ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂ້າພະເຈົ້າໄດ້ອ່ານໜັງສືພິມວຽງຈັນໃໝ່ ຕອນເຊົ້ານີ້ ມີຄຳກອນບົດໜື່ງ ເຊີ່ງເປັນກອນຊ້ອນເລັບ ແລະມີເນື້ອໃນດີຫຼາຍເລີຍເອົາມາຂຽນລົງໄດອາຣີ. ແຕ່ກໍ່ຕ້ອງຂໍອະນຸຍາດທຳທ່ານຜູ້ແຕ່ງກອນບົດນີ້.

ກອນບົດນີ້ເພີ່ນໃສ່ຊື່ວ່າ: ວັນເກີດຂອງລູກຄືວັນເກືອບຕາຍຂອງແມ່ ແລະ ເປັນວັນທີ່ພໍ່ເມື່ອຍທີ່ສຸດໃນມື້ນັ້ນ (ມອບແດ່ນັກຮຽນ ນັກສືກສາ ທີກຳລັງຮຽນໃນສົກຮຽນໃໝ໋ ທຸກໆຄົນທີ່ນິຍົມຈັດວັນເກີດ)

ໂດຍ: ດຣ. ຄຳພັນ ແກ້ວຄູນເມືອງ

ວັນ ເກີດລູກມື້ນີ້.....................ເປັນວັນສື່ຄວາມໝາຍ

ເກີດ ວັນເດືອນປີໃດ................ພໍ່ແມ່ຈຳໃຈມ້ຽນ

ຂອງ ສຳຄັນໃນວັນນັ້ນ............ກຸມມານມາເກີດ

ລູກ ເກີດມາເພື່ອໃຫ້ດີໃຈແທ້.....ເປັນພົງເຊື້ອສືບຕະກຸນ

ຄື ມື້ເກີດລູກນັ້ນ......................ແມ່ເຈັບປວດເຫຼືອຫຼາຍ

ວັນ ນັ້ນເກືອບຈະມໍລະນາຕາຍ..ຍ້ອນເມື່ອຍຫຼາຍເຫຼືອລົ້ນ

ເກືອບ ວ່າພໍ່ ໃນວັນນັ້ນ............ຄືເປັນວັນຫຍຸ້ງຍິ່ງໃຫຍ່

ຕາຍ ແລ້ວ ! ເງິນບໍ່ຈັບຈ່າຍໃຊ້..ຈຳເປັນໄດ້ ຊອກຢືມ

ຂອງ ຈຳເປັນກ່ຽວຂ້ອງ...........ຄືຊື້ເຄື່ອງຫຼາຍແນວ

ແມ່ ພໍ່ ບໍ່ມີເງິນ........................ແຕ່ຈຳເປັນຫາມາໄດ້

ແລະ ດີໃຈສຸດເຫຼືອລົ້ນ.............ລູກເກີດມາລ້ຽງຈົນໃຫຍ່

ເປັນ ທຸກຢ່າງໃຫ້ລູກໄດ້...........ເພື່ອຮຽນຮູ້ໃສ່ຕົນ

ວັນເກີດລູກມື້ນີ້......................ໃຫ້ສ້າງສິ່ງແນວດີ

ທີ່ ພໍ່ແມ່ແສນພູມໃຈ................ໃຫ້ລູກຮຽນໄກກ້າວ

ພໍ່ ແມ່ຈຸດປະສົງແທ້................ຢາກເຫັນບຸດຄືລູກໝູ່

ເມື່ອຍ ເທົ່າໃດພໍ່ແມ່ສູ້..............ຂໍພຽງລູກເປັນຄົນດີ

ທີ່ ໃດມີຄວາມກ້າວໜ້າ............ໃຫ້ສືບຕໍ່ຂານອາສາ ເນີລູກ

ສຸດຫົວໃຈຝັນຫາ....................ປາດຖະໜາເອົາໄວ້

ໃນເວລາວັນນີ້........................ຄົນດີຄິດກ່ອນ

ມື້ ນີ້ຕາມຄອງປະເພນີ້............ໃຫ້ທຳບຸນຕື່ນແຕ່ເຊົ້າ

ນັ້ນ ເພື່ອລຸກໜື້ງເຂົ້າ..............ໄປຕັກບາດຢາດນ້ຳ ສະຫຼອງວັນເກີດ ສິ່ງຄວນທຳເດີລູກເດີ

 

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2011 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ອ່ານໜັງສືພິມວຽງຈັນໃຫມ່ ສະບັບວັນທີ 31/10/2011  ອ່ານແລ້ວໜ້າສົນໃຈເລີຍເອົາມາຝາກ

                                                        

                                                            ຫ່ວງນາງ

                                                                                ໂດຍ: ວັນວິສາ

@ ນາງເອີຍ ພໍອາຍຸ 17-18 ປີໄດ້               ຊາຍຫຸ້ມຫໍ່ເຊີຍຊົມ ສະອອນເດ    

ໃຜກໍ່ຫຼຽວຕາແນມ                                 ແຂ່ງຂັນຈາຕ້ານ

ປຽບໝາກບານເຂົາຫຼີ້ນ                           ບັສເກັດບານເຂົາຍາດໄລ່

ໃຜກໍ່ຊຸກເຊື່ອງໄວ້                                  ຄອງບານໄວ້ ບໍ່ຢາກວາງ ວ່ານາ

@  ພໍອາຍຸຂວບເຂົ້າ                               ຫຼັກ 3-4 ພັດກົງກັນ ແລ້ວນໍ

ບໍ່ຢາກພັນລະນາຄວາມ                            ລູກປິ້ງປ່ອງຂາວເຂົາອ້າງ

ເຫັນລູກມາເຂົາຕຽມໄວ້                            ຕີກັບໄປໃຫ້ໜີຫ່າງ

ເຈົ້າຕີມາຂ້ອຍຕ່າວຕ້ານ                            ຕັນໄວ້ສູ່ເຍື່ອງລາຍ

@ ກາຍຫຼັກ 4 ເຂົ້າ 5                              ບໍ່ເປັນທ່າຊາຍໝາງເມີນ

ພໍແຕ່ເດີນມາຄຽງ                                   ເຂົາຫຼີກແລຫຼົບຊ້າຍ

ປຽບລູກກອບສະໜາມຫຍ້າ                      ໃຫ້ໄກຕາເຂົາຕີສົ່ງ ໄປແລ້ວ

ຕີຂ້າມດົງຂ້າມທົ່ງ ໄກເທົ່າໃດເຂົາຍິ່ງຍິ້ມ         ລົງຫຼຸມໄດ້ຍິ່ງດີ

@ ເຫດນີ້ ພີ່ຈິ່ງເຕືອນໃຈນ້ອງ                     ຜູ້ວາດຄ່ອງງາມຂຳ ຟັງເດີ

ຢ່າໃຈດຳແລຊາຍ                                    ເລືອກຫຼາຍຜູ້ໝາຍໄວ້

ເກີນກາຍໄວໃຜຊິຕ້ອນ                             ໃຜຊິຊອນຊ້ອນໄລ່ ນາງນໍ

ຕັດສີນໃຈເຊົາເລືອກຫຼາຍເຖີດນ້ອງ               ອ້າຍຂໍຮ້ອງເພາະຫ່ວງນາງ

@ ໂທດເດີ ບໍ່ແມ່ນຊາຍໝາຍເວົ້າ                 ລົບລູ່ນາມຍິງເດນໍ

ສິດຊື່ສຽງນາມເທີດທູນ                             ທຽບຊາຍສະເໝີດ້າມ

ຖ້າວ່າ ມີຄູ່ຄຽງຄອງຊ້ອນ                          ເຈັບເປັນມາມີຜູ້ລ່ຳ ນາງເອີຍ

ສອງສະໝອງ ສອງແນວຄິດຊ່ວຍຄ້ຳ             ສ້າງສອງເຈົ້າຮຸ່ງຈະເລີນ ແທ້ນາ.

 

ຢູ່ໜັງສືພິມ ບໍ່ມີຮູບນີ້ເດີ                                                         

ອາຍຸ 17-18                                                                                                                   

           

  

ອາຍຸ   70-80                                                                    

     

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຄອບຄົວໜື່ງມີລູກສາວຝາແຝດ 3 ຄົນ.  ລູກທັງ 3 ຢາກໄດ້ຫຍັງພໍ່ແມ່ກໍ່ຫາມາໃຫ້ຄືກັນໝົດທຸກຢ່າງ, ເມື່ອເຖິງວັນແຕ່ງງານ ກໍ່ແຕ່ງໃຫ້ພ້ອມກັນທັງ 3 ຄົນເລີຍ.

ຄ່ຳຄຶນຂອງມື້ທຳອິດຫຼັງແຕ່ງງານ, ດ້ວຍຄວາມເປັນຫ່ວງລູກ ແມ່ຈິ່ງລັກໄປຟັງຢູ່ໃກ້ໆກັບປະຕູເຂົ້າຫ້ອງຂອງລູກສາວທັງ 3

ເມື່ອໄປຮອດຫ້ອງລູກສາວກົກ ກໍ່ໄດ້ຍິນແຕ່ສຽງລູກສາວກົກເວົ້າວ່າ: ຂອບໃຈ ຂອບໃຈ ຂອບໃຈ.........., ແມ່ກໍ່ເລີຍຍ່າງໄປຫ້ອງລູກສາວກາງ ເຊີ່ງໄດ້ຍິນແຕ່ສຽງຕົບມືຂອງລູກສາວກາງ ສຸດທ້າຍແມ່ ຍ່າງໄປຫ້ອງລູກສາວຫຼ້າ ແຕ່ບໍ່ໄດຍິນສຽງຫຍັງເລີຍ. ດ້ວຍຄວາມແປກໃຈພໍຮຸ່ງເຊົ້າ ແມ່ໄດ້ເອີ້ນລູກສາວທັງ 3 ມາເພື່ອສອບຖາມ

ແມ່ຖາມລູກສາວກົກວ່າ: ລູກເປັນຫຍັງຄືເວົ້າວ່າຂອບໃຈ ຂອບໃຈ ຂອບໃຈ ຕະຫຼອດຄືນ

ລູກສາວກົກ: ເພາະແມ່ສອນວ່າ ເມື່ອມີຄົນອື່ນເຮັດອັນໃດອັນໜື່ງໃຫ້ເຮົາ ເຮົາກໍ່ຄວນຂອບໃຈເຂົາ ລູກຈິ່ງເວົ້າວ່າຂອບໃຈ ຂອບໃຈ ຫັ້ນເດ

ແມ່ເລີຍມາຖາມລູກສາວກາງວ່າ: ລູກເປັນຫຍັງຄືມີແຕ່ຕົບມືຕະຫຼອດຄືນ

ລູກສາວກາງ: ເພາະແມ່ສອນວ່າ ເມື່ອມີຄົນອື່ນເຮັດອັນໃດອັນໜື່ງໃຫ້ເຮົາພູມໃຈ ເຮົາຄວນຈະຊົມເຊີຍ ແລ້ວຕົບມືໃຫ້ເຂົາ ລູກຈິ່ງໄດ້ຕົບມື

ແມ່ເລີຍຫັນມາຖາມລູກສາວກາງວ່າ: ແລ້ວລູກເດຄືມິດບໍ່ມີສຽງຫຍັງເລີຍ ຫຼື ເມື່ອຍເຮັດວຽກວານນີ້ຈິ່ງນອນຫຼັບ

ລູກສາວຫຼ້າ:  ລູກບໍ່ໄດ້ນອນທັງຄືນເລີຍ ແຕ່ລູກມິດຢູ່ ເພາະນືກເຖິງຄຳທີ່ແມ່ສອນວ່າ ເມື່ອມີສິ່ງໃດສິ່ງໜື່ງຢູ່ໃນປາກເຮົາບໍ່ຄວນເວົ້າຫຍັງເພາະຢ້ານສິ່ງຂອງເຫຼົານັ້ນມັນຫຼຸດປາກ ຫັ້ນເດ 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ມີຍິງສອງຄົນນັງ່ຢູ່ໃນເຄື່ອງບິນທີ່ກຳລັງບິນມາລົງສະໜາມບິນສາກົນວັດໄຕ

ຍິງຄົນທີ 1: ຈຸດປະສົງຂອງຂ້ອຍທີ່ຈະໄປນະຄອນຫຼວງວຽງຈັນຄັ້ງນີ້ແມ່ນ ໄປຊື້ລົດວີໂກແຊ້ມ ເພື່ອເປັນຂອງຂວັນໃຫ້ລູກຊາຍຫຼ້າໃນມື້ວັນເກີດຄົບຮອບ 18 ປີ

ຍິງຄົນທີ 2: ໂອ໋ ແມ່ນແທ້ຫວານີ້.

ຍິງຄົນທີ 1:ແມ່ນແລ້ວ, ສາມອາທິດກ່ອນນີ້ ວັນເກີດລູກຊາຍກາງ ຂ້ອຍກໍ່ໄດ້ຊື້ລົດເບັ້ນໃຫ້ເປັນຂອງຂວັນ

ຍິງຄົນທີ 2: ໂອ໋ ແມ່ນແທ້ຫວານີ້.

ຍິງຄົນທີ 1: ແມ່ນແລ້ວ, ເດືອນທີ່ແລ້ວຫັ້ນເດ ຂ້ອຍຍັງໄດ້ຊື້ ບ້ານພ້ອມທີ່ດິນໃຫ້ເປັນຂອງຂວັນແກ່ລູກສາວກົກ

ຍິງຄົນທີ 2: ໂອ໋ ແມ່ນແທ້ຫວານີ້.

ຍິງຄົນທີ 1:ແມ່ນແລ້ວ, ແລ້ວເຈົ້າເດ ໄປນະຄອນຫຼວງວຽງຈັນເຮັດຫຍັງລະ ?

ຍິງຄົນທີ 2: ຂ້ອຍໄປຢາມພໍ່ແມ່ຂອງຂ້ອຍ, ພໍ່ແມ່ຂອງຂ້ອຍເປັນຄົນດີໆ, ຕອນຍັງນ້ອຍເພີ່ນບອກວ່າ: ເຮົາເປັນຜູ້ຍິງບໍ່ຄວນເວົ້າຄຳຫຍາບຊ້າ

ເຊັ່ນ ອີ່ຮ່າມຶງເອີຍຂີ້ໂມແທ້ ໃຫ້ເວົ້າຄຳວ່າ: ໂອ໋ ແມ່ນແທ້ຫວານີ້. ແທນເອົາ

ຍິງຄົນທີ 2:....!!!!!!!......

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 12, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 

ຕອນເຊົ້າມື້ໜື່ງຂອງວັນອາທິດ ຫຼັງຈາກກິນເຂົ້າເຊົ້າ ຄອບຄົວຂອງທ້າວຫຳນ້ອຍກໍ່ພາກັນນັ່ງເບິ່ງທໍ ລະທັດຢູ່ຫ້ອງຮັບແຂກ ທ້າວຫຳນ້ອຍ ອາຍຸ 4 ປີ ເລີຍເວົ້າກັບພໍ່ວ່າ

ທ້າວຫຳນ້ອຍ: ພໍ່ໆ ລູກເບີ່ງທໍລະທັດມື້ໃດກໍ່ເຫັນນັກຂ່າວເວົ້າແຕ່ເລື່ອງນັກການເມືອງ, ນັກທຸລະກິດ, ກຳມະກອນ ແລະ ປະຊາຊົນ  ແລ້ວມັນມີການພົວພັນກັນແບບໃດ ລະພໍ່

ພໍ່: ເປັນຄຳຖາມທີ່ດີຫຼາຍລູກ ທຸກປະເທດມັນຕ້ອງປະກອບມີ ນັກການເມືອງ, ນັກທຸລະກິດ, ປະຊາຊົນຄົນຕາດຳໆ, ກຳມະກອນ  ແລະນັກຂ່າວ ໃຜກໍ່ເຮັດວຽກຂອງໃຜຂອງລາວໃດລູກຈິ່ງເປັນປະເທດໄດ້ ຍົກຕົວຢ່າງໃນເຮືອນເຮົານີ້ເດ ພໍ່ ກໍ່ເປັນນັກທຸລະກິດ, ແມ່ເຈົ້າກໍ່ເປັນນັກ ການເມືອງ, ເອື້ອຍແມວ(ຄົນຮັບໃຊ້) ເປັນກຳມະກອນ, ລູກກໍ່ເປັນສື້ມວນຊົນຫຼືນັກຂ່າວ ສ່ວນນ້ອງເຈົ້າທ້າວແອນ້ອຍ(ອາຍຸ1ປີ) ເປັນປະຊາຊົນຄົນຕາດຳໆ ເຊີ່ງໃຜກໍ່ເຮັດໜ້າທີ່ໃຜມັນນັ້ນ ລະລູກ

ທ້າວຫຳນ້ອຍ: ໂອ ລູກເຂົ້າໃຈແລ້ວພໍ່  ລູກຊິຈື່ໄວ້

ຫຼັງຈາກນັ້ນ 2 ຊົ່ວໂມງຕໍ່ມາໃຜກໍ່ກັບໄປຫ້ອງນອນຂອງໃຜຂອງລາວ ປະໃຫ້ແຕ່ສອງນ້ອງອ້າຍ ນອນເບີ່ງທໍລະທັດຕໍ່ໄປ. ດົນເຕີບປະກົດວ່າ ທ້າວແອນ້ອຍທັງຍ່ຽວທັງຂີ້  ທ້າວຫຳນ້ອຍກໍ່ເລີຍ ແລ່ນໄປທີ່ຫ້ອງນອນແມ່ ເຊີ່ງແມ່ກຳລັງນອນຢູ່  ລາວພະຍາມປຸກແນວໃດແມ່ກໍ່ບໍ່ຕື່ນ  ລາວເລີຍແລ່ນໄປຫາຫ້ອງນ້ອນເອຶ້ອຍແມວ ປະກົດວ່າເຫັນພໍ່ກຳລັງ(…)ກັບເອື້ອຍແມວຢູ່  ລາວເລີຍ ກັບມາຫານ້ອງຄືນ ເພືອຈະຊ່ວຍນ້ອງ ແຕ່ລາວບໍ່ສາມາດຊ່ວຍນ້ອງໄດ້ ລາວເລີຍຕັດສິນໃຈ ຮ້ອງ ໄຫ້ຂື້ນດັງໆ ເມືອທຖກຄົນໄດ້ຍິນສຽງຮ້ອງໄຫ້ກໍ່ເລີຍອອກມາຫາ

ພໍ່: ລູກເປັນຫຍັງຈິ່ງຮ້ອງໃຫ້

ທ້າວຫຳນ້ອຍ:ລູກກໍ່ເຮັດໜ້າທີ່ສື່ມວນຊົນແລ້ວເດ ແຕ່ບໍ່ມີໃຜສົນໃຈເລີຍ

ລາວຊີ້ມືໄປຫານ້ອງຊາຍຢູ່ພ້ອມທັງເວົ້າ

ທ້າວຫຳນ້ອຍ:ເບີ່ງຕິ ປະຊາຊົນຄົນຕາດຳໆ ກຳລັງເດືອດຮ້ອນ ຟຸມຂີ້ຟຸມຍ໋ຽວ, ນັກການເມືອງກໍ່ເອົາແຕ່ນອນໆໆໆ  ນັກຂ່າວເອີນກໍ່ບໍ່ສົນໃຈ, ສ່ວນນັກທຸລະກິດກໍ່ເອົາແຕ່ຂົ່ມເຫັງ ເຕັງທັບ ກຳມະກອນຢູ່ພໍສ່ຳນັ້ນ ນັກຂ່າວເຮັດໄດ້ດີທີ່ສຸດແລ້ວແຕ່ບໍ່ມີໃຜສົນໃຈ ກໍ່ເລີຍມາຮ້ອງໄຫ້ຢູ່ນີ້ລະ

             

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2011 | ມີ 22 ຄຳເຫັນ ແລະ 0 trackback(s)

   

ຂ້າພະເຈົ້າອ່ານໜັງສືພິມຕອນເຊົ້ານີ້ (11/10/11)  ເຫັນ ແຈ້ງການຂອງ ກະຊວງໄປສະນີ, ຄົມມະນາຄົມ ແລະ ການສື່ສານ   ເລີ່ມແຕ່ວັນທີ 01/11/2011 ເປັນຕົ້ນໄປ ເບີໂທລະສັບເຕີມເງິນທຸກເບີ ຕ້ອງໄດ້ລົງທະບຽນ  ໝາຍຄວາມວ່າ ຖ້າຈະຊື້ເບີໃໝ່ ແມ່ນຕ້ອງມີບັດປັດປະຊາຊົນ, ປື້ມສຳມະໂນຄົວ ຫຼືໜັງສືຜ່ານແດນ(ຄົນຕ່າງປະເທດ) ໄປຢັ້ງຢືນຈິ່ງຈະຊື້ໄດ້. ສຳລັບເບີເກົາແມ່ນຕ້ອງໄດ້ເຂົ້າໄປລົງທະບຽນ

ໜັງສືພິມ ປະຊາຊົນ ສະບັບວັນທີ 11/10/2011 ໜ້າ 10

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ອຸ່ນອາຫານໃຫ້ອ້າຍ

 

ຕອນເຊົ້າມື້ທຳອິດຫຼັງຈາກແຕ່ງງານຂອງຄູ່ຜົວເມຍໃໝ່ຄູ່ໜື່ງ ພໍຜົວອາບນ້ຳແລະແຕ່ງຕົວແລ້ວ ກໍ່ຍ່າງໄປຫານາງເມຍທີ່ກຳລັງແຕ່ງກິນຢູ່ເຮືອນຄົວ  ພໍນາງເມຍຫຼຽວເຫັນຜົວກໍ່ເວົ້າຂື້ນ

ນາງເມຍ:  ມາໆອ້າຍ ມາກິນເຂົ້າກ່ອນແລ້ວຈິ່ງໄປການ ອາຫານຍັງອຸ່ນໆຢູ່ເລີຍ

ຜົວ: ບໍ່ໆ ອ້າຍບໍ່ຢາກກິນເຂົ້າ ແຕ່ອ້າຍຊິກິນນ້ອງ ຈິບ..ຈິບ... ຈິບ... /// ແລ້ວຜົວກໍ່ໄປການ

ຕອນແລງພໍຜົວກັບມາແຕ່ການ

ນາງເມຍ:  ນ້ອງແຕ່ງອາຫານອາຫານແລງໄວ້ຖ້າອ້າຍແຊບໆ ມາອ້າຍມາກິນ

ຜົວ: ບໍ່ ອ້າຍບໍ່ຢາກ ແຕ່ອ້າຍຢາກກິນນ້ອງ.. ຈິບ..ຈິບ......  /// ເປັນແບບນີ້ຢູ່ 2-3 ວັນ

ແລງມື້ໜື່ງຜົວກັບມາແຕ່ການ ບໍ່ເຫັນເມຍກໍ່ເລີຍຍ່າງເຂົ້າໄປເຮືອນຄົວ ເຫັນເມຍກຳລັງນັ່ງຢູ່ເທິງເຕົາຖ່ານໄຟທີ່ເຕັມໄປດ້ວຍຖ່ານໄຟແດງ ພໍຜົວຫຼຽວເຫັນກໍ່ເລີຍຕົກໃຈ ແລະ ຮ້ອງໄປໃສ່ວ່າ:

ຜົວ: ນ້ອງໄປນັ່ງເຮັດຫຍັງຢູ່ຫັ້ນ ບໍ່ຮ້ອນຫວາ

ນາງເມຍ:  ນ້ອງກໍ່ກຳລັງອຸ່ນອາຫານແລງໄວ້ຖ້າອ້າຍຈັ່ງໃດລະ

ຜົວ: .................

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2011 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ລອງຂຽນຫຼີ້ນໆ  ເປັນແນວໃດຊ່ວຍແນະນຳແດ່ເດີ  ຊິໄດ້ປັບປຸງໃນໂອກາດໜ້າ

           ຮັກສາວພັນລາວ

        ໂດຍ: ສ. ຄົນຊົນນະບົດ

  • ຮັກສາວພັນລາວ              ຜູ້ແກ້ມຂາວຄົນນັ້ນອີຫຼີ

ຮັກດ້ວຍຄວາມປານີ                      ຮັກບໍ່ໜ່າຍໜີຜູ້ສາວຄົນນັ້ນ

ນ້ອງງາມແທ້ນາ                           ເໝືອນເທວະດານັ້ນລົງມາປັ້ນ

ອ້າຍຈົນຫຼົງແຍງນ້ອງທຸກວັນ          ສາວພັນລາວຄົນນີ້ລະນາ

  • ອ້ານຮັກນ້ອງແຮງ            ແກ້ມແດງຄົນນີ້ແທ້ນໍ

ຮັກແມ່ນວນລະອໍ                         ຫວັງມາຮ່ວມກໍ່ກັບນ້ອງການດາ

ໄດ້ມາຮັກນ້ອງ                            ຖືວ່າເປັນບຸນວາດສະໜາ

ຮັກນ້ອງນາງເທົ່າຟ້າ                    ສາວໂສພາຈົ່ງຈຳເອົາໄວ້

  • ຊ່ວຍຕອບຂໍ້ຄວາມ          ທາງຫຼັງໄມໄດ້ບໍ່ນ້ອງນາງ

ສົ່ງມາພຽງວັນລະຄັ້ງ                   ເພື່ອເປັນການຖາມຂ່າວທັກທາຍ

ຂໍພຽງສ່ຳນີ້                               ຄົງຊິບໍ່ເປືອງເວລາເກີນໄປ

ນີ້ລະຄືກຳລັງໃຈ                         ຊ່ວຍໃຫ້ອ້າຍມີແຮງສູ້ງານ

  • ຮັກສາວພັນລາວ            ຜູ້ແກ້ມຂາວຄົນນັ້ນອີຫຼີ

ຈົ່ງເຫັນໃຈອ້າຍເຖີດຄົນດີ              ສາວໂສພີຜູ້ຍິ້ມຫວານໆ

ອ້າຍຮັກນ້ອງແທ້                        ຊິບອກພໍ່ແມ່ໄປຫາຢູ່ບ້ານ

ເພື່ອນພັນລາວຊ່ວຍເປັນພະຍານ    ວ່າອ້າຍນັ້ນຮັກນ້ອງສ່ຳໃດ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າຄິດວ່າ ຍັງມີຫຼາຍໆທ່ານທີ່ໃຊ້ພາສາລາວຍັງບໍ່ຖືກໂດຍສະເພາະແມ່ນການນຳໃຊ້ສຣະໄອໄມ້ມ້ວນ (ໃx) ດັ່ງນັ້ນ ຂ້າພະເຈົ້າພໍທີ່ຈະສະຫຼຸບມາໄດ້ດັ່ງນີ້

1.  ໃກ້:  ບ້ານໃກ້ເຮືອນຄຽງ, ຢູ່ໃກ້ໆ..........

2.  ຫົວສີໃຄ

3.  ​ໃຄ່: ຂາຂ້ອຍໃຄ່ຍ້ອນຕົກຫຼຸມຮັກເຈົ້າ ອິອິອິອິ

4.  ​ໃຈ: ຫົວໃຈ, ຢູ່ທີ່ໃຈ..........

5.  ໃສ: ນ້ຳໃສໆ (ນ້ຳບໍ່ຂຸ່ນ)

6.  ໃສ່: ເອົາໃຈໃສ່.....

7.  ໃຊ້: ນຳໃຊ້ໃຫ້ເກີດປະໂຫຍດ, ຊົດໃຊ້ຄືນ......

8.  ໃດ: ອັນໃດ, ຢູ່ທີ່ໃດ.............

9.  ໃຕ: ໃຕໄກ່. ໃຕຄົນ.........

10.                    ​ໃຕ້: ບ້ານໃຕ້, ພາກໃຕ້..... ## ໄຕ້ໄຟ

11.                    ໃນ: ໃນບ້ານ, ຢູ່ຂ້າງໃນ..... ## ໝາໄນ

12.                    ​ໃບ: ໃບໄມ້, ໃບປະກາດ..........

13.                    ​ໃຜ: ແມ່ນໃຜ, ໃຜມາ.....

14.                    ​ໃພ້: ເອື້ອຍໃພ້, ລູກໃພ້......... ## ຫຼີ້ນໄພ້

15.                    ​ໃຫ້: ເອົາໃຫ້............. ## ຮ້ອງໄຫ້

16.                    ​ໃຮ່: ໃຮ່ນາ, ນາທົ່ງໜື່ງມີຫຼາຍໃຮ່......## ຖາງປ່າເຮັດໄຮ່

17.                    ໃຫຍ່: ບ້ານໃຫຍ່, ຜູ້ໃຫຍ່.....

18.                    ໃໝ່: ຄອມພິວເຕີໃໝ່, ແຟນໃໝ່

 

ຂ້າພະເຈົ້າຮູ້ກໍ່ມີເທົ່ານີ້ລະ ແຕ່ຢູ່ໃນ ບ່ອນນີ້

https://groups.google.com/group/soc.culture.laos/browse_thread/thread/00a3617fef9ea3c1?fwc=2&hl=cs

ຍັງມີ  ໃຊ່, ໃພ, ໃຍ, ໃຈ້, ໃບ້ ແຕ່ຂ້າພະເຈົ້າບໍ່ຮູ້ຄວາມໝາຍ ແລະ ກົງກັນຂ້າມ ໃນເວບໄຊນີ້ ກໍ່ບໍ່ມີ ໃຕ, ໃນ ຄືກັນ

ດັ້ງນັ້ນ ຖ້າເພື່ອນໆຮູ້ຄວາມໝາຍແລ້ວຊ່ວຍບອກແດ່ເດີ

 


 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

   

ຕອນແລງວັນໜື່ງ ນາງສາວໄກ່ ຍ່າງເລາະໄປຫຼັງບ້ານ ພໍດີພົບກັບພໍ່ຕູ້ສາ ກຳລັງບົວລະບັດສວນຂອງລາວຢູ່

ນາງສາວໄກ່: ພໍ່ຕູ້ ໝາກເລັ່ນຂອງເຈົ້າຄືມີແຕ່ໜ່ວຍແດງໆ ເຈົ້າປູກແນວໃດບໍ ?

ພໍ່ຕູ້ສາ: ມັນຊິຍາກຫຍັງ ອີ່ຫຼ້າເອີຍ ພຽງແຕ່ຕອນຊົ້າຕອນແລງເວລາຫົດນ້ຳມັນ ພໍ່ຕູ້ແກ້ຜ້າແລ້ວຈິ່ງຫົດ  ໝາກເລັ່ນ ມັນເຂີນອາຍພໍ່ຕູ້ ແກ້ມມັນເລີຍແດງ, ອີ່ຫຼ້າລອງໄປທົດລອງເບີ່ງເດີ

ນາງສາວໄກ່: ເຈົ້າໆ ຫຼານຊິເໄປທົດລອງເບິ່ງ

ສາມອາທິດຜ່ານໄປ ພໍ່ຕູ້ຍ່າງອອກໄປຫຼີ້ນຂ້າງໆເຮືອນ ເລີຍພົບກັບນາງສາວໄກ່ພໍດີ

ພໍ່ຕູ້ສາ: ເປັນແນວໃດອີ່ຫຼ້າ ໝາກເລັ່ນມີສີແດງບໍ່

ສາວໄກ່: ບໍ່ເຫັນມັນຊິແດງເລີຍ ມີແຕ່ໝາກແຕງຫັ້ນຕິ ໃຫຍ່ຂື້ນ ໃຫຍ່ຂື້ນ ຜິດປົກກະຕິ

55555555555555

    

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

·       ນັ່ງຢູ່ຫ້ອງ....ຄົນດຽວ....ປ່ຽວ​ອຸລາ

ຊອກປາກກາ....ພ້ອມດ້ວຍເຈ້ຍ....ແຜ່ນສີຂາວ

​ເອົາມາຂຽນ....ບັນຍາຍລົງ....ເປັນເລື່ອງລາວ

ຄິດເຖິງສາວ....ເລີຍຂຽນອອກ....ເປັນຄຳກອນ

·       ກອນບົດນີ້....ຂຽນອອກ....ຈາກຫົວໃຈ   

ຝາກເອົາໄວ້....ໃນຊຸມຊົນ....ຄົນພັນລາວ

ເປັນແນວໃດ....ຜິດຫຼືຖືກ....ຈົ່ງບອກຂ່າວ

ຂໍຮັບເອົາ....ຄຳຕິຊົມ....ຈາກພວກທ່ານ

·       ຄິດເຖິງເດ....ຄິດເຖິງ....ນາງນາດນ້ອງ

ຜູ້ແກ້ມບ່ອງ....ຜ່ອງໃສ....ໃນແວວຕາ

ວັນແລະຄືນ....ຄອຍເຝົ້າ....ຄອຍຫ່ວງຫາ

ຜູ້ໂສພາ....ໜ້າຮັກ....ໜ້າຈັບຈອງ

·       ຄິດເຖິງເດ....ຄິດເຖິງ....ສາວພັນລາວ

ຜູ້ແກ້ມຂາວ....ໜ້າໃສ....ສາວຄົນນັ້ນ

ຄິດເຖິງເຈົ້າ....ຫຼາຍໆ....ໃຈຈົນຫວັ່ນ

ແຕ່ລະວັນ....ຄອຍສົ່ງຫາ....ທາງຫຼັງໄມ

·       ບໍ່ໄດ້ສົ່ງ....ວັນໃດ....ໃຈແທບຂາດ

ຈົນບໍ່ອາດ....ຈະນອນ....ຫຼັບຕາໄດ້

ຊື່ຂອງເຈົ້າ....ຕິດຢູ່....ມະໂນໃນ

ຢູ່ໃນໃຈ....ທັງສີ່ຫ້ອງ....ມີພຽງນາງ

·       ເຖິງແມ່ນວ່າ....ເຈົ້ານັ້ນ....ບໍ່ເຄີຍຄິດ

ທີ່ຈະຮັກ....ກັບມາ....ຫາຂ້ອຍແດ່

ໃຜຈະວ່າ....ຮັກຂ້າງດຽວ....ຂ້ອຍບໍ່ແຄ

ຂໍພຽງແຕ່....ຂ້ອຍໄດ້ບອກ....ວ່າຮັກເຈົ້າ

·       ຂໍຂອບໃຈ....ຫຼາຍໆ....ມາຍັງທ່ານ

ທັງທິມງານ....ພັນລາວ....ດໍດອດຄອມ

ເຮັດໃຫ້ຂ້ອຍ....ມາພົບສາວ....ງາມ​ພຽບພ້ອມ

ຂໍປະນອມ....ຍົກ​ມື​ກາບ....ວ່າຂອບໃຈ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 23, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ລັກສະນະຂອງຄົນດີ 10 ຢ່າງ


1. ກ້າຫານໃນທາງທີ່ຊອບ
2. ປະກອບການງານດ້ວຍຄວາມຂະຫຍັນ
3. ໝັ່ນສຶກສາຫາຄວາມຮູ້
4. ກະຕັນຍູຕໍ່ຜູ້ມີຄຸນ
5. ສົມບູນດ້ວຍມາລະຍາດ
6. ບູຊາຊາດ ສາສໜາ ແລະ ພັກລັດ
7. ເຄັ່ງຄັດຕໍ່ລະບຽບ
8. ບໍ່ເອົາປຽບມິດສະຫາຍ
9. ມີນ້ຳໃຈແຜ່ຜ້າຍເອື້ອເຟື້ອ
10. ເຊື່ອຟັງຄຳສັ່ງສອນຂອງພໍ່ແມ່, ຄູບາ, ອາຈານ

ຂໍອະໄພຖ້າຜິດພາດ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

ຍັງມີຫຼາຍໆທ່ານທີ່ຍັງບໍ່ເຂົ້າໃຈກ່ຽວກັບອັດຕ່າຄ່າໂທລະສັບ ໃນ ສປປ ລາວ. ດັ່ງນັ້ນ, ຂ້າພະເຈົ້າ ຈິ່ງຂຽນໄດອາຣີ ນີ້ຂື້ນມາ ແລະ ຂໍອະນູຍາດ copy ເອົາ ແຈ້ງການດັ່ງກ່າວ ມາໃຫ້ບັນດາທ່ານໄດ້ຮູ້ກັນ

        

 

ໜັງສືພິມ ວຽງຈັນໃໝ່ ສະບັບວັນທີ 28/06/2011 ໜ້າ 1

 

ແຈ້ງການ

Divider

ເລກ​ທີ: 1463/ອປທ.ຫກ

ນະ­ຄອນ­ຫຼວງ​ວຽງ​ຈັນ ວັນ​ທີ 24 ມິ­ຖຸ­ນາ 2011

ເຖິງ: ອົງ​ການ­ຈັດ­ຕັ້ງ​ຂອງ​ລັດ ເອ­ກະ​ຊົນ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ນິ­ຕິ­ບຸກ­ຄົນ ແລະ ບຸກ­ຄົນ​ທີ່​ນຳ​ໃຊ້​ໂທລະ­ສັບ ໃນ ສປປ ລາວ.

ເລື່ອງ: ອັດ­ຕາ​ຄ່າ​ບໍ­ລິ­ການ​ໂທລະ­ສັບ ແລະ ຂໍ້­ຄວາມ​ສັ້ນ ໃນ ສປປ ລາວ.

ອີງ­ໃສ່​ຂໍ້​ຕົກ­ລົງ​ຂອງ​ລັດ­ຖະ­ມົນ­ຕີ​ປະ­ຈຳ​ສຳ­ນັກ­ງານ​ນາ­ຍົກ­ລັດ­ ຖະ­ມົນ­ຕີ ຫົວ­ໜ້າ​ອົງ­ການ​ໄປ­ສະ­ນີ ແລະ ໂທລະ​ຄົມ­ມະ­ນາ­ຄົມ​ແຫ່ງ​ຊາດ ສະ­ບັບ​ເລກ​ທີ 993/ສນຍ.ອປທ ລົງ​ວັນ​ທີ 16/6/2011 ວ່າ​ດ້ວຍ​ອັດ­ຕາ​ຄ່າ​ໂທລະ­ສັບ.

 

ຫ້ອງ­ການ​ອົງ­ການ​ໄປ­ສະ­ນີ ແລະ ໂທລະ​ຄົມ­ມະ­ນາ­ຄົມ​ແຫ່ງ​ຊາດ ຂໍ​ແຈ້ງ​ມາ​ຍັງ​ອົງ​ການ­ຈັດ­ຕັ້ງ​ຂອງ​ລັດ ເອ­ກະ​ຊົນ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ນິ­ຕິ­ບຸກ­ຄົນ ແລະ ບຸກ­ຄົນ ໃນ ສປປ ລາວ ຊາບ​ວ່າ ບັນ­ດາ​ບໍ­ລິ­ສັດ​ລັດ​ວິ​ສາ​ຫະ​ກິດ​ທີ່​ໃຫ້­ການ​ບໍ­ລິ­ການ​ໂທລະ​ຄົມ ຈະ​ປະ­ຕິ­ບັດ​ອັດ­ຕາ​ຄ່າ​ບໍ­ລິ­ການ​ໂທລະ­ສັບ ແລະ ຂໍ້­ຄວາມ​ສັ້ນ ທີ່​ໄດ້​ກຳ­ນົດ​ດັ່ງ​ລຸ່ມ​ນີ້:

 

1.ອັດ­ຕາ​ຄ່າ​ໂທລະ­ສັບ ແລະ ສົ່ງ​ຂໍ້­ຄວາມ​ສັ້ນ (SMS) ພາຍ​ໃນ​ປະ­ເທດ

ລ/ດ ປະ­ເພດ​ການ​ບໍ­ລິ­ການ     ຄ່າ​ເຊົ່າ​ປະ­ຈຳ​ເດືອນ      ອັດ­ຕາ​ຄ່າ​ໂທ

1 ໂທລະ­ສັບ​ຕັ້ງ​ໂຕະ               15.000ກີບ/ເດືອນ       250ກີບ/ນາ­ທີ

2 ໂທລະ­ສັບ​ມື​ຖື​ແບບ​ຕັ້ງ​ໂຕະ                                   250ກີບ/ນາ­ທີ

3 ໂທລະ­ສັບ​ມື​ຖື​ລາຍ​ເດືອນ      25.000ກີບ/ເດືອນ       300ກີບ/ນາ­ທີ

4 ໂທລະ­ສັບ​ມື​ຖື​ແບບ​ຕື່ມ​ເງິນ                                    800ກີບ/ນາ­ທີ

5 ສົ່ງ​ຂໍ້­ຄວາມ​ສັ້ນ                                                   100ກີບ/ຄັ້ງ

6 ສົ່ງ​ຂໍ້­ຄວາມ​ສັ້ນ​ຫາ​ເຄືອ​ຂ່າຍ​ອື່ນ                             200ກີບ/ຄັ້ງ

 

2.ອັດ­ຕາ​ຄ່າ​ໂທລະ­ສັບ ແລະ ສົ່ງ​ຂໍ້­ຄວາມ​ສັ້ນ (SMS) ໄປ​ຕ່າງ­ປະ­ເທດ

     ຄ່າ​ໂທລະ­ສັບ​ໄປ​ຕ່າງ­ປະ­ເທດ :        1.800 ກີບ​ຂຶ້ນ​ໄປ/ນາ­ທີ

     ຄ່າ​ສົ່ງ​ຂໍ້­ຄວາມ​ສັ້ນ​ໄປ​ຕ່າງ­ປະ­ເທດ :     500 ກີບ/ຄັ້ງ

   ດັ່ງ­ນັ້ນ ຈຶ່ງ​ແຈ້ງ​ມາ​ຍັງ​ທຸກ​ພາກ­ສ່ວນ​ເພື່ອ​ຊາບ

   ແຈ້ງ​ການ​ສະ­ບັບ​ນີ້ ມີ​ຜົນ​ບັງ­ຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1 ກໍ­ລະ­ກົດ 2011 ເປັນ­ຕົ້ນ​ໄປ

                  ຫົວ­ໜ້າ​ຫ້ອງ­ການ ອປທ ແຫ່ງ​ຊາດ

                        ພອນ​ໄຊ ພົມ​ມະ​ປັນ­ຍາ

 ແຫຼ່ງຂໍ້ມູນ  http://www.vientianemai.net/teen/khao/1/3508

 

ໜັງສືພິມ ປະຊຊົນ ສະບັບ ວັນທີ 10/08/2011 ໜ້າ 2 ໄດ້ມີແຈ້ງການອອກມາຕື່ມອີກ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ໃກ້ຈະຮອດວັນທີ 8 ມິນາ ແລ້ວ. ຫຼາຍໆຄົນຄືຊິມີແຕ່ເລື່ອງດີໆ ມາເລົ່າສູ່ກັນຟັງ ຂ້າພະເຈົ້າ ຂໍອະນຸຍາດນຳເລື່ອງທີ່ບໍ່ຄ່ອຍດີ ມາເລົາສູ່ຟັງ

À´ˆºÀ©õºນ­ê†°È¾­ນ´¾ ¢É¾²½À¥í¾Ä©É´óº¡¾© ²ö®¡ñ®À²ˆºນ­À¡‰¾ê†À£ó¨»¼­­ນນ¿¡ñ­ນ´¾ ÁªÈªºນ­´ñ©ê½¨ö´ªí­ນ. ²ö®¡ñ­Àꈺ­ນš ¢É¾²½À¥í¾¦ñ¤À¡©À¹ñ­ນ쾸 ¤¼®Å À¦í¾Å, ©¨¯ö¡¡½ªòÁìɸ 쾸¥½ À¯ñ­ນ£ö­ນìȾÀìó¤  ¢É¾²½À¥í¾¡ÒÀì󨫾´ì¾¸Á®®¡ວນÅį¸È¾ À®†¤ìñ¡©¦½­ນ½Âª £õ§ò´ó£¸¾´ê÷¡Ã¥Í¾¨À­ນ¾½ Íõ ¡¿ìñ¤Á®¡Âì¡ທັງໂລກµøÈຫວາ  ´ó¹¨ñ¤Ã¹É§È¸¨®Ò ?  ì¾¸¡½ªº®¸È¾ ®Ò ®Ò´ó¹¨ñ¤©º¡. ¢É¾²½À¥í¾£ò©Ã­Ã¥¸È¾ Áນ­¸Ã©ì¾¸¡½ªÉº¤´óແນ່ນອນ Áì½ຄິດໃນໃຈວ່າ ªÉº¤»øÉùÉÄ©É. ©„ງນັ້ນ ¥…¤§¸­ນ쾸į­ນ„¤©ˆ´À®¨, ²ð©ˆ´À®¨Ïö©¯½´¾­ 4 Á¡É¸ ®ñ­ນ¹¾ê†ເ»ö¾µ¾¡ »øÉ¡ÒÀ솴À¯ó©À°ó¨ºº¡´¾êñ­ນêó 쾸À¸í¾ êñ¤ ¨ö¡¥º¡ເບຍį²Éº´, 쾸¨ö¡ Ïö©¨¾´Ã© ¦¾¸À®¨ì¾¸ ¡Ò´¾«º¡Ã¦È¥º¡Ã¹É쾸 ©¨®Ò£ò©Àìó¨¸È¾µÉ¾ນ­ì¾¸À´ö¾, 쾸À¸í¾¦øȢɾ²½À¥í¾³ñ¤¸È¾

......À»ö¾ì½º÷¡Ã¥Í¾¨ ນຳນ້º¤¦¾¸À»öາ, ນɺ¤°øÈꆡ¿ìñ¤ »¼­ນ¯ó 5 µøȪº­ນນີ້ລ½, 쾸²ñ¡µøȹð²ñ¡, êñ¤²ÒÁ´È Áì½ ºÉ¾¨ ®º¡ì¾¸ª˜¤Ã¥»¼ນ­, ¸ñ­ນ¥ñ­ນ¹¾¦÷¡Á´È­ນ»¼­ນ ¯ö¡¡½ªò ¦È¸ນ­¸ñ­ນ À¦ö¾º¾êò© Á´È­ນ ùɻ¼­ນເພີ່ມອີກ. £È¾»¼­ນ Áì½ £È¾ê÷¡µÈ¾¤ Á´È­ນ ²ÒÁ´È Áì½ ¡½À»ö¾À¯ñ­ນ£ö­ນçɥȾ¨Ã¹É. ¢ðÀ¤ò­ÁªÈì½£˜¤²ÒÁ´È®ÒÀ£ó¨¯½ªòÀ¦© ¨¾´²ÒÁ´È®Ò´ó À²†­ນ¡Òįµõ´ £ö­ນºˆ­ນ´¾Ã¹É¡Èº­ນ,  ®õ©Îˆ¤ ®º¡¸È¾¥È¾¨£È¾Àêó´, ®õ©Îˆ¤®º¡¸È¾¥È¾¨£È¾Àº¡½¦¾ນ­, §œ£º´²ò¸Àªó  §œÀ¦œº°É¾, Àªó´®ñ©Âê콦ñ® ¦¾ì½²ñ©µÈ¾¤. ²ÒÁ´È Áì½ À»ö¾£ò©¸È¾­ນ້º¤§òª˜¤Ã¥»¼ນ­ ¡ÒÀìó¨ ¨º´ê÷¡µÈ¾¤. ¦÷©êɾ¨»¼ນÄ©ÉÍõ®Ò ¡½®Ò»øÉ, ´œ¸ານນš Âê´¾¢ðÀ¤ò­ນ À»ö¾¡Ò¸È¾§òºນ­Ã¹É  ªº­ນÂêÀ»ö¾ Ä©¨ò­ນ¦¼¤£õ£ö­ນ»Éº¤Ä¹É ¡½Àì󨫾´ ¦÷©êɾ¨¥…¤»øɸȾ °ò©¡ñ®Á³­ນ.ແລະ ກະຕົບຕີກັນຢູ່ເຮືອນເອື້ອຍຂອງແຟນລາວ ºñ­ນÁ³­ນ¹˜­ນ¡Ò ´óÁªÈªº­ນé. ²ÒÁ´È¦‰¤´¾»¼­ນ ®Òĩɦ‰¤´¾§º¡Àºö¾°ö¸. Á³­ນ¹˜­ນ´ó¨¾´Ã©¡½Ä©É. µÉ¾­ນ®ÒÄ©ÉÁທ້¹¸¾ºñ­ນ°ö¸¹˜­ນ. ເບີໂທລະສັບຫັ້ນນະ ປ່ຽນຕະຫຼອດ, ສ໋ຽວລອງໂຕຄິດເບີ່ງດູ ຖ້າເປັນຄົນດີ ເຂົາປ່ຽນເບີຕະຫຼອດແບບນີ້ຫວາ ?  ສົງໄສຢ້ານ ພໍ່ແມ່ພີ່ນ້ອງໂທນຳຕິ ຈິ່ງປ່ຽນເບີແບບນີ້. ພໍ່ແມ່ຄືບໍ່ໄດ້ສອນໃຫ້ເຮັດຊົ່ວນະ  À¤ó­ນꆦ‰¤ໃຫ້ ແªÈì½Àêõº ¥È¾¨£È¾»¼­ນ Íõ Àºö¾Ä¯ìɼ¤°øȮȾ¸ À»ö¾¡½®Ò»øÉ. À¸í¾´¾ ¨¾´Ã©À»ö¾ì½À¦¨Ã¥ ¦Ë¼¸............   ¢É¾²½À¥í¾ນ„¤©ˆ´À®¨ Áì½ ¡Òª˜¤Ã¥³ñ¤ì¾¸À¸í¾ ©¨®ÒÄ©É  À¸í¾Íõ ¦º©£¸¾´Á´È­ນ ÁªÈ£¿©¼¸.   À¸í¾´¾»º©­ນš 쾸£õ§ÒÀ´ö¾Í¾¨ ນ ­˜¤Àºö¾Îɾ³÷® æȪ½ ¢É¾²½À¥í¾ ¦ñ¤À¡©À¹ñ­ນÀ®¨ Ïö©¯½´¾­ນ 10 ¡¸È¾Á¡É¸.

À¸í¾À숺¤ ­ນ¾¤ ¡ð (ນ­¾´¦ö´´÷©)ນɺ¤¦¾¸¢º¤ì¾¸Áìɸ ¡Òºö©ê†¥½¦ö¤¦¾­ນ쾸®ÒÄ©É. ªºນ­»¼­ນµøÈ´ñ©ê½¨ö´ ­ນ¾¤ ¡ð À¯ñ­ນ£ö­ນ¢¾¸ º¸®Àìñ¡Îɺ¨ À¯ñ­­ນນ¿µøÈກັບ²ÒÁ´Èຕິ   Áì½²òÀ¦©¡ວ່າ ນັ້ນ»¼­ນ¥ö® ´6 ­ນ¾¤¨ñ¤À¦ñ¤Ä©Éíນ콩ñ®©ó ¥ö­ນÄ©Éêõ­ນ´¾»¼­ªÒꆭນ½£ºນ­Í¸¤¸¼¤¥ñ­ນ,  ªºນ­´¾ÃÏນË­¾¤ ¡ð ¦ñ­ນ¨¾¡ñ®ºÉ¾¨ (À²ˆº­¢º¤¢É¾²½À¥í¾) ¸È¾§òª˜¤Ã¥»¼­ນ  ຊິເºö¾Ã®¯½¡¾©Á©¤Ã¹ÉÄ©É.   ÁªÈ²ð´¾µøȸ¼¤¥ñ­ນ §ó¸ò©­ນñ¡¦ô¡¦¾¹ð²ñ¡ À»ñ©Ã¹É­ນ¾¤ ¡ð ¯È¼ນ­ į ຕອນນີ້ ທັງຈ່ອຍ ທັງດຳ ຮຽນຈັກໄດ້ຫຼືບໍ່ .