ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

       ຄົນເຮົາເມື່ອຄິດທີ່ຈະຮູ້ຈັກ, ຄົບຫາ ແລະ ຮັກໃຜຄົນໜຶ່ງແລ້ວ ເຖິງແມ່ນວ່າເຂົາຄົນນັ້ນຈະຢູ່ໃນຖານະໃດກໍ່ຕາມ ສິ່ງໜຶ່ງທີ່ຄວນຈື່ໄວ້ ແມ່ນ “ຄົນ ເປັນສິ່ງທີ່ມີຊີວິດມີຫົວໃຈ“ ໃນນັ້ນນັນມີທັງດ້ານດີ ແລະ ດ້ານບໍ່ດີ. ຢ່າຕັ້ງໃຈກັບເຂົາຫຼາຍເກີນໄປ ເພາະເຂົາບໍ່ຢາກເປັນຕົ້ນເຫດຂອງຄວາມລົ້ມເຫຼວ, ຢ່າຄາດຫວັງກັບເຂົາຫຼາຍເກີນໄປ ເພາະເຂົາບໍ່ສາມາດເປັນທຸກຢ່າງຄືຄົນທີ່ເຈົ້າຢາກໃຫ້ເປັນ, ຢ່າໃຫ້ເວລາກັບເຂົາຫຼາຍເກີນໄປ ເພາະບາງຄັ້ງເຂົາກໍ່ຕ້ອງການຄວາມເປັນສ່ວນຕົວ, ຢ່າພະຍາ ຍາມປ່ຽນແປງເຂົາໃຫ້ເປັນໄປຕາມໃຈເຈົ້າ ເພາະມັນສິເຮັດໃຫ້ເຂົາບໍ່ເຫຼືອຄວາມເປັນໂຕຂອງໂຕເອງ, ຢ່າພະຍາຍາມຄວບຄຸມຊີວິດເຂົາ ເພາະມັນຈະເຮັດໃຫ້ເຂົາຮູ້ສຶກອຶດອັດ ແລ້ວເຂົາຈະຫາວິທີທາງຢູ່ຫ່າງໆເຈົ້າ ແລະ ຖ້າເຂົາສາມາດອອກຫ່າງ ເຈົ້າໄດ້ ເຈົ້າຈະຖືກຄົນທີ່ເຈົ້າຮັກມາຕະຫຼອດຫັນຫຼັງໃຫ້ທັນທີ. ຢາກໃຫ້ເຈົ້າລອງແຟນເຈົ້າໃຫ້ດີໆ ແລ້ວເຈົ້າຈະໄດ້ຍິນເຂົາເວົ້າວ່າ: ຂ້ອຍມີລົມຫາຍໃຈ ບໍ່ແມ່ນຮູບພາບ ຫຼື ຕຸກກະຕາ ທີ່ເມື່ອໃດເຈົ້າຕ້ອງການແບບໃດ ແລ້ວຂ້ອຍຈະສາມາດເປັນໃຫ້ ເຈົ້າໄດ້ທຸກຢ່າງ ຂ້ອຍກາເປັນຄົນຄືກັນກັບເຈົ້າ.

ເມື່ອເຈົ້າຢາກຮູ້ຈັກ ຢາກຄົບໃຜ ແລະ ຢາກຮັກໃຜຈັກຄົນໜຶ່ງ ເຈົ້າຕ້ອງຮຽນຮຼ້ເຂົາ ບໍ່ແມ່ນປ່ຽນແປງເຂົາ.

 

 

ຂອບໃຈ ທີ່ນີ້

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່