ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

The impact of global warming

 

We all know that global warming occurs in both. Layer if the temperature continues to increase from 0.15 to 0.3 º C in the IPCC report on research in 2040 is exhausted the Earth’s polar ice bottom (currently 33 years) are expected. So widespread hunger in the world, Earth 2050, and continue to heat and lack of fresh water

The air becomes too hot, millions of people struggling for food and water. Shortness of smoke and dust. Flooded homes in coastal waters. Overflow of seawater is more widespread and eventually engulf the entire island as. Treasury is done by the human soul, will not be displayed.

We already know all this, some people try to inform you that this event actually happened, however, never mind was not yet certain people. So maybe you still feel comfortable in this situation. But social, very quiet, like food, water, all of the air, enough land to play ball, you can enjoy …

So if in 10 or 20 years or 30 years. We consider all the subject of this course, but I’ll go if you do not keep trying to say that because I am a very stupid man, I found significant changes taking place right now.

Related posts:

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

Asteroid Heading to Earth 2039

Researchers Andrea Milani, Steven R. Chesley, and Giovanni B. Valsecchi have predicted the potentially catastrophic arrival of an asteroid, now designated 1999 AN10, on Earth. It is something that we have feared since we first realized the potential for collision in space. An asteroid of sufficient magnitude to collide with the Earth and leave its mark on the surface would have a terrifying effect on the planet. This is the most popular scientific scenario we have to explain the extinction of dinosaurs and in 2039, it could mean our own extinction.

 

The Facts on 1999AN10

According to NASA and the Near Earth Object Program, the danger that this asteroid presents is still very real. It seems that 1999 AN10 is definitely moving away from the sun and towards our planet. Current projections based on the newest observations of the object’s trajectory state that 1999 AN10 will reach the closest point of it’s path to Earth itself  on August 7th 2027. NASA reports that the asteroid may pass as closely as 37,000 km from the Earth’s center and nineteen miles above the surface, but makes a point of stating that it will pass no nearer. NASA confidently states that there will be no collision in 2027.

 

The Future Trajectory of 1999AN10

The calculations as to the miss distance are admittedly uncertain, however. It is just as possible that 1999 AN10 could pass well outside the Moon’s orbit—keeping it from affecting the Earth at all. Worryingly, there is a chance that the asteroid could pass by the Earth in 2027 only to be slingshotted back in such a way as to collide with it in 2039. This is the real danger uncovered by Milani, Chesley, and Valsecchi’s calculations. Though the chances of this actually occurring are now set at one in ten million, they are still much higher than anyone would like to see. Observation of the object’s trajectory will continue to be closely monitored for just that reason.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2011 | ມີ 0 ຄຳເຫັນ ແລະ 0 trackback(s)
ຊະຕາກັມເມືອງລາວອີກ 50ປີ ຂ້າງຫນ້າ II
31/May/2010 07:07
ຜູ່ຂຽນ: fishface

Picture@Bailane.com

ຕໍ່ຈາກ

ສະບັບທີ່ຜ່ານມາ

ອາທິດແລ້ວ



ຫລັງຈາກປາບພວກໄທຍຜູ່ດີປາກຈັງໄຮໄດ້ແລ້ວ ປະເທດອີ່ສານລ້ານນາມີອານາເຂດໄພສານ ແລະໄດ້ປ່ຽນຊື່ມາເປັນປະເທດ

ບັກສານຕື້ນາ

ແລະພູກມິດໄມຕຣີ ກັບປະເທດອ້ອມຂ້າງ ໂດຍສະເພາະກັບປະເທດຂະເມນ ບັກສານຕື້ນາ ໄດ້ເຊັນສັນຍາມອບດີນແເດນ ສ່ວນນື່ງຄືນໃຫ້ຂະເມນ ແລະຮ່ວມກີນນໍ້າສາບານວ່າ ຈະເປັນປະເທດເພື່ອນມິດ ຕໍ່ກັນ (ບໍ່ແມ່ນປະເທດອ້າຍນ້ອງ ຄືລາວກັບຫວຽດ) ແລະໄດ້ສ້າງເຈດີ ບັກໃຫຍ່ໆຂື້ນທີ່ຊາຍແດນ ລະຫວ່າງບັກສານຕື້ນາແລະຂະເມນ ຊື່ວ່າ ເຈດີ ສີສອງສ່ຽວ ປະມຸກຂອງປະເທດຂະເມນ ໄດ້ໃຫ້ຄຳສັນຍາແບບນັກເລັງວ່າ ຖ້າໃຜກ້າມາຍຽບຕີນ ບັກສານຕື້ນາ ມັນເທົ່າກັບຍຽບຫົວຂະເມນ



ປີ 2027-2030 ການເມືອງລາວເຖີງຂັ້ນໂຄມ່າ ບ້ານເມືອງເຫລ້ະເທະ ຄົນລາວແທ້ໆຂາດທີ່ຢູ່ອາໃສ ຕິດການພະນັນ ເຫົ້ລາຢາ ຢາເສບຕິດ ເປັນພະຍາດໂຣກຕັບ ເບົາຫວານ ຫົວໃຈ AIDS... ອາຊີບສ່ວນໃຫຍ່ເປັນກຳມະກອນ ຫາເຊົ້າກີນເຊົ້າ ຫາແລງກີນແລງ ຂາຍບໍລິການ ຂາຍທຸກຢ່າງທີ່ພໍຂາຍໄດ້ ຈາກເມື່ອກ່ອນ ທີ່ເຄີຍອວດຮັງອວດມີ ກີນເບຍເລຍນົມ ລຳວົງໄດ້ທຸກມື້ ບາດນີ້ກາຍເປັນ The looser ສ່ວນສະພາບແວດລ້ອມບໍ່ໃຫ້ເວົ້າ ແຜ່ນດີນລາວກາຍເປັນປ່າຊ້າ ບ່ອນຖີ້ມສານເຄມີອັນຕະລາຍ ກາກນີວເຄຣຍ ທັງເປັນບ່ອນທົດລອງອາວຸດເຄມີ ແລະນີວເຄຣຍ ຂອງທັງຈີນແລະຫວຽດນາມ



ເພາະການກະຫາຍ ຢາກມີລະເບີດນີວເຄຣຍ ຂອງຫວຽດນາມນີ້ເອັງ ຈີນທົນເບີ່ງຕໍ່ໄປບໍ່ໄດ້ ເລີຍປະກາດສົງຄາມກັບຫວຽດນາມ ຄັ້ງຍີ່ງໃຫຍ່ໃນປີ 2031 ສົງຄາມມັງກອນໃຫຍ່ກັບມັງກອນຈ່ອຍ ດຳເນີນໄປເຖີງ9ປີເຕັມ ຕາຍກັນຫລາຍລ້ານຄົນ ທັງສອງປະເທດອ່ອນເພຍລົງ ຈີນທີ່ເຄີຍເປັນເຈົ້າໂລກທາງເສດຖະກິດ ເກີດວິກິດການຂື້ນ ພາຍໃນປະເທດເອັງເກີດການແບງແຍກແຜ່ນດີນ ຂອງຊາວຈີນມຸດສະລີມ ແລະເຂດມົນທົນຢູນານ ຊາວຮົງກົງກໍ່ລຸກຂື້ນຕໍ່ຕ້ານ ບໍ່ຍອມຂື້ນກັບຈີນແຜ່ນດີນໃຫຍ່ ສ່ວນຫວຽດນາມອາໃສຍຸດທະວິທີ່ເດີມ ທີ່ເຄີຍເອົາຊະນະອາເມຣິກາມາແລ້ວ ດ້ວຍການມຸດລົງດີນ ຊາວບ້ານຄືທະຫານ ທະຫານຄືຊາວບ້ານ



ທ້າຍປີ 2040 ຈີນຕັດສີນໃຈປິດສົງຄາມກັບຫວຽດນາມລົງ ດ້ວຍການຍິງລູກສອນໄຟຕິດຫົວນິວເຄຣຍ 5 ລູກໃສ່ປະເທດຫວຽດນາມ ອານິຈັງຫວຽດນາມ ຫາກໍ່ສ້າງອາວຸດນິວເຄຣຍ ໄດ້ສຳເລັດ ແຕ່ບໍ່ມີລູກສອນໄຟໄລຍະໄກ ພໍຈະຍີງຄືນໃສ່ປະເທດຈີນໄດ້ ພົນລະເມືອງຫວຽດນາມເຈັດໂລຍເກືອບຫມົດ ພໍເຫລືອໄວ້ສືບພັນກະມີແຕ່ ພວກທີ່ອົພະຍົບມາຢູ່ແຂວງຄຳມ່ວນ ປາກເຊຂອງລາວນັ້ນ ເຫດການລະເບີດນິວເຄຣຍ ອະນຸພາບຂອງມັນຮ້າຍແຮງເຮັດໃຫ້ ເກີດແຜ່ນດີນໄຫວຕາມມາ ສະພາບດີນຟ້າອາກາດປ່ຽນແປງ ແລະປະເທດລາວ ຕາມແນວຊາຍແດນເອັງ ກໍ່ໄດ້ຮັບ ສະມັດຕະພາບລັງສີ ໄປຕາມໆກັນ



ຈີນຖືກນາໆຊາດຕໍ່ຕ້ານ ສາບແຊ່ງ ຕໍ່ການໃຊ້ອາວຸດຮ້າຍແຮງທຳຮ້າຍໂລກມະນຸດ ຫລາຍປະເທດ ຢຸດການຄ້າຂາຍນຳເຂົ້າສີນຄ້າລາຄາຖືກ ຈາກຈີນ ບວກກັບສະພາບການພາຍໃນຂອງຈີນເອັງ ເຮັດໃຫ້ເສດຖະກິດ ການເມືອງຂອງຈີນຊຸດໂຊມລົງ ໄວກວ່າຍຸກເສດຖະກິດຈະຫລວດ ຄົນຈີນທະລັກຫນີອອກນອກປະເທດ ປານນໍ້າຖ້ວມຂີ້ກະເດືອນ ຜູ່ມີເງີນຫລາຍແດ່ ບີນໄປຮອດອາເມຣິກາ ເອີຣົບ ສ່ວນຜູ່ມີນ້ອຍຫລືມີແຕ່ໄມ້ທູຄູ່ດ່ຽວ ຫນີເຂົ້າເມືອງລາວ ແລະປະເທດບັກສານຕື້ນາ



ປະເທດລາວ ໄດ້ຮັບຜົນສະທ້ອນໃຫຍ່ຫລວງ ຈາກສົງຄາມຈີນຫວຽດນາມຄັ້ງນີ້ ທາງດ້ານການເມືອງ ບໍ່ມີຈຸດຢືນອັນແນ່ນອນ ຍຽບເຮືອສອງແຄມມັນແສນຍາກ ຄະນະລັດຖະບານປ່ຽນແປງຕະລອດ ບັນຫາພາຍໃນປະເທດຍັງເອົາບໍ່ລອດແລ້ວ ຍັງຕ້ອງແກ້ໄຂບັນຫາອົພະຍົບ ທັງຈີນແລະຫວຽດນາມອີກ ປຊຊບໍ່ມີທີ່ຢູ່ອາໃສ ບໍ່ມີວຽກເຮັດງານທຳ ໂດຍສະເພາະຊົນກຸ່ມນ້ອຍ ອາໂບລີຈີນີ (ລາວແທ້) ເກີດການປະທ້ວງ ຈໍລະກັມ ມີຮອດຂະບວນການ ລາວໂຮມລາວ ຕ້ອງການໂຮມລາວຝັງຊ້າຍ ເຂົ້າກັບລາວຝັງຂວາ



ປີ 2042-2050 ເສດຖະກິດ ຄວາມເຂັ້ມແຂງ ຂອງປະເທດບັກສານຕື້ນາ ຖືວ່າຍີ່ງໃຫຍ່ໃນຄົງເຂດນີ້ ພ້ອມໆກັບການເອົາໂຕອອກຫ່າງຈາກຈີນ ເຮັດໃຫ້ການພົວພັນກັບບັນດາປະເທດຕາເວັນຕົກ ແຫນ້ນແຟ້ນຂື້ນ ມີການສັ່ງຊື້ອາວຸດ ອັນທັນສະໄຫມ ຈາກອາເມຣິກາ ເພີ່ມຈຳນວນທະຫານ ແລະສະສົມສະບຽງອາຫານ ບໍ່ມີໃຜຮູ້ແນ່ນອນວ່າ ບັກສານຕື້ນາ ຕຽມເຮັດສົງຄາມກັບໃຜ ເພາະສະຖານະການຊາຍແດນ ລະຫວ່າງປະເທດບັກສານຕື້ນາ ກັບພຣະມ້າ ແລະລາວເລີ້ມຮຸນແຮງຂື້ນເລື້ອຍໆ



ຄຽງຄູ່ກັນນັ້ນ ປະເທດຂະເມນກໍ່ມີການເສີມສ້າງກຳລັງຄືກັນ ສ່ວນປະເທດຫວຽດນາມທີ່ຫມຸ່ນອຸ້ຍປຸ້ຍ ຈາກລະເບີດນີວເຄຣຍຂອງຈີນ ປະເທດກາຍເປັນ ປະເທດໂພນຂີ້ຫມາຈອກ ຢູ່ໄດ້ໂດຍອາໃສ່ເຂົ້າເບີກ ເງີນຊ່ອຍເຫລືອຈາກຕ່າງປະເທດ ຊາວຫວຽດນາມລັ່ງໄຫລ ອົບພະຍົບເຂົ້າມາຢູ່ແຜນດີນລາວ ເກືອບຫມົດ ໂດຍສະເພາະເຂດພາກໃຕ້ ແຕ່ທ່າບົກວຽງຈັນລົງໄປ ພາສາທາງການແມ່ນໃຊ້ພາສາຫວຽດ ສ່ວນວຽງຈັນຂື້ນໄປເຫນືອສຸດ ໃຊ້ພາສາຈີນເປັນພາສາທາງການ ດົນໆຕາມແຄມຖະນົນ ຈະໄດ້ຍີນສຽງຈົ່ມ ຄວນຄາງ ຢ່າງທໍລະມານ ເປັນພາສາລາວເທື່ອນື່ງ ເພາະເຫດນີ້ຫລືບໍ່ ທີ່ເປັນເຫດໃຫ້ປະເທດອີ່ສານຕື້ນາຕ້ອງເລັ່ງ ເສີ່ມສ້າງກຳລັງ ຫລືວ່າພາຍໃນປະເທດບັກສານຕື້ນາເອັງ ເລີ່ມເກີດຄວາມວຸ້ນວາຍແຕກແຍກ ເຫດການຈະເປັນແນວໃດນັ້ນ ກະລຸນາຕິດຕາມໄດ້ ໃນຕອນຕໍ່ໄປ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ໂລກພວມປະສົບກັບ ໄພທໍາມະຊາດຫລາຍຂຶ້ນ ຍ້ອນສະພາວະໂລກຮ້ອນ

ໃນເວລານີ້ ສະພາວະແຫ້ງແລ້ງ ໄພນໍ້າຖ້ວມ ແລະໄຟປ່າ ກໍາລັງສ້າງຄວາມເສຍຫາຍຢ່າງ ມະຫາສານຢູ່ໃນຫລາຍໆພາກສ່ວນຂອງໂລກ ແລະ ພວກນັກວິທະຍາສາດ ໄດ້ພາກັນເຕືອນ ເຖິງສະພາບອາກາດທີ່ຈະຮຸນແຮງຍິ່ງຂື້ນໄປອີກ ຂະນະທີ່ໂລກຮ້ອນເອົ້າຂື້ນ ຍ້ອນການປ່ຽນ ແປງ ຂອງດິນຟ້າອາກາດນັ້ນ. ນັກຂ່າວວີໂອເອ Suzanne Presto ມີລາຍງານເລຶ່ອງນີ້ ຊຶ່ງດາຣາຈະນໍາມາສະເໜີທ່ານ.

  06-04-2011

ຮູບຈາກ: REUTERS

ນໍ້າຖ້ວມທີ່ເມືອງ Vicksburg ລັດ Mississippi, ວັນທີ 17 ພຶດສະພາ 2011. REUTERS/Eric Thayer

ໄຟປ່າໄດ້ບັງຄັບໃຫ້ປະຊາຊົນຫລາຍພັນຄົນ ຕ້ອງຍົກຍ້າຍ
ໜີອອກຈາກບ້ານ​ເຮືອນຂອງພວກເຂົາເຈົ້າ ໃນເຂດພາກ ເໜືອຂອງຄານາດາ.

ສ່ວນໃນເຂດພາກໃຕ້ຂອງສະຫະລັດ ແມ່ນໍ້າ Mississippi
ທີ່​ໄຫລ​ລົ້ນ​ຝັ່ງ​ ແລະພວກແມ່ນໍ້າທີ່ເປັນສາຂາຂອງແມ່ນໍ້າ
ສາຍນີ້ ​ໄດ້​ໄຫລຖ້ວມປະຊາຄົມຕ່າງໆໃນຫລາຍລັດ.

ທີ່​ປະ​ເທດຈີນ ສະພາວະແຫ້ງແລ້ງກໍາລັງຂົ່ມຂູ່​ໃຫ້​ທາງ​ການ
ຈີນ ຕ້ອງ​ໄດ້ອັດຫລາຍໆຊ່ວງ​ຂອງແມ່ນໍ້າແຢງຊີ ບໍ່​ໃຫ້ພວກ
ກໍ່າປັ່ນບັນທຸກສິນຄ້າ​ແລ່ນ​ຂຶ້ນ​ລົງ​ໄດ້ເພາະວ່ານໍ້າ​ຕຶ້ນ​ເກີນ​ໄປ.

ແລະຝົນຕົກໜັກ ທີ່ລັດ Sucre ຂອງໂຄລໍາເບຍ ໄດ້ເອົາຊີວິດໄປຫລາຍຄົນ ​ແລະສ້າງ
ຄວາມຫາຍະນະ​ໃຫ້​ແກ່ບ້ານ​ເຮືອນຫລາຍໆ​ຫລັງ ​ໂຮ​ມທັງ​ຂອງນາຍ​ຟີ​ລິບ​ເປ ​ແອ​ສ​ໂກ​ບາຣ໌ (Filipe Escobar) ທີ່ກ່າວ​ວ່າ

“The water knocked over...

“ນໍ້າໄດ້ພັດເອົາເຮືອນຫລັງນ້ອຍໆຂອງພວກເຮົາ​ໄປ. ມັນໄດ້ທໍາລາຍທຸກສິ່ງທຸກຢ່າງ ສັດສາວາສິ່ງລົ້ມຕາຍເດຍລະດາດ ພວກເຮົາກໍເລີຍມາອາໃສຢູ່ແຄມທາງ ບ່ອນນີ້.”


ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ​ນີ້ ພວກຜູ້ນໍາກຸ່ມ G-8 ຫລື​ກຸ່ມ 8 ​ປະ​ເທດ​ຈະ​ເລີ​ນອຸດສາຫະກໍາ
ໄດ້​ໄປເຕົ້າໂຮມປະຊຸມກັນໃນອາທິດ​ແລ້ວນີ້ ທີ່ເມືອງຕາກ​ອາກາດ​ງາມໆ​ແຫ່ງ​ນຶ່ງ​ໃນ​ແຂວງ
Normany ປະ​ເທດ​ຝຣັ່ງ ຊື່​ງຢູ່​ທີ່​ນັ້ນ ພວກຜູ້ນໍາ​ເຫລົ່ານີ້ໄດ້ປຶກສາຫາລືກັນເລຶ່ອງການຈໍາກັດ
ການ​ປ່ອຍຄວັນອາຍເສຍ ​ເຂົ້າ​ສູ່​ບັນຍາ​ກາດ​ຂອງ​ໂລກ ເພື່ອຄວາມພະຍາຍາມຄວບຄຸມການ
ປ່ຽນແປງຂອງດິນຟ້າອາກາດນັ້ນ. ຢ່າງ​ໃດ​ກໍ​ຕາມ ທ່ານ Kumi Naidoo ຜູ້ອໍານວຍບໍລິ
ຫານຂອງອົງການອະນຸລັກ​ສິ່ງ​ແວດ​ລ້ອມ Greenpeace ກ່າວວ່າ “ແຕ່ກໍຍັງຈໍາເປັນຕ້ອງ
ມີການປະຕິບັດງານ ຫລາຍເພີ່ມຂຶ້ນອີກ​ຢູ່" ຊື່​ງທ່ານ​ກ່າວ​ຕໍ່​ໄປ​ວ່າ:

“As we have been saying to them...

“ພວກເຮົາ​ເຄີຍໄດ້ບອກພວກຜູ້ນໍາ​ເຫລົ່າ​ນີ້ ຢູ່​ໃນ​ກອງ​ປະຊຸມເຈລະຈາເລຶ່ອງດິນຟ້າ
ອາກາດມາ​ຫລາຍໆ​ຄັ້ງ​ແລ້ວ​ວ່າ ພວກເຂົາເຈົ້າ​ຈະຕ້ອງຮັບຮູ້ວ່າ ທໍາມະຊາດແມ່ນບໍ່
ຕໍ່ຮອງກັບ​ພວກ​ເຮົາ ແມ່ນບໍ່?​ ແລະພວກ​ເຂົາ​ເຈົ້າກໍາລັງຫລິ້ນໄພ້ເຜໂປກເກີ ການ
ເມືອງກັບໂລກໜ່ວຍນີ້ ໃນແນວທາງທີ່ພວກເຂົາເຈົ້າກໍາລັງຫລິ້ນກັບການເຈລະຈານີ້
ແລະວ່າຄວາມຈິງແລ້ວ ພວກເຂົາເຈົ້າກໍາລັງນໍາພາພວກ​ເຮົາໄປສູ່ຄວາມ​ຫາຍຍະນະ.”

 

AP
ຄວັນຄາບອນ ໄດອອ໊ກໄຊດ໌ (carbon dioxide) ທີ່ປ່ອຍອອກມາຈາກລົດ ແລະໂຮງຈັກໂຮງງານ ທີ່ມີສ່ວນສ້າງສະພາບເຮືອນແກ້ວ ແລະສະພາວະ ໂລກຮ້ອນ.(AP Photo/Toby Talbot)

ພວກນັກວິທະຍາສາດກ່າວວ່າ
ກິດຈະກໍາທີ່ທັນສະໄໝຕ່າງໆໃນ
ວົງການອຸດສາຫະກໍາ ແມ່ນໄດ້
ຍົກລະດັບຄວາມໜາແໜ້ນຂອງ
ແກສຄາບອນ ໄດອ໊ອກໄຊດ໌
ແລະແກສເມເທນ ຢູ່​ໃນບັນຍາ
ກາດຂອງ​ໂລກ​ຂຶ້ນ ຊຶ່ງ​ແກ​ສສອງ​
ຢ່າງ​ນີ້ມີຜົນກະທົບທີ່​ພາ​ໃຫ້​ເກີດ
ແກ​ສເຮືອນແກ້ວ ແລະເຮັດໃຫ້
ໂລກຮ້ອນເອົ້າຂຶ້ນ ຫລື​ກໍ່​ໃຫ້​ເກີດ​
ສະພາວະ​ໂລກ​ຮ້ອນ ທີ່​ເອີ້ນ​ກັນ ​ວ່າ Global warming ນັ້ນ.

 

ທ່ານນາງ Heidi Cullen ນັກ
ອາກາດວິທະຍາ ຫລື​ຊ່ຽວຊານ
ດ້ານ​ອາກາດ ຖິ້ມໂທດ​ໃສ່ການ
ປ່ຽນແປງຂອງດິນຟ້າອາກາດ
ວ່າເປັນ​ຕົ້ນ​ເຫດຂອງ​ການ​ຖີບຂຶ້ນ​ໂດຍ​ທົ່ວ​ໄປ​ຂອງ​ອາກາດ ​ທີ່ຮຸນ​ແຮງ​ນັ້ນ ຊຶ່ງ​ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ:

“More extreme events...

ເຫດການທີ່ຮຸນແຮງເພີ່ມຂື້ນ ເຊັ່ນ ນໍ້າຖ້ວມ ຄວາມແຫ້ງແລ້ງ ຄື້ນຮ້ອນ ແລະໄຟ
ປ່ານັ້ນ ສິ່ງເຫລົ່ານີ້​ແຫລະແມ່ນປາກົດການທີ່ພວກເຮົາຄາດໝາຍ ຢ່າງ​ຫລວງ
ຫລາຍວ່າ ຈະໄດ້ພົບເຫັນເພີ່ມຂຶ້ນ ໃນຂະນະທີ່ພວກເຮົາເຄຶ່ອນໄຫວເຂົ້າໄປສູ່
ໂລກທີ່ຮ້ອນເອົ້າກວ່າເກົ່ານັ້ນ.”

ແລະເວລານີ້ ໂລກກໍກໍາລັງຮ້ອນເອົ້າຂຶ້ນ​ກ່ວາ​ເກົ່າ​. ທົດສະວັດທີ່ຜ່ານມາ ຈາກປີ 2000 ຫາ
ປີ 2009 ນັ້ນ ຖືວ່າເປັນໄລຍະທີ່ຮ້ອນເອົ້າທີ່ສຸດ ໃນປະຫວັດສາດ ມາ​ຮອດ​ປັດຈຸບັນ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

“ເຫັນພຽງຊາຍຄາ” - ສີລາວົງ ແກ້ວ

ຫຼັງຈາກທີ່ໄດ້ຟັງເພງສາກົນໄປໃນອາທິດທີ່ແລ້ວ ຄໍ່າຄືນນີ້ວັນນະສອນຈະມາ ຈັດເພງລາວໃຫ້ຕາມຄໍາຂໍທີ່ສົ່ງເຂົ້າມາຈາກບັນດາທ່ານຜູ້ຟັງ ທັງທີ່ເປັນ Email ແລະຝາກຂໍ້ຄວາມໄວ້ໃນ website ຂອງ VOA ຂໍເຊີນພົບກັນສຽງເພງມວ່ນໆ ໃນລາຍການສຽງເພງຈາກແດນໄກຂອງ VOA ໄດ້ນະບັດນີ້.

  06-06-2011

ຮູບຈາກ: Sim Inthavong

ສະບາຍດີ​​ແຟນລາຍການ​ທຸກຖ້ວນ​ໜ້າ. ​ບິດ​ດຽວ​ກໍ​ຍ່າງ​ເຂົ້າ
ເດືອນ​ມິຖຸນາ-ກາງ​ປີ​ແລ້ວ ຫວັງ​ວ່າ​ຄົງ​ເປັນ​ເຄິງ​ປີ​ທີ່​ປະສົບ​
ຜົນ​ສໍາ​ເລັດ​ຂອງ​ທ່ານ​ຜູ້​ຟັງ ​ແລະ​ຂໍ​​ໃຫ້​ອີກ​​ເຄິ່ງປີຂ້າງ​ໜ້າ
ກໍ​ຍິ່ງສົມ​ຫວັງ ພອກ​ພູນ ສົມ​ປະສົງ​ທຸກ​ປະການ ​ຂໍ​ຈັດ​ເພງ
"ເຫັນ​ພຽງ​ຊາຍ​ຄາ" ຂອງ​ສີ​ລາ​ວົງ ​ແກ້ວ​​ ເຈົ້າ​ຂອງ​ເພງ​
ຕົ້ນ​ສະບັບ ທີ່​ຫຼາຍໆ​ທ່ານ​ເອີ້ນ​ກັນ​ຈົນ​ຕິດ​ປາກ​ວ່າ
"ຫ້ອງ​ນອນ​ສີຟ້າ"​ ທີ່ ສົມ​ໃຈ ​ເລັ່ງສະຫວັດ​ ຂຽນ​ເຂົ້າ​ມາ​
ຂອບ​ໃຈ​ແລະ​ວ່າ​ມັກ​ຫຼາຍ ຊຶ່ງ​ສິນລະປິນ​ມື​ກິຕ້າ​ຊ້າຍ​
ສຸດທະ​ລິດ ເປັນຄົນຂັບຮ້ອງ​ ວັນນະສອນວ່າ
ທັງສອງແບບຂອງສອງນັກຮ້ອງຕ່າງກໍມ່ວນຫູ ແລະຄົງ
ເປັນທີ່ຖືກໃຈຂອງສົມໃຈ ແນ່ນອນ.
ເພງ: "ເຫັນ​ພຽງ​ສາຍ​ຄາ ໂດຍ ສີ​ລາ​ວົງ ​ແກ້ວ

 

ບຸນເກີດ ໝູຮ່ວງ by Laopress.com

ເພງ "ຮັກສາວຫົວພັນ" ຂອງ ບຸນ​ເກີດ
ໜູ​ຮ່ວງ
ນີ້ ​ຈັດ​ສະໜອງ​ຕອບ​ຜູ້​ຟັງ​ທີ່​ຝາກ
ຂໍ້ຄວາ​ມ​ໄວ້​ໃນ VOA's Website ນາມ​ແຝງ
byppc ຈາກ ສປປລາວ ​​​ແລະ​ພໍ​ໄດ້​ຍິນ​ເພງ​ນີ້
ແລ້ວ ກໍ​ຍ່າ​ລືມ​ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ
ແລະ​ກໍ​ຈະ​ຈັດ​ເພງ​ໃຫ້​ຕາ​ມປະສົງ​ໃນ​ແຕ່​ລະ ​ຄັ້ງ​ໄປ.

ເພງ: "ຮັກສາວຫົວພັນ" ໂດຍ ບຸນ​ເກີດ ໜູ​ຮ່ວງ

ວັນນສອນພ້ອມດ້ວຍລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ຂໍ​ອໍາ​ລາ​ທ່ານ​ຜູ້​ຟັງ​ດ້ວຍ​
ເພງ​ນີ້​ ຊຶ່ງຈັດ​ໃຫ້​ນ້ອງ​ສາຍ​ຝົນ​ ​​ແຟນປະ​ຈໍາ​ຂອງ​ຍາ​ເອື້ອຍ​ດາຣາ ບັກ​ຄໍາ​​ ​ເນັ້ນ​ວ່າ "ຈັດ​
ໃຫ້​ຟັງແທ້ໆເດີ
ເພາະຄິດຣອດບ້ານ​ຫຼາຍ" ວ່າ​ຊັ້ນ. ຖ້າວ່າ​ໄດ້​ເຟັງ​ເພງ "ຄິດ​ເຖິງ"
ຂອງ​ ບຸນ​ທ່ຽງ​ ມະນີ​ວົງ ແລ້ວ​ຈະ​ໄດ້ສະບາຍ​ໃຈ​ຂຶ້ນແລະ​ຫາຍ​ຄິດເຖິງ​ບ້ານ.

 

ບຸນທ່ຽງ ມະນີວົງ by bluesplayer.co.uk

ວັນນະ​ສອນ​ ຂໍຝາກ​ຄວາມ​ຄິດ​ເຖິງ ມາ​ກັບ​ເພງ​ນີ້ມອບ​ໃຫ້​ທຸກໆ​ທ່ານ ພ້ອມ​ດຽວກັນນີ້​
ກໍຂໍ​ມອບ​ໃຫ້​ເພື່ອນ​ບຸນ​ລ້ວນ,ບຸນ​ທະວີ, ພູທອນແລະ​ລູກ​ທັມທີ່​ໄດ້​ດູ​ແລ, ຮັກ​​ແພງ​ ​ເປັນ
ຫວ່ງແລະ take care ​ໃນ​ຊວ່ງທີ່ ວັນນະ​ສອນ ໄດ້​ໄປ​ຢ້ຽມຢາມພາກ​ໃຕ້​ຂອງ​ລາວ ທີ່ ​
ປາກ​ເຊ ແລະ​ຝາກບອກ​ເພື່ອນ​ວ່າ​ "ຂອບ​ໃຈ​ຫຼາຍໆ" ແລະ​ "ຄິດ​ເຖິງ​ສະ​ເໝີ. " ນອນ​ ຫລັບຝັນ​ດີ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ເພັນ ຫົງທອງ ກັບປື້ມປຸງແຕ່ງອາຫານລາວ

ລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ໃນສອງອາທິດຜ່ານມານີ້ ໄດ້ນໍາສະເໜີ ການສໍາພາດກັບ ເພັນ ຫົງທອງ ແມ່ຄົວແລະເຈົ້າຂອງຜົນງານປື້ມການປຸງແຕ່ງອາຫານ ລາວ "Simple Laotian Cooking" ມາໃຫ້ທ່ານຜູ້ຟັງໄດ້ຮັບຟັງເຖິງບົດບາດແລະຄວາມ ເປັນມາ ຂອງຜູ້ກ່ຽວຢ່າງລະອຽດ. ຂ້າງລຸ່ມນີ້ແມ່ນບົດສໍາພາດທັງສອງພາກ.

  06-02-2011

ຮູບຈາກ: Penn Hongthong

ການປຸງແຕ່ງອາຫານລາວເພື່ອສຸຂະພາບ ໂດຍ ເພັນ ຫົງທອງ

 

ພຽງເພັນ ຫົງທອງ ຫຼື ທີ່ຮູ້ກັນໃນນາມ ເພັນ ຫົງທອງ
ເຈົ້າຂອງປື້ມຄົວກິນ 2 ເຫຼັ້ມ ໄດ້ເຂົ້າມາເຖິງສະຫະລັດ
ຕອນອາຍຸ 18 ປີ. ເພັນເປັນລູກຄົນທີ່ 3 ຂອງອ້າຍ
ເອື້ອຍນ້ອງທັງໝົດ 9 ຄົນ. ອົບພະຍົບເຂົ້າມາຢູ່ເມືອງ
Long Island  ລັດ New York ໃນປີ 1980. ເພັນ
ເລົ່າສູ່ຟັງວ່າ ຕອນຍັງນ້ອຍນັ້ນ ໄດ້ຊ່ອຍແມ່ເຖົ້າແຕ່ງຢູ່
ແຕ່ງກິນມາຕະຫຼອດ ຈົນກາຍມາເປັນຄວາມເຄີຍຊິນ
ແລະມັກຮັກໃນການຄົວກິນຕັ້ງແຕ່ນັ້ນມາ ຊຶ່ງລາວເລົ່າ
ໃຫ້ຟັງວ່າ:
"ເພາະວ່າມີເອື້ອຍອ້າຍນ້ອງຫຼາຍຄົນ ຊ່ອຍແມ່ຖົ້າ
ຕະຫຼອດ ແມ່ເພິ່ນກະມີແຕ່ມີລູກທຸກປີ​ ກະໄດ້ຊອ່ຍແມ່ເຖົ້າເຣັດຄົວກິນຕະຫຼອດ
ແມ່ເຖົ້າກະມີແຕ່ສວນຜັກ ກະຊ່ອຍຄົວກິນມາຕະຫຼອດ ກະເລີຍມັກ ຕັ້ງແຕ່ອາຍຸ
ນ້ອຍໆ 8-9 ປີ."

 

Penn Hongthong
ເພັນ ​ສະແດງການປຸງແຕ່ງອາຫານລາວ

ນັບວ່າໂຊກເຂົ້າຂ້າງເພັນ ທີ່ເຖິງແມ່ນວ່າຈະມາຮອດສະຫະລັດຕອນອາຍຸ 18 ປີ ຊຶ່ງເລີຍ
ເວລາຮຽນມັດທະຍົມປາຍແລ້ວ ແຕ່ກໍໄດ້ເຂົ້າຮໍ່າຮຽນໃນລະດັບມັດທະຍົມປາຍເຖິງ 3 ປີ
ກ່ອນໄດ້ເຊົ້າສຶກສາຕໍ່ທີ່ວິທະຍາໄລ ຈົນໄດ້ເຮັດວຽກງານດີໃນຫ້ອງການໃນຕໍ່າແໜ່ງດີ ແຕ່
ຄວາມມັກຮັກໃນການປຸງແຕ່ງອາຫານ ພ້ອມທັງຄວາມທີ່ຢາກໃຫ້ຊາວອະເມຣິກັນແລະຊາດ
ອື່ນໆ ເຂົ້າໃຈແລະຮັບຮູ້ເຖິງ ຂະນົບປະເພນີຂອງລາວ ຮວມທັງວັດທະນະທໍາ, ວິຖີຊີວິດ,
ແມ້ນກະທັງອາຫານການກິນ ຈຶ່ງໄດ້ເກັບກໍາວິທີການປຸງແຕ່ງອາຫານລາວນີ້ໄວ້ ເປັນປີໆ.
ພະຍາຍາມຊອກຄົ້ນຫາ​ ເພື່ອຢາກຂຽນປື້ມຄົວກິນລາວ ຊຶ່ງເພັນຕ້ອງໃຊ້ເວລາເປັນນານປີ
ຈຶ່ງໃນທີສຸດກໍມີ ວັນນີ້ຈົນໄດ້.

ການຂຽນປື້ມເປັນຂອງຕົວເອງບໍ່ແມ່ນຂອງງ່າຍ ຕ້ອງໄດ້ໃຊ້ເວລາຫຼາຍແລະຄົ້ນຫາຜູ້ທີ່ຈະເປັນ
ຜູ້ພິມຈໍາໜ່າຍປື້ມນັ້ນ ຊ່າງຍາກເຢັນຫລາຍ. ແຕ່ແລ້ວໃນທີ່ສຸດປື້ມເຫຼັ້ມທໍາອິດ ກໍອອກມາຈົນ
ໄດ້ ຊຶ່ງເພັນໃຫ້ຊື່ປື້ມວ່າ: "Simple Laotian Cooking.” ຈຸດປະສົງຫຼັກ​ກໍແມ່ນ ຢາກຈະ
ເຮັດອາຫານລາວໃຫ້ຊາວອະເມຣິກັນ ໄດ້ຊິມແລະລອງເຮັດກິນເບິ່ງ ແບບງ່າຍໆ.

 

Penn Hongthong
ເຂົ້າປຸ້ນນໍ້າພິກ


ດັ່ງທີ່ໄດ້ສໍາພາດກັບເພັນ ຫົງທອງ ໄປແລ້ວໃນພາກທໍາອິດທີ່ວ່າ ການເລີ່ມຕົ້ນທີ່ຢາກຈະຂຽນ
ປື້ມຄົວກິນອາຫານລາວນີ້ ກໍບໍ່ແມ່ນຂອງງ່າຍ, ຕ້ອງຜ່ານຜ່າອຸບປະສັກຕ່າງໆນາໆ ໄດ້ເກັບ
ເລັກປະສົມນ້ອຍ ຮີບໂຮມເອົາລາຍການປຸງແຕ່ງອາຫານຈົນຮວມເປັນເຫຼັ້ມແລ້ວ ກໍຍັງຕ້ອງ​ຊອກຫາຜູ້ທີ່ຈະມາອຸບປະຖໍາ ເປັນຜູ້ພິມນັ້ນໄດ້​ແສນຍາກ. ທັງນີ້ທັງນັ້ນ ກໍຕ້ອງໄດ້ໃຊ້ເວລາ
ມາເປັນນານປີ.

 

Penn Hongthong
ເຂົ້າໜົມມັນຕົ້ນ

ປື້ມຄົວກິນເຫຼັ້ມທໍາອິດ "Simple Laotian Cooking" ກໍໄດ້ອອກວາງຕະຫຼາດເປັນທີ່
ຮຽບຮ້ອຍແລ້ວ ​ໄດ້ມີການຂາຍໃນເວັບໄຊ້ທຸຂອງ​ຜູ້ກ່ຽວ​ເອງ  www.laochef.com
​ແລະ​ອີກ​ສວ່ນນຶ່ງ​ກໍ​​ໄດ້​ນໍາ​ໄປ​ຈໍາ​ໝ່າຍດ້ວຍ​ຕົວ​ເອງ​ ໃນ​ເວລາ​ທີ່​ເພັນອອກ​ໄປ​ສາທິດ
ສະ​ແດງ​ຄົວກິນ​ຕາມ​ສະຖານ​ທີ່​ຕ່າງໆ ຊື່​ງກໍ​ເລີ່​ມ​ເປັນ​ທີ່​ຮູ້ຈັກ​ຂອງ​ທັງ​ປະຊາ​ຄົມລາວ
​ແລະ​ຊາວ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ໃນ​ເຂດ​ເມືອງ Long Island, ລັດ New York
​ແລະ​ຄວາມ​ພາກພູມ​ໃຈ​ອີກ​ອັນ​ນຶ່ງ​ຂອງ​ເພັນ​ນັ້ນ ນອກຈາກ​ທີ່​ໄດ້​ເຫັນ ຊື່​ຂອງ​ຕົວ​ເອງ, ​
ໄດ້​ເຫັນອາຫານ​ລາວ​ທີ່​ຕົວ​ເອງ​ໄດ້​ປະດິດ​ຄິດ​ສ້າງ​ແລະດັດ​ແປງ​ການ​ປຸງ​ແຕ່ງ ​ເພື່ອ​ໃຫ້​ເຂົ້າ​
ກັບ​ຍຸກ​ກັບ​ສະ​ໄໝ​ແລ້ວ​ນັ້ນ. ​ເພັນ​ຍັງ​ໄດ້​ກ່າວ​ຢ່າງ​ປື້​ມ​ໃຈ​ເປັນ​ທີ່​ສຸດ​ທີ່ວ່າ ​ໄດ້​ມີ​ສ່ວນ​ນຶ່ງ​
ໃນ​ການ​ນໍາ​ສະ​ເໜີ​ໃຫ້​ຊາວ​​ອະ​ເມຣິກັນ​ທີ່​ຢາກຮຽນ​ຮູ້​ກ່ຽວ​ກັບ​ວັດທະ​ນະທໍາ, ວິຖີ​ຊີວິດ
​ແລະ​ການປຸງ​ແຕ່ງອາຫານ​ລາວ​ນັ້ນ​ແລ້ວ ​ໄດ້​ໄປ​ຢ້ຽມຢາມປະ​ເທດ​ລາວ ​ເພື່ອສໍາພັດ​
ດ້ວຍ​ຕົວ​ເອງ ຊຶ່ງ​ເພັນ​ເລົ່າສູ່​ຟັງ​ວ່າ:

"ຫຼັງຈາກທີ່ຂ້ອຍໄດ້ເຣັດ demonstration ໄດ້ຫຼາຍປີແລ້ວ ເພາະວ່າ ໄປເຮັດຢູ່
ບ່ອນທີ່ມີແຕ່ຄົນຮັ່ງໆ​ຢູ່ເຂດ Hampton, Long Island ດຽວນີ້ຄົນອະເມຮິກັນ
ເຂົາເຈົ້າຢູ່ Hampton ກໍໄດ້ໄປເມືອງລາວຫຼາຍ ກະດີໃຈເພາະວ່າພວກເຂົາເຈົ້າ
ກະໄດ້ໄປແລະມາບອກວ່າ ຂ້ອຍດີໃຈ, ຂ້ອຍມັກເມືອງລາວຫຼາຍ​​​ ຕົວເອງແລ້ວ
ກະພູມໃຈທີ່ສຸດທີ່ໄດ້ສົ່ງຊາວອະເມຣິກັນເມືອເມືອງລາວຫັ້ນນ໋າ.
"

 

Penn Hongthong

ເພັນ ຫົງ​ທອງ ບໍ່​ໄດ້​ຢຸດ​ເຊົາ​ແຕ່​ພຽງ​ເທົ່າ​ນັ້ນ ນອກຈາກ​ປື້​ມ​ເຫຼັ້ມ​ທໍາອິດ​ໄດ້​ອອກ​ວາງ​ຂາຍ
ແລ້ວ ​ເພັນ​ຍັງ​​ໄດ້​ດໍາ​ເນີນ​ງານສືບ​ຕໍ່ ສາທິດ ສະ​ແດງການ​ປຸງ​ແຕ່ງອາຫານ​ແລະ​ຈັດ​ທໍາ​ປື້​ມ
ເຫຼັ້ມ​ທີ 2 ຊຶ່ງ​ກໍ​ໄດ້ອອກ​ວາງ​ຂາຍ​ໃນ​ປີ 2009 ​ ທີ່​ມີ​ຊື່ວ່າ "Healthy Lao Cuisine" ​
ເພັນ​ໄດ້​ເວົ້າ​ກ່ຽວ​ກັບ​ຜົນງານ​ເຫຼັ້ມ​ທີ 2 ​​ພ້ອມ​ທັງ​ອະທິບາຍ​ເຖິງ​ໂຄງການ​ໃນ​ອະນາຄົດ ​
ແລະ​ກ່າວ​​ຝາກຝັງ​ປື້​ມຄົວກິນ​ທັງ 2 ​ເຫຼັ້ມ​ ດັ່ງ​ບົດ​ສໍາພາດ​ດັ່ງ​ຕໍ່​ໄປ​ນີ້.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ທ່ານ Gates ເນ້ນເຖິງ ຄວາມໝັ້ນໝາຍ ຂອງສະຫະລັດ ຕໍ່ເອເຊຍ.

  06-01-2011

U.S. Secretary of Defense Robert Gates walks alongside the USS Missouri battleship during his visit to Hawaii, May 31, 2011
ຮູບຈາກ: Reuters

ທ່ານ Robert Gates ລັດຖະມົນຕີປ້ອງກັນປະເທດສະຫະລັດ ຍ່າງເລາະຂ້າງເຮືອລົບ USS Missouri ເວລາຢຸດແວ່ຢ້ຽມຢາມ ທີ່ລັດຮາວາຍ ວັນທີ 31 ພຶດສະພາ 2011.

 

ທ່ານ Robert Gates ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ
ສະຫະລັດ​ກ່າວ​ວ່າ ທ່ານ​ຈະ​ເນ້ນ​ເຖິງ​ຄວາ​ມ​ໝັ້ນ​ໝາຍ
ທີ່​ກໍາລັງ​ດໍາ​ເນີນ​ສືບ​ຕໍ່​ໄປ ​ຂອງອະ​ເມຣິກາ​ຕໍ່​ເອ​ເຊຍ​ໃນ
ລະຫວ່າງ​ກອງ​ປະຊຸມວ່າ​ດ້ວຍ​ຄວາມ​ປອດ​ໄພ ທີ່​ຈະ​ມີ​
ຂຶ້ນ​ທີ່​ສິງ​ກະ​ໂປ​ນັ້ນ.

ທ່ານ Gates ໃຫ້ທັດສະນະດັ່ງກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ລັດ​ຮາວາຍ​ໃນ ​ລະຫວ່າງ​ການ​ຢຸດ​ແວ່​​ໃນ​ການ​ເດີນທາງ​ໄປ​ຮ່ວມ​ກອງ​ປະຊຸມ Shangri La Dialogue ຊຶ່ງ​ຈະ​ມີ​ພວກ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ແລະ​ຫົວໜ້າ​ກອງທັບ​ຂອງ​ພວກ​ປະ​ ເທດ​ຕ່າງໆ​ໃນ​ທົ່ວ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກໄປ​ປະກອບສ່ວນ​ນໍາ​ນັ້ນ. ຈີນ​ຈະ​ສົ່ງລັດຖະ
ມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ຕົນ ທ່ານ Liang Guanglie ໄປເຂົ້າ​ຮ່ວມ​ກອງ​ປະຊຸມປະ
ຈໍາປີ​ດັ່ງກ່າວ​ເປັນ​ຄັ້ງ​ທໍາ​ອິດ.

ທ່ານ Gates ຊຶ່ງ​ກໍານົດ​ຈະ​ລາ​ອອກ​ກິນ​ເບ້ຍ​ບໍານານ​ໃນ​ທ້າຍ​ເດືອນ​ນີ້ກ່າວ​ວ່າເນື້ອ
ໄນອັນສໍາຄັນທີ່ທ່ານຈະນຳສະເໜີຕໍ່ກອງ​ປະຊຸມ​ດັ່ງກ່າວ​ກໍ​ແມ່ນ​ວ່າ ​ເຖິງ​ແມ່ນ​ຈະມີ​ຂໍ້​
ຈໍາກັດ​ຮັດ​ແຄບທາງ​ດ້ານ​ງົບປະມານກໍ​ຕາມ ​ແຕ່​ສະຫະລັດ​ຈະ​ສືບ​ຕໍ່​ເສີມຂະຫຍາຍ
ສາຍພົວພັນ​ກັບປະ​ເທດ​ເພື່ອນ​ມິດ​ແລະ​ພັນທະ​ມິດຢູ່​ໃນ​ພາກ​ພື້ນ​.

ນອກ​ນັ້ນ ສະຫະລັດ​ຈະ​ສົ່ງ​ທ່ານ James Steinburg ຮອງ​ລັດ​ມົນຕີການ​ຕ່າງປະ​
ເທດ​ໄປ​ມີໜ້າ​ໃນ​ກອງ​ປະຊຸມ​ດັ່ງກ່າວ​ເຊ່ນ​ກັນ ຊຶ່ງ​ທ່ານ​ຈະ​ທໍາ​ການ​ພົບ​ປະ​ກັບ​ບັນດາ
ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ສຸດ​ແລະ​ພວກ​ເອກກະ​ຊົນ​ຕ່າງໆ​ໃນ​ຮອງ​ກົງ​ໃນ​ລະຫວ່າງ​ການ​
ຢຸດ​ແວ່​ເວລາ​ເດີນທາງ​ໄປ​ຍັງ​ສິງ​ກະ​ໂປ​ນັ້ນ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ວຽງ​ຈັນຍອມຮັບ​ວ່າ ​ອາດຈະບໍ່ສາມາດ​ເພີ່ມ​ ຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້ ໄດ້ຕາມຄາດໝາຍ

ຫົວໜ້າ​ແຜນການ​ກະສິກໍາ-ປ່າ​ໄມ້​ນະຄອນຫຼວງ​ວຽງ​ຈັນຍອມຮັບ​ວ່າ ​ເປັນ​ໄປ​ໄດ້​ຍາກທີ່ ​ຈະ​ເພີ່ມ​ຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້ໃນ​ເຂດ​ນະຄອນຫຼວງ​ວຽງ​ຈັນ​ໃຫ້​ເປັນ 70% ຂອງ ​ເນື້ອ​ທີ່​ທັງ​ໝົດ​ພາຍ​ໃນ​ປີ 2020.

 

ຮູບຈາກ: Songrit Pongern

ທ່ານ ລາດຊະນິວົງ ອໍາມະລາທິທາດາ, ຫົວໜ້າຜະແນກກະສິກໍາ-ປ່າໄມ້ ນະຄອນຫຼວງວຽງຈັນ

ທ່ານ ລາ​ດຊະ​ນິວົງ ອໍາ​ມະລາ​ທິທາດາ, ຫົວໜ້າ​ຜະແນກ​ກະສິກຳ-ປ່າ​ໄມ້ ນະຄອນຫຼວງ​ວຽງ​ຈັນ​ໄດ້​ໃຫ້ການ​ຍອມຮັບ​ວ່າ ການທີ່ຈະ​ດຳ​ເນີນ​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍ​ຂອງ​ພັກ ​ແລະລັດຖະບານ​ລາວກ່ຽວ​ກັບ​ການ​ເພີ່ມ​ອັດຕາ​ຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້ໃຫ້​ໄດ້ ​ເຖິງ 70% ຂອງ​ພື້ນ​ທີ່​ທັງ​ໝົດ​ພາຍ​ໃນ​ປີ 2020 ນັ້ນ ສຳລັບ​ເຂດ​ນະຄອນ
ຫຼວງ​ວຽງ​ຈັນ​ກໍ່​ຄົງ​ຈະ​ເປັນ​ໄປ​ໄດ້​ຍາກ.

ທັງນີ້ ກໍ​ເນື່ອງ​ຈາກ​ວ່າ ​ສະພາບ​ປ່າ​ໄມ້​ໃນ​ເຂດ​ນະຄອນຫຼວງ​ວຽງ​ຈັນ​ໃນ​ປະຈຸ​ບັນ ຍັງ​ຄົງ​ເຫຼືອ​ຄວາມ​ໜາ​ແໜ້ນ​ຄິດ​ເປັນ​ອັດຕາ​ສະ​ເລ່ຍ 30% ຂອງ​ເໜືອ​ທີ່​ທັງ​ໝົດ​ເທົ່າ​ນັ້ນ ​ແລະໃນ​ຂະນະ​ດຽວກັນ​ການ​ທີ່​ເຂດ​ນະຄອນຫຼວງ​ວຽງ​ຈັນ​ກໍ່​ມີ​ເນື້ອ​ທີ່​ບໍ່​ ຫຼາຍ, ຫາກ​ແຕ່​ກໍ່​ມີ​ຄວາ​ມຈຳ​ເປັນທີ່​ຈະ​ຕ້ອງ​ມີ​ການ​ນໍາ​​ໃຊ້​ທີ່​ດິນ ​ແລະພັດທະນາ​ທີ່​ດິນ​ສຳລັບ​ຮອງ​ຮັບ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ ​ແລະການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃນ​ດ້ານ​ຕ່າງໆ​ນັບ​ມື້​ ເພີ່​ມຂຶ້ນ, ຈຶ່ງ​ເຮັດ​ໃຫ້​ເຂດ​ນະຄອນຫຼວງ​ວຽງ​ຈັນ​ມີ​ພື້ນ​ທີ່ຢ່າງ​ຈໍາກັດ​ທີ່​ຈະ​ຟື້ນ​ ຟູ​ໃຫ້​ເປັນ​ປ່າ​ໄມ້​ທີ່​ກວາມ​ເອົາ 70% ຂອງ​ພື້ນ​ທີ່​ທັງ​ໝົດ​ໄດ້​ນັ້​ນເອງ, ດັ່ງ​ທີ່​ທ່ານ ລາດ​ຊະ​ນິວົງ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

Songrit Pongern
ປະຊາຊົນລາວຈໍານວນນຶ່ງປູກ ຕົ້ນໄມ້ເນື່ອງໃນໂອກາດວັນປູກ ຕົ້ນໄມ້ແຫ່ງຊາດ, ວັນທີ 1 ມິຖຸນາ, 2011

ຕາມ​ໂຕ​ເລກ​ຄາດໝາຍ​ຂອງ​ລັດຖະບານທົ່ວ​ປະ​ເທດ​ນີ້ ໃຫ້​ມີ​ການ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ເຖິງ 70% ຈົນ​ຮອດ​ປີ 2020 ​ສະ​ເພາະ​ນະຄອນຫຼວງ​ວຽງ​ຈັນ​ນີ້ ພວກ​ເຮົາ​ວາງ​ຄາດໝາຍ​ໄປ​ຮອດ​ປີ 2020 ​ໃຫ້​ຢູ່​ລະຫວ່າງ 60% ນີ້​ແຫຼະ, ​ເພາະວ່າ ​ເນື້ອທີ່​ຂອງ​ເຮົາ​ກໍ່​ບໍ່​ຫຼາຍ ການ​ປູກ​ນີ້ ເນື້ອ​ທີ່​ກໍ​ຈໍາກັດ ​ແລ້ວ​ຈຶ່ງ​ເນັ້ນ​ໃສ່​ການ​ຟື້ນ​ຟູ​ປ່າ​ຫັ້ນ, ​ໂດຍ​ສະ​ເພາະ​ປ່າ​ສະຫງວນ ​ແລະປ່າ​ຄຸ້ມ​ຄອງ​ຂອງ​ບ້ານ.

ກ່ອນໜ້ານີ້ ທ່ານ ພູມີ ພູ​ມະນີ​ວົງ, ຫົວໜ້າ​ກວດກາ​ປ່າ​ໄມ້, ກະຊວງກະສິກຳ-ປ່າ​ໄມ້​ລາວ​ ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ ການ​ລັກລອບ​ຕັດ​ໄມ້​ໂດຍ​ບໍ່​ໄດ້​ຮັບອະນຸຍາດ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ນັບ​ ເປັນ​ບັນຫາ​ສຳຄັນ​ທີ່ເຮັດໃຫ້ປ່າໄມ້ລາວຫລຸດຄວາມໜາແໜ້ນລົງຢ່າງຕໍ່ເນື່ອງ.

Songrit Pongern
ປ່າໄມ້ໃນເຂດປ່າສະຫງວນແຫ່ງນຶ່ງທີ່ໄດ້ຖືກບຸກລຸກທໍາລາຍຍ້ອນການ ລັກລອບຕັດໄມ້

ໂດຍ​ສໍາລັບໃນ​ຊ່ວງ 6 ​ເດືອນທີ່
ຜ່ານ​ມາ​ຂອງ​ແຜ​ນການ​ປະ​ຈໍາປີ
2010-2011ນີ້ ກົມ​ກວດກາ​ປ່າ
ໄມ້​ສາມາດ​ຢຶດຂອງ​ກາງ​ເປັນ
ໄມ້​ທ່ອນ​​ໄດ້ຈຳນວນ 64,000
ກວ່າ​ທ່ອນ, ພ້ອມ​ດ້ວຍ​ໄມ້​ແປ
ຮູບ​ຫຼາຍກ່ວາ 324,000 ​ແຜ່ນ,
ໄມ້​ຄ້ຳ​ແບບ 50 ພັນ​ກ່ວາ​ລຳ,
ຍານ​ພະຫານະ 200 ກວ່າ
ຄັນ, ຈັກ​ສຳລັບຕັດ​ໄມ້ 164
ເຄື່ອງ​ແລະມີ​ປ່າ​ໄມ້​ຖືກ​ບຸກລຸກ​
ກ້ວາງ​ກ່ວາ 7,200 ​ເຮັກຕາ
ໃນ 8 ​ແຂວງ.

ນອກຈາກນັ້ນບັນຫາທີ່ໜ້າເປັນຫ່ວງກໍຄືການປະກົດວ່າໄດ້ມີການລັກລອບຕັດໄມ້ໃນເຂດ
ປ່າສະຫງວນແຫ່ງຊາດນັບມື້ເພີ່ມຫຼາຍຂຶ້ນ, ໂດຍເຂດທີ່ມີການລັກລອບຕັດໄມ໊ຫຼາຍທີ່ສຸດ
ກໍຄື: ນະຄອນວຽງຈັນ, ສາລະວັນ, ບໍ່ແກ້ວ, ຫົວພັນ, ໄຊຍະບູລີ, ຫລວງນໍ້າທາ, ຈໍາປາ
ສັກ, ຜົ້ງສາລີແລະແຂວງວຽງຈັນ.

ກ່ອນໜ້ານີ້ ອົງການເຄືອຂ່າຍເພື່ອການອະນຸລັກຊັບພະຍາກອນທໍາມະຊາດໃນເຂດລຸ່ມ
ແມ່ນ້ຳຂອງໄດ້ລາຍງານວ່າ: ເຂດທີ່ມີການລັກລອບຕັດໄມ້ເພື່ອການຄ້າເຖື່ອນໃນລາວຫຼາຍ
ທີ່ສຸດກໍຄື ເຂດຊາຍແດນຂອງລາວທີ່ຕິດຕໍ່ກັບຫວຽດນາມ, ຈີນ ແລະ ໄທ, ຊຶ່ງຄາດວ່າ
ໄດ້ມີການລັກລອບຕັດໄມ້ ແລະຂົນສົ່ງໄມ້ອອກຈາກລາວໄປຍັງ 3 ປະເທດດັ່ງກ່າວໃນປະລິ
ມານຫລາຍ​ກວ່າ 200,000 ແມັດກ້ອນໃນແຕ່ລະປີ.

ທັງນີ້ ຈາກການສຳຫຼວດສະພາບປ່າໄມ້ໃນລາວເມື່ອປີ 1992 ພົບວ່າ ລາວມີອັດຕາຄວາມ
ໜາແໜ້ນຂອງປ່າໄມ້ປົກຫຸ້ມຢູ່ເຖິງ 47% ຂອງພື້ນທີ່ທັງໝົດ ຫາກແຕ່ວ່າອັດຕາຄວາມ
ໜາແໜ້ນຂອງປ່າໄມ້ກໍ່ໄດ້ຫຼຸດລົງສູ່ລະດັບ 41% ໃນປີ 2002 ແລະໃນປັດຈຸບັນນີ້ກໍເຊື່ອ
ວ່າ ສະພາບປ່າໄມ້ຂອງລາວຍັງຄົງເຫຼືອຄວາມໜາແໜ້ນຢູ່ພຽງແຕ່ບໍ່ເກີນ 35% ຂອງ
ພື້ນທີ່ທັງໝົດເທົ່ານັ້ນ. ເຖິງແມ່ນວ່າທາງການລາວຈະເຊື່ອວ່າມີຢູ່ເຖິງ 53% ກໍຕາມ.

 

Songrit Pongern
ສວນປູກຕົ້ນຢາງແຫ່ງນຶ່ງຂອງບໍ ລິສັດຈີນທີ່ຄິດວ່າຈະຊ່ວຍເພີ້ມ ຄວາມໜາແໜ້ນຂອງປ່າໄມ້ລາວ

ແຕ່​ຢ່າງ​ໃດ​ກໍຕາມ ດ້ວຍ​ກາ​ນສົ່ງ​ເສີມ​ໃຫ້​ພາກ​ເອກະຊົນ​ດໍາ
ເນີນ​ໂຄງການລົງທຶນ​ປູກຕົ້ນໄມ້​ອຸດສາຫະກໍາ​ແປ​ຮູບ​ຢ່າງ
ຕັ້ງໜ້ານັ້ນ ໂດຍສະເພາະແມ່ນການປູກຢາງພາລານັ້ນ
ກໍ​ເຮັດ​ໃຫ້​ທາງ​ການ​ລາວເຊື່ອໝັ້ນວ່າ ຈະ​ເປັນ​ຜົນ​ເຮັດ
ໃຫ້ປ່າ​ໄມ້ລາວ​ມີ​ລະດັບຄວາມໜາແໜ້ນ​ເພີ້ມຂຶ້ນ​ເປັນ
70% ຂອງ​ພື້ນທີ່​ທັງໝົດຂອງ​ປະ​ເທດ​ໃຫ້​ໄດ້​ໃນ​ປີ 2020.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 10, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ລາວແລະຈີນຈະລົງມືກໍ່ສ້າງ ທາງລົດໄຟຄວາມໄວສູງ ຈາກດ່ານບໍ່ເຕັນຫາວຽງຈັນ ໃນທ້າຍເດືອນນີ້

ທາງການລາວແລະຈີນ ຈະເລີ້ມລົງມືດຳເນີນການກໍ່ສ້າງທາງລົດໄຟຄວາມໄວສູງຈາກ ດ່ານບໍ່ເຕັນໃນແຂວງຫຼວງນໍ້າທາ ມາຫານະຄອນວຽງຈັນໃນທ້າຍເດືອນເມສານີ້ເປັນຢ່າງຊ້າ.

<!-- Removed the byline section from editorials & rewards articles -->

ລາຍງານໂດຍ Souphonh thavytham  <!-- VOA iNews --> 04-07-2011

ຮູບຈາກ: Songrith

ລາວແລະຈີນເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU ໃນທ້າຍປີ 2010 ສໍາລັບໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ເຂດສິບສອງພັນນາ ໃນມົນທົນຢູນານໃສ່ນະຄອນວຽງຈັນ, ລາວ

<!--startclickprintexclude-->
ຄະນະກຳມະການຊີ້ນຳໂຄງການລົດໄຟ ທີ່ເຊື່ອມຕໍ່
ຈາກດ່ານບໍ່ເຕັນໃນແຂວງຫຼວງນໍ້າທາ ມາຫານະຄອນ
ວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສົມ
ສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ
ແລະຜູ້ປະຈໍາການຄະນະລັດຖະບານລາວ ໄດ້ຖະ
ແຫຼງຢືນຢັນວ່າ ການກໍ່ສ້າງທາງລົດໄຟ ທີ່ເປັນການ
ຮ່ວມທຶນກັນລະຫວ່າງທາງການລາວກັບຈີນ ໃນສັດ
ສ່ວນ 30%:70% ຂອງມູນຄ່າການລົງທຶນທັງໝົດ
ນັ້ນຈະເລີ້ມລົງມື ດຳເນີນການໃນພາກຕົວຈິງໃນ
ທ້າຍເດືອນເມສານີ້ເປັນຢ່າງຊ້າ.
ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ອາລູນາ ຖາວອນສຸກ: Kimino Kanisimi ຫຼື ຄວາມສຸກທີ່ແທ້ຈິງ

ລາຍງານໂດຍ Souphonh thavytham  03-21-2011

ຮູບຈາກ: Aluna Thavonsouk

ອາລູນາ ຖາວອນສຸກ ກັບຜົນງານຊຸດ single ໃໝ່ Frequency of LOVE

 

ເພງ "Kimino Kanisimi_Souk Thee Thare
Jing
ໂດຍ  ອາ​ລຸ​ນາ ຖາວອນ​ສຸກ

ສະບາຍດີ​ທ່ານຜູ້ຟັງທີ່ເຄົາຣົບ ເພງທີ່ຫາກໍຈົບລົງໄປນັ້ນ
ແມ່ນເພງທີ່ແຕ່ງຂຶ້ນມາໂດຍສະເພາະ ເພື່ອຮວມແຮງ
ຮວມໃຈ
ຫາລາຍໄດ້ມອບໃຫ້ແກ່ພວກທີ່ປະສົບໄພໃນ
ຍີ່ປຸ່ນຈາກແຜ່ນດິນໄຫວແລະຟອງຍັກສຸນາມິນັ້ນ ອາ​ລຸ​ນາ
ຖາວອນ​ສຸກ
ເຈົ້າຂອງສຽງເພງຝາກມາໃຫ້ VOA z
ໂດຍຕົຣງແລະວ່າໄດ້ປະສານງານກັບກຸ່ມດົນຕີວົງຣ໊ອກ
Gypsy Queen
ເພື່ອ​ເຮັດ​ໃຫ້​ເພງ​ນີ້ ມີ​ທັງ 3 ພາສາ
ທັງ​ລາວ, ຍີ່ປຸ່ນ​ແລະ​ອັງກິດ ຊື່​ເພງເປັນ​ພາ​ສາຍີ່ປຸ່ນວ່າ Kimino Kanisimi ສ່ວນ​ພາສາ
ລາວ​ນັ້ນ​ແມ່ນ ສຸກ​ທີ່​ແທ້​ຈິງ ສ່ວນ​ພາສາ​ອັງກິດ​ນັ້ນ​ກໍ​ຄົງ​ແມ່ນ A True Happiness
ແລະ​ຖ້າ​ບຸກຄົນ​ໃດ​ມີ​ນໍ້າ​ໃຈແລະ​ຢາກ​ຊ່ອຍ​ເຫຼືອ ພວກ​ທີ່​ປະສົບ​ໄພ​ໃນ​ຍີ່ປຸ່ນ​ແລ້ວ​ກໍ​ໃຫ້
ຊອກຫາ​ເອົາ​ອົງການ​ທີ່​ຖືກຕ້ອງ​ເຊັ່ນ Red Cross ​ເພື່ອ​ຈະ​ໄດ້ສົ່ງ​ແຮງ​ໃຈ​ແລະ​ປັດ​ໃຈ​ອື່ນໆ
ໄປ​ໃຫ້​ດ້ວຍ ແລະ​ເພງ​ຕໍ່​ໄປນີ້​ຈັດ​ໃຫ້​ນ້ອງ​ບານ​​ໃຈໃນ​ບົດ​ເພງ Everytimes ຂອງ A1.

ເພງ Everytimes” ໂດຍ A1

ເພງ everytime ນີ້ຄົງຈະຖືກໃຈຂອງນ້ອງບານໃຈແລະເພື່ອນໆຂອງນ້ອງ ຈາກສະຖາ
ບັນຄົ້ນຄ້ວາວິທະຍາສາດການສຶກສາທີ່ວຽງຈັນແລະຄົງໄດ້ເຫັນ email ເຂົ້າມາຫາ
ທາງລາຍການອີກ. ວັນນະສອນຂໍອໍາລາທ່ານດ້ວຍເພງນີ້ "ຮັກແຕ່ອ້າຍຜູ້ດຽວ" ຂອງ
ປະກາຍຫົງ ວົງພະຈັນ ສິນລະປິນລາວຈາກຝຣັງ ນໍ້າສຽງດີ ແລະປະຈຸບັນນີ້ ກໍຢູ່
ສະຫະລັດອະເມຣິກາແລ້ວ. ຈັດໃຫ້ຕາມຄໍາຂໍຂອງນ້ອງດອນມາລາ ຈາກອ໊ອສເຕເລຍ
ທີ່ຂຽນເຂົ້າມາເລື້ອຍໆ. ວັນນະສອນຂໍຂອບໃຈ ແລະມີຫຍັງກໍໃຫ້ຂຽນເຂົ້າມາຫາທາງ
ລາຍການດ້ວຍແລະກໍຈະຈັດໃຫ້ຕາມຄວາມປະສົງ. ຂໍໃຫ້ທຸກໆທ່ານຈົ່ງນອນຫຼັບຝັນດີ.

ເພງ ຮັກ​ແຕ່​ອ້າຍ​ຜູ້​ດຽວ” ​ໂດຍ ປະກາຍ​ຫົງ​ ວົງ​ພະຈັນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

 

ຫວຽດນາມຕິຕຽນ ການສ້າງເຂື່ອນ ໃສ່ແມ່ນໍ້າຂອງ

ເຈົ້າໜ້າ​ທີ່ຫວຽດນາມ​ພວມ​ຕຳ​ໜິຕິຕຽນ​ແຜນການ​ ສ້າງ​ເຂື່ອນ​ແຫ່ງ​ນຶ່ງ​ຂອງ​ລັດຖະບານ​ລາວ​ໃສ່​ລຳ​ແມ່​ນໍ້າຂອງ​ທີ່​ເປັນ​ບັນຫາ ​ຖົກ​ຖຽງ​ໂຕ້​ແຍ້​ງກັນ​ນັ້ນ. ພວກ​ນັກວິເຄາະ​ກ່າວ​ວ່າ ການ​ຄັດຄ້ານ​ ຈາກ​ຫວຽດນາມ​ແລະປະ​ເທດ​ອື່ນໆ​ໃນ​ເຂດ​ລຸ່ມແມ່​ນໍ້າຂອງອາດ​ຈະ​ບັງ​ຄັບ​ໃຫ້​ລາວ ​ຕ້ອງ​ໄດ້ຫຼຸດ ຜ່ອນຄວາມ​ໄຝ່ຝັນ​ທະ​ເຍີ​ທະຍານ​ໃນ​ການ​ສ້າງ​ເຂື່ອນ​ໄຟຟ້າ​ພະລັງ​ນໍ້າຂອງ​ຕົນ​ ລົງ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Mike Ives ມີ​ລາຍງານ​ກ່ຽວ​ກັບ​ເລື່ອງ​ນີ້ຈາກ​ຮາ​ໂນ່ຍ

ລາຍງານໂດຍ Souphonh thavytham  03-23-2011

View of the Mekong before sunset.
ຮູບຈາກ: Wikipedia Commons

ທິວທັດແມ່ນໍ້າຂອງ ກ່ອນຕາເວັນຕົກ

 

ພວກ​ເຈົ້າໜ້າ​ທີ່​ຫວຽດນາມ ພວມຕິຕຽນ​ຢ່າງ​ເປັນ​ການ​ເປີດ
ເຜີຍ​ຕໍ່​ແຜນການ​ທີ່ ສປປ ລາວຊຶ່ງ​ເປັນ​ປະ​ເທດ​ເພື່ອນ​ບ້ານ​
ຈະ​ສ້າງ​ເຂື່ອນ​​ໄຟຟ້າ​ພະລັງນໍ້າ​ໃສ່​ລຳ​ແມ່​ນໍ້າຂອງ.

ເຂື່ອນ​ທີ່​ວ່າ​ນີ້ ກໍ​ຄືເຂື່ອນ​ໄຟຟ້າ​ພະລັງ​ນໍ້າ​​ໄຊ​ຍະ​ບູລີ​ທີ່ຈະ​ໃຊ້​
ທຶນ​ກໍ່ສ້າງ​ມູນ​ຄ່າ 3 ພັນ 500 ລ້ານໂດ​ລາແລະ​ເປັນ​ເຂື່ອນ​
ທຳອິດ ຂອງ​ແຜນການ​ສ້າງເຂື່ອນ​ທັງ​ໝົດ​ ຈຳນວນ 12
ເຂື່ອນ ໃສ່​​ເຂດ​ລຸ່ມ​ແມ່​ນໍ້າຂອງ. ບໍລິສັດ​ກໍ່ສ້າງ​ຂອງ​ໄທ​ບໍລິ
ສັດ​ນຶ່ງ​ ຈະ​ເປັນຜູ້​ສ້າງ​ເຂື່ອນ​ດັ່ງກ່າວນີ້ ​ແລະ​ໄທ​ຈະ​ເປັນ​ຜູ້​
ຮັບຊື້​ໄຟຟ້າ​ເກືອບທັງ​ໝົດ 1,260 ​ເມ​ກາ​ວັດ​ ທີ່​ເຂື່ອນ​ໄຊ​
ຍະ​ບູລີ​ຈະ​ຜະລິດ​ໄດ້​ນັ້ນ.

ເຈົ້າໜ້າ​ທີ່​ລາວ​ກ່າວ​ວ່າ ​​ເຂື່ອນ​ທີ່​ຕົນ​ມີ​ແຜນ​ຈະ​ສ້າງໃສ່​ແມ່​ນໍ້າຂອງ​ນັ້ນ ຈະ​ຊ່ອຍຫຼຸດຜ່ອນ​
ຄວາມທຸກ​ຍາກ​ແລະ​ເສີມ​ຂະຫຍາຍ​ເສດຖະກິດ​ຂອງ​ລາວ​ຊຶ່ງ​ເປັນ​ປະ​ເທດທີ່​ບໍ່​ມີ​ທາງອອກ​ສູ່​
ທະ​ເລ​.

ແຕ່​ພວກ​ເຈົ້າໜ້າ​ທີ່​ຫວຽດນາມ​ກ່າວ​ວ່າ ​ເຂື່ອນ​ຂອງ​ລາວ​ນີ້ ຈະ​ເປັນ​ໄພ​ອັນຕະລາຍ​ຕໍ່​ແຫຼ່ງ
ສະໜອງນໍ້າ​ແລະ​ການ​ປະມົງ​ໃນ​ເຂດ​ໃຕ້​ລົງ​ໄປ​ຂອງ​ແມ່​ນໍ້າຂອງ. ຄວາມ​ເຫັນ​ດັ່ງກ່າວຂອງ
ພວກ​ເຈົ້າໜ້າ​ທີ່​ຫວຽດນາມ​ທີ່​ສະ​ແດງ​ອອກເມື່ອ​ໄວໆ​ມານີ້​ ແມ່ນ​ເປັນການ​ສະທ້ອນ​​ເຖິງຄຳ
ເຕືອນຂອງ​ພວກ​ປົກ​ປ້ອງ​ ຫຼືພວກອະນຸລັກ​ສະພາບ​ແວດລ້ອມ ທີ່​ເຕືອນ​ວ່າການ​ສ້າງເຂື່ອນ
ໃສ່​ແມ່​ນໍ້າຂອງ ​ຈະ​ສ້າງ​ຄວາມ​ເສຍຫາຍ​ໃຫ້​ແກ່​ສະພາບ​ແວດ​ລ້ອມ​ແລະ​​ເປັນ​ໄພຂົ່ມຂູ່​ຕໍ່​ວີ​ຖີ​
ການ​ດຳລົງ​ຊີວິດຂອງ​ປະຊາຊົນ​ທີ່​ຢູ່​ເລາະ​ລຽບ​ສອງແຄມ​​ຟາກ​ຝັ່ງ​ຂອງ​ແມ່​ນໍ້າ​ດັ່ງກ່າວ.

ໂຄງການສ້າງເຂື່ອນໃສ່ ເຂດລຸ່ມນໍ້າຂອງ

ພວກ​ນັກວິ​ເຄາະ​ເວົ້າວ່າຄວາມ​ກົດ​ດັນ​ທາງ​ດ້ານ​ການ​ເມື​ອງ
ຈາກ​ຫວຽດນາມ ​ແລະ​ປະ​ເທດ​ເພື່ອນ​ບ້ານອື່ນໆໃນ​ເຂດ​ລຸ່ມ
ແມ່​ນໍ້າຂອງ ກໍ​ຄື​ປະ​ເທດ​ໄທ​ແລະ​ກຳປູ​ເຈຍ​ນັ້ນອາດສາມາດ​
ບີ​ບ​ບັງຄັບ​ໃຫ້​ລາວ​ຕ້ອງ​ໄດ້​​ໂຈະຫຼືປັບ​ປ່ຽນ​ແຜນການຂອງ​ຕົນ
ທີ່​ຈະ​ສວຍ​ໃຊ້​ປະ​ໂຫຍ​ດຈາກ​​ແມ່​ນໍ້າຂອງນັ້ນ.

ທ່ານ Philip Hirsch ສາສະ​ດາ​ຈານ​ສອນ​ວິຊາມະນຸດ​ນິ​
ເວດວິທະຍາ ​ທີ່​ມະຫາ​ວິທະຍາ​ໄລ​ນະຄອນ​ຊິດ​ນີ ກ່າວ​ຕໍ່
VOA ວ່າ ໃນບັນດາ​ປະ​ເທດ​ ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງນັ້ນ
ມາ​ຮອດ​ປັດຈຸບັນ ຫວຽດນາມແມ່ນ​ຜູ້​ຕຳ​ໜິຕິຕຽນ​ແຮງ​ທີ່​
ສຸດ​ຕໍ່​ແຜນການ​ສ້າງເຂື່ອນ​ໄຟຟ້າ​ພະລັງ​ນໍ້າຂອງ​ລາວ.

//  ສຽງ  //

ທ່ານ Hirsch ກ່າວ​ວ່າ “ຄຳ​ຖາມ​ທີ່​ໜ້າ​ສົນ​ໃຈ​ ຊຶ່ງ​ຂ້າພະ​ເຈົ້າຄິດ​ວ່າ ຍາກ​ທີ່​ຜູ້​ໃດ​ຜູ້​
ນຶ່ງ​ຈະ​ສາມາດ​ໃຫ້​ຄຳ​ຕອບ​ໄດ້ ກໍ​ຄື​ວ່າປະ​ເທດ​ທັງ​ສອງ ຄືຫວຽດນາມ​ ແລະ​ລາວ
ຊຶ່ງ​ມີ​ຄວາມ​ສຳພັນ​ອັນ​ໃກ້ຊິດກັນຈະ​ແຂ້​ໄຂ​ແບບ​ໃດ​ຕໍ່​ບັນຫາ​ນີ້ ຊຶ່ງ​ໃນ​ເວລານີ້​ເບິ່ງ​
ຄື​ວ່າ​ ທັງ​ສອງ​ປະ​ເທດມີ​ທ່າ​ທີ​ທີ່ກົງກັນ​ຂ້າມ​ກັນ ກ່ຽວກັບ​ການ​ສ້າງ​ເຂື່ອນ​ໄຊ​ຍະ​ບູ
ລີນັ້ນ.”

ຫວຽດນາມ​ແລະ​ລາວ​ ຕ່າງ​ກໍ​ເປັນປະ​ເທດ​ທີ່​ປົກຄອງ​ໂດຍພັກ​ການ​ເມືອງ​ພັກ​ດຽວ ​ແລະ​ທ່ານ
Hirsch ​ເວົ້າວ່າ ຕາມ​ປົກກະຕິ​ແລ້ວຫວຽດນາມ​ຈະ​ໃຊ້ອິດ​ທິພົນ​ຂອງ​ຕົນ​ຊັກ​ຈູງ​ນະ​ໂຍບາຍ​
ຂອງ​ລາວ​ແບບ​ລັບໆ​ຫຼື​ຢູ່​ເບື້ອງ​ຫລັງ. ​ແຕ່ທ່ານ Hirsch ​ເວົ້າວ່າການ​ຕຳ​ໜິຕິຕຽນ​ເມື່ອ​ໄວໆ​
ມານີ້ໂດຍ​ພວກ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງຫວຽດນາມ ກ່ຽວ​ກັບ​ການສະ​ເໜີສ້າງ​ເຂື່ອ​ນ​ໄຊ​ຍະ​ບູລີ​
ນັ້ນ​ ໄດ້ມີ​ຂຶ້ນ​ຢ່າງ​ເປີດ​ເຜີຍ.

ທັງ 4 ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ ຕ່າງ​ກໍ​ຈະ​ຈັບ​ຕາ​ເບິ່ງ​ຢ່າງ​ໃກ້ຊິດ​ການສະ​ເໜີ​ແນະ​ກ່ຽວ​
ກັບ​ການ​ສ້າງ​ເຂື່ອນ​ໄຊ​ຍະ​ບູລີ ຊຶ່ງ​ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ທ້າຍເດືອນ​ນີ້​ ໂດຍ​ຄະນະ​ກໍາມະການ​
ຮ່ວມ​ຂອງ​ກຳມາ​ທິການ​ແມ່​ນໍ້າຂອງ​ຫຼື MRC ອັນ​ເປັນ​ອົງການ​ໃຫ້ຄຳ​ແນະນຳ​ຕ່າງໆ ​ທີ່​ສ້າງ
ຕັ້ງຂຶ້ນ​ໃນ​ປີ 1995 ເພື່ອຊຸກຍູ້ສົ່ງ​ເສີມການພັດທະນາແບບຍືນຍົງຕາມລະບົບແມ່ນໍ້າຂອງທີ່
ມີລວງຍາວ 4,900 ຫຼັກກິໂລແມັດນັ້ນ.

ແຕ່ທ່ານ Hirsch ຊີ້ໃຫ້ເຫັນວ່າ MRC ບໍ່ມີອຳນາດທີ່ຈະບັງຄັບໃຫ້ລາວຍົກ ເລີກແຜນການ
ສ້າງເຂື່ອນໄຊຍະບູລີ ແລະໂຄງການສ້າງເຂື່ອນອື່ນໆໃສ່ແມ່ນໍ້າຂອງ.

//  ສຽງ  //

ທ່ານ Hirsch ເວົ້າວ່າ “MRC ບໍ່ແມ່ນສະຖາບັນ ທີ່ມີອຳນາດໃນການຄວບຄຸມບໍ່​ແມ່ນສະຖາບັນທີ່ມີຄວາມເຂັ້ມແຂງໃນດ້ານນີ້ແຕ່​ມັກຈະດຳເນີນງານບົນພື້ນຖານ
ຂອງການພະຍາຍມໃຫ້ມີການບັນລຸຄວາມ​ເຫັນເປັນເອກກະສັນກັນແລະຖ້າພວກ
ເຮົາມອງ​ເບິ່ງ​ໄປ​ຍັງອົງການ MRC ​ເພື່ອຫວັງ​ຢາກ​ໃຫ້​ ມີ​ການ​ຄວບຄຸມ​ນັ້ນ ຂ້າ
ພະເຈົ້າຄິດວ່າ ພວກເຮົາເບິ່ງໄປຜິດບ່ອນ​ແລ້ວ.”

ທ່ານ Hirsch ກ່າວວ່າ ປະເທດໄທ​ໄດ້ປະກາດວ່າຕົນຈະເປັນກາງໃນການເຈລະຈາຂອງອົງ
ການ MRC ຊຶ່ງນັ້ນ​ກໍ​ແມ່ນຈະມອບພາລະໃຫ້ພວກເຈົ້າໜ້າທີ່ຫວຽດນາມແລະກໍາປູເຈຍເປັນ
ຜູ້ແກ້ໄຂໂຄງການສ້າງເຂື່ອນໄຊຍະບູລີ ໃນ ການສົນທະນາຫາລືກັບເຈົ້າໜ້າທີ່ຝ່າຍລາວ.

ຮູບຈຳລອງ ຂອງເຂື່ອນບ້ານກຸ່ມ

ທ່ານ Trinh Le Nguyen ​ເປັນຜູ້ອໍານວຍ
ການບໍລິຫານ ຂອງອົງການ PanNature
ຊຶ່ງເປັນອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ
ຂອງຫວຽດນາມຊຶ່ງທ່ານກ່າວຕໍ່ VOA ວ່າ
ເຖິງແມ່ນລາວ ເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ
ກ່ຽວກັບການສ້າງເຂື່ອນ ໄຊຍະບູລີ ແລະ
ເຂື່ອນອື່ນໆ ຕາມລໍາແມ່ນໍ້າຂອງກໍຈິງ ແຕ່
ຫວຽດນາມກໍອາດຈະກົດດັນລາວດ້ວຍ​ການ
ຂູ່ວ່າຈະບໍ່ລົງທຶນ​ໃນໂຄງການສ້າງເຂື່ອນໃສ່
ແມ່ນໍ້າຂອງໃນອະນາຄົດອີກ.

//  ສຽງ  //

ທ່ານ Trinh Le Nguyen ກ່າວວ່າ “ຫວຽດນາມສາມາດຕັດສິນໃຈບໍ່ລົງທຶນຫລື
ຊື້ຫຍັງເພີ່ມຕື່ມຈາກລາວ. ມັນເປັນນຶ່ງ​ໃນ​ຫລາຍໆວິທີທີ່ພວກ​ເຂົາ​ເຈົ້າສາມາດ​
ໃຊ້ ອໍານາດ​ໄດ້.”

ໃນເດືອນຕຸລາປີກາຍ ຄະນະກໍາມະການອິດສະຫຼະທີ່ໄດ້ຮັບມອບໝາຍຈາກອົງການ MRC ​
ໄດ້​ສະ​ເໜີ​ແນະ​​ໃຫ້ບັນດາ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ເລື່ອນ​ເວລາ​ໃນ​ການ​ຕັດ​ສິນ​ໃຈ​ກ່ຽວ
ກັບ​ການ​ສ້າງ​ເຂື່ອນ​​ໄຟຟ້າ​ພະລັງ​ນໍ້າ​ຕ່າງໆອອກ​ໄປ​ເປັນ​ເວລາ 10 ປີ ​ໂດຍ​ເຕືອນ​ວ່າ ການ​
ສ້າງ​ເຂື່ອນ​ໄຟຟ້າພະລັງ​ນໍ້າ​​ໃສ່​ແມ່​ນໍ້າຂອງ ອາດ​ຈະ​ເຮັດ​ໃຫ້​ບັນຫາ​ຄວາມບໍ່​ໝັ້ນຄົງ​ທາງ​ດ້ານ​
ອາຫານ​ຊຸດ​ໂຊມລົງ​ຕື່ມແລະ​ມີ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ແລະ​ບໍ່​ສາມາດ​ຕ່າວ​ປີ້ນ​ໄດ້ຕໍ່​ສະພາບ
ແວດ​ລ້ອມ.

ຈີນຊຶ່ງມີ​ຊາຍ​ແດນ​ຕິດ​ກັບ​ພາກ​ເໜືອ​ຂອງ​ປະ​ເທດລາວ​ນັ້ນ​ໄດ້​ສ້າງ​​ແລະ​ກໍ​ເປີດ​ໃຊ້​ແລ້ວເຂື່ອນ
4 ​​ແຫ່ງ​ໃສ່​ລຳ​ແມ່​ນໍ້າຂອງ​ຕອນ​ເທິງທີ່​ຈີນ​ເອີ້ນວ່າ ​ແມ່​ນໍ້າລ້ານ​ຊ້າງ​ນັ້ນ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ພວກລູກເຮືອໃນກຸ່ມກໍ່າ​ປັ່ນ​ບັນທຸກ​ເຮືອບິນ USS Ronald Reagan ສົ່ງຂອງໄປຊ່ອຍ​ເຫລືອ​ຍີ່ປຸ່ນ​

ລາຍງານໂດຍ souphonh thavytham  03-21-2011

ຮູບຈາກ: ASSOCIATED PRESS

ກໍ່າ​ປັ່ນ​ບັນທຸກ​ເຮືອບິນ USS Ronald Reagan

 

ພວກ​ທະຫານ​ເຮືອ​ແລະ​ທະຫານ​ມາຣິນ​ໃນ​ກຸ່ມ​ໂຈມ​ຕີ​ຂອງກໍ່າ​ປັ່ນ​ບັນທຸກ​ ເຮືອບິນ USS Ronald Reagan ​ໄດ້​ສົ່ງ​ເຮືອບິນ​ເຮ​ລີ​ຄອບເຕີຫລາຍ​ລໍາ ບັນທຸກ​ເຄື່ອງ​ຂອງ​​ໃຊ້ ສ່ວນ​ຕົວ​ແລະ​ເຄື່ອງ​ໃຊ້​​ເພື່ອ​ຄວາມ​ຢູ່​ລອດ​ ໄປ​ຊ່ອຍ​ເຫລືອພວກ​ຊາວ​ຍີ່ປຸ່ນ​ທີ່​ຖືກ​ພັດ​ພາກ​ຈາກ​ບ້ານ​ເຮືອນ ຍ້ອນໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນຟອງ​ຍັກ​ສຸນາ​ມິ​ ເມື່ອ​ວັນ​ທີ 11 ​ຜ່ານ​ມາ​ນັ້ນ.

ພັນ​ຕີ Justin Harts ​ເຈົ້າ​ໜ້າ​ທີ່​ຝ່າຍ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ໃນ​ສະໜາມ​ລົບ ກ່າວ​ຢູ່​ໃນ​ໜ້າ Facebook ຂອງ​ກໍາ​ປັ່ນວ່າ ຄໍາຮຽກຮ້ອງ​ຂໍ​ການ​ບໍລິຈາກ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ຖ້ວມ​ລົ້ນ​ຈາກ​ພວກ​ ລູກ​ເຮືອ​ໃນ​ກໍ່​ປັ່ນ​ບັນທຸ​ກ​ເຮືອບິນ​ແລະ​ພວກ​ເຮືອ​ຕິດຕາມ​ຕ່າງໆ. ນາງ Kimberly Schoenberg ​ໃນ​ກໍາ​ປັ່ນ Ronald Reagan ກ່າວ​ວ່າ ພວກ​ລູກ​ເຮືອ​ໄດ້​ພາກັນ​ຊື້​​ສິ່ງ​ຂອງ​ຕ່າງໆຈາກ​ຮ້ານ ຂາຍ​ເຄື່ອງ​ໃນ​ກໍາ​ປັ່ນຈົນ​ໝົດ ​ແລະ​ບັນຈຸ​ໃສ່​ເຮືອບິນ​ເຮ​ລີ​ຄອບ​ເຕີ​ 12 ລໍາ ທີ່ເຕັມ ໄປດ້ວຍ​​ເຄື່ອງ​ໃຊ້ທີ່​ຈໍາ​ເປັນ​ເຊ່ນ ຜ້າ​ເຊັດ​ໜ້າ​ເຊັດ​ໂຕ ​ເຄື່ອງນຸ່ງ​ຫົ່ມ​ກັນ​ໜາວ ຢາຖູ​ແຂ້ວ​ແລະ​ສະບູ​ ເປັນ​ຕົ້ນ.

ກໍາ​ປັ່ນ​ບັນທຸກ​ເຮືອບິນ Ronald Reagan ​ແລະ​ພວກ​ເຮືອ​ສະໜັບສະໜຸນ ​ກໍາລັງ​ລອຍ​ລໍາຢູ່​ນອກ​ຝັ່ງ​ທະ​ເລ​ກໍ້າຕາ​ເວັນ​ອອກສຽງ​ເໜືອຂອງ​ເກາະ Honshu ຂອງ​ຍີ່ປຸ່ນ ​ເພື່ອ​ໃຫ້ການ​ຊ່ອຍ​ເຫລືອ​ພວກ​ຜູ້​ຄົນ ທີ່ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ແຜ່ນດິນ​ໄຫວ​ແລະ​ຄື້ນຟອງ​ຍັກ​ສຸນາ​ມິ ໃນ​ວັນ​ທີ 11 ​ນັ້ນ. ຝຸງ​ເຮືອ​ລົບ​ຂອງ​ສະຫະລັດ​ເຫລົ່າ​ນີ້​ ​ກໍາລັງຈະ​​ມຸ້ງ​ໜ້າ​ໄປ​ຍັງ​ເກົາຫລີ​ໃຕ້​ເພື່ອ​ເຂົ້າ​ປະກອບ​ສ່ວນ​ໃນ​ການ​ ຊ້ອມ​ລົບ​ທາງ​ທະ​ເລ ​ແຕ່​ໄດ້​ຫັນ​ໄປ​ຊ່ອຍ​ເຫລືອກູ້​ໄພ​ທີ່​ຍີ່​ປຸ່ນ ຫລັງ​ຈາກ​ເກີດ​ໄພ​ແຜ່ນດິນ​ໄຫວ​ແລ້ວ​ນັ້ນ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ລາວຈະຕ້ອງປັບປຸງ ການຄຸ້ມຄອງ ຊັບສິນທາງປັນຍາກ່ອນ ຈຶ່ງຈະໄດ້ເຂົ້າ WTO

ລັດຖະມົນຕີລາວຍອມຮັບວ່າການຄຸ້ມຄອງຊັບສິນທາງປັນຍາຖືເປັນເງື່ອນໄຂສໍາຄັນຢ່າງນຶ່ງ ທີ່ຈະຕັດສິນວ່າ ລາວຈະໄດ້ເຂົ້າໄປເປັນສະມາຊິກຂອງອົງການການຄ້າໂລກເມື່ອໃດ.

ລາຍງານໂດຍ souphonh thavytham  03-19-2011

ທຸງຂອງບາງປະເທດທີ່ໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າໂລກແລ້ວ ແລະລາວກໍາລັງພະຍາຍາມປັບປຸງ ດ້ານຕ່າງໆ ເພື່ອຢາກເຂົ້າຮ່ວມອົງການດັ່ງກ່າວໄດ້

 

ທ່ານນາມ ວິຍາເກດ ລັດຖະມົນຕີວ່າການ ກະຊວງອຸດ
ສາຫະກໍາ ແລະການຄ້າຖະແຫຼງຍອມຮັບວ່າ ເງື່ອນໄຂທີ່
ສໍາຄັນທີ່ສຸດປະການນຶ່ງທີ່ຈະເປັນປັດໃຈຕັດສິນວ່າ ສປປ
ລາວ ຈະໄດ້ຮັບການຮັບຮອງໃຫ້ເຂົ້າໄປເປັນສະມາຊິກ
ຂອງອົງການການຄ້າໂລກເມື່ອໃດນັ້ນ ກໍຄືການທີ່ຈະຕ້ອງ
ພິສູດໃຫ້ອົງການການຄ້າໂລກໄດ້ເຫັນຢ່າງຈະແຈ້ງວ່າ
ລາວໄດ້ບັງຄັບໃຊ້ກົດໝາຍວ່າດ້ວຍການຄຸ້ມຄອງຊັບ​ສິນ
ທາງປັນຍາຢ່າງມີປະສິດທິພາບຢ່າງແທ້ຈິງແລ້ວ.

ທັງນີ້ໂດຍເຖິງແມ່ນວ່າສະພາແຫ່ງຊາດລາວຈະໄດ້ຮັບຮອງ
ເອົາກົດໝາຍວ່າດ້ວຍຊັບ​ສິນທາງປັນຍານັບແຕ່ປີ 2007
ເປັນຕົ້ນມາແລ້ວກໍຕາມຫາກແຕ່ວ່າສິ່ງທີ່ບັນດາປະເທດສະ
ມາຊິກໃນອົງການການຄ້າໂລກໄດ້ໃຫ້ຄວາມສໍາຄັນຫຼາຍ
ກວ່າ ຕົວບົດກົດໝາຍນັ້ນກໍຄືການບັງຄັບໃຊ້ທີ່ມີປະສິດ
ທິຜົນ ແລະເປັນການບັງຄັບໃຊ້ກົດໝາຍທີ່ໄດ້ມາດຕະ
ການສາກົນອີກດ້ວຍ ດັ່ງທີ່ທ່ານນາມໄດ້ຖະແຫຼງຊີ້ແຈງວ່າ:

Songrit Pongern
ທ່ານນາມ ວິຍາເກດ ລັດ ຖະມົນຕີກະຊວງອຸດສາ ຫະກໍາ ແລະການຄ້າ

“ຖ້າວ່າເວົ້າຕາມຂະບວນການເຈລະຈານັ້ນ ບັນຫາ
ເລື່ອງຊັບ​ສິນທາງປັນຍາເປັນຂໍ້ສົນໃຈທີ່ສຸດຂອງ
ບັນດາປະເທດສະມາຊິກອົງການຄ້າໂລກ ສະນັ້ນ
ການທີ່ພວກເຮົາມີກົດໝາຍແລ້ວພວກເຮົາກໍຍັງ
ຕ້ອງການມີດໍາລັດເພື່ອເຮັດແນວໃດໃຫ້ມັນເປັນທີ່
ຮອງຮັບໄດ້ ໂດຍສະເພາະແມ່ນການເຊື່ອມໂຍງກັບ
ສາກົນນັ້ນ ເຂົາກໍຍັງເຫັນວ່າມີບາງຈຸດທີ່ພວກເຮົາ
ຄວນຈະໄດ້ປັບປຸງຕື່ມ”

ຄະນະຜູ້ແທນຂອງລາວພາຍໃຕ້ການນໍາຂອງທ່ານນາມ
ໄດ້ທໍາການເຈລະຈາຄັ້ງທີ 6 ຮ່ວມກັບຄະນະຜູ້ຕາງໜ້າຖາວອນປະຈໍາອົງການການຄ້າໂລກ
ທີ່ກຸງເຈນີວາ ປະເທດສະວິດ​ເຊີແລນ ເມື່ອທ້າຍເດືອນກັນຍາປີທີ່ຜ່ານມາ ຊຶ່ງ ທ່ານນາມກໍ
ໄດ້ໃຫ້ການຢືນຢັນວ່າໄດ້ຮັບຜົນທີ່ຄືບໜ້າເປັນຢ່າງດີໃນຫຼາຍດ້ານໂດຍສະເພາະແມ່ນການ
ພັດທະນາລະບົບກົດໝາຍດ້ານການຄ້າ ແລະພາສີໃນລາວນັ້ນຄືເປັນພາກສ່ວນສໍາຄັນທີ່
ຄະນະຜູ້ແທນຂອງລັດຖະບານລາວສາມາດເສີມສ້າງຄວາມເຂົ້າໃຈ ແລະກໍເຮັດໃຫ້ບັນດາ ປະເທດສະມາຊິກໃນອົງການການຄ້າໂລກໃຫ້ການຍອມຮັບຫຼາຍຂຶ້ນ.

ໂດຍກໍລະນີທີ່ຖືວ່າໄດ້ມີການພັດທະນາດີຂຶ້ນຢ່າງຊັດເຈນໃນໄລຍະກວ່າ 1 ປີທີ່ຜ່ານມາ
ຫຼືນັບຈາກການເຈລະຈາຄັ້ງທີ 5 ເມື່ອປີກ່ອນ ມາເຖິງການເຈລະຈາຄັ້ງທີ 6 ນັ້ນ ກໍຄືການ ທີ່ສະພາແຫ່ງຊາດລາວໄດ້ຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນສະບັບ​ດັດແກ້ໃໝ່, ການອອກດໍາລັດວ່າດ້ວຍການແຈ້ງລາຍການສິນຄ້າທີ່​ເກືອດຫ້າມ ທີ່ຈະຕ້ອງຂໍອານຸຍາດນໍາ
ເຂົ້າຫຼືສົ່ງອອກ, ການຮັບຮອງກົດໝາຍວ່າດ້ວຍປະມົງການກະກຽມທີ່ຈະອອກດໍາລັດເພື່ອ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊັບ​ສິນທາງປັນຍາ, ​ການອອກດໍາລັດ ແລະລະບຽບການ ເພື່ອເລີ່ມຕົ້ນນໍາໃຊ້ມູນຄ່າແຈ້ງພາສີພາຍໃຕ້ສັນຍາຂອງອົງການການຄ້າໂລກ ແລະການຮັບ
ຮອງເອົາກົດ​ບັດຂອງກອງທຶນການເງິນສາກົນ (IMF) ກ່ຽວກັບການຄຸ້ມຄອງເງິນຕາຕ່າງ
ປະເທດເປັນຕົ້ນ.

Songrit
ຄະນະຜູ້ແທນຂອງລາວເຈລະຈາຄັ້ງທີ 6 ຮ່ວມກັບຄະນະຜູ້ຕາງໜ້າຖາວອນປະຈໍາ ອົງການການຄ້າໂລກທີ່ກຸງເຈນີວາ ປະ ເທດສະວິດເຊີແລນ ເມື່ອທ້າຍເດືອນກັນ ຍາປີ 2010 ທີ່ຜ່ານມາ

ພ້ອມກັນນີ້ ດ້ວຍຄວາມຄືບໜ້າຈາກການ
ເຈລະຈາ ໃນ ຄັ້ງຫຼ້າສຸດນີ້ ກໍຍັງເປັນຜົນເຮັດ
ໃຫ້ມີການລົງນາມຮັບຮອງເອົາ ຜົນການ
ເຈລະຈາກ່ຽວກັບການເປີດຕະຫຼາດການຄ້າ
ສອງຝ່າຍລະຫວ່າງລາວກັບຈີນ ທີ່ຖືເປັນອົງ
ປະກອບສໍາຄັນສ່ວນ ນຶ່ງທີ່ຈະຊ່ວຍຊຸກຍູ້ໃຫ້
ລາວໄດ້ເຂົ້າໄປເປັນສະມາຊິກຂອງອົງການ
ການຄ້າໂລກໃນໄລຍະຕໍ່ໄປອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທ່ານນາມ ກໍຍອມຮັບວ່າ


ຄວາມຄືບໜ້າດັ່ງກ່າວນີ້ຍັງບໍ່ພຽງພໍທີ່ຈະເຮັດ


ໃຫ້ລາວໄດ້ຮັບການຮັບຮອງຈາກນາໆຊາດ


ໃນການເຂົ້າໄປເປັນປະເທດສະມາຊິກຂອງ


ອົງການການຄ້າໂລກ ຫາກແຕ່ວ່າທາງການ


ລາວຍັງຈະຕ້ອງດໍາເນີນການພັດທະນາລະບົບ


ກົດໝາຍ ແລະລະບຽບການທີ່ກ່ຽວກັບການຄ້າ ການລົງທຶນ ແລະລະບົບພາສີຕ່າງໆ ເພີ່ມ


ຕື່ມຂຶ້ນອີກ ໂດຍແນ່ໃສ່ການເຮັດໃຫ້ນາໆຊາດໃຫ້ການຍອມຮັບຫຼາຍຂຶ້ນອີກໃນການເຈລະຈາ


ຄັ້ງທີ 7 ທີ່ຈະມີຂຶ້ນໃນກາງປີ 2011 ນີ້ຕໍ່ໄປ. ໂດຍທາງການລາວໄດ້ຍື່ນຄໍາຮ້ອງເພື່ອຂໍເຂົ້າ


ໄປເປັນສະມາຊິກຂອງອົງການ ການຄ້າໂລກນັບເປັນໄລຍະເວລານານກວ່າ 12 ປີມາແລ້ວ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ສປຊ ກ່າວວ່າ ລາວບໍ່ມີເຂົ້າກິນພຽງພໍ ໂດຍສະເພາະໃນພາກໃຕ້

ລາຍງານໂດຍ souphonh thavytham  03-22-2011

ຮູບຈາກ: Songrit Pongern

ຊາວນາລາວຫຍິບເປົາເຂົ້າທີ່ເກັບກ່ຽວໄດ້ຈາກການຜະລິດໃນລະດູເຮັດນາ ປີ 2010 ທີ່ຜ່ານມານີ້.

 

ບັນດາ​ອົງການຈັດຕັ້ງ​ຂອງສະຫະ​ປະຊາ​ຊາດ​ ກ່າວ​ວ່າ
ປະຊາຊົນ​ຈໍານວນຫລາຍ​ກວ່າ 1 ​ແສນ​ຄົນ​ໃນ​ພາກ​ກາງ
ແລະ​ພາກ​ໃຕ້​ຂອງ​ລາວ​ແມ່ນຕ້ອງການ​ການ​ຊ່ອຍ​ເຫຼືອທາງ​
ດ້ານອາຫານຈາກນາໆຊາດຢ່າງ​ຮີບ​ດ່ວນຍ້ອນຂາດ​ແຄນ
ເຂົ້າ​ກິນ​ທີ່​ເກີດ​ຈາກ​ໄພ​ແຫ້ງ​ແລ້ງ​ແລະ​ນໍ້າ​ຖ້ວມໃນ​ປີ​ແລ້ວ​ນີ້.

ໃນ​ຖະ​ແຫລ​ງການ​ຮ່ວມ​ສະບັບ​ນຶ່ງທີ່ອອກ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂຄງການ​ອາຫານ​ໂລກ​ແລະ​ອົງການ​ອາຫານ​ແລະ​ການ​ກະ​ເສດ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ບ່ອນທີ່​ຕ້ອງການ​ອາຫານ​ຫຼາຍ​ທີ່​ສຸດ​ແມ່ນຢູ່​ພາກ​ໃຕ້​ຂອງ​ລາວ ທີ່ປະຊາ​ຄົມ​ຕ່າງໆ​ກໍາລັງ​ຕໍ່ສູ້ດີ້ນຮົນ​ເພື່ອ​ຟື້ນ​ໂຕຄືນຈາກ​ຜົນ​ກະທົບ​​ ຂອງລົມພາ​ຍຸ​ໄຕ້​ຟຸ່ນ​ເກດ​ສະໜາ​ໃນ​ປີ  2009 ນັ້ນ.

ອົງການ​ຈັດ​ຕັ້ງ​ຂອງສະຫະ​ປະຊາ​ຊາດທັງສອງກ່າວ​ວ່າ
ສ່ວນ​ໃຫຍ່​ຂອງ​ລາວ​ໄດ້​ປະສົບ​ກັບ​ໄພແຫ້ງ​​ແລ້ງ​ທີ່​ດົນຜິດ
ປົກກະຕິໃນ​ຕົ້ນ​ລະດູ​ປູກ​ເຂົ້າປີ​ແລ້ວ​ນີ້ ຊຶ່ງ​ໄດ້​ຍັງ​ຜົນ​ເຮັດ​
ໃຫ້ການ​ຜະລິດເຂົ້າ​ໄດ້​ຮັບ​ຜົນ​ຕໍ່າລົງ. ​​ໄພນໍ້າ​ຖ້ວມ​ໃນ​ເວລາ​ຕໍ່​ມາ​ໃນ​ລະດູ​ດຽວ​ກັນ ພາ​ໃຫ້
ການປູກເຂົ້າຂອງຫລາຍຄອບຄົວ​ ໄດ້ຮັບຄວາມເສຍຫາຍ​ທັງ​ໝົດ​ເລີຍ.

ອົງການ​ຈັດ​ຕັ້ງ​ສະຫະ​ປະຊາ​ຊາດ​ທັງສອງກະ​ປະມານ​ວ່າ ຈະ​ຕ້ອງການ ເຂົ້າກິນ​ໃນ​ປະລິມານ
ຫລາຍ​ກວ່າ 4 ພັນ​ໂຕນ​ສໍາລັບ​ປີ​ນີ້ເພື່ອ​ຊ່ອຍ​ລ້ຽງ​ດູ​ປະຊາຊົນ​ໃນ​ຈໍານວນ 111 ພັນ​ຄົນ​ ທີ່
ຕ້ອງການ​ການຊ່ອຍ​ເຫລືອ​ເຂົ້າ​ກິນ​ຢ່າງ​ກະທັນຫັນ.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ຂາດ​ແຄນ​ອາຫານ​ແມ່ນ​ຮ້າຍ​ແຮງ​ເປັນ​ພິ​ເສດ​ສໍາລັບ​ພວກ​
ຄອບຄົວມີ​ລາຍ​ໄດ້​ຕໍ່າ​ຍ້ອນ​ຄ່າ​ເຂົ້າປາ​ອາຫານ​ສູງ​ຜິດທໍາ​ມະ​ດາ ທັງ​ຢູ່​ໃນ​ລາວ​ແລະ​ໃນ​ທົ່ວ​ໂລກ.

ອົງການທັງສອງຂອງ​ສະຫະ​ປະຊາ​ຊາດ​​ອິງ​ລາຍ​ງານ​ຂອງ​ຕົນ​ຕາມ​ການ​ສໍາພາດ​ທີ່​ດໍາ​ເນີນ​ໄປ
ໂດຍພວກເຈົ້າ​ໜ້າ​ທີ່ລັດຖະບານ​ລາວ​​ແລະ​ພວກ​ອົງການ​ຈັດ​ຕັ້ງ​ລະຫວ່າງ​ຊາດ​ໃນ​ເດືອນ​ທັນວາ
ຜ່ານ​ມາ.

ນອກ​ນັ້ນ​ພວກ​ອົງການ​ເຫລົ່າ​ນີ້​ຍັງ​ໃຫ້​ຄໍາ​ແນະ​ນໍາ​ຫລາຍ​ຢ່າງ​ເພື່ອ​ປັບປຸງຄວາມ​ໜັ້ນຄົງ​ດ້ານ
ອາຫານ​ໃນ​ໄລຍະ​ປານ​ກາງ ຮວມທັງ​ການ​ປັບປຸງ​ໃນການປູກພືດ​ພັນ​ທີ່ຫລາກ​ຫລາຍ ການ
ຊົນລະປະທານ​ໃນ​ລະດູ​ຮ້ອນ ການ​ເກັບ​ມ້ຽນ​ເມັດ​ພືດ​ ແລະ​ການ​ຮັກສາ​ປິ່ນປົວສັດ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

2 ເກົາຫລີຈະຮ່ວມກັນ ຄົ້ນຄວ້າ ເລື້ອງພູໄຟ

ລາຍງານໂດຍ souphonh thavytham  03-22-2011

ຮູບຈາກ: YNA

ພູ Paeku ຕັ້ງຢູ່ເລາະຕາມຊາຍແດນເກົາຫລີເໜືອ

 

















ເກົາຫລີ​ໃຕ້​ໄດ້​ຮັບ​ເອົາ​ຂໍ້​ສະ​ເໜີ​ຂອງ​ເກົາຫລີ​ເໜືອ​ເພື່ອ​ຈັດ​ການ​ໂອ້​ລົມສົນທະນາ​ກັນ​ເລື້ອງ
ການ​ສໍາ​ຫລວດ​ດ້ານ​ວິທະຍາສາດຮ່ວມ​ກັນ​ທີ່​ເປັນ​ໄປ​ໄດ້ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ພູ​
ເຂົາ​ໄຟ​ເທິງ​ພູ​ທີ່ສູງ​ສຸດ​ໃນ​ແຫລມເກົາຫລີ​ນັ້ນ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ວັນ​ອັງຄານ​ມື້​ນີ້ ກະຊວງ​ທ້ອນ​ໂຮມ​ປະເທດ​ຂອງ​ເກົາຫລີ​ໃຕ້​ກ່າວ​ວ່າ ຕົນ​ໄດ້​ສົ່ງ​ສານ​ສະບັບ​ນຶ່ງ​ໄປ​ຍັງ​ລັດຖະບານ​ກຸງ​ພຽງ​ຢ້າງ ​ໃຫ້​ຈັດການ​ພົບ​ປະ​ຫາລື​ກັນຂຶ້ນ​ເປັນ​ເວລາ 1 ສັບປະດາ​ໃນ​ເມືອງ​ຊາຍ​ແດນ Munsan ຂອງ​ເກົາຫລີ​ໃຕ້​ນັ້ນ.

ຝ່າຍ​ເກົາຫລີ​ເໜືອ​ ທໍາ​ອິດ​ໄດ້​ສະ​ເໜີ​ເລື້ອງ​ດັ່ງກ່າວ​ໃນ​ຕົ້ນ​ເດືອນ​ນີ້​ເພື່ອ​ດໍາເນີນ​ການ​ ສໍາ​ຫລວດ​ຮ່ວມ​ກັນ​ຢູ່​ເທິງ​ພູ Paekdu ຊຶ່ງ​ຕັ້ງ​ຢູ່​ເລາະຊາຍ ​ແດນ​ເກົາຫລີ​ເໜືອ​ຕິດ​ກັບ​ຈີນ​ນັ້ນ.

ການ​ພົບ​ປະ​ຫາລື​ກັນ​ນີ້​ອໍານວຍ​ໂອກາດ​ໃຫ້ມີການ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ ທີ່ເປັນ​ອັນຕະລາຍ​ ລະຫວ່າງ​ເກົາຫລີ​ເໜືອ​ ແລະ​ເກົາຫລີ​ໃຕ້​ນັ້ນ. ​ເກົາຫລີໃຕ້​ໄດ້​ກ່າວ​ຫາ​ຄອມ​ມິ​ວນີສເກົາຫລີ​ເໜືອ​ວ່າ ​ເປັນ​ຜູ້​ຍິງເຮຶອລົບ​ເກົາຫລີ​ໃຕ້ລໍາ​ນຶ່ງ​ຫຼົ້ມເມື່ອ​ 1 ປີຜ່ານ​ມາ ​ແລະ​ເກົາຫລີ​ໃຕ້​ຍັງ​ມີ​ຄວາມ​ໂກດ​ແຄ້ນ​ຢູ່​ຕໍ່​ການ​ຍິງ​ປືນ​ໃຫຍ່​ໂຈມຕີຂອງ​ ຝ່າຍ​ເກົາຫລີ​ເໜືອ​ທີ່​ພາ​ໃຫ້​ມີ​ຜູ້ຄົນ​ເສຍຊີວິດ​ໄປ​ໃນ​ເກາະ​ນ້ອຍ​ແຫ່ງ​ ນຶ່ງ ​ໃນ​ຊາຍ​ແດນ​ຂອງ​ເກົາຫລີ​ໃຕ້​ໃນເດືອນ​ພະຈິກ​ປີ​ແລ້ວ​ນີ້.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ຍີ່ປຸ່ນເລີກລົ້ມແຜນການ ທີ່ຈະປ່ອຍອາຍ ກໍາມັນຕະພາບລັງສີ ອອກສູ່ບັນຍາກາດ

ລາຍງານໂດຍ souphonh thavytham  03-20-2011

ຮູບຈາກ: ASSOCIATED PRESS

ສອງຜົວເມຍຍີ່ປຸ່ນ ທີ່ຖືກກະທົບຈາກໄພສຸນາມິ ຢູ່ສູນພັກຊົ່ວຄາວ

 

ເຈົ້າ​ໜ້າ​ທີ່​ຍີ່​ປຸ່ນ​ໄດ້ລົບລ້າງແຜນການ ທີ່ຈະລະບາຍອາຍ
ກໍາມັນຕະພາບລັງສືເຂົ້າສູ່ບັນຍາກາດ ຈາກໂຮງງານໄຟຟ້າ
ນີວເຄລຍແຫ່ງນຶ່ງທີ່ຖືກກະທົບ ຈາກຄື້ນຟອງສຸນາມິໃນ
ພາກເໜືອຂອງຍີ່ປຸ່ນນັ້ນ ຫລັງຈາກຄວາມດັນຂອງເຕົາ
ແຍກປະລະມະນູໜ່ວຍນຶ່ງ ​ໄດ້​ກັບຄືນສູ່ສະພາບປົກກະຕິ.

ກ່ອນ​ໜ້າ​ນັ້ນ ​ໃນຕອນເຊົ້າຂອງວັນອາທິດມື້ນີ້ ທ່ານ
Hidehiko Nishiyama ເຈົ້າໜ້າທີ່ອົງການຄວາມປອດ
ໄພນີວເຄລຍ ກ່າວວ່າ ຄວາມດັນຢູ່​ໃນ​ເຕົາ​ແຍກໜ່ວຍທີ່
ສາມ ທີ່ໂຮງໄຟຟ້ານີວເຄລຍ Fukushima Dai-Ichi
ໄດ້ຖີບຕົວສູງຂຶ້ນ ແລະຈໍາເປັນຕ້ອງປ່ອຍແກສກໍາມັນຕະ
ພາບລັງສີອອກ ເພື່ອເຮັດໃຫ້ຄວາມດັນຂອງເຕົາແຍກ ຜ່ອນລົງ.

ມີລາຍງານວ່າ ​ໄດ້ເກີດບັນຫາທີ່ເຕົາແຍກປະລະມະນູໝົດ
ທັງຫົກໜ່ວຍຂອງໂຮງໄຟຟ້ານີວເຄລຍ Fukushima
Dai-Ichi ນັ້ນ. ໃນຕອນຖະແຫລງຂ່າວຕໍ່ສື່ມວນຊົນໃນວັນ
ອາທິດມື້ນີ້ ທ່ານ Yukio Edano ຫົວໜ້າຫ້ອງການ​ຂອງ​ຄະນະລັດຖະບານກ່າວວ່າ ໂຮງ
ໄຟຟ້າ​ນີວເຄລຍແຫ່ງ​ນີ້​ຈະຕ້ອງ​ໄດ້ຖືກມ້າງເພຖິ້ມ ເນຶ່ອງຈາກໄດ້ຮັບຄວາມເສຍຫາຍຫລາຍ
ເກີນກວ່າທີ່ຈະສ້ອມແປງ ຄືນໃໝ່ໄດ້.

ໃນຂ່າວດີຂ່າວນຶ່ງນັ້ນ ພວກກູ້ໄພໄດ້ຊ່ວຍຊີວິດແມ່ຕູ້ອາຍຸ 80  ປີຄົນ​ນຶ່ງ ແລະຫລານຊາຍ
ອາຍຸ 16 ປີ ອອກ​ມາຈາກບ້ານທີ່ຖືກນໍ້າຖ້ວມຢູ່ໃນເຂດ ເມືອງ Ishinomaki ທີ່ຖືກກະທົບ
ຈາກຄື້ນສຸນາມິໜັກໜ່ວງທີ່ສຸດນັ້ນ ສິບມື້ ຫລັງຈາກ​ເກີດແຜ່ນດິນໄຫວແລະຄື້ນສຸນາມິ ເມື່ອ
ວັນທີ່ 11 ຜ່ານມາຂອງເດືອນນີ້. ທັງແມ່ຕູ້ແລະຫລາຍຊາຍ​ໄດ້ຖືກອົພະຍົບ ໂດຍ​ເຮືອບິນເຮ
ຣິຄອບເຕີ ແລະ​ເວລາ​ນີ້ ກໍາລັງໄດ້ຮັບການປິ່ນປົວທີ່ໂຮງໝໍແຫ່ງນຶ່ງ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ລາວເລືອກເອົາ ທ່ານຈູມມະລີ ໄຊຍະສອນ ເປັນເລຂາທິການໃຫຍ່ຂອງພັກ ອີກສະໄໝນຶ່ງ

ທ່າ​ນຈູມ​ມະ​ລີ ​ໄຊຍະ​ສອນໄດ້ຮັບເລືອກເປັນ ເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດ ລາວ ເປັນສະໄໝທີ 2. ສ່ວນທ່ານ ບົວສອນ ບຸບຜາວັນ ໄດ້ສູນເສຍຕໍາແໜ່ງໃນກົມການ ເມືອງສູນກາງພັກ.

ລາຍງານໂດຍ souphon thavytham  03-22-2011

ຮູບຈາກ: Songrit Pongern

ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກໄດ້ລົງຄະແນນສຽງຢ່າງເປັນເອກະສັນ ເລືອກຕັ້ງທ່ານຈູມມະລີ ໄຊຍະສອນ ໃຫ້ເປັນເລຂາທິການໃຫຍ່ ຄະນະກຳມະການບໍລິຫານງານ ສູນກາງພັກອີກສະໄໝນຶ່ງ ແລະເລືອກເອົາຄະນະ ກຳມະການບໍລິຫານງານສູນກາງພັກຊຸດທີ 9 ຊຶ່ງມີຈໍານວນ 61 ຄົນ.

ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວ
ໄດ້ເລີ້ມປະຊຸມໃນວັນທີ 17 ມີນາ 2011 ໄດ້ສິ້ນສຸດລົງ
ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 21 ມີນາ​ນີ້
ໂດຍກອງປະຊຸມ​ໄດ້​ເລືອກ​ຕັ້ງ​ເອົາ​ຄະນະ​ກຳມະການ​ບໍລິ
ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 9 ຈຳນວນ 61 ຄົນ ​ແລະ​
ຄະນະ​ກຳມະການບໍລິຫານ​ຊຸດ​ດັ່ງກ່າວນີ້ກໍ​ໄດ້ມີມະຕິເລືອກ
ໃຫ້ທ່າ​ນຈູມ​ມະ​ລີ ​ໄຊຍະ​ສອນເປັນ​ເລຂາທິການ​ໃຫຍ່ຂອງ
ພັກປະຊາຊົນປະຕິວັດລາວອີກເປັນສະໄໝທີ 2 ກໍ​ຄື​ຫລັງ
ຈາກ​ທີ່​ໄດ້​ຄອງ​ຕຳ​ແໜ່ງດັ່ງກ່າວ​ນີ້ມາ​ແລ້ວ​ເປັນ​ເວ​ລາ 5
ປີນັ້ນ​ເອງ.

ທັງ​ນີ້ ທ່ານ​ບຸນ​ຍັງ​ ວໍລະ​ຈິດ ຊຶ່ງ​ກໍ​ເປັນ​ຜູ້​ນຶ່ງ​ໃນ​ຄະນະ​
ກຳມະການ​ບໍລິຫານ​ງານ​ຊຸດ​ປັດຈຸບັນທັງຍັງ​​ເປັນ​ຜູ້​ນຶ່ງໃນ
ຄະນະກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ​ຊຸດ​ທີ 9
ຈຳນວນ​ທັງໝົດ 11 ທ່ານ​ອີກດ້ວຍນັ້ນກໍ​ໄດ້​ຖະແຫລ​ງ
ຊີ້​ແຈງ​​ເຖິງ​ສາ​ເຫດ​ທີ່​ສຳຄັນ​ທີ່​ໄດ້ມີ​ການ​ເລືອກເອົາ​ທ່ານ
ຈູມ​ມະ​ລີ ​ໄຊຍະ​ສອນ ດັ່ງກ່າ​ວວ່າ:

Songrit Pongern
ທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດລາວ

“ດ້ວຍ​ການຮູ້​ຄຸນງາມ
ຄວາມດີ​ອັນ​ໃຫຍ່​ຫລວງ
ແລະອຸທິດ​ສະຕິ​ປັນຍາ​ເຮື່ອ​ແຮ​ງຂອງ​ສະຫາຍ
ຈູມ​
ມະ​ລີ ໄຊຍະ​ສອນ
ນໍາພາ​ການ​ປະຕິວັດ​ຢູ່​ປະ​ເທດ​ເຮົາ
ໂດຍສະ​ເພາະ​ແມ່ນ​ການ​ສືບຕໍ່ນຳພາ​ພາລະກິດ​ປ່ຽນ​
ແປງໃໝ່​ໃຫ້​ດຳ​ເນີນ​ໄປ​ຢ່າ​ງຖືກຕ້ອງ ​ແລະ​ໄດ້​ຮັບຜົນ
ສຳ​ເລັດ​ອັນ​ໃຫຍ່​ຫລວງ ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງປະ
ຖົມມະ​ເລີກຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກສະ​
ໄໝທີ 9 ​ໄດ້​ເປັນ​ເອກະສັນ​ກັນ​ຢ່າງ​ສົມບູນ​ເລືອກຕັ້ງສະຫາຍ
ຈູມ​ມະ​ລີ ​ໄຊຍະ​ສອນ
ທີ່​ເຄົາລົບ​ຮັກ​ ເປັນເລຂາທິການ​ໃຫຍ່ ຄະນະ​ກຳມະການ​ບໍລິຫານ​ງານ​ສູນ​ກາງ​ພັກ​ ອີກສະ​ໄໝນຶ່ງ”.

ແຕ່​ຢ່າງ​ໃດ​ກໍ​ຕາມ ກໍລະນີ​ທີ່ໜ້າສັງ​​ເກດ​ກໍ​ຄື ທ່ານ​ບົວ​ສອນ ບຸບຜາ​ວັນ ອະດີດ​ນາຍົກລັດ
ຖະມົນຕີຂອງລາວນັ້ນ ບໍ່ມີ​ຊື່​ປາກົດ​ຢູ່​ໃນຄະນະກຳມະການກົມ​ການ​ເມືອງ​ ​ແລະຄະນະ​ກຳ
ມະການ​ບໍລິຫານ​ງານ​ສູນ​ກາງພັກ​ ຊຸດ​ທີ 9 ​ແຕ່​ຢ່າງ​ໃດ ຈຶ່ງ​ເຊື່ອ​ວ່າ​ເປັນ​ຍ້ອນ​ບັນຫາທາງ
ຄອບຄົວ​ທີ່​ໄດ້​ເຮັດ​ໃຫ້​ທ່ານ​ຕອ້ງຕັດສິນ​​ໃຈ​ລາ​ອອກ​ຈາກ​ຕຳ​ແໜ່ງນາຍົກລັດຖະມົນຕີຂອງ
ລາວມາ​ແລ້ວ ​ເມື່ອ​ທ້າຍ​ປີ​ກາຍ​ນີ້.

Songrit Pongern
ທ່ານຈູມມະລີ ໄຊຍະສອນໄດ້ຮັບການຊົມເຊີຍ ຫລັງຈາກທີ່ໄດ້ຖືກເລືອກເປັນເລຂາທິການໃຫຍ່ ຂອງພັກອີກ ເປັນສະໄໝທີ 2.

ທາງ​ດ້ານທ່ານ​ຈູມ​ມະລີ ​ໄຊ​ຍະ
ສອນ ກໍ​ໄດ້ຖະ​ແ​ຫລງອີກ​ເທື່ອ​ນຶ່ງ
ຫລັງ​ຈາກທີ່​ໄດ້​ຄອງ​ຕຳແໜ່ງ​ເລ
ຂາທິການ​ໃຫຍ່​ຂອງ​ພັກ​ ອີກ​ສະ
ໄໝໜຶ່ງວ່າ ​ເປົ້າໝາຍທີ່​ສຳຄັນ
ສຳລັບການພັດທະນາເສດຖະ
ກິດແລະສັງຄົມ​ແຫ່ງ​ຊາດຂອງ
ລາວປະຈໍາປີ 2011-2015 ນີ້
ກໍ​ຄືການ​ເຮັດໃຫ້ເສດຖະກິດ​ມີ
ການຂະຫຍາຍໂຕ ໃນອັດຕາ
ສະ​ເລ່ຍບໍ່ຫລຸດ 8% ຕໍ່ປີ.

ຖ້າ​ຫາກ​ສາມາດປະຕິບັດ​ໄດ້ຈິງ​
ຕາມເປົ້າໝາຍທີ່ວາງ​ໄວ້​ດັ່ງກ່າວ​
ນອກຈາກຈະເປັນຜົນເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ ຫລື GDP ຂອງ​ລາວ ມີມູນ
ຄ່າລວມທີ່​ສາມາດຖົ່ວສະເລ່ຍເປັນລາຍຮັບຂອງປະຊາກອນລາວໄດ້ ​ໃນ​ລະດັບ​ສູງ​ຂຶ້ນ ​ເປັນ
1,700 ໂດລາຕໍ່ຄົນຕໍ່ປີ ​ໃນ​ປີ 2015 ດັ່ງກ່າວ​ແລ້ວ ກໍ​ຍັງ​ຈະ​ເຮັດ​ໃຫ້​ອັດຕາ​ຄວາມຍາກຈົນ
ຂອງປະຊາຊົນລາວ ຫລຸດລົງ​​ເຫລືອຢູ່ບໍ່​ເກີນ 10% ຂອງ​ຈຳນວນ​ປະຊາກອນ​ທັງໝົດ ​ໃນ
ປີ 2015 ອີກ​ດ້ວຍ ເພື່ອ​ເປັນ​ພື້ນຖານ​ໃຫ້​ກັບ​ການ​ນຳພາ​ປະ​ເທດ​ລາວ​ໃຫ້​ຫລຸດ​ພົ້ນຈາກ
ສະພາບ​ດ້ອຍ​ພັດທະນາ​ ໃນ​ປີ 2020 ​ໃຫ້​ໄດ້ ​ຢ່າງ​ແທ້​ຈິງ​ອີກ​ດ້ວຍ.

ໃນ​ໄລຍະ​ແຜນການ ປີ 2006-2010 ນັ້ນ ພັກ​ກໍ​ສາມາດ​ເຮັດ​ໃຫ້​ບັນລຸ​ເປົ້າໝາຍທີ່​ວາງ​ໄວ້
ໃນ​ຫລາຍທດ້ານ ​ເຊັ່ນ​ທາງດ້ານ​ເສດຖະກິດຂະຫຍາຍ​ໂຕ 7.9% ຕໍ່ປີ ລວມຍ​ອດມູນ​ຄ່າ​
ຜະຫລິດ​ຕະພັນ​ພາຍ​ໃນ ຫລື GDP ​​ໃນ​ປີ​ງົບປະມານ 2009-2010 ສ​ະ​ເລ່ຍຕໍ່ພົນລະ
ເມືອງບັນລຸ​ໄດ້ 8.7 ລ້ານ​ກີບ​ຕໍ່ຫົວ​ຄົນ ຊຶ່ງ​ກໍ​ເປັນຜົນ​ເຮັດ​ໃຫ້​ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ໄດ້​ຫລຸດ​ລົງ​ມາ​ ເປັນ 20.4% ​ໃນ​ປີ 2009-2010 ດັ່ງກ່າວ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

 

ເກີດແຜ່ນດິນໄຫວບໍ່ແຮງ ໃນພາກເໜືອຂອງລາວ

ລາຍງານໂດຍ ສຸພົນ ທະວີທຳ  02/-24/-2011

 

Map of Laosແຜນທີ່ລາວ

ໄດ້ເກີດແຜ່ນດິນໄຫວຂະໜາດບໍ່ແຮງປານໃດໃນພາກຕາເວັນຕົກສຽງເໜືອຂອງລາວ ​ແຕ່​
ກໍໄດ້ສົ່ງແຮງສັ່ນສະເທືອນໄປເຖິງຫຼາຍໆຈັງຫວັດໃນເຂດພາກເໜືອຂອງໄທ.

ຍັງບໍ່ທັນມີລາຍງານ ກ່ຽວກັບຄວາມເສຍຫາຍຫຼືການບາດເຈັບລົ້ມຕາຍຈາກແຜ່ນດິນໄຫວ
ໃນເທື່ອນີ້ ຊຶ່ງໄດ້ເກີດຂຶ້ນກ່ອນ​ເວລາ 11 ໂມງກາງຄືນ​ເລັກ​ນ້ອຍ ຕາມເວລາທ້ອງຖິ່ນໃນມື້
ວັນພຸດວານນີ້ແລະມີຄວາມແຮງ 4.6. ອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດກ່າວ
ວ່າ ແຜ່ນດິນໄຫວໃນຄັ້ງນີ້ມີຈຸດສູນກາງ 141 ກິໂລແມັດຫ່າງຈາກນະຄອນຫຼວງວຽງຈັນໄປ
ທາງທິດຕາເວັນຕົກສຽງເໜືອ ໃນແຂວງໄຊຍະບູລີ.

ເຂດດັ່ງກ່າວນີ້ ມີບໍລິເວນຕິດກັບແມ່ນໍ້າຂອງແລະໃກ້ໆກັບເຂື່ອນໄຟຟ້ານໍ້າຕົກຫຼາຍໆແຫ່ງ
ແຕ່ແນວໃດກໍຕາມໜັງສືພິມໄທ ໄດ້ອ້າງຄໍາເວົ້າຂອງພວກເຈົ້າໜ້າທີ່ໆກ່າວວ່າ ບໍ່ໄດ້ສັງເກດ
ເຫັນມີຄວາມເສຍຫາຍຕໍ່ເຂື່ອນເຫຼົ່ານີ້ ແຕ່ປະການໃດ.

ໜັງສືພິມ The Nation ຂອງໄທລາຍງານວ່າ ແຜ່ນດິນໄຫວຄັ້ງນີ້ເຮັດໃຫ້ໂຮງໝໍຢູ່ຈັງຫວັດ


ເລີຍສັ່ນສະເທືອນເປັນເວລາປະມານ 5 ວິນາທີ ຊຶ່ງເຮັດໃຫ້ພວກຄົນເຈັບແລະພວກແພດໝໍ


ພາກັນແລ່ນອອກຈາກໂຮງໝໍ ໄປຢູ່ຂ້າງນອກ.



ຂຽນເມື່ອ ຂຽນເມື່ອ: ກ.ພ.. 19, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ການປັກປັນຊາຍແດນທາງບົກ ລະຫວ່າງ​ລາວ-​ໄທ ກໍາລັງ ຄືບໜ້າໄປດ້ວຍດີ

ການປັກປັນເຂດແດນທາງບົກລະຫວ່າງ​ລາວກັບ​ ໄທຄືບໜ້າໄປແລ້ວເກີນກວ່າ 90% ຂອງ​ໄລຍະທາງຍາວທັງໝົດ 735 Km ສ່ວນ​ເຂດ​ແດນ​ທາງ​ນ້ຳ​ກໍກຳ​ລັງ​ຮ່ວມ​ກັນ​ຈັດ​ທຳ​ແຜນ​ທີ່ ​ພາບ​ຖ່າຍ​ທາງ​ອາກາດ.

ລາຍງານໂດຍ ສຸພົນ ທະວີທຳ   02-17-2011

The Mekong River runs more than 4,000 kilometers through six countries, vital to large populations for farming, fishing, drinking water, industry and power generation

ແຜນທີ່ລາວແລະໄທທີ່ມີຊາຍແດນຕິດກັນທັງທາງບົກ ແລະທາງນໍ້າ ຊຶ່ງທາງນໍ້ານັ້ນຕ້ອງມີການແບ່ງປັນສັນນໍ້າຢູ່ໃນລໍາແມ່ນໍ້າຂອງ

 

 

ຄະນະ​ອະນຸ​ກໍາມະການ​ດ້ານ​ເທັ​ກນິກຮ່ວມລະຫວ່າງ​ລາວກັບ​ໄທ​ໄດ້​ສະ​ເໜີ​ລາ​ຍງານ​ການ​
ດໍາເນີ​ນງາ​ນຮ່ວມ​ກັນ​ລະຫ​ວ່າງ​ທາງ​ການ​ລາວ-ໄທໃນໄລຍະນັບຈາກເດືອນພຶດສະພາ
2007 ເຖິງທ້າຍປີ 2010 ທີ່ຜ່ານມານີ້ວ່າທາງການຂອງທັງສອງຝ່າຍສາມາດຕົກລົງ
ແລະດໍາເນີນການປັກຫຼັກເຂດແດນທາງບົກລະຫວ່າງກັນໄດ້ເພີ້ມຂຶ້ນອີກຊຶ່ງ​ກໍ​ເປັນ​ຜົນເຮັດ​
ໃຫ້ການສໍາຫລວດເພື່ອປັກປັນເຂດແດນລະຫວ່າງ​ລາວກັບ​ໄທນັບ​ຕັ້ງ​ແຕ່​ປີ 1997 ​ເປັນ​ຕົ້ນ​
ມາຈົນ​ເຖິງປັດຈຸບັນນີ້ສາມາດດໍາເນີນການຄືບໜ້າໄປແລ້ວເຖິງ 96% ຂອງເຂດແດນທາງບົກ
ທີ່ມີໄລຍະທາງຍາວທັງໝົດ 735 ກິ​ໂລ​ແມັດ.

ພ້ອມ​ກັນ​ນັ້ນທັງ​ສອງ​ຝ່າຍ​ຍັງ​ໄດ້​ຮ່ວມ​ກັນ​ສໍາຫລວດ​ເສັ້ນ​ສັນ​ປັນ​ນໍ້າຊຶ່ງ​ໃຊ້​ເປັນ​ເສັ້ນ​ແບ່ງເຂດ
ແດນ​ທາ​ງບົກ​ລະຫວ່າງ​ກັນ​ໄດ້​ໃນ​ລະຍະ​ທາງ 705 ກິ​ໂລ​ແມັດຊຶ່ງກໍໝາຍຄວາມວ່າໃນປັດຈຸ
ບັນນີ້​ຍັງ​ຄົງ​ເຫລືອ​ເຂດ​ແດນ​ທາງບົກ​ອີກ 30 ​ກິ​ໂລ​ແມັດ​​ເທົ່າ​ນັ້ນ ​ທີ່​ທາງ​ການ​ລາ​ວ-​ໄທ​ຈະ
ຕ້ອງ​ດໍາ​ເນີນ​ການ​ສໍາຫລວດ​ ເພື່ອ​ຕົກລົງ​ປັກ​ປັນຮ່ວມ​ກັນ​ໃຫ້​ໄດ້​ຕໍ່​ໄປ.

ການດໍາ​ເນີນ​ງານດັ່ງກ່າວນີ້ຂອງຄະນະ​ອະນຸ​ກໍາມະການ​ດ້ານ​ເທັ​ກນິກລະຫວ່າງ​ ລາວກັບ​ໄທ​​ ຖືວ່າເປັນການຕອບສະໜອງ​ຕໍ່​ການ​ຕົກລົງ​ຮ່ວມກັນ ລະຫວ່າງລັດຖະມົນຕີ​ວ່າການ​ຕ່າງປະ
ເທດ​ຂອງ​ທັງ​ສອງ​ຝ່າຍໃນຖານະເປັນປະທານຄະນະກຳມາທິການຊາຍແດນຮ່ວມກັນນັບຕັ້ງ
ແຕ່ປີ 1996 ເປັນຕົ້ນມາ ຊຶ່ງກໍເຮັດໃຫ້ການດຳເນີນການສຳຫລວດແລະປັກປັນເຂດແດນ ລະຫວ່າງລາວກັບໄທນັ້ນໄດ້ຍຶດຖືຕາມສົນທິສັນຍາລະຫວ່າງສະຫຍາມກັບຝຣັ່ງເສດນັບຈາກ
ນັ້ນເປັນຕົ້ນມາ. ດັ່ງ​ທີ່ທ່ານ​ອ້ວນ ພົມມະ​ຈັກ ​ເອກ​ອັກຄະ​ລັດຖະທູດ​ລາວປະ​ຈໍາ​ປະ​ເທດ​ໄທ
ໄດ້​ໃຫ້ການ​ຊີ້​ແຈງ​ກັບ VOA ​ວ່າ:

Songrit Pongern
ທ່ານ ອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວ ປະຈໍາປະເທດໄທ

”ໃນ​ວັນ​ທີ 8 ກັນຍາ ປີ
1996 ລັດຖະບານ​ສອງ​ຝ່າຍ​
ໄດ້​ລົງ​ນາມ​ຮັບຮອງ​ເອົາ​ການ​
ສໍາຫລວດປັກຫລັກ​ຊາຍ
ແດນຮ່ວມ​ກັນ ຕະຫລອດ
ແນ​ວຊາຍ​ແດນ​​ໂດຍ​ຫລັກ
ການນັ້ນກໍ​ຄືສອງຝ່າຍໄດ້
ຮັບຮອງເອົາສົນທິສັນຍາ
ຝຣັ່ງ
-ສະຫຍາມເປັນຫຼັກ
ການດ້ານກົດໝາຍພື້ນຖານ
ໃຫ້ແກ່ການສໍາຫລວດປັກ
ຫຼັກໝາຍຊາຍແດນ ແລະ
ຈາກມື້ນັ້ນມາເຖຶງມື້ນີ້ທັງສອງຝ່າຍກໍໄດ້ເລີ້ມສໍາຫຼວດແລະປັກຫຼັກໝາຍຊາຍ
ແດນໂດຍເລີ້ມຈາກຊາຍ​ແດນທາງບົກເສຍກ່ອນແລະມາຮອດປັດຈຸບັນນີ້ກໍໄດ້
ຫຼາຍກວ່າ 90% ສໍາລັບຊາຍແດນທາງບົກ.”

ສ່ວນ​ເຂດ​ແດນ​ທາງ​ນໍ້າຊຶ່ງ​ກໍ​ຄື​ເຂດ​ຊາຍ​ແດນ​ໃນ​ລໍາ​ແມ່​ນໍ້າຂອງ​ແລະ​ນໍ້າ​ເຫືອງ​ທີ່​ມີ​​ໄລຍະ​ທາງ
ຍາວ​ປະມານ 1,100 ກິ​ໂລ​ແມັດ​ນັ້ນທາງ​ການຂອງ​ທັງ​ສອງ​ຝ່າຍກໍ​ໄດ້ມີ​ການ​ຕົກລົງ​ຮ່ວມ
ກັນ​ວ່າ​ຈະຮ່ວມ​ກັນ​ດໍາ​ເນີນ​ການ​ສໍາ​ຫລວດ​ເພື່ອ​ປັກ​ປັນ​ໃຫ້​ສໍາ​ເ​ລັດ​ພາຍ​ໃນ​ປີ 2010 ​ທີ່​ຜ່ານ
ມາ. ​ແຕ່​ຫາກ​ວ່າຍ້ອນ​ບັນຫາ​ຂັດ​ແຍ້​ງທາງ​ການ​ເມືອງ​ພາຍ​ໃນຂອງໄທຈຶ່ງ​ເຮັດ​ໃຫ້​ການດໍາ
ເນີນງານໃນການປັກ​ປັນ​ເຂດ​ແດນ​ໃນໄລຍະຜ່ານມາ​ບໍ່ເປັນໄປ​ຕາມເປົ້າໝາຍທີ່ໄດ້ວາງເອົາ
ໄວ້ດັ່ງກ່າວ. ແຕ່ວ່າຄະນະ​ອະນຸ​ກໍາມະການ​ດ້ານ​ເທັ​ກນິກຂອງທັງສອງຝ່າຍກໍກໍາລັງຮ່ວມ​ກັນ
ດໍາ​ເນີນ​ການຈັດ​ທໍາ​ແຜນ​ທີ່​ພາບ​ຖ່າຍ​ທາງ​ອາກາດເພື່ອ​ໃຫ້​ເຫັນ​ສະພາບ​ຂອງ​ພື້ນທີ່ ​ທີ່​ເປັນ
ຈິງຢູ່​ໃນເວລາ​ນີ້.

ແຜນທີ່ແມ່ນໍ້າຂອງທີ່ ລາວແລະໄທ​ຈະຕ້ອງ ສືບຕໍ່ດໍາເນີນການປັກ ​ປັນ​ເຂດ​ແດນ​

ແຕ່ຢ່າງໃດກໍຕາມການ​ສໍາ​ຫລວດ​ເພື່ອ​ການ​ປັກ​ປັນ​ເຂດ​ແດນ​
ລະຫວ່າງ​ລາວ​ກັບ​ໄທ​ໄດ້​ມີ​ການ​ຊັກ​ຊ້າແລະ​ມີ​ການ​ເລື່ອນ​ເປົ້າ
ໝາຍ​ທີ່​ຈະ​ດໍາເນີນ​ການ​ໃຫ້​ສໍາ​ເລັດ​ມາ​ໂດຍ​ຕະຫລອດ ຊຶ່ງ​ກໍ​ຄື
ນັບ​ຈາກ​ປີ 2003 ​ເປັນ​ຕົ້ນ​ມາ ​ໂດຍໃນເວລານັ້ນ ທາງ​ການ
ລາວ​ກັບ​ໄທ​ໄດ້​ຕົກລົງ​ຮ່ວມ​ກັນ​ວ່າ​ຈະ​ດໍາ​ເນີນ​ການ​ປັກ​ປັນ​ເຂດ
ແດນ​ທາງ​ບົກ​​ໃຫ້​ສໍາ​ເ​ລັດ​ພາຍ​ໃນ​ປີ 2003 ​ແລະ​ປັກ​ປັນ​ເຂດ
ແດນທາງ​ນໍ້າ​ໃຫ້​ສໍາ​ເ​ລັດ​ພາຍ​ໃນ​ປີ 2005.

ຫາກ​ແຕ່​ດ້ວຍ​ຂໍ້​ຂັດ​ແຍ້​ງ​ໃນ​ການ​ອ້າງ​ພະຍານ​ຫລັກ​ຖານ
ຕ່າງໆ​ທີ່​ແຕກຕ່າງ​ກັນ​ໃນ 35 ພື້ນ​ທີ່​ເປັນ​ຢ່າງ​ໜ້ອຍ ຊຶ່ງ​
ລວມ​ເຖິງ​ພື້ນ​ທີ່​ສູ້​ລົບ​ໃນ​ເຂດ​ບ້ານ​ຮົ່ມ​ເກົ້າ​ແລະ​ເຂດ 3 ໝູ່
ບ້ານ ​ຄືບ້ານ​ສະຫວ່າງ, ບ້ານ​ກາງ​ແລະ​ບ້ານ​ໃໝ່​ທີ່ຢູ່​ໃນ
ເຂດ​ຕິດ​ຕໍ່​ຊາຍ​ແດນ​ລະຫວ່າງ​ແຂວງ​ໄຊ​ຍະ​ບູລີ​ຂອງ​ລາວ​ກັບ
ຈັງຫວັດ​ອຸດຕະລະ​ດິດແລະ​ຈັງຫວັດ​ພິດ​ສະນຸ​ໂລກ​ຂອງ​ໄທ​ທີ່ທັງສອງຝ່າຍກໍ​ເຄີຍ​ຂັດ​ແຍ້​ງ
ກັນ​ເຖິງຂະໜາດຕ້ອງຕັດສິນດ້ວຍກໍາລັງອາວຸດມາແລ້ວນັ້ນຈຶ່ງ​ເຮັດ​ໃຫ້ການ​ປັກ​ປັນ​ເຂດ​
ແດນລະຫວ່າງ​ລາວ​ກັບ​ໄທ​ຕ້ອງ​ປະສົບ​ກັບ​ບັນຫາ​ຊັກ​ຊ້າ​ເລື້ອຍມາ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 19, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ຈໍາປາສັກສະຫຼອງຄົບຮອບ 10 ປີ ທີ່ວັດພູໄດ້ເປັນ ສະຖານທີ່ມໍລະດົກໂລກ ແຫ່ງທີ່ 2 ຂອງລາວ

ລາຍງານໂດຍ ສູພົນ ທະວິທຳ (ໂນ່)  02-17-2011

ຮູບຈາກ: aseanrooms.com

ວັດພູຈໍາປາສັກ ສະຖານທີ່ມໍລະດົກໂລກຂອງລາວແຫ່ງທີ່ 2


ເນື່ອງໃນວັນຄົບຮອບສະຫຼອງ 10 ປີ ຂອງສະຖານທີ່ມໍລະດົກໂລກແຫ່ງທີ່ 2 ຂອງລາວ
ກໍຄືວັດພູຈໍາປາສັກທີ່ເມືອງໂຂງ ອັນເປັນເມືອງປະວັດສາດເກົ່າແກ່ ທີ່ມີສະຖາປັດຕະຍະກໍາ
ຫີນແບບຂອມໂບຮານ ທີ່ຕັ້ງຢູ່ໃນແຂວງຈໍາປາສັກນັ້ນ ມື້ນີ້ທາງເຈົ້າແຂວງ ທ່ານສອນໄຊ
ສີພັນດອນ ໄດ້ໃຫ້ສຳພາດກັບ VOA ຜ່ານທາງໂທລະສັບໃນທ່າມກາງການສະເຫຼີມ
ສະຫຼອງບຸນວັດພູປະຈໍາປີ ທີ່ໄດ້ເລີ່ມມາຕັ້ງແຕ່ວັນທີ 14 ກຸມພາແລ້ວນັ້ນ ຊຶ່ງທ່ານເຈົ້າ
ແຂວງໄດ້ອະທິບາຍໃຫ້ຟັງເຖິງປະວັດຄວາມເປັນມາຂອງທ່ານ ພ້ອມທັງການສະຫຼອງ
ຄົບຮອບ 10 ຂອງວັດພູ ໃນຖານະສະຖານທີ່ມໍລະດົກໂລກ ຊຶ່ງທ່ານຈະໄດ້ຮັບຟັງການ
ສໍາພາດດັ່ງຕໍ່ໄປນີ້:

/ບົດສໍາພາດທ່ານແຈົ້າແຂວງ ທ່ານ ສອນໄຊ ສີພັນດອນ/

ແຂວງຈໍາປາສັກ ຖືວ່າເປັນອັນຍະມະນີອັນລໍ້າຄ່າຂອງລາວຕອນໃຕ້ທີ່ມີເກາະດອນ, ນໍ້າຕົກ,
ປ່າເຂົາລໍເນົາໄພ ແລະແຫລ່ງທໍາມະຊາດຕ່າງໆ ໄວ້ອວດອ້າງຄວາມງາມຂອງລາວທີ່ຍັງບໍລິ
ສຸດແບບທໍາມະຊາດຢູ່ ຊຶ່ງນັບວັນກໍນັບຫາຍາກ ວັດພູຈໍາປາສັກຖືວ່າໂດດເດັ່ນແລະໄດ້ຖືກ
ເລືອກໃຫ້ເປັນສະຖານທີ່ ຫຼືປູສະນິຍະສະຖານ ມໍລະດົກໂລກແຫ່ງທີ່ 2 ຂອງລາວໃນປີ
2001.

ວັດພູຈໍາປາສັກ ຕາມທີ່ມີຂໍ້ມູນເກັບກໍາໄວ້ນັ້ນ ແມ່ນເປັນສະຖານທີ່ທໍາພິທີທາງສາສະໜາ
ນັບຕັ້ງແຕ່ສັດຕະວັດທີ່ 5 ຄືໄດ້ສ້າງຂຶ້ນເພື່ອເປັນການຈໍາລອງເມືອງສະຫວັນ ຊຶ່ງມີໂຄງ
ລ່າງ, ຜັງເມືອງຄົບຖ້ວນທີ່ໜ້າສຶກສາ ແລະມີປະວັດສາດຄວາມເປັນມາ ທີ່ເຊື່ອມໂຍງໄປ
ເຖິງສະຖາປັດຕະຍະກໍາຂອມ ທີ່ປະເທດກໍາປູເຈຍນໍາດ້ວຍ.

grumpychicken.co.uk

ທ່ານສອນໄຊໄດ້ເຂົ້າຮັບຕໍາແໝ່ງເປັນເຈົ້າແຂວງມາໄດ້ 6 ປີນີ້ແລ້ວ. ວັດພູຈໍປາສັກກໍໄດ້
ຮັບການພັດທະນາຢູ່ເລື້ອຍໆ ເພື່ອໃຫ້ສອດຄ່ອງກັບໂຄງການ ທັງໄລຍະສັ້ນແລະຍາວ ເພື່ອສືບທອດແລະຄົງໄວ້ຊຶ່ງສະຖານະພາບການເປັນມໍລະດົກໂລກຂອງລາວ. ທ່ານສອນ
ໄຊບອກວ່າ ໄດ້ມີການເປີດຕົວຢ່າງເປັນທາງການເປັນທີ່ຮຽບຮ້ອຍໄປແລ້ວ ໂດຍມີສະມາ
ຊິກຈາກບັນດາປະເທດເມືອງມໍລະດົກໂລກມາຮ່ວມດ້ວຍ ຢ່າງມາກໜ້າຫຼາຍຕາ. ນອກ
ຈາກຫຼວງພະບາງ, ວັດພູຈໍປາສັກ ທີ່ໄດ້ຖືກເລືອກໃຫ້ເປັນມູນມໍລະດົກໂລກແລ້ວ ປ່າຫີນ
ໃນແຂວງຄໍາມວນ ກໍຈະເປັນສະຖານທີ່ແຫ່ງທີ່ 3 ແລະຕິດຕາມມາດ້ວຍ ທົ່ງໄຫຫີນທີ່
ແຂວງຊຽງແຂວງ ແລະຫຼາຍໆທີ່ໃນລາວນໍາ ທີ່ທາງການລາວສະເໜີໃຫ້ທາງອົງການ
UNESCO ຮັບພິຈາລະນາ ເປັນມໍລະດົກໂລກອີກນໍາ.

ອາທິດໜ້າ ລາຍການຊີວິດຊາວລາວໃນຕ່າງແດນກໍຈະນໍາສະເໜີກ່ຽວກັບອີກເມືອງນຶ່ງ
ທີ່ຂຶ້ນຊື່ ລືນາມຂອງລາວ ທີ່ເປັນເມືອງໜ້າຢູ່, ໜ້າທ່ຽວແລະໜ້າສຶກສາ ຊຶ່ງໄດ້ຮັບລາງ
ວັນທີ່ 1 ມາຕິດຕໍ່ກັນ 6 ປີແລ້ວນັ້ນ. ສ່ວນວ່າຈະເປັນສະຖານທີ່ໃດຂອງລາວນັ້ນ ຢ່າ
ລືມຄອຍຕິດຕາມຮັບຟັງໃຫ້ໄດ້ໃນລາຍການຊີວິດຊາວລາວໃນຕ່າງແດນຂອງ VOA
ໃນສັບປະດາໜ້າ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ຈີນສະໜັບສະໜຸນແຜນການ ສືບທອດຕໍາແໜ່ງຜູ້ນໍາ ຂອງເກົາຫລີເໜືອ

ລາຍງານໂດຍ souphonh  02-15-2011

ຮູບຈາກ: AP

ທ້າວກິມຈົງອຸນ ລູກຊາຍຫລ້າຂອງທ່ານກິມຈົງອີລ ຜູ້ນໍາເກົາຫລີເໜືອ

 

ສື່​ມວນ​ຊົນ​ແຫ່​ງລັດ​ເກົາຫລີ​ເໜືອ​ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​
ໂສ​ຂອງ​ຈີນທ່ານນຶ່ງ​ໄດ້​ໃຫ້ການ​ສະໜັບສະໜຸນ​ຢ່າງ​ເປີດ​​ເຜີຍ
ຕໍ່​ແຜນການ​ຂອງ​ເກົາຫລີ​ເໜືອ ທີ່​ຈະ​ໃຫ້​ທ້າວ​ກິມຈົງ​ອຸນ ລູກ
ຊາຍ​ຫລ້າ​ຂອງ​ທ່ານກິມຈົງ​ອີລ ຂຶ້ນ​ດໍາລົງ​ຕໍາແໜ່​ງ​ແທນ​ພໍ່​ນັ້ນ.

ລາຍ​ງານ​ດັ່ງກ່າວ​ຂອງອົງການ​ຂ່າວ KCNA ທີ່​ອອກ​ມາໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ແມ່ນ​ເປັນ​ການ​ເປີດ​ເຜີຍ​ຂ່າວ​ຢ່າງຜິດ​ປົກກະຕິກ່ຽວກັບແຜນ ການສືບ​ທອດ​ຕໍາແຫນ່​ງນີ້ ຊຶ່ງ​ໄດ້​ມີ​ການ​ສັນນິຖານ​ກັນ​ມາ​ຢ່າງ​ກວ້າງຂວາງ ​ນັບ​ແຕ່​ທ້າວ​ກິມຈົງ​ອຸນຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ນາຍ​ພົນ 4 ດາວ ​ແລະ​ແຕ່ງ​ຕັ້ງ​ໃຫ້
ເຂົ້າຮັບຕໍາ​ແໜ່​ງ​ໃນ​ພັກ​ຄອມມີ​ວນິດ​ທີ່​ປົກຄອງ​ປະ​ເທດ​ ໃນ​ ເດືອນ​ກັນຍາ​ປີ​ແລ້ວ​ນີ້.

ອົງການ​ຂ່າວ KCNA ​ເວົ້າ​ຕື່ມ​ວ່າ ທ່ານ Meng Jianzhu
ລັດຖະມຸນຕີ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ສາທາລະນະ​ຂອງ
ຈີນ ​ໄດ້​ກ່າວ​ຊົມ​ເຊີຍ​ຢ່າງ​ອົບອຸ່ນ​ຕໍ່​ທ່ານກິມຈົງ​ອີລລ່ວງ​ໜ້າ​ວັນ​ຄ້າຍ​ວັນ​ເກີດ​ຄົບຮອບ 69
ປີຂອງ​ທ່ານໃນ​ວັນ​ພຸດ​ມື້​ອື່ນ​ນີ້ ​ແລະ​ວ່າ​ ທ່ານ​Meng ໄດ້​ມອບ​ຂອງຂວັນ​ໃຫ້​ທັງ​ພໍ່​​ແລະ​ລູກ​.

ອົງການ​ຂ່າວ KCNA ອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Meng ​ທີ່ກ່າວ​ຊົມ​ເຊີຍ​ທ້າວ​ກິມຈົງ​ອຸນ ກ່ຽວ
ກັບ​ການ​ແຕ່ງ​ຕັ້ງ​ໃຫ້​ເຂົ້າ​ຮັບໜ້າ​ທີ່​ຕ່າງໆ​ໃນ​ຫວ່າງ​ບໍ່​ດົນ​ຜ່ານ​ມາ​ນັ້ນ ​ແລະ​ຊົມ​ເຊີຍ​ການ​ແກ້​
ໄຂ​ບັນຫາ​ການ​ສືບ​ທອດອໍານາດ​ໄດ້ຢ່າງ​ສໍາ​ເລັດ​ຜົນນັ້ນ ວ່າ​ເປັນ​ຍ້ອນ​ການ​ປະຕິວັດ​ຂອງຊາວ
ເກົາຫລີ​.

ຈີນ​ໃຫ້ການ​ຊ່ອຍ​ເຫລືອ​ເຂົ້າປາ​ອາຫານ​ແລະ​ນໍ້າມັນ​ ໃນ​ຈໍານວນ​ຫລາຍ​ກວ່າ 80 ສ່ວນ​ຮ້ອຍ
ແກ່​ເກົາຫລີ​ເໜືອ ​ແລະ​ໄດ້​ຊ່ອຍ​ປົກ​ປ້ອງ​​ເກົາຫລີ​ເໜືອຈາກ​ການ​ຕໍາ​ໜິຕິຕຽນ​ຈາກ​ນາໆ​ຊາດ​
ກ່ຽວ​ກັບ​ພຶດຕະກໍາ​ຕ່າງໆ​ເຊ່ນ ການ​ໂຈມ​ຕີ​ຕໍ່​ເກາະ​ນ້ອຍ​ແຫ່ງ​ນຶ່ງ​ຂອງ​ເກົາຫລີ​ໃຕ້​ ໃນ​ເດືອນ
ພະຈິກ​ປີ​ແລ້ວ​ນີ້.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ລາວຖືກຈັດຢູ່ໃນກຸ່ມປະເທດ ທີ່ບໍ່ມີເສລີພາບ ໂດຍອົງການ Freedom House

ລາຍ​ງານ​ໃໝ່ສະບັບ​ນຶ່ງ​ກ່ຽວ​ກັບ​ອິດສະຫຼະພາບ​ ທາງ​ດ້ານ​ການ​ເມືອງ​ ແລະ​ສິດທິ​ຂັ້ນພື້ນຖານ​ຂອງ​ພົນລະ​ເຮືອນ​ຢູ່​ໃນ​ທົ່ວ​ໂລກ​ ແຈ້ງວ່າ ອິດສະຫຼະພາບ​ພວມ​ໄດ້​ຮັບ​ການ​ກົດ​ຂີ່ ຂະນະ​ທີ່​ບັນດາລັດຖະບານ​ຜະ​ເດັດ​ການ ​ເສີມຂະຫຍາຍ​ການ​ກຳ​ອຳນາດ​ຂອງພວກ​ເຂົາ​ເຈົ້າ. ​ໄພສານ​ ໄດ້ສະ​ເໜີ​ຕອນ​ທີ 1 ​ໄປ​ແລ້ວ ​ໃນ​ອາທິດ​ແລ້ວ​ນີ້. ​ສຳລັບໃນຕອນທີ 2 ນີ້ ໄພສານ​ຈະນຳ ເອົາ​ຄວາມ​ເຫັນ​ຂອງອົງການ Freedom House ກ່ຽວ​ກັບ​ສິດທິ​ທາງ​ດ້ານ​ການ​ເມືອງແລະ ອິດສະຫຼະພາບຂອງພົນລະເຮືອນ ​ຢູ່​ໃນ ສປປ ລາວ ມາສະເໜີທ່ານ. ​ເຊີນ​ທ່ານ​ຮັບ​ຟັງ​ໄດ້​ເລີຍ.

ລາຍງານໂດຍ souphonh  02-15-2011

ລາຍງານວ່າດ້ວຍອິດສະຫຼະພາບ ຢູ່ໃນທົ່ວໂລກ ຂອງອົງການ Freedom House ສຳລັບປີ 2011

 

ລາຍງານປະຈຳປີ ທີ່ອົງການ
Freedom House ນຳອອກ
ເຜີຍແຜ່ໃນເດືອນແລ້ວນີ້ ລະບຸ
ວ່າ  ມີ 87 ລະບອບການປົກ
ຄອງຢູ່ໃນຈຳນວນທັງໝົດ 194
ປະເທດ ແລະດິນແດນ “ມີເສລີ”
ຊຶ່ງປະກອບ ເປັນ 45%, 60
ລະບອບການປົກຄອງຫຼື 31%
ຖືກລະບຸວ່າ “ມີເສລີບາງສ່ວນ”
ແລະອີກ 47 ລະບອບການປົກ
ຄອງ ຫຼື 24% ຂອງບັນດາປະ
ເທດ ທີ່ມີການສຳຫຼວດຖືກລະບຸວ່າ “ບໍ່ມີເສລີ”.

ປະເທດທີ່ຖືກລະບຸວ່າ “ບໍ່ມີເສລີ” ນີ້ແມ່ນປະເທດທີ່ບໍ່ປ່ອຍ​ໃຫ້​ປະຊາຊົນໄດ້​ຊົມ​ໃຊ້ສິດທິ
ຂັ້ນພື້ນຖານໃນດ້ານການເມືອງ ແລະອິດສະຫຼະພາບຂອງພົນລະເມືອງ ໃນຂອບເຂດທີ່
ກວ້າງຂວາງແລະຢ່າງເປັນລະບົບ.

ໃນຈຳນວນ 47 ປະເທດນີ້ມີ 37 ປະເທດຖືກຈັດວ່າມີການລ່ວງລະເມີດຮ້າຍແຮງສຸດຊຶ່ງ
ໃນນັ້ນ ກໍມີຮວມທັງເກົາຫຼີເໜືອ ແລະມຽນມາ. ສ່ວນ ສປປ ລາວ ແມ່ນຢູ່ໃນກຸ່ມນີ້ຄືກັນ
ແຕ່ຢູ່ໃນຈຳນວນ 10 ປະເທດທີ່ມີການລ່ວງລະເມີດບໍ່ຮ້າຍແຮງທໍ່ 37 ປະເທດທີ່ໄດ້ກ່າວ
ມານັ້ນ ຊຶ່ງນອກຈາກລາວແລ້ວ ກໍມີເບລາຣຸສ ຊາດ ຈີນ ກົດດີວົວ ຄິວບາ ຊາອຸດີອາຣາ
ເບຍ ໂອເຊດເຕຍໃຕ້ ຊີເຣຍ ແລະສາຮາຣາຕາເວັນຕົກ.

ກ່ຽວກັບ​ສິດທິ​ທາງ​ດ້ານ​ການ​ເມືອງ ​ແລະ​ອິດສະ​ຫຼະພາບ ​ຂອງ​ພົນລະເຮືອນນັ້ນ ລາຍ
ງານ​​ເວົ້າວ່າ ສປປ ລາວ​ບໍ່​ແມ່ນ​ປະ​ເທດທີ່​ມີ​ການ​ເລືອກ​ຕັ້ງ​ແບບ​ປະຊາທິປະ​ໄຕ. ລັດຖະ
ທຳ​ມະນູນ ​ສະບັບ​ປີ 1991 ຂອງ​ລາວ ກຳນົດ​ໃຫ້​ພັກ​ປະຊາຊົນປະຕິວັດ​ລາວເປັນ​ພັກ​
ການ​ເມືອງທີ່​ຖືກຕ້ອງ​ຕ​າມ​ກົດໝາຍແຕ່​ພຽງ​ພັກ​ດຽວທໍ່ນັ້ນ ​ແລະ​ອະນຸມັດ​ໃຫ້​ມີ​ບົດບາດ
ນຳພາ​ໃນ​ທຸກ​ລະດັບ​ຂອງ​ລັດຖະບານ. ພັກ​ປະຊາ​ຊົນ​ປະຕິວັດ​ລາວ ​ເປັນ​ຜູ້​ກວດ​ສອບ
ບັນດາ​ຜູ້​ສະມັກ​ທັງ​ໝົດ ທີ່​ເຂົ້າ​ແຂ່ງຂັນ​ເອົາບ່ອນ​ນັ່ງ​ ຢູ່ໃນ​ສະພາ​ແຫ່ງ​ຊາດຊຶ່ງມີໜ້າ​ທີ່​
ເປັນພຽງ​ຜູ້ຢັ້ງຢືນ​ຫຼື Rubber-stamp ນ​ະ​ໂຍບາຍ​ຂອງ​ພັກ​-ລັດ​ແລະ​ສະມາຊິກ 115
ຄົນ​ຂອງ​ສະພາ​ແຫ່ງຊາດ ເປັນ​ຜູ້​ເລືອກ​ປະທານ​ປະ​ເທດ. ການ​ເລືອກ​ຕັ້ງ​ແມ່ນ​ມີ​ຂຶ້ນ​ໃນ
ທຸກໆ 5 ປີ​ ແລະ​ເທື່ອ​ລ່າ​ສຸດ​ມີ​ຂຶ້ນ​ໃນ​ປີ 2006 ​ເວລາ​ອະດີ​ດຮອງ​ປະທານ​ປະ​ເທດ​ແລະ
ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເຂົ້າກຳ​ຕຳ​ແໜ່​ງປະ
ທານຜູ້ນຳ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ແລະ​ຕຳ​ແໜ່​ງປະທານ​ປະ​ເທດ.

ກາ​ນສໍ້​ລາດ​ບັງ​ຫຼວງ​ແລະ​ໃຊ້​ອຳນາດ​ໄປ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ​ຂອງ​ພວກ​ເຈົ້າໜ້າ​ທີ່​ລັດຖະ
ບານແມ່ນ​ມີ​ກັນ​ຢ່າງ​ແຜ່​ກວ້າງ. ການ​ປະກາດ​ຂອງ​​ເຈົ້າໜ້າ​ທີ່​ ແລະ​ກົດໝາຍ​ໃໝ່​ຫຼາຍໆ​
|ສະບັບ​ທີ່​ແນ​ໃສ່​ເພື່ອ​ຫຼຸດຜ່ອນການ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ບໍ່​ຄ່ອຍ​ໄດ້​ມີ​ການຈັດຕັ້ງປະຕິ
ບັດ​ ແລະ​ລະບຽບ​ການ​ຂອງ​ລັດຖະບານ​ເກືອບ​ໃນ​ທຸກໆ​ດ້ານ​ ແມ່ນ​ເປີດ​ໂອກາດ​ໃຫ້​ມີ​
ການ​ຮັບ​ເງິນ​ສິນ​ບົນ. ​ເຈົ້າໜ້າ​ທີ່ ອະ​ວຸ​ໂສ​ຂອງ​ລັດຖະບານ​ແລະ​ຂອງ​ກອງທັບມັກ​ຈະ​ມີ​
ການ​ພົວພັນ​ໃນການຄ້າ​ກ່ຽວ​ກັບ​ການ​ຕັດ​ໄມ້ ບໍ່​ແຮ່ແລະ​ທຸລະ​ກິດ​ອື່ນໆ ທີ່​ແນ​ໃສ່​ເພື່ອ
ຫາ​ຜົນປະ ​ໂຫຍ​ດ​ແບບ​ບໍ່​ຖືກຕ້ອງ​ຈາກ​ຊັບພະຍາກອນ​ທຳ​ມະ​ຊາດ​ຂອງ​ລາວ. ປະ​ເທດ
ລາວ​ແມ່ນ​ຕິດ​ອັນ​ດັບ​ທີ 158 ຂອງ​ຈຳນວນ​ທັງ​ໝົດ 180 ປະ​ເທດ ​ໃນ​ການສຳ​ຫຼວດລະ
ດັບ​ຄວາມ​ໂປ່​ງ​ໃສ​ຂອງ​ລັດຖະບານ ຂອງ​ອົງການ Transparency International ປີ
2009.

ອິດສະຫຼະພາບ​ໃນ​ດ້ານ​ການ​ຂ່າວ​ ແມ່ນ​ມີ​ການ​ຈຳກັດ​ຮັດ​ແຄບ​ຢ່າງ​ຮ້າຍ​ແຮງ. ນັກ​ຂ່າວ​
ຄົນ​ໃດ​ທີ່​ຕຳ​ໜິຕິຕຽນ​ລັດຖະບານ​ຫຼືລາຍ​ງານ​ກ່ຽວ​ກັບ​ເລື່ອງ​ທີ່​ເປັນບັນຫາຖົກ​ຖຽງ​ທາງ
ດ້ານ​ການ​ເມືອງກໍ​ຈະ​ປະ​ເຊີນ​ກັບ​ການ​ລົງ​ໂທດ​ທາງ​ກົດໝາຍ. ລັດຖະບານ​ເປັນ​ເຈົ້າຂອງ​
ສື່​ມວນ​ຊົນ​ທັງ​ໝົດຮວມທັງ​ໜັງສືພິມ 3 ສະບັບ​ທີ່​ມີການ​ພິມ​ແຈກ​ຈ່າຍ​ໃນ​ລະດັບ​ທີ່​ຂ້​ອນ​
ຂ້າງ​ຕໍ່າ. ປະຊາຊົນ ​ທີ່ຢູ່​ໃນ​ລັດສະໝີ​ຄື້ນສົ່ງ​ຂອງ​ວິທະ​ຍຸ​ເອ​ເຊຍ​ເສລີ​ ແລະລາຍ​ການ​ກະ
ຈາຍສຽງ​ຂອງ​ຕ່າງປະ​ເທ​ດອື່ນໆ​ຈາກໄທກໍສາມາດ​ເຂົ້າ​ໄປ​ຟັງ​ແຫຼ່ງຂ່າວ​ຂອງ​ສື່​ມວນ​ຊົນ​
ທີ່​ເປັນ​ທາງ​ເລືອກ​ເຫຼົ່ານີ້. ການ​ຊົມ​ໃຊ້​ລະບົບ​ອິນ​​ເຕີ​ແນັດ​ໄດ້​ມີ​ການ​ຈຳກັດ​ຮັດ​ແຄບ​ຢ່າງ​
ເຄັ່ງ​ຄັດ​ແລະ​ເນື້ອ ​​ໃນ​​ແມ່ນ​ຜ່ານ​ການກວດກາ.

Map of Laos

ໃນ​ດ້ານອິດສະຫຼະພາບ​ໃນ​ການ​ເຊື່ອຖື​ສາສະ
ໜາ​ນັ້ນລາຍ​ງານ​ເວົ້າວ່າ​ໄດ້​ມີ​ການ​ຈຳກັດ​ຮັດ
ແຄບ​ຢ່າງ​ເຄັ່ງ​ຄັດ. ຊາວ​ຄຣິສຕຽນ ​ຈຳນວນ​
ຫຼາຍສິບ​ຄົນ​ໄດ້​ຖືກ​ຈັບ​ກຸມ​​ໃນ​ຂໍ້​ຫາ​ກ່ຽວ​ກັບ
ສາສະໜາ​ແລະ​ອີກ​ຫຼາຍສິບ​ຄົນ​ໄດ້​ຖືກ​ຈຳ​ຄຸກ
ຍ້ອນທຳ​ການ​ເຜີຍ​ແຜ່​ ສາສະໜາ​ ຫຼືທຳ​ການ
ເຄື່ອນ​ໄຫວອື່ນໆ​ ​ໃນ​ດ້ານ​ສາສະໜາ​ກິດ​.
ລັດຖະບານ​ໄດ້ບັງຄັບ​ໃຫ້ຊາວ​ຄຣິສຕຽນ​ຈຳ
ນວນ​ນຶ່ງ​ປະ ຫຼືອອກສາສະໜາ ຢຶດຊັບ​ສິນ​
ຂອງ ພວກ​ເຂົາ​ເຈົ້າແລະ​ຫ້າມ​ບໍ່​ໃຫ້​ພວກ​ເຂົາ
ເຈົ້າສະ​ເຫຼີມສະຫຼອງບຸນ​ຕ່າງໆຂອງສາສະໜາ​
ຄຣິສຕ໌. ການ​ປະ​ຕິ​ບັດ​ສາສະໜາ​ກິດ​ຂອງ​ພວກ​ຊາວ​ພຸດ​ຊຶ່ງ​ເປັນ​ຊົນກຸ່ມ​ໃຫຍ່​ຢູ່​ໃນລາວ​
ນັ້ນກໍ​ໄດ້​ມີ​ການ​ຈຳກັດ​ຮັດ​ແຄບ​ໂດຍ​ຜ່ານ​ການ​ຄວບ​ຄຸມ​ໃນ​ການຝຶກ​ອົບຮົມ​ພະສົງ​ຂອງ​
ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະການ​ຄວບ​ຄຸມ​ຢູ່ຕາມ​ວັດວາ​​ແລະ​ສະຖານ​ທີ່​ທາງ​ສາສະ
ໜາ​ແຫ່ງ​ຕ່າງໆ.

ອິດສະຫຼະພາບ​ໃນ​ດ້ານ​ການ​ສຶກສາ​ແມ່ນ​ບໍ່​ໄດ້​ຮັບ​ການ​ເຄົາລົບ. ພວກ​ສາ​ສະ​ດາ​ຈານ​ຢູ່​
ຕາມ​ມະຫາວິທະຍາ​ໄລຕ່າງໆ​ ບໍ່​ສາມາດ​ສິດສອນຫຼືຂຽນກ່ຽວ​ກັບປະຊາ​ທິປະ​ໄຕ ສິດ
ທິ​ມະນຸດ ​ແລະ​​ເລື່ອງ​ອື່ນໆ​ທີ່​ມີ​ຄວາມ​ຫຼໍ່​ແຫຼມທາງ​ດ້ານ​ການ ​ເມືອງ. ​ເຖິງ​​ແມ່ນ​ໃນ​ເວລາ​
ນີ້ມີ​ພວກ​ຊາວ​ໜຸ່ມ​ຈຳນວນ​ນຶ່ງ​ໄດ້​ຖືກ​ສົ່ງ​​ໃຫ້​ໄປ​ເຂົ້າມະຫາວິທະຍາ​ໄລ​ແລະ​ຮັບ​ການ​ສຶກ
ສາລະ​ດັບ​ປລິນ​ຍາ​ໂທ​ຢູ່​ໃນ​ຕ່າງປະ​ເທດ​ກໍ​ຈິງ ​ແຕ່​ພວກ​ເຂົາ​ເຈົ້າຈະ​ໄດ້ຖືກ​ຄັດ​ເລືອກ​ໂດຍ​
ລັດຖະບານ​ແລະ​ໂດຍ​ທົ່ວ​ໄປ​ແລ້ວ​ກໍ​​ເປັນ​ພວກ​ລູກ​ເຕົ້າຂອງ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​​ແລະ​ພວກ
ນາຍ​ທະຫານ. ​ໃນ ​ໄລຍະ​ສອງ​ສາມ​ປີຜ່ານມາ​ນີ້ ການ​ສອດ​ແນມ​ຂອງ​ລັດຖະບານ​ເບິ່ງ
ປະຊາ​ຊົນ​ໄດ້ມີ​ການຫຼຸດຜ່ອນ​ລົງ ​ແຕ່​ການ​ກວດຄົ້ນ​ໂດຍ​ບໍ່​ໄດ້​ຮັບອະນຸຍາດ​ຍັງ​ດຳ​ເນີນ​
ຢູ່ຕໍ່​ມາ.

ລາຍ​ງານ​ເວົ້າຕື່ມ​ວ່າ ລັດຖະບານ​ໄດ້​ຈຳກັດ​ຮັດ​ແຄບຢ່າງ​ເຄັ່ງ​ຄັດ​ທີ່​ສຸດ ອິດສະຫຼະພາບ​
ໃນ​ການ​ໂຮມ​ຊຸມ. ກົດໝາຍ​ຂອງ​ລາວໄດ້​ຫ້າມ​ບໍ່​ໃຫ້​ເຂົ້າຮ່ວມ​ໃນ​ອົງການຈັດຕັ້ງຕ່າງໆ​
ທີ່​ພົວພັນ​ນຳ​ການ​ເດີນ​ຂະ​ບວນຫຼື​ໂຮມ​ຊຸມນຸມ​ປະ​ທ້ວງ ຫຼື​ໃນວິທີ​ການ​ອື່ນໆ​ທີ່​​ເປັນສາ​
ເຫດ​ພາ​ໃຫ້​ເກີດຄວາມ​ວຸ້ນ​ວາຍຫຼື​ເຮັດ​ໃຫ້​ສັງຄົມ​ບໍ່​ມີ​ສະ​ຖຽນລະ​ພາບ. ພວກ​ທີ່​ຖືກ​ພົບ
ເຫັນ​ວ່າ​ມີ​ຄວາມ​ຜິດ​ກ່ຽວ​ກັບ​ກົດໝາຍ​ເຫຼົ່ານີ້ ສາມາດ​ໄດ້​ຮັບ​ໂທດ​ໜັກ​ເຖິງ​ຈຳ​ຄຸກ 5 ປີ.
ລາວ​ອະນຸຍາດ​ໃຫ້​ມີ​ອົງການ​ຈັດຕັ້ງ​​ ​ເພື່ອ​ໃຫ້​ຄວາມ​ຊ່ອຍ​ເຫຼືອທາງ​ດ້ານ​ສັງຄົມ​ສົງ​ເຄາະ
ແລະ​ກຸ່ມ​ຈັດຕັ້ງອາຊີບ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ​ຈຳນວນ​ນຶ່ງແຕ່​ບັນດາ​ອົງການ​ຈັດຕັ້ງ​ເຫຼົ່າ
ນີ້​ໄດ້​ຖືກ​ຫ້າມ​ບໍ່ ​ໃຫ້​ພົວພັນ​ໃນ​ດ້ານ​ການ​ເມືອງແລະ​ຖືກ​ທາງ​ການ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ.
ສະຫະພັນ​ແຮງ​ງານທັງ​ໝົດ ​ຕ້ອງ​ເປັນ​ສະມາຊິກ​ຂອງ​ສະຫະພັນ​ກຳມະບານ​ຂອງທາງ​
ການ​ລາວ. ການ​ນັດ​ຢຸດ​ງານ​​ແມ່ນ​ບໍ່ໄດ້​ຖືກ​ຫ້າມ​ຢ່າງ​ເປັນ​ການ​ເປີດ​ແປນ ​ແຕ່​ພວກ​ຄົນ​
ງານກໍ​ບໍ່​ຄ່ອຍ​ມີ​ການ​ນັດ​ຢຸດ​ງານ​ປະ​ທ້ວງແລະ​ພວກ​ເຂົາ​ເຈົ້າ​ແມ່ນ ບໍ່​ມີ​ສິດ​ທີ່​ຈະ​ທຳ​ການ
ຕໍ່​ຮອງ​ແບບ​ເປັນ​ໝູ່​ຄະນະ.

ລາຍ​ງານ​ເວົ້າວ່າສານ​ຕ່າງໆ​ກໍ​ມີ​ການ​ສໍ້​ລາດບັງ​ຫຼວງ​ແລະ​ຢູ່​ພາຍ​ໃຕ້​ການ​ຄວບຄຸມ​ຂອງ​
ພັກ​ປະຊາຊົນ​ປະຕິວັດ​ລາວ. ການ​ແກ່ຍາວ​ຂັ້ນຕອນ​ໃນ​ການ​ດຳ​ເນີນ​ຄະດີ​ ແມ່ນ​ຖື​ເປັນ
ເລື່ອງ​ທຳ​ມະ​ດາ​ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ຄະດີ​ຕ່າງໆກ່ຽວ​ກັບຄວາມ​ຂ້ອງ​ໃຈ ​ແລະ​ການ
ຮ້ອງທຸກ​ຂອງ​ປະຊາຊົນ​​ ໃນ​ການ​​ໃຊ້​ອຳນາດ​ໄປ​ໃນທາງ​ຜິດ​ ຂອງ​ລັດຖະບານ. ກຳລັງ
ຮັກສາ​ຄວາມ​ສະຫງົບ​ ມັກ​ຈະ​ຄຸມ​ຂັງ​​ແບບ​ຜິດກົດໝາຍພວກ​ຜູ້ຕ້ອງ​ສົງ​ໄສແລະ​ມີ​ການ
ກ່າວ​ຫາ​ວ່າມີ​ຊາວລາວ​ຈຳນວນ​ນຶ່ງ​ໄດ້ ຖືກ​ຄຸມ​ຂັງ​ດົນ​ກວ່າ​ນຶ່ງ​ທົດ​ສະ​ວັດ ​ໂດຍ​ປາດ​ສະ​
ຈາກ​ການ​ດຳ​ເນີນ​ຄະດີ. ນອກ​ນັ້ນຍັງ​ມີ​ພວກ​ນັກ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ເມືອງ​ຫຼາຍ
ຮ້ອຍ​ຄົນ​ຖືກ​ຈັບ​ກຸມ​ຄຸມຂັງ​ເປັນ​ເວລາ​ຫຼາຍໆ​ເດືອນຫຼືບໍ່​ກໍ​ຫຼາຍປີ​ໂດຍ​ບໍ່​ມີ​ການ​ດຳ​ເນີນ
ຄະດີ. ພວກ​ນັກໂທດ​ມັກ​ຈະ​ຖືກ​ທໍລະມານ ​ແລະ​ຕ້ອງ​​ໄດ້​ໃຫ້​ເງິນ​ສິນ​ບົນ ​ແກ່​ເຈົ້າໜ້າ​ທີ່ ​
ເພື່ອ​ຈະ​ໄດ້​ຮັບ​ອາຫານການ​ກິນທີ່​ດີ​ຂຶ້ນ ຢາ​ປົວ​ພະຍາດ ການ​ຢ້ຽມຢາມ​ຂອງ​ຄອບຄົວ
ແລະ​ການປະຕິບັດທີ່​ມີ​ມະນຸດສະທຳ​ຫຼາຍຂຶ້ນ.

ລາຍ​ງານ​ກ່າ​ວວ່າ ການ​ຈຳ​ແນ​ກກີດ​ກັນ​ຕໍ່​ບັນດາ​ສະມາຊິກ​ຂອງ​ຊົນ​​ເຜົ່າ​ກຸ່ມ​ນ້ອຍ​ມີ​ຂຶ້ນ
ເປັນ​ປະຈຳ. ຊາວ​ມົ້ງທີ່​ເຄີຍ​​ເຂົ້າຮັບ​ໃຊ້​ຢູ່​ໃນ​ກອງກຳລັງ​ທີ່​ເປັນພັນທະມິດກັບ​​ສະຫະລັດ
ໃນ​ປາງ​ສົງຄາມ​ຫວຽດນາມ​ນັ້ນ​ແມ່ນ​ພິ​ເສດ​ບໍ່ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ລັດຖະ
ບານ​ລາ​ແລະ​ປະ​ເຊີນກັບ​ການ​ປະຕິບັດ​ຕໍ່ທີ່ ຮຸນ​ແຮງ. ມີຊາວ​ມົ້ງຫຼາຍໆ​ພັນ​ຄົນ​ໄດ້​ຖືກ​
ບັງຄັບ​ໃຫ້​ຍົກຍ້າຍ​ໜີ​ຈາກ​ດິນ​ດອນຂອງ​ພວກ​ເຂົາ​ເຈົ້າ ​ເພື່ອ​ແຜ້ວ​ທາງ​ໃຫ້​ມີ​ການສ​ວຍ
ໃຊ້​ປະ​ໂຫຍ​ດ​ໃນ​ການ​ຕັດ​ໄມ້​ແລະ​ຊັບ​ຍາກ​ອນທຳ​ມະ​ຊາດ​ອື່ນ​ໆ.

ລາຍ​ງານ​ເວົ້າວ່າ ດິນ​ທັງ​ໝົດ​ແມ່ນ​ເປັນ​ຂອງ​ລັດ​ເຖິງ​ແມ່ນ​ປະຊາຊົນ​ມີ​ສິດ​ໃນການ​ນຳ​ໃຊ້​
ກໍ​ຈິງ. ​ເນື່ອງ​ຈາກ​ການ​ບໍ່​ມີ​ລະບົບ​ທີ່ໃຫ້​ຄວາມ​ຍຸດຕິ​ທຳ​ຫຼືມີ​ຄວາມເຂັ້ມ​ແຂງ​ໃນ​ການ​ຄຸ້ມ​
ຄອງ​ສິດທິ​ກ່ຽວ​ກັບ​ທີ່​ດິນຫຼືການ​ຈ່າຍ​ເງິນ​ຊົດ​ເຊີຍສຳລັບການ​ຖືກ​ຍົກຍ້າຍ​ນັ້ນ​ໂຄງການ
ພັດທະນາ​ຕ່າງໆຈຶ່ງ​ມັກ​ພາ​ໃຫ້​ປະຊາຊົນ ມີ​ຄວາມ​ບໍ່ພໍ​ໃຈ ​ແລະ​ບາງ​ຄັ້ງ ມີ​ການ​ປະ​ທ້ວງ
ແບບ​ຮຸນ​ແຮງ​ເກີດ​ຂຶ້ນ.

ລາຍ​ງານ​ປະຈຳ​ປີ​ຂອງ​ອົງການ Freedom House ກ່າ​ວວ່າເຖິງ​ແມ່ນ​ກົດໝາຍ​ໃຫ້ການ

 

ຄໍ້າປະກັນ​ວ່າພວກ​ແມ່ຍິງ​ມີ​ສິດ​ຫຼາຍໆ​ຢ່າງ​ເທົ່າ​ທຽມ​ກັນ​ກັບພ​ວກຜູ້​ຊາຍ​ກໍ​ຕາມແຕ່​ການ

 

ຈຳ​ແນ​ກກີດ​ກັນ​ໃນ​ທາງ​​ເພດ​ແລະ​ການ​ລ່ວງ​ລະ​ເມີດ​ແມ່ນຍັງ​ມີ​ກັນ​ຢ່າງ​ແຜ່​ກວ້າງ. ຂະ​ນົບ

 

ທຳນຽມ​ປະ​ເພນີ​ແລະ​ອິດ​ທິພົນທາງ​ດ້ານສາສະ​ໜາ​ແມ່ນ​ມີ​ສ່ວນ​ເຮັດ​ໃຫ້​ພວກ​ແມ່ຍິງມີ​ໂອ

 

ກາດ​ໜ້ອຍ​ກວ່າ​ພວກ​ຜູ້​ຊາຍ​ໃນການ​ໄດ້​ຮັບການ​ສຶກສາ ​ໃນ​ການ​ເຂົ້າ​ເຮັດ​ວຽກ​ເຮັດ​ການ

 

ແບບ​ເທົ່າ​ທຽມ​ກັນ ແລະ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຂອງ​ພວກ​ຄົນ​ງານ. ຄວາມທຸກ​ຍາ​ກ​

 

ໄດ້​ເຮັດ​ໃຫ້ ບັນຫາ​ເຫຼົ່ານີ້ທະວີ​ຄວາ​ມຮ້າຍ​ແຮງ​ຂຶ້ນຕື່ມ​ແລະ​ເຮັດ​ໃຫ້​ພວກ​ແມ່ຍິງ​ຈຳນວນ​

 

ຫຼວງຫຼາຍມີ​ຄວາມ​ສ່ຽງ​ເພີ່ມ​ຂຶ້ນຈາກ​ການ​ສວຍ​ໃຊ້ປະ​ໂຫຍ​ດ​ແລະ​ການລ່ວງ​ລະເມີດ​ຂອງ​

 

ລັດ ​ແລະ​ຂອງ​ສັງຄົມ. ມີ​ການ​ກະ​ປະມານ​ກັນ​ວ່າ ມີ​ແມ່ຍິງ​ ແລະ​ຍິງສາວລາວ​​ ລະຫວ່າງ

 

15,000 ຫາ 20,000 ຮວມທັງພວກ​ຊົນ​ເຜົ່າ​ຈຳນວນ​ນຶ່ງ​ ໄດ້​ຕົກ​ເປັນ​ເຫຍື່ອ​ ຂອງ​ການ

 

ຄ້າ​ມະນຸດ​​ໃນ​ແຕ່ລະ​ປີເພື່ອ​ໃຫ້​ເປັນ​ໂສ​ເພນີ. ​ໃນ​ເດືອນ​ພຶດສະພາ​ປີ 2009 ຜ່ານ​ມາທ່າມ

 

ກາງ​ທີ່​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວກັບການ​ແຜ່​ລະບາດ​ຂອງ​ເຊື້ອ HIV ​ແລະ​ໂຣກ​ເອດ​ສ໌ນັ້ນ

 

ລັດຖະບານ​ລາວ​ກໍ​ໄດ້​ລິ​ເລີ້ມ​​ໂຄງການ​ນຶ່ງ ທີ່​ແນ​ເປົ້າໝາຍ​ໃສ່​ພວກ​ກະ​ເທີຍ ​ຫຼືພວກ​ຜູ້​ຊາຍ

 

ຮັກ​ຮ່ວມ​ເພດ ຊຶ່ງ​ຕາມ​ປົກກະຕິ​ແລ້ວ​ພວກ​ເຂົາ​ເຈົ້າ​ໄດ້​ຂາຍ​ໂຕ​ເພື່ອ​ຫາ​ລ້ຽງ​ຊີບຍ້ອນ​ໄດ້​ມີ​

 

ການຈຳ​ແນ​ກກີດ​ກັນ​ຢ່າງ​ຮ້າຍ​ແຮງ. ການ​ປຸກລະດົມທີ່​ວ່າ​ນີ້​ແມ່ນ​ຮວມທັງ​ການ​ຕັ້ງຄລີ​ນິກ

 

ພິ​ເສດ​ຂຶ້ນເພື່ອ​ໃຫ້ການ​ກວດ​ແລະ​ການ​ປິ່ນປົວ​ພວກ​ຄົນປ່ວຍ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ໜຸ່ມສາວຊາວໄທຄູ່ນຶ່ງ ຊະນະການແຂ່ງຂັນ ຈູບກັນດົນທີ່ສຸດໃນໂລກ

ລາຍງານໂດຍ souphonh  02-15-2011

THAILAND KISS
ຮູບຈາກ: AP

ນາງລັກສະນາແລະທ້າວເອກກະໄຊ ທິຣະນະຣັດ ທີ່ຊະນະການແຂ່ງຂັນຈູບກັນດົນທີສຸດຂອງໂລກ. ວັນທີ 15 ກຸມພາ 2011.

 

ໜຸ່ມສາວຊາວໄທຄູ່ນຶ່ງກໍາລັງຈະຖືກລົງບັນທຶກໄວ້ໃນປຶ້​ມສະຖິຕິ​ໂລກ Guinness ຫລື Guinness Book of Records ຫຼັງຈາກທີ່ໄດ້ຊະນະ​​ການ​ແຂ່ງຂັນຈູບ ກັນດົນ​ທີ່​ສຸດ ໃນວັນແຫ່ງຄວາມຮັກ ​ວັນ​ຈັນ​ວານ​ນີ້.

ທ້າວເອກກະໄຊແລະນາງລັກສະນາ ທິຣະນະຣັດ ໄດ້​
ເລີ້​ມຈູບປາກ​ກັນມາ​ຕັ້ງ​ແຕ່ ​ແລງວັນ​ອາທິດ ຈົນ​ຮອດ
ເຊົ້າວັນອັງຄານມື້ນີ້ຈຶ່ງ​ເລີກ ຊຶ່ງ​ເປັນ​ເວລາ​ດົນນານເຖິງ
46 ຊົ່ວໂມງ 24 ນາທີ ກັບ 9 ວິນາທີ ​​ໂດຍໄດ້ຊະນະ
ພວກຜູ້ເຂົ້າແຂ່ງຂັນ 13 ຄູ່ດ້ວຍກັນໃນການແຂ່ງຂັນທີ່
ພັດທະຍາ ຊຶ່ງເປັນສະຖານທີ່ຕາກອາກາດ ທີ່ຂຶ້ນຊື່ຂອງ
ປະເທດໄທ. ລາງວັນຊະນະ​ເລີດຄັ້ງນີ້ ​ແມ່ນແຫວນເພັດ
ລາຄາ 1,600 ໂດລາ ແລະເງິນສົດຫຼາຍກວ່າ 3,000 ໂດລາ.

ນາງລັກສະນາ ທິຣະນະຣັດ ກ່າວເຖິງໄຊຊະນະຄັ້ງນີ້ວ່າ ​ເປັນ​ໄປ​ໄດ້​ກໍເພາະວ່າ ຄູ່ຂອງ​ນາງ ທົນທານກວ່າຄູ່ອື່ນໆ ຄືສາມາດ​ຢືນ​ຈູບ​ກັນ​ໄດ້​ດົນກວ່າຄູ່​ອື່ນ​ໆ ແລະ ບໍ່ພຽງແຕ່ເທົ່ານັ້ນ ມັນ​ຍັງ​ແມ່ນຍ້ອນຄວາມຮັກຂອງພວກນາງ​ນໍາ.

ສະຖິຕິການຈູບກັນດົນ​ທີ່​ສຸດຄັ້ງຫຼ້າສຸດ ທີ່ໄດ້ບັນທຶກໄວ້ນັ້ນແມ່ນ 32 ຊົ່ວໂມງໃນ ປີ 2009 ​ໂດຍຊາວເຢຍລະມັນຄູ່ນຶ່ງ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ສະຫະລັດເພີ້ມການຊ່ວຍເຫລືອ ແກ່ລາວ ໃນການເກັບກູ້ ລະເບີດບໍ່ທັນແຕກ

ທາງ​ການສະຫະລັດ​ໃຫ້ການ​ຊ່ວຍ​ເຫລືອ​ເຂົ້າ​ໃນ​ການ​ເກັບ​ກູ້ລະ​ເບີດບໍ່ທັນ​ແຕກ​ຢູ່​ໃນ​ລາວ ຫລາຍ​ຂຶ້ນ​ໂດຍ​ຮວມ​ທັງ​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ການ​ຝຶກ​ອົບຮົມ​ກ່ຽວກັບ​ການ​ປ້ອງກັນອັນ ຕະລາຍ​ຈາກ​ລະ​ເບີດດັ່ງກ່າວ​ອີກ​ດ້ວຍ.

ລາຍງານໂດຍ Souphonh  02-09-2011

ຮູບຈາກ: Songrith Pongern

ພິທີເຊັນສັນຍາມອບການຊ່ວຍເຫລືອຂອງສະຫະລັດແກ່ລາວ ໃນດ້ານເກັບກູ້ລະເບີດບໍ່ທັນແຕກ ເມື່ອບໍ່ນານມານີ້, ພາຍໃຕ້ການເປັນ​ປະທານຂອງທ່ານ​ນາງ​ Karen Stewart (ເສື້ອແດງ, ຊ້າຍ, ຂ້າງຫລັງ​) ແລະທ່ານ​ນາງ​ອ່ອນ​ຈັນ ທຳ​ມະ​ວົງ (ເສື້ອຟ້າ, ກາງ, ຂ້າງຫລັງ​)​

 

ພິທີການ​ສົ່ງ​ມອບ​ການ​ຊ່ວຍ​ເຫລືອ​ຂອງ​ທາງ​ການ​ສະຫະລັດ​
ໃຫ້​ແກ່​ອົງ​ການ​ເກັບ​ກູ້​ລະ​ເບີ​ດ​ແຫ່ງ​ຊາດ​ລາວ (Lao UXO)
ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ​ເມື່ອບໍ່ນານ​ມານີ້ ​ໂດຍທ່ານ
ນາງ​ Karen B. Stewart ເອກ​ອັກຄະ​ລັດຖະທູດ​ສະຫະ
ລັດປະ​ຈໍາ​ປະ​ເທດ​ລາວ​ ​ແລະທ່ານ​ນາງ​ອ່ອນ​ຈັນ ທຳ​ມະ
ວົງ ລັດຖະມົນຕີກະຊວງ​ແຮງ​ງານ ​ແລະສະຫວັດດີ​ການ​ສັງ
ຄົມຂອງ​ລາວ​ເປັນ​ປະທານ​ໃນ​ພິທີ​ຮ່ວມ​ກັນ.

ການຊ່ວຍເຫຼືອດັ່ງກ່າວນີ້ມີ​ມູນ​ຄ່າ 1.5 ລ້ານໂດ​ລາ ສຳລັບ
ໃຊ້​ເປັນ​ງົບປະມານໃນການເກັບກູ້ລະເບີດບໍ່ທັນແຕກທີ່ຕົກ
ຄ້າງຢູ່ໃນພື້ນທີ່ 360 ເຮັກຕາຂອງ 88 ໝູ່ບ້ານໃນເຂດ
ແຂວງຊຽງຂວາງ ແລະແຂວງຄຳມ່ວນ​ໃນ​ຕະຫລອດ​ຊ່ວງ
ປີ 2011ນີ້​ເປັນ​ການສະ​ເພາະ ​ເນື່ອງຈາກ​ວ່າ​ເປັນ​ເຂດ​ທີ່​ມີ
ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ຢ່າງໜາ​ແໜ້ນຊຶ່ງ​ເຮັດ​ໃຫ້
ປະຊາຊົນ​ມີ​ຄວາມ​ສ່ຽງສູງທີ່​ຈະ​ໄດ້​ຮັບ​ອັນຕະລາຍ​ຈາກ
ລະ​ເບີດບໍ່ທັນແຕກດັ່ງ​ກ່າວ.

ພ້ອມ​ກັນນີ້ ​ເພື່ອ​ເຮັດ​ໃຫ້ການ​ເກັບ​ກູ້​ລະ​ເບີດບໍ່ທັນແຕກ
ສາມາດ​ດຳ​ເນີນ​ການ​ໄດ້​ໄວ​ຂຶ້ນກວ່າ​ເກົ່າທາງ​ການສະຫະ
ລັດ​ກໍ​ຍັງ​ໄດ້ໃຫ້ການຊ່ວຍເຫຼືອ​ໃນ​ການຈັດຕັ້ງໜ່ວຍ​ເກັບ
ກູ້​ລະ​ເບີ​ດອີກ 4 ໜ່ວຍລວມທັງຍັງ​ໄດ້​ຊ່ວຍ​​ເຫລືອ​ໃນ​
ການພັດທະນາລະບົບ​ເກັບ​ກໍາ​ຂໍ້​ມູນກ່ຽວກັບ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກລະ​ເບີດບໍ່ທັນແຕກ​ໃນ
ສອງ​ແຂວງ​ດັ່ງກ່າວ ​ແລະ​ຫລ້າ​ສຸດກໍ​ໄດ້​ໃຫ້ການຊ່ວຍເຫຼືອຫລາຍ​ກວ່າ 2 ​ແສນ​ໂດ​ລາ​ສຳລັບ
ຝຶກ​ອົບຮົມ​ນັກຮຽນກ່ຽວກັບ​ການປ້ອງ​ກັນ​ອັນ​ຕະລາ​ຍຈາກລະ​ເບີດບໍ່ທັນແຕກ​ໃນ 9 ​ແຂວງ
ອີກ​ດ້ວຍ.

ທ່ານຢົງ ຈັນທະລັງສີ ເອກອັກຄະລັດຖະທູດລາວ ປະຈໍາສະວິດເຊີແລນ

ກ່ອນໜ້ານີ້ ທ່ານຢົງ ຈັນທະ
ລັງສີ ເອກອັກຄະລັດຖະທູດ
ລາວປະຈຳສະວິດເຊີແລນໄດ້
ໃຫ້ການຢືນຢັນກັບ VOA ວ່າ
ທາງການສະຫະລັດໄດ້ໃຫ້ການ
ຊ່ວຍເຫຼືອເຂົ້າໃນການເກັບກູ້
ລະເບີດບໍ່ທັນແຕກຕົກຄ້າງຢູ່
ໃນລາວຄິດເປັນມູນຄ່າສະເລ່ຍ
5 ລ້ານ​ໂດ​ລາຕໍ່ປີ. ຫາກແຕ່ສຳ
ລັບການຊ່ວຍເຫຼືອໃນໄລຍະໃຫມ່
ທາງການສະຫະລັດກໍ່ໄດ້ຮັບປາກ
ວ່າຈະເພີ່ມການຊ່ວຍເຫຼືອໃຫ້
ຫຼາຍຂຶ້ນ ແລະຈະເປັນການຊ່ວຍ
ເຫຼືອໄລຍະຍາວອີກດ້ວຍ. ດັ່ງທີ່​ທ່ານ​ຢົງ​ໄດ້​ໃຫ້ການ​ຊີ້​ແຈງໃນ​ຕອນ​ນຶ່ງ​ວ່າ:      
“ພວກ ​ຂ້າພະ​ເຈົ້າ​ໄດ້​ຮັບ​ນີ້​ແມ່ນ​ຫ້າ​ລ້ານ​ຕໍ່​ປີ ​ແລ້ວ​ກະ​ຕອນ​ທີ່​ທ່ານ​ທອງ​ລຸນ ​ໄດ້​ພົບ​ປ​ະ​ເຈລະຈາ​ກັບ​ທ່ານ​ນາງ ຮິ​ລລາຣີ ຄລິນ​ຕັນ ​ເພີ່ນ​ກໍ​ໄດ້​ຮັບປາກ​ວ່າ​ຈະ​ພິຈາລະ​ນາ​ເພີ່ມ​ທະວີ​ຂຶ້ນ ​ແລະ​ກໍ​ຈະ​ໃຫ້​ພາຍ​​ໃນ​ໄລຍະ​ສິບ​ປີ ອັນ​ນີ້ ​ເປັນຄວາມ​ຄືບ​ໜ້າ​ທີ່​ດີ ​ແລະ​​ເປັນ​ກ້າວ​ກະ​ໂດດ​ໃນ​ຂັ້ນ​ທີ່​ວ່າ​ ເປັນ​ກ້າວ​ກະ​ໂດດອີກ​ຂັ້ນ​ນຶ່ງ​ໃນ​ການ​ພົວພັນ​ລະຫວ່າງສະຫະລັດ​ກັບ​ລາວ”

ເດັກນ້ອຍຮຽນກ່ຽວກັບ ອັນຕະລາຍຂອງ UXO

ທັງ​ນີ້ ​ໂດຍນັບຈາກປີ 1996 ເປັນຕົ້ນມາ
ອົງການເກັບກູ້ລະເບີດແຫ່ງຊາດລາວ (Lao
UXO) ສາມາດເກັບກູ້ ແລະທໍາລາຍ UXO
ໄປຫຼາຍກວ່າ 1 ລ້ານໜ່ວຍ ແລະເປັນການ
ເກັບກູ້ UXO ອອກໄປຈາກພື້ນທີ່ກວ້າງ
ກວ່າ 25,000 ເຮັກຕ້າ ຫຼືບໍ່ເຖິງ 1%
ຂອງພື້ນທີ່ທີ່ມີລະເບີດ UXO ຕົກຄ້າງຢູ່
ໃນລາວເທົ່ານັ້ນ. ຊຶ່ງກໍໝາຍຄວາມວ່າ
ຖ້າຫາກສະພາບການເກັບກູ້ຍັງຄົງເປັນ
ຄືກັບໃນໄລຍະ 15 ປີທີ່ຜ່ານມານີ້ ກໍ່ຈະ
ເຮັດໃຫ້ການເກັບກູ້ UXO ໃນລາວຈະຕ້ອງໃຊ້ເວລາອີກຍາວນານກວ່າ 100 ປີ.

ພື້ນທີ່ສີແດງໃນແຜນທີ່ ແມ່ນເຂດທີ່ມີ UXO ຫລາຍ

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວໄດ້ຕັ້ງຄວາມ
ຫວັງໄວ້ວ່າຈະຕ້ອງໄດ້ຮັບການຊ່ວຍເຫຼືອຈາກຕ່າງ
ປະເທດບໍ່ໜ້ອຍກວ່າ 30 ລ້ານໂດລາໃນແຕ່ລະປີ
ເພື່ອທີ່ວ່າຈະເຮັດໃຫ້ສາມາດເກັບກູ້ UXO ອອກ
ຈາກພື້ນທີ່ສຳລັບການກະ​ເສດໄດ້ເພີ່ມຂື້ນອີກ
183,000 ເຮັກຕ້າພາຍໃນປີ 2020 ໃນຂະນະທີ່
ໃນໄລຍະ 5 ປີທີ່ຜ່ານມານັ້ນລາວກໍ່ໄດ້ຮັບການ
ຊ່ວຍເຫຼືອຈາກຕ່າງປະເທດໂດຍສະເລ່ຍ 19 ລ້ານ
ໂດລາ ໃນແຕ່ລະປີ.

ສ່ວນສະຫະລັດນັ້ນ ກໍ່ໄດ້ໃຫ້ການຊ່ວຍເຫຼືອໄປແລ້ວຫຼາຍ
ກວ່າ 30 ລ້ານໂດລ້ານັບຈາກປີ 1996 ເປັນຕົ້ນມາ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ໄທຈະເພີ່ມມາດຕະການ ຮັກສາຄວາມປອດໄພຂຶ້ນ

ລາຍງານໂດຍ Souphonh  02-09-2011

ဘန္ေကာက္ၿမိဳ႕လယ္တြင္ စုေ၀း ဆႏၵျပေနၾကသည့္ ရွပ္နီ၀တ္ အစိုးရ ဆန္႔က်င္ ဆႏၵျပသူမ်ား။
ຮູບຈາກ: ASSOCIATED PRESS

ການປະທ້ວງຕໍ່ຕ້ານລັດຖະບານໄທ ວັນທີ 23 ມັງກອນ 2011

 

ທາງ​ການ​ໄທ​ກ່າວ​ວ່າ ຕົນ​ຈະ​ໃຊ້​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ພິ​ເສດ​​ເພື່ອ​ຄໍ້າປະກັນ​ສະຖຽນ​ລະ​ ພາບ​ໃນ​ລະຫວ່າງ​ການ​ປະ​ທ້ວງ​ຄັ້ງ​ໃຫຍ່​ທີ່​ໄດ້​ວາງ​ແຜນ​ໄວ້​ໃນ​ອີກຫລາຍ​ ສັບປະ
ດາ​ຂ້າງ​ໜ້າ​ນີ້.

ໂຄສົກ​ລັດຖະບານ​ກ່າວ​ວ່າ ການ​ເອົາ​ມາດ​ຕະການ​ເຫລົ່າ​ນີ້
ຈະ​ມີ​ຜົນ​ບັງຄັບ​ໃຊ້​ຕັ້ງ​ແຕ່​ວັນ​ພຸດ​ມື້​ອື່ນ​ນີ້​ເປັນຕົ້ນ​ໄປ​ໃນ 7
ຄຸ້ມ​ໃນ​ບາງກອກ​ແລະ​ຈະດໍາ​ເນີນ​ສືບ​ຕໍ່​ໄປ​ຈົນ​ຮອດ​ວັນ​ທີ 23
ເດືອນ​ນີ້. ມາດ​ຕະການ​ຕ່າງໆ​ທີ່ໄດ້​ຮັບ​ເຫັນ​ດີ​ຈາກ​ຄະນະ​
ລັດຖະບານ​ໃນ​ວັນ​ອັງຄານ​ມື້​ນີ້ ບໍ່​ຮ້າຍ​ແຮງ​ເທົ່າ​ກັນກັບ​ກົດ
ພາວະ ​ສຸກ​ເສີນ​ທີ່ປະກາດ​ໃຊ້​ກັນ​ໃນ​ປີ​ແລ້ວ​ນີ້ ​ແຕ່​ຈະ​ອະນຸຍາດ​ໃຫ້​ຕໍາຫລວດມີສິດຢຸດ​ເຊົາຫ້າມບໍ່ໃຫ້ປະຊາຊົນ​ໄປ​ເຕົ້າ​ໂຮມ​ ກັນ​ຢູ່​ໃນ​​ເຂດ​​ໃດເຂດນຶ່ງທີ່ບົ່ງ​ໄວ້​ຢ່າງ​ເຈາະ​ຈົງ​ນັ້ນ.

ພວກ​ສະມາຊິກ​ກຸ່ມ​ຊາດ​ນິຍົມ ຊຶ່ງ​ເປັນ​ກຸ່ມ​ນິຍົມ​ກະສັດ ​ຫລື​ ພວກ​ເສື້ອ​ເຫລືອງ​ນັ້ນ ​ໄດ້​ພາກັນ​ໂຮມ​ຊຸມນຸມ​ປະ​ທ້ວງ​ມາ​ເປັນ​ເວລາ​ນຶ່ງ​ອາທິດ​ປາຍ​ແລ້ວ​ທວງ​ໃຫ້​ ນາຍົກລັດຖະມຸນຕີ ອະພິສິດ​ເວດ​ຊາ​ຊີວະ ລາ​ອອກ​ຈາກຕໍາ​ແໜ່​ງກ່ຽວ​ກັບ​ການ​ຮັບ​ມື​ຂອງ​ທ່ານ​ເລື້ອງ​ບັນຫາ​ຂັດແຍ້​ງກັນ ​ໃນບໍລິ ເວນຊາຍ​ແດນ​ຕິດ​ກັບ​ກໍາປູ​ເຈຍ​ນັ້ນ. ພວກ​ສະມາຊິກ​ຂອງ​ກຸ່ມ​ດັ່ງກ່າວໄດ້​ຂົມ​ຂູ່​ທີ່​ຈະ​ບຸກ​ເຂົ້າ​ໄປ​ໃນ​ທຳນຽບ​ ລັດຖະບານ​ ຖ້າ​ບໍ່​ມີ​ການ​ປະຕິບັດ​ຕາມຄໍາ​ຮຽກຮ້ອງ​ຂອງ​ພວກ​ຕົນ.

ກຸ່ມ​ຄູ່​ແຂ່ງ ກໍ​ຄື​ພວກ​ເສື້ອ​ແດງ ຊຶ່ງ​ໄດ້​ລົບກວນ​ຫຼາຍ​ໆເຂດໃນ​ນະຄອນ​ຫລວງ​ເປັນ​ເວລາ​ຫລາຍ​ສັບປະດາ​ໃນ​ປີ​ແລ້ວ ​ນີ້ ກໍ​ວາງ​ແຜນ​ໂຮມ​ຊຸມນຸມ​ເຊ່ນ​ກັນ​ໃນ​ສັບປະດາ​ໜ້າ​ນີ້. ​ນອກນັ້ນຍັງມີຂ່າວ​ລື​​ວ່າ ​ຈະ​ມີການ​ກໍ່​ລັດຖະປະຫານ​ຂຶ້ນ ນັບ​ແຕ່​ໄດ້​ມີ​ການ​ອ້າງ​ຄໍາ​ເວົ້າ​ຂອງ​ອະດີດເຈົ້າ​ໜ້າ​ທີ່​ຂັ້ນສູງ​ສຸດ​ ດ້ານ​ປ້ອງ​ກັນ​ປະ​ເທດ​ວ່າ ທ່ານ​ຄາດ​ວ່າ​ພວກ​ທະຫານ​ຈະ​ໂຄ່ນ​ລົ້ມ​ທ່ານ​ອະພິສິດ​ອອກ​ຈາກ​ຕໍາ​ແໜ່​ງ​ໃນ​ ໄວໆ​ນີ້.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ການປະທ້ວງຕໍ່ຕ້ານທ່ານ Mubarak ກ້າວເຂົ້າສູ່ມື້ທີ 12

ລາຍງານໂດຍ Souphonh  02-05-2011

ຮູບຈາກ: AP

ພວກປະທ້ວງຕໍ່ຕ້ານທ່ານ Mubarak ໂຮມຊຸມນຸມກັນ ທີ່ຈະຕຸລັດປົດປ່ອຍ (5 ກຸມພາ 2011)

 

ພວກເດີນຂະບວນຊາວອີຈິບຈຳນວນຫຼາຍພັນຄົນໄປໂຮມ
ຊຸມນຸມກັນຢູ່ທີ່ຈະຕຸລັດປົດປ່ອຍຫຼື Tahrir Square ໃນ
ນະຄອນຫຼວງໄຄໂຣ ເປັນມື້ທີ 12 ເພື່ອປະທ້ວງ ຕໍ່ຕ້ານ
ການປົກຄອງເປັນເວລາ 30 ປີຂອງປະທານາທິບໍດີ Hos-
ni Mubarak.

ໃນຕອນເຊົ້າຂອງວັນເສົາມື້ນີ້ ສຽງປືນໄດ້ດັງຂຶ້ນຢູ່ໃນບໍລິ
ເວນຈະຕຸລັດປົດປ່ອຍແຕ່ບໍ່ມີລາຍງານກ່ຽວກັບການບາດ
ເຈັບລົ້ມຕາຍ.

ສື່ມວນຊົນຂອງທາງການອີຈິບລາຍງານວ່າ ໃນວັນເສົາມື້
ນີ້ທ່ານ Mubarak ໄດ້ພົບປະກັບຄະນະທີມງານ ດ້ານເສດຖະກິດຂອງທ່ານຮວມທັງ
ສະມາຊິກຫຼາຍໆຄົນໃນຄະນະລັດຖະບານຊຸດໃໝ່ ເພື່ອປຶກສາຫາລືກ່ຽວກັບວິກິດການທີ່
ສ້າງຄວາມເສຍຫາຍໃຫ້ແກ່ປະເທດອີຈິບປະມານ ວັນລະ 310 ລ້ານໂດລານັ້ນ.

ໃນວັນສຸກວານນີ້ ພວກປະທ້ວງຕໍ່ຕ້ານລັດຖະບານຈຳນວນຫຼາຍສິບພັນຄົນ ໄດ້ໂຮມຊຸມ
ນຸມກັນຢ່າງໜາແໜ້ນ ຢູ່ທີ່ຈະຕຸລັດປົດປ່ອຍ ໃນອັນທີ່ພວກເຂົາເຈົ້າເອີ້ນວ່າ ເປັນມື້ແຫ່ງ
ການຈາກໄປຫຼືມື້ກ່າວຄຳອຳລາສຳລັບທ່ານ Mubarak ຜູ້ຊຶ່ງໄດ້ປະກາດວ່າທ່ານຈະເຮັດ
ໜ້າທີ່ຕໍ່ໄປ ຈົນຄົບສະໄໝການດຳລົງຕຳແໜ່ງຂອງທ່ານ.

ທ່ານ Amr Moussa ຜູ້ນຳຂອງສັນນິບາດອາຣັບ ກໍໄດ້ໄປຮ່ວມການປະທ້ວງທີ່ຈະຕຸ
ລັດປົດປ່ອຍ ໃນມື້ວານນີ້. ນັກການເມືອງອະວຸໂສ ທີ່ສຳຄັນຂອງອີຈິບທ່ານນີ້ ກ່າວວ່າ
ທ່ານອາດຈະສະມັກເຂົ້າແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີຂອງປະເທດ ແລະລັດຖະ
ມົນຕີກະຊວງປ້ອງກັນປະເທດຂອງອີຈິບ ທ່ານ Hussein Tantawi ກໍໄດ້ໄປຢ້ຽມຈະ
ຕຸລັດດັ່ງກ່າວໃນວັນສຸກວານນີ້.

ນອກນັ້ນແລ້ວໃນມື້ວານນີ້ ຍັງມີລາຍງານວ່າໄດ້ເກີດການປະທະກັນ ແລະການຍິງປືນ
ຂຶ້ນຟ້າຂະນະທີ່ພວກທະຫານປ້ອງກັນບໍ່ໃຫ້ສະໜັບສະໜຸນປະທານາທິບໍດີ Mubarak ເຂົ້າໄປໃນບໍລິເວນຈະຕຸລັດປົດປ່ອຍ. ພວກປະທ້ວງນິຍົມທ່ານ Mubarak ຍັງໄດ້ໂຮມ
ຊຸມນຸມກັນຢູ່ຫຼາຍໆບ່ອນໃນນະຄອນຫຼວງໄຄໂຣ ໃນອັນທີ່ພວກເຂົາເຈົ້າເອີ້ນວ່າ ວັນ
ແຫ່ງຄວາມຈົງຮັກພັກດີ.

ນອກນັ້ນແລ້ວໃນມື້ວານນີ້ ພວກປະທ້ວງຕໍ່ຕ້ານລັດຖະບານຫຼາຍໆພັນຄົນຍັງໄດ້ໂຮມ


ຊຸມນຸມກັນແບບສັນຕິ ທີ່ນະຄອນອາເລັກຊານເດຣຍ. ຜູ້ສື່ຂ່າວວີໂອເອ ລາຍງານວ່າ


ພວກປະທ້ວງຕໍ່ຕ້ານທ່ານ Mubarak ຈຸນຶ່ງໄດ້ໂຮມຊຸມນຸມກັນຢູ່ໃນເຂດໃນກາງຂອງ


ນະຄອນດັ່ງກ່າວ ຂະນະທີ່ຈຸທີ 2 ໂຮມຊຸມນຸມກັນທີ່ວັດສາສະໜາອິສລາມ. ນອກນັ້ນ ຍັງມີປະຊາຊົນອີຈິບອີກຫຼາຍໆພັນຄົນໄດ້ໂຮມຊຸມນຸມກັນທີ່ເມືອງ Suez, Ismailia


ແລະຫົວເມືອງອື່ນໆອີກ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ສະຫະລັດຈະທົບທວນຄືນ ນະໂຍບາຍໃຫ້ຄວາມ ຊ່ວຍເຫລືອ ແກ່ອີຈິບ

ລາຍງານໂດຍ Souphonh 01-29-2011

ຮູບຈາກ: Reuters

ພວກປະທ້ວງສືບຕໍ່ໂຮມຊຸມນຸມຮຽກຮ້ອງໃຫ້ປະທານາທິບໍດີ Mubarak ລາອອກຈາກຕຳແໜ່ງ ຖ້າມກາງການ ດຳເນີນຄວາມພະຍາຍາມປາບປາມການປະທ້ວງຂອງກໍາລັງຮັກສາ ຄວາມສະຫງົບຂອງລັດຖະບານ, ວັນທີ 29 ມັງກອນ 2011.

 

ສະຫະລັດ​ເວົ້າວ່າ​ຕົນຈະ​ທົບ​ທວນຄືນ​ນະ​ໂຍບາຍ ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ອີ​ຈິບ ​ໂດຍ​ອິງ​ຕາມ​ເຫດການ​ທີ່​​ເກີດ​ຂຶ້ນຢູ່​ປະ​ເທດ​ດັ່ງກ່າວໃນ​ປັດຈຸບັນ​​ແລະ​ໃນ ​ອີກ​ຫລາຍໆມື້ຕໍ່ ໜ້ານີ້.

ໃນ​ວັນ​ສຸກວານ​ນີ້ໂຄ​ສົກ​ຂອງທຳນຽບຂາວ​ທ່ານ Robert
Gibbs ໃຫ້ຄວາມເຫັນດັ່ງກ່າວ ຂະນະ​ທີ່​ທ່ານຖະແຫຼງຕໍ່
ພວກນັກ​ຂ່າວ​ກ່ຽວກັບ​ສິ່ງ​ທີ່​ທ່ານ​ເອີ້ນວ່າ ສະພາບ​ຫົວລ້ຽວ
ຫົວຕໍ່ ແລະຍັງບໍ່ທັນມີການລົງຕົວແລະການດຳເນີນ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ​ Cairo ​ໃນການ​ປາບ​ການ​ປະ​ທ້ວງ​ໃຫ້ຮາບຄາບ​ລົງນັ້ນ. ທ່ານ Gibbs  ກ່າ​ວວ່າ ສະຫະ
ລັດ​ກຳລັງ​ຕິດຕາມ​ເບິ່ງ​ສະຖານະ​ການ ​ແລະຈະ​ທົບ​ທວນ
ຄືນການ​ຊ່ວຍ​ເຫລືອ​ຂອງ​ຕົນ ​ໂດຍ​ອີງ​ໃສ່​ສະພາບ​ການ
ຕ່າງໆ​ທີ່ໄດ້ເກີດຂຶ້ນນັ້ນ. ທ່ານ​ກ່າວ​ຢໍ້າອີກວ່າ ສະພາບ​
ການ​ແບບ​ນີ້ ບໍ່ຄວນຈະ​ໄດ້ຮັບການແກ້​ໄຂ​ໂດຍ​ການ​ໃຊ້ ​ຄວາມຮຸນ​ແຮງ.

ສະຫະລັດ​ຖື​ອີ​ຈິບ​ວ່າ ເປັນ​ພັນທະ​ມິດ​ທີ່​ສຳຄັນ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ​ແລະເປັນປະເທດ ສຳຄັນໃນການຊ່ອຍໄກ່ເກ່ຍການ​ເຈລະຈາ​ເພື່ອ​ສ້າງສັນ​ຕິ​ພາບ​ລະຫວ່າງອິສຣາ​ແອ​ລ ​ແລະ ປາ​ແລສ​ໄຕ໌. ການ​ຊ່ວຍ​ເຫລືອ​ທາງ​ການ​ທະຫານຂອງ​ສະຫະລັດ​ແກ່​ອີ​ຈິບ ລວມ​ເປັນຫຼາຍ ກວ່າ $1 ພັນ 300 ລ້ານ​ໂດ​ລາຕໍ່ປີ.

ພ້ອມ​ດຽວກັນ, ​ໃນ​ວັນ​ສຸກ​ວານ​ນີ້ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ​ໄດ້​​​ຮຽກຮ້ອງໃຫ້ລັດຖະບານຂອງ​ປະທານາທິບໍດີ Mubarak ​ໃຫ້​ເຊົາ​ໃຊ້​ວິທີ​ການຮຸນ​ແຮງຕໍ່ພວກ​ປະ​ທ້ວງ ​ແລະ​ໃຫ້ “​ໂອ້​ລົມ” ​ກັບ​ປະຊາຊົນ​ອີ​ຈິບ “​ໂດຍ​ດ່ວນ” ກ່ຽວກັບ​ການ​ປະຕິຮູບ. ລັດຖະມົນຕີ Clinton ​ຍັງກ່າວອີກ​ວ່າ ການ​ປະ​ທ້ວງຕ່າງໆ ​ແມ່ນ​ການ​ຢືນຢັນ​ໃຫ້​ວ່າມີ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ເລິກ​ເຊິ່ງຢູ່​ພາຍ​ໃນ​ ສັງຄົມ​ຂອງ​ອີ​ຈິບ​ຢ່າງ​ແທ້​ຈິງ. ທ່ານ​ກ່າວ​ຢໍ້າອີກວ່າ ລັດຖະບານອີ​ຈິບຕ້ອງ​ເຂົ້າ​ໃຈ​ວ່າ ການ​ໃຊ້​ຄວາມຮຸນ​ແຮງຈະບໍ່​ເຮັດ​ໃຫ້​ຄວາມ
ທຸກ​ໃຈ​ເຫລົ່ານີ້ຂອງປະຊາຊົນ​ໝົດ​ໄປໄດ້.

ສະຫະລັດຍັງ​ໄດ້ຮຽກຮ້ອງ​ໃຫ້​ພວກ​ປະ​ທ້ວງ​ທັງຫລາຍ ຫລີກ​ເວັ້ນການ​ໃຊ້ຄວາມຮຸນ​ແຮງ ​ແລະ​ໃຫ້​ສະ​ແດງ​ຄວາມບໍ່ພໍ​ໃຈຂອງ​ພວກ​ຕົນ​ອອກ​ຢ່າງ​ສັນຕິ​ວິທີ.

ໃນ​ຂະນະ​ດຽວກັນ ທາງ​ຝ່າຍ​ທຳນຽບຫ້າ​ແຈ ຫລື Pentagon ​ເວົ້າວ່າ ການ​ພົບ​ປະ​ເຈລະ​ຈາປະຈຳ​ປີດ້ານ​ປ້ອງ​ກັນ​ປະ​ເທດກັບ​ພວກ​ເຈົ້າໜ້າທີ່​ຂັ້ນສູງ ​ຂອງ​ອີ​ຈິບ ​ໄດ້​ຖືກ​ຕັດ​ໃຫ້ ສັ້ນລົງ ​ແລະ​ກໍເວົ້າວ່າຄະນະຜູ້​ແທນອີ​ຈິບທີ່​ເດີນທາງ​ມາ​ຮ່ວມການເຈລະຈາຕ່າງໆ​ນັ້ນ ກຳລັງ​ກັບ​ຄືນ​ໄປຍັງປະ​ເທດຂອງພວກ​ເຂົາ​ເຈົ້າ ລຸນ​ຫລັງ​ທີ່​​ທະຫານ​ທີ່​ຖືກ​ສົ່ງ​ໄປປະຈຳ​ຢູ່ ນະຄອນ Cairo ​ແລະ​ຕົວ​ເມືອງ​ອື່ນໆນັ້ນ ເພື່ອຊ່ອຍຮັບມືກັບການ​ເດີນ​ຂະ​ບວນຕ່າງໆ.

ຢູ່​ໃນ​ກອງ​ປະຊຸມ​ນັກ​ຂ່າວ​ກ່ຽວກັບ​ອີກ​ເລື້ອງນຶ່ງນັ້ນ ນາຍທະຫານອະວຸໂສຄົນນຶ່ງຂອງສະ ຫະລັດ ຄືນາຍ​ພົນ James Cartwright ​ໄດ້ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຢູ່​ໃນ​ອີ​ຈິບ​ “ທຳການ​ຢັບຢັ້ງຊັ່ງ​ໃຈ​ໄວ້”. ທ່ານ Cartwright ​ແມ່ນ​ເປັນຮອງປະທານ​ເສນາທິການຮ່ວມ ຂອງ ກອງທັບສະຫະລັດ.

ແລະ ​ໃນ​ວັນ​ສຸກ​ວານ​ນີ້ ກະຊວງການຕ່າງປະເທດສະຫະລັດກໍ​ໄດ້​ອອກຄຳເຕືອນ​​ໃໝ່ໃນ​ການ​ເດີນທາງ​ໄປອີ​ຈິບ ​ໂດຍ​ຮຽກຮ້ອງໃຫ້​ຊາວ​ອາ​ເມຣິກັນ​ຫລີກ​ລ້ຽງການ​ເດີນທາງ​ທີ່​ບໍ່ຈຳ​ເປັນ​ໄປ​ ຍັງ​ອີ​ຈິບ​ໃນ​ຂະນະ​ນີ້. ອີ​ຈິບ​ເປັນ​ປະ​ເທດ​ຫລັກທີ່​ຄົນ​ຈາກ​ສະຫະລັດ​ມັກ​ໄປທ່ອງ​ທ່ຽວປະ​ເທດ​ນຶ່ງ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ທີມ Packers ຊະນະທີມ Steelers ໃນການແຂ່ງຂັນ Super Bowl

ລາຍງານໂດຍ Souphonh  02-07-2011

Packers MVP Aaron Rodgers celebrates as he leaves the field after the Packers defeated the Steelers during the NFL's Super Bowl XLV football game in Arlington, Texas, February 6, 2011
ຮູບຈາກ: Reuters

ນາຍ Aaron Rodgers ສະຫລອງໄຊຊະນະ ຫລັງຈາກທີມ Green Bay Packers ຂອງຜູ້ກ່ຽວ ຊະນະທີມ Steelers ໃນການແຂ່ງຂັນຊະນະເລີດ ວັນທີ 6, ກຸມພາ 2011

 

ທີ​ມກີລາ football ອາ​ເມຣິກັນ Green Bay Packers ​ໄດ້ຊະນະ​ທີມ Pittsburg Steelers ດ້ວຍ​ຄະ​ແນນ  31 ຕໍ່ 25 ​ໃນການ​ແຂ່ງຂັນ​​ Super Bowl ຄັ້ງ​ທີ 45 ​ໃນ​ແລງ​ວັນ​ອາທິດ​ວານ​ນີ້ ​ອັນ​ເປັນ​ການ ແຂ່ງຂັນຊິງ​ຂັນ​ຊະນະ​ເລີດ ປະ​ຈໍາ​ປີ 2010 ຂອງ​ສະມາຄົມ​ກີລາ Football ​ມື​ອາຊີບແຫ່ງ​ຊາດຂອງສະຫະລັດ.

ນາຍ Aaron Rodgers ຜູ້​ແກວ່ງ​ລູກ​ບານ​ຫລື Quarter-
back ຂອງທີ​ມ Packers ​ແກວ່ງ​ບານ​ໄດ້ 3 touch-
downs ຊຶ່ງ​ເຮັດ​ໃຫ້​ທີມດັ່ງ​ກ່າວຍາດ​ເອົາ​ຂັນ Super Bowl ມາ​ໄດ້ ​ເປັນ​​​ເທື່ອທີ 4 ​ແລະ​ໄດ້ຄອງ​ຕໍາ​ແໜ່​ງ Champ ​ເປັນຄັ້ງ​ທີ 13 ຂອງ​ສະມາ ຄົມ football ​ແຫ່ງ​ຊາດ. ນາຍ Rodgers ​ໄດ້​ຖືກ​ເລືອກ​ເປັນ​ນັກກີລາ​ທີ່​ມີ​ຄຸນ​ຄ່າ​ຫລາຍ​ທີ່​ສຸດ​ໃນ​ການ​ແຂ່ງຂັນ​ ຄັ້ງ​ນີ້.

ທີ​ມ Packers ​ໄດ້​ຊະນະ Super Bowl ຂອງ​ເຂົາ​ເຈົ້າ​ຄັ້ງ​ທໍາ​ອິດ​ໃນ ຮອບ 14 ປີ ທີ່ ສະໜາມ​ກີລາ Cowboys Stadium ຢູ່​ນອກ​ເມືອງ Dallas ລັດ Texas ​ໃນ​​ວັນ​ອາທິດ​ວານ​ນີ້ ຊຶ່ງ​ເຮັດ​ໃຫ້ທີ​ມ Green Bay ​ໄດ້​ຄອງ​ຂັນ Super Bowl  Vince Lombardi Trophy ອີກ​ຄັ້ງ​ນຶ່ງ ຊຶ່ງ​ຂັນ​ທີ່​ວ່າ​ນີ້ ​ແມ່ນ​ຕັ້ງ​ຊື່​ຕາມ​ມື້​ລາງ​ຫົວໜ້າ​ຄູ​ຝຶກ​ຂອງ​ທີ​ມ Packers ທີ່​ນໍາພາ​ທີ​ມ​ໄປ​ຍາດ​ເອົາ​ຖ້ວຍ Super Bowl ມາ​ໄດ້ 2 ຄັ້ງ​ທໍາ​ອິດນັ້ນ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ໄທແລະກຳປູເຈຍປະທະກັນ ໃນບໍລິເວນຊາຍແດນ

ລາຍງານໂດຍ Souphonh  02-04-2011

Cambodia Council of Ministers spokesman Phay Siphan, second right, points to maps during a press conference in front of the Wat Keo Sikha Kirisvara Buddhist pagoda near Cambodia's 11th century Hindu Preah Vihear temple in Preah Vihear province. Shooting b
ຮູບຈາກ: AP

ໂຄສົກສະພາຄະນະລັດຖະບານກຳປູເຈຍ ທ່ານ Phay Siphan (2 ຈາກຂວາ) ພວມຊີ້ໃຫ້ເບິ່ງແຜນທີ່ ໃນລະຫວ່າງການຖະແຫຼງຂ່າວ ໃນວັນສຸກ (4 ກຸມພາ 2011)

 

ເຈົ້າໜ້າທີ່ເວົ້າວ່າ ທະຫານໄທ ແລະກຳປູເຈຍໄດ້ຍິງ
ຕອບໂຕ້ກັນໃນບໍລິເວນຊາຍແດນທີ່ມີການຂັດແຍ້ງ
ໃນວັນສຸກມື້ນີ້.

ການປະທະກັນທີ່ວ່ານີ້ ແມ່ນເຫດຮ້າຍເທື່ອລ່າສຸດ
ທີ່ໄດ້ລະເບີດຂຶ້ນຍ້ອນການຜິດຂ້ອງຕ້ອງຖຽງກ່ຽວ
ກັບເລື່ອງເຂດນໍ້າແດນດິນ ໃນບໍລິເວນອ້ອມແອ້ມ
ວັດສາສະໜາຮິນດູອາຍຸ 900 ປີ.

ທັງໄທແລະກຳປູເຈຍ ຕ່າງກໍກ່າວຫາອີກຝ່າຍນຶ່ງວ່າ
ເປັນຜູ້ລະດົມຍິງປືນໃສ່ກ່ອນ ໃນບໍລິເວນໃກ້ໆກັບ
ປາສາດຫີນວັດເຂົາພະວິຫານ ຊຶ່ງປະເທດທັງສອງ ຕ່າງກໍອ້າງກຳມະສິດນັ້ນ.

ລາຍງານຂ່າວແຈ້ງວ່າ ໄດ້ມີການຍິງປືນໃຫຍ່ໂຈມຕີ
ກັນນຳດ້ວຍ ແຕ່ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ
ຈາກຝ່າຍໃດແທ້ ຫຼືທັງສອງຝ່າຍ ຕ່າງກໍໄດ້ຍິງປືນໃຫຍ່ ໃສ່ກັນ.

ໃນເວລານີ້ ຍັງບໍ່ທັນມີການຢືນຢັນ ກ່ຽວກັບການບາດເຈັບລົ້ມຕາຍເທື່ອ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ທະຫານໄທຜູ້ນຶ່ງເສຍຊີວິດ ໃນການປະທະຄັ້ງໃໝ່ ກັບກໍາປູເຈຍ

ລາຍງານໂດຍ Souphonh  02-05-2011

Cambodian soldiers sit at Preah Vihear temple after a brief clash with Thai troops, February 05, 2011
ຮູບຈາກ: Reuters

ທະຫານກຳປູເຈຍ ນັ່ງພັກຜ່ອນ ທີ່ວັດເຂົາພະວິຫານ ຫຼັງຈາກ ໄດ້ເກີດການປະທະກັນ ກັບທະຫານໄທ ເປັນເວລາສັ້ນໆ (5 ກຸມພາ 2011)

 

ມີທະຫານໄທຄົນນຶ່ງເສຍຊີວິດ ໃນວັນເສົາມື້ນີ້ ຫຼັງຈາກ
ທະຫານໄທແລະກຳປູເຈຍເລີ້ມຍິງປືນໃຫຍ່ໂຈມຕີກັນອີກ
ຢູ່ຕາມບໍລິເວນຊາຍແດນຮ່ວມ ຂອງປະເທດທັງສອງ.

ໂຄສົກຂອງກອງທັບບົກໄທ ພັນເອກສັນເສີນ ແກ້ວກຳ
ເນີດກ່າວວ່າ ນອກນັ້ນຍັງມີທະຫານໄທອີກ 4 ຄົນໄດ້ຮັບ
ບາດເຈັບ ໃນການປະທະກັນເປັນເວລາສັ້ນໆ ທີ່ລະເບີດ
ຂຶ້ນໃນຕອນເຊົ້າຂອງວັນເສົາມື້ນີ້.

ເຈົ້າໜ້າທີ່ກຳປູເຈຍ ກ່າວວ່າ ການສູ້ລົບໄດ້ເກີີດຂຶ້ນໃນ
ຕອນເຊົ້າ ຂອງວັນເສົາມື້ນີ້ ແຕ່ໄດ້ຢຸດເຊົາ ໃນເວລາບໍ່
ຮອດນຶ່ງຊົ່ວໂມງຕໍ່ມາ ຊຶ່ງເປັນການປະທະກັນເທື່ອລ່າສຸດ
ໃນກໍລະນີພິພາດກ່ຽວກັບເຂດນໍ້າແດນດິນໃນບໍລິເວນອ້ອມ ແອ້ມວັດສາສະໜາຮິນດູທີ່ມີອາຍຸ 900 ປີ.

ການປະທະກັນໄດ້ເລີ້ມຂຶ້ນໃນວັນສຸກວານນີ້ໃກ້ໆປາ


ສາດຫີນວັດເຂົາພະວິຫານທີ່ສ້າງຂຶ້ນໃນສັດຕະວັດທີ 11


ຊຶ່ງຍັງຜົນໃຫ້ທະຫານກຳປູເຈຍ 2 ຄົນ ແລະພໍ່ນາໄທຄົນນຶ່ງເສຍຊີວິດໄປນັ້ນ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ເກີດໄຟໄໝ້​ເກືອບ​ຮອດ 6,000 ແຫ່ງໃນຈີນ ພາຍໃນ 32 ຊົ່ວໂມງທໍາອິດ ຂອງການສະຫຼອງກຸດຈີນ

ລາຍງານໂດຍ Souphonh  02-07-2011

Встреча Нового 2011 года в Пекине
ຮູບຈາກ: AP

ຈຸດໄຟສະຫູອງເທດສະການບຸນລະດູບານ​ໃໝ່ປະຈໍາປີຫລືກຸດຈີນນັ້ນ.

 

ສື່ທາງການຂອງຈີນລາຍ​ງານວ່າ ​ໄດ້​ເກີດໄຟໄໝ້ໃນທົ່ວ
ປະເທດ ​ເກືອບ​ຮອດ 6,000 ແຫ່ງ ພາຍໃນ 32 ຊົ່ວ
ໂມງທໍາອິດຂອງເທດສະການບຸນລະດູບານ​ໃໝ່ປະຈໍາປີ ຫລືກຸດຈີນນັ້ນ.

ລາຍ​ງານ​ຂ່າ​ວ​ໄດ້ອ້າງກະຊວງຮັກສາຄວາມປອດໄພຂອງ
ສາທາລະນະ​ຊົນທີ່ ກ່າວໃນວັນຈັນມື້ນີ້ວ່າ ໄຟ​ໄໝ້ຫລາຍໆ​
ບັ້ນ​ແ​ມ່ນໄດ້ເກີດຂຶ້ນຈາກການຈູດບັ້ງໄຟດອກ ຫລື​ໝາກກະ​
ໂພ​ກຢ່າງ​ບໍ່​ຖືກຕ້ອງ ໃນການສະຫຼອງເທດສະການບຸນກຸດ
ຈີນປະຈໍາປີນັ້ນ. ບັນຫາດັ່ງກ່າວແມ່ນຍິ່ງຮ້າຍ​ແຮງ​ຂຶ້ນຍ້ອນ
ສະພາບຄວາມແຫ້ງແລ້ງຢູ່ໃນພາກເໝືອແລະພາກກາງຂອງ
ຈີນ ຊຶ່ງມີບາງແຂວງໄດ້ປະສົບ​ກັບ​ໄພ​ແຫ້ງ​ແລ້ງ ຢ່າງຮ້າຍ ແຮງສຸດໃນຮອບ 60 ປີ.

ອົງການ​ຂ່າວຊິນຫົວຂອງທາງການຈີນກ່າວວ່າ ໄດ້ມີ 2
ຄົນເສຍຊີວິດ ແລະອີກ 223 ຄົນໄດ້ຮັບຄວາມບາດເຈັບ
ຍ້ອນ​ໄຟ​ໄໝ້ໃນນະຄອນຫຼວງ Beijing ໃນໄລຍະມື້ເຄິ່ງຂອງການສະຫຼອງກຸດ​ຈີນ ຊຶ່ງໄດ້ ເລີ່ມຂຶ້ນຕັ້ງແຕ່ວັນພຸດແລ້ວ ເປັນຕົ້ນມາ.

ຫ້ອງການການຄວບຄຸມອັກຄີໄພຂອງກະຊວງດັ່ງກ່າວ​ເວົ້າວ່າໃນປີກາຍ​ນີ້ ມີລາຍງານວ່າ ໄດ້ເກີດໄຟໄໝ້ຂຶ້ນເກືອບຮອດ 7,500 ກໍລະນີ ໃນການສະຫຼອງເທດສະການນີ້ ທັງໝົດ
7 ມື້ນັ້ນ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ນາຍົກຄົນໃໝ່ຂອງເນປານ ສາບານໂຕເຂົ້າຮັບຕໍາແໜ່ງ

ລາຍງານໂດຍ Souphonh  02-07-2011

Communist Party of Nepal (Unified Marxist Leninist) Chairman Jhala Nath Khanal arrives at parliament in Kathmandu, February 2, 2011
ຮູບຈາກ: AFP

ທ່ານ Jhalanath Khanal ນາຍົກລັດຖະມຸນຕີໃໝ່ຂອງເນປານ ວັນທີ2 ກຸມພາ 2011


 

ທ່ານ Jhalanath Khanal ນາຍົກລັດຖະມຸນຕີທີ່ຫາກໍ​ຖືກ​ເລືອກ​ຕັ້ງໃໝ່ໆ​ຂອງ​ເນປານ
ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃນ​ພິທີ​ທີ່ຈັດ​ຂຶ້ນ​ທີ່​ນະຄອນຫລວງ Kathmandu ຊຶ່ງ​​ເປັນ
ການ​ສິ້ນ​ສຸດ​ລົງ​ຂອງສະພາບ​ການບໍ່​ໄປ​ບໍ່​ມາ​​ທາງ​ການ​ເມືອງ ເປັນ​ເວລາ 7 ​ເດືອນ ທີ່​ໄດ້​
ເຮັດ​​ໃຫ້ການ​ຮ່າງ​ກົດໝາຍ​ລັດຖະທໍາ​ມະນູນ​ສະບັບ​ໃໝ່​ຊັກ​ຊ້າ​ມາ​ນັ້ນ.

ປະທານາທິບໍດີ Ram Baran Yadav ​ໄດ້​ເປັນ​ປະທານ​ໃນ​ພິທີສາບານ​ໂຕ​ເຂົ້າ​ຮັບ​ຕໍາ​
ແໜ່​ງຂອງ​ທ່ານ Khanal ​ໃນ​ພິທີ​ທີ່​ຈັດ​ຂຶ້ນ​ໃນ​ບ້ານພັກ​ທາງ​ການ​ຂອງ​ປະທານາທິບໍດີ​ນັ້ນ
ຊຶ່ງ​ມີ​ແຂກ​ຜູ້​ມີ​ກຽດ​ຈໍານວນ​ນຶ່ງ​ມາ​ຮ່ວມ​ນໍາ.

ທ່ານ Khanal ​ໄດ້​ຖືກພວກ​ຜູ້​ແທນ​ສະພາ​​ແຫ່ງ​ຊາດ ​ເລືອກ​ເອົາ​ເປັນນາຍົກລັດຖະມຸນຕີ​
ໃນ​ວັນ​ພະຫັດ​ສັບປະດາ​ແລ້ວ​ນີ້ ອັນ​ເປັນຄວາມ​ພະຍາ​ຍາມ​ເພື່ອ​ເລືອກ​ເອົາ​ນາຍົກ​ລັດຖະ
ມຸນຕີຄົນໃໝ່ ຄັ້ງ​ທີ 17 ​​ນັບ​ແຕ່​ທ່ານ Madhav Kumar Nepal ລາ​ອອກ​ຈາກ​ຕໍາ​ແໜ່​ງ
ໃນ​ເດືອນ​ມິຖຸນາປີ​ແລ້ວ​ນີ້ ພາຍ​ໃຕ້​ຄວາມ​ກົດ​ດັນ​ຈາກ​ກຸ່ມ​ຝ່າຍ​ຄ້ານ​ນິຍົມ​ລັດທິ​ເໝົາເຈີ​ຕຸ​ງ
ນັ້ນ.

ພວກ​ນິຍົມ​ເໝົາ​ເຈີ​ຕຸ​ງມີ​ບ່ອນ​ນັ່ງ​ເປັນ​ສ່ວນ​ຫລາຍໃນ​ສະພາ​ແຫ່ງ​ຊາດ ​ແຕ່ບໍ່ພຽງພໍ ສໍາລັບ
ຈະ​ປົກຄອງ​ໂດຍ​ລໍາພັງ​ຕົນ​ເອງ​ໄດ້. ນາຍົກລັດຖະມຸນຕີຄົນ​ໃໝ່ ​ແມ່ນ​ສັງກັດ​ພັກ​ແນວ​ຮ່ວມ
ສາມັກຄີ Marxist Leninist ຫລື UML ທີ່​ເປັນ​ພັນທະ​ມິດ​ກັບ​ພວກ​ນິຍົມ​ລັດທິ​ເໝົາ​ເຈີ​ຕຸ​ງ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ລາຄາອາຫານທີ່ຖືກລົງ ສາມາດຊ່ວຍຫລຸດຜ່ອນ ຄວາມອຶດຫິວຂອງໂລກໄດ້

ແມ່ນໃນປະວັດສາດພຽງບໍ່ດົນຜ່ານມານີ້​ເອງ ທີ່ພວກສັງຄົມຕ່າງໆໃນໂລກສາມາດຫລຸດ​ພົ້ນ ​ ຈາກ​ສະພາວະຄວາມອຶດຫິວແບບເຮື້ອຮັງແລະໄພຄຸກຄາມຢ່າງຕໍ່ເນື່ອງຂອງຄວາມອຶດຫິວນັ້ນ ໄດ້. ແຕ່ເຖິງແມ່ນຈະໄດ້ຮັບຄວາມສໍາເລັດນີ້ກໍຕາມ ກໍຍັງມີຫລາຍປະເທດໃນທະວີບອາຟຣິ ກາແລະ​ເຂດເອເຊຍໃຕ້ ທີ່ຍັງສືບຕໍ່ຕໍ່ສູ້ກັບບັນຫານີ້ຢູ່. ຄວາມກ້າວໜ້າທັນສະໄໝ​ໃນດ້ານ ເທັກໂນໂລຈີ ໄດ້ຊ່ອຍປັບປຸງຜົນຜະລິດໃນດ້ານການກະເສດໃຫ້ດີຂຶ້ນ. ແຕ່ນັກສື່ຂ່າວວີໂອເອ ລາຍງານວ່າ ຄ່າເຂົ້າປາອາຫານຍັງຄົງເປັນອຸບປະສັກກີດຂວາງທີ່ໃຫຍ່ທີ່ສຸດ ຕໍ່ການລ້ຽງດູ ພວກທີ່ອຶດຫິວນັ້ນ.

ລາຍງານໂດຍ Souphonh  10-26-2010

ຮູບຈາກ: ASSOCIATED PRESS

ໃນຮູບນີ້ ຈາກອົງການອາຫານໂລກ ຫລື World Food Program, ເດັກນ້ອຍ ເກົາຫລີເໜືອ ກໍາລັງກິນເຂົ້າ ທ່ຽງ ຊຶ່ງມີໂຮມທັງເຂົ້າ ທີ່ໄດ້ຮັບການຊ່ວຍເຫລືອ ຈາກອົງການອາຫານໂລກ ຢູ່ສະຖານທີ່ລ້ຽງເດັກ ແຫ່ງນຶ່ງ ໃນເກົາຫລີເໜືອ.

 

ສະຫະປະຊາຊາດກ່າວວ່າ ມີການທໍານາຍກັນວ່າປະຊາ
ກອນຂອງໂລກ ຈະເພີ່ມທະວີຂຶ້ນປະມານ 47 ເປີເຊັນ
ໃນໄລຍະ 50 ປີ ຂ້າງໜ້ານີ້ ຈາກຈໍານວນ 6 ພັນ 100
ລ້ານຄົນ ໃນປີ 2000 ຂຶ້ນ ເປັນ 8 ພັນ 900 ລ້ານຄົນ
ໃນປີ 2050. ການເພີ່ມຈໍານວນຂຶ້ນນີ້ ໝາຍຄວາມວ່າ
ຄວາມຮຽກຮ້ອງຕ້ອງການເຂົ້າປາອາຫານກໍຈະເພີ່ມຂຶ້ນ
ພ້ອມທັງລາຄາກໍຈະເພີ່ມຂຶ້ນເຊ່ນກັນ.

ທ່ານ Joachimvon Braun ຜູ້ອໍານວຍການສູນກາງ
ຄົ້ນຄວ້າດ້ານການພັດທະນາທີ່ມະຫາວິທະຍາໄລ ກຸງ
Bonn ທີ່ເຢຍຣະມັນກ່າວວ່າໃນທຸກໆປີ ຍົກເວ້ນປີນຶ່ງ
ລາຄາເຂົ້າປາອາຫານໃນລະຫວ່າງຊາດແມ່ນ ໄດ້ສູງຂຶ້ນ​
ໄປນໍາທຸກໆປີ ດັ່ງນີ້ສະຖານະການດ້ານອາຫານຂອງ
ໂລກ ຈຶ່ງໄດ້ປະສົບກັບຄວາມເຄັ່ງຕຶງ ແລະພວກຄົນທຸກ
ຍາກຂອງໂລກໃນຂົງ​ເຂດເອເຊຍແລະອາຟຣິກາ ໂດຍສະ
ເພາະແມ່ນໄດ້ຮັບຜົນກະທົບຢ່າງແຂງແຮງ ແລະທ່ານກ່າວ
ຕື່ມວ່າ ຈໍານວນຜູ້ຄົນທີ່ບໍ່ມີເຂົ້າປາອາຫານກິນພຽງພໍ ກໍ​ແມ່ນ​ສູງ​ຫລາຍ​ຢ່າງ​ໜ້າ​ຕົກ​ໃຈ ຊຶ່ງທ່ານ​ກ່າວ​ຕໍ່​ໄປວ່າ:

“ໃນວັນອາຫານໂລກ ປີນີ້ ຄືວັນ​ເສົາ ທີ 16 ຕຸລາ ຜ່ານມານີ້ພວກເຮົາຄວນຈະ
ຈື່​ວ່າ ຍັງ​ມີປະຊາຊົນນຶ່ງພັນລ້ານຄົນ ທີ່ຂາດແຄນອາຫານການກິນ ແລະ​ໃນ​ນັ້ນ
60 ເປີເຊັນ ແມ່ນອາໃສຢູ່ໃນຂົງເຂດເອເຊຍ ແລະບັນຫາດ້ານອາຫານຂອງເອ
ເຊຍນັ້ນ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ກໍແມ່ນເປັນບັນຫາການຂາດທາດອາຫານຂອງ
ພວກເດັກນ້ອຍນັ້ນນໍາ.

ການເສດຖະກິດຕົກຕໍ່າຂອງ​ໂລກ​ຫວ່າງ​ບໍ່​ດົນ​ມາ​ນີ້​ ໄດ້​ສົ່ງ​ຜົນ​ກະທົບຕໍ່​ຕະຫລາດ​ເກືອບ​ທຸກ
ບ່ອນ ຮວມທັງຕະຫລາດ​ອາຫານ​ນໍາ. ການ​ຂາດ​ສະຖຽນລະ​ພາບ​ຂອງ​ລາຄາ​ເຂົ້າປາ​ອາຫານ
ໃນ​ຫລາຍ​ພາກສ່ວນ​ຂອງ​ໂລກ​ ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ຂຶ້ນຕື່ມ ​ໃຫ້​ແກ່​ການ​ແກ້​ໄຂ​ບັນຫາ
ຄວາມ​ອຶດ​ຫິວ. ທ່ານ Katsuji Matsunami ​ເປັນ​ທີ່​ປຶກສາ​ແລະ​ຜູ້​ນໍາພາ​ດ້ານ​ການ​ປະຕິບັດ
ທາງ​ດ້ານ​ກະ​ເສດ ຄວາມ​ໝັ້ນຄົງດ້ານ​ອາຫານ​ແລະ​ການ​ພັດທະນາ​ຊົນນະບົດ ໃນພະແນກ
ການ​ພັດທະນາ​ແບບ​ຍືນ​ຍົງ​ປະ​ຈໍາ​ຂົງ​ເຂດ ຂອງ​ທະນາຄານ​ພັດທະນາ​ເອ​ເຊຍ. ທ່ານກ່າວ​ວ່າ
ວິທີ​ແກ້​ໄຂ​ທີ່ ຈະ​ແຈ້ງ​ກໍ​ແມ່ນ​ໃຫ້​ປູກ​ເຂົ້າ​ຫລາຍ​ຂຶ້ນ ​ແຕ່​ການ​ບັນລຸ​ເປົ້າ​ໝາຍ​ທີ່​ວ່າ​ນັ້ນບໍ່​ແມ່ນ
ເລື້ອງ​ງ່າຍໆ ​ແລະ​ຕ້ອງ​ມີ​ການ​ລົງທຶນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ທ່ານ Matsunami ກ່າວຊີ້​ແຈງ​ດັ່ງ​ນີ້:

“ທົ່ວທັງໂລກ​ແມ່ນ​ມີ​ຄວາມ​ຈໍາ​ເປັນ​ທີ່ຈະຕ້ອງຜະລິດອາຫານ ຜະລິດ​ຫົວອາຫານສໍາ
ລັບ​ສັດ ແລະຜະລິດນໍ້າມັນເຊື້ອໄຟໃຫ້​ໄດ້ຫລາຍຂຶ້ນຍ້ອນຄວາມເປັນຫ່ວງກ່ຽວ​ກັບ
ດິນຟ້າອາກາດປ່ຽນແປງນັ້ນ.  ດັ່ງນັ້ນ ພາກສ່ວນກະເສດຕະກໍາກໍຕ້ອງຜະລິດເພີ່ມ
ຂຶ້ນ ແຕ່ຊັບພະຍາກອນທີ່ຈະນໍາໃຊ້ນັ້ນແມ່ນມີຈໍາກັດ ໂດຍສະເພາະຊັບພະຍາກອນ
ນໍ້າ. ແລະການລົງ ທຶນທີ່ຕ້ອງການ ສໍາລັບ​​ປັບປຸງ​ພາກ​ສ່ວນການກະເສດໃຫ້​ທັນ​
ສະ​ໄໝນັ້ນ ກໍ​ບໍ່​ໄດ້​ຫລັ່ງ​ໄຫລ​ມາ ຕາມ​ທີ່ພວກເຮົ​າໄດ້ຄາດຫວັງ​ໄວ້.”

ເຖິງ​ແມ່ນ​ການ​ເສດຖະກິດ​ຕົກ​ຕໍ່າ​ຂອງ​ໂລກ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ການລົງ ທຶນ​ໃນ​ດ້ານ​ການ​
ກະ​ເສດ​ກໍ​ຕາມ ​ແຕ່ ທ່ານ Joachim von Braun ກໍກ່າວ​ວ່າ ​ໄດ້​ມີ​ເຫດ​ການ​ບາງ​ຢ່າງເກີດ
ຂຶ້ນຫວ່າງ​ໄວໆມາ​ນີ້​ທີ່ພາ​ໃຫ້​ມີ​ຄວາມ​ຫວັງ ໃນ​ການ​ປັບປຸງ​ຄວາມ​ອຶດຫິວ​ຂອງໂລກ​ໃຫ້​ດີ
ຂຶ້ນ​ນັ້ນ ​ໂດຍທ່ານ von Braun ອະທິບາຍ​ວ່າ:

“ໃນໄລຍະສາມປີຜ່ານມານີ້ ມີສິ່ງທີ່ດີໆເກີດຂື້ນຫລາຍ​ຢ່າງ. ​ເປັນ​ຕົ້ນ​ວ່າ ພວກປະ
ເທດກໍາລັງພັດທະນາທັງຫລາຍ ໄດ້ພາກັນລົງທຶນເຂົ້າໃສ່ ໃນພາກສ່ວນການກະ
ເສດຫລາຍຂື້ນ ແລະຍົກເອົາການກະເສດໃຫ້ຂື້ນ ມາຢູ່ໃນລະດັບສູງຂອງແຜນ
ການພັດທະນາຂອງລັດຖະບານ. ຕົວຢ່າງ ປະເທດອິນເດຍ ເມື່ອສອງປີຜ່ານມາ
ກໍໄດ້ຈັດຕັ້ງໂຄງການນຶ່ງທີ່ມີມູນ ຄ່າຫົກພັນລ້ານໂດລາ. ສ່ວນຈີນກໍໄດ້ລົງທຶນ
ເພີ່ມຫລາຍຂື້ນ ແລະມີ ຢ່າງໜ້ອຍ 20 ປະເທດໃນຂົງເຂດອາຟຣິກາທີ່ໄດ້ກະທໍາ
ເຊັ່ນດຽວກັນ. ແລະພວກປະເທດທີ່ຈະເຣີນແລ້ວ ເຊັ່ນສະຫະລັດ ກໍໄດ້ຮື້​ຟື້ນການ
ລົງ ທຶນເຂົ້າໃສ່ໃນການກະເສດ ​ໂດຍສຸມໃສ່ພວກກະ​ເສດ​ຕະກອນລາຍ ນ້ອຍໆ
ຜ່ານອັນ​ທີ່​ເອີ້ນ​ວ່າ ໂຄງການຫລໍ່ລ້ຽງອະນາຄົດ ທີ່​ບໍລິຫານ​ໂດຍອົງການຢູເສດ
ຂອງສະຫະລັດນັ້ນ.”

ສ່ວນທ່ານ Katsuji Matsunami ນັ້ນ ຫວັງ​ວ່າ ​ໂຄງການ​ເຫລົ່າ​ນີ້​ ຈະສາມາດ​ຂະຫຍັບ
ຂະຫຍາຍ​ອອກ​ໄປສູ່​ການໂອ້​ລົມ​ສົນທະ ນາ​​ແລະ​ວາງແຜນການ​ຕ່າງໆໃນລະດັບ​ຂົງເຂດ
ໄດ້ ​ໂດຍ​ສະ​ເພາະ​ໃນ​ເອ​ເຊຍ ຊຶ່ງ​ທ່ານ Matsunami ກ່າວ​ວ່າ:

“ໃນເລຶ່ອງນີ້ ມີຄໍາຖາມວ່າ ສະມາຄົມອາຊ່ຽນ ບວກອີກສາມປະເທດຈະສາມາດນັ່ງ​
ໂຕະເຈລະຈາ ແລະເປີດການໂອ້ລົມກັນ ກ່ຽວກັບເລຶ່ອງ ເຂົ້າໄດ້ ບໍ່? ມີໃຜແດ່ທີ່
ຕ້ອງການເຂົ້າ ​ແລະຕ້ອງການຫລາຍປານໃດ ແລະປະ​ເທດໃດທີ່ອາດຈະມີເຂົ້າ
ຫລວງຫລາຍ ທີ່​ສາມາດ​ນໍາ​ອອກ​ຂາຍໄດ້? ຊຶ່ງການໂອ້ລົມສົນທະນາກັນໃນທໍານ
ອງນີ້ ຍັງບໍ່ເຫັນເກີດ ຂື້ນເທື່ອ. ເລຶ່ອງນີ້​ແມ່ນເປັນເລຶ່ອງຂອງສອງຝ່າຍທັງໝົດຄື
ລັດຖະບານ ກັບລັດຖະບານ ແລະພວກເຮົາຂໍຖາມວ່າ ມັນເປັນໄປໄດ້ບໍ່ທີ່ຈະເຮັດ​
ໃຫ້ ເລຶ່ອງນີ້ ກາຍເປັນໂຄງຮ່າງປະຕິບັດການ​ໃນ​ລະດັບຂົງເຂດ?”

ທ່ານ Matsunami ກ່າວ​ຕື່ມ​ວ່າ ວິທີ​ການ​​ດໍາ​ເນີນ​ການ​ຂອງ​ຂົງ​ເຂດ​ ​ເພື່ອ​ອໍານວຍ​ໃຫ້ມີເຂົ້າ
ປາ​ອາຫານຢ່າງ​ພຽງພໍນັ້ນ ​ແມ່ນ​ສໍາຄັນ​ຫລາຍ ​ໃນ​ຂະນະທີ່​ພວກ​ຂົງ​ເຂດ​ເທດສະບານ​ສືບ
ຕໍ່​ຂະຫຍາຍ​ໂຕ​ຂຶ້ນ​ ​ໃນ​ອັດ ຕາທີ່​ໜ້າ​ຕື່ນ​ຕົກ​ໃຈ​ ໃນ​ເອ​ເຊຍ​ນັ້ນ ຊຶ່ງ​ທ່ານ Matsunami
ກ່າວ​ວ່າ :

“ພວກລັດຖະບານແມ່ນຈະຕ້ອງ​ໄດ້​ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ ທີ່ຈະ​ອໍາ ນວຍ​ໃຫ້
ພວກຊາວນາລາຍນ້ອຍໆທັງຫລາຍ ມີ​ພາຫາ​ນະ​ແນວ​ໃດ​ແນວ​ນຶ່ງ​ເພື່ອ​ໃຫ້ສາມາດ
ຢູ່ໄດ້.  ໃນຂະນະດຽວກັນ ຈໍານວນປະຊາກອນກໍ​ມີຫລາຍເພີ່ມຂື້ນນັບ​ມື້ ແລະສ່ວນ
ໃຫຍ່ແລ້ວ ກໍ​ເປັນພວກຄົນທີ່ທຸກຈົນລົງໄປ​ອີກ ທີ່​ອາ​ໃສຢູ່ໃນຕົວເມືອງຕ່າງໆ
ແລະພວກເຂົາເຈົ້າກໍຕ້ອງການອາຫານທີ່ມີລາຄາຖືກ. ດັ່ງນັ້ນ ​ໃນ​ດ້ານ​ນຶ່ງພວກລັດ
ຖະບານ​ແມ່ນ​ໄດ້​ຕ້ອງໃຫ້ເປັນທີ່ແນ່ໃຈວ່າ ພວກຊາວນາຈະໄດ້ຮັບລາຄາທີ່ເໝາະ
ສົມ ​ແຕ່ກໍສູງພໍທີ່​ຈະ​ເຮັດ​ໃຫ້ພວກ​ເຂົາ​ເຈົ້າມີຄວາມສົນໃຈທີ່​ຈະ​ປູກ​ເຂົ້າ​ຕໍ່​ໄປ ​ແລະ
ສາມາດຢູ່ລອດ​ໄດ້ ນໍາຜົນຜະລິດເຂົ້າຂອງພວກເຂົາເຈົ້ານັ້ນ. ​ແຕ່​ໃນ​ຂະນະ​ດຽວ
ກັນ ກໍ​ຕ້ອງ​ໃຫ້​ສາມາດນໍາເອົາເຂົ້າໄປສູ່ບ່ອນອຸບປະໂພກ ບໍລິໂພກ​ໄດ້ ​​ໃນລາຄາ
ທີ່ຖືກພໍ​ທີ່ພວກອຸບປະໂພກທີ່​ທຸກ​ຍາກ​ນັ້ນ ຈະສາມາດຊື້ກິນໄດ້.”

ການ​ຂາດ​ແຄນ​ເຂົ້າປາ​ອາຫານ​ ໄດ້ຖືກ​ນໍາ​ເອົາ​ໄປ​ພົວພັນ​ກັບ​ຄວາມ​ຕ້ອງການ​ໃນດ້ານອື່ນໆ​
ຫລາຍ​ດ້ານ​ເຊ່ນໂຄງ​ລ່າງ​ພື້ນຖານ ນໍ້າ​ດື່ມ​ນໍ້າ​ໃຊ້​ ແລະ​ເທັກ​ໂນ​ໂລ​ຈີ​ ຊຶ່ງ​ທັງ​ໝົດ​ນັ້ນສາມາດ​
ດຶງ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະລິດ​​ໃຫ້​ຕໍ່າ​ລົງ​ໄດ້ ​ແລະ​ນໍາເຂົ້າປາອາຫານມາສູ່​ຕະຫລາດ​ຫລາຍ​ຂຶ້ນ
ໃນ​ລາຄາ​ທີ່ຖືກ​ລົງ ​ໃນ​ຂະນະ​ດຽວ​ກັນ ກໍ​ຮັກສາ​ລາຍ​ໄດ້​ຂອງ​ພວກ​ກະ​ເສດ​ຕະກອນ​ໄວ້ຊຶ່ງ​
ທ່ານ von Braun ກ່າວ​ວ່າ ​ໂຄງ ການ​ຕ່າງໆ​ຂອງ​ລັດຖະບານ​ໄດ້​ສະ​ແດງ​ໝາກຜົນ​​ໃຫ້​
ເຫັນ​ຢ່າງ​ເປັນ​ຮູບ​ປະ​ທໍາໃນ​ຫລາຍໆ​ເຂດ​ຂອງ​ເອ​ເຊຍ​ນັ້ນ ຊຶ່ງ​ທ່ານ​ໄດ້​ຍົກ​ປະ​ເທດ​ຫວຽດ
ນາມ​ຂຶ້ນ​ມາ​ເປັນ​ໂຕ​ຢ່າງ:

“ຫວຽດນາມເປັນປະເທດທີ່ປະສົບຜົນສໍາເລັດ​ເປັນ​ພິ​ເສດ ໃນການແກ້ໄຂບັນຫາ
ຄວາມອຶດຫິວ ແລະຄວາມໝັ້ນຄົງດ້ານອາຫານ​ແລະໂພຊະນາການ ຫວຽດນາມ​
ແມ່ນເປັນລອງຈີນຢ່າງຈິງແທ້ ຄືເປັນຕົວຢ່າງທີ່​ໂດດ​ເດ່​ນໃນ ການສ້າງຄວາມ
ກ້າວໜ້າ ​ໃນ​ການຕໍ່ສູ້ກັບຄວາມອຶດຫິວນັ້ນ.”

ທ່ານ von Braun ​ໄດ້​ສະ​ເໜີ​ແນະ​​ແຜນການ​ເຄືອ​ນ​ໄຫວ​ຮ່ວມ​ກັນຂອງ​ໂລກ​ສອງ​ຢ່າງ​ເພື່ອ
ຊ່ອຍ​ປ້ອງ​ກັນ​ບໍ່​ໃຫ້​ວິ​ກິດ​ການ​ດ້ານ​ລາຄາ​ເຂົ້າປາ​ອາຫານ​​ເກີດ​ຂຶ້ນ​ອີກ​ຄັ້ງ​ໃໝ່ ຄື​ກັນ​ກັບ​ທີ່​
ໄດ້​ເກີດ​ຂຶ້ນ​ໃນ​ລະຫວ່າງ ປີ 2007-2008 ນັ້ນ. ທ່ານ​ກ່າວ​ວ່າ ​ແຜນການ​ທີ​ນຶ່ງ ກໍ​ແມ່ນ
ຄວນ​ຈະ​ມີ​ການ​ສ້າງ​ຕັ້ງ​ຄັງອາຫານ​ສໍາຮອງຂະໜາດ​ນ້ອຍໆ​ໄວ້ ​ເພື່ອ​ອໍານວຍໃຫ້ ມີການ
ຮັບ​ມື​ໄດ້​ຢ່າງ​ລາບ​ລື່ນ ກັບ​ສະພາວະ​ສຸກ​ເສີນ​ດ້ານເຂົ້າປາ​ອາຫານ​ນັ້ນ ແລະ​ສອງ​ມາ​ກໍ​ແມ່ນ
ຄວນ​ຈະ​ສ້າງ​ຕັ້ງ​ອາຫານ​ສໍາຮອງ​​ແບບ​ປັບປຸງ​ໃໝ່​ໄວ້ເພື່ອ​ຊ່ອຍ​ປ້ອງ​ກັນ​ບໍ່​ໃຫ້​ລາຄາ​ເຂົ້າປາ​
ອາຫານ​​ໃນ​ທ້ອງ​ຕະຫລາດ ຖີບ​ໂຕ​ສູງ​ຂຶ້ນ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ກໍາມະບານລາວຍອມຮັບວ່າ ການຂໍຂຶ້ນຄ່າແຮງງານ ຂັ້ນຕໍ່າ ຍັງບໍ່ສໍາເລັດ

ປະທານສະຫະພັນກຳມະບານລາວ ຍອມຮັບວ່າ ຍັງບໍ່ສາມາດຮູ້ໄດ້ວ່າ ຈະມີການປັບຄ່າຈ້າງ ຂັ້ນຕໍ່າ ເມື່ອໃດແລະປັບຂຶ້ນເທົ່າໃດ ເພາະຍັງຢູ່ໃນຂັ້ນຕອນຂອງການເຈລະຈາກັບບັນດານາຍ ຈ້າງໃນລາວຢູ່.

ລາຍງານໂດຍ souphonh  02-08-2011

Lao workers at a garment factory in Vientiane Capital
ຮູບຈາກ: Songrit Pongern

ຄົນງານລາວ ທີ່ໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນຫລວງ ວຽງຈັນ.

 

ທ່ານ ຄໍາຫລ້າ ລໍລອນສີ ປະ​ທານສະຫະພັນກຳມະບານ
ລາວໃຫ້ການຢືນຢັນວ່າສະຫະພັນກຳມະບານລາວພ້ອມ
ກັບກະຊວງ​ແຮງ​ງານ ​ແລະ​ສະຫວັດດີ​ການ​ສັງຄົມ​ກຳລັງ​ຢູ່
ໃນ​ຂັ້ນຕອນຂອງ​ການ​ເຈລະຈາ​ຮ່ວມ​ກັນກັບ​ສະມາຄົມນາຍ
ຈ້າງໃນ​ລາວ​ ​ເພື່ອ​ຫາ​ຂໍ້​ສະຫລຸບຮ່ວມ​ກັນ​ກ່ຽວກັບການ
ປັບ​ຂຶ້ນອັດຕາ​ຄ່າຈ້າງ​ຂັ້ນຕໍ່າ​ໃຫ້​ແກ່​ບັນດາແຮງ​ງານຢູ່ໃນ
ລາວພາຍ​ໃນ​ເວລາ​ນີ້ ​​ແລະ​ເຖິງ​ແມ່ນ​ວ່າ​ທັງ​ສາມ​ຝ່າຍຈະ
ເຫັນ​ຊອບ​ໃນ​ຫລັກ​ການ​ຮ່ວມ​ກັນ​ວ່າສົມຄວນ​ໃຫ້​ມີ​ການ
ປັບ​ຂຶ້ນອັດຕາ​ຄ່າຈ້າງ​ຂັ້ນຕໍ່າ​ດັ່ງ​ກ່າວ ​ເພື່ອໃຫ້ສອດຄ່ອງ​
ກັບ​ສະພາວະ​ຄ່າ​ຄອງ​ຊີບທີ່​ເພີ້ມຂຶ້ນຢ່າງ​ຕໍ່​ເນື່ອງກໍ​ຕາ​ມ.
ຫາກ​ແຕ່​ບໍ່ສາມາດກຳໜົດ​ຮ່ວມ​ກັນໄດ້​ວ່າ ຈະ​ມີ​ການ​ປັບ​ຄ່າ​ຈ້າງ​ຂັ້ນຕໍ່າ​​ໄດ້ເມື່ອ​ໃດ ​ແລະ​ປັບ
ຂຶ້ນ​ເທົ່າ​ໃດ​ແທ້ ດັ່ງ​ທີ່ທ່ານ ຄໍາຫລ້າ ລໍລອນສີ ປະທານສະຫະພັນກຳມະບານລາວໃຫ້ການ
ຢືນຢັນ​ໃນ​ຕອນໜຶ່ງວ່າ:

Songrit Pongern
ກອງປະຊຸມໃຫຍ່ຄັ້ງທີ 6 ຂອງຜູ້ແທນສະຫະພັນກຳ ມະບານລາວທົ່ວປະເທດທີ່ຈັດຂຶ້ນໃນກາງເດືອນມັງ ກອນ 2011, ທີ່ນະຄອນວຽງຈັນ, ຊຶ່ງທ່ານຄໍາຫລ້າ ໄດ້ກ່າວຖະແຫລງການກ່ຽວກັບສະພາບຄ່າແຮງງານ ຂອງກຳມະກອນໃນລາວ

“ສະພາບ​ການ​ເສດຖະກິດ
ການເງິນຂອງ​ໂລກ ກໍ​ຄື​ພາຍ
ໃນ​ຂອງ​ພວກ​ເຮົາ​ນີ້ ມັນ​ມີ​
ການ​ປ່ຽນແປງ
ຈັ່ງຊັ້ນແລ້ວ
ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ຈໍາ​
ເປັນຈະ
ຕ້ອງ​ໄດ້​ປັບປຸງ​
ກ່ຽວກັບ​ເງິນ​ເດືອນ​ຕໍ່າສຸດ

ຂອງກໍາມະກອນຂຶ້ນຕື່ມ​
ອີກ. ປັດຈຸບັນນີ້
ພວມ​ກໍາ
ລັງ​ຄົ້ນຄວ້າ​ສົມທົບກັບ
ທາງພາຄີສະພາການຄ້າ

ແລະກັບທາງລັດຖະບານ,
ກະຊວງແຮງງານ
ຈະ​ໄດ້​
ເພີ້ມຂຶ້ນ​ເທົ່າ​​ໃດ​ນັ້ນກໍ​ຍັງບໍ່ທັນ​ເວົ້າ​ໄດ້ ແລະກໍ​ຍັງກຳລັງ​ຄົ້ນຄວ້າ​ເພື່ອ​ສະ​ເໜີຢູ່
.

ໃນ​ປັດຈຸບັນ​ນີ້ ອັດຕາ​ຄ່າ​ຈ້າງ​ຂັ້ນຕໍ່າຂອງ​ບັນ​ດາຜູ້​ໃຊ້​ແຮງ​ງານ​ໃນ​ລາວ​ນັ້ນ ຢູ່​ທີ່​ລະ​ດັບ
348,000 ກີບ ຊຶ່ງເມື່ອລວມກັບຄ່າລ່ວງເວລາໃນການທຳງານ ແລະເງິນອຸດໜູນຕ່າງໆ
ເພື່ອການຄອງຊີບເຫລົ່ານັ້ນ ກໍຈະເຮັດໃຫ້ຜູ້ໃຊ້ແຮງງານລາວ ແຕ່ລະຄົນມີລາຍໄດ້ສະເລ່ຍ
ປະມານ 5 ແສນກວ່າກີບຕໍ່ເດືອນ ຊຶ່ງສຳລັບຜູ້ໃຊ້ແຮງງານແລ້ວ ຖືວ່າເປັນລາຍໄດ້ທີ່ຕໍ່າ
ຫລາຍເມື່ອທຽບກັບຄ່າຄອງຊີບທີ່ເພີ້ມສູງຂຶ້ນຕະຫລອດເວລາ.

ຕົວຢ່າງ​ກໍ​ຄື ລາຄາ​ສິນຄ້າ​ອຸບປະ​ໂພ​ກ ບໍລິໂພກ​ໃນ​ທົ່ວ​ປະ​ເທດ​ລາວ​ໄດ້​ປັບ​ຕົວ​ສູງ​ຂຶ້ນ​ເຖິງ
13.19% ໃນ​ເດືອນ​ຕຸລາ ແລະ​ເຖິງ​ແມ່ນ​ວ່າ​ຈະ​ຫລຸດ​ລົງ​ໃນ​ຊ່ວງ​ເດືອນ​ພະຈິກ​ກໍ​ຕາມຫາກ
ແຕ່ກໍ​ຍັງ​ສູງເກີນກວ່າລະດັບ 10% ​ເມື່ອທຽບລະຫວ່າງ​ເດືອນ​ທັນວາ 2010 ກັບເດືອນ
ມັງກອນ ປີ 2011 ທີ່ຜ່ານມານີ້. ສ່ວນ​ອັດຕາ​ເງິນ​ເຟີ້ ກໍ​ປັບ​ຕົວ​ສູງ​ຂຶ້ນເກີນກວ່າ8% ​ໃນ​
ເດືອນ​ກັນຍາ ​ແລະ​ເຖິງ​ແມ່ນ​ວ່າ​ຈະ​ໄດ້ຫລຸດ​ລົງ​ໃນ​ຊ່ວງເດືອນຕຸລາ ແລະເດືອນ​ພະຈິກ​ກໍ​
ຕາມ ຫາກ​ແຕ່ອັດຕາ​​ເງິນ​ເຟີ້ສະ​ເລ່ຍ​ໃນເດືອນທັນວາ 2010 ແລະເດືອນມັງກອນ 2011
ກໍ​ຍັງ​ສູງ​ເກີນ​ກວ່າ​ລະດັບ 7% ຢູ່​ເລື້ອຍມາ​ຈົນ​ເຖິງ​ຂະນະ​ນີ້.

ນອກຈາກນີ້ທ່ານ ຄໍາຫລ້າ ລໍລອນສີ ກໍໄດ້ໃຫ້ການຍອມຮັບວ່າ ສະຖານະ​ການ​ທີ່ໜ້າ​ເປັນ
ຫ່ວງອີກ ​ຢ່າງ​ນຶ່ງ​ ກໍ​ຄືການ​ເອົາລັດເອົາປຽບຕໍ່ຜູ້ໃຊ້ແຮງງານໂດຍບັນດານາຍຈ້າງໃນລາວນັ້ນ ກໍຍັງຄົງເກີດຂຶ້ນຢູ່ເລື້ອຍມາ. ເຖິງແມ່ນວ່າສະຫະພັນກໍາມະບານລາວຈະໄດ້ດຳເນີນມາດຕະ ການກວດກາຢ່າງຕໍ່ເນື່ອງກໍຕາມ ແຕ່ກໍຍັງຄົງບໍ່ສາມາດທີ່ຈະກວດກາຢ່າງທົ່ວເຖິງໄດ້​ແຕ່​
ຢ່າງ​ໃດ.

ກໍາມະກອນລາວຈຳນວນນຶ່ງທີ່ໄປຂາຍ ແຮງງານຢູ່ໄທ

ການທີ່ວ່າລາວມີອັດຕາຄ່າຈ້າງຕໍ່າຫລາຍ
ເມື່ອສົມທຽບໃສ່ກັບຄ່າຄອງຊີບທີ່ເພີ້ມສູງ
ຂຶ້ນທຸກມື້ນັ້ນ ກໍນັບວ່າເປັນເງື່ອນໄຂນຶ່ງ
ທີ່ເຮັດໃຫ້ແຮງງານລາວຕ້ອງພະຍາຍາມ
ເດີນທາງໄປລອບທໍາງານໂດຍຜິດກົດ
ໝາຍ ຢູ່ໃນປະທດໄທເພີ້ມຫລາຍຂຶ້ນນັບ
ມື້ເຊັ່ນດຽວກັນ ເຖິງແມ່ນວ່າຈະສ່ຽງຕໍ່
ການທີ່ຈະຖືກທາງການໄທຈັບກຸມຄຸມຂັງ
ໃນຂໍ້ຫາເຂົ້າເມືອງໂດຍຜິດກົດໝາຍແລະ
ສ່ຽງຕໍ່ການຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດກໍຕາມ, ຫາກແຕ່ພວກ
ເຂົາເຈົ້າກໍຍອມເພື່ອແລກກັບຄ່າຈ້າງທີ່ສູງກວ່າຢູ່ໃນລາວ.

ຍິ່ງ​ໄປ​ກວ່າ​ນັ້ນ ການທີ່ຢູ່ໃນລາວກໍມີຕໍາແໜ່ງງານຢ່າງຈໍາກັດອີກດ້ວຍແລ້ວ ຈຶ່ງເຮັດໃຫ້ແຮງ
ງານລາວສ່ວນໃຫຍ່ ໄດ້ພາກັນສະມັກໃຈເດີນທາງໄປລັກລອບທໍາງານຢູ່ໃນໄທຫລາຍຂຶ້ນ
ນັບມື້ ໂດຍອົງການເຄືອຂ່າຍເພື່ອການຄຸ້ມຄອງແຮງງານຕ່າງດ້າວຈາກລາວ, ພະມ້າ ແລະ
ກໍາປູເຈຍໃນໄທເຊື່ອວ່າໃນປັດຈຸບັນນີ້ ມີແຮງງານລາວທີ່ລັກລອບທໍາງານໂດຍຜິດກົດໝາຍ
ໃນໄທຫລາຍກວ່າ 4 ແສນຄົນ ໃນຂະນະທີ່ທາງການລາວນັ້ນກັບເຊື່ອວ່າມີຢູ່ແຕ່ພຽງ  2
ແສນກວ່າຄົນເທົ່ານັ້ນ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ອາ​ເລ໊ກ​ຊານ​ດຣາ ກໍາລັງຕຽມ ຜົນງານເພງຊຸດໃໝ່

ລາຍງານໂດຍ Souphonh  8-2-2011


ຫຼັງ​ຈາກ​ທີ່​ທາງ​ເຮົາ​ໄດ້​ອອກອາ ກາດ​​ການ​ສຳພາດກັບ​ຄູ່​ສາມີ​
ພັນລະ​ຍາ ທ່ານ​ບຸນ​ທະວີ​​ໄຊ​ແລະຍານ​າງ ຈໍ​ດາ​ນາ​
ບຸນ​ຊ່ວຍ ຜູ້ຊຶ່ງເປັນ​ບິດາ​ມານ​ດາຂອງທິດາວັນ ບຸນ​ຊ່ວຍ
ຫຼື​ ອາ​ເລ໊ກ​ຊານ​ດຣາ ໄປ​ແລ້ວນັ້ນ​ ກໍ​ໄດ້ມີທັງທ່ານ​ຜູ້​ຟັງ
ຂຽນຝາກ​ຂໍ້ຄວາມແລະ​ຂຽນ email ​ເຂົ້າ​ມາ​ຫາທາງ​ເຮົາ
ຢ່າງ​ຫຼວງຫຼາຍ ຢາກ​ຮູ້​ຢາກ​ເຫັນ​​ເລື່ອງລາວແລະ​ຂ່າວ​ຄືບ
ໜ້າກ່ຽວ​ກັບນັກ​ຮ້ອສາວ ອາ​ເລ໊ກ​ຊານ​ດຣາຄົນ​ນີ້ ວ່າ​ໄປ​
ຢູ່​ໃສ​​ ເພາະ​ໄດ້​ຫ່າງຫາຍຈາກ​ວົງ​ການບັນ​ເທີ​ງ​ໄປດົນ​ເຕີບ.
ແລະ​ມື້​ນີ້ ວັນນະ​ສອນ​ກໍ​ໄດ້​ສຳພາດ​ກັບ ອາ​ເລ໊ກ​ຊານ​ດຣາ
ຈາກນະຄອນຫລວງ​ວຽງ​ຈັນ ​ຊຶ່ງ​ນາງ​ໄດ້​ກັບ​ຄືນ​ໄປ​ໄປ​ຢາມ​
ບ້ານ​ຫຼັງຈາກ​ສຳ​ເລັດ​ການສຶກ​ສາຈາກ​ຍີ່​ປຸ່ນແລະ​​ໄດ້ຫອບ
ຫີ້ວຄວາມສຳ​ເລັດ​​ໄປ​ໃຫ້​ພໍ່​ແມ່​ໄດ້​ຊື່ນ​ຊົມ ຫຼັງ​ຈາກ​ທີ່​ໃຊ້​ເວລາ​ນານ​ກ່ວາ​ສອງ​ປີ ສຶກສາ​ຕໍ່​ປລິນ
ຍາໂທທາງ​ດ້ານ Media Design.ຂໍ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ສຳພາດ​ແບບ​ເປັນ​ກັນ​ເອງ​ໄດ້ເລີຍ.

Alexandra

ນ້ອງ ອາເລ໊ກຊານດຣາ
ໄດ້ອະທິບາຍເຖິງຄວາມຮູ້
ສຶກຂອງນາງໃຫ້ພວກເຮົາ
ຟັງ ເປັນບາງສວ່ນດັ່ງຕໍ່ໄປນີ້:
“​…ແບບ​ວ່າ ບໍ່​ຢາກ​ແຕ່ງ​ມົ້ວ
ຊົ້ວ ຊານ​ດຣາ ຄອຍ່ໆ​ພັດ
ທະນາ​ຕົວ​ເອງ​ໄປ​ເລື້ອຍໆ.
ຖ້າຊານ​ດຣາມີ​ຜົນງານ​ໃໝ່ໆ​
ອອກ​ມາ ຊານ​ດຣາກໍ​ຢາກ​
ນຳ​ສິ່ງ​ໃໝ່​ໆອອກ​ມາ​ຈາກ
ຕົວ​ຂອງ​ຊານ​ດຣາພັດທະນາ​
ຕົວ​​ເອງ​ໄປ​ເລື້ອຍ ເພງ​ກໍ​ຕ້ອງ​
ມີ​ຄວາມ​ໝາຍແລະ​ຕ້ອງ​ມີ​
ອີ່ຫຍັງ​ພິ​ເສດ​ໃນ​ເພງ​ນັ້ນ
…​”

“​…ຊານ​ດຣາຢາກ​ບອກ​ວ່າ​ຖ້າ​ເຮົາ​ມິ​ຄວາມ​ຝັນ​​ເນາະ ຢ່າ​ທໍ້​ແທ້​ກັບ​ມັນຖ້າວ່າ​ມັນ​ຫຍຸ້ງ
ຍາກ​ຂຶ້ນ​ມາ ​ໃຫ້​ຕໍ່ສູ້​ເນາະ ຖ້າວ່າ​ເຮົາ​ລົ້ມ​ຄັ້ງນີ້ ​ເຮົາ​ກໍ​ລອງ​ໃໝ່ ສູ້ ຕ້ອງ​ໃຈ​ແຂງ​
ແລະ​ກໍ​ທຸກ​ຢ່າງ​ຈະ​ດີ​ຂຶ້ນ​ເອງ​ໃນ​ຕອນ​ສຸດ​ທ້າຍ ຢາກ​ຈະ​ໃຫ້​ທຸກ​ຄົນ​ຕາມ​ຫາ​ຄວາມ​ຝັນ
ຄົ້ນຫາ​ຄວາມ​ຝັນຂອງ​ຕົວ​ ເອງ​ໃຫ້​ສຳ​ເລັດ
…​”

“​…​ເຈົ້າ​, ອັນ​ນີ້ ຊານ​ດຣາກໍ​ຢາກ​ຈະ​ຂອບ​ມຈຢ່າງ​ເລິກ​ເຊິງ​ເນາະ ​ເພາະວ່າ ສອງ​ປີ​
ເຄິ່ງທີ່ວ່າ ຊານ​ດຣາ​ໄດ້​ຈາກ​ວົງ​ການ​ໄປ ​ແລະ​ກໍ​ຍັງ​ມີ​ແຟນຄລັບ​ທີ່​ຕິດຕາມ​ຜົນງານ​
ແລະ ​ຖາມ​ຂ່າວ​ຄາວ ສົ່ງ​ຂອງ​ຂັວນ ສົ່ງ​ດອກ​​ໄມ້ມາ​ໃຫ້ຊານ​ດຣາ ເປັນ​ປະຈຳ​ເນາະ ໃນ​ທຸກ​ຄັ້ງ​ທີ່ ຊານ​ດຣາກັບ​ມາລາ​ວ ​ແລະ​ກັບ​ໄປ​ຍີ່ປຸ່ນ ຄື​ທຸກ​ຄົນ​ຍັງ​ ຫ່ວງ​ໃຍ​ຊານ​ດຣານີ້ ຊານ​ດຣາຊາບ​ຊຶ້ງ​ໃຈ​ແທ້ໆ​ ແລະ​ຢາກ​ຈະຂອບ​ໃຈ​ທຸກໆ​ຄົນ​ເນາະ
ສຳລັບ​ແຟນຄລັບ​ທີ່​ໄດ້​ສົ່ງ​ແຮງ​ໃຈ​ມາ​ ໃຫ້​ຊານ​ດຣາ ​ມີ​ກຳລັງ​ໃຈ​ທີ່​ຈະ​ສ້າງ​ຜົນ ງານ​​ໃໝ່ໆ​ອອກ​ມາອີກ​ຄັ້ງ​ນຶ່ງ ​ແລ້ວ​ຊານ​ດຣາຢາກ​ຈະ​ໃຫ້ທຸກໆ​ຄົນ​ ລໍຖ້າຜົນງານ​ໃໝ່​ ທີ່​ຈະ​ອອກມາ​ເນາະ ​ເພາະ​ມັນ​ຈະ​ແຕກ​ຕ່າງ​ຈາກ​ທີ່​ຊານ​ດຣາ​ເຄີຍ​ເຮັດ​ມາ
…​”

Alexandra

ບົດບາດ​ຂອງ​ສາວ​ນ້ອຍ​ສຽງ​​ໃສ​ຢ່າງນ້ອງ Alexandra ຈະ​ດຳ​ເນີນ​ໄປ​ຢ່າງ​ໃດ​ໃນ​ອານາ​ຄົດ​
ຂ້າງ​ໜ້າ​ນັ້ນບໍ່​ມີ​ໃຜ​ຢັ່ງ​ຮູ້ ​ແຕ່​ທີ່​ສຳ​ຄັນ​ສຸດ​​ແລະ​ແນ່ນອນ​ທີ່​ສຸດ ກໍ​ຄື​ວ່າ Alexandra ​ຈະ​ສືບຕໍ່
ສ້າງ​ຜົນງານ​ທາງ​ດ້ານ​ການບັນ​ເທິງ​ໃຫ້​ພວກ​ເຮົາ​ໄດ້​ຕິດຕາມ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ຜົນງານເພງຊຸດ​ໃໝ່
ກໍ​ກຳລັງ​ກະກຽ​ມ​ຢູ່​ໃນ​ຂະນະ​ນີ້
ແລະ​ທາງ​ເຮົາ​ກໍ​ຈະ​ຄອຍ​ເປັນ
ກຳລັງ​ໃຈ​ແລະຂໍ​ໃຫ້ນ້ອງ
Alexandra ກ້າວ​ໄປ​ເຖິງ​​ເສັ້ນ​
ໄຊແລະ​ຈຸດໝາຍ​ປາຍທາງທີ່​
ໝາຍ​ໝັ້ນ​ຕັ້ງ​ໃຈ​ໄວ້ທຸກໆ​ປະການ.

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

 

ຊາວມົ້ງອາໄລອາວອນນໍາ ທ່ານນາຍພົນ ວາງປາວ ມື້ລາງຜູ້ນໍາປະຊາຄົມລາວມົ້ງ ໃນອະເມຣິກາ

ເນື່ອງໃນການຈາກໄປຂອງມື້ລາງທ່ານນາຍພົນວາງປາວ ຜູ້ນໍາຂອງປະຊາຄົມມົ້ງລາວ ອະເມຣິກັນໃນອາທິດທີ່ແລ້ວນີ້ ທາງລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ມື້ນີ້ ຈະນໍາສະເໜີຊີວະປະວັດຫຍໍ້ຂອງອະດີດທ່ານນາຍພົນ ວາງປາວ ພ້ອມກັບຄວາມຄິດຄວາມ ເຫັນຂອງຫຼາຍໆຄົນທີ່ກ່ຽວກັບທ່ານມາໃຫ້ທ່ານຜູ້ຟັງໄດ້ຮັບຟັງກັນ ຢ່າງທົ່ວເຖິງ ຂໍເຊີນພົບກັບວັນນະສອນໄດ້ເລີຍ.

ມື້ລາງທ່ານນາຍພົນ ວາງ ປາວ ຖືວ່າເປັນບຸກຄົນສໍາຄັນ
ຂອງປະຊາຄົມລາວອະເມຣິກັນ ໂດຍສະເພາະບັນດາ
ຊາວມົ້ງລາວອະເມຣິກັນ. ທ່ານເກີດເມື່ອວັນທີ 8 ທັນວາ
ປີ 1929 ທີ່ຊຽງຂວາງປະເທດລາວ,ຈົບການສຶກສາພຽງ
ແຕ່ປະຖົມສຶກສາຫ້ອງທີ່ 3 ເທົ່ານັ້ນແລະໄດ້ຮັບເຂົ້າຮັບໃຊ້
ເປັນທະທານຕັ້ງແຕ່ອາຍຸ 13 ປີ ເພື່ອເປັນສາຍສືບໃຫ້
ຝຣັ່ງ ແລະຊ່ອຍຝຣັ່ງໃນສົງຄາມອິນໂດຈີນ ໂດຍເປັນ
ຜູ້ນໍາພາພົນທະຫານ 600 ຄົນ.

Chuphang
ສັງສັນກັບພີ່ນ້ອງຊາວມົ້ງແລະ ChuPheng ແມ່ນນັ່ງຢູ່ດ້ານຂວາມືຂອງທ່ານນາຍພົນ.

ບົດບາດທີ່ເດັ່ນສຸດທີ່ທຸກຄົນຊາບກັນກໍຄົງຈະແມ່ນການທີ່ທ່ານນາຍພົນ ວາງ ປາວ ໄດ້ເຂົ້າ
ມາພົວພັນກັບ CIA ທີ່​ຊາບ​ກັນຄື ໜ່ວຍກອງໂຈນ​ພິ​ເສດ​ ຫຼື Special Guerrilla
Units ​ແລະ​ກໍ​ໄດ້​ເລື່ອນຊັ້ນ ​ຂຶ້ນ​ມາ​ເປັນ​ນາຍ​ພົນ​ໃນ​ກອງ​ທັບ​ແຫ່ງ​ພຣະຣາຊອານາຈັກ
ລາວ​ໃນ​ປີ 1964 ​ເປັນ​ຕົ້ນມາ ​ໃນ​ການ​ສົງຄາມ​ລັບ​ຂອງສະຫະ​ລັດ​ໃນ​ລາວ​ ຕໍ່ສູ້​ກັບ
ຄອມ​ມິວນີສ ຫວຽດນາມ​ເໜືອ.

ຕົກ​ມາ​ຮອດ​ເດືອນ​ມິຖຸນາ 1975 ​ໄດ້ອົບ​ພະຍົບ​ເຂົ້າ​ໄປ​ລີ້​ໃນ​ຝຣັ່ງ​ແລະ​ໃນ​ທີ່​ສຸດ​ ກໍ​ມາ​ຮອດ
Washington DC, ສະຫະ​ລັດ ​ໃນ​ເດືອນ​ຕໍ່​ມາ.

ບົດບາດ​ອັນ​ໃຫຽ່​ແລະ​ເດັ່ນ​ອີກ​​ອັນ​ນຶ່ງ ​ກໍ​ຄື​ການ​ຕັ້ງ​ສະມາຄົມ​ຄອບ​ຄົວລາວ​ຫຼື “Lao
Family" ຂຶ້ນ​ໃນປີ 1977. ຊຶ່ງ​ເປັນ​ອົງການ​ບໍ່​ຫາ​ຜົນ​ກໍາ​​ໄລ ຊ່ອຍ​ເຫຼືອ​ຊາວ​ອົບ​ພະຍົບ
ລາວ​​​ໃນ​ສະຫະລັດ, ມີ​ບົດບາດ​ໃນ​​ເລື່ອງ​ສິດທິ​ມະນຸດ, ຊ່ອຍ​ໃນ​ເລື່ອງ​ອົບ​ພະຍົບລາວ​ໃນ​
ໄທ, ຈົນ​ໄດ້​ມີ​ອົງການ “Lao Family” ຫຼາຍສາຂາ​ໃນ​ທົ່ວ​ສະຫະລັດ ຈາກລັດ
California ​ເຖິງລັດ Minisota​.

ທ່ານ​ອະດີດ​ນາຍ​ພົນ​ວາງ​ປາວ ​ທີ່​ໄດ້​ຖືກ​ເຊື້ອ​ເຊີນ​ໄປ​ເປີດ​ພິທີ​ ງານປີ​ໃໝ່ມົ້ງທີ່ Fresno,
California ຈຶ່ງບໍ່ໄດ້ມີໂອກາດກັບມາບ້ານທີ່ Orange County, California ເທື່ອ.
ວັນທີ 6 ເດືອນມັງກອນ ທີ່ເມືອງ Clovis, California ທ່ານ​ອະດີດ​ນາຍ​ພົນ​ ວາງ ​ປາວ​​
ໄດ້​ເຖິງ​ມໍລະນະ​ກໍາ ທ່າມກາງຍາດ​ພີ່ນ້ອງ​ແລະ​ເພື່ອນ​ຝູງ ຊຶ່ງ​ຮວມອາຍຸ​ໄດ້ 81 ປີ.

Vang Xiong
ທ່ານນ. ພ. ສະໄໝມາສະຫະລັດໃໝ່ໆ

 

 

 

 

 

 

 

 

VOA ​ໄດ້​ສໍາພາດກັບ​ຫຼາຍ​ໆຄົນ​ທີ່​ຮູ້ຈັກ​ທ່ານ ນາຍ​ພົນ​ ວາງ ​ປາວ ດີ ອັນ​ມີ​ທ່ານ
ອະດີດນາຍ​ທະຫານ ທ່ານ​ຄໍາບາງ ສີບຸນ​ເຮືອງ ຜູ້ນໍາຂອງປະຊາຄົມລາວອະເມຣິກັນ
ຈາກລັດTennessee, ທ່ານ Chuphang ນັກທຸລະ​ກິດ​​ແລະ​ເປັນຮອງປະທານ​ສະມາ
ຄົມ “Lao Family” ​ແລະ​ເປັ​ນປະທານຂອງ​ລາວ​ມົ້ງຕ່າງ​ແດນ​ ຈາກ​ລັດ Minnesota
ພ້ອມ​ທັງ​ທ່ານ Vang Xiong ອະດີດປະທານ​ຄອບຄົວລາວ ​ສາຂາ​ລັດ Washington
ແລະ ຜູ້ກໍ່ຕັ້ງສະມາຄົມ Hmong Association of Spokane, WA.

ສໍາລັບ​ທ່ານ ​ເຈັງ ວາງ ນຶ່ງ​ໃນ​ລູກ​ 25 ຄົນ​ຂອງ​ທ່ານນາຍ​ພົນ​ ວາງ​ ປາວ ​​ໄດ້ເປັນ​ຕົວ
ແທນ​ຂອງຄອບຄົວ​ໃຫ້ VOA ສໍາພາດຜ່ານທາງໂທລະ​ສັບ​ຈາກ ລັດ California 
ຊຶ່ງທ່ານ​ສາມາດຮັບ​​ຟັງບົດ​ສຳພາດ​ທັງ​ໝົດ​ໄດ້​ໃນລາຍ​ງານ​ນີ້.

ທ່ານສາມາດ​ສອບ​ຖາມ​ຂໍ້​ມູນ​ກ່ຽວ​ກັບ​ວັນ​ສົ່ງສະການ​ຫຼື​ພິທີ​ຊາ​ປະ​ນະ​ກິດສົບຂອງ
ທ່ານນາຍ​ພົນ​ ວາງ ປາວ​ ໄດ້ທີ່:

GVPMemorialPR@gmail.com