ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

 

ຊາວມົ້ງອາໄລອາວອນນໍາ ທ່ານນາຍພົນ ວາງປາວ ມື້ລາງຜູ້ນໍາປະຊາຄົມລາວມົ້ງ ໃນອະເມຣິກາ

ເນື່ອງໃນການຈາກໄປຂອງມື້ລາງທ່ານນາຍພົນວາງປາວ ຜູ້ນໍາຂອງປະຊາຄົມມົ້ງລາວ ອະເມຣິກັນໃນອາທິດທີ່ແລ້ວນີ້ ທາງລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ມື້ນີ້ ຈະນໍາສະເໜີຊີວະປະວັດຫຍໍ້ຂອງອະດີດທ່ານນາຍພົນ ວາງປາວ ພ້ອມກັບຄວາມຄິດຄວາມ ເຫັນຂອງຫຼາຍໆຄົນທີ່ກ່ຽວກັບທ່ານມາໃຫ້ທ່ານຜູ້ຟັງໄດ້ຮັບຟັງກັນ ຢ່າງທົ່ວເຖິງ ຂໍເຊີນພົບກັບວັນນະສອນໄດ້ເລີຍ.

ມື້ລາງທ່ານນາຍພົນ ວາງ ປາວ ຖືວ່າເປັນບຸກຄົນສໍາຄັນ
ຂອງປະຊາຄົມລາວອະເມຣິກັນ ໂດຍສະເພາະບັນດາ
ຊາວມົ້ງລາວອະເມຣິກັນ. ທ່ານເກີດເມື່ອວັນທີ 8 ທັນວາ
ປີ 1929 ທີ່ຊຽງຂວາງປະເທດລາວ,ຈົບການສຶກສາພຽງ
ແຕ່ປະຖົມສຶກສາຫ້ອງທີ່ 3 ເທົ່ານັ້ນແລະໄດ້ຮັບເຂົ້າຮັບໃຊ້
ເປັນທະທານຕັ້ງແຕ່ອາຍຸ 13 ປີ ເພື່ອເປັນສາຍສືບໃຫ້
ຝຣັ່ງ ແລະຊ່ອຍຝຣັ່ງໃນສົງຄາມອິນໂດຈີນ ໂດຍເປັນ
ຜູ້ນໍາພາພົນທະຫານ 600 ຄົນ.

Chuphang
ສັງສັນກັບພີ່ນ້ອງຊາວມົ້ງແລະ ChuPheng ແມ່ນນັ່ງຢູ່ດ້ານຂວາມືຂອງທ່ານນາຍພົນ.

ບົດບາດທີ່ເດັ່ນສຸດທີ່ທຸກຄົນຊາບກັນກໍຄົງຈະແມ່ນການທີ່ທ່ານນາຍພົນ ວາງ ປາວ ໄດ້ເຂົ້າ
ມາພົວພັນກັບ CIA ທີ່​ຊາບ​ກັນຄື ໜ່ວຍກອງໂຈນ​ພິ​ເສດ​ ຫຼື Special Guerrilla
Units ​ແລະ​ກໍ​ໄດ້​ເລື່ອນຊັ້ນ ​ຂຶ້ນ​ມາ​ເປັນ​ນາຍ​ພົນ​ໃນ​ກອງ​ທັບ​ແຫ່ງ​ພຣະຣາຊອານາຈັກ
ລາວ​ໃນ​ປີ 1964 ​ເປັນ​ຕົ້ນມາ ​ໃນ​ການ​ສົງຄາມ​ລັບ​ຂອງສະຫະ​ລັດ​ໃນ​ລາວ​ ຕໍ່ສູ້​ກັບ
ຄອມ​ມິວນີສ ຫວຽດນາມ​ເໜືອ.

ຕົກ​ມາ​ຮອດ​ເດືອນ​ມິຖຸນາ 1975 ​ໄດ້ອົບ​ພະຍົບ​ເຂົ້າ​ໄປ​ລີ້​ໃນ​ຝຣັ່ງ​ແລະ​ໃນ​ທີ່​ສຸດ​ ກໍ​ມາ​ຮອດ
Washington DC, ສະຫະ​ລັດ ​ໃນ​ເດືອນ​ຕໍ່​ມາ.

ບົດບາດ​ອັນ​ໃຫຽ່​ແລະ​ເດັ່ນ​ອີກ​​ອັນ​ນຶ່ງ ​ກໍ​ຄື​ການ​ຕັ້ງ​ສະມາຄົມ​ຄອບ​ຄົວລາວ​ຫຼື “Lao
Family" ຂຶ້ນ​ໃນປີ 1977. ຊຶ່ງ​ເປັນ​ອົງການ​ບໍ່​ຫາ​ຜົນ​ກໍາ​​ໄລ ຊ່ອຍ​ເຫຼືອ​ຊາວ​ອົບ​ພະຍົບ
ລາວ​​​ໃນ​ສະຫະລັດ, ມີ​ບົດບາດ​ໃນ​​ເລື່ອງ​ສິດທິ​ມະນຸດ, ຊ່ອຍ​ໃນ​ເລື່ອງ​ອົບ​ພະຍົບລາວ​ໃນ​
ໄທ, ຈົນ​ໄດ້​ມີ​ອົງການ “Lao Family” ຫຼາຍສາຂາ​ໃນ​ທົ່ວ​ສະຫະລັດ ຈາກລັດ
California ​ເຖິງລັດ Minisota​.

ທ່ານ​ອະດີດ​ນາຍ​ພົນ​ວາງ​ປາວ ​ທີ່​ໄດ້​ຖືກ​ເຊື້ອ​ເຊີນ​ໄປ​ເປີດ​ພິທີ​ ງານປີ​ໃໝ່ມົ້ງທີ່ Fresno,
California ຈຶ່ງບໍ່ໄດ້ມີໂອກາດກັບມາບ້ານທີ່ Orange County, California ເທື່ອ.
ວັນທີ 6 ເດືອນມັງກອນ ທີ່ເມືອງ Clovis, California ທ່ານ​ອະດີດ​ນາຍ​ພົນ​ ວາງ ​ປາວ​​
ໄດ້​ເຖິງ​ມໍລະນະ​ກໍາ ທ່າມກາງຍາດ​ພີ່ນ້ອງ​ແລະ​ເພື່ອນ​ຝູງ ຊຶ່ງ​ຮວມອາຍຸ​ໄດ້ 81 ປີ.

Vang Xiong
ທ່ານນ. ພ. ສະໄໝມາສະຫະລັດໃໝ່ໆ

 

 

 

 

 

 

 

 

VOA ​ໄດ້​ສໍາພາດກັບ​ຫຼາຍ​ໆຄົນ​ທີ່​ຮູ້ຈັກ​ທ່ານ ນາຍ​ພົນ​ ວາງ ​ປາວ ດີ ອັນ​ມີ​ທ່ານ
ອະດີດນາຍ​ທະຫານ ທ່ານ​ຄໍາບາງ ສີບຸນ​ເຮືອງ ຜູ້ນໍາຂອງປະຊາຄົມລາວອະເມຣິກັນ
ຈາກລັດTennessee, ທ່ານ Chuphang ນັກທຸລະ​ກິດ​​ແລະ​ເປັນຮອງປະທານ​ສະມາ
ຄົມ “Lao Family” ​ແລະ​ເປັ​ນປະທານຂອງ​ລາວ​ມົ້ງຕ່າງ​ແດນ​ ຈາກ​ລັດ Minnesota
ພ້ອມ​ທັງ​ທ່ານ Vang Xiong ອະດີດປະທານ​ຄອບຄົວລາວ ​ສາຂາ​ລັດ Washington
ແລະ ຜູ້ກໍ່ຕັ້ງສະມາຄົມ Hmong Association of Spokane, WA.

ສໍາລັບ​ທ່ານ ​ເຈັງ ວາງ ນຶ່ງ​ໃນ​ລູກ​ 25 ຄົນ​ຂອງ​ທ່ານນາຍ​ພົນ​ ວາງ​ ປາວ ​​ໄດ້ເປັນ​ຕົວ
ແທນ​ຂອງຄອບຄົວ​ໃຫ້ VOA ສໍາພາດຜ່ານທາງໂທລະ​ສັບ​ຈາກ ລັດ California 
ຊຶ່ງທ່ານ​ສາມາດຮັບ​​ຟັງບົດ​ສຳພາດ​ທັງ​ໝົດ​ໄດ້​ໃນລາຍ​ງານ​ນີ້.

ທ່ານສາມາດ​ສອບ​ຖາມ​ຂໍ້​ມູນ​ກ່ຽວ​ກັບ​ວັນ​ສົ່ງສະການ​ຫຼື​ພິທີ​ຊາ​ປະ​ນະ​ກິດສົບຂອງ
ທ່ານນາຍ​ພົນ​ ວາງ ປາວ​ ໄດ້ທີ່:

GVPMemorialPR@gmail.com

Delicious Digg Fark Twitter