ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 13, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

 ແຕ່ກ່ອນ ມີຄອບຄົວໜຶ່ງອາໃສຢູ່ໃນສົ້ນສຸດຂອງໝູ່ບ້ານແຫ່ງໜຶ່ງ ເຊິ່ງມີກັນແຕ່ສອງພໍ່ລູກ ດ້ວຍຄວາມທຸກຍາກລຳບາກຜູ້ເປັນພໍ່ຈິ່ງອອກໄປຊອກຫາສົມບັດ ເຊິ່ງສົມບັດທີ່ວ່າກະຄືສົມບັດຊອງເມືອງບັງບົດ ຫຼື ທີ່ຮູ້ກັນວ່າເມືອງລັບແລ ເຊິ່ງມີຄຳບອກເລົ່າຈາກຜູ້ເຖົ້າຜູ້ແກ່ຫຼາຍຄົນວ່າ ມີສົມບັດພວກເພັດນິນຈິນດາຢ່າງມະຫາສານ ເມື່ອເປັນດັ່ງນັ້ນຜູ້ເປັນພໍ່ຈິ່ງອອກເດີນທາງໄປທີ່ເມືອງບັງບົດ

ແຕ່ວ່າການທີ່ຈະເຂົ້າເມືອງບັງບົດນັ້ນມັນບໍ່ແມ່ນເລື່ອງງ່າຍໆ ເພາະຜູ້ທີ່ຈະເຂົ້າໄປໄດ້ນັ້ນຕ້ອງເປັນຄົນມີສິນທຳ ຕ້ອງຮັກສາສິນ5 ໂດຍສະເພາະແມ່ນຂໍ້ມຸສາ ເພາະຊາວເມືອງບັງບົດຈະຖືສັດຈະເປັນສຳຄັນ ແລະທາງເຂົ້າໄປທີ່ເມືອງບັງບົດກະບໍ່ມີໃຜຮູ້ແທ້ໆວ່າຢູ່ບ່ອນໃດ

ດ້ວຍຄວາມທີ່ຢາກໃຫ້ລູກຢູ່ສະບາຍຜູ້ເປັນພໍ່ຈັງອອກເດີນທາງໄປເປັນເວລາຫຼາຍວັນ, ຢູ່ມາມື້ໜຶ່ງຂະນະທີ່ຜູ້ເປັນພໍ່ນັ້ນນອນຢູ່ກ້ອງຮົ່ມໄມ້ໃຫຍ່ແຫ່ງໜຶ່ງ ບັງເອີນໄດ້ຍິນສຽງຄົນຮ້ອງຂໍຄວາມຊ່ວຍເຫຼືອ ລາວຈິ່ງຊວດຮູ້ເມື່ອແລະຊ່ວຍເຫຼືອນາງຄົນນັ້ນ ແລະ ນາງກໍໄດ້ຖາມວ່າ ທ່ານຈະໄປໃສນໍ້ ລາວກໍ່ຕອບວ່າ ໂອຍ!ກະວ່າຊິໄປເມືອງບັງບົດນີ້ກະຫຼາຍມື້ແລ້ວຍັງໄປບໍ່ຮອດປານນີ້  ຍິງຄົນນັ້ນກໍ່ເວົ້າວ່າ: ເຮືອນຂອງຂ້ອຍຢູ່ໃນເມືອງບັງບົດ ເຈົ້າເປັນຄົນຊ່ວຍຂ້ອຍແລະເປັນຜູ້ມີບຸນຄຸນກັບຂ້ອຍ ຂ້ອຍຈະພາເຈົ້າເຂົ້າໄປ ແຕ່ວ່າ ໃນທາງເຂົ້າມີອັນຕະລາຍຫຼາຍ ແມ່ນວ່າອ້າຍຈະເຫັນແກ້ວແຫວນເງິນທອງເພັດ ນິນຈິນດາ ອ້າຍຢ່າໄດ້ແຕະຕ້ອງຫຼືຈັບເອົາເປັນອັນຂາດ ເພາະອ້າຍອາດຈະບໍ່ສາມາດໄປຕໍ່ຫຼືກັບອອກໄປໄດ້ ລາວກໍ່ຮັບປາກ ແລະ ນາງກໍ່ພາລາວເຂົ້າໄປໃນເມືອງ.

ນາງຄົນນັ້ນກໍໄດ້ພາລາວໄປທີ່ເຮືອນຂອງນາງ ແລະ ກໍ່ຕ້ອນຮັບດ້ວຍຄວາມພາກພຸມໃຈ ລາວກໍ່ໄດ້ຢູ່ທີ່ເມືອງບັງບົດເປັນເວລາ5ວັນ ຢູ່ມາວັນໜຶ່ງລາວກໍຄິດຮອດລູກຂອງລາວ ແລະກໍ່ໄດ້ຄອບນາງວ່າລາວ ຂໍກັບບ້ານໄດ້ບໍ່ເພາະຄິດຮອດລູກ ນາງຄົນນັ້ນກໍໄດ້ເກັບເຄື່ອງຂອງໃສ່ຖົງໃກ້ລາວ ແລ້ວກໍ່ໄປສົ່ງທີ່ທາງອອກ ກ່ອນທີ່ຈະໄປນາງໄດ້ບອກລາວວ່າ ທ່ານຈົ່ງຢ່າເປີດຖົງເປັນອັນຂາດ ທ່ານສາມາດເປີດຖົງໄດ້ກໍຕໍ່ ເມື່ອຮອດເຮືອນຂອງທ່ານເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກເວົ້າແລ້ວທັງສອງກໍໄດ້ຈາກກັນໄປ

ເມື່ອອອກມາໄດ້ແລ້ວ ສະພາບພາຍນອກຕ່າງກັບຕອນທີ່ລາວໄດ້ເຂົ້າໄປເມືອງບັງບົດຫຼາຍ ເພາະວ່າເວລາໃນເມືອງບັງບົດ1ວັນ ເທົ່າກັບໂລກພາຍນອກ 1 ປີ ,  ລາວກໍ່ໄດ້ຄ່ອຍຍ່າງໄປຕາມທາງທີ່ລາວ ຄຸ້ນຕາໃນທີ່ສຸດລາວກໍ່ໄປທີ່ເຮືອນຫຼັງໜຶ່ງເຊິ່ງເປັນບ່ອນທີ່ລາວເຄີຍຢູ່ກັບລູກຊາຍຊອງລາວ, ເມື່ອລາວມາຮອດພາບທີ່ລາວເຫັນນັ້ນກໍຄືລູກຊາຍຂອງລາວໄດ້ໃຫຍ່ແລ້ວແລະລາວກໍໄດ້ປຸກລູກລາວໃຫ້ ຕື່ນ, ລາວໄດ້ບອກລູກລາວວ່າພໍ່ໄປເມືອງບັງບົດ 5 ມື້ເທົ່ານັ້ນ ທຸກສິ່ງທຸກຢ່າງຄືປ່ຽນແປງຫຼາຍແທ້ ລູກລາວວ່າ 5 ມື້ຢູ່ໃສພໍ່ ພໍ່ໄປໄດ້5 ປີແລ້ວໃດ

ພໍຜູ້ເປັນພໍ່ຄິດອອກໄດ້ວ່າຕົນມີຖົງຖົງໜຶ່ງທີ່ນາງຢູ່ໃນເມືອງບັງບົດມອບໃຫ້ ລາວຈິ່ງໄຂເບິ່ງຖົງນັ້ນ, ພໍໄຂອອກມາລາວດີໃຈທີ່ສຸດ ເພາະໃນຖົງນັ້ໜເຕັມໄປດ້ວຍເງິນຄຳ, ແກ້ວແຫວນເງິນທອງ, ເພັດນິນຈິນ ດາ ຢ່າງມະຫາສານ ແລະ ໃນສຸດທ້າຍສອງພໍ່ລູກກໍ່ກາຍເປັນເສດຖືທີ່ສຸດໃນໝູ່ບ້ານແຫ່ງນັ້ນ

Delicious Digg Fark Twitter