ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ອາ​ເລ໊ກ​ຊານ​ດຣາ ກໍາລັງຕຽມ ຜົນງານເພງຊຸດໃໝ່

ລາຍງານໂດຍ Souphonh  8-2-2011


ຫຼັງ​ຈາກ​ທີ່​ທາງ​ເຮົາ​ໄດ້​ອອກອາ ກາດ​​ການ​ສຳພາດກັບ​ຄູ່​ສາມີ​
ພັນລະ​ຍາ ທ່ານ​ບຸນ​ທະວີ​​ໄຊ​ແລະຍານ​າງ ຈໍ​ດາ​ນາ​
ບຸນ​ຊ່ວຍ ຜູ້ຊຶ່ງເປັນ​ບິດາ​ມານ​ດາຂອງທິດາວັນ ບຸນ​ຊ່ວຍ
ຫຼື​ ອາ​ເລ໊ກ​ຊານ​ດຣາ ໄປ​ແລ້ວນັ້ນ​ ກໍ​ໄດ້ມີທັງທ່ານ​ຜູ້​ຟັງ
ຂຽນຝາກ​ຂໍ້ຄວາມແລະ​ຂຽນ email ​ເຂົ້າ​ມາ​ຫາທາງ​ເຮົາ
ຢ່າງ​ຫຼວງຫຼາຍ ຢາກ​ຮູ້​ຢາກ​ເຫັນ​​ເລື່ອງລາວແລະ​ຂ່າວ​ຄືບ
ໜ້າກ່ຽວ​ກັບນັກ​ຮ້ອສາວ ອາ​ເລ໊ກ​ຊານ​ດຣາຄົນ​ນີ້ ວ່າ​ໄປ​
ຢູ່​ໃສ​​ ເພາະ​ໄດ້​ຫ່າງຫາຍຈາກ​ວົງ​ການບັນ​ເທີ​ງ​ໄປດົນ​ເຕີບ.
ແລະ​ມື້​ນີ້ ວັນນະ​ສອນ​ກໍ​ໄດ້​ສຳພາດ​ກັບ ອາ​ເລ໊ກ​ຊານ​ດຣາ
ຈາກນະຄອນຫລວງ​ວຽງ​ຈັນ ​ຊຶ່ງ​ນາງ​ໄດ້​ກັບ​ຄືນ​ໄປ​ໄປ​ຢາມ​
ບ້ານ​ຫຼັງຈາກ​ສຳ​ເລັດ​ການສຶກ​ສາຈາກ​ຍີ່​ປຸ່ນແລະ​​ໄດ້ຫອບ
ຫີ້ວຄວາມສຳ​ເລັດ​​ໄປ​ໃຫ້​ພໍ່​ແມ່​ໄດ້​ຊື່ນ​ຊົມ ຫຼັງ​ຈາກ​ທີ່​ໃຊ້​ເວລາ​ນານ​ກ່ວາ​ສອງ​ປີ ສຶກສາ​ຕໍ່​ປລິນ
ຍາໂທທາງ​ດ້ານ Media Design.ຂໍ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ສຳພາດ​ແບບ​ເປັນ​ກັນ​ເອງ​ໄດ້ເລີຍ.

Alexandra

ນ້ອງ ອາເລ໊ກຊານດຣາ
ໄດ້ອະທິບາຍເຖິງຄວາມຮູ້
ສຶກຂອງນາງໃຫ້ພວກເຮົາ
ຟັງ ເປັນບາງສວ່ນດັ່ງຕໍ່ໄປນີ້:
“​…ແບບ​ວ່າ ບໍ່​ຢາກ​ແຕ່ງ​ມົ້ວ
ຊົ້ວ ຊານ​ດຣາ ຄອຍ່ໆ​ພັດ
ທະນາ​ຕົວ​ເອງ​ໄປ​ເລື້ອຍໆ.
ຖ້າຊານ​ດຣາມີ​ຜົນງານ​ໃໝ່ໆ​
ອອກ​ມາ ຊານ​ດຣາກໍ​ຢາກ​
ນຳ​ສິ່ງ​ໃໝ່​ໆອອກ​ມາ​ຈາກ
ຕົວ​ຂອງ​ຊານ​ດຣາພັດທະນາ​
ຕົວ​​ເອງ​ໄປ​ເລື້ອຍ ເພງ​ກໍ​ຕ້ອງ​
ມີ​ຄວາມ​ໝາຍແລະ​ຕ້ອງ​ມີ​
ອີ່ຫຍັງ​ພິ​ເສດ​ໃນ​ເພງ​ນັ້ນ
…​”

“​…ຊານ​ດຣາຢາກ​ບອກ​ວ່າ​ຖ້າ​ເຮົາ​ມິ​ຄວາມ​ຝັນ​​ເນາະ ຢ່າ​ທໍ້​ແທ້​ກັບ​ມັນຖ້າວ່າ​ມັນ​ຫຍຸ້ງ
ຍາກ​ຂຶ້ນ​ມາ ​ໃຫ້​ຕໍ່ສູ້​ເນາະ ຖ້າວ່າ​ເຮົາ​ລົ້ມ​ຄັ້ງນີ້ ​ເຮົາ​ກໍ​ລອງ​ໃໝ່ ສູ້ ຕ້ອງ​ໃຈ​ແຂງ​
ແລະ​ກໍ​ທຸກ​ຢ່າງ​ຈະ​ດີ​ຂຶ້ນ​ເອງ​ໃນ​ຕອນ​ສຸດ​ທ້າຍ ຢາກ​ຈະ​ໃຫ້​ທຸກ​ຄົນ​ຕາມ​ຫາ​ຄວາມ​ຝັນ
ຄົ້ນຫາ​ຄວາມ​ຝັນຂອງ​ຕົວ​ ເອງ​ໃຫ້​ສຳ​ເລັດ
…​”

“​…​ເຈົ້າ​, ອັນ​ນີ້ ຊານ​ດຣາກໍ​ຢາກ​ຈະ​ຂອບ​ມຈຢ່າງ​ເລິກ​ເຊິງ​ເນາະ ​ເພາະວ່າ ສອງ​ປີ​
ເຄິ່ງທີ່ວ່າ ຊານ​ດຣາ​ໄດ້​ຈາກ​ວົງ​ການ​ໄປ ​ແລະ​ກໍ​ຍັງ​ມີ​ແຟນຄລັບ​ທີ່​ຕິດຕາມ​ຜົນງານ​
ແລະ ​ຖາມ​ຂ່າວ​ຄາວ ສົ່ງ​ຂອງ​ຂັວນ ສົ່ງ​ດອກ​​ໄມ້ມາ​ໃຫ້ຊານ​ດຣາ ເປັນ​ປະຈຳ​ເນາະ ໃນ​ທຸກ​ຄັ້ງ​ທີ່ ຊານ​ດຣາກັບ​ມາລາ​ວ ​ແລະ​ກັບ​ໄປ​ຍີ່ປຸ່ນ ຄື​ທຸກ​ຄົນ​ຍັງ​ ຫ່ວງ​ໃຍ​ຊານ​ດຣານີ້ ຊານ​ດຣາຊາບ​ຊຶ້ງ​ໃຈ​ແທ້ໆ​ ແລະ​ຢາກ​ຈະຂອບ​ໃຈ​ທຸກໆ​ຄົນ​ເນາະ
ສຳລັບ​ແຟນຄລັບ​ທີ່​ໄດ້​ສົ່ງ​ແຮງ​ໃຈ​ມາ​ ໃຫ້​ຊານ​ດຣາ ​ມີ​ກຳລັງ​ໃຈ​ທີ່​ຈະ​ສ້າງ​ຜົນ ງານ​​ໃໝ່ໆ​ອອກ​ມາອີກ​ຄັ້ງ​ນຶ່ງ ​ແລ້ວ​ຊານ​ດຣາຢາກ​ຈະ​ໃຫ້ທຸກໆ​ຄົນ​ ລໍຖ້າຜົນງານ​ໃໝ່​ ທີ່​ຈະ​ອອກມາ​ເນາະ ​ເພາະ​ມັນ​ຈະ​ແຕກ​ຕ່າງ​ຈາກ​ທີ່​ຊານ​ດຣາ​ເຄີຍ​ເຮັດ​ມາ
…​”

Alexandra

ບົດບາດ​ຂອງ​ສາວ​ນ້ອຍ​ສຽງ​​ໃສ​ຢ່າງນ້ອງ Alexandra ຈະ​ດຳ​ເນີນ​ໄປ​ຢ່າງ​ໃດ​ໃນ​ອານາ​ຄົດ​
ຂ້າງ​ໜ້າ​ນັ້ນບໍ່​ມີ​ໃຜ​ຢັ່ງ​ຮູ້ ​ແຕ່​ທີ່​ສຳ​ຄັນ​ສຸດ​​ແລະ​ແນ່ນອນ​ທີ່​ສຸດ ກໍ​ຄື​ວ່າ Alexandra ​ຈະ​ສືບຕໍ່
ສ້າງ​ຜົນງານ​ທາງ​ດ້ານ​ການບັນ​ເທິງ​ໃຫ້​ພວກ​ເຮົາ​ໄດ້​ຕິດຕາມ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ຜົນງານເພງຊຸດ​ໃໝ່
ກໍ​ກຳລັງ​ກະກຽ​ມ​ຢູ່​ໃນ​ຂະນະ​ນີ້
ແລະ​ທາງ​ເຮົາ​ກໍ​ຈະ​ຄອຍ​ເປັນ
ກຳລັງ​ໃຈ​ແລະຂໍ​ໃຫ້ນ້ອງ
Alexandra ກ້າວ​ໄປ​ເຖິງ​​ເສັ້ນ​
ໄຊແລະ​ຈຸດໝາຍ​ປາຍທາງທີ່​
ໝາຍ​ໝັ້ນ​ຕັ້ງ​ໃຈ​ໄວ້ທຸກໆ​ປະການ.

 

Delicious Digg Fark Twitter