ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ທີມ Packers ຊະນະທີມ Steelers ໃນການແຂ່ງຂັນ Super Bowl

ລາຍງານໂດຍ Souphonh  02-07-2011

Packers MVP Aaron Rodgers celebrates as he leaves the field after the Packers defeated the Steelers during the NFL's Super Bowl XLV football game in Arlington, Texas, February 6, 2011
ຮູບຈາກ: Reuters

ນາຍ Aaron Rodgers ສະຫລອງໄຊຊະນະ ຫລັງຈາກທີມ Green Bay Packers ຂອງຜູ້ກ່ຽວ ຊະນະທີມ Steelers ໃນການແຂ່ງຂັນຊະນະເລີດ ວັນທີ 6, ກຸມພາ 2011

 

ທີ​ມກີລາ football ອາ​ເມຣິກັນ Green Bay Packers ​ໄດ້ຊະນະ​ທີມ Pittsburg Steelers ດ້ວຍ​ຄະ​ແນນ  31 ຕໍ່ 25 ​ໃນການ​ແຂ່ງຂັນ​​ Super Bowl ຄັ້ງ​ທີ 45 ​ໃນ​ແລງ​ວັນ​ອາທິດ​ວານ​ນີ້ ​ອັນ​ເປັນ​ການ ແຂ່ງຂັນຊິງ​ຂັນ​ຊະນະ​ເລີດ ປະ​ຈໍາ​ປີ 2010 ຂອງ​ສະມາຄົມ​ກີລາ Football ​ມື​ອາຊີບແຫ່ງ​ຊາດຂອງສະຫະລັດ.

ນາຍ Aaron Rodgers ຜູ້​ແກວ່ງ​ລູກ​ບານ​ຫລື Quarter-
back ຂອງທີ​ມ Packers ​ແກວ່ງ​ບານ​ໄດ້ 3 touch-
downs ຊຶ່ງ​ເຮັດ​ໃຫ້​ທີມດັ່ງ​ກ່າວຍາດ​ເອົາ​ຂັນ Super Bowl ມາ​ໄດ້ ​ເປັນ​​​ເທື່ອທີ 4 ​ແລະ​ໄດ້ຄອງ​ຕໍາ​ແໜ່​ງ Champ ​ເປັນຄັ້ງ​ທີ 13 ຂອງ​ສະມາ ຄົມ football ​ແຫ່ງ​ຊາດ. ນາຍ Rodgers ​ໄດ້​ຖືກ​ເລືອກ​ເປັນ​ນັກກີລາ​ທີ່​ມີ​ຄຸນ​ຄ່າ​ຫລາຍ​ທີ່​ສຸດ​ໃນ​ການ​ແຂ່ງຂັນ​ ຄັ້ງ​ນີ້.

ທີ​ມ Packers ​ໄດ້​ຊະນະ Super Bowl ຂອງ​ເຂົາ​ເຈົ້າ​ຄັ້ງ​ທໍາ​ອິດ​ໃນ ຮອບ 14 ປີ ທີ່ ສະໜາມ​ກີລາ Cowboys Stadium ຢູ່​ນອກ​ເມືອງ Dallas ລັດ Texas ​ໃນ​​ວັນ​ອາທິດ​ວານ​ນີ້ ຊຶ່ງ​ເຮັດ​ໃຫ້ທີ​ມ Green Bay ​ໄດ້​ຄອງ​ຂັນ Super Bowl  Vince Lombardi Trophy ອີກ​ຄັ້ງ​ນຶ່ງ ຊຶ່ງ​ຂັນ​ທີ່​ວ່າ​ນີ້ ​ແມ່ນ​ຕັ້ງ​ຊື່​ຕາມ​ມື້​ລາງ​ຫົວໜ້າ​ຄູ​ຝຶກ​ຂອງ​ທີ​ມ Packers ທີ່​ນໍາພາ​ທີ​ມ​ໄປ​ຍາດ​ເອົາ​ຖ້ວຍ Super Bowl ມາ​ໄດ້ 2 ຄັ້ງ​ທໍາ​ອິດນັ້ນ.

Delicious Digg Fark Twitter