ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ໂລກພວມປະສົບກັບ ໄພທໍາມະຊາດຫລາຍຂຶ້ນ ຍ້ອນສະພາວະໂລກຮ້ອນ

ໃນເວລານີ້ ສະພາວະແຫ້ງແລ້ງ ໄພນໍ້າຖ້ວມ ແລະໄຟປ່າ ກໍາລັງສ້າງຄວາມເສຍຫາຍຢ່າງ ມະຫາສານຢູ່ໃນຫລາຍໆພາກສ່ວນຂອງໂລກ ແລະ ພວກນັກວິທະຍາສາດ ໄດ້ພາກັນເຕືອນ ເຖິງສະພາບອາກາດທີ່ຈະຮຸນແຮງຍິ່ງຂື້ນໄປອີກ ຂະນະທີ່ໂລກຮ້ອນເອົ້າຂື້ນ ຍ້ອນການປ່ຽນ ແປງ ຂອງດິນຟ້າອາກາດນັ້ນ. ນັກຂ່າວວີໂອເອ Suzanne Presto ມີລາຍງານເລຶ່ອງນີ້ ຊຶ່ງດາຣາຈະນໍາມາສະເໜີທ່ານ.

  06-04-2011

ຮູບຈາກ: REUTERS

ນໍ້າຖ້ວມທີ່ເມືອງ Vicksburg ລັດ Mississippi, ວັນທີ 17 ພຶດສະພາ 2011. REUTERS/Eric Thayer

ໄຟປ່າໄດ້ບັງຄັບໃຫ້ປະຊາຊົນຫລາຍພັນຄົນ ຕ້ອງຍົກຍ້າຍ
ໜີອອກຈາກບ້ານ​ເຮືອນຂອງພວກເຂົາເຈົ້າ ໃນເຂດພາກ ເໜືອຂອງຄານາດາ.

ສ່ວນໃນເຂດພາກໃຕ້ຂອງສະຫະລັດ ແມ່ນໍ້າ Mississippi
ທີ່​ໄຫລ​ລົ້ນ​ຝັ່ງ​ ແລະພວກແມ່ນໍ້າທີ່ເປັນສາຂາຂອງແມ່ນໍ້າ
ສາຍນີ້ ​ໄດ້​ໄຫລຖ້ວມປະຊາຄົມຕ່າງໆໃນຫລາຍລັດ.

ທີ່​ປະ​ເທດຈີນ ສະພາວະແຫ້ງແລ້ງກໍາລັງຂົ່ມຂູ່​ໃຫ້​ທາງ​ການ
ຈີນ ຕ້ອງ​ໄດ້ອັດຫລາຍໆຊ່ວງ​ຂອງແມ່ນໍ້າແຢງຊີ ບໍ່​ໃຫ້ພວກ
ກໍ່າປັ່ນບັນທຸກສິນຄ້າ​ແລ່ນ​ຂຶ້ນ​ລົງ​ໄດ້ເພາະວ່ານໍ້າ​ຕຶ້ນ​ເກີນ​ໄປ.

ແລະຝົນຕົກໜັກ ທີ່ລັດ Sucre ຂອງໂຄລໍາເບຍ ໄດ້ເອົາຊີວິດໄປຫລາຍຄົນ ​ແລະສ້າງ
ຄວາມຫາຍະນະ​ໃຫ້​ແກ່ບ້ານ​ເຮືອນຫລາຍໆ​ຫລັງ ​ໂຮ​ມທັງ​ຂອງນາຍ​ຟີ​ລິບ​ເປ ​ແອ​ສ​ໂກ​ບາຣ໌ (Filipe Escobar) ທີ່ກ່າວ​ວ່າ

“The water knocked over...

“ນໍ້າໄດ້ພັດເອົາເຮືອນຫລັງນ້ອຍໆຂອງພວກເຮົາ​ໄປ. ມັນໄດ້ທໍາລາຍທຸກສິ່ງທຸກຢ່າງ ສັດສາວາສິ່ງລົ້ມຕາຍເດຍລະດາດ ພວກເຮົາກໍເລີຍມາອາໃສຢູ່ແຄມທາງ ບ່ອນນີ້.”


ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ​ນີ້ ພວກຜູ້ນໍາກຸ່ມ G-8 ຫລື​ກຸ່ມ 8 ​ປະ​ເທດ​ຈະ​ເລີ​ນອຸດສາຫະກໍາ
ໄດ້​ໄປເຕົ້າໂຮມປະຊຸມກັນໃນອາທິດ​ແລ້ວນີ້ ທີ່ເມືອງຕາກ​ອາກາດ​ງາມໆ​ແຫ່ງ​ນຶ່ງ​ໃນ​ແຂວງ
Normany ປະ​ເທດ​ຝຣັ່ງ ຊື່​ງຢູ່​ທີ່​ນັ້ນ ພວກຜູ້ນໍາ​ເຫລົ່ານີ້ໄດ້ປຶກສາຫາລືກັນເລຶ່ອງການຈໍາກັດ
ການ​ປ່ອຍຄວັນອາຍເສຍ ​ເຂົ້າ​ສູ່​ບັນຍາ​ກາດ​ຂອງ​ໂລກ ເພື່ອຄວາມພະຍາຍາມຄວບຄຸມການ
ປ່ຽນແປງຂອງດິນຟ້າອາກາດນັ້ນ. ຢ່າງ​ໃດ​ກໍ​ຕາມ ທ່ານ Kumi Naidoo ຜູ້ອໍານວຍບໍລິ
ຫານຂອງອົງການອະນຸລັກ​ສິ່ງ​ແວດ​ລ້ອມ Greenpeace ກ່າວວ່າ “ແຕ່ກໍຍັງຈໍາເປັນຕ້ອງ
ມີການປະຕິບັດງານ ຫລາຍເພີ່ມຂຶ້ນອີກ​ຢູ່" ຊື່​ງທ່ານ​ກ່າວ​ຕໍ່​ໄປ​ວ່າ:

“As we have been saying to them...

“ພວກເຮົາ​ເຄີຍໄດ້ບອກພວກຜູ້ນໍາ​ເຫລົ່າ​ນີ້ ຢູ່​ໃນ​ກອງ​ປະຊຸມເຈລະຈາເລຶ່ອງດິນຟ້າ
ອາກາດມາ​ຫລາຍໆ​ຄັ້ງ​ແລ້ວ​ວ່າ ພວກເຂົາເຈົ້າ​ຈະຕ້ອງຮັບຮູ້ວ່າ ທໍາມະຊາດແມ່ນບໍ່
ຕໍ່ຮອງກັບ​ພວກ​ເຮົາ ແມ່ນບໍ່?​ ແລະພວກ​ເຂົາ​ເຈົ້າກໍາລັງຫລິ້ນໄພ້ເຜໂປກເກີ ການ
ເມືອງກັບໂລກໜ່ວຍນີ້ ໃນແນວທາງທີ່ພວກເຂົາເຈົ້າກໍາລັງຫລິ້ນກັບການເຈລະຈານີ້
ແລະວ່າຄວາມຈິງແລ້ວ ພວກເຂົາເຈົ້າກໍາລັງນໍາພາພວກ​ເຮົາໄປສູ່ຄວາມ​ຫາຍຍະນະ.”

 

AP
ຄວັນຄາບອນ ໄດອອ໊ກໄຊດ໌ (carbon dioxide) ທີ່ປ່ອຍອອກມາຈາກລົດ ແລະໂຮງຈັກໂຮງງານ ທີ່ມີສ່ວນສ້າງສະພາບເຮືອນແກ້ວ ແລະສະພາວະ ໂລກຮ້ອນ.(AP Photo/Toby Talbot)

ພວກນັກວິທະຍາສາດກ່າວວ່າ
ກິດຈະກໍາທີ່ທັນສະໄໝຕ່າງໆໃນ
ວົງການອຸດສາຫະກໍາ ແມ່ນໄດ້
ຍົກລະດັບຄວາມໜາແໜ້ນຂອງ
ແກສຄາບອນ ໄດອ໊ອກໄຊດ໌
ແລະແກສເມເທນ ຢູ່​ໃນບັນຍາ
ກາດຂອງ​ໂລກ​ຂຶ້ນ ຊຶ່ງ​ແກ​ສສອງ​
ຢ່າງ​ນີ້ມີຜົນກະທົບທີ່​ພາ​ໃຫ້​ເກີດ
ແກ​ສເຮືອນແກ້ວ ແລະເຮັດໃຫ້
ໂລກຮ້ອນເອົ້າຂຶ້ນ ຫລື​ກໍ່​ໃຫ້​ເກີດ​
ສະພາວະ​ໂລກ​ຮ້ອນ ທີ່​ເອີ້ນ​ກັນ ​ວ່າ Global warming ນັ້ນ.

 

ທ່ານນາງ Heidi Cullen ນັກ
ອາກາດວິທະຍາ ຫລື​ຊ່ຽວຊານ
ດ້ານ​ອາກາດ ຖິ້ມໂທດ​ໃສ່ການ
ປ່ຽນແປງຂອງດິນຟ້າອາກາດ
ວ່າເປັນ​ຕົ້ນ​ເຫດຂອງ​ການ​ຖີບຂຶ້ນ​ໂດຍ​ທົ່ວ​ໄປ​ຂອງ​ອາກາດ ​ທີ່ຮຸນ​ແຮງ​ນັ້ນ ຊຶ່ງ​ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ:

“More extreme events...

ເຫດການທີ່ຮຸນແຮງເພີ່ມຂື້ນ ເຊັ່ນ ນໍ້າຖ້ວມ ຄວາມແຫ້ງແລ້ງ ຄື້ນຮ້ອນ ແລະໄຟ
ປ່ານັ້ນ ສິ່ງເຫລົ່ານີ້​ແຫລະແມ່ນປາກົດການທີ່ພວກເຮົາຄາດໝາຍ ຢ່າງ​ຫລວງ
ຫລາຍວ່າ ຈະໄດ້ພົບເຫັນເພີ່ມຂຶ້ນ ໃນຂະນະທີ່ພວກເຮົາເຄຶ່ອນໄຫວເຂົ້າໄປສູ່
ໂລກທີ່ຮ້ອນເອົ້າກວ່າເກົ່ານັ້ນ.”

ແລະເວລານີ້ ໂລກກໍກໍາລັງຮ້ອນເອົ້າຂຶ້ນ​ກ່ວາ​ເກົ່າ​. ທົດສະວັດທີ່ຜ່ານມາ ຈາກປີ 2000 ຫາ
ປີ 2009 ນັ້ນ ຖືວ່າເປັນໄລຍະທີ່ຮ້ອນເອົ້າທີ່ສຸດ ໃນປະຫວັດສາດ ມາ​ຮອດ​ປັດຈຸບັນ.

Delicious Digg Fark Twitter