ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 4, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

Normal 0 false false false MicrosoftInternetExplorer4 /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin:0cm; mso-para-margin-bottom:.0001pt; mso-pagination:widow-orphan; font-size:10.0pt; font-family:"Times New Roman"; mso-ansi-language:#0400; mso-fareast-language:#0400; mso-bidi-language:#0400;}

ບັນຫາ​ອຸບັດ​ຕິ​ເຫດ​ບົນ​ທ້ອງ​ຖະໜົນ​ນັ້ນ, ຖື​ວ່າ​ເປັນ​ປະກົດ​ການ​ຫຍໍ້​ທໍ້​ໜຶ່ງທີ່​​ເກີດ​ຂຶ້ນ​ໃນ​ສັງຄົມ​ ​ແລະ ​ເປັນ​ບັນຫາທີ່​ຮຽກຮ້ອງ​ໃຫ້​ຕ້ອງ​ມີ​ການ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ. ​ເພາະວ່າ ຈາກ​ຕົວ​ເລກ​ສະຖິຕິ​ການ​ເກີດ​ອຸບັດ​ຕິ​ເຫດ​ຢູ່​ຕາມ​​ເສັ້ນທາງ​ຫຼວງ ປີ 1975-2008 ​ເຫັນວ່າ ຕົວ​ເລກ​ຂອງ​ການ​ເກີດ​ອຸບັດ​ຕິ​ເຫດ​ແມ່ນ​ເພີ່ມ​ຂຶ້ນ​ທຸກ​ປີ ​ແລະ ຜົນ​ເສຍ​ຫາຍ​ທີ່​ຕາມ​ມາ​ກໍ​ຄື ການ​ສູນ​ເສຍ​ຊີວິດ ​ແລະ ຊັບ​ສິນ.

            ສາ​ເຫດ​ຂອງ​ການ​ເກີດ​ບັດ​ຕິ​ເຫດ​ແມ່ນ​ມາ​ຈາກ​ຫຼາຍ​ປັດ​ໄຈ​ເຊັ່ນ: ​ເມົາ​ແລ້ວ​ຂັບ, ຂັບ​ຂີ່​ລົດ​ດ້ວຍ​ໄວ​ສູງ, ບໍ່​ເຄົາລົບ​ກົດ​ລະບຽບຈະລາຈອນ, ຂັບ​ຂີ່​ລ​ົດດ້ວຍ​ຄວາມ​ປະໝາດ, ການ​ດັດ​ແປງ​ສະພາບ​ເຕັກນິກ​ລົດ…​ໂດຍປັດ​ໄຈ​ຕົ້ນຕໍ​​ແມ່ນ​ມາ​ຈາກ​ຕົວ​ຂອງ​ຜູ້ຂີ່ເອງ. ການ​ດັດ​ແປງສະພາບ​ເຕັກນິກ​ລົດ ກໍ​ເປັນ​ອີກ​ປັດ​ໄຈ​ໜຶ່ງ​ທີ່​ພາ​ໃຫ້​ເກີດ​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ອຸບັດ​ຕິ​ເຫດ ​ເຊິ່ງ​ເຈົ້າໜ້າ​ທີ່​ຕຳຫຼວດຈະລາຈອນ​ກໍ​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ຢ່າງ​ເອົາ​ຈິງ​​ເອົາຈັງ. ​ໂດຍ​ຈະ​ມີ​ການ​ຕັ້ງຈຸດ​ກວດ​ຕາມ​ເສັ້ນທາງ ​ແລະ ລົງ​ກວດກາ​ຕາມ​ສະຖານ​ທີ່​ຕ່າງໆ​ເຊັ່ນ: ​ໂຮງຮຽນ, ຮ້ານ​ບັນ​ເທີງ, ຮ້ານ​ອາຫານ, ​ໂຮງ​ແຮມ, ບ້ານ​ພັກ ​ແລະ ສະຖານ​ທີ່​ອື່ນໆ ​ເຊິ່ງ​ເຫັນ​ວ່າ​ສາມາດ​ແກ້​ໄຂ ​ແລະ ຫຼຸດຜ່ອນ​ບັນດາ​ລົດ​ທີ່​ປ່ຽນ​ສະພາບ​ເຕັກນິກ​ລົດ​ໄດ້​ຜົນ​ເປັນ​ທີ່ໜ້າ​ພໍ​ໃຈ.

​ແຕ່​ວ່າ, ບັນຫາ​ລົດ​ແຕ່ງ ຫຼື ລົດ​ດັດ​ແປງ​ສະພາບ​ເຕັກນິກ​ ​ແມ່ນ​ຍັງ​ເປັນ​ບັນຫາ​ທີ່​ຈະ​ຕ້ອງ​ແກ້​ໄຂ​ໃຫ້​ໝົດ​ໄປ ​ເພາະວ່າ​ ປັດຈຸບັນ ກໍ​ຍັງ​ປະກົດ​ເຫັນ​ລົດ​ທີ່​ດັດ​ແປງ​ສະພາບ​ເຕັກນິກ​ຢູ່​ເປັນ​ຈຳນວນ​ຫຼາຍ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ກຸ່ມ​ຂອງ​ນັກຮຽນ​ນັກ​ສຶກສາ. ທັງໆ​ທີ່​ເຈົ້າໜ້າ​ທີ່​ຕຳຫຼວດ​ຈະລາຈອນ ກໍ​ໄດ້​ໃຊ້​ມາດ​ຕະການ​ເດັດຂາດ​ຕໍ່​ຜູ້​ທີ່​ຜ່າ​ຝືນ​ເຊັ່ນ: ການ​ຕັກ​ເຕືອນ, ການ​ປັບ​ໃໝ, ການ​ສຶກສາ​ອົບຮົມ ​ແລະ ອື່ນໆ. ​ແຕ່​ບັນຫາ​ດັ່ງກ່າວ​ກໍ​ຍັງ​ປະກົດ​ມີ​ໃຫ້​ເຫັນ ​ແລະ ນັບ​ມື້​ນັບ​ຈະ​ເພີ່ມ​ຂຶ້ນ.

ຈຶ່ງ​ເກີດ​ມີ​ເກີດ​ມີ​ຄຳ​ຖາມ​ຕາມ​ມາ​ວ່າ ​”ການ​ແກ້​ໄຂ​ບັນຫາ​ລົດ​ດັດ​ແປງ​ສະພາບ​ເຕັກນິກ ຫຼື ລົດ​ແຕ່ງ ຄວນ​ຈະ​ແກ້​ໄຂ​ຢູ່​ປາຍ​​ເຫດຫຼື​ບໍ່?”. ຜ່ານ​ມາ, ທາງ​ເຈົ້າໜ້າ​ທີ່​ຕຳຫຼວດຈະລາຈອນ ກໍ​ໄດ້​ໃຊ້​ມາດ​ຕະການ​ທີ່​ເດັດຂາດ​ຕໍ່​ຜູ້​ສັນຈອນ​ຂັບ​ຂີ່​ທີ່​ຜ່າ​ຝືນກົດ​​ລະບຽບຈະລາຈອນ ​ແລະ ກໍ​ໄດ້​ມີ​ການ​ຕັ້ງຈຸດ​ກວດ​ຕາມ​ເສັ້ນທາງ​ຕ່າງໆ ​ເພື່ອ​ກວດກາ​ບັນດາ​ລົດ​ທີ່​ຜິດ​ກົດໝາຍ ​ແລະ ລົດ​ທີ່​ດັດ​ແປງ​ສະພາບ​ເຕັກນິກ ຫຼື ລົດ​ແຕ່ງ. ​ແຕ່​ເປັນ​ຫຍັງ​ບັນຫາ​ລົດ​ແຕ່ງ​ກໍ​ຍັງ​ປະກົດ​ມີ​ໃຫ້​ເຫັນຢູ່? ​ເຮົາ​ມາ​ລອງ​ຄິດ​ເບິ່ງ​ວ່າ ຖ້າ​ບໍ່​ມີ​​ອຸປະກອນ ​ແລະ ອາ​ໄຫຼ່​ໃນ​ການ​ດັດ​ແປງ​ສະພາບ​ລົດ​ແລ້ວ, ພວກ​ທີ່​ດັດ​ແປງ​ສະພາບ​ລົດຈະ​ຊອກ​ຫາ​ອຸປະກອນ ​ແລະ ​ເຄື່ອງມື​ຢູ່​ໃສ​ມາ​ດັດ ຫຼື ​ແຕ່ງ​ສະພາບ​ລົດ. ສະນັ້ນ ການ​ແກ້​ໄຂ​ບັນ​ຫາ​ທີ່​ປາຍ​ເຫດ​ມັນ​ບໍ່​ແມ່ນ​ທາງ​ອອກ​ທີ່​ດີ ​ເພາະວ່າ​ຕໍ່​ໃຫ້​ມີ​ການ​ກວດກາ ຫຼື ​ໃຊ້​ມາດ​ຕະການ​ທີ່​ເຄັ່ງ​ຄັດ​ກວ່າ​ນີ້, ກໍ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ລົດ​ດັດ​ແປງ​ສະພາບ​ເຕັກນິກ​ໃຫ້​ໝົດ​ໄປ​ໄດ້. ນອກ​ຈາກ​ຈະ​ມີ​ການ​ກວດກາ​ບັນດາລົດ​ທີ່​ສັນຈອນ​ຕາມ​ທ້ອງ​ຖະໜົນ​ແລ້ວ, ກໍຄວນ​ຈະ​ມີ​ການ​ກວດກາ​ຕາມ​ບັນດາ​ຮ້ານ​ສ້ອມ​ແປງ, ຮ້ານ​ຂາຍ​ເຄື່ອງ​ອາ​ໄຫຼ່ລົດ​ຕ່າງໆ ບໍ່​ໃຫ້​ມີ​ການຈຳໜ່າຍ​ອຸປະກອນ ຫຼື ​ເຄື່ອງມື​ທີ່​ໃຊ້​ໃນ​ການ​ດັດ​ແປງ​ສະພາບ​ເຕັກ​ລົດ. ຖ້າ​ພົບ​ວ່າ​ຮ້ານ​ໃດ​ມີ​ການຈຳໜ່າຍ ອຸປະກອນ ຫຼື ອາ​ໄຫຼ່​ທີ່​ໃຊ້​ໃນ​ການ​ດັດ​ແປງ​ສະພາບ​ລົດ ​ກໍ​ຄວນ​ຈະ​ມີ​ການ​ຕັກ​ເຕືອນ, ສຶກສາ​ອົບຮົມ ​ແລະ ປັບ​ໃໝ. ຖ້າ​ຮ້ານ​ໃດ​ຍັງ​ມີ​ການຜ່າ​ຝືນ​ອີກ ກໍ​ຄວນ​ຈະ​ມີ​ການ​ໃຊ້​ມາດ​ຕະການ​ຂັ້ນ​ເດັດຂາດ. ​ແຕ່​ທັງ​ນີ້​ທັງ​ນັ້ນ, ກໍ​ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ຮ່ວມ​ມື ​ແລະ ປະສານ​ສົມທົບ​ກັບ​ຫຼາຍ​ພາກສ່ວນ ​ເພາະ​ວ່າ​ຖ້າ​ຫາກເຮົາບໍ່​ແກ້​ບັນຫາ​ທີ່​ຕົ້ນ​ເຫດ​ແລ້ວ, ບັນຫາ​ລົດ​ດັດ​ແປງ​ສະພາບ ຫຼື ລົດ​ແຕ່ງ​ກໍ​ຈະ​ຍັງ​ຄົງ​ເປັນ​ບັນຫາ​ທີ່​ບໍ່​ສາມາດ​ແກ້​ໄຂ​ໃຫ້​ໝົດ​ໄປ​ໄດ້.

​ເຖິງ​ຢ່າງ​ໃດ​ກໍ​ດີ, ​ເພື່ອ​ຄວາມ​ປອດ​ໄພ​ຕໍ່​ຊີວິດ ​ແລະ ຊັບ​ສິນ​ໃນ​ການ​ສັນຈອນ​ຕາມ​ທ້ອງ​ຖະໜົນ ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ຈົ່ງ​ມີ​ສະຕິ​ຕໍ່​ການ​ຂັບ​ຂີ່ ​ແລະ ​ເຄົາ​ລົບກົດ​ລະບຽບ​ຈະລາຈອນ ​ເພື່ອ​ປ້ອງ​ກັນ​ເຫດ​ຮ້າຍ ​ແລະ ຜົນ​ເສຍ​ຫາຍ​ທີ່​ອາດ​ຈະ​ຕາມ.

Delicious Digg Fark Twitter