ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ພວກລູກເຮືອໃນກຸ່ມກໍ່າ​ປັ່ນ​ບັນທຸກ​ເຮືອບິນ USS Ronald Reagan ສົ່ງຂອງໄປຊ່ອຍ​ເຫລືອ​ຍີ່ປຸ່ນ​

ລາຍງານໂດຍ souphonh thavytham  03-21-2011

ຮູບຈາກ: ASSOCIATED PRESS

ກໍ່າ​ປັ່ນ​ບັນທຸກ​ເຮືອບິນ USS Ronald Reagan

 

ພວກ​ທະຫານ​ເຮືອ​ແລະ​ທະຫານ​ມາຣິນ​ໃນ​ກຸ່ມ​ໂຈມ​ຕີ​ຂອງກໍ່າ​ປັ່ນ​ບັນທຸກ​ ເຮືອບິນ USS Ronald Reagan ​ໄດ້​ສົ່ງ​ເຮືອບິນ​ເຮ​ລີ​ຄອບເຕີຫລາຍ​ລໍາ ບັນທຸກ​ເຄື່ອງ​ຂອງ​​ໃຊ້ ສ່ວນ​ຕົວ​ແລະ​ເຄື່ອງ​ໃຊ້​​ເພື່ອ​ຄວາມ​ຢູ່​ລອດ​ ໄປ​ຊ່ອຍ​ເຫລືອພວກ​ຊາວ​ຍີ່ປຸ່ນ​ທີ່​ຖືກ​ພັດ​ພາກ​ຈາກ​ບ້ານ​ເຮືອນ ຍ້ອນໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນຟອງ​ຍັກ​ສຸນາ​ມິ​ ເມື່ອ​ວັນ​ທີ 11 ​ຜ່ານ​ມາ​ນັ້ນ.

ພັນ​ຕີ Justin Harts ​ເຈົ້າ​ໜ້າ​ທີ່​ຝ່າຍ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ໃນ​ສະໜາມ​ລົບ ກ່າວ​ຢູ່​ໃນ​ໜ້າ Facebook ຂອງ​ກໍາ​ປັ່ນວ່າ ຄໍາຮຽກຮ້ອງ​ຂໍ​ການ​ບໍລິຈາກ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ຖ້ວມ​ລົ້ນ​ຈາກ​ພວກ​ ລູກ​ເຮືອ​ໃນ​ກໍ່​ປັ່ນ​ບັນທຸ​ກ​ເຮືອບິນ​ແລະ​ພວກ​ເຮືອ​ຕິດຕາມ​ຕ່າງໆ. ນາງ Kimberly Schoenberg ​ໃນ​ກໍາ​ປັ່ນ Ronald Reagan ກ່າວ​ວ່າ ພວກ​ລູກ​ເຮືອ​ໄດ້​ພາກັນ​ຊື້​​ສິ່ງ​ຂອງ​ຕ່າງໆຈາກ​ຮ້ານ ຂາຍ​ເຄື່ອງ​ໃນ​ກໍາ​ປັ່ນຈົນ​ໝົດ ​ແລະ​ບັນຈຸ​ໃສ່​ເຮືອບິນ​ເຮ​ລີ​ຄອບ​ເຕີ​ 12 ລໍາ ທີ່ເຕັມ ໄປດ້ວຍ​​ເຄື່ອງ​ໃຊ້ທີ່​ຈໍາ​ເປັນ​ເຊ່ນ ຜ້າ​ເຊັດ​ໜ້າ​ເຊັດ​ໂຕ ​ເຄື່ອງນຸ່ງ​ຫົ່ມ​ກັນ​ໜາວ ຢາຖູ​ແຂ້ວ​ແລະ​ສະບູ​ ເປັນ​ຕົ້ນ.

ກໍາ​ປັ່ນ​ບັນທຸກ​ເຮືອບິນ Ronald Reagan ​ແລະ​ພວກ​ເຮືອ​ສະໜັບສະໜຸນ ​ກໍາລັງ​ລອຍ​ລໍາຢູ່​ນອກ​ຝັ່ງ​ທະ​ເລ​ກໍ້າຕາ​ເວັນ​ອອກສຽງ​ເໜືອຂອງ​ເກາະ Honshu ຂອງ​ຍີ່ປຸ່ນ ​ເພື່ອ​ໃຫ້ການ​ຊ່ອຍ​ເຫລືອ​ພວກ​ຜູ້​ຄົນ ທີ່ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ແຜ່ນດິນ​ໄຫວ​ແລະ​ຄື້ນຟອງ​ຍັກ​ສຸນາ​ມິ ໃນ​ວັນ​ທີ 11 ​ນັ້ນ. ຝຸງ​ເຮືອ​ລົບ​ຂອງ​ສະຫະລັດ​ເຫລົ່າ​ນີ້​ ​ກໍາລັງຈະ​​ມຸ້ງ​ໜ້າ​ໄປ​ຍັງ​ເກົາຫລີ​ໃຕ້​ເພື່ອ​ເຂົ້າ​ປະກອບ​ສ່ວນ​ໃນ​ການ​ ຊ້ອມ​ລົບ​ທາງ​ທະ​ເລ ​ແຕ່​ໄດ້​ຫັນ​ໄປ​ຊ່ອຍ​ເຫລືອກູ້​ໄພ​ທີ່​ຍີ່​ປຸ່ນ ຫລັງ​ຈາກ​ເກີດ​ໄພ​ແຜ່ນດິນ​ໄຫວ​ແລ້ວ​ນັ້ນ.

Delicious Digg Fark Twitter