ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ໃຜສິໄປງານ ບາແຄ້ມວຽງຈັນ ແນ່
ສ້າງເມື່ອ ພ.ຈ.. 13, 2010 26 ຄົນໂຫວດ, 24 ຄຳເຫັນ, ອ່ານ 456 ເທື່ອ
ລາຍລະອຽດ: ງານຈັດຂຶ້ນວັນທີ 27 ພະຈິກ, ເລີ່ມແຕ່ເວລາ 08:00 ເຖິງ 19:00 ໂມງ.
ງານຈັດຂຶ້ນທີ່ ອາຄານໄອທີພາກພິເສດ, ຄະນະວິສະວະກຳສາດ
ມະຫາວິທະຍາໄລແຫ່ງຊາດ, ວິທະຍາເຂດໂສກປ່າຫລວງ
ຖະໜົນລາວ-ໄທ, ນະຄອນຫລວງວຽງຈັນ.

ບາແຄ້ມ ແມ່ນງານລະດັບສາກົນເທິງພື້ນຖານແນວຄິດໃຫມ່ ແລະ ການຮ່ວມປະຊຸມທີ່ຜູ່ເຂົ້າຮ່ວມຈະເປັນຜູ່ກຳໜົດ
ຫົວຂໍ້ໃນການສົນທະນາເອງ, ເຊິ່ງຈະກ່ຽວກັບເຕັກໂນໂລຢີແບບເປີດກວ້າງ ສຳລັບບຸກຄົນທີ່ສົນໃຈ,
ອົງກອນທຸລະກິດ ແລະ ອົງກອນທີ່ບໍ່ມຸ້ງຜົນກຳໄລ.
ໂດຍແນໃສ່ບຸກຄົນທີ່ສົນໃຈທາງດ້ານຄອມພິວເຕີ, ຜູ່ຊົມໃຊ້ອິນເຕີເນັດ, ນັກເຕັກໂນໂລຢີ, ຜູ່ປະກອບການ,
ນັກຂ່າວຍຸກດິຈິຕອນ, ນັກພັດທະນາເວັບໄຊ້ ແລະ ຊາວອິນເຕີເນັດມາຮ່ວມແບ່ງປັນ ແລະ ຮຽນຮູ້ເຕັກໂນໂລຢີຕ່າງໆ
ໃນບັນຍາກາດທີ່ເປັນກັນເອງ. ຫາກທ່ານມີໂຄງການ, ຜົນງານ ຫລື ແນວຄິດເຕັກໂນໂລຢີທີ່ຫນ້າສົນໃຈ,
ນີ້ຖືເປັນໂອກາດດີທີ່ທ່ານຈະໄດ້ນຳສະເໜີມັນ. ຢ່າເກັບໄວ້ຄົນດຽວເຊີນມາພົບປະກັນໃນງານຄັ້ງນີ້
ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ!
ເຊີນລົງທະບຽນໄດ້ຟຣີທີ່ເວັບໄຊ້ http://barcampvientiane.org