ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2012 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເຂົ້າ facebook ເຫັນກອນອ່ານ ມັນຕະຫຼົກເລີຍເອົາມາຝາກ

ເຂົາແຕ່ງບໍ່ໝົດ ຍັງແຂວງວຽງຈັນ  ຂໍອະນຸຍາດຕໍ່ເດີ

ໂຄດຂີ້ດື້.........ແມ່ນຈຳປາສັກ

ໂຄດໜ້າຮັກ....ແມ່ນແຂວງວຽງຈັນ

 

ຄຳເຕືອນ: ເປັນພຽງກອນອ່ານຊື່ໆເດີ ຢ່າຄິດຫຼາຍ ອິອິອິອິອິ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2012 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຝາກແດ່ນັກສືກສາ ທີ່ໄກຈາກບ້ານມາ

     ເຕືອນໃຈນັກສຶກສາ

      ໂດຍ: ລູກບ້ານທາດສາມປາງ

 

ເຈົ້າຜູ້ພອຍພາກບ້ານ..............ຖານຖິ່ນພູມລຳເນົາ

ເຂົ້າມາໃນເມືອງຫຼວງ...............ສູ່ວຽງນະຄອນກວ້າງ

ວຽງຈັນລືກຽມກ້ອງ...............ນະຄອນຫຼວງເມືອງໃຫຍ່

ໄຟແສງສີຮຸ່ງເຫຼື້ອມ.................ໃສແຈ້ງທົ່ວແດນ

 

ເຈົ້າຜູ້ໄກຈາກແຄວ້ນ...............ເຂດທົ່ງນາດອນ...ພຸ້ນນາ

ຫວັງເພື່ອມາສຶກສາ................ຊອກວິຊາຄວາມຮູ້

ພໍ່ແມ່ຊູໜູນຍູ້........................ຫາເງິນຝາກສົ່ງ

ຈຸດປະສົງເພິ່ນຕັ້ງ..................ຫວັງໄດ້ເພີ່ງພາ...ລູກແລ້ວ

 

ໃຫ້ສົມໄກຫ່າງບ້ານ...............ຈາກພໍ່ແມ່ມາສຶກສາ...ແດ່ເນີ

ມາເພື່ອຫາວິຊາ.....................ຮ່ຳຮຽນຂຽນແຕ້ມ

ບໍ່ແມ່ນມາແກມຫຼີ້ນ................ເສຍເວລາດາຍເປົ່າ

ໂປດສົງສານພໍ່ແມ່ເຈົ້າ.............ຫາເງິນໃຫ້ສົ່ງມາ.

 

ຢ່າເພີນນຳຫ່ວງຫຼີ້ນ...............ສຸລາດື່ມມືນເມົາ

ກິນເຫຼົາເບຍເຮຮາ..................ທ່ຽວເດິກນອນຊ້າ

ເລື່ອງສືກສາປະຖິ້ມ................ປະການຮຽນບໍ່ຄິດໃສ່

ເງິນທອງຈົກຈ່າຍໃຊ້...............ເສຍລ້າເປົ່າດາຍ.

 

ໃຫ້ເຈົ້າພຽນຊອກຄົ້ນ............ດຸໝັ່ນທາງສຶກສາ

ສົມວ່າມາຫາຮຽນ................ຈາກລາໄກບ້ານ

ໃຫ້ຄິດຫາຄົນນັ້ນ.................ຄອນກະບຸງຫາບກະຕ່າ

ຫາເງິນມາສົ່ງເຈົ້າ..................ແສນຫຍຸ້ງເພິ້ນກໍ່ທົນ...ເຈົ້າເອີຍ

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂ້າພະເຈົ້າໄດ້ອ່ານໜັງສືພິມວຽງຈັນໃໝ່ ຕອນເຊົ້ານີ້ ມີຄຳກອນບົດໜື່ງ ເຊີ່ງເປັນກອນຊ້ອນເລັບ ແລະມີເນື້ອໃນດີຫຼາຍເລີຍເອົາມາຂຽນລົງໄດອາຣີ. ແຕ່ກໍ່ຕ້ອງຂໍອະນຸຍາດທຳທ່ານຜູ້ແຕ່ງກອນບົດນີ້.

ກອນບົດນີ້ເພີ່ນໃສ່ຊື່ວ່າ: ວັນເກີດຂອງລູກຄືວັນເກືອບຕາຍຂອງແມ່ ແລະ ເປັນວັນທີ່ພໍ່ເມື່ອຍທີ່ສຸດໃນມື້ນັ້ນ (ມອບແດ່ນັກຮຽນ ນັກສືກສາ ທີກຳລັງຮຽນໃນສົກຮຽນໃໝ໋ ທຸກໆຄົນທີ່ນິຍົມຈັດວັນເກີດ)

ໂດຍ: ດຣ. ຄຳພັນ ແກ້ວຄູນເມືອງ

ວັນ ເກີດລູກມື້ນີ້.....................ເປັນວັນສື່ຄວາມໝາຍ

ເກີດ ວັນເດືອນປີໃດ................ພໍ່ແມ່ຈຳໃຈມ້ຽນ

ຂອງ ສຳຄັນໃນວັນນັ້ນ............ກຸມມານມາເກີດ

ລູກ ເກີດມາເພື່ອໃຫ້ດີໃຈແທ້.....ເປັນພົງເຊື້ອສືບຕະກຸນ

ຄື ມື້ເກີດລູກນັ້ນ......................ແມ່ເຈັບປວດເຫຼືອຫຼາຍ

ວັນ ນັ້ນເກືອບຈະມໍລະນາຕາຍ..ຍ້ອນເມື່ອຍຫຼາຍເຫຼືອລົ້ນ

ເກືອບ ວ່າພໍ່ ໃນວັນນັ້ນ............ຄືເປັນວັນຫຍຸ້ງຍິ່ງໃຫຍ່

ຕາຍ ແລ້ວ ! ເງິນບໍ່ຈັບຈ່າຍໃຊ້..ຈຳເປັນໄດ້ ຊອກຢືມ

ຂອງ ຈຳເປັນກ່ຽວຂ້ອງ...........ຄືຊື້ເຄື່ອງຫຼາຍແນວ

ແມ່ ພໍ່ ບໍ່ມີເງິນ........................ແຕ່ຈຳເປັນຫາມາໄດ້

ແລະ ດີໃຈສຸດເຫຼືອລົ້ນ.............ລູກເກີດມາລ້ຽງຈົນໃຫຍ່

ເປັນ ທຸກຢ່າງໃຫ້ລູກໄດ້...........ເພື່ອຮຽນຮູ້ໃສ່ຕົນ

ວັນເກີດລູກມື້ນີ້......................ໃຫ້ສ້າງສິ່ງແນວດີ

ທີ່ ພໍ່ແມ່ແສນພູມໃຈ................ໃຫ້ລູກຮຽນໄກກ້າວ

ພໍ່ ແມ່ຈຸດປະສົງແທ້................ຢາກເຫັນບຸດຄືລູກໝູ່

ເມື່ອຍ ເທົ່າໃດພໍ່ແມ່ສູ້..............ຂໍພຽງລູກເປັນຄົນດີ

ທີ່ ໃດມີຄວາມກ້າວໜ້າ............ໃຫ້ສືບຕໍ່ຂານອາສາ ເນີລູກ

ສຸດຫົວໃຈຝັນຫາ....................ປາດຖະໜາເອົາໄວ້

ໃນເວລາວັນນີ້........................ຄົນດີຄິດກ່ອນ

ມື້ ນີ້ຕາມຄອງປະເພນີ້............ໃຫ້ທຳບຸນຕື່ນແຕ່ເຊົ້າ

ນັ້ນ ເພື່ອລຸກໜື້ງເຂົ້າ..............ໄປຕັກບາດຢາດນ້ຳ ສະຫຼອງວັນເກີດ ສິ່ງຄວນທຳເດີລູກເດີ

 

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2011 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ອ່ານໜັງສືພິມວຽງຈັນໃຫມ່ ສະບັບວັນທີ 31/10/2011  ອ່ານແລ້ວໜ້າສົນໃຈເລີຍເອົາມາຝາກ

                                                        

                                                            ຫ່ວງນາງ

                                                                                ໂດຍ: ວັນວິສາ

@ ນາງເອີຍ ພໍອາຍຸ 17-18 ປີໄດ້               ຊາຍຫຸ້ມຫໍ່ເຊີຍຊົມ ສະອອນເດ    

ໃຜກໍ່ຫຼຽວຕາແນມ                                 ແຂ່ງຂັນຈາຕ້ານ

ປຽບໝາກບານເຂົາຫຼີ້ນ                           ບັສເກັດບານເຂົາຍາດໄລ່

ໃຜກໍ່ຊຸກເຊື່ອງໄວ້                                  ຄອງບານໄວ້ ບໍ່ຢາກວາງ ວ່ານາ

@  ພໍອາຍຸຂວບເຂົ້າ                               ຫຼັກ 3-4 ພັດກົງກັນ ແລ້ວນໍ

ບໍ່ຢາກພັນລະນາຄວາມ                            ລູກປິ້ງປ່ອງຂາວເຂົາອ້າງ

ເຫັນລູກມາເຂົາຕຽມໄວ້                            ຕີກັບໄປໃຫ້ໜີຫ່າງ

ເຈົ້າຕີມາຂ້ອຍຕ່າວຕ້ານ                            ຕັນໄວ້ສູ່ເຍື່ອງລາຍ

@ ກາຍຫຼັກ 4 ເຂົ້າ 5                              ບໍ່ເປັນທ່າຊາຍໝາງເມີນ

ພໍແຕ່ເດີນມາຄຽງ                                   ເຂົາຫຼີກແລຫຼົບຊ້າຍ

ປຽບລູກກອບສະໜາມຫຍ້າ                      ໃຫ້ໄກຕາເຂົາຕີສົ່ງ ໄປແລ້ວ

ຕີຂ້າມດົງຂ້າມທົ່ງ ໄກເທົ່າໃດເຂົາຍິ່ງຍິ້ມ         ລົງຫຼຸມໄດ້ຍິ່ງດີ

@ ເຫດນີ້ ພີ່ຈິ່ງເຕືອນໃຈນ້ອງ                     ຜູ້ວາດຄ່ອງງາມຂຳ ຟັງເດີ

ຢ່າໃຈດຳແລຊາຍ                                    ເລືອກຫຼາຍຜູ້ໝາຍໄວ້

ເກີນກາຍໄວໃຜຊິຕ້ອນ                             ໃຜຊິຊອນຊ້ອນໄລ່ ນາງນໍ

ຕັດສີນໃຈເຊົາເລືອກຫຼາຍເຖີດນ້ອງ               ອ້າຍຂໍຮ້ອງເພາະຫ່ວງນາງ

@ ໂທດເດີ ບໍ່ແມ່ນຊາຍໝາຍເວົ້າ                 ລົບລູ່ນາມຍິງເດນໍ

ສິດຊື່ສຽງນາມເທີດທູນ                             ທຽບຊາຍສະເໝີດ້າມ

ຖ້າວ່າ ມີຄູ່ຄຽງຄອງຊ້ອນ                          ເຈັບເປັນມາມີຜູ້ລ່ຳ ນາງເອີຍ

ສອງສະໝອງ ສອງແນວຄິດຊ່ວຍຄ້ຳ             ສ້າງສອງເຈົ້າຮຸ່ງຈະເລີນ ແທ້ນາ.

 

ຢູ່ໜັງສືພິມ ບໍ່ມີຮູບນີ້ເດີ                                                         

ອາຍຸ 17-18                                                                                                                   

           

  

ອາຍຸ   70-80                                                                    

     

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

·       ນັ່ງຢູ່ຫ້ອງ....ຄົນດຽວ....ປ່ຽວ​ອຸລາ

ຊອກປາກກາ....ພ້ອມດ້ວຍເຈ້ຍ....ແຜ່ນສີຂາວ

​ເອົາມາຂຽນ....ບັນຍາຍລົງ....ເປັນເລື່ອງລາວ

ຄິດເຖິງສາວ....ເລີຍຂຽນອອກ....ເປັນຄຳກອນ

·       ກອນບົດນີ້....ຂຽນອອກ....ຈາກຫົວໃຈ   

ຝາກເອົາໄວ້....ໃນຊຸມຊົນ....ຄົນພັນລາວ

ເປັນແນວໃດ....ຜິດຫຼືຖືກ....ຈົ່ງບອກຂ່າວ

ຂໍຮັບເອົາ....ຄຳຕິຊົມ....ຈາກພວກທ່ານ

·       ຄິດເຖິງເດ....ຄິດເຖິງ....ນາງນາດນ້ອງ

ຜູ້ແກ້ມບ່ອງ....ຜ່ອງໃສ....ໃນແວວຕາ

ວັນແລະຄືນ....ຄອຍເຝົ້າ....ຄອຍຫ່ວງຫາ

ຜູ້ໂສພາ....ໜ້າຮັກ....ໜ້າຈັບຈອງ

·       ຄິດເຖິງເດ....ຄິດເຖິງ....ສາວພັນລາວ

ຜູ້ແກ້ມຂາວ....ໜ້າໃສ....ສາວຄົນນັ້ນ

ຄິດເຖິງເຈົ້າ....ຫຼາຍໆ....ໃຈຈົນຫວັ່ນ

ແຕ່ລະວັນ....ຄອຍສົ່ງຫາ....ທາງຫຼັງໄມ

·       ບໍ່ໄດ້ສົ່ງ....ວັນໃດ....ໃຈແທບຂາດ

ຈົນບໍ່ອາດ....ຈະນອນ....ຫຼັບຕາໄດ້

ຊື່ຂອງເຈົ້າ....ຕິດຢູ່....ມະໂນໃນ

ຢູ່ໃນໃຈ....ທັງສີ່ຫ້ອງ....ມີພຽງນາງ

·       ເຖິງແມ່ນວ່າ....ເຈົ້ານັ້ນ....ບໍ່ເຄີຍຄິດ

ທີ່ຈະຮັກ....ກັບມາ....ຫາຂ້ອຍແດ່

ໃຜຈະວ່າ....ຮັກຂ້າງດຽວ....ຂ້ອຍບໍ່ແຄ

ຂໍພຽງແຕ່....ຂ້ອຍໄດ້ບອກ....ວ່າຮັກເຈົ້າ

·       ຂໍຂອບໃຈ....ຫຼາຍໆ....ມາຍັງທ່ານ

ທັງທິມງານ....ພັນລາວ....ດໍດອດຄອມ

ເຮັດໃຫ້ຂ້ອຍ....ມາພົບສາວ....ງາມ​ພຽບພ້ອມ

ຂໍປະນອມ....ຍົກ​ມື​ກາບ....ວ່າຂອບໃຈ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ວັນນີ້ຄື         ທີແປດ     ຂອງເດືອນສາມ

ງາມສະຫງ່າ ຜ່າເຜີຍ     ວັນແມ່ຍິງ

ທົ່ວໂລກາ     ຍອມຮັບ    ຈາກໃຈຈິງ

ພອນທຸກສິ່ງ ທີ່ລ້ຳເລີດ  ເກີດແດ່ທ່ານ

 

ຮຽມຂໍນ້ອມ   ດ້ວຍໃຈ   ບໍລິສຸດ

ມີທູບທຽນ    ພ້ອມດ້ວຍ ດວງມາລາ

ຂໍເທີດທູນ    ບຸນທ່ານ     ໄຫວ້ບູຊາ

ແປດມິນາ    ຈະຂໍຈຳ      ຕະຫຼອດໄປ

 

ຂໍອວຍພອນ   ມາຍັງ        ທ່ານຊາຕຣີ

ຄວາມສຸຂີ      ສະບາຍໃຈ     ພ້ອມດ້ວຍກາຍ

ຄວາມເສົ້າໝອງ  ພ້ອມພະຍາດ  ຂໍຈົ່ງຫາຍ

ສ່ວນໂຣກໄພ  ສິ່ງບໍ່ດີ   ໜີໄກຫ່າງ

 

ອາຍຸທ່ານ     ຢູ່ໄດ້     ຫລາຍພັນສາ

ສ່ວນວັນນະ  ຂໍໃຫ້    ງາມຜ່ອງໃສ

ສຸຂະນັນ      ຈົ່ງໄດ້   ມີເຫຼືອຫຼາຍ

ພາລະໄມ    ສົມບູນ  ພູນເປັນສຸກ