ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

“ເຫັນພຽງຊາຍຄາ” - ສີລາວົງ ແກ້ວ

ຫຼັງຈາກທີ່ໄດ້ຟັງເພງສາກົນໄປໃນອາທິດທີ່ແລ້ວ ຄໍ່າຄືນນີ້ວັນນະສອນຈະມາ ຈັດເພງລາວໃຫ້ຕາມຄໍາຂໍທີ່ສົ່ງເຂົ້າມາຈາກບັນດາທ່ານຜູ້ຟັງ ທັງທີ່ເປັນ Email ແລະຝາກຂໍ້ຄວາມໄວ້ໃນ website ຂອງ VOA ຂໍເຊີນພົບກັນສຽງເພງມວ່ນໆ ໃນລາຍການສຽງເພງຈາກແດນໄກຂອງ VOA ໄດ້ນະບັດນີ້.

  06-06-2011

ຮູບຈາກ: Sim Inthavong

ສະບາຍດີ​​ແຟນລາຍການ​ທຸກຖ້ວນ​ໜ້າ. ​ບິດ​ດຽວ​ກໍ​ຍ່າງ​ເຂົ້າ
ເດືອນ​ມິຖຸນາ-ກາງ​ປີ​ແລ້ວ ຫວັງ​ວ່າ​ຄົງ​ເປັນ​ເຄິງ​ປີ​ທີ່​ປະສົບ​
ຜົນ​ສໍາ​ເລັດ​ຂອງ​ທ່ານ​ຜູ້​ຟັງ ​ແລະ​ຂໍ​​ໃຫ້​ອີກ​​ເຄິ່ງປີຂ້າງ​ໜ້າ
ກໍ​ຍິ່ງສົມ​ຫວັງ ພອກ​ພູນ ສົມ​ປະສົງ​ທຸກ​ປະການ ​ຂໍ​ຈັດ​ເພງ
"ເຫັນ​ພຽງ​ຊາຍ​ຄາ" ຂອງ​ສີ​ລາ​ວົງ ​ແກ້ວ​​ ເຈົ້າ​ຂອງ​ເພງ​
ຕົ້ນ​ສະບັບ ທີ່​ຫຼາຍໆ​ທ່ານ​ເອີ້ນ​ກັນ​ຈົນ​ຕິດ​ປາກ​ວ່າ
"ຫ້ອງ​ນອນ​ສີຟ້າ"​ ທີ່ ສົມ​ໃຈ ​ເລັ່ງສະຫວັດ​ ຂຽນ​ເຂົ້າ​ມາ​
ຂອບ​ໃຈ​ແລະ​ວ່າ​ມັກ​ຫຼາຍ ຊຶ່ງ​ສິນລະປິນ​ມື​ກິຕ້າ​ຊ້າຍ​
ສຸດທະ​ລິດ ເປັນຄົນຂັບຮ້ອງ​ ວັນນະສອນວ່າ
ທັງສອງແບບຂອງສອງນັກຮ້ອງຕ່າງກໍມ່ວນຫູ ແລະຄົງ
ເປັນທີ່ຖືກໃຈຂອງສົມໃຈ ແນ່ນອນ.
ເພງ: "ເຫັນ​ພຽງ​ສາຍ​ຄາ ໂດຍ ສີ​ລາ​ວົງ ​ແກ້ວ

 

ບຸນເກີດ ໝູຮ່ວງ by Laopress.com

ເພງ "ຮັກສາວຫົວພັນ" ຂອງ ບຸນ​ເກີດ
ໜູ​ຮ່ວງ
ນີ້ ​ຈັດ​ສະໜອງ​ຕອບ​ຜູ້​ຟັງ​ທີ່​ຝາກ
ຂໍ້ຄວາ​ມ​ໄວ້​ໃນ VOA's Website ນາມ​ແຝງ
byppc ຈາກ ສປປລາວ ​​​ແລະ​ພໍ​ໄດ້​ຍິນ​ເພງ​ນີ້
ແລ້ວ ກໍ​ຍ່າ​ລືມ​ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ
ແລະ​ກໍ​ຈະ​ຈັດ​ເພງ​ໃຫ້​ຕາ​ມປະສົງ​ໃນ​ແຕ່​ລະ ​ຄັ້ງ​ໄປ.

ເພງ: "ຮັກສາວຫົວພັນ" ໂດຍ ບຸນ​ເກີດ ໜູ​ຮ່ວງ

ວັນນສອນພ້ອມດ້ວຍລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ຂໍ​ອໍາ​ລາ​ທ່ານ​ຜູ້​ຟັງ​ດ້ວຍ​
ເພງ​ນີ້​ ຊຶ່ງຈັດ​ໃຫ້​ນ້ອງ​ສາຍ​ຝົນ​ ​​ແຟນປະ​ຈໍາ​ຂອງ​ຍາ​ເອື້ອຍ​ດາຣາ ບັກ​ຄໍາ​​ ​ເນັ້ນ​ວ່າ "ຈັດ​
ໃຫ້​ຟັງແທ້ໆເດີ
ເພາະຄິດຣອດບ້ານ​ຫຼາຍ" ວ່າ​ຊັ້ນ. ຖ້າວ່າ​ໄດ້​ເຟັງ​ເພງ "ຄິດ​ເຖິງ"
ຂອງ​ ບຸນ​ທ່ຽງ​ ມະນີ​ວົງ ແລ້ວ​ຈະ​ໄດ້ສະບາຍ​ໃຈ​ຂຶ້ນແລະ​ຫາຍ​ຄິດເຖິງ​ບ້ານ.

 

ບຸນທ່ຽງ ມະນີວົງ by bluesplayer.co.uk

ວັນນະ​ສອນ​ ຂໍຝາກ​ຄວາມ​ຄິດ​ເຖິງ ມາ​ກັບ​ເພງ​ນີ້ມອບ​ໃຫ້​ທຸກໆ​ທ່ານ ພ້ອມ​ດຽວກັນນີ້​
ກໍຂໍ​ມອບ​ໃຫ້​ເພື່ອນ​ບຸນ​ລ້ວນ,ບຸນ​ທະວີ, ພູທອນແລະ​ລູກ​ທັມທີ່​ໄດ້​ດູ​ແລ, ຮັກ​​ແພງ​ ​ເປັນ
ຫວ່ງແລະ take care ​ໃນ​ຊວ່ງທີ່ ວັນນະ​ສອນ ໄດ້​ໄປ​ຢ້ຽມຢາມພາກ​ໃຕ້​ຂອງ​ລາວ ທີ່ ​
ປາກ​ເຊ ແລະ​ຝາກບອກ​ເພື່ອນ​ວ່າ​ "ຂອບ​ໃຈ​ຫຼາຍໆ" ແລະ​ "ຄິດ​ເຖິງ​ສະ​ເໝີ. " ນອນ​ ຫລັບຝັນ​ດີ.

Delicious Digg Fark Twitter