ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ໄວຣັສເກີດມາເເນວໃດໃຜຮູ້ເເນ່ລະປະຈຸບັນມີຄວາມເຄຶອນໄຫວຫຍັງເເນ່

ໄວຣັສເກີດມາເເນວໃດໃຜຮູ້ເເນ່ລະປະຈຸບັນມີຄວາມເຄຶອນໄຫວຫຍັງເເນ່ເລື່ອງນີ້ເຮົາມີຄຳຕອບ

 

alt

 

ເຮົາກໍ່ຮູ້ກັນດີວ່າໄວຣັສກັບຄອມພິວເຕີມັນເປັນຂອງຄູ່ກັນມາເເຕ່ເຮົາຮູ້ຈັກຄອມພິວເຕີ.

 

ໄວຣັສຄອມພິວເຕີນັ້ນຖືກກຳນົດຂຶ້ນໃນປີ 1983 ໂດຍ

ລຽວນາສ ເເອຣເດີເເມນ

ເເຫ່ງມະຫາວິທະຍາໄລ ເຣຮາຍ.

 

       ລຽວນາສ ເເອຣເດີເເມນໄດ້ໃຫ້ນິຍາມໄວຣັສວ່າ: ເປັນໂປຼເເກຼມທີ່ສາມາດຈຳລອງໂຕເອງໄດ້.

 

ໂດຍຕໍ່ມາລູກສິດຂອງລາວຊື່

ເຟຣດ ໂຄເຫັນ

(Fred cohen)  ໄດ້ສາທິດເເນວຄິດ ເເລະ ຂະຫຍາຍຄວາມກ່ຽວກັບໄວຣັສ, ຈົນໄດ້ຮັບການຍົກຍ້ອງເປັນບິດາເເຫ່ງໄວຣັສສາດ ຫລື VIROLOGY.


altaltalt

      ເເຕ່ໄວຣັສຕົວທຳອິດຂອງໂລກໄດ້ເກີດຂຶ້ນມາກ່ອນໜ້ານີ້,ເຊິງໄວຣັສໂຕນີ້ຊື່ວ່າ: Creeper ຖືກສ້າງຂຶ້ນໃນປີ 1971 ສ້າງໂດຍ ບ໋ອບໂທມັສ. ໄວຣັສໂຕນີ້ເປັນການທົດລອງໂປຼເເກຼມທີ່ສາມາດຈຳລອງໂຕເອງໄດ້,ໃນຕອນນັ້ນ Creeper ໃຊ້ເຄຶ່ອຄ່າຍ Arpanet ເຊິງເປັນຕົ້ນເເບບຂອງລະບົບ ອິນເຕີເນັດ(Internet) ໃນປະຈຸບັນນີ້, ເພຶ່ອການກະຈາຍໂຕເອງໄປສ້າງຄວາມລຳຄານໃຫ້ຜູ້ໃຊ້ດ້ວຍຂໍ້ຄວາມ


alt

I'm The Creeper.
Catch Me If you can

ໂປຼເເກຼມໂຕທຳອິດທີ່ມາກຳຈັດ ໄວຣັສ ໂຕນີເເມ່ນ Reaper.

 

       Creeper ເປັນເເຕ່ ໄວຣັສ ໃນຫ້ອງເເລັບ ບໍ່ໄດ້ກະຈາຍຊູ່ຜູ້ໃຊ້ໂດຍກົງ. ໄວຣັສ ໂຕທຳອິດທີ່ກະຈາຍຊູ້ຜູ້ໃຊ້ເເມ່ນ

ELK Cloner

ຖືກສ້າງຂຶ້ນໃນປີ 1982, ສ້າງໂດຍ: Rich S krenta ຕອນລາວເປັນນັກຮຽນອາຍຸ 15 ປີ. ໄວຣັສໂຕນີ້ກະຈາຍໂຕຜ່ານຊ່ອງ floppy disk ຂອງເຄື່ອງເເອັບເປີນ II (Apple II) ເຊິງຄົນສະໄຫມນັ້ນຄິດວ່າເປັນ ເອລ້ຽນ ບຸກໂລກ ເພາະເວລາມັນທຳງານ ຫນ້າຈໍຄອມພິວເຕີ ຈະມີຂໍ້ຄວາມເເປກໆພ້ອມກັບພາບປິ້ນລວງເເລະໂຕອັກສອນກະພິບ ເຊັນ:

ELK Cloner :
The Program with a Personality
    It will get on all your Disks
        It will infiltrate your chips
           Yes It's Cloner !
     It will stick to you like glue
        It will Modify ram too
            Send in the Cloner

ໄວຣັສໂຕທຳອິດທີ່ທຳງານເທິງເຄື່ອງ IBM ເຊິງເປັນເເບບດຽວກັບທີ່ໃຊ້ໃນປະຈຸບັນ,ໄວຣັສໂຕນິ້ຊື່ວ່າ: Brain ຖືກສ້າງຂຶ້ນໃນປີ 1986 ສ້າງໂດຍ: ສອງອ້າຍນ້ອງຊາວ ປາກີສະຖານ ຊື່ວ່າ: ບຼາຊິດ ເເລະ ອຳຈາສ ຟາລຸກອາວີ.

 

     ໄວຣັສໂຕນີ້ມີຊື່ສຽງຫລາຍເພາະກະຈາຍໄປໃນວົງກ້ວາງ ຜ່ານການຕິດໃນ boot sector ຂອງເເພ່ນດີສ(Disk)

 

ຈົນກະທັງນິຕະຍາສານທາມ໌(TIME magazine) ຂະໜານນາມວ່າມັນເປັນ Pakistan Flu ຫລືໄຂ້ຫວັດ ປະກິສະຖານ, ເຖິງວ່າໄວຣັສໂຕນີ້ຈະບໍ່ເຮັດຫຍັງຮ້າຍເເຮງກັບເຄຶ່ອງຄອມ, ເເຕ່ວ່າສອງອ້າຍນ້ອງນີ້ໄດ້ຮັບຜົນກະທົບບໍ່ໜ້ອຍເພາະວ່າມີຄົນໂທໄປຕໍ່ວ່າຈົນເຂົາເຈົ້າຕ້ອງຍົກເລີກເບີໂທລະສັບໄປເລີຍ.

 

      ຫລັງຈາກນັ້ນໄວຣັສກໍ່ຖືກພັດທະນາມາເລື້ອຍໆເເລະມີດັ່ງນີ້:

 


  • CIH ຖືກສ້າງຂຶ້ນໃນປີ 1998 ທີ່ທຳລາຍ Bios ຂອງເຄື່ອງຄອມ
  • Sircam ຖືກສ້າງຂຶ້ນໃນປີ 2001 ທີ່ສົ່ງອີເມວກະນຳເນັດເວີກ Network
  • Blaster ຖືກສ້າງຂຶ້ນໃນປີ 2003 ທີ່ເຮັດໃຫ້ເຄຶ່ອງຄອມປິດເອງ
  • MyDoom ຖືກສ້າງຂຶ້ນໃນປີ 2004 ເປັນໄວຣັສທີ່ກະຈາຍໂຕທາງອີເມວໄວທີ່ສຸດ
  • Flashy ຖືກສ້າງຂຶ້ນໃນລະຫວ່າງ 2006-2008 ທີ່ເຮັດໃຫ້ flash drive ຕິດໄວຣັສກັນທົ່ວເມືອງ
  • Conficker ຖືກສ້າງຂຶ້ນໃນປີ 2009 ເຊິງຄອມທີ່ຕິດໂຕນີ້ຈະຖືກຄວບຄຸມເເລະລັກເອົາຂໍ້ມູນຈາກຄອມທີ່ຕິດໄວຣັສດັ່ງກ່າວ,ເຊິງ MicroSoft ໄດ້ຕັ້ງຄ່າຫົວຜູ້ສ້າງໄວຣັສໂຕນີ້ເເລ້ວ

 

ເເຕ່ໃນປະຈຸບັນຍັງມີໄວຣັສທີ່ຖືກພັດທະນາມາຢ່າງຫລວງຫລາຍເຊັ່ນ:

 

Trojan, worm, Rootkit...ເເລະອື່ນໆ

 

ຈາກ: www.deklao.site11.com

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 ບອນຟັງເພງໂຫລດເພງສາກົນມ່ວນໆເພງສາກົນໃໝ່ໆ

ໄຜທີ່ມັກເພງສາກົນມ່ວນໆເພງສາກົນໃໝ່ໆສາມາດໄປຟັງເເລະໂຫລດທີ່ນີ້ເລີຍເນາະ

ເເລ້ວຈະບໍ່ເສຍໃຈເພາະເພີ່ນຄັດເເຕ່ເພງມ່ວນໆໃໝ່ໆມາໃຫ້ເເຖມຍັງໄດ້ຟັງໄປໂຫລດໄປນຳອີກ

http://laoplay.site11.com/data/mp3%20download.php

 

http://www.laoplay.site11.com