ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ເພັນ ຫົງທອງ ກັບປື້ມປຸງແຕ່ງອາຫານລາວ

ລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ໃນສອງອາທິດຜ່ານມານີ້ ໄດ້ນໍາສະເໜີ ການສໍາພາດກັບ ເພັນ ຫົງທອງ ແມ່ຄົວແລະເຈົ້າຂອງຜົນງານປື້ມການປຸງແຕ່ງອາຫານ ລາວ "Simple Laotian Cooking" ມາໃຫ້ທ່ານຜູ້ຟັງໄດ້ຮັບຟັງເຖິງບົດບາດແລະຄວາມ ເປັນມາ ຂອງຜູ້ກ່ຽວຢ່າງລະອຽດ. ຂ້າງລຸ່ມນີ້ແມ່ນບົດສໍາພາດທັງສອງພາກ.

  06-02-2011

ຮູບຈາກ: Penn Hongthong

ການປຸງແຕ່ງອາຫານລາວເພື່ອສຸຂະພາບ ໂດຍ ເພັນ ຫົງທອງ

 

ພຽງເພັນ ຫົງທອງ ຫຼື ທີ່ຮູ້ກັນໃນນາມ ເພັນ ຫົງທອງ
ເຈົ້າຂອງປື້ມຄົວກິນ 2 ເຫຼັ້ມ ໄດ້ເຂົ້າມາເຖິງສະຫະລັດ
ຕອນອາຍຸ 18 ປີ. ເພັນເປັນລູກຄົນທີ່ 3 ຂອງອ້າຍ
ເອື້ອຍນ້ອງທັງໝົດ 9 ຄົນ. ອົບພະຍົບເຂົ້າມາຢູ່ເມືອງ
Long Island  ລັດ New York ໃນປີ 1980. ເພັນ
ເລົ່າສູ່ຟັງວ່າ ຕອນຍັງນ້ອຍນັ້ນ ໄດ້ຊ່ອຍແມ່ເຖົ້າແຕ່ງຢູ່
ແຕ່ງກິນມາຕະຫຼອດ ຈົນກາຍມາເປັນຄວາມເຄີຍຊິນ
ແລະມັກຮັກໃນການຄົວກິນຕັ້ງແຕ່ນັ້ນມາ ຊຶ່ງລາວເລົ່າ
ໃຫ້ຟັງວ່າ:
"ເພາະວ່າມີເອື້ອຍອ້າຍນ້ອງຫຼາຍຄົນ ຊ່ອຍແມ່ຖົ້າ
ຕະຫຼອດ ແມ່ເພິ່ນກະມີແຕ່ມີລູກທຸກປີ​ ກະໄດ້ຊອ່ຍແມ່ເຖົ້າເຣັດຄົວກິນຕະຫຼອດ
ແມ່ເຖົ້າກະມີແຕ່ສວນຜັກ ກະຊ່ອຍຄົວກິນມາຕະຫຼອດ ກະເລີຍມັກ ຕັ້ງແຕ່ອາຍຸ
ນ້ອຍໆ 8-9 ປີ."

 

Penn Hongthong
ເພັນ ​ສະແດງການປຸງແຕ່ງອາຫານລາວ

ນັບວ່າໂຊກເຂົ້າຂ້າງເພັນ ທີ່ເຖິງແມ່ນວ່າຈະມາຮອດສະຫະລັດຕອນອາຍຸ 18 ປີ ຊຶ່ງເລີຍ
ເວລາຮຽນມັດທະຍົມປາຍແລ້ວ ແຕ່ກໍໄດ້ເຂົ້າຮໍ່າຮຽນໃນລະດັບມັດທະຍົມປາຍເຖິງ 3 ປີ
ກ່ອນໄດ້ເຊົ້າສຶກສາຕໍ່ທີ່ວິທະຍາໄລ ຈົນໄດ້ເຮັດວຽກງານດີໃນຫ້ອງການໃນຕໍ່າແໜ່ງດີ ແຕ່
ຄວາມມັກຮັກໃນການປຸງແຕ່ງອາຫານ ພ້ອມທັງຄວາມທີ່ຢາກໃຫ້ຊາວອະເມຣິກັນແລະຊາດ
ອື່ນໆ ເຂົ້າໃຈແລະຮັບຮູ້ເຖິງ ຂະນົບປະເພນີຂອງລາວ ຮວມທັງວັດທະນະທໍາ, ວິຖີຊີວິດ,
ແມ້ນກະທັງອາຫານການກິນ ຈຶ່ງໄດ້ເກັບກໍາວິທີການປຸງແຕ່ງອາຫານລາວນີ້ໄວ້ ເປັນປີໆ.
ພະຍາຍາມຊອກຄົ້ນຫາ​ ເພື່ອຢາກຂຽນປື້ມຄົວກິນລາວ ຊຶ່ງເພັນຕ້ອງໃຊ້ເວລາເປັນນານປີ
ຈຶ່ງໃນທີສຸດກໍມີ ວັນນີ້ຈົນໄດ້.

ການຂຽນປື້ມເປັນຂອງຕົວເອງບໍ່ແມ່ນຂອງງ່າຍ ຕ້ອງໄດ້ໃຊ້ເວລາຫຼາຍແລະຄົ້ນຫາຜູ້ທີ່ຈະເປັນ
ຜູ້ພິມຈໍາໜ່າຍປື້ມນັ້ນ ຊ່າງຍາກເຢັນຫລາຍ. ແຕ່ແລ້ວໃນທີ່ສຸດປື້ມເຫຼັ້ມທໍາອິດ ກໍອອກມາຈົນ
ໄດ້ ຊຶ່ງເພັນໃຫ້ຊື່ປື້ມວ່າ: "Simple Laotian Cooking.” ຈຸດປະສົງຫຼັກ​ກໍແມ່ນ ຢາກຈະ
ເຮັດອາຫານລາວໃຫ້ຊາວອະເມຣິກັນ ໄດ້ຊິມແລະລອງເຮັດກິນເບິ່ງ ແບບງ່າຍໆ.

 

Penn Hongthong
ເຂົ້າປຸ້ນນໍ້າພິກ


ດັ່ງທີ່ໄດ້ສໍາພາດກັບເພັນ ຫົງທອງ ໄປແລ້ວໃນພາກທໍາອິດທີ່ວ່າ ການເລີ່ມຕົ້ນທີ່ຢາກຈະຂຽນ
ປື້ມຄົວກິນອາຫານລາວນີ້ ກໍບໍ່ແມ່ນຂອງງ່າຍ, ຕ້ອງຜ່ານຜ່າອຸບປະສັກຕ່າງໆນາໆ ໄດ້ເກັບ
ເລັກປະສົມນ້ອຍ ຮີບໂຮມເອົາລາຍການປຸງແຕ່ງອາຫານຈົນຮວມເປັນເຫຼັ້ມແລ້ວ ກໍຍັງຕ້ອງ​ຊອກຫາຜູ້ທີ່ຈະມາອຸບປະຖໍາ ເປັນຜູ້ພິມນັ້ນໄດ້​ແສນຍາກ. ທັງນີ້ທັງນັ້ນ ກໍຕ້ອງໄດ້ໃຊ້ເວລາ
ມາເປັນນານປີ.

 

Penn Hongthong
ເຂົ້າໜົມມັນຕົ້ນ

ປື້ມຄົວກິນເຫຼັ້ມທໍາອິດ "Simple Laotian Cooking" ກໍໄດ້ອອກວາງຕະຫຼາດເປັນທີ່
ຮຽບຮ້ອຍແລ້ວ ​ໄດ້ມີການຂາຍໃນເວັບໄຊ້ທຸຂອງ​ຜູ້ກ່ຽວ​ເອງ  www.laochef.com
​ແລະ​ອີກ​ສວ່ນນຶ່ງ​ກໍ​​ໄດ້​ນໍາ​ໄປ​ຈໍາ​ໝ່າຍດ້ວຍ​ຕົວ​ເອງ​ ໃນ​ເວລາ​ທີ່​ເພັນອອກ​ໄປ​ສາທິດ
ສະ​ແດງ​ຄົວກິນ​ຕາມ​ສະຖານ​ທີ່​ຕ່າງໆ ຊື່​ງກໍ​ເລີ່​ມ​ເປັນ​ທີ່​ຮູ້ຈັກ​ຂອງ​ທັງ​ປະຊາ​ຄົມລາວ
​ແລະ​ຊາວ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ໃນ​ເຂດ​ເມືອງ Long Island, ລັດ New York
​ແລະ​ຄວາມ​ພາກພູມ​ໃຈ​ອີກ​ອັນ​ນຶ່ງ​ຂອງ​ເພັນ​ນັ້ນ ນອກຈາກ​ທີ່​ໄດ້​ເຫັນ ຊື່​ຂອງ​ຕົວ​ເອງ, ​
ໄດ້​ເຫັນອາຫານ​ລາວ​ທີ່​ຕົວ​ເອງ​ໄດ້​ປະດິດ​ຄິດ​ສ້າງ​ແລະດັດ​ແປງ​ການ​ປຸງ​ແຕ່ງ ​ເພື່ອ​ໃຫ້​ເຂົ້າ​
ກັບ​ຍຸກ​ກັບ​ສະ​ໄໝ​ແລ້ວ​ນັ້ນ. ​ເພັນ​ຍັງ​ໄດ້​ກ່າວ​ຢ່າງ​ປື້​ມ​ໃຈ​ເປັນ​ທີ່​ສຸດ​ທີ່ວ່າ ​ໄດ້​ມີ​ສ່ວນ​ນຶ່ງ​
ໃນ​ການ​ນໍາ​ສະ​ເໜີ​ໃຫ້​ຊາວ​​ອະ​ເມຣິກັນ​ທີ່​ຢາກຮຽນ​ຮູ້​ກ່ຽວ​ກັບ​ວັດທະ​ນະທໍາ, ວິຖີ​ຊີວິດ
​ແລະ​ການປຸງ​ແຕ່ງອາຫານ​ລາວ​ນັ້ນ​ແລ້ວ ​ໄດ້​ໄປ​ຢ້ຽມຢາມປະ​ເທດ​ລາວ ​ເພື່ອສໍາພັດ​
ດ້ວຍ​ຕົວ​ເອງ ຊຶ່ງ​ເພັນ​ເລົ່າສູ່​ຟັງ​ວ່າ:

"ຫຼັງຈາກທີ່ຂ້ອຍໄດ້ເຣັດ demonstration ໄດ້ຫຼາຍປີແລ້ວ ເພາະວ່າ ໄປເຮັດຢູ່
ບ່ອນທີ່ມີແຕ່ຄົນຮັ່ງໆ​ຢູ່ເຂດ Hampton, Long Island ດຽວນີ້ຄົນອະເມຮິກັນ
ເຂົາເຈົ້າຢູ່ Hampton ກໍໄດ້ໄປເມືອງລາວຫຼາຍ ກະດີໃຈເພາະວ່າພວກເຂົາເຈົ້າ
ກະໄດ້ໄປແລະມາບອກວ່າ ຂ້ອຍດີໃຈ, ຂ້ອຍມັກເມືອງລາວຫຼາຍ​​​ ຕົວເອງແລ້ວ
ກະພູມໃຈທີ່ສຸດທີ່ໄດ້ສົ່ງຊາວອະເມຣິກັນເມືອເມືອງລາວຫັ້ນນ໋າ.
"

 

Penn Hongthong

ເພັນ ຫົງ​ທອງ ບໍ່​ໄດ້​ຢຸດ​ເຊົາ​ແຕ່​ພຽງ​ເທົ່າ​ນັ້ນ ນອກຈາກ​ປື້​ມ​ເຫຼັ້ມ​ທໍາອິດ​ໄດ້​ອອກ​ວາງ​ຂາຍ
ແລ້ວ ​ເພັນ​ຍັງ​​ໄດ້​ດໍາ​ເນີນ​ງານສືບ​ຕໍ່ ສາທິດ ສະ​ແດງການ​ປຸງ​ແຕ່ງອາຫານ​ແລະ​ຈັດ​ທໍາ​ປື້​ມ
ເຫຼັ້ມ​ທີ 2 ຊຶ່ງ​ກໍ​ໄດ້ອອກ​ວາງ​ຂາຍ​ໃນ​ປີ 2009 ​ ທີ່​ມີ​ຊື່ວ່າ "Healthy Lao Cuisine" ​
ເພັນ​ໄດ້​ເວົ້າ​ກ່ຽວ​ກັບ​ຜົນງານ​ເຫຼັ້ມ​ທີ 2 ​​ພ້ອມ​ທັງ​ອະທິບາຍ​ເຖິງ​ໂຄງການ​ໃນ​ອະນາຄົດ ​
ແລະ​ກ່າວ​​ຝາກຝັງ​ປື້​ມຄົວກິນ​ທັງ 2 ​ເຫຼັ້ມ​ ດັ່ງ​ບົດ​ສໍາພາດ​ດັ່ງ​ຕໍ່​ໄປ​ນີ້.

Delicious Digg Fark Twitter