ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

 

ຫວຽດນາມຕິຕຽນ ການສ້າງເຂື່ອນ ໃສ່ແມ່ນໍ້າຂອງ

ເຈົ້າໜ້າ​ທີ່ຫວຽດນາມ​ພວມ​ຕຳ​ໜິຕິຕຽນ​ແຜນການ​ ສ້າງ​ເຂື່ອນ​ແຫ່ງ​ນຶ່ງ​ຂອງ​ລັດຖະບານ​ລາວ​ໃສ່​ລຳ​ແມ່​ນໍ້າຂອງ​ທີ່​ເປັນ​ບັນຫາ ​ຖົກ​ຖຽງ​ໂຕ້​ແຍ້​ງກັນ​ນັ້ນ. ພວກ​ນັກວິເຄາະ​ກ່າວ​ວ່າ ການ​ຄັດຄ້ານ​ ຈາກ​ຫວຽດນາມ​ແລະປະ​ເທດ​ອື່ນໆ​ໃນ​ເຂດ​ລຸ່ມແມ່​ນໍ້າຂອງອາດ​ຈະ​ບັງ​ຄັບ​ໃຫ້​ລາວ ​ຕ້ອງ​ໄດ້ຫຼຸດ ຜ່ອນຄວາມ​ໄຝ່ຝັນ​ທະ​ເຍີ​ທະຍານ​ໃນ​ການ​ສ້າງ​ເຂື່ອນ​ໄຟຟ້າ​ພະລັງ​ນໍ້າຂອງ​ຕົນ​ ລົງ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Mike Ives ມີ​ລາຍງານ​ກ່ຽວ​ກັບ​ເລື່ອງ​ນີ້ຈາກ​ຮາ​ໂນ່ຍ

ລາຍງານໂດຍ Souphonh thavytham  03-23-2011

View of the Mekong before sunset.
ຮູບຈາກ: Wikipedia Commons

ທິວທັດແມ່ນໍ້າຂອງ ກ່ອນຕາເວັນຕົກ

 

ພວກ​ເຈົ້າໜ້າ​ທີ່​ຫວຽດນາມ ພວມຕິຕຽນ​ຢ່າງ​ເປັນ​ການ​ເປີດ
ເຜີຍ​ຕໍ່​ແຜນການ​ທີ່ ສປປ ລາວຊຶ່ງ​ເປັນ​ປະ​ເທດ​ເພື່ອນ​ບ້ານ​
ຈະ​ສ້າງ​ເຂື່ອນ​​ໄຟຟ້າ​ພະລັງນໍ້າ​ໃສ່​ລຳ​ແມ່​ນໍ້າຂອງ.

ເຂື່ອນ​ທີ່​ວ່າ​ນີ້ ກໍ​ຄືເຂື່ອນ​ໄຟຟ້າ​ພະລັງ​ນໍ້າ​​ໄຊ​ຍະ​ບູລີ​ທີ່ຈະ​ໃຊ້​
ທຶນ​ກໍ່ສ້າງ​ມູນ​ຄ່າ 3 ພັນ 500 ລ້ານໂດ​ລາແລະ​ເປັນ​ເຂື່ອນ​
ທຳອິດ ຂອງ​ແຜນການ​ສ້າງເຂື່ອນ​ທັງ​ໝົດ​ ຈຳນວນ 12
ເຂື່ອນ ໃສ່​​ເຂດ​ລຸ່ມ​ແມ່​ນໍ້າຂອງ. ບໍລິສັດ​ກໍ່ສ້າງ​ຂອງ​ໄທ​ບໍລິ
ສັດ​ນຶ່ງ​ ຈະ​ເປັນຜູ້​ສ້າງ​ເຂື່ອນ​ດັ່ງກ່າວນີ້ ​ແລະ​ໄທ​ຈະ​ເປັນ​ຜູ້​
ຮັບຊື້​ໄຟຟ້າ​ເກືອບທັງ​ໝົດ 1,260 ​ເມ​ກາ​ວັດ​ ທີ່​ເຂື່ອນ​ໄຊ​
ຍະ​ບູລີ​ຈະ​ຜະລິດ​ໄດ້​ນັ້ນ.

ເຈົ້າໜ້າ​ທີ່​ລາວ​ກ່າວ​ວ່າ ​​ເຂື່ອນ​ທີ່​ຕົນ​ມີ​ແຜນ​ຈະ​ສ້າງໃສ່​ແມ່​ນໍ້າຂອງ​ນັ້ນ ຈະ​ຊ່ອຍຫຼຸດຜ່ອນ​
ຄວາມທຸກ​ຍາກ​ແລະ​ເສີມ​ຂະຫຍາຍ​ເສດຖະກິດ​ຂອງ​ລາວ​ຊຶ່ງ​ເປັນ​ປະ​ເທດທີ່​ບໍ່​ມີ​ທາງອອກ​ສູ່​
ທະ​ເລ​.

ແຕ່​ພວກ​ເຈົ້າໜ້າ​ທີ່​ຫວຽດນາມ​ກ່າວ​ວ່າ ​ເຂື່ອນ​ຂອງ​ລາວ​ນີ້ ຈະ​ເປັນ​ໄພ​ອັນຕະລາຍ​ຕໍ່​ແຫຼ່ງ
ສະໜອງນໍ້າ​ແລະ​ການ​ປະມົງ​ໃນ​ເຂດ​ໃຕ້​ລົງ​ໄປ​ຂອງ​ແມ່​ນໍ້າຂອງ. ຄວາມ​ເຫັນ​ດັ່ງກ່າວຂອງ
ພວກ​ເຈົ້າໜ້າ​ທີ່​ຫວຽດນາມ​ທີ່​ສະ​ແດງ​ອອກເມື່ອ​ໄວໆ​ມານີ້​ ແມ່ນ​ເປັນການ​ສະທ້ອນ​​ເຖິງຄຳ
ເຕືອນຂອງ​ພວກ​ປົກ​ປ້ອງ​ ຫຼືພວກອະນຸລັກ​ສະພາບ​ແວດລ້ອມ ທີ່​ເຕືອນ​ວ່າການ​ສ້າງເຂື່ອນ
ໃສ່​ແມ່​ນໍ້າຂອງ ​ຈະ​ສ້າງ​ຄວາມ​ເສຍຫາຍ​ໃຫ້​ແກ່​ສະພາບ​ແວດ​ລ້ອມ​ແລະ​​ເປັນ​ໄພຂົ່ມຂູ່​ຕໍ່​ວີ​ຖີ​
ການ​ດຳລົງ​ຊີວິດຂອງ​ປະຊາຊົນ​ທີ່​ຢູ່​ເລາະ​ລຽບ​ສອງແຄມ​​ຟາກ​ຝັ່ງ​ຂອງ​ແມ່​ນໍ້າ​ດັ່ງກ່າວ.

ໂຄງການສ້າງເຂື່ອນໃສ່ ເຂດລຸ່ມນໍ້າຂອງ

ພວກ​ນັກວິ​ເຄາະ​ເວົ້າວ່າຄວາມ​ກົດ​ດັນ​ທາງ​ດ້ານ​ການ​ເມື​ອງ
ຈາກ​ຫວຽດນາມ ​ແລະ​ປະ​ເທດ​ເພື່ອນ​ບ້ານອື່ນໆໃນ​ເຂດ​ລຸ່ມ
ແມ່​ນໍ້າຂອງ ກໍ​ຄື​ປະ​ເທດ​ໄທ​ແລະ​ກຳປູ​ເຈຍ​ນັ້ນອາດສາມາດ​
ບີ​ບ​ບັງຄັບ​ໃຫ້​ລາວ​ຕ້ອງ​ໄດ້​​ໂຈະຫຼືປັບ​ປ່ຽນ​ແຜນການຂອງ​ຕົນ
ທີ່​ຈະ​ສວຍ​ໃຊ້​ປະ​ໂຫຍ​ດຈາກ​​ແມ່​ນໍ້າຂອງນັ້ນ.

ທ່ານ Philip Hirsch ສາສະ​ດາ​ຈານ​ສອນ​ວິຊາມະນຸດ​ນິ​
ເວດວິທະຍາ ​ທີ່​ມະຫາ​ວິທະຍາ​ໄລ​ນະຄອນ​ຊິດ​ນີ ກ່າວ​ຕໍ່
VOA ວ່າ ໃນບັນດາ​ປະ​ເທດ​ ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງນັ້ນ
ມາ​ຮອດ​ປັດຈຸບັນ ຫວຽດນາມແມ່ນ​ຜູ້​ຕຳ​ໜິຕິຕຽນ​ແຮງ​ທີ່​
ສຸດ​ຕໍ່​ແຜນການ​ສ້າງເຂື່ອນ​ໄຟຟ້າ​ພະລັງ​ນໍ້າຂອງ​ລາວ.

//  ສຽງ  //

ທ່ານ Hirsch ກ່າວ​ວ່າ “ຄຳ​ຖາມ​ທີ່​ໜ້າ​ສົນ​ໃຈ​ ຊຶ່ງ​ຂ້າພະ​ເຈົ້າຄິດ​ວ່າ ຍາກ​ທີ່​ຜູ້​ໃດ​ຜູ້​
ນຶ່ງ​ຈະ​ສາມາດ​ໃຫ້​ຄຳ​ຕອບ​ໄດ້ ກໍ​ຄື​ວ່າປະ​ເທດ​ທັງ​ສອງ ຄືຫວຽດນາມ​ ແລະ​ລາວ
ຊຶ່ງ​ມີ​ຄວາມ​ສຳພັນ​ອັນ​ໃກ້ຊິດກັນຈະ​ແຂ້​ໄຂ​ແບບ​ໃດ​ຕໍ່​ບັນຫາ​ນີ້ ຊຶ່ງ​ໃນ​ເວລານີ້​ເບິ່ງ​
ຄື​ວ່າ​ ທັງ​ສອງ​ປະ​ເທດມີ​ທ່າ​ທີ​ທີ່ກົງກັນ​ຂ້າມ​ກັນ ກ່ຽວກັບ​ການ​ສ້າງ​ເຂື່ອນ​ໄຊ​ຍະ​ບູ
ລີນັ້ນ.”

ຫວຽດນາມ​ແລະ​ລາວ​ ຕ່າງ​ກໍ​ເປັນປະ​ເທດ​ທີ່​ປົກຄອງ​ໂດຍພັກ​ການ​ເມືອງ​ພັກ​ດຽວ ​ແລະ​ທ່ານ
Hirsch ​ເວົ້າວ່າ ຕາມ​ປົກກະຕິ​ແລ້ວຫວຽດນາມ​ຈະ​ໃຊ້ອິດ​ທິພົນ​ຂອງ​ຕົນ​ຊັກ​ຈູງ​ນະ​ໂຍບາຍ​
ຂອງ​ລາວ​ແບບ​ລັບໆ​ຫຼື​ຢູ່​ເບື້ອງ​ຫລັງ. ​ແຕ່ທ່ານ Hirsch ​ເວົ້າວ່າການ​ຕຳ​ໜິຕິຕຽນ​ເມື່ອ​ໄວໆ​
ມານີ້ໂດຍ​ພວກ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງຫວຽດນາມ ກ່ຽວ​ກັບ​ການສະ​ເໜີສ້າງ​ເຂື່ອ​ນ​ໄຊ​ຍະ​ບູລີ​
ນັ້ນ​ ໄດ້ມີ​ຂຶ້ນ​ຢ່າງ​ເປີດ​ເຜີຍ.

ທັງ 4 ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ ຕ່າງ​ກໍ​ຈະ​ຈັບ​ຕາ​ເບິ່ງ​ຢ່າງ​ໃກ້ຊິດ​ການສະ​ເໜີ​ແນະ​ກ່ຽວ​
ກັບ​ການ​ສ້າງ​ເຂື່ອນ​ໄຊ​ຍະ​ບູລີ ຊຶ່ງ​ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ທ້າຍເດືອນ​ນີ້​ ໂດຍ​ຄະນະ​ກໍາມະການ​
ຮ່ວມ​ຂອງ​ກຳມາ​ທິການ​ແມ່​ນໍ້າຂອງ​ຫຼື MRC ອັນ​ເປັນ​ອົງການ​ໃຫ້ຄຳ​ແນະນຳ​ຕ່າງໆ ​ທີ່​ສ້າງ
ຕັ້ງຂຶ້ນ​ໃນ​ປີ 1995 ເພື່ອຊຸກຍູ້ສົ່ງ​ເສີມການພັດທະນາແບບຍືນຍົງຕາມລະບົບແມ່ນໍ້າຂອງທີ່
ມີລວງຍາວ 4,900 ຫຼັກກິໂລແມັດນັ້ນ.

ແຕ່ທ່ານ Hirsch ຊີ້ໃຫ້ເຫັນວ່າ MRC ບໍ່ມີອຳນາດທີ່ຈະບັງຄັບໃຫ້ລາວຍົກ ເລີກແຜນການ
ສ້າງເຂື່ອນໄຊຍະບູລີ ແລະໂຄງການສ້າງເຂື່ອນອື່ນໆໃສ່ແມ່ນໍ້າຂອງ.

//  ສຽງ  //

ທ່ານ Hirsch ເວົ້າວ່າ “MRC ບໍ່ແມ່ນສະຖາບັນ ທີ່ມີອຳນາດໃນການຄວບຄຸມບໍ່​ແມ່ນສະຖາບັນທີ່ມີຄວາມເຂັ້ມແຂງໃນດ້ານນີ້ແຕ່​ມັກຈະດຳເນີນງານບົນພື້ນຖານ
ຂອງການພະຍາຍມໃຫ້ມີການບັນລຸຄວາມ​ເຫັນເປັນເອກກະສັນກັນແລະຖ້າພວກ
ເຮົາມອງ​ເບິ່ງ​ໄປ​ຍັງອົງການ MRC ​ເພື່ອຫວັງ​ຢາກ​ໃຫ້​ ມີ​ການ​ຄວບຄຸມ​ນັ້ນ ຂ້າ
ພະເຈົ້າຄິດວ່າ ພວກເຮົາເບິ່ງໄປຜິດບ່ອນ​ແລ້ວ.”

ທ່ານ Hirsch ກ່າວວ່າ ປະເທດໄທ​ໄດ້ປະກາດວ່າຕົນຈະເປັນກາງໃນການເຈລະຈາຂອງອົງ
ການ MRC ຊຶ່ງນັ້ນ​ກໍ​ແມ່ນຈະມອບພາລະໃຫ້ພວກເຈົ້າໜ້າທີ່ຫວຽດນາມແລະກໍາປູເຈຍເປັນ
ຜູ້ແກ້ໄຂໂຄງການສ້າງເຂື່ອນໄຊຍະບູລີ ໃນ ການສົນທະນາຫາລືກັບເຈົ້າໜ້າທີ່ຝ່າຍລາວ.

ຮູບຈຳລອງ ຂອງເຂື່ອນບ້ານກຸ່ມ

ທ່ານ Trinh Le Nguyen ​ເປັນຜູ້ອໍານວຍ
ການບໍລິຫານ ຂອງອົງການ PanNature
ຊຶ່ງເປັນອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ
ຂອງຫວຽດນາມຊຶ່ງທ່ານກ່າວຕໍ່ VOA ວ່າ
ເຖິງແມ່ນລາວ ເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ
ກ່ຽວກັບການສ້າງເຂື່ອນ ໄຊຍະບູລີ ແລະ
ເຂື່ອນອື່ນໆ ຕາມລໍາແມ່ນໍ້າຂອງກໍຈິງ ແຕ່
ຫວຽດນາມກໍອາດຈະກົດດັນລາວດ້ວຍ​ການ
ຂູ່ວ່າຈະບໍ່ລົງທຶນ​ໃນໂຄງການສ້າງເຂື່ອນໃສ່
ແມ່ນໍ້າຂອງໃນອະນາຄົດອີກ.

//  ສຽງ  //

ທ່ານ Trinh Le Nguyen ກ່າວວ່າ “ຫວຽດນາມສາມາດຕັດສິນໃຈບໍ່ລົງທຶນຫລື
ຊື້ຫຍັງເພີ່ມຕື່ມຈາກລາວ. ມັນເປັນນຶ່ງ​ໃນ​ຫລາຍໆວິທີທີ່ພວກ​ເຂົາ​ເຈົ້າສາມາດ​
ໃຊ້ ອໍານາດ​ໄດ້.”

ໃນເດືອນຕຸລາປີກາຍ ຄະນະກໍາມະການອິດສະຫຼະທີ່ໄດ້ຮັບມອບໝາຍຈາກອົງການ MRC ​
ໄດ້​ສະ​ເໜີ​ແນະ​​ໃຫ້ບັນດາ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ເລື່ອນ​ເວລາ​ໃນ​ການ​ຕັດ​ສິນ​ໃຈ​ກ່ຽວ
ກັບ​ການ​ສ້າງ​ເຂື່ອນ​​ໄຟຟ້າ​ພະລັງ​ນໍ້າ​ຕ່າງໆອອກ​ໄປ​ເປັນ​ເວລາ 10 ປີ ​ໂດຍ​ເຕືອນ​ວ່າ ການ​
ສ້າງ​ເຂື່ອນ​ໄຟຟ້າພະລັງ​ນໍ້າ​​ໃສ່​ແມ່​ນໍ້າຂອງ ອາດ​ຈະ​ເຮັດ​ໃຫ້​ບັນຫາ​ຄວາມບໍ່​ໝັ້ນຄົງ​ທາງ​ດ້ານ​
ອາຫານ​ຊຸດ​ໂຊມລົງ​ຕື່ມແລະ​ມີ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ແລະ​ບໍ່​ສາມາດ​ຕ່າວ​ປີ້ນ​ໄດ້ຕໍ່​ສະພາບ
ແວດ​ລ້ອມ.

ຈີນຊຶ່ງມີ​ຊາຍ​ແດນ​ຕິດ​ກັບ​ພາກ​ເໜືອ​ຂອງ​ປະ​ເທດລາວ​ນັ້ນ​ໄດ້​ສ້າງ​​ແລະ​ກໍ​ເປີດ​ໃຊ້​ແລ້ວເຂື່ອນ
4 ​​ແຫ່ງ​ໃສ່​ລຳ​ແມ່​ນໍ້າຂອງ​ຕອນ​ເທິງທີ່​ຈີນ​ເອີ້ນວ່າ ​ແມ່​ນໍ້າລ້ານ​ຊ້າງ​ນັ້ນ.

Delicious Digg Fark Twitter