ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ໃຜທີ່ມີບັນຫາກັບ NOKIA 5800 xpressmusic ທີ່ບໍ່ສາມາດອ່ານພາສາລາວໄດ້ ມື້ນີເຮົາມີວິທີໃຫ້ທ່ານນຳໄປໃຊ້ກັບ NOKIA 5800 xpressmusic ຂອງທ່ານໃຫ້ອ່ານພາສາລາວໄດ້ເເບບງ່າຍໆບໍ່ຕ້ອງເຮັດຫຍັງຫລາຍພຽງເເຕ່ກ໊ອບປີ້ເເລ້ວວາງພຽງເທົ່ານີ້ NOKIA 5800 xpressmusic ຂອງທ່ານກໍ່ສາມາດອ່ານພາສາລາວໄດ້ເເລ້ວ ມາເບິງວິທີ່ການເຮັດກັນເລີຍ.

  1. ກ່ອນອື່ນກໍ່ດາວໂຫລດຟ່ອນກ່ອນ ດາວໂຫລດທີ່ນີ້ ຫລັງຈາກດາວໂຫລດມາເເລ້ວກໍ່ເເຕກໄຟລ໌ອອກ,
  2. ເເລ້ວຫລັງຈາກນັ້ນກໍ່ຕໍ່ສາຍ USB ຫລືຈະຖອດ Memory ອອກມາກໍ່ໄດ້ ເເລ້ວຕໍ່ເຂົ້າກັບຄອມພິວເຕີ່ຂອງທ່ານ
  3. ຫລັງຈາກນັ້ນກໍ່ໃຫ້ເຂົ້າໄປຫາ Memory ຂອງທ່ານ ເເລ້ວຊອກຫາ Folder ທີ່ຊື່ວ່າ resource ເເລ້ວກໍ່ເຂົ້າໄປຫາ Folder ທີ່ຊື່ວ່າ Fonts ຖ້າບໍ່ມີໃຫ້ສ້າງຂຶ້ນໃຫມ່ ເເລ້ວໃສ່ຊື່ວ່າ Fonts
  4. ຫລັງຈາກນັ້ນນັ້ນນຳຟອນທີ່ຢູ່ໃນ Folder “Font lao for 5800 xpressmusic ” ທີ່ທ່ານໄດ້ດາວໂຫລດມານັ້ນ ໄປໃສ່ໃນ E: \ resource \ Fonts ໃນ Memory ຂອງທ່ານ
  5. ຫລັງຈາກສຳເລັດເເລ້ວກໍຈັດການ ປິດເຄື່ອງເເລ້ວເປີດໃຫມ່ ຫລັງຈາກນັ້ນກໍ່ລອງເຂົ້າເວັບ ຫລື ອັນໃດກໍ່ໄດ້ທີ່ເປັນພາສາລາວ

DOWNLOAD:font lao for Nokia 5800 xpressmusic  ຫລືຈະເປັນລິ້ງນີ້ກໍ່ໄດ້  http://www.mediafire.com/?1stxhnhll2ylhrw

ພຽງເທົ່ານີ້ທ່ານກໍ່ຈະສາມາດອ່ານພາສາລາວ ເເລະສາມາດອ່ານຂ່າວສານຈາກເວັບພວກເຮົາເເລະເວັບຂອງລາວອື່ນໆໄດ້ເເລ້ວ ຂອງໂທລະສັບລຸ້ນອື່ນໆເອົາໄວ້ມື້ຫນ້າສິມາບອກອີກໃຫ້ອີກ. ຖ້າໃຜມີຂໍ້ຂ້ອງໃຈກໍ່ສາມາດ ສະເເດງຄວາມຄິດເຫັນຂ້າງລຸ່ມນີ້ໄດ້ເນາະ. ເເລະຍັງມີຮູບມາໃຫ້ເບິງອີກດ້ວຍວ່າໄດ້ຜົນສ່ຳໃດ.

 

ບໍ່ເຂົ້າໃຈປະການໃດ ໄປຕາມນິເລີຍ: http://www.souliyo.com/lao-font-for-nokia-5800-xpressmusic

 

ທີ່ມາ: SOULIYO.COM Lao IT Channel ຕິດຕາມຂ່າວສານໂລກໄອທີ

Delicious Digg Fark Twitter