ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2013 | ມີ 11 ຄຳເຫັນ ແລະ 0 trackback(s)

ມີເຫດການໜື່ງທີ່ ເປັນການຕັ້ງໃຈເຮັດຂອງອົງການຈັດຕັ້ງບ້ານ ແຫ່ງໜື່ງຂອງແຂວງ ຜົ້ງສາລີ . ມື້ໜື່ງທາງບ້ານໄດ້ລະດົມປະຊາຊົນພາຍໃນບ້ານເພື່ອໄປຖາງປ່າອ້ອມແອມບ້ານ ເພື່ອປັນດິນ ໃຫ້ແກ່ປະຊາຊົນພາຍໃນບ້ານ  ທຳອິດກໍ່ແມ່ນຖາງປ່າແທ້ຢູ່ພາກຕາເວັນອອກ ແຕ່ຕໍ່ມາເຂົ້າເຈົ້າໄດ້ມາຖາງພາກຕາເວັນຕົກ ພັດໄດ້ລຸກລ້ຳເຂົ້າມາໃນເຂດດິນຂອງພໍ່ເຖົ້າຂ້ອຍ ແຕ່ພໍທາງການຈັດຕັ້ງໄດ້ຖາງເຂົ້າມາໄດ້ 10-20ແມັດ ພໍ່ເຖົ້າກໍ່ອອກໄປເວົ້າໃຫ້ນາຍບ້ານ ແຕ່ອົງການຈັດຕັ້ງບ້ານພັດບໍ່ຟັງ ຍັງຖາງເຂົ້າມາອີກ 40-50 ແມັດ ແຖມທາງບ້ານຍັງມາເວົ້າວ່າດິນດັ່ງກ່າວເປັນຂອງບ້ານ ແຕ່ພໍ່ເຖົ້າຂ້ອຍວ່າບໍ່ແມ່ນຂອງບ້ານ  ຕັ້ງແຕ່ລາວຈື່ໄດ້ດິນຕອນນີ້ລາວກໍ່ໄດ້ມີການປູກຝັງແລະ ລ້ຽງສັດແລ້ວ ດັ່ງນັ້ນລາວຈື່ງຂໍໃຫ້ທາງບ້ານຢຸດ ແຕ່ທາງບ້ານບໍ່ຟັງສຳພັດ ພາກັນຖາງຕົ້ນໄມ້ກີນໝາກອີກຫຼາຍຕົ້ນ ຈົນເຮັັັັັັດໃຫ້ພໍ່ເຖົ້າບໍ່ພໍໃຈຈຶ່ງໄດ້ ເອົາປືນມາຍິງຄູ່ຫຼາຍນັດ ຈັງເຮັດໃຫ້ທາງບ້ານຢຸດການຖາງຊົ່ວຄາວ. ແລະ ຕອນນີ້ຢູ່ໃນຂັ້ນເຈລະຈາ ເຈົ້າຄິດວ່າໃຜຜິດ ພວກຂ້ອຍ ຫຼື ການຈັດຕັ້ງບ້ານ