ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

     ການຫຼິ້ນກິລາ ເປັນການເສີມສ້າງສຸຂະພາບທີ່ດີໃຫ້ແກ່ຜູ້ຫຼິ້ນ ແລະ ເປັນການໃຊ້ເວລາຫວ່າງໃຫ້ເກີດປະໂຫຍດຕໍ່ຕົວເຮົາເອງ. ການຫຼິ້ນກິລາເປັນການເສີມສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ແລະ ເຮັດໃຫ້ຮ່າງກາຍແຂງແຮງ. ນອກນັ້ນ ກິລາກໍຍັງເປັນການສ້າງຄວາມບັນເທີງໃຫ້ແກ່ຜູ້ທີ່ເບິ່ງຜູ້ຊົມນຳອີກ ໂດຍສະເພາະແມ່ນກິລາບານເຕະ; ເຊິ່ງອາດຈະເວົ້າໄດ້ວ່າ ກິລາບານເຕະເປັນກິລາທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຂອງຄົນໃນທົ່ວໂລກ. ແຕ່ໄດ້ມີກຸ່ມຄົນຈຳນວນໜຶ່ງໄດ້ສວຍໃຊ້ກິລາບານເຕະເປັນຊ່ອງທາງໃນການຫາຜົນປະໂຫຍດທີ່ບໍ່ຖືກຕ້ອງກັບລະບຽບກົດໝາຍ, ໂດຍຈະມີການຮັບພະນັນບານໃນແຕ່ລະນັດທີ່ມີການແຂ່ງຂັນ ເຊິ່ງບັນຫານີ້ໄດ້ປະກົດມີໃຫ້ເຫັນໃນຫຼາຍປະເທດທົ່ວໂລກ ແລະ ມັນໄດ້ກາຍເປັນບັນຫາທີ່ຍາກຕໍ່ການແກ້ໄຂ. ບັນຫາການພະນັນບານໄດ້ສົ່ງກະທົບໃນແງ່ລົບຫຼາຍຢ່າງຕໍ່ຜູ້ທີ່ຫຼິ້ນ ແລະ ຄົນທີ່ຢູ່ອ້ອມຂ້າງ. ພ້ອມນັ້ນ ມັນກໍເປັນສາເຫດໜຶ່ງຂອງການເກີດປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມເຊັ່ນ: ການລັກຊັບ, ຊິງຊັບ, ທຳຮ້າຍຮ່າງກາຍ, ຢາເສບຕິດ ແລະ ອື່ນໆ ເນື່ອງຈາກວ່າ ຜູ້ທີ່ເສຍການພະນັນເວລາບໍ່ມີເງິນມາຈ່າຍຄ່າພະນັນກໍຈຳເປັນຕ້ອງກະທຳໃນສິ່ງທີ່ບໍ່ຖືກຕ້ອງເຫຼົ່ານັ້ນ ເພື່ອຫາເງິນມາໃຊ້ໜີ້ ຫຼື ມາໃຊ້ໃນການພະນັນແຕ່ລະຄັ້ງ.

ປັດຈຸບັນ ການພະນັນບານກຳລັງເຂົ້າມາມີບົດບາດຕໍ່ຄົນໃນສັງຄົມລາວ ເຊິ່ງຈະເຫັນໄດ້ວ່າມີການເປີດໂຕະບານ ຫຼື ໂຕະພະນັນບານເກີດຂຶ້ນຢ່າງກວ້າງຂວາງ ເຊິ່ງຜູ້ທີ່ຫຼິ້ນການພະນັນສ່ວນໃຫຍ່ຈະແມ່ນແມ່ນກຸ່ມໄວໜຸ່ມ, ນັກຮຽນ, ນັກສຶກສາ. ໂດຍຈະມີຄົນກຸ່ມໜຶ່ງເປັນເຈົ້າມືໃນການຮັບພະນັນ ແລະ ມີການຈ່າຍຜົນຕອບແທນຕາມຜົນຂອງການເຕະບານໃນແຕ່ລະນັດ.

ບັນຫາການພະນັນບານ ຈຶ່ງເປັນອີກບັນຫາໜຶ່ງທີ່ຈະຕ້ອງໄດ້ມີວິທີການສະກັດກັ້ນ ແລະ ແກ້ໄຂໃຫ້ໝົດໄປ. ເນື່ອງຈາກວ່າ ບັນຫາດັ່ງກ່າວພວມເປັນອີກປະກົດການຫຍໍ້ທໍ້ໜຶ່ງທີ່ເປັນຜົນສະທ້ອນຕໍ່ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ຕໍ່ກັບບັນຫານີ້ ຄວນຈະມີແນວທາງໃນການແກ້ໄຂຢ່າງຖືກຕ້ອງ ແລະ ຖືກຈຸດ. ເພາະວ່າຖ້າປ່ອຍໃຫ້ບັນຫານີ້ລຸກລາມໄປສູ່ຊາວໜຸ່ມເຍົາວະຊົນແລ້ວ, ມັນກໍຈະກາຍເປັນບັນຫາໃຫຍ່ຂອງສັງຄົມ ແລະ ຍາກທີ່ຈະແກ້ໄຂໃຫ້ໝົດໄປໄດ້.  ຄືດັ່ງເຮົາຈະເຫັນພຶດຕິກຳຂອງໄວໜຸ່ມຢູ່ປະເທດເພື່ອນບ້ານ ເຊິ່ງເປັນພຶດຕິກຳຮຽນແບບທີ່ບໍ່ເໝາະສົມ ແລະ ບໍ່ສົມຄວນເອົາເປັນແບບຢ່າງ.

ຈະວ່າໄປແລ້ວ, ການພະນັນທຸກປະເພດກໍລ້ວນແລ້ວແຕ່ເປັນສິ່ງທີ່ຜິດກົດໝາຍ ແລະ ສົ່ງຜົນກະທົບໃນແງ່ລົບຕໍ່ຕົວຂອງຜູ້ຫຼິ້ນເອງ ແລະ ຄົນທີ່ຢູ່ອ້ອມຂ້າງ. ແຕ່ກໍຍັງມີຄົນຈຳນວນບໍ່ໜ້ອຍທີ່ຍັງຫຼົງໄຫຼໄປກັບການຫຼິ້ນພະນັນປະເພດຕ່າງໆໆ ໂດຍສະເພາະແມ່ນຊາວໜຸ່ມ, ນັກຮຽນ, ນັກສຶກສາ. ສະນັ້ນ ຄອບຄົວກໍຄວນເຂົ້າມາມີບົດບາດໃນການເບິ່ງແຍງລູກຫຼານຂອງຕົນຕື່ມອີກ ເພື່ອເປັນການປ້ອງກັນບັນຫາທີ່ອາດຈະເກີດຂຶ້ນຕາມມາ.

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 19, 2009 | ມີ 28 ຄຳເຫັນ ແລະ 0 trackback(s)

ເຈົ້າໜ້າທີ່ ປກສ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ກັກຕົວຜູ້ຕ້ອງຫາຊື່ວ່າທ້າວ ແສງອາລຸນ ອາຍຸ ປີ ຢູ່ບ້ານ ເມືອງ ນະຄອນຫຼວງວຽງຈັນ ໃນຂໍ້ຫາຂົ່ມຂືນທຳສຳເລົາເດັກ. ຜ່ານ ການສືບສວນ-ສອບສວນຂອງເຈົ້າໜ້າທີ່, ຜູ້ກ່ຽວໃຫ້ການຮັບສາລະພາບວ່າ:

ໃນໄລຍະເດືອນຕຸລາ 2008 ໄດ້ມີທ້າວ ຄຳພັນ ຢູ່ບ້ານຕານ ເມືອງຊຳ ແຂວງຜົ້ງສາລີ ເຊິ່ງເປັນຫຼານຂອງຜູ້ກ່ຽວ ໄດ້ໂທມາບອກທ້າວ ແສງອາລຸນ ຂຶ້ນເມືອປຸກເຮືອນໃຫ້ທ້າວ ຄຳພັນ. ແລ້ວທ້າວ ແສງອາລຸນ ກໍໄດ້ຂຶ້ນໄປຫາທ້າວ ຄຳພັນ ຢູ່ບ້ານຕານ  ເມືອງຊຳ ແຂວງຜົ້ງສາລີ. ພາຍຫຼັງທ້າວ ແສງອາລຸນ ໄດ້ປຸກເຮືອນໃຫ້ທ້າວ ຄຳພັນ ສຳເລັດແລ້ວ, ຕົກມາຮອດວັນທີ 4 ທັນ ວາ 2008 ທ້າວ ຄຳພັນ ກັບເມຍຊື່ວ່ານາງ ວອນ ກໍພາກັນລົງມາສົງສະການພໍ່ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ສ່ວນທ້າວ ແສງອາລຸນ ແລະ ຫຼານ 3 ຄົນແມ່ນເຝົ້າເຮືອນ ຄື ນາງ ນ້ອຍ, ທ້າວ ຕ້ອມ ເຊິ່ງເປັນລູກຂອງທ້າວ ຄຳພັນ ແລະ ນາງ ກໍ (ນາມສົມມຸດ) ນ້ອງສາວຂອງ ນາງ ວອນ. ມື້ຕໍ່ມາ, ໃນວັນທີ 5 ທັນວາ 2009 ເວລາປະມານ 24 ໂມງ 30 ນາທີ, ທ້າວ ແສງອາລຸນ ໄດ້ເຫັນນາງ ກໍ ກັບມານອນ ແລະ ໄດ້ຍິນສຽງພວກຜູ້ຊາຍແຊວໆຄື ຜິດກັນ, ແລ້ວທ້າວ ແສງອາລຸນ ຈຶ່ງຖາມນາງ ກໍ ວ່າເປັນຫຍັງກັນ? ນາງ ກໍ ຈຶ່ງຕອບວ່າ ຜິດ ກັນກັບພວກຜູ້ຊາຍລາວສູງ. ເມື່ອນາງຕອບຄືແນວນັ້ນ, ທ້າວ ແສງອາລຸນ ຈຶ່ງບອກນາງ ກໍ ວ່າ ຖ້າເຈົ້າຢ້ານ ມານອນນຳພໍ່ເຖົ້າກໍໄດ້. ແລ້ວນາງ ກໍ ກໍເຂົ້າໄປນອນນຳທ້າວ ແສງອາລຸນ ຢູ່ໃນບ່ອນນອນ. ຈາກນັ້ນ ທ້າວ ແສງອາລຸນ ກໍໄດ້ທຳການຂົ່ມຂືນທຳສຳເລົານາງ ກໍ ຜູ້ເປັນ ຫຼານສາວຈົນສຳເລັດ 1 ຄັ້ງ. ພໍຕື່ນເຊົ້າມາ, ທ້າວ ແສງອາລຸນ ບອກໃຫ້ນາງ ກໍ ວ່າ ຫ້າມບໍ່ ໃຫ້ບອກເອື້ອຍອ້າຍເດັດຂາດ.

ເມື່ອເປັນເຊັ່ນນັ້ນ, ນາງ ກໍ ກໍໜີອອກຈາກເຮືອນມາຢູ່ນຳພີ່ນ້ອງຢູ່ບ້ານໂນນຫວາຍ ເມືອງ ໄຊເຊດຖາ ນະຄອນຫຼວງວຽງຈັນ ແລະ ໄດ້ເລົ່າເຫດການທີ່ຖືກທ້າວ ແສງອາລຸນ ຂົ່ມຂືນ ທຳສຳເລົາຢູ່ເຮືອນອ້າຍເຂີຍ. ຫຼັງຈາກນັ້ນ, ພີ່ນ້ອງຂອງນາງ ກໍ ຈຶ່ງເຂົ້າມາແຈ້ງຄວາມຕໍ່ເຈົ້າ ໜ້າທີ່ ປກສ ເມືອງໄຊເຊດຖາ. ຕົກມາໃນວັນທີ 7 ພຶດສະພາ 2009 ທ້າວ ແສງອາລຸນ ຈຶ່ງຖືກ ເຈົ້າໜ້າທີ່ກັກຕົວມາດຳເນີນຄະດີຕາມລະບຽບກົດໝາຍ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 5, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

ທ່ານ​ເຊ​ຄົຟ ນັກ​ປະພັນຣັດ​ເຊຍ​ເຄີຍ​ເວົ້າ​ວ່າ: ຄົນ​ເຮົາ​ມີ 3 ສະໝອງ, ຄື ສະໝອງ​ທີ່​ໄດ້​ມາ​ແຕ່​ເກີດ, ສະໝອງ​ທີ່​ໄດ້​ມາ​ຈາກ​ປື້​ມໜັງສື, ​ແລະ​ສະໝອງ​ທີ່​ໄດ້​ມາ​ຈາກ​ຊີວິດ​ການ​ເປັນ​ຢູ່.

ຄົນ​​ເຮົາ​ເກີດ​ມາ​ ແຕ່​ລະ​ຄົນ​ກໍ​ຕ່າງ​ກັນ. ດຳ​ລາ​ບອກສອນ​ຂອງ​ຄອບຄົວ​ຕະກຸນອຽນ​ຊຶ່ງ​ເປັນ​ໜັງສື​ບູຮານ​ຈີນຂຽນ​ວ່າ: ຜູ້​ສະຫຼາດ, ບໍ່​ສອນ​ກໍ່​ເປັນ, ຜູ້​ໂງ່, ສອນ​ກໍ່​ບໍ່​ເປັນ, ສ່ວນ​ຄົນ​ປານ​ກາງ​ນັ້ນ, ບໍ່​ສອນ​ແມ່ນ​ບໍ່​ຮູ້. ຢູ່​ໃນ​ຊີວິດ​ຕົວ​ຈິງ, ຜູ້​ເກັ່ງ​ທີ່​ມີ​ພອນ​ສະຫວັນ​ມາ​ແຕ່​ເກີດ​ແລະ​ຄົນ​ປັນຍາ​ອ່ອນ​ແມ່ນ​ມີ​ໜ້ອຍ​ ທີ່​ສຸດ. ພວກ​ເຮົາ​ສ່ວນຫຼາຍ​ແມ່ນ​ຄົນ​ທຳ​ມະ​ດາ​ທີ່​ມີ​ປັນຍາ​ທຳ​ມະ​ດາ. ສະໝອງ​ທີ່​ພໍ່​ແມ່​ໃຫ້​ມາ​ນັ້ນ​ແມ່ນ​ປ່ຽນ​ແປງ​ບໍ່​ໄດ້​ແລ້ວ, ​ແຕ່​ວ່າ, ກໍ​ຄື​ທ່ານ​ເຊ​ຄົຟ​ເວົ້າ​ນັ້ນ​ວ່າ, ນອກຈາກ​ສະໝອງ​ທີ່​ໄດ້​ມາ​ຈາກ​ພໍ່​ແມ່​ຕັ້ງ​ແຕ່​ເກີດ​ແລ້ວ, ຄົນ​ເຮົາ​ຍັງ​ສາມາດ​ຮັບ​ເອົາ​ທາດ​ບຳລຸງ​ຈາກ​ປື້​ມໜັງ​ສຶ​ແລະ​ຊີວິດ​ການ​ເປັນ ​ຢູ່​ຢ່າງ​ບໍ່​ຢຸດ​ຢັ້ງ​ໄດ້, ພວກ​ເຮົາ​ສາມາດ​ຍົກ​ສູງ​ຄວາມ​ຮູ້​ແລະ​ສ້າງ​ຕົນ​ເອງ​ໃຫ້​ສົມບູນ​ຂຶ້ນ​ເລື້ອຍໆ ​ດ້ວຍ​ຄວາມ​ພະຍາຍາມ​ໃນ​ພາຍ​ລຸນ.

ບູຮານ​ຈີນ​ມີ​ຄວາມ​ເວົ້າ​ຄວາມ​ໜຶ່ງ​ ວ່າ: ອ່ານ​ປື້​ມໝື່ນ​ເຫຼັ້ມ, ​ເດີນທາງ​ໝື່ນ​ລີ້. ຄວາມ​ເວົ້າ​ສອງ​ຄວາມ​ນີ້​ກໍ່​ແມ່ນ​ລະດົມ​ໃຈ​ໃຫ້​ຄົນ​ທັງຫຼາຍອ່ານ​ປື້​ມຫຼາຍໆ , ດຳລົງ​ຊີວິດ​ຢ່າງ​ຕັ້ງໜ້າ, ຊອກ​ຫາ​ຄວາມ​ຮູ້​ຈາກ​ການ​ອ່ານ​ປື້​ມ​ແລະ​ໃນ​ຊີວິດ​ຕົວ​ຈິງ, ຍົກ​ຄຸນ​ນະ​ທາດ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ.

ກ່ອນ​ອື່ນ, ຂໍ​ລົມ​ເລື່ອງ​ກ່ຽວ​ກັບ​ການ​ອ່ານ​ປື້​ມ. ທ່ານ​ເຊັກ​ສ​ເປຍ ນັກ​ວັນນະຄະດີ​ຜູ້​ຍິ່ງ​ໃຫຍ່​ຂອງ​ອັງກິດ​ເວົ້າ​ວ່າ: ປື້​ມໜັງສື​ແມ່ນ​ສິ່ງ​ໃຫ້​ທາດ​ບຳລຸງ​ແກ່ມ​ວນມະນຸດ.

ປື້​ມໜັງສື​ ແມ່ນ​ການ​ບັນທຶກ​ປະ​ຫວັດ​ສາດ​ປະຈຳ​ປີ​ຂອງ​ມວນ​ມະ​ນຸດ, ​ແມ່ນ​ການ​ສະ​ສົມ​ບົດຮຽນ​ອຸດົມສົມບູນ​ຈົນ​ນັບ​ບໍ່​ຖ້ວນ​ຂອງ​ມວນ​ມະນຸດ, ​ແລະ​ໄດ້​ຮັກສາ​ໄວ້​ໃນ​ຖານ​ເປັນ​ຊັບ​ສົມບັດ​ຂອງ​ມວນ​ມະນຸດ, ປື້​ມໜັງສື​ທີ່​ດີ​ເລີດ​ແມ່ນ​ນ້ຳນົມ​ອັນ​ປະ​ເສີດ​ທີ່ຫຼໍ່ລ້ຽງ​ບຸກຄົນ​ຜູ້​ມີ ​ພູມ​ປັນຍາ​ດີ​ເດັ່ນ​, ຮັບ​ໃຊ້​ການ​ພັດທະນາ​ຂອງ​ມວນ​ມະນຸດ, ກໍ່​ຄື່ານມັກ​ຊິ​ມ ກອກ​ກີ ນັກ​ວັນນະຄະດີ​ຜູ້​ມີ​ຊື່ສ​ຽງຂອງຣັດ​ເຊຍ​ເວົ້າ​ວ່າ: ປື້​ມໜັງສື​ແມ່ນ​ຂັ້ນ​ໃດ​ແຫ່ງ​ການ​ກ້າວໜ້າ​ຂອງ​ມວນ​ມະນຸດ.

ອ່ານ​ປື້​ ມ​ເຮັດ​ໃຫ້​ຄົນ​ກ້າວໜ້າ, ອຸດົມ​ໄປ​ດ້ວຍ​ສະຕິ​ປັນຍາ, ​ແຕ່​ອ່ານ​ປື້​ມກໍ່​ຕ້ອງ​ມີ​ວິທີ. ສັງຄົມ​ມະນຸດ​ວິວັດ​ທັດ​ທະ​ນາມາ​ຮອດ​ປະ​ຈຸ​ບັນ, ​ໄດ້​ມີ​ປື້​ມໜັງສືຫຼາຍຈົນ​ນັບ​ບໍ່​ຖ້ວນ, ຄົນ​ຜູ້​ໜຶ່ງ​ໃຊ້​ຊີວິດ​ທັງ​ໝົດ​ອ່ານ​ໄດ້​ແຕ່​ສ່ວນ​ນ້ອຍໆ​ທໍ່​ນັ້ນ, ສະ​ນັ້ນ, ອ່ານປື້​ມຕ້ອງ​ເລືອກ​ອ່ານ. ກ່ອນ​ອື່ນ, ຄວນ​ເລືອກ​ອ່ານ​ປື້​ມທີ່​ນຳ​ເອົາ​ຄວາມ​ມ່ວນ​ຊື່ນ​ມາ​ໃຫ້​ຕົວ​ເອງ, ອ່ານ​ປື້​ມທີ່​ໃຫ້​ຄວາມ​ມ່ວນ​ຊື່ນ​ແກ່​ຕົນ, ການ​ອື່ານປື້​ມຈຶ່ງ​ເປັນ​ເລື່ອງ​ມ່ວນ​ຊື່ນ, ​ແລະ​ຈຶ່ງ​ສາມາດ​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ສິ່ງ​ທີ່​ເປັນ​ປະ​ໂຫຍ​ດຢ່າງ​ແທ້ ​ຈິງ​ຈາກ​ປື້​ມອ່ານ. ສອງ, ຕ້ອງ​ເລືອກ​ອ່ານ​ປື້​ມທີ່​ເໝາະ​ກັບ​ຕົນ​ເອງ, ບົດ​ນິພົນ​ທີ່​ມີ​ຊື່​ລື​ນາມ​ທີ່​ຄົນ​ທັງຫຼາຍຍ້ອງຍໍ​ນັ້ນ​ບໍ່​ແນ່​ວ່າ​ຈະ​ ເໝາະ​ສຳລັບ​ເຈົ້າ​ເອງ, ຕ້ອງ​ເລືອກ​​ເອົາ​ປື້​ມທີ່​ເໝາະ​ກັບ​ອົງ​ປະກອບ​ຄວາມ​ຮູ້​ແລະ​ລະດັບ​ຄວາມ​ ເຂົ້າ​ໃຈ​ຂອງ​ຕົນ​ເອງ, ນີ້​ກໍ່​ຄື​ກັບ​ການ​ຂະຫຍາຍຕົວ​ຂອງ​ແມ່​ນ້ຳ, ຕອນ​ຢູ່​ຍ່ານ​ເໜືອ, ມັນ​ຍ່ອມ​ເປັນ​ສາຍ​ນ້ຳ​ນ້ອຍໆ, ​ແຕ່​ເມື່ອ​ຮອດ​ຍ່ານ​ກາງ​ແລະ​ຍ່ານ​ໃຕ້​ແລ້ວ​ດ ມັນ​ຈະ​ກວ້າງ​ອອກ​ປັນ​ຈຸ​ໄດ້ຫຼາຍສິ່ງຫຼາຍຢ່າງ​ກວ່າ. ນອກ​ນີ້, ຈຸດ​ໜຶ່ງ​ທີ່​ສຳຄັນຫຼາຍ​ແມ່ນ: ຕ້ອງ​ເລືອກ​ເອົາ​ປື້​ມດີ​ທີ່​ມີ​ລັກສະນະ​ຄຳ​ພີ, ອ່ານ​ປື້​ມໜ້ອຍຫຼືຫຼາຍປານ​ໃດ​ບໍ່​ໄດ້​ພິສູດ​ຫຍັງ​ໝົດ, ​ມີ​ແຕ່​ປື້ມດີໆ​ທີ່​ໄດ້​ບັນທຶກ​ແນວ​ຄິດ​ອັນ​ດີ​ເລີດຂອງມວນ​ມະນຸດ​ ເຫຼົ່ານັ້ນ, ຈຶ່ງ​ສາມ​າດ​ເຮັດ​ໃຫ້​ຄົນ​ກ້າ​ວໜ້າ, ປື້​ມທີ່​ບໍ່​ດີ​ບໍ່ພຽງ​ແຕ່ບໍ່​ສາມາດ​ເຮັດ​ໃຫ້​ຄົນ​ສະຫຼາດຮູ້​ເຫດ​ຮູ້​ຜົນ, ບາງ​ເທື່ອ, ຍັງ​ອາດ​ຈະ​ພາ​ໃຫ້​ໄດ້ຜົນ​ກົງ​ການ​ຂ້າມ​ອີກ​ຊ້ຳ.

ຄ່ຳ​ວ່າ ​ໃຫ້ "ອ່ານ​ປື້​ມໝື່ນ​ເຫຼັ້ມ" ​ແມ່ນ​ຄຳ​ເຕືອນ​ໃຫ້​ຄົນ​ທັງຫຼາຍອ່ານ​ປື້​ມ​ໃຫ້ຫຼາຍ, ສ່ວນ​ຄຳ​ວ່າ "ຍ່າງທາງ​ໝື່ນ​ລີ້" ກໍ່​ແມ່ນ​ໃຫ້​ໄປ​ທ່ຽວຊົມຫຼາຍໆ​ບ່ອນ, ນີ້​ແມ່ນ​ສອງ​ດ້ານ​ທີ່​ຂາດ​ດ້ານ​ໃດ​ກໍ​ບໍ່​ໄດ້​ໃນ​ການສະ​ແຫວ​ງຫາ​ຄວາມ​ຮູ້. ພຽງ​ແຕ່​ອ່ານ​ປື້​ມ​ແມ່ນ​ບໍ່ພໍ​ເທື່ອ, ຍັງ​ຕ້ອງ​ດຳລົງ​ຊີວິດ​ຢ່າງຕັ້ງໜ້າ​ດ ​ເປີດ​ຫູ​ເປີດ​ຕາ, ​ເພີ່ມ​ຄວາມ​ຮູ້​ເຫັນ​, ຮໍ່າຮຽນ​ໃນ​ຊີວິດ​ການ​ເປັນ​ຢູ່. ຊີວິດ​ກໍ່​ແມ່ນ​ພຶດຕິ​ກຳ, ​ເອົາ​ສິ່ງ​ຮຽນ​ຮູ້​ຈາກ​ປື້​ມ​ໃຊ້​ເຂົ້າ​ໃນ​ພຶດຕິ​ກຳ, ສາມາດ​ພິສູດ​ຄວາມ​ຮູ້​ທີ່​ຮຽນ​ໄດ້​ຈາກ​ປື້​ມ, ພ້ອມ​ກັນ​ນັ້ນ, ກໍ​ເອົາ​ຄວາມ​ຮູ້​ທີ່​ຮຽນ​ໄດ້ຈາກ​ປື້ມອ່ານ​ມາ​ພິຈາລະ​ນາ​ການ​ປ່ຽນ​ແປງ​ແລະ​ ມູນ​ເຫດ​ຂອງ​ເລື່ອງ​ລາວ, ປັບ​ຕົນ​ເອງ​ເລື້​ອຍໆ, ຄ່ອຍໆ​ກາຍ​ເປັນ​ໂລກະ​ທັດ​ຂອງ​ຕົນ​ເອງ, ມີ​ແຕ່​ຜູ້​ທີ່​ໄດ້​ພຽບພ້ອມ​ໄປ​ດ້ວຍ​ຄວາມ​ຮູ້​ອັນ​ພຽງພໍ​ແລະ​ປະສົບ​ການ​ ອຸດົມສົມບູນ​ທໍ່​ນັ້ນ, ຈຶ່ງ​ຈະ​ມີ​ສາຍຕາ​ອັນ​ກວ້າງຂວາງ, ​ເປັນ​ຄົນ​ໃຈກວ້າງ. ​ເມື່ອ​ມີ​ພື້ນ​ຖານ​ແບບ​ນີ້​ແລ້ວ, ກໍ​ເອົາ​ຄວາມ​ຮູ້​ແລະ​ທິດ​ສະ​ດີ​ທີ່​ຮຽນ​ມາ​ໄດ້​ໃຈ​ຊີວິດ​ນັ້ນ​ໄປ​ໃຊ້​ເຂົ້າ ​ໃນ​ພຶດຕິ​ກຳ, ​ແນ່ນອນ​ຍ່ອມ​ສາມາດ​ປະກອບສ່ວນ​ອັນ​​ໃຫຍ່ຫຼວງ​ໃຫ້​ແກ່​ສັງຄົມ, ພ້ອມ​ທັງ​ບັນລຸ​ຄຸນຄ່າ​ຂອງ​ຕົນ​ແລະ​ໄດ້​ຮັບ​ຜົນງານ​ຢ່າງ​ໃດ​ຢ່າງ​ໜຶ່ງ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 4, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

Normal 0 false false false MicrosoftInternetExplorer4 /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin:0cm; mso-para-margin-bottom:.0001pt; mso-pagination:widow-orphan; font-size:10.0pt; font-family:"Times New Roman"; mso-ansi-language:#0400; mso-fareast-language:#0400; mso-bidi-language:#0400;}

ບັນຫາ​ອຸບັດ​ຕິ​ເຫດ​ບົນ​ທ້ອງ​ຖະໜົນ​ນັ້ນ, ຖື​ວ່າ​ເປັນ​ປະກົດ​ການ​ຫຍໍ້​ທໍ້​ໜຶ່ງທີ່​​ເກີດ​ຂຶ້ນ​ໃນ​ສັງຄົມ​ ​ແລະ ​ເປັນ​ບັນຫາທີ່​ຮຽກຮ້ອງ​ໃຫ້​ຕ້ອງ​ມີ​ການ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ. ​ເພາະວ່າ ຈາກ​ຕົວ​ເລກ​ສະຖິຕິ​ການ​ເກີດ​ອຸບັດ​ຕິ​ເຫດ​ຢູ່​ຕາມ​​ເສັ້ນທາງ​ຫຼວງ ປີ 1975-2008 ​ເຫັນວ່າ ຕົວ​ເລກ​ຂອງ​ການ​ເກີດ​ອຸບັດ​ຕິ​ເຫດ​ແມ່ນ​ເພີ່ມ​ຂຶ້ນ​ທຸກ​ປີ ​ແລະ ຜົນ​ເສຍ​ຫາຍ​ທີ່​ຕາມ​ມາ​ກໍ​ຄື ການ​ສູນ​ເສຍ​ຊີວິດ ​ແລະ ຊັບ​ສິນ.

            ສາ​ເຫດ​ຂອງ​ການ​ເກີດ​ບັດ​ຕິ​ເຫດ​ແມ່ນ​ມາ​ຈາກ​ຫຼາຍ​ປັດ​ໄຈ​ເຊັ່ນ: ​ເມົາ​ແລ້ວ​ຂັບ, ຂັບ​ຂີ່​ລົດ​ດ້ວຍ​ໄວ​ສູງ, ບໍ່​ເຄົາລົບ​ກົດ​ລະບຽບຈະລາຈອນ, ຂັບ​ຂີ່​ລ​ົດດ້ວຍ​ຄວາມ​ປະໝາດ, ການ​ດັດ​ແປງ​ສະພາບ​ເຕັກນິກ​ລົດ…​ໂດຍປັດ​ໄຈ​ຕົ້ນຕໍ​​ແມ່ນ​ມາ​ຈາກ​ຕົວ​ຂອງ​ຜູ້ຂີ່ເອງ. ການ​ດັດ​ແປງສະພາບ​ເຕັກນິກ​ລົດ ກໍ​ເປັນ​ອີກ​ປັດ​ໄຈ​ໜຶ່ງ​ທີ່​ພາ​ໃຫ້​ເກີດ​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ອຸບັດ​ຕິ​ເຫດ ​ເຊິ່ງ​ເຈົ້າໜ້າ​ທີ່​ຕຳຫຼວດຈະລາຈອນ​ກໍ​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ຢ່າງ​ເອົາ​ຈິງ​​ເອົາຈັງ. ​ໂດຍ​ຈະ​ມີ​ການ​ຕັ້ງຈຸດ​ກວດ​ຕາມ​ເສັ້ນທາງ ​ແລະ ລົງ​ກວດກາ​ຕາມ​ສະຖານ​ທີ່​ຕ່າງໆ​ເຊັ່ນ: ​ໂຮງຮຽນ, ຮ້ານ​ບັນ​ເທີງ, ຮ້ານ​ອາຫານ, ​ໂຮງ​ແຮມ, ບ້ານ​ພັກ ​ແລະ ສະຖານ​ທີ່​ອື່ນໆ ​ເຊິ່ງ​ເຫັນ​ວ່າ​ສາມາດ​ແກ້​ໄຂ ​ແລະ ຫຼຸດຜ່ອນ​ບັນດາ​ລົດ​ທີ່​ປ່ຽນ​ສະພາບ​ເຕັກນິກ​ລົດ​ໄດ້​ຜົນ​ເປັນ​ທີ່ໜ້າ​ພໍ​ໃຈ.

​ແຕ່​ວ່າ, ບັນຫາ​ລົດ​ແຕ່ງ ຫຼື ລົດ​ດັດ​ແປງ​ສະພາບ​ເຕັກນິກ​ ​ແມ່ນ​ຍັງ​ເປັນ​ບັນຫາ​ທີ່​ຈະ​ຕ້ອງ​ແກ້​ໄຂ​ໃຫ້​ໝົດ​ໄປ ​ເພາະວ່າ​ ປັດຈຸບັນ ກໍ​ຍັງ​ປະກົດ​ເຫັນ​ລົດ​ທີ່​ດັດ​ແປງ​ສະພາບ​ເຕັກນິກ​ຢູ່​ເປັນ​ຈຳນວນ​ຫຼາຍ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ກຸ່ມ​ຂອງ​ນັກຮຽນ​ນັກ​ສຶກສາ. ທັງໆ​ທີ່​ເຈົ້າໜ້າ​ທີ່​ຕຳຫຼວດ​ຈະລາຈອນ ກໍ​ໄດ້​ໃຊ້​ມາດ​ຕະການ​ເດັດຂາດ​ຕໍ່​ຜູ້​ທີ່​ຜ່າ​ຝືນ​ເຊັ່ນ: ການ​ຕັກ​ເຕືອນ, ການ​ປັບ​ໃໝ, ການ​ສຶກສາ​ອົບຮົມ ​ແລະ ອື່ນໆ. ​ແຕ່​ບັນຫາ​ດັ່ງກ່າວ​ກໍ​ຍັງ​ປະກົດ​ມີ​ໃຫ້​ເຫັນ ​ແລະ ນັບ​ມື້​ນັບ​ຈະ​ເພີ່ມ​ຂຶ້ນ.

ຈຶ່ງ​ເກີດ​ມີ​ເກີດ​ມີ​ຄຳ​ຖາມ​ຕາມ​ມາ​ວ່າ ​”ການ​ແກ້​ໄຂ​ບັນຫາ​ລົດ​ດັດ​ແປງ​ສະພາບ​ເຕັກນິກ ຫຼື ລົດ​ແຕ່ງ ຄວນ​ຈະ​ແກ້​ໄຂ​ຢູ່​ປາຍ​​ເຫດຫຼື​ບໍ່?”. ຜ່ານ​ມາ, ທາງ​ເຈົ້າໜ້າ​ທີ່​ຕຳຫຼວດຈະລາຈອນ ກໍ​ໄດ້​ໃຊ້​ມາດ​ຕະການ​ທີ່​ເດັດຂາດ​ຕໍ່​ຜູ້​ສັນຈອນ​ຂັບ​ຂີ່​ທີ່​ຜ່າ​ຝືນກົດ​​ລະບຽບຈະລາຈອນ ​ແລະ ກໍ​ໄດ້​ມີ​ການ​ຕັ້ງຈຸດ​ກວດ​ຕາມ​ເສັ້ນທາງ​ຕ່າງໆ ​ເພື່ອ​ກວດກາ​ບັນດາ​ລົດ​ທີ່​ຜິດ​ກົດໝາຍ ​ແລະ ລົດ​ທີ່​ດັດ​ແປງ​ສະພາບ​ເຕັກນິກ ຫຼື ລົດ​ແຕ່ງ. ​ແຕ່​ເປັນ​ຫຍັງ​ບັນຫາ​ລົດ​ແຕ່ງ​ກໍ​ຍັງ​ປະກົດ​ມີ​ໃຫ້​ເຫັນຢູ່? ​ເຮົາ​ມາ​ລອງ​ຄິດ​ເບິ່ງ​ວ່າ ຖ້າ​ບໍ່​ມີ​​ອຸປະກອນ ​ແລະ ອາ​ໄຫຼ່​ໃນ​ການ​ດັດ​ແປງ​ສະພາບ​ລົດ​ແລ້ວ, ພວກ​ທີ່​ດັດ​ແປງ​ສະພາບ​ລົດຈະ​ຊອກ​ຫາ​ອຸປະກອນ ​ແລະ ​ເຄື່ອງມື​ຢູ່​ໃສ​ມາ​ດັດ ຫຼື ​ແຕ່ງ​ສະພາບ​ລົດ. ສະນັ້ນ ການ​ແກ້​ໄຂ​ບັນ​ຫາ​ທີ່​ປາຍ​ເຫດ​ມັນ​ບໍ່​ແມ່ນ​ທາງ​ອອກ​ທີ່​ດີ ​ເພາະວ່າ​ຕໍ່​ໃຫ້​ມີ​ການ​ກວດກາ ຫຼື ​ໃຊ້​ມາດ​ຕະການ​ທີ່​ເຄັ່ງ​ຄັດ​ກວ່າ​ນີ້, ກໍ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ລົດ​ດັດ​ແປງ​ສະພາບ​ເຕັກນິກ​ໃຫ້​ໝົດ​ໄປ​ໄດ້. ນອກ​ຈາກ​ຈະ​ມີ​ການ​ກວດກາ​ບັນດາລົດ​ທີ່​ສັນຈອນ​ຕາມ​ທ້ອງ​ຖະໜົນ​ແລ້ວ, ກໍຄວນ​ຈະ​ມີ​ການ​ກວດກາ​ຕາມ​ບັນດາ​ຮ້ານ​ສ້ອມ​ແປງ, ຮ້ານ​ຂາຍ​ເຄື່ອງ​ອາ​ໄຫຼ່ລົດ​ຕ່າງໆ ບໍ່​ໃຫ້​ມີ​ການຈຳໜ່າຍ​ອຸປະກອນ ຫຼື ​ເຄື່ອງມື​ທີ່​ໃຊ້​ໃນ​ການ​ດັດ​ແປງ​ສະພາບ​ເຕັກ​ລົດ. ຖ້າ​ພົບ​ວ່າ​ຮ້ານ​ໃດ​ມີ​ການຈຳໜ່າຍ ອຸປະກອນ ຫຼື ອາ​ໄຫຼ່​ທີ່​ໃຊ້​ໃນ​ການ​ດັດ​ແປງ​ສະພາບ​ລົດ ​ກໍ​ຄວນ​ຈະ​ມີ​ການ​ຕັກ​ເຕືອນ, ສຶກສາ​ອົບຮົມ ​ແລະ ປັບ​ໃໝ. ຖ້າ​ຮ້ານ​ໃດ​ຍັງ​ມີ​ການຜ່າ​ຝືນ​ອີກ ກໍ​ຄວນ​ຈະ​ມີ​ການ​ໃຊ້​ມາດ​ຕະການ​ຂັ້ນ​ເດັດຂາດ. ​ແຕ່​ທັງ​ນີ້​ທັງ​ນັ້ນ, ກໍ​ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ຮ່ວມ​ມື ​ແລະ ປະສານ​ສົມທົບ​ກັບ​ຫຼາຍ​ພາກສ່ວນ ​ເພາະ​ວ່າ​ຖ້າ​ຫາກເຮົາບໍ່​ແກ້​ບັນຫາ​ທີ່​ຕົ້ນ​ເຫດ​ແລ້ວ, ບັນຫາ​ລົດ​ດັດ​ແປງ​ສະພາບ ຫຼື ລົດ​ແຕ່ງ​ກໍ​ຈະ​ຍັງ​ຄົງ​ເປັນ​ບັນຫາ​ທີ່​ບໍ່​ສາມາດ​ແກ້​ໄຂ​ໃຫ້​ໝົດ​ໄປ​ໄດ້.

​ເຖິງ​ຢ່າງ​ໃດ​ກໍ​ດີ, ​ເພື່ອ​ຄວາມ​ປອດ​ໄພ​ຕໍ່​ຊີວິດ ​ແລະ ຊັບ​ສິນ​ໃນ​ການ​ສັນຈອນ​ຕາມ​ທ້ອງ​ຖະໜົນ ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ຈົ່ງ​ມີ​ສະຕິ​ຕໍ່​ການ​ຂັບ​ຂີ່ ​ແລະ ​ເຄົາ​ລົບກົດ​ລະບຽບ​ຈະລາຈອນ ​ເພື່ອ​ປ້ອງ​ກັນ​ເຫດ​ຮ້າຍ ​ແລະ ຜົນ​ເສຍ​ຫາຍ​ທີ່​ອາດ​ຈະ​ຕາມ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 28, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບາງຄັ້ງຄວາມຮັກກໍບໍ່ໄດ້ດີຢ່າງທີ່ເຮົາຄິດ, ຄືເຂົາເວົ້າຫັ້ນລະ“ຫົນທາງບໍ່ໄດ້ໂຮຍດ້ວຍກີບກຸຫຼາບສະເໝີໄປ“ ຊີວິດຂອງຄົນເຮົາຍ່ອມຈະມີສອງດ້ານຢູ່ແລ້ວ (ແມ່ນບໍລະ). ຫຼາຍຄົນພະຍາຍາມຈະດິ້ນລົນຊອກຫາ ຄວາມຮັກ, ແຕ່ພໍໄດ້ພົບກັບຄວາມຮັກຫຼາຍຄົນພັດຄິດວ່າມັນບໍ່ເປັນຢ່າງທີ່ເຮົາຄິດໄວ້ໃນເບື້ອງຕົ້ນ ສຸດທ້າຍກໍເຮັດໃຫ້ບໍ່ສາມາດປະຄັບປະຄອງຄວາມຮັກຕໍ່ໄປໄດ້. ຕ້ອງເຂົ້າໃຈວ່າຄວາມຮັກມັນບໍ່ພຽງແຕ່ເປັນ ເລື່ອງຂອງຄົນສອງຄົນເທົ່ານັ້ນ ພຽງຄຳວ່າ“ຂ້ອຍຮັກເຈົ້າ“, “ເຈົ້າຮັກຂ້ອຍ“ເທົ່ານັ້ນດອກ ເພາະວ່າ ມັນຍັງຕ້ອງປະກອບດ້ວຍຫຼາຍປັດໄຈໂດຍສະເພາະແມ່ນສະພາບແວດລ້ອມອ້ອມຂ້າງຕົວເຮົາ. ຄົນສອງຄົນ ເວລາໃຊ້ຊີວິດຮ່ວມກັນແລ້ວມັນຍ່ອມຕ້ອງພົບກັບຫຼາຍບັນຫາເປັນທຳມະດາຢູ່ແລ້ວ ສຳຄັນພຽງວ່າທັງສອງຄົນຈະສາມາດຜ່ານຜ່າບັນດາອຸປະສັກຕ່າງໆນຳກັນໄດ້ຫຼາຍໜ້ອຍສ່ຳໃດ. ສະນັ້ນ ໃນເວລາທີ່ເຮົາ ກຳລັງຄົບກັນຢູ່ກໍຄວນຈະຕ້ອງໄດ້ມີການຮຽນຮູ້ເຊິ່ງກັນ ແລະ ກັນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ຕ້ອງໃຫ້ເວລາເປັນເຄື່ອງພິສູດ ເພື່ອຈະເບີ່ງວ່າຄົນສອງຄົນຈະສາມາດໃຊ້ຊີວິດຮ່ວມກັນໄດ້ຫຼືບໍ່? ແຕ່ສິ່ງສຳຄັນສຸດ ເຮົາສອງຄົນຕ້ອງຮູ້ຈັກໃຫ້ກຽດ, ຮູ້ຈັກໃຫ້ອະໄພ, ຮູ້ໃຊ້ເຫດ ແລະ ຜົນໃນການຕັດສິນບັນຫາທີ່ເກີດຂຶ້ນລະຫວ່າງເຮົາສອງຄົນ... ນອກນັ້ນ ກໍບໍ່ຄວນຈະກ້າວກ່າຍເລື່ອງສ່ວນຕົວຂອງອີກຝ່າຍຫຼາຍຈົນເກີນໄປ ເພາະມັນອາດຈະເປັນການຈູດຊະນວນໃຫ້ເກີດຄວາມແຕກແຍກໄດ້. ເວົ້າແບບນີ້ກໍບໍ່ໄດ້ໝາຍຄວາມວ່າ “ຄວາມຮັກ“ ຕ້ອງເປັນແບບນີ້ສະເໝີໄປ. ນີ້ເປັນພຽງອີກມຸມໜຶ່ງຂອງຄວາມຮັກເທົ່ານັ້ນ ກໍເລີຍຢາກຂຽນ ມາເລົ່າສູ່ຟັງ, ແຕ່ ຂພຈ ຄິດວ່າສິ່ງທີ່ຂຽນມານັ້ນມັນເປັນພຽງຄວາມຄິດອີກແງ່ໜຶ່ງກ່ຽວກັບຄວາມຮັກເທົ່ານັ້ນ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 28, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເພື່ອນໆຫຼາຍຄົນກໍຄົງຈະເຄີຍແອບຮັກໃຜຄົນໜຶ່ງມາແລ້ວແມ່ນບໍ? ຄົງຈະເຂົ້າໃຈຄວາມຮູ້ສຶກທີ່ເຮົາຕ້ອງຢູ່ກັບຄາມວ່າ ”ແອບຮັກ” ໂດຍສະເພາະແມ່ນການທີ່ແອບຮັກເພື່ອນ. ຂພຈ ເອງກໍເຄີຍແອບຮັກເພື່ອນຄົນໜຶ່ງເຊັ່ນດຽວກັນ, ມັນເປັນຄວາມຮູ້ສຶກທີ່ທໍລະມານສຸດໆເພາະວ່າເຮົາຕ້ອງເກັບຄວາມຮູ້ສຶກນີ້ໄວ້ກັບຕົວເອງຕະຫຼອດເວລາ, ຫຼາຍຄັ້ງທີ່ຢາກຈະບອກໃຫ້ເຂົາຮູ້ວ່າເຮົາຮູ້ສຶກແບບໃດກັບເຂົາ ແຕ່ວ່າສຸດທ້າຍກໍຕ້ອງຄ້າງຄາຢູ່ກັບຄຳວ່າ ”ບໍ່ກ້າ” ອາດຈະເປັນເພາະວ່າຖ້າເຮົາບອກກັບເຂົາໄປແລ້ວ ເຂົາອາດຈະປະຕິເສດເຮົາກັບມາ. ທ້າຍທີ່ສຸດເຮົາກໍຕ້ອງເກັບຄວາມຮູ້ສຶກນັ້ນໄວ້ກັບຕົວເອງ. ແຕ່ເຖິງວ່າເຮົາຈະບໍ່ສາມາດບອກຄວາມຮູ້ສຶກທີ່ເຮົາມີຕໍ່ເຂົານັ້ນໄດ້ເພື່ອແລກກັບການທີ່ໄດ້ຢູ່ກັບເຂົາໃນຖານະຂອງເພື່ອນຄົນໜຶ່ງມັນກໍຄົງຈະດີກວ່າ ຖ້າເຮົາບອກເຂົາໄປແລ້ວບາງທີເຮົາອາດໄປບໍ່ໄດ້ຢູ່ຂ້າງໆເຂົາແບບນີ້ (ອັນນີ້ເປັນຄວາມຄິດທີ່ຄິດເອງເອີເອງ) ມີຫຼາຍໆຄັ້ງທີ່ພະຍາຍາມລອງທຳໃຈກ່ອນທີ່ຈະບອກ ແຕ່ພໍເຖິງເວລາຊິເວົ້າມັນບໍ່ຮູ້ວ່າເປັນຫຍັງຄື ມີແນວເຮັດບໍ່ກ້າເວົ້າອີກຕາມເຄີຍ. ຖ້າຢ້ອນເວລາໄດ້ ຂພຈ ກໍຢາກກັບໄປບອກກັບເຂົາວ່າ ”ຂ້ອຍຮັກເຂົາ”, ແຕ່ວ່າມັນກໍຄົງຈະຊ້າເກີນໄປແລ້ວ ເພາະວ່າຊີວິດຂອງຄົນເຮົາຕ້ອງກ້າວເດີນໄປຂ້າງໜ້າ. ແຕ່ເຖິງແນວໃດກໍຕາມ ເຮົາກໍຈະຂໍເກັບຄວາມຮູ້ສຶກນີ້ໄວ້ຕະຫຼອດໄປກໍແລ້ວກັນ ຢ່າງນ້ອຍເຮົາກໍຮູ້ວ່າໃນຊີວິດຂອງເຮົາກໍຍັງມີຄົນທີ່ເຮົາ “ແອບຮັກ“.