ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ຈີນສະໜັບສະໜຸນແຜນການ ສືບທອດຕໍາແໜ່ງຜູ້ນໍາ ຂອງເກົາຫລີເໜືອ

ລາຍງານໂດຍ souphonh  02-15-2011

ຮູບຈາກ: AP

ທ້າວກິມຈົງອຸນ ລູກຊາຍຫລ້າຂອງທ່ານກິມຈົງອີລ ຜູ້ນໍາເກົາຫລີເໜືອ

 

ສື່​ມວນ​ຊົນ​ແຫ່​ງລັດ​ເກົາຫລີ​ເໜືອ​ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​
ໂສ​ຂອງ​ຈີນທ່ານນຶ່ງ​ໄດ້​ໃຫ້ການ​ສະໜັບສະໜຸນ​ຢ່າງ​ເປີດ​​ເຜີຍ
ຕໍ່​ແຜນການ​ຂອງ​ເກົາຫລີ​ເໜືອ ທີ່​ຈະ​ໃຫ້​ທ້າວ​ກິມຈົງ​ອຸນ ລູກ
ຊາຍ​ຫລ້າ​ຂອງ​ທ່ານກິມຈົງ​ອີລ ຂຶ້ນ​ດໍາລົງ​ຕໍາແໜ່​ງ​ແທນ​ພໍ່​ນັ້ນ.

ລາຍ​ງານ​ດັ່ງກ່າວ​ຂອງອົງການ​ຂ່າວ KCNA ທີ່​ອອກ​ມາໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ແມ່ນ​ເປັນ​ການ​ເປີດ​ເຜີຍ​ຂ່າວ​ຢ່າງຜິດ​ປົກກະຕິກ່ຽວກັບແຜນ ການສືບ​ທອດ​ຕໍາແຫນ່​ງນີ້ ຊຶ່ງ​ໄດ້​ມີ​ການ​ສັນນິຖານ​ກັນ​ມາ​ຢ່າງ​ກວ້າງຂວາງ ​ນັບ​ແຕ່​ທ້າວ​ກິມຈົງ​ອຸນຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ນາຍ​ພົນ 4 ດາວ ​ແລະ​ແຕ່ງ​ຕັ້ງ​ໃຫ້
ເຂົ້າຮັບຕໍາ​ແໜ່​ງ​ໃນ​ພັກ​ຄອມມີ​ວນິດ​ທີ່​ປົກຄອງ​ປະ​ເທດ​ ໃນ​ ເດືອນ​ກັນຍາ​ປີ​ແລ້ວ​ນີ້.

ອົງການ​ຂ່າວ KCNA ​ເວົ້າ​ຕື່ມ​ວ່າ ທ່ານ Meng Jianzhu
ລັດຖະມຸນຕີ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ສາທາລະນະ​ຂອງ
ຈີນ ​ໄດ້​ກ່າວ​ຊົມ​ເຊີຍ​ຢ່າງ​ອົບອຸ່ນ​ຕໍ່​ທ່ານກິມຈົງ​ອີລລ່ວງ​ໜ້າ​ວັນ​ຄ້າຍ​ວັນ​ເກີດ​ຄົບຮອບ 69
ປີຂອງ​ທ່ານໃນ​ວັນ​ພຸດ​ມື້​ອື່ນ​ນີ້ ​ແລະ​ວ່າ​ ທ່ານ​Meng ໄດ້​ມອບ​ຂອງຂວັນ​ໃຫ້​ທັງ​ພໍ່​​ແລະ​ລູກ​.

ອົງການ​ຂ່າວ KCNA ອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Meng ​ທີ່ກ່າວ​ຊົມ​ເຊີຍ​ທ້າວ​ກິມຈົງ​ອຸນ ກ່ຽວ
ກັບ​ການ​ແຕ່ງ​ຕັ້ງ​ໃຫ້​ເຂົ້າ​ຮັບໜ້າ​ທີ່​ຕ່າງໆ​ໃນ​ຫວ່າງ​ບໍ່​ດົນ​ຜ່ານ​ມາ​ນັ້ນ ​ແລະ​ຊົມ​ເຊີຍ​ການ​ແກ້​
ໄຂ​ບັນຫາ​ການ​ສືບ​ທອດອໍານາດ​ໄດ້ຢ່າງ​ສໍາ​ເລັດ​ຜົນນັ້ນ ວ່າ​ເປັນ​ຍ້ອນ​ການ​ປະຕິວັດ​ຂອງຊາວ
ເກົາຫລີ​.

ຈີນ​ໃຫ້ການ​ຊ່ອຍ​ເຫລືອ​ເຂົ້າປາ​ອາຫານ​ແລະ​ນໍ້າມັນ​ ໃນ​ຈໍານວນ​ຫລາຍ​ກວ່າ 80 ສ່ວນ​ຮ້ອຍ
ແກ່​ເກົາຫລີ​ເໜືອ ​ແລະ​ໄດ້​ຊ່ອຍ​ປົກ​ປ້ອງ​​ເກົາຫລີ​ເໜືອຈາກ​ການ​ຕໍາ​ໜິຕິຕຽນ​ຈາກ​ນາໆ​ຊາດ​
ກ່ຽວ​ກັບ​ພຶດຕະກໍາ​ຕ່າງໆ​ເຊ່ນ ການ​ໂຈມ​ຕີ​ຕໍ່​ເກາະ​ນ້ອຍ​ແຫ່ງ​ນຶ່ງ​ຂອງ​ເກົາຫລີ​ໃຕ້​ ໃນ​ເດືອນ
ພະຈິກ​ປີ​ແລ້ວ​ນີ້.

Delicious Digg Fark Twitter