ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2011 | ມີ 22 ຄຳເຫັນ ແລະ 0 trackback(s)

   

ຂ້າພະເຈົ້າອ່ານໜັງສືພິມຕອນເຊົ້ານີ້ (11/10/11)  ເຫັນ ແຈ້ງການຂອງ ກະຊວງໄປສະນີ, ຄົມມະນາຄົມ ແລະ ການສື່ສານ   ເລີ່ມແຕ່ວັນທີ 01/11/2011 ເປັນຕົ້ນໄປ ເບີໂທລະສັບເຕີມເງິນທຸກເບີ ຕ້ອງໄດ້ລົງທະບຽນ  ໝາຍຄວາມວ່າ ຖ້າຈະຊື້ເບີໃໝ່ ແມ່ນຕ້ອງມີບັດປັດປະຊາຊົນ, ປື້ມສຳມະໂນຄົວ ຫຼືໜັງສືຜ່ານແດນ(ຄົນຕ່າງປະເທດ) ໄປຢັ້ງຢືນຈິ່ງຈະຊື້ໄດ້. ສຳລັບເບີເກົາແມ່ນຕ້ອງໄດ້ເຂົ້າໄປລົງທະບຽນ

ໜັງສືພິມ ປະຊາຊົນ ສະບັບວັນທີ 11/10/2011 ໜ້າ 10

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າຄິດວ່າ ຍັງມີຫຼາຍໆທ່ານທີ່ໃຊ້ພາສາລາວຍັງບໍ່ຖືກໂດຍສະເພາະແມ່ນການນຳໃຊ້ສຣະໄອໄມ້ມ້ວນ (ໃx) ດັ່ງນັ້ນ ຂ້າພະເຈົ້າພໍທີ່ຈະສະຫຼຸບມາໄດ້ດັ່ງນີ້

1.  ໃກ້:  ບ້ານໃກ້ເຮືອນຄຽງ, ຢູ່ໃກ້ໆ..........

2.  ຫົວສີໃຄ

3.  ​ໃຄ່: ຂາຂ້ອຍໃຄ່ຍ້ອນຕົກຫຼຸມຮັກເຈົ້າ ອິອິອິອິ

4.  ​ໃຈ: ຫົວໃຈ, ຢູ່ທີ່ໃຈ..........

5.  ໃສ: ນ້ຳໃສໆ (ນ້ຳບໍ່ຂຸ່ນ)

6.  ໃສ່: ເອົາໃຈໃສ່.....

7.  ໃຊ້: ນຳໃຊ້ໃຫ້ເກີດປະໂຫຍດ, ຊົດໃຊ້ຄືນ......

8.  ໃດ: ອັນໃດ, ຢູ່ທີ່ໃດ.............

9.  ໃຕ: ໃຕໄກ່. ໃຕຄົນ.........

10.                    ​ໃຕ້: ບ້ານໃຕ້, ພາກໃຕ້..... ## ໄຕ້ໄຟ

11.                    ໃນ: ໃນບ້ານ, ຢູ່ຂ້າງໃນ..... ## ໝາໄນ

12.                    ​ໃບ: ໃບໄມ້, ໃບປະກາດ..........

13.                    ​ໃຜ: ແມ່ນໃຜ, ໃຜມາ.....

14.                    ​ໃພ້: ເອື້ອຍໃພ້, ລູກໃພ້......... ## ຫຼີ້ນໄພ້

15.                    ​ໃຫ້: ເອົາໃຫ້............. ## ຮ້ອງໄຫ້

16.                    ​ໃຮ່: ໃຮ່ນາ, ນາທົ່ງໜື່ງມີຫຼາຍໃຮ່......## ຖາງປ່າເຮັດໄຮ່

17.                    ໃຫຍ່: ບ້ານໃຫຍ່, ຜູ້ໃຫຍ່.....

18.                    ໃໝ່: ຄອມພິວເຕີໃໝ່, ແຟນໃໝ່

 

ຂ້າພະເຈົ້າຮູ້ກໍ່ມີເທົ່ານີ້ລະ ແຕ່ຢູ່ໃນ ບ່ອນນີ້

https://groups.google.com/group/soc.culture.laos/browse_thread/thread/00a3617fef9ea3c1?fwc=2&hl=cs

ຍັງມີ  ໃຊ່, ໃພ, ໃຍ, ໃຈ້, ໃບ້ ແຕ່ຂ້າພະເຈົ້າບໍ່ຮູ້ຄວາມໝາຍ ແລະ ກົງກັນຂ້າມ ໃນເວບໄຊນີ້ ກໍ່ບໍ່ມີ ໃຕ, ໃນ ຄືກັນ

ດັ້ງນັ້ນ ຖ້າເພື່ອນໆຮູ້ຄວາມໝາຍແລ້ວຊ່ວຍບອກແດ່ເດີ