮັດວຽກ ແລະ ສິ່ງອື່ນໆ ແຕ່ວ່າສິ່ງຕ່າງໆນັ້ນຈະແຕກຕ່າງກັນໄປຕາມແຕ່ລະແບບແຜນ ຂອງແຕ່ລະຄົນ

ບາງຄົນກໍອາດເຄີຍຜ່ານວຽກມາຫຼາຍໆບ່ອນ, ມີຫຼາຍໆປະສົບການ ຄືຂ້າພະເຈົ້າເອງກໍແມ່ນອີກຄົນໜຶ່ງທີ່ປ່ຽນວຽກງານໃນຫຼາຍໆຄັ້ງ, ຫຼາຍໆຄົນອາດຈະມອງວ່າຄົນທີ່ປ່ຽນວຽກຫຼາຍໆຄັ້ງມີຢູ່ 2 ຄື

+ ຄົນໆນັ້ນບໍ່ມີຄວາມສາມດໃນການເຮັດວຽກຈັ່ງປ່ຽນວຽດຸ, ໝາຍຄວາມວ່າຄົນໆນັ້ນບໍ່ມີກັດສະຍະພາບ

+ ຄົນໆນັ້ນມີທາງເລືອກທີ່ດີ ແລະ ໜ້າສົນໃຈ

ຄືຂ້າພະເຈົ້າເອງແມ່ນກໍລະນີທີສອງ ແລະ ເຫດຜົນອີກປະການໜຶ່ງແມ່ນເພື່ອຫາປະສົບການໃນການເຮັດວຽກທີ່ແຕກຕ່າງກັນໄປ ເພື່ອເປັນການສ້າງຄວາມຊິນເຄີຍ ແລະ ເປັນການທ້າທາຍໃນສິ່ງໃໝ່ໆ ໃນປະຈຸບັນກະຖືວ່າໄດ້ເຮັດວຽກບ່ອນທີ່ດີແລ້ວ, ແຕ່ໃນອານາຄົດຖ້າມີຄົນທີ່ສະເໜີທີ່ດີກວ່ານີ້ມາໃຫ້ກໍ່ຈະໄປເຊັ່ນດຽວກັນ ດັ່ງເຊັ່ນນັກທຸລະກິດລາຍໜຶ່ງໄດ້ຂຽນໃນວາລະສານໜຶ່ງໄວ້ວ່າ:

ກ່ອນທີ່ຈະມາເປັນນັກທຸລະກິດ (ເຈົ້າຂອງໂຮງແຮມ) ທີ່ປະສົບຜົນສຳເລັດມາເຖິງທຸກວັນນີ້ ຫຼັງຈາກທີ່ລາວໄດ້ຮຽນຈົບດ້ານບໍລິຫານທຸລະກິດ ບໍ່ຂອງລາວເຊິ່ງເປັນເຈົ້າຂອງໂຮງແຮມໄດ້ໃຫ້ລາວໄປເຮັດວຽກ ນຳແຕ່ຕຳແນ໋ງທີ່ລາວໄດ້ຮັບທຳອິດແມ່ນພຽງແຕ່ພະນັກງານເປີດປະຕູໂຮງແຮມ ຕໍ່ມາພໍ່ຂອງລາວກໍໝູນໃຫ້ລາວໄປໃນທຸກໆຕຳແໜ່ງໃນທຸກໆພະແນກການ 

ທ່ານທັງຫຼາຍລອງຄິດເບິ່ງວ່າເປັນຍ້ອນຫຍັງພໍ່ລາວຈິ່ງເຮັດແນວນີ້ກັບລູກຂອງລາວ

ເຫດຜົນກໍຍ້ອນວ່າ ການທີ່ຈະເປັນຜູ້ບໍລິການງານທີ່ດີ ຜູ້ເປັນນາຍຫຼືເຈົ້າຂອງ ຕ້ອງຮູ້ຄວາມທຸກຍາກຂອງພະນັກງານແຕ່ລະຄົນ, ຮູ້ໜ້າວຽກຂອງແຕ່ລະຄົນ ຈຶ່ງສາມາດຮູ້ຈິດໃຈຂອງພະນັກງານ

ເມື່ອລາວໄດ້ຜ່ານການທົດສອບຂອງພໍ່ລາວ, ພໍ່ຂອງລາວຈິ່ງມອບໜ້າທີ່ບໍລິຫານໃຫ້ລາວນັບແຕ່ນັ້ນມາ

ແຕ່ວ່າການເຮັດວຽກແມ່ນບໍ່ມີວັນສິ້ນສຸດ, ເພາະບັນຫາຕ່າງໆທີ່ເກີດຂຶ້ນໃນແຕ່ລະວັນຈະບໍ່ແມ່ນເຫດການດຽວກັນ ມັນຈະປັນປ່ຽນໄປຕາມແຕ່ລະຍຸກຄືກັນ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

  ໃຜເຄີຍສົງໄສ ແລະ ສົນໃຈເລື່ອງລີ້ລັບກ່ຽວກັບຈິດວິນຍານ ສີ່ງຫລີ້ຫລັບ ໃຫ້ຕັ້ງໃຈອ່ານເດີ.
ເລື່ອງນີ້ ເກີດຂື້ນຢູ່ປະເທດຍີ່ປຸ່ນ, ມີຊາຍໜຸ່ມຄົນໜື່ງມີຄວາມສົນໃຈກ່ຽວກບສິ່ງລີ້ລັບເລື່ອງຜີ ແລະ ພະຍາຍາມຄົ້ນຄວ້າ ຊອກຣູ້ເລື່ອງດັ່ງກ່າວວ່າມີຈິງຫລືບໍ່ ຈື່ງໄດ້ເຂົ້າໄປຣ້ານຫນັງຂາຍໜັງສືເກົ່າເແກ່ແຫ່ງ ທີ່ມີອາຍຸຫລາຍຣ້ອຍປີ ເພື່ອຊອກຮູ້ ແລະ ຊອກຊື້ເອົາຫນັງສືດັ່ງກ່າວ. ໃນຂະນະທີ່ເຂົ້າຣ້ານດັ່ງກ່າວລາວໄດ້ສັງເກດວ່າ ບໍ່ເຫັນມີຄົນຊື້ ຫລື ຄົນອ່ານຈັກຄົນ ກັບບັນຍາກາດທີ່ເປັນຕາຢ້ານ.ລາວເລີ່ມຊອກເລືອກປື້ມຕໍາລາ ທີ່ລາວສົນໃຈຄົ້ນຄວ້ານັ້ນ, ຕໍ່ມາລາວໄດ້ເຫັນປື້ມຫົວນື່ງເກົ່າແກ່ສົມຄວນ ແລະ ເປັນເລື່ອງຜີຫລີ້ຫລັບທີ່ໜ້າສົນໃຈ, ​ລາວເລີ່ມອ່ານນ້າທໍາອີດ ຍີ່ງອ່ານກໍ່ຍີ່ງສະຫຍອງຂວັນ. ຕໍ່ມາບັງເອີນລາວໄດ້ຫລຽວເຫັນຊາຍເຖົ້າຄົນໜືງ ເຮັດໃຫ້ລາວຕົກໃຈ, ຊາຍເຖົ້ານັ້ນມີລັກສະນະ ເປັນຕາຢ້ານ, ຮ່າງກ່າຍຫ່ຽວແຫ້ງ ແລະ ຫນ້າຕາຫມອງເສົ້າຄ້າຍກັບຄົນຕາຍ. 
- ຊາຍຫນຸ່ມຮ້ອງຖາມຂື້ນວ່າ: ເຈົ້າເປັນເຈົ້າຂອງຣ້ານນີ້ບໍ? ລູກຢາກຂໍຊື້ປື້ມຫົວນີ້ແດ່ໄດ້ບໍ່ ລາຄາເທົ່າໃດ??
- ຊາຍເຖົ້າໄດ້ຕອບວ່າ: ແມ່ນແລ້ວ, ປື້ມຫົວນີ້ ມີອາຖັນໃດ ແລະ ບໍ່ຢາກຂາຍອອກ ເພາະເປັນຂອງເກົ່າແກ່ ແຕ່ຖ້າຢາກໄດ້ກໍ່ຈະຂາຍໃຫ້ 1000 ຫລຽນ ແຕ່ຂໍເຕື່ອນເດີວ່າ ເຈົ້າສາມາດອ່ານໄດ້ ແຕ່ຫ້າມອ່ານຫນ້າສຸດທ້າຍເດັດຂາດ ເພາະເຈົ້າຈະຕົກໃຈ ແລະ ມັນຈະບໍ່ດີກັບຕົວເຈົ້າເອງ.
- ຊາຍຫນຸ່ມຕົກລົງ ແລະ ຈ່າຍເງິນໃຫ້ຊາຍເຖົ້ານັ້ນໄປ.

ເມື່ອມາຮອດບ້ານຊາຍຫນຸ້ມໄດ້ເລື່ມອ່ານ ແຕ່ຫນ້າທໍາອິດ ດ້ວຍຄວາມເອົາໃຈໃສ່,​ ຍີ່ງອ່ານກໍ່ຫນ້າສົນໃຈ ແລະ ຊວນໃຫ້ອ່ານຈົນຮອດໃກ້ຫນ້າສຸດ ລາວຈື່ງຄິດເຫັນຄໍາເວົ້າຂອງຊາຍເຖົ້າ ລັງເລທີ່ຈະອ່ານຕໍ່ໄປ, ລາວໄດ້ວາງປື້ມລົງຫນ້າໂຕະ ແລະ ຢຽດແອວນອນ ພໍດີມີລົມພັດແຮງຈາກປ່ອງຢຽມ ຈົນເຮັດໃຫ້ປຶ້ມນັ້ນຕົກລົງພື້ນ. ຊາຍຫນຸ່ມເກັບປື້ມນັ້ນຂື້ນມາ ພໍດີຖືກຫນ້າສຸດທ້າຍ ລາວເລີຍຕັດສິນໃຈລອງອ່ານເບີ່ງ ຈື່ງພົບຄໍາເວົ້າແຖວສຸດທ້າຍວ່າ:

“ ປື້ມຫົວນີ້ລາຄາ 30 ຫລຽນ”. 
ລາວຈື່ງ ຮ້ອງຂື້ນຫມົດແຮງວ່າ: ໂອຍ!!!! ບັກເຖົ້າຕົວະກູ

ຫົວທະແມ້....

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2012 | ມີ 1 ຄຳເຫັນ ແລະ 0 trackback(s)

  ໃຜເຄີຍສົງໄສ ແລະ ສົນໃຈເລື່ອງລີ້ລັບກ່ຽວກັບຈິດວິນຍານ ສີ່ງຫລີ້ຫລັບ ໃຫ້ຕັ້ງໃຈອ່ານເດີ.
ເລື່ອງນີ້ ເກີດຂື້ນຢູ່ປະເທດຍີ່ປຸ່ນ, ມີຊາຍໜຸ່ມຄົນໜື່ງມີຄວາມສົນໃຈກ່ຽວກບສິ່ງລີ້ລັບເລື່ອງຜີ ແລະ ພະຍາຍາມຄົ້ນຄວ້າ ຊອກຣູ້ເລື່ອງດັ່ງກ່າວວ່າມີຈິງຫລືບໍ່ ຈື່ງໄດ້ເຂົ້າໄປຣ້ານຫນັງຂາຍໜັງສືເກົ່າເແກ່ແຫ່ງ ທີ່ມີອາຍຸຫລາຍຣ້ອຍປີ ເພື່ອຊອກຮູ້ ແລະ ຊອກຊື້ເອົາຫນັງສືດັ່ງກ່າວ. ໃນຂະນະທີ່ເຂົ້າຣ້ານດັ່ງກ່າວລາວໄດ້ສັງເກດວ່າ ບໍ່ເຫັນມີຄົນຊື້ ຫລື ຄົນອ່ານຈັກຄົນ ກັບບັນຍາກາດທີ່ເປັນຕາຢ້ານ.ລາວເລີ່ມຊອກເລືອກປື້ມຕໍາລາ ທີ່ລາວສົນໃຈຄົ້ນຄວ້ານັ້ນ, ຕໍ່ມາລາວໄດ້ເຫັນປື້ມຫົວນື່ງເກົ່າແກ່ສົມຄວນ ແລະ ເປັນເລື່ອງຜີຫລີ້ຫລັບທີ່ໜ້າສົນໃຈ, ​ລາວເລີ່ມອ່ານນ້າທໍາອີດ ຍີ່ງອ່ານກໍ່ຍີ່ງສະຫຍອງຂວັນ. ຕໍ່ມາບັງເອີນລາວໄດ້ຫລຽວເຫັນຊາຍເຖົ້າຄົນໜືງ ເຮັດໃຫ້ລາວຕົກໃຈ, ຊາຍເຖົ້ານັ້ນມີລັກສະນະ ເປັນຕາຢ້ານ, ຮ່າງກ່າຍຫ່ຽວແຫ້ງ ແລະ ຫນ້າຕາຫມອງເສົ້າຄ້າຍກັບຄົນຕາຍ. 
- ຊາຍຫນຸ່ມຮ້ອງຖາມຂື້ນວ່າ: ເຈົ້າເປັນເຈົ້າຂອງຣ້ານນີ້ບໍ? ລູກຢາກຂໍຊື້ປື້ມຫົວນີ້ແດ່ໄດ້ບໍ່ ລາຄາເທົ່າໃດ??
- ຊາຍເຖົ້າໄດ້ຕອບວ່າ: ແມ່ນແລ້ວ, ປື້ມຫົວນີ້ ມີອາຖັນໃດ ແລະ ບໍ່ຢາກຂາຍອອກ ເພາະເປັນຂອງເກົ່າແກ່ ແຕ່ຖ້າຢາກໄດ້ກໍ່ຈະຂາຍໃຫ້ 1000 ຫລຽນ ແຕ່ຂໍເຕື່ອນເດີວ່າ ເຈົ້າສາມາດອ່ານໄດ້ ແຕ່ຫ້າມອ່ານຫນ້າສຸດທ້າຍເດັດຂາດ ເພາະເຈົ້າຈະຕົກໃຈ ແລະ ມັນຈະບໍ່ດີກັບຕົວເຈົ້າເອງ.
- ຊາຍຫນຸ່ມຕົກລົງ ແລະ ຈ່າຍເງິນໃຫ້ຊາຍເຖົ້ານັ້ນໄປ.

ເມື່ອມາຮອດບ້ານຊາຍຫນຸ້ມໄດ້ເລື່ມອ່ານ ແຕ່ຫນ້າທໍາອິດ ດ້ວຍຄວາມເອົາໃຈໃສ່,​ ຍີ່ງອ່ານກໍ່ຫນ້າສົນໃຈ ແລະ ຊວນໃຫ້ອ່ານຈົນຮອດໃກ້ຫນ້າສຸດ ລາວຈື່ງຄິດເຫັນຄໍາເວົ້າຂອງຊາຍເຖົ້າ ລັງເລທີ່ຈະອ່ານຕໍ່ໄປ, ລາວໄດ້ວາງປື້ມລົງຫນ້າໂຕະ ແລະ ຢຽດແອວນອນ ພໍດີມີລົມພັດແຮງຈາກປ່ອງຢຽມ ຈົນເຮັດໃຫ້ປຶ້ມນັ້ນຕົກລົງພື້ນ. ຊາຍຫນຸ່ມເກັບປື້ມນັ້ນຂື້ນມາ ພໍດີຖືກຫນ້າສຸດທ້າຍ ລາວເລີຍຕັດສິນໃຈລອງອ່ານເບີ່ງ ຈື່ງພົບຄໍາເວົ້າແຖວສຸດທ້າຍວ່າ:

“ ປື້ມຫົວນີ້ລາຄາ 30 ຫລຽນ”. 
ລາວຈື່ງ ຮ້ອງຂື້ນຫມົດແຮງວ່າ: ໂອຍ!!!! ບັກເຖົ້າຕົວະກູ

ຫົວທະແມ້....

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

  ຄວາມລັບ…ໄດ້ຍິນວ່າມັກເປັນສີດຳ

 

ຄວາມຮັກ…ຈື່ໄດ້ວ່າເປັນສີຊົມພູ

ຄວາມລັບ…ຕ້ອງກະຊິບຂ້າງ ໆ ຫູ

ຄວາມຮັກ…ອາດຮັບຮູ້ໄດ້ດ້ວຍໃຈ

ຄວາມລັບ…ຕ້ອງມີການວາງແຜນ

ຄວາມຮັກ…ຈະຈັກຫມື່ນແສນກໍ່ຍັງຍິ່ງໃຫຍ່

ຄວາມລັບ…ຖ້າບອກຈະບໍ່ລັບອີກຕໍ່ໄປ

ຄວາມຮັກ…ໄດ້ຟັງເມື່ອໃດກໍ່ຍັງຄົງງົດງາມ

ຄວາມລັບ…ຟັງແລ້ວອາດສົງໄສ

ຄວາມຮັກ…ມັກບໍ່ຕ້ອງມີຄຳຖາມ

ຄວາມລັບ…ຕ້ອງເກັບໄວ້ໃຫ້ດີຄືນິຍາມ

ຄວາມຮັກ…ອາດບໍ່ຕ້ອງໃຫ້ຄຳຈຳກັ້ຳດຄວາມມາປະປົນ

ຄວາມລັບ…ຈະບໍ່ບອກໃຫ້ໃຜຮູ້

ຄວາມຮັກ…ຢາກໃຫ້ໄດ້ຟັງຢູ່…ກໍ່ສຸກລົ້ນ

ຄວາມລັບ…ເຂົ້າໄປຫລາຍຈະວົກວົນ

ຄວາມຮັກ…ພຽງຢູ່ໃນໃຈໃຜຈັກຄົນ…ກໍ່ພຽງພ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 2, 2012 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ຄົນເຮົາເກີດມາແລ້ວ ຈະມີພຣະຜູ້ໃຫ້ຢູ່ສອງທ່ານຄື ພໍ່ ແລະ ແມ່ ທ່ານທັງສອງຈະເປັນຜູ້ໃຫ້ເຮົາຕັ້ງແຕ່ເກີດໂດຍບໍຫວັງສິ່ງຕອບແທນໃດໆເລີຍ
- ພໍ່ແມ່ ເປັນພຣະພຣົມຂອງລູກ ກ່າວຄື ມີຄວາມເມຕຕາ ກະຣຸນາ ມຸທິຕາ ແລະ ອຸເປກຂາ
- ພໍ່ແມ່ເປັນຄູຄົນທຳອິດຂອງລູກ ກ່າວຄື ສອນໃຫ້ປາກເວົ້າ ແລະ ອົບຮົມຄວາມຮູ້ເບື້ອງຕົ້ນໃຫ້ລູກ
- ພໍ່ແມ່ເປັນພຣະອໍຣະຫັນຂອງລູກ ກ່າວຄື ເປັນຜູ້ມີອຸປະກາລະຄຸນຫລາຍ ເປັນເນື້ອນາບຸນຂອງລູກ ແລະເປັນຜູ້ຄວນຮັບການນະມັດສະການຈາກລູກ
ຖ້າປຽບພໍ່ແມ່ດັ່ງທຽນແລ້ວ ພໍ່ແມ່ບາງຄົນຕ້ອງລຸກໄຕ້ໄຟຕົວເອງຕັ້ງແຕ່ເຊົ້າມືດ ເພື່ອອກໄປເຮັດວຽກຫາລາຍໄດ້ມາລ້ຽງຄອບຄົວ ແລະ ເກັບໄວ້ສ່ວນໜຶ່ງເພື່ອເປັນຄ່າຕຳລາແລະທຶນການສຶກສາໃຫ້ແກ່ລູກ
ພໍ່ແມ່ບາງຄົນເຮັດວຽກຕັ້ງແຕ່ເຊົ້າຢັນຄ່ຳ ອາບເຫື່ອຕາງນ້ຳສຸດແສນຈະເມື່ອຍລ້າແຕ່ກໍ່ຕ້ອງທົນລຳບາກເພື່ອລູກໄດ້ຢູ່ສະບາຍ ປຽບດັ່ງທຽນເມື່ອເລີ່ມຕິດໄຟແລ້ວທຽນເຫລັ້ມນັ້ນຈະຄ່ອຍໆລະລາຍຕົວລົງໄປທຸກວິນາທີ ທຽນບາງເຫລັ້ມຍັງຄົງສະຫວ່າງສະໄຫວຢູ່ ປຽບດັ່ງພໍ່ແມ່ທີ່ຍັງໜຸ່ມແໜ້ນ ແລະ ທຽນບາງເຫລັ້ມທີ່ຮິບຫີ່ລົງເມື່ອຖືກລົມພັດ ປຽບດັ່ງພໍ່ແມ່ທີ່ກຳລັງປ່ວຍໄຂ້ໄດ້ພະຍາດ ຫລືມີບັນຫາໃນການເຮັດວຽກແຕ່ກໍ່ພະຍາຍາມຫອບຮ່າງກາຍໄປເຮັດວຽກຫາເຊົ້າກິນຄ່ຳເພື່ອລູກ ແຕ່ທຽນບາງເຫລັ້ມໄດ້ຖືກພາຍຸຮ້າຍພັດດັບລົງສາແລ້ວ ນັ້ນໝາຍເຖິງ ຊີວິດຂອງທ່ານທັງສອງໄດ້ຈາກໂລກນີ້ ແລະ ຈາກລູກທີ່ຕົນຮັກໄປຢ່າງບໍ່ຫວນຄືນມາໄດ້ອີກແລ້ວ
ດັ່ງນັ້ນ ເຮົາຜູ້ເປັນລູກຈິ່ງຄວນມີຄວາມສຳນຶກໃນພຣະຄຸນອັນໃຫຍ່ຫລວງນີ້ຢູ່ສະເໝີ
ວັນນີ້ ເຮົາຜູ້ເປັນລູກໄດ້ເຮັດຫຍັງເພື່ອພໍ່ແມ່ແດ່ແລ້ວ?......ຖ້າຍັງຈົ່ງຮີບທຳຊະດຽວຈະຊ້າ
ຮັກອື່ນໃດຈະສະເໝີເໝືອນຄວາມຮັກທີ່ພໍ່ແມ່ມີຕໍ່ລູກນັ້ນບໍ່ມີ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ມີຄຳເຖົ້າແກ່ບູຮານກ່າວວ່າ ມີແກ້ວຊະນິດໜຶ່ງທີ່ກາຍສະພາບມາຈາກດວງຕາຂອງແມວທີ່ຕາຍໄປແລ້ວ ແມ່ນມີຄວາມຂັງໄປດ້ວຍຄວາມອັດສະຈັນ, ຄວາມລຶກລັບ ແລະ ອືນໆ..... ທີ່ສາມາດປັດເປົ່າໄພອັນ ຕະລາຍຕ່າງໆ ລວມໄປເຖິງການຂັບໄລ່ບັນດາພູດຜີ ປີສາດທັງຫຼາຍ ແຖມຍັງສາມາດປ້ອງກັນບັນດາຂຸນໄສຕ່າງໆໄດ້ນຳອີກ.

ເລື່ອງລາວມີຢູ່ວ່າ : ເມື່ອໃນສະໄໝເຈົ້າຂຸນມຸນນາຍທີ່ເປັນແມ່ທັບໃນເມືອງແຫ່ງໜຶ່ງ ໃນເຮືອນຂອງເພິ່ນໄດ້ລ້ຽງແມວໄວ້ໂຕໜຶ່ງ ເຊິ່ງເປັນແມ່ວສາມສີ ແມວໂຕນີ້ແມ່ນໄດ້ມາຈາກປ່າຫຼັງຈາກໄປສູ້ຮົບຕົບຕີກັບ ສັດຕູ. ເມື່ອນຳແມວດັ່ງກ່າວມາລ້ຽງແລ້ວ ທາງເຈົ້າຂຸນມີຄວາມກະຕືລືລົ້ນດີ, ວຽກງານກໍ່ລາບລື່ນດີ ຈິ່ງສ້າງຄວາມພັນອັນເລິກເຊິ່ງກັບແມວໂຕນັ້ນ

ພໍເວລາຜ່ານໄປເປັນເວລາ 3 ປີ ແມວໂຕນັ້ນກໍ່ຕາຍ ແຕ່ເຈົ້າຂອງແມວກໍຄືເຈົ້າຂຸນນັ້ນບໍ່ໄດ້ນຳແມວໄປຝັງ ແຕ່ເອົາແມວໂຕນັ້ນໄປໃສ່ໃນຕູ້ແກ້ວແທນ, ເມື່ອການເວລາຜ່ານໄປຮ່າງຂອງແມວກໍສະຫຼາຍໄປຕາມ ການເວລາ ແຕ່ມີສິ່ງໜຶ່ງທີ່ບໍ່ຍອມສະຫຼາຍນັ້ນກໍຄືຕາຂອງແມວ ແລະ ຕາຂອງແມວກໍໄດ້ກາຍສະພາບມາເປັນແກ້ວ.

ເມື່ອເປັນແນວນັ້ນ ຜູ້ເປັນເຈົ້າຂອງຈຶ່ງເກີດຄວາມປະຫຼາດໃຈ ແລະ ກໍຄຶດວ່າແມວໂຕນັ້ນຍັງບໍ່ຍອມຈາກໄປຈິ່ງມອບສິ່ງນີ້ໄວ້ໃຫ້, ທາງເຈົ້າຂຸນກໍໄດ້ນຳເອົາແກ້ວນັ້ນຕິດໂຕຕະຫຼອດເວລາ ມີມື້ໜຶ່ງ ທາງເຈົ້າຂຸນ ໄດ້ຮັບລາດສະການໄປຕ່າງເມືອງ ໃນການເດີນທາງກໍ່ຕ້ອງໄດ້ລັດປ່າລັດດົງໄປ ພໍຄໍ່າມາກໍຕັ້ງຈຸດພັກແຮມ ໃນຂະນະນັ້ນ ທາງເຈົ້າຂຸນກໍໄດ້ໄປອາບນ້ຳ ໃນຕອນນັ້ນເອງຜີພາຍໂຕໜຶ່ງມາຫວັງປອງເອົາຊີວິດ ຂອງເຈົ້າຂຸນນັ້ນ ໂດຍທີ່ເຈົ້າຂຸນກໍໄດ້ເຮັດທຸກວິທີທາງເພື່ອເອົາໂຕລອດ ພໍຊວດຮູ້ເມື່ອໄດ້ວ່າຕົນເອງມີຕາແມວເລີຍນຳອອກມາໃຊ້ ປະຕິຫານກໍເກີດຂື້ນ ເມື່ອເຈົ້າຂຸນຈັບເອົາຕາແມວອອກມາ ພາຍໂຕນັ້ໜກໍໄດ້ ຫາຍໄປແລ້ວ.

ແລະ ນີ້ເອງຄືທີ່ມາຂອງ “ເພັດຕາແມວ”

ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ຍາມເຮົາມີ     ມູ່ຂໍນຳ      ເຮົາໃຫ້ໄດ້

ຍາມຢາກໄດ້   ຈາກມູ່     ບໍ່ມີຫວັງ

ຍາມເຮົາທຸກ    ໃຜເດນໍ້   ຈະມານັ່ງ

ຄຽງຂ້າງເຮົາ    ຄືເກົ່າ       ຍາມມີເງິນ

 

ຍາມເຮົາມີ       ມູ່ບອກວ່າ      ອອກໃຫ້ກ່ອນ      “ເອີ..ໄດ້ໆໆໆໆໆ”

ຍາມໄດ້ຍ້ອນ   ກະຕໍແຫຼ       ວ່າເຮົາໃຈດີ         “ເຮີຍສ່ຽວໂຕດີກັບເຮົາເນາະ”

ຊອກມູ່ແທ້      ມູ່ຕາຍ           ບໍ່ຢາກມີ

ມີແຕ່ມູ່            ຫາເຍວະກິນ    ໄປຈົນຕາຍ      “ໂອ.......  ອານິຈັງຂອງຊີວິດ”

ຂຽນເມື່ອ ຂຽນເມື່ອ: ມ.ນ.. 13, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

 ແຕ່ກ່ອນ ມີຄອບຄົວໜຶ່ງອາໃສຢູ່ໃນສົ້ນສຸດຂອງໝູ່ບ້ານແຫ່ງໜຶ່ງ ເຊິ່ງມີກັນແຕ່ສອງພໍ່ລູກ ດ້ວຍຄວາມທຸກຍາກລຳບາກຜູ້ເປັນພໍ່ຈິ່ງອອກໄປຊອກຫາສົມບັດ ເຊິ່ງສົມບັດທີ່ວ່າກະຄືສົມບັດຊອງເມືອງບັງບົດ ຫຼື ທີ່ຮູ້ກັນວ່າເມືອງລັບແລ ເຊິ່ງມີຄຳບອກເລົ່າຈາກຜູ້ເຖົ້າຜູ້ແກ່ຫຼາຍຄົນວ່າ ມີສົມບັດພວກເພັດນິນຈິນດາຢ່າງມະຫາສານ ເມື່ອເປັນດັ່ງນັ້ນຜູ້ເປັນພໍ່ຈິ່ງອອກເດີນທາງໄປທີ່ເມືອງບັງບົດ

ແຕ່ວ່າການທີ່ຈະເຂົ້າເມືອງບັງບົດນັ້ນມັນບໍ່ແມ່ນເລື່ອງງ່າຍໆ ເພາະຜູ້ທີ່ຈະເຂົ້າໄປໄດ້ນັ້ນຕ້ອງເປັນຄົນມີສິນທຳ ຕ້ອງຮັກສາສິນ5 ໂດຍສະເພາະແມ່ນຂໍ້ມຸສາ ເພາະຊາວເມືອງບັງບົດຈະຖືສັດຈະເປັນສຳຄັນ ແລະທາງເຂົ້າໄປທີ່ເມືອງບັງບົດກະບໍ່ມີໃຜຮູ້ແທ້ໆວ່າຢູ່ບ່ອນໃດ

ດ້ວຍຄວາມທີ່ຢາກໃຫ້ລູກຢູ່ສະບາຍຜູ້ເປັນພໍ່ຈັງອອກເດີນທາງໄປເປັນເວລາຫຼາຍວັນ, ຢູ່ມາມື້ໜຶ່ງຂະນະທີ່ຜູ້ເປັນພໍ່ນັ້ນນອນຢູ່ກ້ອງຮົ່ມໄມ້ໃຫຍ່ແຫ່ງໜຶ່ງ ບັງເອີນໄດ້ຍິນສຽງຄົນຮ້ອງຂໍຄວາມຊ່ວຍເຫຼືອ ລາວຈິ່ງຊວດຮູ້ເມື່ອແລະຊ່ວຍເຫຼືອນາງຄົນນັ້ນ ແລະ ນາງກໍໄດ້ຖາມວ່າ ທ່ານຈະໄປໃສນໍ້ ລາວກໍ່ຕອບວ່າ ໂອຍ!ກະວ່າຊິໄປເມືອງບັງບົດນີ້ກະຫຼາຍມື້ແລ້ວຍັງໄປບໍ່ຮອດປານນີ້  ຍິງຄົນນັ້ນກໍ່ເວົ້າວ່າ: ເຮືອນຂອງຂ້ອຍຢູ່ໃນເມືອງບັງບົດ ເຈົ້າເປັນຄົນຊ່ວຍຂ້ອຍແລະເປັນຜູ້ມີບຸນຄຸນກັບຂ້ອຍ ຂ້ອຍຈະພາເຈົ້າເຂົ້າໄປ ແຕ່ວ່າ ໃນທາງເຂົ້າມີອັນຕະລາຍຫຼາຍ ແມ່ນວ່າອ້າຍຈະເຫັນແກ້ວແຫວນເງິນທອງເພັດ ນິນຈິນດາ ອ້າຍຢ່າໄດ້ແຕະຕ້ອງຫຼືຈັບເອົາເປັນອັນຂາດ ເພາະອ້າຍອາດຈະບໍ່ສາມາດໄປຕໍ່ຫຼືກັບອອກໄປໄດ້ ລາວກໍ່ຮັບປາກ ແລະ ນາງກໍ່ພາລາວເຂົ້າໄປໃນເມືອງ.

ນາງຄົນນັ້ນກໍໄດ້ພາລາວໄປທີ່ເຮືອນຂອງນາງ ແລະ ກໍ່ຕ້ອນຮັບດ້ວຍຄວາມພາກພຸມໃຈ ລາວກໍ່ໄດ້ຢູ່ທີ່ເມືອງບັງບົດເປັນເວລາ5ວັນ ຢູ່ມາວັນໜຶ່ງລາວກໍຄິດຮອດລູກຂອງລາວ ແລະກໍ່ໄດ້ຄອບນາງວ່າລາວ ຂໍກັບບ້ານໄດ້ບໍ່ເພາະຄິດຮອດລູກ ນາງຄົນນັ້ນກໍໄດ້ເກັບເຄື່ອງຂອງໃສ່ຖົງໃກ້ລາວ ແລ້ວກໍ່ໄປສົ່ງທີ່ທາງອອກ ກ່ອນທີ່ຈະໄປນາງໄດ້ບອກລາວວ່າ ທ່ານຈົ່ງຢ່າເປີດຖົງເປັນອັນຂາດ ທ່ານສາມາດເປີດຖົງໄດ້ກໍຕໍ່ ເມື່ອຮອດເຮືອນຂອງທ່ານເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກເວົ້າແລ້ວທັງສອງກໍໄດ້ຈາກກັນໄປ

ເມື່ອອອກມາໄດ້ແລ້ວ ສະພາບພາຍນອກຕ່າງກັບຕອນທີ່ລາວໄດ້ເຂົ້າໄປເມືອງບັງບົດຫຼາຍ ເພາະວ່າເວລາໃນເມືອງບັງບົດ1ວັນ ເທົ່າກັບໂລກພາຍນອກ 1 ປີ ,  ລາວກໍ່ໄດ້ຄ່ອຍຍ່າງໄປຕາມທາງທີ່ລາວ ຄຸ້ນຕາໃນທີ່ສຸດລາວກໍ່ໄປທີ່ເຮືອນຫຼັງໜຶ່ງເຊິ່ງເປັນບ່ອນທີ່ລາວເຄີຍຢູ່ກັບລູກຊາຍຊອງລາວ, ເມື່ອລາວມາຮອດພາບທີ່ລາວເຫັນນັ້ນກໍຄືລູກຊາຍຂອງລາວໄດ້ໃຫຍ່ແລ້ວແລະລາວກໍໄດ້ປຸກລູກລາວໃຫ້ ຕື່ນ, ລາວໄດ້ບອກລູກລາວວ່າພໍ່ໄປເມືອງບັງບົດ 5 ມື້ເທົ່ານັ້ນ ທຸກສິ່ງທຸກຢ່າງຄືປ່ຽນແປງຫຼາຍແທ້ ລູກລາວວ່າ 5 ມື້ຢູ່ໃສພໍ່ ພໍ່ໄປໄດ້5 ປີແລ້ວໃດ

ພໍຜູ້ເປັນພໍ່ຄິດອອກໄດ້ວ່າຕົນມີຖົງຖົງໜຶ່ງທີ່ນາງຢູ່ໃນເມືອງບັງບົດມອບໃຫ້ ລາວຈິ່ງໄຂເບິ່ງຖົງນັ້ນ, ພໍໄຂອອກມາລາວດີໃຈທີ່ສຸດ ເພາະໃນຖົງນັ້ໜເຕັມໄປດ້ວຍເງິນຄຳ, ແກ້ວແຫວນເງິນທອງ, ເພັດນິນຈິນ ດາ ຢ່າງມະຫາສານ ແລະ ໃນສຸດທ້າຍສອງພໍ່ລູກກໍ່ກາຍເປັນເສດຖືທີ່ສຸດໃນໝູ່ບ້ານແຫ່ງນັ້ນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ຜູ້ມາກ່ອນ      ຍ່ອມມີສິດ   ກ່ອນມາລຸນ

ປານຖືກປຸ້ນ     ຫົວໃຈ        ເກືອບສະຫຼາຍ

ຮັກທີ່ເຄີຍ       ມີໃຫ້           ບໍ່ແໜງໜ່າຍ

ແຕ່ຂໍບ່າຍ      ຈຳລາ          ໄປຕາມທາງ

 

ຜູ້ມາລຸນ         ເປັນໄດ້          ພຽງຄົນແພ້

ຄົນທີ່ແມ່         ແລະນ້ອງ      ຮັກແມ່ນເຂົາ

ປ່ອຍໃຫ້ຊາຍ  ຄົນນີ້             ຕ້ອງໝອງເສົ້າ

ເພາະມີເຂົາ      ຄົນນັ້ນ          ຄຽງຂ້າງນາງ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
 ວັນທີ8ມີນາມາຮອດແລ້ວ       ຄົບຮອບຮ້ອຍສອງປີ

ເປັນວັນແມ່ຍີງສາກົນ             ເພື່ອຫວນຄືນມູນເຊື້ອ
ແມ່ຍີງຕ້ອງມີຄວາມສາມາດ     ທຸກວ້ຽກງານການສ້າງກໍ່
ຍີງທຽບທຽມຊາຍໄດ້             ສະເຫມີພາບທຸກປະການ...ແທ້ນາ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ແມ່ຄືຜູ້ທີ່ໃຫ້ກຳເນີດເຮົາມາ

ທຸກໆຄົນເຄີຍຮັບຮູ້ໃນຄວາມເຈັບປວດ, ຄວາມທໍລະມານຂອງແມ່ບໍ່ ວ່າກ່ອນທີ່ແມ່ຈະລ້ຽງເຮົາໄດ້ໃຫຍ່ມາເທົ່າທຸກວັນນີ້ ວ່າຜູ້ເປັນແມ່ນັ້ນເມື່ອຍ ແລະ ທຸກຍາກແສນເຂັນພຽງໃດ ບາດນີ້ລູກໆຂອງແມ່ທຸກໆຄົນໄດ້ໃຫຍ່ແລ້ວ, ມີວຽກເຮັດງານທຳກັນແລ້ວ ມີໃຜເຄີຍຮັບໃຂ້ ແລະ ຕອບບຸນແທນຄຸນແມ່ແຕ່

ລູກບາງຄົນກໍ່ມີແຕ່ຂໍເງິນ, ຍາມໄດ້ລະດີ ຍາມບໍ່ໄດ້ລະດ່າແມ່ 

ຍາມຮໍ່າຮຽນບໍ່ມີເງິນສົ່ງຄ່າຮຽນແມ່ກໍ່ໄດ້ແບກໜ້າໄປຢືມມາຈ່າຍໃຫ້

ບາດລູກຮຽນຈົບແລ້ວ, ມີວຽກເຮັດແລ້ວພັດບໍ່ເບິ່ງແຍງແມ່

ຈົ່ງຢ່າຄິດເຖິງບຸນຄຸນແມ່ແຕ່ມື້ນີ້ມື້ດຽວ, ວັນແມ່ບໍ່ມີວັນດຽວ, ວັນແມ່ຄືທຸກໆມື້ ທຸກໆວັນ, ຈົ່ງຮັກແມ່ທຸກໆມື້ທຸກໆວັນ ໃຫ້ຫຼາຍກວ່າຫຼືເທົ່າກັນກັບທີ່ຕົນເອງຮັກແຟນ

ແມ່ຄືພະໃນດວງໃຈ

ແມ່ຄືຜູ້ໃຫ້ຊີວິດ, ຈິດໃຈ ແລະ ດວງວິນຍານ

ຈົ່ງຮັກແມ່ນັບແຕ່ວັນດີ ມື້ໜ້າມາຈັ່ງບໍ່ຄິດກິນແໜງໃຈໂຕເອງ

ແມ່.................................. ລູກຮັກແມ່ເດີ້  ຮັກທີ່ສຸດໃນໂລກເລີຍ