ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ວັນນີ້ຄື         ທີແປດ     ຂອງເດືອນສາມ

ງາມສະຫງ່າ ຜ່າເຜີຍ     ວັນແມ່ຍິງ

ທົ່ວໂລກາ     ຍອມຮັບ    ຈາກໃຈຈິງ

ພອນທຸກສິ່ງ ທີ່ລ້ຳເລີດ  ເກີດແດ່ທ່ານ

 

ຮຽມຂໍນ້ອມ   ດ້ວຍໃຈ   ບໍລິສຸດ

ມີທູບທຽນ    ພ້ອມດ້ວຍ ດວງມາລາ

ຂໍເທີດທູນ    ບຸນທ່ານ     ໄຫວ້ບູຊາ

ແປດມິນາ    ຈະຂໍຈຳ      ຕະຫຼອດໄປ

 

ຂໍອວຍພອນ   ມາຍັງ        ທ່ານຊາຕຣີ

ຄວາມສຸຂີ      ສະບາຍໃຈ     ພ້ອມດ້ວຍກາຍ

ຄວາມເສົ້າໝອງ  ພ້ອມພະຍາດ  ຂໍຈົ່ງຫາຍ

ສ່ວນໂຣກໄພ  ສິ່ງບໍ່ດີ   ໜີໄກຫ່າງ

 

ອາຍຸທ່ານ     ຢູ່ໄດ້     ຫລາຍພັນສາ

ສ່ວນວັນນະ  ຂໍໃຫ້    ງາມຜ່ອງໃສ

ສຸຂະນັນ      ຈົ່ງໄດ້   ມີເຫຼືອຫຼາຍ

ພາລະໄມ    ສົມບູນ  ພູນເປັນສຸກ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

​ແມ່​ເປັນ​ພາລະ​ໃຫ້​ແກ່​ລູກ​ທຸກ​ຄົນ​ມາ​ຕັ້ງ​ແຕ່​ເກີດ, ນັ້ນ​ແມ່ນ​ຄວາມ​ຈິງ​ທີ່​ບໍ່​ອາດ​ຈະ​ປະຕິ​ເສດ​ໄດ້. ທ່ານ​ລອງ​ຄິດ​ເບິ່ງ ຕັ້ງ​ແຕ່​ເຮົາ​ເກີດ​ມາ​ຍັງ​ບໍ່​ທັນ​ເຄີຍ​ເຫັນ​ກັນ​ມາ​ກ່ອນ. ຢູ່ດີໆ ຜູ້ຍິງ​ຄົນ​ນີ້​ກໍ່​ມາກ​ອດ, ​ໂອບ, ອູ້ມ ຖືກ​ເນື້ອ​ຕ້ອງ​ຕົວ​ເຮົາ. ​ເຖິງ​ແມ່ນ​ວ່າ​ເຮົາ​ຍັງ​ເວົ້າ​ບໍ່​ທັນ​​ເປັນ​ ​ແຕ່​ເຮົາ​ຊ້ຳພັດ​ຮ້ອງ​ໃຫ້ ​ເໝືອນ​ກັບ​ວ່າ​ເຮົາຂັບ​ໄລ່​ບໍ່​ຢາກ​ຢູ່​ກັບ​ຜູ້ຍິງ​ຄົນ​ນັ້ນ ​ແຕ່​ກົງ​ງກັນ​ຂ້າມ ຍິງ​ຄົນ​ນັ້ນ​ຊ້ຳພັດ​ພະຍາຍາມ​ປອມ​ໂຍນ ​ເກື້ອ​ກ່ອມ ສາລະພັດ ​ເຮົາ​ເລີຍ​ຈຳ​ຕ້ອງ​ໄດ້​ຢຸດ​ຮ້ອງ​ໃຫ້ ຍອມດູດ​ນົມ​ຍິງ​ຄົນ​ນັ້ນອີກ, ​ເມື່ອ​ເຮົາ​ຖ່າຍໜັກ ຫຼື ຖ່າຍ​ເບົາ ຍິງ​ຄົນ​ນີ້​ກໍ່​ລ້າງ​ທຳ​ຄວາມ​ສະອາດ​ໃຫ້ ​ໂດຍ​ບໍ່​ຄິດ​ທີ່​ຈະ​ລັງ​ກຽດ​ເລີຍ.... ພໍ​ເຮົາ​ເລີ່​ມຮຽນຍ່າງ​ໄດ້ພຽງ​ເຕາະໆ​ແຕະໆ ຈະ​ເດີນ​ໄປ​ໃສ​ຕໍ່​ໃສ ຜູ້ຍິງ​ຄົນ​ນັ້ນ​ກໍ່​ຍັງ​ຄອຍ​ເອີ້ນ​ຫາ​ເຮົາ​ແບບ​ນັ້ນ​ແຫຼະ.

” ມາ​ລູກ​ມານີ້ ມາ​ນີ້​ມາ ອີກ​ໜ້ອຍ​ໜື່ງ ອີກ​ກ້າວ​ດຽວ ”

ບໍ່​ຮູ້​ວ່າ​ຊິ​ເອີ້ນ​​ເຮັດ​ຫຍັງ​ກະດັດ​ກະດໍ້. ສ່ວນ​ເຮົາ​ກໍ່​ຍ່າງ​ລົ້ມລຸກຄຸກຄານ. ​​​ແລະ​ ຈະຕ້ອງ​ໄດ້ຍ່າງ​ໄປ​​ເຖິງ​ເພື່ອໃຫ້​ຍິງ​ຄົນ​ນັ້ນ​ກອດ​ອີກ....... ພໍ​ເຮົາ​ໃຫຍ່​ຂຶ້ນ​ມາ​ໜ້ອນ​ໜື່ງ ​ເລີ່​ມກິນ​ອາຫານ​ໄດ້ ກໍ່​ເອົາ​ຫຍັງ​ຕໍ່​ຫຍັງ​ມາຫຍ້ຳ, ຕຳ​ ຫຼືບົດ ເພື່ອ​ເຮັດ​ໃຫ້​ມຸ່ນ​ແລ້ວ​ກໍ່​ເອົາ​ໃຫ້​ກິນ. ສ່ວນ​ເຮົາ​ບໍ່​ກິນ​ກໍ່​ບໍ່​ໄດ້ ຢ້ານ​ເຂົາ​ນ້ອຍ​ໃຈ ກໍ່​ຈຳ​ໃຈ​ກິນ ທຳທ່າ​ຫຍ້ຳ​ໄປ​ຈັ່ງ​ຊັ້ນ​ແຫຼະ ​ເມື່ອ​ເຫັນ​ເຮົາ​ກິນ ​ເພິ່ນ​ກໍ່​ຍິ້ມ​ຢ່າງ​ພູມ​ໃຈ, ຄົງ​ຄິດ​ວ່າ​ເຮົາ​ກິນ​ອາການ​ນັ້ນ​ແຊບຈັ້ງ​ຊັ້ນ​ແຫຼະ ພໍ​​ເຫັນເຮົາ​ທຳທ່າ​ບໍ່​ຢາກກິນ, ກໍ່​ອ້ອນວອນ​ເຮົາ ” ລູກ​ກິນ​ອີກ ອາຫານ​ແຊບໆ ກິນ​ອີກ ” ສ່ວນ​ເຮົາ​ໄດ້​ແຕ່​ຄິດ​ວ່າ ຖ້າ​ແຊບ​ຄື​ບໍ່​ກິນ​ເອງ​ຊະ... .. ພໍ​ເຮົາ​ເວົ້າ​ຈາ​ໄດ້ພໍ​ຮູ້​ເລື່ອງ ກໍ່​ຂັບ​ໄລ່​ໃສ່​ສົ່ງ​ເຮົາ​ໃຫ້​ໄປ​ເຂົ້າ​ໂຮງຮຽນ ບໍ່​ໄປ​ກໍ່​ບໍ່​ໄດ້. ບາງ​ເທື່ອ​ຍັງ​ດ່າ, ຕີ​ເຮົາ​ອີກ. ຈັກ​ແມ່ນ​ຫຍັງ ​ເອົາ​ເຮົາ​ໄປ​ຫັດ​ຂຽນ​ຫັດ​ອ່ານ. ລອງ​ຄິດ​ເບິ່ງວ່າ ອາທິດ​ໜື່ງຕ້ອງ​ໄດ້​ໄປ​ໂຮງຮຽນ​ຕັ້ງຫ້າ​ວັນ ມັນ​ເປັນ​ພາລະ​ຂອງ​ເຮົາ​ພຽງ​ໃດ ​ແຕ່​ພໍ​ເວລາ​ເຮົາ​ຈະ​ເບິ່ງ​ທໍລະ​ທັດ (ໜັງ​ກາ​ຕູນ​ມ່ວນໆ) ນອນ​ເດິກ​ຈັກ​ໜ້ອຍ​ກໍ່​ບໍ່​ໄດ້. ລອງ​ຄິດຢ້ອນ​ກັບ​ເບິ່ງວ່າ ​ແມ່ນ​ໃຜ​ທີ່​ຈູງ​ແຂນ​ເຮົາ​ໃຫ້​ເຂົ້າ​ໄປ​ນອນ​ນຳ ທັ້ງໆ​ທີ່​ໂຕ​ເອງ​ງ້ວງ​ນອນ ​ໄປ​ນອນ​ກ່ອນ​ກໍ່​ບໍ່​ໄດ້ ຕ້ອງ​ບັງຄັບ​ໃຫ້​ເຮົາ​ໄປ​ນອນ​ນຳ.

      ວັນ​ເວລາ​ຜ່ານ​ໄປ ​ເຮົາ​ກໍ່​ໃຫຍ່​ຂຶ້ນ ​​ເລີ່​ມຮູ້ຈັກ​ແຕ່ງ​ຕົວ​, ​ໃສ່​ເຄື່ອງ​ແບບ​ນັ້ນ​ງາມ, ລຸ້ນນີ້​ທັນ​ສະ​ໄໝ ຕັດ​ຜົມ​ຊົງ​ນັ້ນ​ຊົງ​ນີ້ ສິ່ງ​ເຫຼົ່າ​ນີ້​ເຮົາ​ເຮັດ​ໄດ້​ຕາມ​ໃຈ​ບໍ່ ? ​ແລ້ວ​ແມ່ນ​ໃຜ​ທີ່​ເປັນ​ຄົນ​ຂັດຂວາງ ຖ້າ​ບໍ່​ແມ່ນ​ແມ່. ​ແມ່ຍັງ​ສັ່ງ​ເຮົາ​ທຳ​ຕົວ​ແບບນັ້ນ​ແບບ​ນີ້​ໃຫ້​ເໝືອນ​ກັບ​​ໃຈ​ຕົນ​ເອງ​ທີ່​ຕ້ອງການ. ພໍ​ເມື່ອ​ເຮົາ​ໄດ້​ຍ້າຍ​ຈາກ​ແມ່​ເພື່ອເຂົ້າ​ມາຮຽນ​ທີ່​ມະຫາວິທະຍາ​ໄລ, ​ແມ່​ກໍ່​ຍັງ​ບອກ​ແລ້ວ​ບອກ​ອີກ ຢ້ານ​ລູກ​ຕິດ​ໝູ່​ທີ່​ບໍ່​ດີ, ຢ້ານ​ລູກ​ກະທຳ​ຕົວ​ເປັນ​ຄົນ​ເສ​ເພ. ຕະຫຼອດ​ໄລຍະ​ທີ່​ຮຽນ​ມະຫາວິທະຍາ​ໄລ ​ແມ່​ຍັງ​ຍອມ​ຕັ້ງໜ້າ​ຕັ້ງ​ຕາ​ເຮັດ​ວຽກ​ໂດຍ​ບໍ່​ຮູ້​ເມື່ອຍ ​ເພື່ອ​ຫາ​ເງິນ​ສົ່ງ​ມາ​ໃຫ້​ລູກ. ຫຼັງ​ຈາກ​ຈົບ​ການ​ສຶກສາ ​ແລະ ​ໄດ້​ເຮັດ​ວຽກ ​ແມ່​ກໍ່​ຍັງ​ບໍ່​ເລີກລາ​ທີ່​ຈະ​ບອກສອນລູກ​ແບບ​ນັ້ນ​ແບບນີ້. ຖ້າ​ເວົ້າ​ເລື່ອງ​ຄູ່​ຄອງ ​ແມ່​ກໍ່​ບອກ​ວ່າ​ຄົນ​ນັ້ນ​ດີ​ຈັ່ງ​ຊັ້ນ ຄົນ​ນີ້​ບໍ່​ດີ​ຈັ່ງ​ຊີ້ ​ໃນ​ທີ່​ສຸດ​ເຮົາ​ກໍ່​ຕ້ອງ​ໄດ້​ຕັດສີນ​ໃຈ. ພໍ​ແຕ​ເຮົາ​ມີ​ລູກ, ​ແມ່ນ​ກໍ່​ຍັງ​ດັນ​ມາ​ເປັນ​ພາລະ​ໃຫ້​ກັບລູກ​ເຮົາ​ອີກ ​ແລະ ຍັງ​ອ້າງ​ວ່າ​ພໍ່​ແມ່​ສະ​ໄໝ​ນີ້​ເອົາ​ລູກ​ບໍ່​ເປັນ​ເໝືອນ​ສະ​ໄໝ​ກ່ອນ. ​​ເມື່ອເຮົາ​ມີ​ລູກ​ທີ່​ເປັນ​ພາລະ, ​ເຮົາຮັກ​ລູກ ​ເຮົາ​ບອກສອນ​ລູກ ທຸກ​ຄຳ​ເວົ້າ​ທີ່​ເຮົາ​ເວົ້າ​ອອກ​ໄປ ​ເໝືອນ​ກັບ​ຄຳ​ເວົ້າ​ຂອງ​ແມ່​ທີ່​ສັ່ງສອນ​ເຮົາ​ຕອນ​ຍັງ​ນ້ອຍ  ຕອນ​ນີ້​ເຮົາ​ນຶກ​ໄດ້​ວ່າ​ຕັ້ງ​ແຕ່​ເຮົາ​ເກີດ​ມາ ​ແມ່ຄື​ຜູ້​ທີ່​ມີ​ພາລະ​ໜັກ​ສຳລັບ​ເຮົາ ​ເພີ່ນ​ເຮັດ​ທຸກ​ສິງ​ຢ່າງ​ແມ່ນ​​ເຮັດ​ສຳລັບ​ເຮົາ ​ເພື່ອ​ຈະ​ໃຫ້​ເຮົາ​ເປັນ​ຄົນ​ດີ​ຢູ່​ໃນ​ສັງຄົມ

      ​ແມ່​ຄື​ຜູ້​ທີ່​ມີ​ພະ​ຄຸນ​ສຳລັບ​ເຮົາ, ​​ເຮົາ​ມີ​ທຸກ​ວັນ​ນີ້​ກໍ່ຍ້ອນ​ແມ່ ​ແລ້ວກົງກັນຂ້າມ ​ເຮົາ​ເດ​ເຮັດ​ຫຍັງ​ແລ້ວ​ເພື່ອ​ແມ່. ​ແຕ່​ແມ່​ກໍ່​ບໍ່​ໄດ້​ຫວັງ​ຫຍັງ​ຫຼາຍ​ດອກ ພຽງ​ແຕ່​ຢາກ​ເຫັນ​ລູກ​ເປັນ​ຄົນ​ດີ​ກໍ່​ພໍ​ໃຈ. ດັ່ງ​ນັ້ນ ລູກ​ທຸກ​ຄົນ​ຄວນ​ຈະ​ໃຫ້​ແມ່​ໄດ້​ໃນ​ສິ່ງ​ນີ້ ນັ້ນ​ກໍ່​ຄື ກ່ອນ​ຈະ​ເຮັດ ຫຼື ກະທຳ​ສິ່ງ​​ໃດ​ໜື່ງ ຄວນ​ນຶກ​ເຖິງ​ແມ່​ແດ່ ວັນ​ທີ່ 8 ມິ​ນາ ຂອງ​ທຸກ​ປີ ລູກໆ​ທັງຫຼາຍຖ້າ​ມີ​ໂອກາດ​ກໍ່​ຄວນ​ຈະ​ກັບ​ໄປ​ຫາ​ແມ່ ຫຼື ​ບໍ່​ໄດ້​ຢກັບ​​ກໍ່​ຄວນ​ໂທລະສັບ​ຫາ​ແມ່​ແດ່ ຢ່າ​ງໜ້ອຍ​​ແມ່​ກໍ່​ຍັງ​ຄິດ​ວ່າ ລູກ​ເຮົາ​ກໍ່​ຍັງ​ຄິດ​ຮອດ​ແມ່