ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

 

ແຈກ E-Book ສອນການຕິດຕັ້ງ​ WordPress ໃນເວັບໂຮດຕິ້ງຕົວຈິງ ແບບລະອຽດທຸກຂັ້ນຕອນ, ອີກທັ້ງເປັນພາສາລາວ ເຂົ້າໃຈງ່າຍ ອະທິບາຍລະອຽດ ພ້ອມຕົວຢ່າງ ສາມາດເຮັດຕາມໄດ້ງ່າຍ.

ດາວນ໌ໂຫລດໄດ້ທີ່: http://yo4url.tk/wordpress ແລະສຳຮອງ http://www.mediafire.com/?s06cz42w9chqf20 

ຈາກ: Souliyo.com Lao IT Channel

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ໃນປະຈຸບັນຊີວິດ​ຄົນ​ເຮົາ​ຜູກ​ພັນ​ກັບ​ໂລກ​ອອນ​ໄລນ໌​ຫລາຍ​ຂຶ້ນ ແຕ່ມີໃຜເຄີຍຄິດບໍ່ຖ້າຫາກເຮົາຕາຍໄປຈາກໂລກນີ້ແລ້ວໃຜຈະສືບເນື່ອງ ຫລື ຮັກສາສິງຂອງເລື່ອງລາວແລະອື່ນໆ ຢູ່ເທິງໂລກອິນເຕີລເນັດຂອງເຮົາ ເຊິງຕອນນີ້ກໍ່ມີບໍລິການເກັບຂໍ້ມູນທຸກຢ່າງຂອງເຮົາເທິງໂລກອິນເຕີລເນັດ ທີ່ຊືວ່າLegacyLocker. ເຊິ່ງ  LegacyLocker ​ໄດ້​ຖື​ກຳ​ເນີດ​ຂຶ້ນ​ມາ ເພື່ອ​ສ້າງ​ກ່ອງ​ນິລະ​ໄພ​​ເພື່ອ​ເກັບ​ມໍລະດົກ​ແບບດິ​ຈິ​ຕອນ​ໄວ້​ໃຫ້​ລູກ​ ຫລານ ຫລື ຄົນທີ່ເຮົາຕ້ອງການຢາກມອບໃຫ້. LegacyLocker ກໍ່ຕັ້ງໂດຍ Jeremy Toeman​ ທີ່​ຊານ​ຟານ​ຊິດ​ໂກ​.

LegacyLocker ຈະ​ເປັນ​ຄືກັບກ່ອງ​ນິລະ​ໄພ​ສ່ວນ​ຕົວ​ສຳລັບ​ຂໍ້​ມູນ ຫລື ມໍລະດົກເທິງໂລກອິນເຕີລເນັດ ​ທີ່​ຕ້ອງ​ມີ​ບັນ​ຊີ ທີ່​ໃຊ້​ລະ​ຫັດ​ຜ່ານ​ເພື່ອ​ເຂົ້າ​ເຖິງ ລວມ​ເຖິງ​ສຳ​ເນົາ​ເອກະສານ​ຫລື​ ວິ​ດີ​ໂອ​ ແລະອື່ນໆ. ນອກ​ຈາກ​ນັ້ນ ຜູ້ໃຊ້ບໍລິການ​ຍັງ​ສາມາດ​ຖິ້ມ​ຂໍ້ຄວາມ​ໄວ້​ສົ່ງ​ເຖິງ​ທາຍາດ ຫລື ຜູ້​ຮັບ​ມໍລະດົກ​ເມື່ອ​ຕົນ​ເສຍຊີວິດ.

ສຳລັບບໍລິການຂອງ​ LegacyLocker ນັ້ນມີ​ວັດ​ຖຸ​ປະສົງ​ຫລັກ​ເພື່ອ​ເປັນ​ກ່ອງ​ນິລະໄພ​ອອນ​ໄລນ໌​ສຳລັບ​ບັນ​ຊີ​ ອິນ​ເຕີລ໌​ເນັດ ​ທີ່ຕ້ອງ​ໃຊ້​ລະ​ຫັດ​ຜ່ານ ແລະ​ ຂະນະ​ນີ້ກຳ​ລັງ​ສ້າງ​ເຄື່ອງ​ມື​ເພຶ່ອ​ເຕີມ​ເຕັມ​ວິ​ໄສ​ທັດ​ໃນ​ການ​ເປັນ​ ຄັງມໍລະດົກ​ອອນ​ໄລນ໌ ທີ່​ມີ​ລະບົບຮັກສາຄວາມ​ປອດ​ໄພ​ສຳລັບ​ມໍລະດົກ​ສະເຫມືອນ​ຂອງ​ສະມາຊິກ. Jeremy Toeman​ ກຳ​ລັງ​ເວົ້າ​ເຖິງ​ສິ່ງ​ທີ່​ເຮົາ​ອັບ​ໂຫລດ ແລະ​ຜົນ​ງານ​ທາງ​ອອນ​ໄລນ໌​ອື່ນໆ ທີ່​ເປັນ ‘ມໍລະດົກ​ດິ​ຈິ​ຕອນ’ ທີ່​ຄວນ​ລວມ​ຢູ່ໃນ​ມໍລະດົກ​ທີ່​ຄວນ​ແບ່ງ​ປັນ​ໃຫ້​ທາຍາດ​ເມື່ອ​ຄົນໆ ນັ້ນ​ຈາກ​ໄປ

ໃຜສົນໃຈກໍ່ສາມາດເຂົ້າໄປໃຊ້ໄດ້ເລີຍທີ່ www.legacylocker.com ຄ່າບໍລິການດັ່ງກ່າວແມ່ນມີສາມແບບໃຫ້ເລືອກ ມີແບບຟຼີມາໃຫ້ດ້ວຍ, ແບບທີ່ສອງກໍ່ຈ່າຍລາຍປີ  $29.99 ຕໍ່ປີ, ຖ້າໃຜບໍ່ຢາກຈ່າຍຫລາຍຄັ້ງກໍ່ເອົາແບບທີ່ສາມເລີຍຈ່າຍເທຶ່ອດຽວຈົບ $299.99 . ເບິງໄດ້ທາງລຸ່ມນີ້ເລີຍ

ຂໍ້ມູນຈາກ: SOULIYO.COM | Lao IT Channel

ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ໃຜທີ່ມີບັນຫາກັບ NOKIA 5800 xpressmusic ທີ່ບໍ່ສາມາດອ່ານພາສາລາວໄດ້ ມື້ນີເຮົາມີວິທີໃຫ້ທ່ານນຳໄປໃຊ້ກັບ NOKIA 5800 xpressmusic ຂອງທ່ານໃຫ້ອ່ານພາສາລາວໄດ້ເເບບງ່າຍໆບໍ່ຕ້ອງເຮັດຫຍັງຫລາຍພຽງເເຕ່ກ໊ອບປີ້ເເລ້ວວາງພຽງເທົ່ານີ້ NOKIA 5800 xpressmusic ຂອງທ່ານກໍ່ສາມາດອ່ານພາສາລາວໄດ້ເເລ້ວ ມາເບິງວິທີ່ການເຮັດກັນເລີຍ.

  1. ກ່ອນອື່ນກໍ່ດາວໂຫລດຟ່ອນກ່ອນ ດາວໂຫລດທີ່ນີ້ ຫລັງຈາກດາວໂຫລດມາເເລ້ວກໍ່ເເຕກໄຟລ໌ອອກ,
  2. ເເລ້ວຫລັງຈາກນັ້ນກໍ່ຕໍ່ສາຍ USB ຫລືຈະຖອດ Memory ອອກມາກໍ່ໄດ້ ເເລ້ວຕໍ່ເຂົ້າກັບຄອມພິວເຕີ່ຂອງທ່ານ
  3. ຫລັງຈາກນັ້ນກໍ່ໃຫ້ເຂົ້າໄປຫາ Memory ຂອງທ່ານ ເເລ້ວຊອກຫາ Folder ທີ່ຊື່ວ່າ resource ເເລ້ວກໍ່ເຂົ້າໄປຫາ Folder ທີ່ຊື່ວ່າ Fonts ຖ້າບໍ່ມີໃຫ້ສ້າງຂຶ້ນໃຫມ່ ເເລ້ວໃສ່ຊື່ວ່າ Fonts
  4. ຫລັງຈາກນັ້ນນັ້ນນຳຟອນທີ່ຢູ່ໃນ Folder “Font lao for 5800 xpressmusic ” ທີ່ທ່ານໄດ້ດາວໂຫລດມານັ້ນ ໄປໃສ່ໃນ E: \ resource \ Fonts ໃນ Memory ຂອງທ່ານ
  5. ຫລັງຈາກສຳເລັດເເລ້ວກໍຈັດການ ປິດເຄື່ອງເເລ້ວເປີດໃຫມ່ ຫລັງຈາກນັ້ນກໍ່ລອງເຂົ້າເວັບ ຫລື ອັນໃດກໍ່ໄດ້ທີ່ເປັນພາສາລາວ

DOWNLOAD:font lao for Nokia 5800 xpressmusic  ຫລືຈະເປັນລິ້ງນີ້ກໍ່ໄດ້  http://www.mediafire.com/?1stxhnhll2ylhrw

ພຽງເທົ່ານີ້ທ່ານກໍ່ຈະສາມາດອ່ານພາສາລາວ ເເລະສາມາດອ່ານຂ່າວສານຈາກເວັບພວກເຮົາເເລະເວັບຂອງລາວອື່ນໆໄດ້ເເລ້ວ ຂອງໂທລະສັບລຸ້ນອື່ນໆເອົາໄວ້ມື້ຫນ້າສິມາບອກອີກໃຫ້ອີກ. ຖ້າໃຜມີຂໍ້ຂ້ອງໃຈກໍ່ສາມາດ ສະເເດງຄວາມຄິດເຫັນຂ້າງລຸ່ມນີ້ໄດ້ເນາະ. ເເລະຍັງມີຮູບມາໃຫ້ເບິງອີກດ້ວຍວ່າໄດ້ຜົນສ່ຳໃດ.

 

ບໍ່ເຂົ້າໃຈປະການໃດ ໄປຕາມນິເລີຍ: http://www.souliyo.com/lao-font-for-nokia-5800-xpressmusic

 

ທີ່ມາ: SOULIYO.COM Lao IT Channel ຕິດຕາມຂ່າວສານໂລກໄອທີ