ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ຈະມີຢູ່ຈິງຫຼືບໍ່ ກະບໍ່ຮູ້ຄືກັນເດີ້ ແຕ່ຟັງຕາມຄື້ນວິທະຍຸ ກະເລີຍມາຂຽນແບບຫຍໍ້ໆກ່ຽວກັບເລື່ອງໆນີ້ ແລະ ເລື່ອງນີ້ກະມີຢູ່ວ່າ:

ມີບ່າວບ້ານນອກຄົນໜຶ່ງເຂົ້າມາຮຽນຢູ່ໃນເມືອງນະສະຖາບັນການສຶກສາແຫ່ງໜຶ່ງເປັນນັກສຶກສາຫໍພັກ ເຊິ່ງຖານະຄອບຄົວກະທຸກຈົນ ໄດ້ເຂົ້າມາຮຽນເປັນເວລາຫຼາຍປີ ແລະ ກໍ່ບໍ່ໄດ້ກັບເມືອ ຢາມບ້ານຈັກເທື່ອ ໂດຍທີ່ພໍ່ແມ່ໄດ້ສົ່ງເຂົ້າມາໃຫ້ກິນເປັນປະຈຳ ມີມື້ໜຶ່ງພໍ່ກັບແມ່ລາວໄດ້ມາຢາມ ແລະ ມາຊອກຫາລາວຢູ່ຫໍພັກ ເຊິ່ງດ້ວຍຄວາມຮັກ ແລະ ຄິດຮອດລູກຕາມຫົວອົກຂອງພໍ່ ແລະ ແມ່ ຈົນກະທັ້ງພໍ່ແລະແມ່ ໄດ້ມາຮອດຫ້ອງທີ່ລູກຕົວເອງຢູ່ ສ່ວນວ່າລູກນັ້ນດ້ວຍຄວາມອາຍໝູ່ທີ່ພໍ່ແມ່ແລະຄອບຄົວຕົວເອງທຸກ ເມື່ອເຫັນພໍ່ກັບແມ່ຜູ້ເປັນລູກແທນທີ່ຈະຕ້ອນຮັບເພິ່ນ ຜູ້ເປັນລູກຊ້ຳພັດຖາມວ່າ ສະພາຍດີປ້າສະບາຍດີລຸງ ບໍ່ຮູ້ວ່າປ້າກັບລຸງມາຫາໃຜນໍ້ "ພວກທ່ານລອງຄິດເບິ່ງວ່າ ພໍ່ກັບແມ່ຕັ້ງໃຈມາຢາມລູກດ້ວຍຄວາມຄິດຮອດ ແລະ ຄິດເຖິງ ເມື່ອໄດ້ຍິນແນວນັ້ນ ຜູ້ເປັນພໍ່ເປັນແມ່ຈະມີຄວາມຮູ້ສຶກຈັ່ງໃດ"

ທັງສອງເຖົ້າແນມເບິ່ງໜ້າກັນດ້ວຍສີໜ້າທີ່ເສົ້າໝອງແລ້ວນ້ຳຕາຫຸ້ມເບົ້າ ພ້ອມທັງຕອບວ່າ ຂໍໂທດເດີ້ພວກຂ້ອຍມາຜິດຫ້ອງ ແລ້ວກໍ່ກັບດ້ວຍຄວາມເສົ້າໃຈ 

ໃນຖານະທີ່ບັນດາທ່ານເປັນລູກ ທ່ານຈະປະຕິເສດພໍ່ແມ່ຂອງທ່ານບໍ່ ຫາກທ່ານຕົກໃນກໍລະນີນີ້

ຂໍຂອບໃຈສຳລັບທຸກໆທ່ານທີ່ໃຫ້ຄຳເຫັນ

Delicious Digg Fark Twitter