ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ທິມຊາດລາວໃນຊີເກມ
ສ້າງເມື່ອ ພ.ຈ.. 10, 2011 26 ຄົນໂຫວດ, 22 ຄຳເຫັນ, ອ່ານ 998 ເທື່ອ
ຂ້າພະເຈົ້າເປັນຄົນໜື່ງທີ່ສົນໃຈແລະຕິດຕາມທິມຊາດລາວມາຕະຫຼອດ ບໍ່ວ່າຈະເປັນກິລາໃດໆກໍ່ຕາມ. ມື້ອື່ນ ຄືວັນທີ 11/11/2011 ກິລາຊີເກມຄັ້ງທີ່ 26 ກໍ່ຈະເປີດຂື້ນຢ່າງເປັນທາງການແລ້ວ. ແຕ່ວ່າກິລາບານເຕະແມ່ນເລີ່ມມາແຕ່ວັນທີ 3/11/2011 ປະກົດວ່າ ທິມບານເຕະລາວເສຍໃຫ້ມຽນມາ(10ຄົນ) ແລະກໍ່ສະເໝີບຣູໄນ(10ຄົນ). ທັ້ງໆທີ່ 2 ທິມນີ້ ທິມຊາດລາວຊະນະມາຕະຫຼອດ. ແຕ່ແບບສຳຫຼວດນີ້ຈະບໍ່ເນັ້ນເລື່ອງກິລາບານເຕະ ແຕ່ຈະເວົ້າເຖິງກິລາໂດຍລວມ. ລາວຈະຈັດຢູ່ອັນດັບທີ ເກືອບສຸດທ້າຍຂອງຕາຕະລາງ (ຄັ້ງທີ່ 16-18 ລາວອັນດັບສຸດທ້າຍ, ຄັ້ງທີ່ 19-20 ຢູ່ອັນດັບທີ 9/10, ຄັ້ງທີ 21-24 ຢູ່ອັນດັບທີ 8/11 ຄັ້ງທີ 25 ລາວເປັນເຈົ້າພາບ ອັນດັບດີແດ່ເພີ່ມຂື້ນມາເປັນອັນດັບທີ 7.)
ເພື່ອນໆພັນລາວຄິດວ່າ ຄັ້ງທີ 26 ນີ້ ລາວຈະໄດ້ຈັກຫຼຽນຄຳ ແລະ ອັນດັບທີເທົ່າໃດ ?????