ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ສະຫະລັດຈະທົບທວນຄືນ ນະໂຍບາຍໃຫ້ຄວາມ ຊ່ວຍເຫລືອ ແກ່ອີຈິບ

ລາຍງານໂດຍ Souphonh 01-29-2011

ຮູບຈາກ: Reuters

ພວກປະທ້ວງສືບຕໍ່ໂຮມຊຸມນຸມຮຽກຮ້ອງໃຫ້ປະທານາທິບໍດີ Mubarak ລາອອກຈາກຕຳແໜ່ງ ຖ້າມກາງການ ດຳເນີນຄວາມພະຍາຍາມປາບປາມການປະທ້ວງຂອງກໍາລັງຮັກສາ ຄວາມສະຫງົບຂອງລັດຖະບານ, ວັນທີ 29 ມັງກອນ 2011.

 

ສະຫະລັດ​ເວົ້າວ່າ​ຕົນຈະ​ທົບ​ທວນຄືນ​ນະ​ໂຍບາຍ ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ອີ​ຈິບ ​ໂດຍ​ອິງ​ຕາມ​ເຫດການ​ທີ່​​ເກີດ​ຂຶ້ນຢູ່​ປະ​ເທດ​ດັ່ງກ່າວໃນ​ປັດຈຸບັນ​​ແລະ​ໃນ ​ອີກ​ຫລາຍໆມື້ຕໍ່ ໜ້ານີ້.

ໃນ​ວັນ​ສຸກວານ​ນີ້ໂຄ​ສົກ​ຂອງທຳນຽບຂາວ​ທ່ານ Robert
Gibbs ໃຫ້ຄວາມເຫັນດັ່ງກ່າວ ຂະນະ​ທີ່​ທ່ານຖະແຫຼງຕໍ່
ພວກນັກ​ຂ່າວ​ກ່ຽວກັບ​ສິ່ງ​ທີ່​ທ່ານ​ເອີ້ນວ່າ ສະພາບ​ຫົວລ້ຽວ
ຫົວຕໍ່ ແລະຍັງບໍ່ທັນມີການລົງຕົວແລະການດຳເນີນ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ​ Cairo ​ໃນການ​ປາບ​ການ​ປະ​ທ້ວງ​ໃຫ້ຮາບຄາບ​ລົງນັ້ນ. ທ່ານ Gibbs  ກ່າ​ວວ່າ ສະຫະ
ລັດ​ກຳລັງ​ຕິດຕາມ​ເບິ່ງ​ສະຖານະ​ການ ​ແລະຈະ​ທົບ​ທວນ
ຄືນການ​ຊ່ວຍ​ເຫລືອ​ຂອງ​ຕົນ ​ໂດຍ​ອີງ​ໃສ່​ສະພາບ​ການ
ຕ່າງໆ​ທີ່ໄດ້ເກີດຂຶ້ນນັ້ນ. ທ່ານ​ກ່າວ​ຢໍ້າອີກວ່າ ສະພາບ​
ການ​ແບບ​ນີ້ ບໍ່ຄວນຈະ​ໄດ້ຮັບການແກ້​ໄຂ​ໂດຍ​ການ​ໃຊ້ ​ຄວາມຮຸນ​ແຮງ.

ສະຫະລັດ​ຖື​ອີ​ຈິບ​ວ່າ ເປັນ​ພັນທະ​ມິດ​ທີ່​ສຳຄັນ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ​ແລະເປັນປະເທດ ສຳຄັນໃນການຊ່ອຍໄກ່ເກ່ຍການ​ເຈລະຈາ​ເພື່ອ​ສ້າງສັນ​ຕິ​ພາບ​ລະຫວ່າງອິສຣາ​ແອ​ລ ​ແລະ ປາ​ແລສ​ໄຕ໌. ການ​ຊ່ວຍ​ເຫລືອ​ທາງ​ການ​ທະຫານຂອງ​ສະຫະລັດ​ແກ່​ອີ​ຈິບ ລວມ​ເປັນຫຼາຍ ກວ່າ $1 ພັນ 300 ລ້ານ​ໂດ​ລາຕໍ່ປີ.

ພ້ອມ​ດຽວກັນ, ​ໃນ​ວັນ​ສຸກ​ວານ​ນີ້ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ​ໄດ້​​​ຮຽກຮ້ອງໃຫ້ລັດຖະບານຂອງ​ປະທານາທິບໍດີ Mubarak ​ໃຫ້​ເຊົາ​ໃຊ້​ວິທີ​ການຮຸນ​ແຮງຕໍ່ພວກ​ປະ​ທ້ວງ ​ແລະ​ໃຫ້ “​ໂອ້​ລົມ” ​ກັບ​ປະຊາຊົນ​ອີ​ຈິບ “​ໂດຍ​ດ່ວນ” ກ່ຽວກັບ​ການ​ປະຕິຮູບ. ລັດຖະມົນຕີ Clinton ​ຍັງກ່າວອີກ​ວ່າ ການ​ປະ​ທ້ວງຕ່າງໆ ​ແມ່ນ​ການ​ຢືນຢັນ​ໃຫ້​ວ່າມີ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ເລິກ​ເຊິ່ງຢູ່​ພາຍ​ໃນ​ ສັງຄົມ​ຂອງ​ອີ​ຈິບ​ຢ່າງ​ແທ້​ຈິງ. ທ່ານ​ກ່າວ​ຢໍ້າອີກວ່າ ລັດຖະບານອີ​ຈິບຕ້ອງ​ເຂົ້າ​ໃຈ​ວ່າ ການ​ໃຊ້​ຄວາມຮຸນ​ແຮງຈະບໍ່​ເຮັດ​ໃຫ້​ຄວາມ
ທຸກ​ໃຈ​ເຫລົ່ານີ້ຂອງປະຊາຊົນ​ໝົດ​ໄປໄດ້.

ສະຫະລັດຍັງ​ໄດ້ຮຽກຮ້ອງ​ໃຫ້​ພວກ​ປະ​ທ້ວງ​ທັງຫລາຍ ຫລີກ​ເວັ້ນການ​ໃຊ້ຄວາມຮຸນ​ແຮງ ​ແລະ​ໃຫ້​ສະ​ແດງ​ຄວາມບໍ່ພໍ​ໃຈຂອງ​ພວກ​ຕົນ​ອອກ​ຢ່າງ​ສັນຕິ​ວິທີ.

ໃນ​ຂະນະ​ດຽວກັນ ທາງ​ຝ່າຍ​ທຳນຽບຫ້າ​ແຈ ຫລື Pentagon ​ເວົ້າວ່າ ການ​ພົບ​ປະ​ເຈລະ​ຈາປະຈຳ​ປີດ້ານ​ປ້ອງ​ກັນ​ປະ​ເທດກັບ​ພວກ​ເຈົ້າໜ້າທີ່​ຂັ້ນສູງ ​ຂອງ​ອີ​ຈິບ ​ໄດ້​ຖືກ​ຕັດ​ໃຫ້ ສັ້ນລົງ ​ແລະ​ກໍເວົ້າວ່າຄະນະຜູ້​ແທນອີ​ຈິບທີ່​ເດີນທາງ​ມາ​ຮ່ວມການເຈລະຈາຕ່າງໆ​ນັ້ນ ກຳລັງ​ກັບ​ຄືນ​ໄປຍັງປະ​ເທດຂອງພວກ​ເຂົາ​ເຈົ້າ ລຸນ​ຫລັງ​ທີ່​​ທະຫານ​ທີ່​ຖືກ​ສົ່ງ​ໄປປະຈຳ​ຢູ່ ນະຄອນ Cairo ​ແລະ​ຕົວ​ເມືອງ​ອື່ນໆນັ້ນ ເພື່ອຊ່ອຍຮັບມືກັບການ​ເດີນ​ຂະ​ບວນຕ່າງໆ.

ຢູ່​ໃນ​ກອງ​ປະຊຸມ​ນັກ​ຂ່າວ​ກ່ຽວກັບ​ອີກ​ເລື້ອງນຶ່ງນັ້ນ ນາຍທະຫານອະວຸໂສຄົນນຶ່ງຂອງສະ ຫະລັດ ຄືນາຍ​ພົນ James Cartwright ​ໄດ້ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຢູ່​ໃນ​ອີ​ຈິບ​ “ທຳການ​ຢັບຢັ້ງຊັ່ງ​ໃຈ​ໄວ້”. ທ່ານ Cartwright ​ແມ່ນ​ເປັນຮອງປະທານ​ເສນາທິການຮ່ວມ ຂອງ ກອງທັບສະຫະລັດ.

ແລະ ​ໃນ​ວັນ​ສຸກ​ວານ​ນີ້ ກະຊວງການຕ່າງປະເທດສະຫະລັດກໍ​ໄດ້​ອອກຄຳເຕືອນ​​ໃໝ່ໃນ​ການ​ເດີນທາງ​ໄປອີ​ຈິບ ​ໂດຍ​ຮຽກຮ້ອງໃຫ້​ຊາວ​ອາ​ເມຣິກັນ​ຫລີກ​ລ້ຽງການ​ເດີນທາງ​ທີ່​ບໍ່ຈຳ​ເປັນ​ໄປ​ ຍັງ​ອີ​ຈິບ​ໃນ​ຂະນະ​ນີ້. ອີ​ຈິບ​ເປັນ​ປະ​ເທດ​ຫລັກທີ່​ຄົນ​ຈາກ​ສະຫະລັດ​ມັກ​ໄປທ່ອງ​ທ່ຽວປະ​ເທດ​ນຶ່ງ.

Delicious Digg Fark Twitter